ປະເພນີແອ່ວຄ່າສິນສົມລົດຂອງຊາວເຜົ່າໄຕ


(vovworld) - ກໍ່​ເຊັ່ນ​ດຽວ​ກັບ​ຫຼາຍ​ຊົນ​ເຜົ່າ​ຢູ່​ຫວຽດນາມ, ສຳລັບ​ຊົນ​ເຜົ່າ​ໄຕ, ການ​ສ້າງ​ຄອບຄົວ​ໃຫ້​ລູກ​ແມ່ນ​ວຽກ​ງານ​ສຳຄັນທີ່​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ທັງ​ຄອບຄົວ ​ແລະ ວົງ​ຕະກຸນ. ດັ່ງ​ນັ້ນ​ງານ​ແຕ່ງດອງ​ຈຶ່ງ​ມີ​ຫຼາຍ​ພິທີການ ​ແລະ ​ໄດ້​ຮັບ​ການ​ກຳນົດ​ຢ່າງ​ເຄັ່ງ​ຄັດ. ຜ່ານ​ພິທີການ​ຕ່າງໆ, ​ເຈົ້າ​ບ່າວ​ຊາວ​ເຜົ່າ​ໄຕ​ຕ້ອງ​ສະ​ແດງ​ໃຫ້​ຄອບຄົວ​ຝ່າຍ​ເຈົ້າ​ສາວ​ເຫັນ​ໄດ້​ຄວາມ​ສະຫຼາດ​ສະຫຼຽວ, ຄວາມ​ຮັກ ກໍ່​ຄື​ຄວາມ​ສາມາດ​ນຳ​ເອົາ​ຄວາມ​ຜາ​ສຸກ​ມາ​ໃຫ້​ແຟນຂອງ​ຕົນ. ຕາມ​ປະ​ເພນີ​ທີ່​ເປັນ​ມູນ​ເຊື້ອຂອງ​ຊາວ​ເຜົ່າ​ໄຕ, ລາຍ​ຈ່າຍ​​ເກືອບທັງ​ໝົດ​ໃນ​ງານ​ດອງ​ໂດຍ​​ແມ່ນຄອບຄົວ​ຝ່າຍ​ເຈົ້າ​ບ່າວ​ຈ່າຍ​ເອງ, ສ່ວນ​ຄອບຄົວ​ຝ່າຍ​ເຈົ້າ​ສາວພຽງ​ແຕ່​ໜູນ​ຊ່ວຍ​ສ່ວນ​ໃດ​ສ່ວນ​ໜຶ່ງ​ເທົ່າ​ນັ້ນ. ​ເພື່ອສະ​ແດງ​ໃຫ້​ເຫັນ​ວ່າ​ຄອບຄົວ​ຕົນ​ສາມາດ​ເປັນ​ບ່ອນ​ອີງ​ຢ່າງ​ໝັ້ນຄົງ​ໃຫ້​ແກ່​ລູກ​ໃພ້, ​ເຖິງ​ວ່າ​ຈະ​ຫຍຸ້ງຍາກ​ຄື​ແນວ​ໃດ, ​ຄອບຄົວ​ຝ່າຍ​ເຈົ້າ​ບ່າວ​ກໍ່​ຕ້ອງ​ຕອບ​ສະໜອງ​ສິນ​ສົມລົດຢ່າງ​ພຽງພໍ​ໃຫ້​ແກ່​ຄອບຄົວ​ຝ່າຍ​ເຈົ້າ​​ສາວ.

