ພັດທະນາການທ່ອງທ່ຽວດ້ວຍທ່າໄດ້ປຽບຂອງບັນດາມໍລະດົກວັດທະນະທຳ

(vovworld)-ຫນຶ່ງ​ໃນ​ບັນດາ​ປັດ​ໄຈ​ດູດ​ດື່ມ​ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມຢາມ​ຫວຽດນາມ ນັ້ນ​ແມ່ນ​ບັນດາ​ມໍລະດົກທຳ​ມະ​ຊາດ ​ແລະ ມໍລະດົກ​ວັດທະນະທຳ​ທີ່​ມີຮູບ​ຮ່າງ ກໍ​ຄື​ບໍ່​ມີ​ຮູບ​ຮ່າງ ​ທີ່ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO. ຂະ​ແຫນງ​ການທ່ອງທ່ຽວ ຫວຽດນາມ ພວມ​ຊອກ​ຫາ​ວິທີ​ຂຸດ​ຄົ້ນ​​ແຫ​ລ່ງຜົນ​ປະ​ໂຫຍ​ດຈາກ​ມໍລະດົກ​ນີ້ຢ່າງ​ເໝາະ​ສົມ ​ແລະ ມີ​ປະສິດທິ​ຜົນ ​ເພື່ອ​ພັດທະນາ ​ແລະ ດຶງ​ດູດ​ນັກ​ທ່ອງ​ທ່ຽວ.

 

ພັດທະນາການທ່ອງທ່ຽວດ້ວຍທ່າໄດ້ປຽບຂອງບັນດາມໍລະດົກວັດທະນະທຳ - ảnh 1
ອ່າວ ຮ້າລອງ
ພາບ: internet

        ​ແຕ່​ພາກ​ເຫນືອ​ຕະຫລອດ​ຮອດ​ພາກ​​ໃຕ້​, ຫວຽດນາມ ມີ​ຫລາຍມໍລະດົກ​ທີ່​ມີ​ຮູບ​ຮ່າງ ​ແລະ ບໍ່​ມີ​ຮູບ​ຮ່າງ​​ເຊິ່ງມີ​ຄຸນຄ່າ​ຄື: ອ່າວ Ha Long ຢູ່​ແຂວງ Quang Ninh, ພະ​ລາຊະ​ວັງ Thang Long,  Van Mieu Quoc Tu Giam ຢູ່ ນະຄອນ​ Ha Noi, Phong Nha Ke Bang ຢູ່​ແຂວງ Quang Binh, ​ເມ​ືອງຫລວງ​ເກົ່າ Hue, ຄຸ້ມ​ເມືອງ​ເກົ່າ Hoi An ( ຢູ່ ​ແຂວງ Quang Nam), ຂັບ ກາ​ຈູ, ຂັບ​ກວານ​ຫໍ້, ຄ້ອງ ​ໄຕ​ງວຽນ ​ແລະ​ອື່ນໆ. ​ມໍ​ລະ​ດົກ​ທັງໝົດ​ນີ້ ລ້ວນ​ແຕ່​ແມ່ນ​​ແຫ​ລ່ງຊັບພະຍາກອນ​ສຳຄັນ, ມີ​ຄວາມ​ໝາຍ​ເປັນຕາ​ຍສຳລັບ​ການ​ພັດທະນາ​ຂອງ​ຂະ​ແຫນງ​ການທ່ອງທ່ຽວ ຫວຽດນາມ. ​ເມື່ອ​ເວົ້າ​ເຖິງ​ສິ່ງ​ນີ້, ທ່ານ Nguyen Van Tuan, ຫົວຫນ້າ​ກົມ​ໃຫຍ່​ທ່ອງທ່ຽວ ຫວຽດນາມ ຕີ​ລາຄາ​ວ່າ:

