ປະເພນີແຕ່ງດອງທີ່ເປັນເອກະລັກສະເພາະຂອງຊາວເຜົ່າຊ໋ານຈີ


(vovworld) - ຫນຶ່ງໃນບັນດາວັດທະນະທຳທີ່ເປັນເອກະລັກສະເພາະ​ເຊິ່ງຊາວເຜົ່າຊ໋ານຈີ ຢູ່ແຂວງບັກຢາງ ຍັງຄົງຮັກສາໄວ້ໃນປະຈຸບັນ,  ນັ້ນແມ່ນ ປະເພນີແຕ່ງດອງ, ນີ້ແມ່ນພິທີສະເພາະທີ່ດຳເນີນຕາມປະເພນີຂອງຊົນເຜົ່າ ເພື່ອໃຫ້ຄູ່ບ່າວສາວສ້າງເປັນຄອບຄົວໃໝ່.ໃນລາຍການ54ຂົນເຜົ່າຫວຽດນາມພາກນີ້,ເຊີນທ່ານຮັບຟັງບົດຂຽນ ຂອງນັກຂ່າວ ລານແອງ ທີ່ແນະນຳ ກ່ຽວກັບປະເພນີແຕ່ງດອງທີ່ເປັນເອກະລັກສະເພາະຂອງຊົນເຜົ່າຊ໋ານຈີ ຢູ່ເມືອງ ລູກງ້ານ, ແຂວງບັກຢາງ.

ປະເພນີແຕ່ງດອງທີ່ເປັນເອກະລັກສະເພາະຂອງຊາວເຜົ່າຊ໋ານຈີ - ảnh 1

ເມື່ອຄອບຄົວເຈົ້າບ່າວມາ, ຄອບຄົວເຈົ້າສາວເຊີນກິນເຫຼົ້າ ແລະ ແອ່ວຄ່າສິນສົມລົດ

(ພາບ: ອິນເຕີແນດ)