ປະເພນີແອ່ວຄ່າສິນສົມລົດຂອງຊາວເຜົ່າໄຕ - ảnh 1

ງານດອງຂອງຊົນເຜົ່າໄຕ


ກ່ອນ​ນີ້​, ​ເລື່ອງ​ສ້າງ​ຄອບຄົວ​ໃຫ້​ລູກ​ເຕົ້າ​ຂອງ​ຊາວ​ເຜົ່າ​ໄຕມີ​ລັກສະນະ “ພໍ່​ແມ່​ວາງ​ຢູ່​ບ່ອນ​ໃດ​ຕ້ອງ​ນັ່ງ​ຢູ່​ບ່ອນ​ນັ້ນ“, ​ແຕ່​ກໍ່​ມີ​ຫຼາຍຄອບຄົວຈັດງານ ດອງອີງ​​ໃສ່ຄວາມ​ຮັກ​ຂອງຄູ່​ບ່າວ​ສາວ. ພາຍຫຼັງ​ຄູ່​ບ່າວ​ສາວ​ມັກຮັກ​ກັນ​​ໄດ້ໄລຍະ​ໜຶ່ງ, ຄອບຄົວ​ຝ່າຍ​ເຈົ້າ​ບ່າວຈະ​ຈັດ​ຜູ້ຕາງໜ້າ, ​ເຊິ່ງ​ແມ່ນ​ອາວ​, ລຸງ ຫຼື​ຜູ້​ເຖົ້າ​ແກ່​ທີ່​ມີ​ອິດ​ທິພົນ​ຊື່​ສຽງໃນ​ບ້ານມາຫາຄອບຄົວ​ຝ່າຍ​ເຈົ້າ​ສາວ​ຂໍ​ເມຍ ​ແລະ ຂໍ​ໃບຊາຕາ​ຂອງ​ເຈົ້າ​ສາວ​ມາ​ເພື່ອ​ປຽບທຽບອາຍຸກັບ​ລູກ​ຊາຍ​ຂອງ​ຕົນ.

ພາຍຫຼັງ​ຮູ້​ວ່າໃບຊາຕາຂອງ​ຄູ່​ບ່າວ​ສາວ​ແມ່ນ​ສົມ​ກັນ, ຄອບຄົວ​ຝ່າຍ​ເຈົ້າ​ບ່າວ​ຈະ​ເລືອກ​ມື້​ສັນ​ວັນ​ດີ, ຈັດ​​ເອົາ​ເຖົ້າ​ແກ່​ລຸງ​ຕາ, ​ຍາດຕິ​ພີ່ນ້ອງ, ນຳ​ເອົາ​ເຄື່ອງຂອງມາ​ຄອບຄົວ​ຝ່າຍ​ເຈົ້າ​ສາວ​ເພື່ອ​ຈັດ​ງານ​ໝັ້ນ​ເມຍ. ສ່ວນ​ຄອບຄົວ​ຝ່າຍ​ເຈົ້າ​ສາວກໍ່​ເຊີນ​ຜູ້​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​​ໃນ​ວົງ​ຕະກຸນມາ, ​ເພື່ອ​ເຫັນ​ດີ​ກັບ​ຄອບຄົວ​ຝ່າຍ​ເຈົ້າ​ບ່າວ​ກ່ຽວ​ກັບ​ຄ່າ​ສິນສົມລົດ. ຕາມ​ທ່ານ ​ເຈິ່ນກວົກຮວຽນ, ຊາວ​ເຜົ່າ​ໄຕ​ຢູ່​ບ້ານ​ນາ​ຈ່າ, ຕາ​ແສງ​ຄ໋າງຈ໋ຽນ, ​ເມືອງ​ຈ່າງ​ດິ້ງ, ​ແຂວງ​ລ້າງ​ເຊີນ ​ແລ້ວ, ​ຄອບຄົວ​ຝ່າຍ​ເຈົ້າ​ບ່າວ​ກະກຽ​ມ​ຫຼາຍຢ່າງ​ທີ່​ສຸດ, ດ້ວຍ​ຊີ້ນ​ໝູ​ປະມານ 400 ກິ​ໂລກຼາມ, ​ໃນ​ນັ້ນຕ້ອງ​ນຳ​ໄປ​ຄອບຄົວ​ຝ່າຍ​ເຈົ້າ​ສາວ​ຢ່າງ​ໜ້ອຍ​ສຸດ​ແມ່ນ 100 ກິ​ໂລກຼາມ, ນອກນັ້ນ​ຍັງ​ມີ​ເຂົ້າໜົມ​ໄຢ່, ​ໄກ່​ຜູ້, ​ເຫຼົ້າ​ຂາວ ​ແລະ ​ເງິນ​ອີກ.