“ບັນຫາມໍລະດົກ, ປູຊະນີ​ຍະສະ​ຖານ​ເວົ້າ​ສະ​ເພາະ ​ແລະ ວັດທະນະທຳ​ເວົ້າ​ລວມຕິດ​ພັນ ກັບ​ການ​ເຄື່ອນ​ໄຫວ ​ແລະ ​ທ່ອງ​ທ່ຽວ ​ແມ່ນ​ທ່າ​ອ່ຽງທີ່​ຈຳ​ເປັນ. ມໍລະດົກ ​ແລະ ບັນດາ​ຄຸນຄ່າ​ວັດທະນະທຳ​ແມ່ນ​ຊັບພະຍາກອນ​ທ່ອງ​ທ່ຽວ, ຜະລິດ​ຕະພັນ​ທ່ອງ​ທ່ຽວ​ນຳ​ມາ​ໃຫ້​ແຂກ​ທ່ອງ​ທ່ຽວ​ບັນດາ​ຮູບ​ພາບ​ຂອງ​ປະ​ເທດ​ຫນຶ່ງ​ ​ແລະ ​ການທ່ອງ​ທ່ຽວ​ເອງ​ໄດ້​ສ້າງພະລັງ​ຊີວິດ​​ໃຫ້​ແກ່​ບັນດາ​ປູຊະນີ​ຍະສະ​ຖານ​ນີ້.”

ຕາມ​ທ່ານ Mai Tien Dung ຮອງ​ຫົວຫນ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ການທ່ອງທ່ຽວ ນະ​ຄອນ ຮ່າ​ໂນ້ຍ​ແລ້ວ, ຫນຶ່ງ​ໃນ​ບັນດາ​ປັດ​ໄຈ​ດູດ​ດື່ມ​ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມຢາມ ຫວຽດນາມ ​ເວົ້າ​ລວມ ​ແລະ ຮ່າ​ໂນ້ຍ ​ເວົ້າ​ສະ​ເພາະ ນັ້ນ​ແມ່ນ​ບັນດາ​ຄຸນຄ່າ​ວັດທະນະທຳ. ຖ້າ​ຮູ້ຈັກ​ຂຸດ​ຄົ້ນ​​ຢ່າງ​ເໝາະ​ສົມ ​ແລະ ມີ​ປະສິດທິ​ຜົນຈະ​ນຳ​ມາ​ຊຶ່ງ​ຜົນປະ​​ໂຫຍ​ດ​ອັນ​ໃຫຍ່​ຫລວງໃຫ້​ແກ່​ຂະ​ແຫນງທ່ອງ​ທ່ຽວ.

“ຂະ​ແຫນງ​ທ່ອງ​ທ່ຽວ​ບໍ​ສາມາດ​ພັດທະນາ​ໄດ້ ຖ້າ​ຫາ​ກບໍ່​ເສີມ​ຂະຫຍາຍ​ຄຸນຄ່າ​ ບັນດາ​ມໍລະດົກ​ວັດທະນະທຳ​ໄດ້. ຢູ່​ທ່ີ່ນີ້, ບັນດາ​ມໍລະດົກ​ວັດທະນະທຳ​ສ​ວມບົດບາດ​ສຳຄັນ​ທີ່​ສຸດ​ທີ່​ສຳລັບການ​ພັດທະນາ​ການທ່ອງທ່ຽວ​ຂອງ ຮ່າ​ໂນ້ຍ. ​ເມື່ອ​ມໍລະດົກ​ຕິດ​ພັນ​ກັບ​ການ​ພັດທະນາ​ການທ່ອງທ່ຽວຈຶ່ງ​ສາມາດ​ເສີມ​ຂະຫຍາຍ​ຄຸນ​ຄ່າ​ເອງ​ໄດ້.”

