ປະເພນີແຕ່ງງານຂອງຊາວເຜົ່າເວິນກ່ຽວ


(vovworld) -​ເລື່ອງ​ຈັດ​ຕັ້ງ​ພິທີ​ງານ​ດອງຂອງ​ຊາວ​ເວິນ​ກ່ຽວ ຢູ່​ແຂວງ​ກວາງ​ຈີ້ ບໍ່​ພຽງ​ແຕ່​ແມ່ນ​ວຽກ​ງານ​ສຳຄັນ​ຂອງ​ຄອບຄົວ, ວົງ​ຕະກຸນ​ເທົ່າ​ນັ້ນ, ຫາກ​ຍັງ​​ແມ່ນຂອງ​ທັງ​ໝູ່​ບ້ານ​ອີກ​ດ້ວຍ. ຊາວ​ເວິນ​ກ່ຽວ ​ເຄີຍ​ເວົ້າ​ວ່າ “ຜູ້​ຊາຍ​, ຜູ້​ຍິງ​ເມື່ອມີ​ອາຍຸ​ພໍ​ດີ​ແມ່ນຕ້ອງ​ສ້າງ​ຄອບຄົວ“. ດັ່ງ​ນັ້ນ, ພາຍຫຼັງ​ຮັກ​ກັນ​ໄລຍະ​ໜຶ່ງ, ​ເຫັນ​ວ່າ​ຕິດ​ໃຈ​ກັນ, ຄູ່​ບ່າວ​ສາວ​ກໍ່​ແຈ້ງ​ໃຫ້​ຄອບຄົວ​ຂອງ​ຕົນ​ເພື່ອ​ກະກຽມ​ຈັດ​ງານ​ດອງ. ປະຈຸ​ບັນ, ​ໃນ​ງານ​ດອງ​ຂອງ​ຊາວ​ເຜົ່າ​ເວິນ​ກ່ຽວ ຍັງ​ຄົງ​ຮັກສາ​ປະ​ເພນີ​ທີ່​ເປັນ​ມູນ​ເຊື້ອຫຼາຍ​ຢ່າງ​ໄວ້​ຢູ່.

ປະເພນີແຕ່ງງານຂອງຊາວເຜົ່າເວິນກ່ຽວ - ảnh 1

ຄູ່ເຈົ້າບ່າວ, ເຈົ້າສາວໃນງານດອງ

        ປະຈຸ​ບັນ, ​ເຖິງ​ວ່າຊີ​ວິດ​ຂອງ​ຊາວ​ເຜົ່າ​ເວິນ​ກ່ຽວ ຢູ່​ກວາງ​ຈີ້ ​ໄດ້​ມີ​ການປ່ຽນ​ແປງ​ຫຼາຍ​ຢ່າງ, ນັບ​ແຕ່​ການ​ນຸ່ງ​ຖື, ຕະຫຼອດ​ຮອດການ​ດຳ​ເນີນ​ຊີວິດກໍ່ຕາມ, ​ແຕ່ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງຊາວ​ເຜົ່າ​ເວິນ​ກ່ຽວ ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້​ຢູ່. ​ໃນ​ງານ​ດອງ, ຊາວ​ເຜົ່າ​ເວິນ​ກ່ຽວ ຍັງ​ຮັກສາ​ປະ​ເພນີ​ມອບ​ດາບຂອງ​ເຈົ້າ​ບ່າວ​ໃຫ້​ເຈົ້າ​ສາວ. ​ໃນ​ວັນ​ຕ້ອນຮັບ​ເຈົ້າ​ສາວ, ຄອບຄົວ​ຝ່າຍ​ເຈົ້າ​ບ່າວ​ຕ້ອງ​ກະກຽມ​ເຄື່ອງ​ຂອງ​ໄປ​​ຂໍ​​ເຈົ້າ​ສາວ, ​ແມ່ນ​ໝໍ້​ທອງ​ໜ່ວຍ​ໜຶ່ງ, ​ເງິນຫຼຽນ ​ແລະ ດາບ​ດວງ​ໜຶ່ງ. ດາບ​ແມ່ນ​ເຄື່ອງ​ຂອງ​ສຳຄັນ​ກວ່າ​ໝູ່ ​ເພື່ອມອບ​​ໃຫ້​ເຈົ້າ​ສາວ. ດັ່ງ​ນັ້ນພາຍຫຼັງ​ເຮັດ​ພິທີ​ນີ້​ສຳ​ເລັດ, ​ເຈົ້າ​ສາວ​ຈຶ່ງສາມາດ​ອອກ​ຈາກ​ຄອບຄົວຂອງ​ຕົນ​ໄປ​ຍັງ​ຄອບຄົວ​​ເຈົ້າ​ບ່າວໄດ້. ປະ​ເພນີ​ມອບ​ດາບ​ໃນ​ງານ​ດອງ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ສຳລັບ​ຊາວ​ເຜົ່າ​ເວິນ​ກ່ຽວ. ດາບ​ເປັນ​ສັນຍາ​ລັກ​ໃຫ້​ຄວາມ​ສະໜິດ​ຕິດ​ພັນ​ລະຫວ່າງ​ຜົວ​ເມຍ, ​ເປັນ​ສັນຍາ​ລັກ​ໃຫ້​ກຳລັງ​ແຮງ​ຂອງ​ຜູ້​ຊາຍ. ຍ້ອນ​ເຫດ​ນັ້ນ, ​ໃນ​ຄອບຄົວ​ຊາວ​ເຜົ່າ​ເວິນ​ກ່ຽວ​ ຖ້າມີ​ລູກ​ຊາຍ​​ເທົ່າ​ໃດ​ຄົນ ​ກໍ່​ຕ້ອງ​ກະກຽມ​ດາບ​​ໄວ້ເທົ່າ​ນັ້ນດວງ.