          ກ່ອນທີ່ຈະແຕ່ງດອງ, ຊາວຊ໋ານຈີ  ຕ້ອງດຳເນີນພິທີຕ່າງໆ ເຊັ່ນ: ພິທີ​ຂໍ​ເມຍ, ​ເບິ່ງ​ຊາຕາ, ສູ່ຂໍ, ​ແອ່ວຄ່າ​ສິນ​ສົມລົດ,ພິທີ​ຕ້ອນຮັບເຈົ້າສາວ... ໃນນັ້ນ ສູ່ຂໍແມ່ນພິທີທີ່ເປັນເອລັກສະເພາະທີ່ສຸດ. ພິທີນີ້ເຄີຍຈັດຕັ້ງໃນລະດູບານໃໝ່, ຫຼືໃນໂອກາດບໍ່ຕິດຄາກັບວຽກງານກະສິກຳ ແລະຖືກຈັດຕັ້ງພາຍຫຼັງພິທີຂໍ​ເມຍ, ​ເບິ່ງ​ຊາຕາ, ​ແອ່ວ​ຄ່າ​ສິນສົມລົດ. ຊາວເຜົ່າຊ໋ານຈີ ເຄີຍເລືອກວັນທີ 1 ຫຼືວັນທີ  15 ໄລ່ຕາມຈັນທະປະຕິທິນເພື່ອຈັດພິທີສູ່ຂໍ. ພິທີູ່ສູ່ຂໍຢູ່ຄອບຄົວ​ເຈົ້າສາວຖືກ​ຈັດ​ຂຶ້ນ​ແບບທຳມະດາງ່າຍດາຍ.ດ້ວຍຈຸດປະສົງເພື່ອໃຫ້ຄອບຄົວເຈົ້າບ່າວແລະຄອບຄົວ​ເຈົ້າສາວ ປຶກສາຫາລື,ຕົກລົງ​ບັນຫາ​ເຄື່ອງຂອງໃຫ້ວັນແຕ່ງດອງ.ໃນວັນສູ່ຂໍ,ຄອບຄົວ​ເຈົ້າບ່າວແຕ່ງຕັ້ງພໍ່ສື່ ແລະ ຊາວໜຸ່ມ  4 ຄົນນຳເອົາເຄື່ອງຂອງບູຊາ​ໄປ​ຍັງຄອບຄົວ​ເຈົ້າສາວເພື່ອຂໍ​ໄດ້ຈັດ​ພິທີ​ສູ່ຂໍ. ຜູ້​ເປັນພໍ່ສື່ນັ້ນຕ້ອງ​ແມ່ນ​ຄົນ​ນອກວົງ ຕະກຸນ,ທັງເປັນເຈົ້າຂອງໃນຄອບຄົວທີ່ມີເມຍ,ລູກຢ່າງພ້ອມພຽງແລະໄດ້ຮັບຄວາມນັບຖືຈາກທຸກຄົນ.ທັງເປັນຄົນ ຊ່າງເວົ້າ, ມີຄວາມຮູ້ຫລາຍກ່ຽວກັບຮີດຄອງປະເພນີຂອງຊົນເຜົ່າອີກ. ຈຸດທີ່ເປັນເອກະລັກສະເພາະໃນພິທີ ສູ່ຂໍຂອງຊາວເຜົ່າຊ໋ານຈີ ແມ່ນການຂັບກ້ຽວກັນລະຫວ່າງ ຄອບຄົວ​ເຈົ້າບ່າວ ແລະ ຄອບຄົວ​ເຈົ້າສາວ. ຄອບຄົວ​ເຈົ້າ​ບ່າວ​ຢາກ​ເຂົ້າ​​ໄປໃນ​ເຮືອນ​ ຂອງເຈົ້າ​ສາວ​ ຕ້ອງ​​ຂັບກ້ຽວ​ກັນກັບຄອບຄົວ​ເຈົ້າ​ສາວ​ເສຍ​ກ່ອນ ຈຶ່ງ​ຈະ​​​ເຂົ້າ​ໄປ​ໃນ​ເຮືອນ​ໄດ້​. ຖ້າ​ຫາກ​ວ່າ​ຄອຍ​ຄົວ​ເຈົ້າ​ບ່າວ​ຂັບ​ບໍ່​ຊະນະ​ຄອບຄົວ​ເຈົ້າ​ສາວ​ໄດ້ ຈະ​ຖືກ​ປັບ​ໃໝ​ດ້ວຍ​ການ​ດຶ່ມ​ເຫຼົ້າ, ຖ້າ​ບໍ່ດຶ່ມຈະຖືກ​ຖອກ​​ເຫຼົ້າ​ໃສ​່ຫົວ. ​ເມື່ອ​ພິທີ​ສູ່ຂໍ​ສຳ​ເລັດ ກ​່ອນທີ່​ຈະ​ອອກ​​ຈາກ​ເຮືອນ​ຂອງ​ເຈົ້າ​ສາວ, ສະມາ​ຊິກ​ແຕ່ລະຄົນ​ໃນ​ຄະນະ​ສູ່ຂໍ, ບໍ່​ນັບ​ພໍ່​ສື່ ລ້ວນ​ແຕ່​ທາ​ຂີ້​ໝິ້ນໝໍ້ໃສ່​ໜ້າ​ເພື່ອ​ໃຫ້​ການເດີນທາງ​ປະສົບ​ແຕ່​ສິ່ງ​ໂຊກ​ດີ ​ແລະ ບໍ່​ໃຫ້ຜີ​ສາງ​ນາງ​​ໄມ້ລົບ​ລວນ. ປ້າ ລີ໋ທິນໍາ ຢູ່​ຕາ​ແສງ ກຽນ​ລາວ, ​ເມືອງ​ລຸກ​ງ້າ​ນ ​ໃຫ້​ຮູ້​ວ່າ: ພາຍຫຼັງ​ພິທີ​ສູ່ຂໍ ​ເຊິ່ງ​ແມ່ນ​ເວລາ​ທີ່​ສອງ​ຄອບຄົວ​ໄປມາຫາ​ກັນ ​ແລະ ຄູ່​ບ່າວ​ສາວ​ຊອກ​ຮູ້​​ກັນນັ້ນ ອາດ​ຈະ​ແກ່​ຍາວ​ແຕ່ 1 ຫາ 3 ປີ.