ພິທີ​ໝັ້ນ​ເມຍ, ຕ້ອງ​ຈັດພາ​ເຂົ້າ 3 ພາ. ສຳລັບ​ຄອບຄົວ​ມີ​ເງື່ອນ​ໄຂ ​ແລະ​ມີ​ອ້າຍ​ນ້ອງ​ຫຼາຍ​ຄົນ​ແມ່ນ​ຈັດ​ນັບ​ສິບ​ພາ​.. ​ໃນ​ມື້​ນັ້ນ​ສິ່ງຂອງທັງ​ໝົດ​ໂດຍ​ຄອບຄົວ​ຝ່າຍ​ເຈົ້າ​ບ່າວ​ຈ່າຍ​ເອງ. ​ໃນ​ເມື່ອ​ກ່ອນ​ຕ້ອງ​ມີ​ໝູ​ໂຕ​ໜຶ່ງ​ໜັກ 35 ກິ​ໂລກຼາມ, ​ເຂົ້າໜົມ​ໄຢ່ 60 ອັນ, ​ໄກ່​ບູຊາ​ບັນພະບຸລຸດ 2 ​ໂຕ, ​ເຫຼົ້າ 2 ​ແກ້ວຈຶ່ງຈັດ​ພິທີ​ໄດ້. ທັງ​ຄອບຄົວ​ຝ່າຍ​ເຈົ້າ​ບ່າວ ​ແລະ ​ເຈົ້າ​ສາວ​ພ້ອມ​ກັນ​ກິນ​ເຂົ້າ. ຫຼັງ​ຈາກ​ນັ້ນ​ຈຶ່ງ​ປຶກສາ​ຫາລືເຖິງ​ວັນ​ແຕ່ງດອງ. ​ຄອບຄົວ​ຝ່າຍ​ເຈົ້າ​ສາວ​​ໃນ​ປະຈຸ​ບັນເຄີຍແອ່ວ​ຄ່າ​ດອງປະມານ 25-30 ລ້ານ​ດົ່ງ“.

ປະເພນີແອ່ວຄ່າສິນສົມລົດຂອງຊາວເຜົ່າໄຕ - ảnh 2

ຄອບຄົວຝ່າຍເຈົ້າບ່າວນຳເອົາສິນສົມລົດມາໃຫ້ຄອບຄົວຝ່າຍເຈົ້າສາວ

ປ້າ​ຮ່ວາງ​ທິ​ເຟືອງ​ຢູ່​ບ້ານ​ເຕິ​ນ​ເລິບ, ຕາ​ແສງ​ມາຍ​ພາ, ນະຄອນ​ລ້າງ​ເຊີນ, ​ໃຫ້​ຮູ້​ວ່າ, ​ເລື່ອງ​ກະກຽມ​ສິ່ງ​ຂອງ​ໃນ​ງານ​ດອງ​ຢ່າງ​ຄົບ​ຖ້ວນ​ແມ່ນ​ມາດຖານ​ທຳ​ອິດ​ເພື່ອ​ຕີ​ລາຄາ​ເຈດ​ຈຳນົງ​ຂອງ​ຄອບຄົວ​ຝ່າຍ​ເຈົ້າ​ບ່າວ. ຖ້າ​ຫາກ​ຊີ້ນ​ໝູ​ນຳ​ມາ​ບໍ່​ຄົບ​ຖ້ວນ, ຍາດຕິ​ພີ່ນ້ອງ ​ແລະ ​ເພື່ອນ​ມິດ​ຄົວ​ຄົວ​ຝ່າຍ​ເຈົ້າ​ສາວຈະ​ສົງ​ໄສ ​ແລະ ​ຕີ​ລາຄາ​ຕຳ່.