        ຊາວ​ເຜົ່າ​ເວິນ​ກ່ຽວ ​ເຄີຍ​ຮັບ​​ເຈົ້າ​ສາວ​ໃນ​ຕອນ​ແລງ, ​ເພາະ​ຕາມ​ທັດສະນະ​ຂອງ​ເຂົາ​ເຈົ້າ​ແລ້ວ, ນັ້ນ​ແມ່ນ​ເວລາ​ທີ່​ເທວະ​ດາ​, ແມ່ນຳ້​ລຳ​ເຊ… ມາ​ຫາ​ຊາວບ້ານ. ຄອບຄົວ​ຝ່າຍ​ເຈົ້າ​ບ່າວ​ມາ​ຮັບ​ເຈົ້າ​ສາວ​ຈະ​ຢູ່​ຄ້າງ​ຄືນ​ກັບ​ຄອບ​ຄົວ​ເຈົ້າ​ສາວ. ​ເມື່ອ​ໄປ​ຮອດ​ຄອບຄົວຜົວ, ​ເຈົ້າ​ສາວ​ຕ້ອງ​ເຂົ້າ​ປະຕູ​ຕົ້ນຕໍ. ທ່ານ ​ໂຮ່ວັນ​ຕັງ, ຢູ່​ບ້ານ​ແຄ​ຕັງ, ​ໃຫ້​ຮູ້​ວ່າ:

        “​ເມື່ອ​ຈັດ​ພິທີ​ຕ້ອນຮັບ​ເຈົ້າ​ສາວ, ​ເຂົາ​ເຈົ້າ​ຕ້ອງ​ວາງ​ກ້ອນ​ຫີນ​ຢູ່​ກາງ​ຂັ້ນ​ໄດ​​ເພື່ອໃຫ້​​ເຈົ້າ​ສາວ​ ​ແລະ ​ເຈົ້າ​ບ່າວ​ຢຽບ​​​ເອົາກ້ອນ​ຫີນ ກ່ອນ​ທີ່ຈະ​ກ້າວ​ ເຂົ້າປະຕູເຮືອນ, ​ເພື່ອ​ມີ​ອາຍຸ​ ​ແລະ ມີ​ຄວາມ​ຮັກຍືນ​ຍົງຄື​ກ້ອນ​ຫີນ. ກ້ອນ​ຫີນ​ເປັນ​ສັນຍາ​ລັກ​ແຫ່ງ​ຄວາມສຸກ, ອາຍຸ​ຍືນ, ທັງ​ເປັນ​ການ​ລາຍ​ງານ​ໃຫ້​ບັນພະບຸລຸດ​ວ່າ​ລູກ​​ໃພ້​ໄດ້​ມາ​ແລ້ວ“.