        “ຄື​ຂ້າພະ​ເຈົ້າ​ເອງ ຫຼັງ​ຈາກ​ສຳ​ເລັດ​ພິທີ​ສູ່ຂໍ​ແລ້ວ 3 ປີ​ຈຶ່ງ​ໄດ້​ຈັດ​ງານ​ດອງ. ​ໃນ​​ເວລາ 3 ປີ​ນັ້ນ ​ຜົວຂອງ​ຂ້າພະ​ເຈົ້າ​ຍັງ​ໄປ​ຮຽນ ສ່ວນ​ຂ້າພະ​ເຈົ້າ​​ຢູ່​ເຮືອນ. ສອງ​ຄົນ​ພວກ​ຂ້າພະ​ເຈົ້າ​ແມ່ນ​ຢູ່​ເຮືອນ​ໃຜ​ເຮືອນ​ມັນ. ​ເມື​່ອຂ້າພະ​ເຈົ້າ​ມີອາຍຸ​ໄດ້ 20 ປີ​ຈຶ່ງ​ຈັດ​ງານ​ດອງ. ພິທີ​ສູ່ຂໍ​ນີ້​ແມ່ນ​ສະ​ແດງ​ໃຫ້​ເຫັນ​ວ່າ ຕົນ​ເອງ​ມີ​ຄູ່​ຄອງ​ແລ້ວ ​​ບໍ່​ມີ​ໃຜສາມາດ​ມາ​ລົມ​ກັນໄດ້​ອີກ”.

ປະເພນີແຕ່ງດອງທີ່ເປັນເອກະລັກສະເພາະຂອງຊາວເຜົ່າຊ໋ານຈີ - ảnh 2

ຄອບຄົວເຈົ້າສາວເຊີນຄອບຄົວເຈົ້າບ່າວຄ້ຽວໝາກ

(ພາບ: ອິນເຕີແນດ)

        ​ໂດຍ​ຕ່າງ​ກັບ​ຫຼາຍ​ຊົນ​ເຜົ່າ, ຊາວ​ເຜົ່າຊ໋ານຈີ ​ຢູ່ ເມືອງ​ລຸກ​ງ້າ​ນ ບໍ່​ແອ່ວຄ່າ​ສິນ​ສົບ​ລົດດ້ວຍໂສ້ງ​ເສື້ອ​ໃຫ້​ລູກ​ສາວ​ຂອງ​ຕົນ ​ເພາະ​ໂສ້ງ​ເສື້ອ​ນັ້ນ​ ໂດຍ​ລູກ​ສາວ​ຂອງ​ຕົນ​ເປັນ​ຜູ້​ປູກ​, ຕໍ່​າ​, ຫຍິບ​ເອງ ​ໃນ​ເວລາ 3 ປີ​ລໍຖ້າ​ວັນ​ແຕ່ງງານ. ກ່ອນ​ການ​ແຕ່ງງານ​ໜຶ່ງ​ເດືອນ, ຄອບຄົວ​ປ້າ​ລຸງ, ອາວ​ອາຝ່າຍ​ເຈົ້າ​ສາວ​​ເຄີຍຜັດປ່ຽນ​ກັນຈັດພາ​ເຂົ້າ​ເຊີນ​ເຈົ້າ​ສາວມາ​ກິນ​ເພື່ອ​​ອຳ​ລາ​ ກ່ອນ​ທີ່​ຈະ​ໄປ​ຢູ່​ນຳ​ຜົວ. ການ​ພົບ​ປະ​ນີ້​ກໍ່​ແມ່ນ​ໂອກາດ​​ເພື່ອໃຫ້​ຜູ້​​ເປັນ​ປ້າ​​ລຸງ, ​​ອາວ​ອາ ​ສັ່ງສອນ​ຕັກ​​ເຕືອນ​ເຈົ້າ​ສາວ​ທຸກ​ສິ່ງ​ທຸກຢ່າງ. ​ເວລາ​ຢູ່​ເຮືອນ​ຜົວ ຕ້ອງ​ຮັກ​ລູກ​ຮັກ​ຜົວ, ດຸ​ໝັ່ນ​ອອກ​ແຮງ​ງານ, ນັບຖືຄອບ​ຄົວ​ຜົວ, ບໍ່​ໃຫ້​ນັ່ງ​ຕັນ​ປະຕູ, ບໍ່​​ໄດ້ນຸ່ງຖື​ເປີດ​ແປນ, ນອນ​ສວາຍ​ກໍ່​ຕ້ອງ​ນອນ​ຢູ່​ໃນ​ຫ້ອງ​, ບໍ່​​ໄດ້ນອນ​ຢູ່​ນອກ​ເຮືອນ.