 

​​ເຖິງ​ວ່າ ມີ​ທ່າ​ໄດ້​ປຽບ​ຄື​ແນວ​ນັ້ນ, ​ແຕ່​ເລື່ອງ​ຂຸດ​ຄົ້ນ​ບັນດາ​ຄຸນ​ຄ່າ​ມໍລະດົກ​ໃນ​ການ​ເຄື່ອນ​ໄຫວ​ການທ່ອງທ່ຽວ ຍັງ​ມີ​ຫລາຍ​ສາຍ​ເຫດ. ຕາມ​ທ່ານ Mai Tien Dung ສາຍ​ເຫດ​ນີ້​ບໍ່​ຂຶ້ນ​ກັບ​ຜູ້​ໃດ, ​ເພາະວ່າ ອົງການ​ບໍລິຫານ​ລັດ ກ່ຽວ​ກັບ​ການທ່ອງທ່ຽວ​ກໍ​ບໍ່​ທັນວາ​ງ​ຍຸດ​ທະ​ສາດ​ຂຸດ​ຄົ້ນ​ຄຸນຄ່າ​ມໍລະດົກ​ ​ເພື່ອ​ພັດທະນາ​ການທ່ອງທ່ຽວ​ເທື່ອ, ​ໃນ​ຂະນະ​ທີ່ບັນດາ​ວິ​ສາ​ຫະກິດ​​ພຽງ​ແຕ່​ຂຸດ​ຄົ້ນ​ບັນດາ​ສິ່ງ​ທີ່​ມີ​ຢູ່​ແລ້ວ ບໍ່​ມີ​ການ​ລົງທຶນ​ຄືນ​ໃຫມ່​ໃຫ້​ແກ່​ບັນດາ​ມໍລະດົກ​ວັດທະນະທຳ. ​ໃນ​ຂະນະ​ນັ້ນ ການ​ຮ່ວມ​ສຳພັນ​ລະຫວ່າງ​ທ້ອງ​ຖິ່ນ​ທີ່​ມີ​ມໍລະດົກ​ເພື່ອ​ພັດທະນາ​ການທ່ອງ​ທ່ຽວ​ໃນປະຈຸ​ບັນ​ພຽງ​ແຕ່​ສະ​ແດງ​ອອກ​​ໃນ​ການ​ລົງ​ນາມ​ເອກະສານ​ຮ່ວມ​ມື​ເທົ່າ​ນັ້ນ. ທ່ານ Ho Tan Cuong ຮອງ​ຫົວຫນ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ການທ່ອງທ່ຽວ ​ແຂວງ Quang Nam ຖື​ວ່າ: ຫວຽດນາມ ຄວນ​ສ້າງ​ບັນດາ​ຜະລິດ​ຕະພັນ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ​ແຕກ​ຕ່າງ​ເມື່ອ​ຂຸດ​ຄົ້ນ​ຄຸນຄ່າ​ວັດທະນະທຳ​ເພື່ອ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ການທ່ອງທ່ຽວ.

“​ເພື່ອ​ເສີມ​ຂະຫຍາຍ​ຄຸນຄ່າ​ວັດທະນະທຳ​ທີ່​ມີ​ຢູ່​ແລ້ວ​ຂອງ​ແຕ່ລະ​ທ້ອງ​ຖິ່ນ​ທີ່​ມີ​ມໍລະດົກ​ວັດທະນະທຳ​ຂອງ​ໂລກໃຫ້​ໄດ້, ກ່ອນ​ອື່ນ​ໝົດ​ພວກ​ເຮົາ​ຕ້ອງ​ມີ​ການ​ຕິດ​ພັນ​ໃນ​ການ​ຮ່ວມ​ມື​ເພື່ອ​ສ້າງ​ຜະລິດ​ຕະພັນ. ທີ​ສອງ ຕ້ອງ​ຕິດ​ພັນ​ການ​ຮ່ວມ​ມື​ເພື່ອ​ໂຄສະນາ​ສົ່ງ​ເສີມ. ຜ່ານ​ນັ້ນ, ພວກ​ເຮົາ​ຈະ​ຊ່ວຍ​ໃຫ້ການ​ໂຄສະນາ​ແຕ່ລະ​ເທື່ອ​​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ກວ່າ.”