ມັນ​ເປັນ​ປະ​ເພນີ​ແລ້ວ, ຢາກ​ໃຫ້​ຄອບຄົວ​ຝ່າຍ​ເຈົ້າ​ສາວ​ພໍ​ໃຈ​,​ ຄອບຄົວ​ຝ່າຍ​ເຈົ້າ​ບ່າວ​ຕ້ອງ​ນຳ​ສິ່ງ​ຂອງ​ມາ​ຢ່າງ​ຄົບ​ຖ້ວນ. ຕົວຢ່າງ​ຄື​ຊີ້​ນໝູ​​ເກີນ 5, 7 ກິ​ໂລກຼາມ​ແມ່ນ​ໄດ້, ຖ​້າຂາດ​ແມ່ນ​ບໍ່​ໄດ້. ກ່ອນ​ທີ່ຄອບຄົວ​ຝ່າຍ​ເຈົ້າ​ບ່າວ​ນຳ​ເອົາ​ສິ່ງ​ຂອງ​ມາ​ໃຫ້ຄອບຄົວ​ຝ່າຍ​ເຈົ້າ​ສາວ​ແມ່ນ​ຕ້ອງ​ກວດ​ຊັ່ງ​ກ່ອນຢ່າງ​ຖີ່​ຖ້ວນ“,

ກ່ອນ​ນີ້, ​ເມື່ອ​ເສດຖະກິດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​, ບໍ່​ແມ່ນ​ວ່າ​ຄອບຄົວ​ໃດ​ກໍ່​ສາມາດ​ກະກຽມ​ສິ່ງ​ຂອງ​ງານ​ດອງ​ຢ່າງ​ຄົບ​ຖ້ວນ​​ໃນ​ບາດ​ດຽວ​ໄດ້. ດັ່ງ​ນັ້ນ​ຄອບຄົວ​ທີ່​ມີ​ລູກ​ຊາຍ​ເຖິງ​ອາຍຸສ້າງ​ຄອບຄົວ, ​ເຂົາ​ເຈົ້າ​ລ້ວນ​ແຕ່​ກະກຽມ​ຊີ້ນ​ໝູ​ໃຫ້​ລູກ​ດ້ວຍ​ຮູບ​ການ “ຝາກ​ໝູ“. ທ່ານ ​ເຈິ່ນກວົກຮວີນ, ອະທິບາຍ​ວ່າ:

​ກ່ອນ​ນີ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ, ບໍ່​ມີ​ຫຍັງ​ໃຫ້​ໝູ​ກິນ, ພຽງ​ແຕ່​ລ້ຽງ​ດ້ວຍ​ຮຳ, ຜັກ​, ມັນ​ດາງ… ​ໝູ​ໃຫຍ່​ຊ້າ, ບາງ​ເທື່ອ​ລ້ຽງ​ໃນ​ເວລາ 1 ປີ ​ແຕ່​ໝູ​ໜັກ​ພຽງ 50-60 ກິ​ໂລກຼາມ​ເທົ່າ​ນັ້ນ​. ດັ່ງ​ນັ້ນຈຶ່ງ​ມີ​ຮູບ​ການ “ຝາກ​ໝູ“. ຕົວຢ່າງ​ຄື​ປີໜ້າຄອບຄົວຂ້າພະ​ເຈົ້າ​ກະກຽມ​ໃຫ້​ລູກ​ຊາຍ​ສ້າງ​ຄອບຄົວ, ຕ້ອງ​ອາ​ໄສ​ພີ່ນ້ອງ​ລ້ຽງ​ໝູ​ຊ່ວຍ“.

ປະຈຸ​ບັນ, ຮູບ​ການ “ຝາກ​ໝູ“ ​ໃນ​ງານ​ດອງ​ຂອງ​ຊາວ​ເຜົ່າ​ໄຕ ​ແມ່ນ​ບໍ່​ມີ​ອີກ, ​ເພາະວ່າ​ຄ່າ​ສິນ​ສົມລົດ​ບໍ່​ຫຼາຍ​ຄື​ແຕ່​ກ່ອນ, ​ແຕ່​ນຳ້​ໃຈ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ຂອງ​ພໍ່​ແມ່​ປະຊາຊົນ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້, ​ໂດຍ​ຜ່ານ​ຮູບ​ການ​ຊ່ວຍ​ເຫຼືອ​ດ້ານ​ວັດຖຸ, ຈິດ​ໃຈ​ ​ໃນ​ຊີວິດ​ປະຈຳ​ວັນ.

ຕອບກັບ

ຂ່າວ/ບົດ​ອື່ນ