ປະເພນີແຕ່ງງານຂອງຊາວເຜົ່າເວິນກ່ຽວ - ảnh 2

ດາບຂອງເຈົ້າບ່າວມອບໃຫ້ເຈົ້າສາວ

        ​ເມື່ອ​ລູກ​ໃພ້​ກຽມ​ຈະ​ກ້າວ​ເຂົ້າ​ເຮືອນ, ​​ແມ່​ຜົວ​ກໍ່​ກຳ​ກະ​ບວຍ​ນຳ້​ຫົດ​ໃສ່​ຕີນ​ລູກ​ໃພ້, ດ້ວຍ​ຄວາມ​ຫວັງ​ລົບ​ລ້າງ​ຄວາມ​ຫຍຸ້ງຍາກ, ລຳບາກ​ທຸກ​ຢ່າງ ​ແລະ ພາວະນາ​ຂໍ​ໃຫ້​ຄູ່​ຜົວ​ເມຍ​ມີ​ຄວາມ​ຜາ​ສຸກ, ປະສົບ​ແຕ່​ຄວາມ​ໂຊກ​ດີ. ຄອບຄົວ​ຝ່າຍ​ຜົວ​ກະກຽມ​ເຄື່ອງ​ຂອງ​ບູຊາ​ຢ່າງ​ຄົບ​ຖ້ວນ, ລວມມີ: ຊີ້ນ, ​ເຫຼົ້າ, ໝາກ​ໄມ້, ດອກ​ໄມ້ ​ເພື່ອ​ຖະຫວາຍ ​ແລະ ​ແຈ້ງ​ຕໍ່​ບັນພະບຸລຸດ​ວ່າ​ຄອບຄົວ​ໄດ້​ມີ​ສະມາຊິກ​ໃໝ່​ຕື່ມ​ອີກ​ຜູ້​ໜຶ່ງ. ທ່ານ ​ໂຮ່ວັນ​ຕັງ, ​ໃຫ້​ຮູ້​ວ່າ:

        “​ເມື່ອ​ເຂົ້າ​ເຮືອນ​ແລ້ວ​ຈຶ່ງ​ທຳ​ພິທີ​ບູຊາ, ​ເຄື່ອງ​ຂອງ​ບູຊາ​ລວມມີ​ຊີ້ນໄກ່​ຫຼື​ຊີ້ນ​ໝູ, ຕີນ​ສິ້ນ​ຂອງ​ຜູ້​ສາວ ​ແລະ ກະ​ຕ່ຽວ​ຂອງ​ຜູ້​ຊາຍ, ​​ເພື່ອລາຍ​ງານ​ຕໍ່​ບັນພະບຸລຸດ​ວ່າ​ຄອບຄົວ​ມີ​ສະມາຊິກ​ຄົນ​ໃໝ່ຕື່ມ​ອີກ“.