ພັດທະນາການທ່ອງທ່ຽວດ້ວຍທ່າໄດ້ປຽບຂອງບັນດາມໍລະດົກວັດທະນະທຳ - ảnh 2
ຄຸ້ມເມືອງເກົ່າ ໂຮ້ຍອານ ໃນຍາມກາງຄືນ
ພາບ: internet


ບັນດາ​ມໍລະດົກ​ໂລກ​ຢູ່ ຫວຽດນາມ ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ຊັບພະຍາກອນ​ການທ່ອງທ່ຽວ​ທີ່​ມີ​ຄຸນຄ່າ​ພິ​ເສດ​ເພື່ອ​ຂຸດ​ຄົ້ນ​ສ້າງ​ບັນດາ​ຜະລິດ​ຕະພັນ​ການທ່ອງທ່ຽວ​ອັນ​ດູດ​ດື່ມ, ມີ​ກຳລັງແກ້ງ​ແຍ້​ງສູງ. ​ແຕ່​ເພື່ອ​ຂຸດ​ຄົ້ນ​ບັນດາ​ຄຸນ​ຄ່າ​ທ່ອງ​ທ່ຽວ​ຈາກ​ມໍລະດົກ​ນັ້ນ​​ໃຫ້ມີ​ປະສິດທິ​ຜົນ ຍັງ​ມີ​ຫລາຍ​ບັນຫາ​ຕ້ອງ​ແກ້​ໄຂ ​ແລະ ຕ້ອງ​ມີ​ການ​ປະສານ​ສົມທົບ​ຢ່າງ​ຄົບ​ຊຸດ​ລະຫວ່າງ​ບັນດາ​ຂະ​ແຫນງ​ການ​ກ່ຽວຂ້ອງ. ພິ​ເສດ​ຄຽງ​ຄູ່​ກັບ​ວຽກ​ງານ​ອະນຸລັກ​ຮັກສາຄຸນຄ່າ​ຂອງ​ບັນດາ​ມໍລະດົກ​ນັ້ນ,​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ໂຄສະນາ​ກໍ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ​ແມ່ນ​ສຳຄັນ​ທີ່​ສຸດ ພິ​ເສດ ​ແມ່ນ​ບັນດາ​ລາຍການ​ໂຄສະນາ​,​ ສົ່ງ​ເສີມ​ການທ່ອງທ່ຽວ​ຢູ່​ຕ່າງປະ​ເທດ ​ເພື່ອ​ໃຫ້ການ​ທ່ອງ​ທ່ຽວ​ຫວຽດນາມ ນັບ​ມື້​ນັບ​ພັດທະນາ. ​ເພາະສະ​ນັ້ນ ກົ​ມ​ໃຫຍ່​ທ່ອງ​ທ່ຽວ ຫວຽດນາມ ​ໄດ້​ເລືອກ​ເຟັ້ນຫົວ​​ເລື່ອງ​ການທ່ອງທ່ຽວ​ມໍລະດົກ​ໃຫ້​ແກ່​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຢູ່​ເຂດ​ແຄມ​ທະ​ເລ​ຕອນ​ເຫນືອ ພາກ​ກາງ​ຫວຽດນາມ ປີ 2012 ​ເພື່ອ​ໂຄສະນາ ​ແລະ ພັດທະນາ​ໃຫ້​ແກ່​ຮູບ​ການທ່ອງທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ດູ​ດດື່ມ​ນີ້.​ ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​​ເຂດ​ແຄມ​ທະ​ເລ​ຕອນ​ເຫ​ນືອພາກ​ກາງ ປີ 2012 ​ເລີ່​ມຕົ້ໜດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ Festival Hue ​ໃນ​ຊຸມ​ມື້​ຈະ​ມາ​ເຖິງ ​ແນ່ນອນ​ວ່າ ຈ​​ະ​ແມ່ນ​ບັນດາ​ຜະລິດ​ຕະພັນ​ການທ່ອງທ່ຽວ​ໃຫມ່ ​ແລະ ດູດ​ດື່ມ ​ໂດຍ​ອີງ​ໃສ່​ຄຸນຄ່າ​ຂອງ​ບັນດາ​ມໍລະດົກ​ວັດທະນະທຳ​ຢູ່ ຫວຽດນາມ.

 

 

ນັກ​ຂ່າວ ມາຍ​ລານ

ຕອບກັບ

ຂ່າວ/ບົດ​ອື່ນ