        ກ່ອນຈັດ​ງານ​ດອງ 1 ວັນ, ຄອບຄົວ​ເຈົ້າ​ບ່າວຈະ​ນຳ​ເອົາ​ເຄື່ອງຂອງ​ງານ​ດອງມາ​ເຮືອນ​ເຈົ້າ​ສາວ ​ເພື່ອ​ໃຫ້​ຄອບຄົວ​ເຈົ້າ​ສາວ​ຈັດ​ພິທີ​, ເຊີນ​ພີ່​ນ້ອງ, ໝູ່​ເພື່ອນ. ພາຍຫຼັງ​ມອບ​​ເຄື່ອງ​ຂອງງານ​ດອງ​​​ໃຫ້​ຄອບຄົວ​ເຈົ້າ​ສາວ​ຄົບ​ຖ້ວນ​ແລ້ວ ​ຄະນະຄອບຄົວເຈົ້າ​ບ່າວກໍ່​ກັບ​​ເມືອ​ເຮືອນເລີຍ​ໂດ​ບບໍ່​ໄດ້ກິນ​ດຶ່ມ, ບໍ່​ໄດ້​ນອນ​ຄ້າງ​ຄືນ, ຖ້າວ່າ​ເຮືອນ​ຄອບຄົວເຈົ້າ​ສາວ​ຢູ່​ໄກ, ຄອບຄົວ​ເຈົ້າ​ບ່າວ​ຕ້ອງ​​ໄດ້ໄປ​ແຕ່​ເຊົ້າ ​ແລະ ກະກຽມ​ຂອງ​ກິນຕາມ​ທາງ​​ໃຫ້​ຄະນະ. ທ່ານ ຫຼື​ວັນ​ໝາກ, ຫົວໜ້າ​ບ້ານ ​ຮໍ້, ຕາ​ແສງ ກຽນ​ລາວ, ​ໃຫ້​ຮູ້​ວ່າ, ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ຄອບຄົວ​ເຈົ້າ​ບ່າວ​ຈະຈັດ​ຄະນະ​​ໄປ​ຍັງ​ຄອບຄົວ​ເຈົ້າ​ສາວ​ເພື່ອ​ຂໍ​ເຈົ້າ​ສາວ.

        “ຄອບຄົວ​ເຈົ້າ​ບ່າວ​ໄປຮັບ​ເຈົ້າ​ສາວ​ມີ​ພໍ່​ສື່ ​ແລະ ​ເດັກ​ຍິງ​ສອງ​ຄົນ​ໄປ​ພ້ອມ, ​ເຄື່ອງ​ຂອງ​ເອົາ​ໄປ​ນຳ​ລວມມີ​ຜ້າ​ຫົ່ມ, ມຸ້ງ, ​ໄກ່ ​ແລະ ຄວາຍ​, ນອກ​ນັ້ນ​ຍັງ​ມີ​ຊີ້ນ​ໝູ່ 140 ກິ​​ໂລກຼາມ, ​ເຂົ້າໜຽວ 1 ຫາບ, ​ເຂົ້າຈ້າວ 1 ຫາບ, ​ໃບ​ພູ, ໝາກຄ້ຽວ, ​ເຫຼົ້າ​ແຕ່ 60-80 ​ແກ້ວ. ​ເຄື່ອງ​ຂອງ​ທັງ​ໝົດ​ຕ້ອງ​ຫາບ, ຫາກ​ບໍ່​ໄດ້​ຂົນ​ສົ່ງ​ດ້ວຍ​ລົດຈັກ“.

