ປະເພນີຫົ່ມຜ້າຫົ່ມ ແລະ ງານແຕ່ງດອງຂອງຊາວເຜົ່າຮ່າຍີ່

(vovworld) - ​ໃນ​ການ​ສົມລົດ, ຊາວ​ເຜົ່າ ຮ່າ​ຍີ່​ບໍ່​ຖືກ​ຜົນ​ສະທ້ອນ​ຈາກ​ຮີດຄອງ​ປະ​ເພນີ​ຂອງ​ສະ​ໄໝ​ສັກ​ດີ​ນາ. ບ່າວ​ສາວ​ຊາວ​ເຜົ່າ ຮ່າ​ຍີ່​ໄດ້​ຮັກ​ກັນ​ຢ່າງ​ເສລີ ​ແລະ ​ໄດ້​ຊອກ​ຮູ້​​ເຂົ້າ​ໃຈກັນ​ກ່ອນທີ່​ຈັດ​ພິທີ​ງານ​ດອງ. ​ໃນ​ເມື່ອ​ກ່ອນ, ງານ​​ແຕ່ງດອງ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່ຖືກ​ຈັດ​ຂຶ້ນ​ແບບ​ທຳ​ມະ​ດາ, ​ງ່າຍດາຍ, ບາງ​ເທື່ອ​ຕ້ອງການ​ໄກ່ຜູ້​ພຽງ​ໂຕ​ໜຶ່ງ​ເທົ່າ​ນັ້ນ, ​ເຈົ້າ​ບ່າວ​ກໍ່​ສາມາດ​ຕ້ອນຮັບ​ເຈົ້າ​ສາວ​ເມືອ​ບ້ານຂອງ​ຕົນ​ໄດ້.

ປະເພນີຫົ່ມຜ້າຫົ່ມ ແລະ ງານແຕ່ງດອງຂອງຊາວເຜົ່າຮ່າຍີ່ - ảnh 1
(ພາບປະກອບ)

​ເທບ​ສຽງ​ປະ​ກອບ

        ຕາມ​ຮີດຄອງປະ​ເພນີຂອງ​ຊາວ​ເຜົ່າ ຮ່າ​ຍີ່, ​ໃນ​ງານ​ບຸນ​ຕ່າງໆ​ຂອງ​ຊົນ​ເຜົ່າ​ຕົນ, ​ແຕ່ລະ​ເທື່ອ​ເມື່ອ​ຂັບ​ກ້ຽວ​ກັນ, ບ່າວ​ສາວຊາວ​ເຜົ່າ ຮ່າ​ຍີ່​ເຄີຍ​ຕູ້ມ​ຜ້າ​ຫົ່ມ​ຂັບກ້ຽວ​ກັນ​, ສະ​ແດງ​ອາລົ​ມຈິດ​ເພື່ອ​ພາໄປ​ເຖິງ​ການ​ສົມລົດ, ຊາວ​ເຜົ່າ ຮ່າ​ຍີ່​ດຳ​ ຢູ່​ເມືອງ ບາດ​ຊາດ, ​ແຂວງ ລາວ​ກາຍ ຍັງ​ມີ​ປະ​ເພນີ​ຕູ້​ມ​ຜ້າ​ຫົ່ມ​ໄປ​ຫາ​ຄົນ​ຮັກ. ບັນດາ​ຜູ້​ບ່າວຊາວ​ເຜົ່າ ຮ່າ​ຍີ່​ຕ້ອງ​ຕູ້​ມ​ຜ້າ​ຫົ່ມ​ໄປ​ຫາ​ເຮືອນ​ຄົນ​ຮັກ​ແຕ່​ຜູ້​ດຽວ ​ແລ້ວ​ເຊີນ​ຜູ້​ສາວ​ອອກ​ນອກ​ເພື່ອ​ໂອ້​ລົມ​, ຊອກ​ຮູ້​ຄົນ​ທີ່​ຕົນ​ຮັກນຳ​ກັນ. ອ້າຍ ຫຼີ​ເມີ່​ຊ໋າ, ຊົນ​ເຜົ່າ ຮ່າ​ຍີ່​ຢູ່​ເມືອງ ບາດ​ຊາດ, ​ແຂວງ​ລາວ​ກາຍ, ​ໃຫ້​ຮູ້​ວ່າ:

        “ຢ່າງ​ໜ້ອຍ​ສຸດ​​ກໍ່ຕ້ອງ​ຕູ້​ມ​ຜ້າ​ຫົ່ມ​ໄປ​ຫາ​ເຮືອນ​ຜູ້​ສາວ​ແຕ່ 3-4 ​ເທື່ອ. ​ເພື່ອ​ຊອກ​ຮູ້, ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ກັນ​ກວ່າ. ​ແຕ່ລະ​ປີ​ເມື່ອ​ບຸນປີ​ໃໝ່​ວຽນມາ​ກໍ່​ຊວນ​ກັນ​ໄປ​ຫຼິ້ນ, ຖ້າ​ບໍ່​ລື້ງ​ເຄີຍ​ກັນ​ແມ່ນ​ບໍ່​ອາດ​ຊວນ​ກັນ​ໄປ​ໄດ້“.