ປະເພນີແຕ່ງງານຂອງຊາວເຜົ່າເວິນກ່ຽວ - ảnh 3

ໝໍ້​ທອງ​ໂດຍຄອບຄົວ​ຝ່າຍ​ເຈົ້າ​ບ່າວກະກຽມເພື່ອໄປ​​ຂໍ​​ເຈົ້າ​ສາວ

​        ​ແຂກ​ເຂົ້າ​ຮ່ວມ​ງານ​ດອງ​ເຄີຍ​ນຳ​ເອົາ​ເຂົ້າໜົມ​ໄຢ່, ​ສິ້ນ​ມອບ​ໃຫ້ຄູ່​ຜົວ​ເມຍ​​ແລະ​ອວຍພອນ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ຜາ​ສຸກ​ຕະຫຼອດ​ໄປ. ນອກ​ນັ້ນ​ເຂົາ​ເຈົ້າ​ຍັງ​ຂັບ​ຮ້ອງອວຍພອນ​ໃຫ້​ຄອບຄົວ​ທັງ​ສອງ​ອີກ. ທ່ານ ຕັງ ​ໃຫ້​ຮູ້​ວ່າ, ​ໃນ​ວັນ​ສຳຄັນ​ນີ້, ​ແມ່ຜົວຍັງສະຫງວນ​ເວລາ​ສັ່ງສອນ, ຕັກ​ເຕືອນ​ຄູ່​ຜົວ​ເມຍ​ກ່ຽວ​ກັບ​ການ​ປະ​ພຶດຕໍ່​ໃນ​ຊີວິດການ​ເປັນ​ຢູ່​ອີກ.

        “ພາຍຫຼັງ​ທຳ​ພິທີ​ບູຊາ, ​ແຜ່​ຜົວ​ກໍ່ຕັກ​ເຕືອນສອງຜົວ​ເມຍ​ກ່ຽວ​ກັບ​ວິທີ​ທຳ​ມາ​ຫາ​ກິນ, ການ​ຕ້ອນຮັບ​ແຂກ, ​ເມື່ອ​ພົບ​ປະ​ກັບ​ຜູ້​ໃຫຍ່​, ຜູ້​ນ້ອຍ​ແມ່ນ​ຕ້ອງ​ມີ​ການ​ປະພຶດ​ຄື​ແນວ​ໃດ.

        ຊາວ​ເຜົ່າ​ເວິນ​ກ່ຽວ ​ເຄີຍ​​ເລືອກ​ວັນ​ຄູ່​ຄື, ​ວັນ​ທີ 6, 8, 10, 16, 18 ຂອງ​ຊຸມ​ເດືອນ​ຕົ້ນ​ປີ ​ແລະ ທ້າຍ​ປີ​​ເພື່ອ​ຈັດ​ງານ​ດອງ. ພາຍຫຼັງ​ຈັດງານ​ດອງ​ທີ່​ເປັນທາງ​ການ​ແລ້ວ, ຊາວ​ເວິນ​ກ່ຽວ ຍັງ​ຈັດ​ງານ​ດອງ​ເທື່ອ​ທີ 2 ອີກ, ​ເຊິ່ງ​ເອີ້ນ​ວ່າ​ພິທີ​ສຳ​ເລັດ, ຖ້າ​ບໍ່​ທັນຈັດ​ງານ​ດອງ​ເທື່ອ​ທີ​ສອງ​ນີ້, ​ເມື່ອ​ມາ​ຢາມ​ຄອບຄົວ​ຝ່າຍ​ເມຍ, ຄູ່​ຜົວ​ເມຍ​ຈະ​ບໍ່​ໄດ້​ຂຶ້ນ​ເຮືອນ​ຢ່າງ​ເດັດຂາດ. ຍ້ອນ​ປະ​ເພນີ​ດັ່ງກ່າວ, ​ເຮັດ​ໃຫ້​ຄູ່​ຜົວ​ເມຍ, ​ເຖິງ​ວ່າ​ຈະ​ຫຍຸ້ງຍາກ​ຄື​ແນວ​ໃດ​ກໍ່​ພະຍາຍາມ​ປະຢັດ​ເພື່ອ​ປະຕິບັດ​ງານ​ດອງ​ເທື່ອ​ທີ​ສອງ​ໃຫ້​ສຳ​ເລັດ. ປະ​ເພນີ​ແຕ່ງດອງ​ເທື່ອ​ທີ​ສອງ​ກໍ່​ຄື​ກັນ​ກັບ​ເທື່ອ​ທຳ​ອິດ, ​ແຕ່​ເຄື່ອງ​ຂອງ​ບູຊາ​ພັດ​ມີ​ມູນ​ຄ່າ​ສູງ​ກວ່າ. ຊາວ​ຫວຽດນາມ​ຖື​ວ່າ, ນີ້​ແມ່ນ​ວິທີ​ເພື່ອ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສະໜິດ​ຕິດ​ພັນ, ຮັກ​ແພງ​ກວ່າ ​ແລະ​ມີ​ຄວາມສຸກ​ຕະຫຼອດ​ຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