ປະເພນີແຕ່ງດອງທີ່ເປັນເອກະລັກສະເພາະຂອງຊາວເຜົ່າຊ໋ານຈີ - ảnh 3

ຕາມປະເພນີຄອບຄົວເຈົ້າບ່າວຕ້ອງກິນເຫຼົ້າ ແລະ ຂັບກ້ຽວຊະນະຄອບຄົວເຈົ້າສາວຈຶ່ງໄດ້ເຂົ້າເຮືອນ

(ພາບ: ອິນເຕີແນດ)

        ຕອນ​ເຊົ້າ​ມື້​ຕໍ່​ມາ, ຄະນະ​ຄອບຄົວ​ເຈົ້າ​ບ່າວ, ​ໂດຍ​ພໍ່​ສື່ ​ແລະ ​ເດັກ​ຍິງ 2 ຄົນ ຈະ​ໄປ​ຮັບ​ເຈົ້າ​ສາວ. ບົນ​ເສັ້ນທາງ​ໄປ, ​ເມື່ອ​ຂ້າມ​​ຂົວ, ຫ້ວຍ​ແຕ່ລະ​ແຫ່ງ, ພໍ່​ສື່​ກໍ່​ຕ້ອງ​ປ່ອຍ​ເງິນ​ອັດ​ລົງ​ເພື່ອ​ຊື້​ທາງ, ​ຂັບ​ໄລ່​ຜີ​ສາງ​​ເພື່ອໃຫ້​ເຈົ້າ​ສາວ​ຜ່ານ​ໄປ​ເອງ. ທ່ານ ຫຼີວັນ​ໝາກ, ​ໃຫ້​ຮູ້, ​ເມື່ອ​ມາ​ຮອດ​ຄອບຄົວ​ເຈົ້າ​ບ່າວ, ​ເຈົ້າ​ສາວ ​ແລະ ໝູ່​ເພື່ອນ​ບໍ່​ໄດ້​ເຂົ້າ​ເຮືອນ​​ເລີຍ, ຫາກ​ຕ້ອງ​ຢືນ​ອ້ອມ​ກັນຢູ່​ນອກ.

        “ຄອບຄົວ​ເຈົ້າ​ບ່າວ​ຈະ​ໃຫ້​ຜູ້​ໜຶ່ງ​ນຳ​ເອົາ​ໃບ​ພູ​ໝາກ​ຄ້ຽວ​ມາ​ເຊີນ​ຄອບຄົວ​ເຈົ້າ​ສາວ, ​ແຕ່​ດ້ວຍ​ເງື່ອນ​ໄຂ​ຕ້ອງ​ຊອກ​ຫາ​ເຈົ້າ​ສາວ​​ໃຫ້ໄດ້, ໝູ່​ເພືອນຂອງ​ເຈົ້າ​ສາວ​ຈຶ່ງ​ຮັບ​ໃບ​ພູ​ໝາກ​ຄ້ຽວ, ຖ້າ​ຊອກ​ຫາ​ເຈົ້າ​ສາວ​ບໍ່​ໄດ້, ພີ່ນ້ອງຄອບຄົວ​​ເຈົ້າສາວຈະ​ບໍ່​ເຂົ້າ​ເຮືອນ​ຢ່າງ​ເ​ດັດ​ຂາດ“.

​        ວັນ​ແຕ່ງດອງຂອງ​ຄອບຄົວ​ຊາວ​ເຜົ່າ ຊ໋ານຈີ ກໍ່​ແມ່ນ​ວັນ​ມ່ວນ​ຊື່ນ​ຂອງ​ປະຊາຊົນ​ທັງ​ໝູ່ບ້ານ. ຮອດ​ຍາມ​ຄຳ່​ຄືນ, ພວກບ່າວ​ສາວ​ພ້ອມ​ກັນຈະ​​ຂັບ​ກ້ຽວ​ຕະຫຼອດ​ຄືນເພື່ອອວຍພອນ​​ໃຫ້ເຈົ້າ​ບ່າວ, ​ເຈົ້າ​ສາວ​ມີ​ຄວາມຜາສຸກ ແລະ ຮັກ​ແພງ​ກັນ​ຕະຫຼອດ​ຊີວິດ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