        ຕູ້​ມ​ຜ້າ​ຫົ່ມ​ໄປ​ຫາ​ຄົນ​ຮັກ​ແມ່ນ​ຮີດຄອງ​ປະ​ເພນີ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່​ດຳ. ຜູ້​ຊາຍ​ໃນ​ບ້ານ​ຕ່າງໆ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່, ​ເມື່ອ​ຮອດ​ອາຍຸ​ເຕີບ​ໃຫຍ່​ແລ້ວ, ອາດ​ສາມາດ​ເຊີນ​ໝູ່​ເພື່ອນຂອງ​ຕົນ​ຕູ້​ມ​ຜ້າ​ຫົ່ມ​ໄປ​ຊອກ​ຮູ້​ຄົນ​ຮັກ​ໄດ້. ​ເມື່ອ​ຮອດ​ຍາມ​ຄຳ່ຄືນ, ພາຍຫຼັງ​ກິນ​ເຂົ້າ​ແລ້ວ, ກໍ່​ແມ່ນ​ເວລາ​ທີ່​ຊາວ​ໜຸ່ມ​ໃນ​ບ້ານ​ເຕົ້າ​ໂຮມ​ກັນ, ຊວນ​ກັນ​ໄປ​ຕູ້​ມ​ຜ້າ​ຫົ່ມ. ບໍ່​ແມ່ນ​ວ່າ​ຜູ້ຊາຍຄົນໃດ​ກໍ່​ເອົາ​ຜ້າ​ຫົ່ມ​ໄປ​ນຳ​. ບາງ​ເທື່ອ​ຜ່ານ​ການ​ແລກ​ປ່ຽນ, ຫຼື​ຕາມ​ການ​ຕົກລົງ​ນ​ຳກັນ, ​ເຂົາ​ເຈົ້າ​ກໍ່​ສາມາດ​ຢືມ​ຜ້າ​ຫົ່ມ​ຂອງ​ກັນ​ເພື່ອ​ຊວນ​ຜູ້​ສາວ​​ໄປ​ຫຼິ້ນ. ກ່ອນ​ຈະ​ໄປ​ຕູ້​ມ​ຜ້າຫົ່ມ​ນັ້ນ, ​ໃນ​ໃຈຜູ້​ບ່າວ​ຕ້ອງ​​ມີ​ຄວາມ​ຮັກແກ່​ຜູ້​ໃດ​ຜູ້​ໜຶ່ງ​ແລ້ວ. ​ເມື່ອ​ໄປ​ຮອດ​ປະຕູ​ເຮືອນ​ຂອງ​ຜູ້​ສາວ, ຜູ້​ບ່າວ​ຕ້ອງ​ຍອກ​ຜ້າຫົ່ມອອກ, ປົກ​ແຕ່​ຫົວຫາ​ຕີນ ​ແລ້ວ​ກ້າວ​ເຂົ້າ​ເຮືອນຜູ້ສາວ. ​​ໃນ​ຂະນະ​ທີ່ຜູ້ສາວກຳລັງ​ນັ່ງນັ້ນ, ຜູ້​ບ່າວຈະ​ເຂົ້າ​ມາ​ຈັບ​ມື​ຊ່ວຍ​ນາງ​ສາວ​ລຸກ​ຂຶ້ນ. ​ເມື່ອ​ເຫັນ​ຄື​ແນວ​ນັ້ນ, ຄອບຄົວ​ຜູ້ສາວ​ກໍ່ເຂົ້າ​ໃຈ​​ວ່າ​ລູກ​ສາວ​ຂອງ​ຕົນ​ໄດ້​ມີ​ຄົນສົນ​​ໃຈ​ຢາກຊອກ​ຮູ້​ແລ້ວ. ຖ້າ​ເຫັນ​ດີ​ພໍ່​ແມ່​ຜູ້ສາວ​ຈະ​​ອະນຸຍາດ​ໃຫ້​ຜູ້​ບ່າວພາ​ລູກ​ສາວ​ອອກ​ນອກ​ເພື່ອ​ໂອ້​ລົມ​ນຳ​ກັນ. ​ເອື້ອຍ ກາວ​ສີ​ໄໝ, ຢູ່​ເມືອງ ບາດ​ຊາດ, ​ໃຫ້​ຮູ້​ວ່າ:

        “ບາງ​ເທື່ອ​ພໍ່​ແມ່​ຈະ​ໄປ​ຍັງ​ບ່ອນ​ອື່ນ​ເພື່ອ​ໃຫ້​ລູກ​ສາວ ​ແລະ ຜູ້​ບ່າວ​ໂອ້​ລົມ​ກັນ​ຢ່າງ​ສະບາຍ. ຖ້າສອງ​ຄົນມັກ​ກັນຈະ​ສືບ​ຕໍ່​ໂອ້​ລົມ​ນຳ​ກັນ, ຖ້າ​ບໍ່​ມັກ​ຈະ​ກັບ​​ເມືອ​ເລີຍ. ​ເມື່ອ​ໂອ້​ລົມ​ນຳ​ກັນ, ທັງ​ສອງ​ຄົນ​ສາມາດ​ຕູ້​ມຜ້າ​ຫົ່ມຮ່ວມ​ກັນ​ໄດ້, ຍ້ອນ​ວ່າ​ອາກາດ​ໃນ​ຍາມ​ຄຳ່​ຄືນ​ຢູ່​ເຂດ​ພູດ​ອຍໜາວ​ຫຼາຍ“.

ຕາມ​ທັດສະນະ​ຂອງ​ຊົນ​ເຜົ່າ ຮ່າ​ຍີ່, ປະ​ເພນີ​ຕູ້​ມ​ຜ້າ​ຫົ່ມ​ແມ່ນ​ສ້າງ​ໂອກາດ​ເພື່ອ​ໃຫ້​ບ່າວ​ສາວ​ໂອ້​ລົມ​, ສະ​ແດງ​ອາລົມ​ຈິດ​ນຳ​ກັນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຜູ້​ສາວ​ບໍ່​ໄດ້​ມີ​ລູກ​ກອ່ນທີ່​ຈະ​ແຕ່ງດອງ​ຢ່າງ​ເດັດຂາດ, ຖ້າ​ບໍ່​ດັ່ງ​ນັ້ນ, ທັງ​ຄູ່​ບ່າວ​ສາວ​ຈະ​ຕ້ອງ​ຖືກ​ລົງ​ໂທດ​ຢ່າງ​ເຄັ່ງ​ຄັດຈາກ​ບ້ານ. ຜູ້​ສາວ​ຈະ​ຕ້ອງ​​ໄດ້ອອກ​​ໄປດຳລົງ​ຊີວິດ​ຢູ່​ນອກ​ບ້ານ​ຈົນກວ່າ​​ຮອດ​ເວລາ​ໃດ​ມີ​ຜູ້​ຊາຍ​ມາ​ຮັບ​ເປັນ​ເມຍ​ຈຶ່ງ​ໄດ້​ກັບ​ຄືນ​ບ້ານ​ຂອງ​ຕົນ.


ປະເພນີຫົ່ມຜ້າຫົ່ມ ແລະ ງານແຕ່ງດອງຂອງຊາວເຜົ່າຮ່າຍີ່ - ảnh 2

(ພາບປະກອບ)

        ​ເມື່ອ​ແຕ່ງດອງ, ຊາວ​ເຜົ່າ ຮ່າ​ຍີ່​ຈັດ​ຕັ້ງ​ແບບ​ທຳ​ມະ​ດາ​ສາມັນ, ບໍ່​ຕ້ອງການ​ຫຼາຍ​ພິທີ, ​ສິນ​ສົມລົດ​ບາງ​ເທື່ອ​ມີ​ພຽງ​ໄກ່ຜູ້​ໂຕ​ດຽວ​ເທົ່າ​ນັ້ນ. ​ເອື້ອຍ ກາວ​ສີ​ໄໝ, ອະທິບາຍ​ວ່າ:

        “​ໃນ​ງານ​ດອງ, ຄອບຄົວ​​ເຈົ້າ​ບ່າວ​ມີ​ແຕ່​ຕ້ອງການ​ໄກ່ຜູ້​ໂຕ​ໜຶ່ງ​ເທົ່າ​​ນັ້ນເພື່ອ​ລາຍ​ງານ​​ໃຫ້​ບັນພະບຸລຸດ​ຂອງ​ຕົນ​ໄດ້​ຮັບ​ຊາບ, ບາງ​ເທື່ອ​ເອົາ​ເມຍ​ບໍ່​ຕ້ອງ​ຂໍອະນຸຍາດ​ພໍ່​ແມ່​ເມຍ, ພຽງ​ແຕ່​ຮັກ​ກັນຈະ​ພາກັນ​ມາ​ຈັດ​ພິທີ​ລາຍ​ງານ​ໃຫ້​ບັນພະບຸລຸດ​ໄດ້​ຮັບ​ຊາບ​ເທົ່າ​ນັ້ນ, ຫຼັງ​ຈາກ​ນັ້ນ, ​ເຈົ້າ​ບ່າວ​ຈະ​ເຊີນ​ຍາດຕິ​ພີ່ນ້ອງ, ​ເພື່ອ​ນມິດ​ໃນ​ບ້ານ​ມາ​ຮັບ​ປະທານ​ອາຫານ​, ພ້ອມ​ກັນ​ມ່ວນ​ຊື່ນ​. ຮອດ​ມື້​ຕໍ່​ມາ​ຈຶ່ງ​​ແຈ້ງ​ໃຫ້​ຄອບຄົວ​ເຈົ້າ​ສາວ​ໄດ້​ຮັບ​ຊາບ“.

        ນັ້ນ​ແມ່ນ​ງານ​ແຕ່ງ​ດອງ​ໃນ​ເມື່ອ​ກ່ອນ, ສ່ວນ​ປະຈຸ​ບັນ, ​ເຖິງ​ວ່າ​ງານ​ແຕ່ງ​ດອງ​ຍັງ​ຄົງ​ຮັກສາ​ປະ​ເພນີ​​ເກົ່າບາງ​ຢ່າງ​ໄວ້ກໍ່ຕາມ, ​ແຕ່​ມັນ​ໄດ້​ມີ​ການ​ປ່ຽນ​ແປງ​ໃຫ້​ເໝາະ​ສົມ​ກັບ​ຊີວິດ​ໃນ​ປະຈຸ​ບັນ. ບ່າວ​ສາວ​ຮັກ​ກັນຈະ​ກຳນົດ​ວັນ​ຈັດ​ງານ​ແຕ່ງດອງ ​ແລະ ດຳ​ເນີນ​ພິທີ​ຕ່າງໆ​ໃຫ້​ງານ​​ແຕ່ງດອງ. ພິທີ​ຂໍ​ເມຍ​ປະກອບ​ດ້ວຍ​ສາມ​ຂັ້ນ​ຕອນ: ທຳ​ອິດ​ພໍ່​ສື່, ​ແມ່​ສື່​ຈະ​ນຳ​ເອົາ​​ເຄື່ອງ​ຂອງມາ​ຄອບຄົວ​ຜູ້​ສາວ​ເພື່ອ​ຕັ້ງ​ບັນຫາ​ກ່ຽວ​ກັບ​ເລື່ອງ​ແຕ່ງດອງ. ​ທີ 2, ພໍ່​ສື່​ແມ່​ສື່​ຈະ​ນຳ​ເອົາ​ເງິນ​ຫຼຽນ​ມາ​ມອບ​ໃຫ້​ຜູ້​ສາວ. ​ທີ​ສາມ​ແມ່ນ​ພໍ່​ສື່​, ແມ່​ສື່​ຈະ​ມາ​ຂໍ​ຄອບຄົວ​ຜູ້​ສາວ​ກຳນົດ​ວັນ​ຈັດ​ງານ​ແຕ່ງ​ດອງ.

        ຕາມ​ປະ​ເພນີ​ທີ່​ເປັນ​ມູນ​ເຊື້ອ​ແລ້ວ, ​ເມື່ອ​ມີ​ເງື່ອນ​ໄຂ​ເສດຖະກິດ​ດີ​ພໍສົມຄວນ, ​ຫຼາຍ​ຄອບຄົວ​ຊາວ​ເຜົ່າ ຮ່າ​ຍີ່​ເຄີຍ​ຈັດ​ຕັ້ງ​ງານ​ດອງ​ເທື່ອ​ທີ 2, ມີ​ຫຼາຍ​ຄົນ​ອາຍຸ 50, 60 ປີ, ພາຍຫຼັງ​ມີ​ຫຼານ​ແລ້ວ​ກໍ່​ຈັດ​ຕັ້ງ​ງານ​ແຕ່ງ​ດອງ​ເທື່ອ​ທີ 2. ງານ​​ແຕ່ງດອງ​ເທື່ອ​ທີ​ 2 ​ເຄີຍ​ຈັດຕັ້ງຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ມ່ວນ​ຊື່ນ ​ແລະ ມີ​ຄວາມສຸກກວ່າ, ຈາກ​ນັ້ນ​ສ້າງ​ຄວາມ​ສະໜິດ​ຕິດພັນ​ລະຫວ່າງ​ສອງ​ຄອບຄົວ​ຕື່ມ​ອີກ.

ຂ່າວ/ບົດ​ອື່ນ