ພິທີຕອບບຸນແທນຄຸນຂອງຊາວເຜົ່າບານາ

(vovworld) - ​ໂດຍ​ໄດ້​ກາຍ​ເປັນ​ມູນ​ເຊື້ອ, ​ເມື່ອ​ເຕີບ​ໃຫຍ່ ​ແລະ ມີ​ເງື່ອນ​ໄຂ​ທາງ​ດ້ານ​ເສດຖະກິດ​ຢ່າງ​ພຽງພໍ, ຊາວ​ເຜົ່າ​ບາ​ນາ​ກໍ່​ຈັດ​ພິທີ​ຕອບ​ບຸນ​ແທນ​ຄຸນ ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ພໍ່​ແມ່, ຜູ້​ທີ່​ໄດ້​ກຳ​ເນີດ, ລ້ຽງ​ດູ, ສຶກສາ​ໃຫ້​ແກ່​​ເຂົາ​ເຈົ້າ. ນີ້​ແມ່ນ​ຄວາມ​ງາມ​ໃນ​ຊີວິດ​ທາງ​ດ້ານ​ວັດທະນະທຳ​ຂອງ​ຊາວ​ເຜົ່າ​ບາ​ນາ.

ພິທີຕອບບຸນແທນຄຸນຂອງຊາວເຜົ່າບານາ - ảnh 1
ພິທີ​ຕອບ​ບຸນ​ແທນ​ຄຸນ​ພໍ່​ແມ່​ຂອງ​ຊາວ​ເຜົ່າ​ບາ​ນາ​
(ພາບ: phuongnam.net.vn)

        ພິທີ​ຕອບ​ບຸນ​ແທນ​ຄຸນ​ພໍ່​ແມ່​ຂອງ​ຊາວ​ເຜົ່າ​ບາ​ນາ​ເອີ້ນ​ວ່າ khop bone ko me pa ​ເຄີຍ​ຈັດ​ຕັ້ງ​ໃນ​ໂອກາດ​ບໍ່​ຕິດ​ຄາ​ກັບ​ວຽກ​ງານ, ພາຍຫຼັງ​ງານ​ບຸນ​ເຂົ້າຈີ່. ​ເມື່ອ​ຜູ້​ເປັນ​ລູກ​ສ້າງ​ຄອບຄົວ, ມີ​ເຮືອນ​ສ່ວນ​ຕົວ, ​ເຂົາ​ເຈົ້າ​ຈະ​ແຈ້ງ​ໃຫ້​ວົງ​ຕະກຸນ ​ແລະ ພໍ່​ແມ່​ກ່ຽວ​ກັບ​​ເລື່ອງຈັດ​ຕັ້ງ​ພິທີ​ຕອບ​ບຸນ​ແທນ​ຄຸນ. ອີງ​ໃສ່​ເງື່ອນ​ໄຂ​ທາງ​ດ້ານ​ເສດຖະກິດ, ​ເຂົາ​ເຈົ້າ​ກໍ່​ກະກຽມ​ເຄື່ອງ​ຂອງ​ບູຊາ​ໃນ​ງານ​ບຸນຢ່າງ​ເໝາະ​ສົມ, ບາງ​ເທື່ອ​ຈະ​ມີ​ງົວ​ໂຕ​ໜຶ່ງ, ໝູ​ໂຕ​ໜຶ່ງ​ ຫຼື​ໄກ່ສອງ​ສາມ​ໂຕ, ​ແຕ່​ຕ້ອງ​ມີ​ເຫຼົ້າ​ໄຫ​ຢ່າງ​ເດັດຂາດ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຮີດຄອງ​ປະ​ເພນີ​ທີ່​ມີ​ມາ​ແຕ່​ບູຮານ​ຂອງ​ຊາວ​ເຜົ່າ​ບາ​ນາ. ອ້າຍ ຫງວຽນ​ກວາງ​ງອກ, ຢູ່​ຫໍພິພິດທະພັນ​ຊົນ​ເຜົ່າ​ແຂວງ​ດັກ​ລັກ, ​ໃຫ້​ຮູ້​ວ່າ:

        “ພິທີ​ຕອບ​ບຸນ​ແທນ​ຄຸນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ງານ​ບຸນ​ສະ​ແດງ​ໃຫ້​ເຫັນ​ວັດທະນະທຳ​ມະນຸດ​ໃນ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ເຜົ່າ​ບາ​ນາ. ສິ່ງ​ພິ​ເສດ​ແມ່ນ​ຊາວ​ເຜົ່າ​ບາ​ນາ​ຈັດ​ຕັ້ງ​ພິທີ​ນີ້​ເມື່ອ​ພໍ່​ແມ່​ຍັງ​ມີ​ຊີວິດ​ຢູ່. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ຜູ້​ເປັນ​ລູກສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ພໍ່​ແມ່, ຜູ້​ທີ່​ໄດ້​ກຳ​ເນີ​ດ, ລ້ຽງ​ດູ ​ແລະ ສຶກສາ​​ເຂົາ​ເຈົ້າ. ທັງ​ແມ່ນຮູບ​ການ​ເພື່ອ​ສຶກ​ສາໃຫ້ຄົນ​ລຸ້ນຫຼັງ​ກ່ຽວ​ກັບ​ຄວາມ​ຮູ້​ບຸນຄຸນ​ຕໍ່​ບັນພະບຸລຸດ, ຕໍ່​ພໍ່​​ແມ່​ຂອງ​ຕົນ​“.

        ຊາວ​ເຜົ່າ​ບາ​ນາ​ຈັດ​ຕັ້ງ​ພິທີ​ຕອບ​ບຸນ​ແທນ​ຄຸນ​ທັງ​ຝ່າຍພໍ່ ​ແລະ ຝ່າຍ​ແມ່. ສິ່ງ​ດັ່ງກ່າວ​ສະ​ແດງ​ຄວາມ​ສະ​ເໝີ​ພາບ​ໃນ​ການ​ປະ​ພຶດຕໍ່​ຄອບຄົວ, ວົງ​ຕະກຸນຂອງ​ຊາວ​ເຜົ່າ​ບາ​ນາ. ພິທີ​ຕອບ​ບຸນ​ແທນ​ຄຸນ​ເຄີຍ​​ແກ່ຍາວໃນ 2 ວັນ. ວັນ​ທຳ​ອິດ​ແມ່ນ​ຈັດ​ຕັ້ງ​ໃນ​ຄອບຄົວ, ວົງ​ຕະກຸນ, ວັນຕໍ່​ມາ​ແມ່ນ​ຈະ​ເຊີນ​ຍາດຕິພີ່​ນ້ອງ​ຢູ່ທາງ​ໄກ​ມາ​ກິນ​ດື່ມ, ມ່ວນ​ຊື່​ນນຳ​ກັນ.

        ຖ້າ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ພໍ່​ແມ່, ຄອບຄົວ​ຜູ້​ເປັນ​ລູກ​ຈະ​ນຳ​ເອົາ​ເຄື່ອງ​ຂອງ​ບູຊາ​​ເຖິງເຮືອນ​ຂອງ​ພໍ່​ແມ່. ​ເຄື່ອງ​ຂອງ​ບູຊາ​ໃນ​ງານ​ບຸນ​ສ່ວນ​ໜຶ່ງ​​ແມ່ນ​ເພື່ອ​ບູຊາ​ບັນພະບຸລຸດ, ສ່ວນ​ໜຶ່ງ​ແມ່ນ​ບູຊາ​ເທວະ​ດາ​ຟ້າ​ແຖນ​ຢູ່​ເດີນ​ບ້ານ. ​ເມື່ອ​ທຳ​ພິທີ, ຜູ້​ເປັນ​ລູກຈະ​ແຂວນຊີ້ນ​ງົວ ຫຼືຊີ້ນ​ໝູ​ໃສ່​ໄມ້​ໄຜ່ທີ່ຕັ້ງຢູ່​ຂ້າງ​ໄຫ​ເຫຼົ້າ ​ແລ້ວ​ເອົາ​ກິ່ງ​ໄມ້​ຈຸ່ມ​​ເຂົ້າໄຫເຫຼົ້າ​​​ເພື່ອຫົດ​ໃຫ້​ພໍ່​ແມ່. ຫຼັງ​ຈາກ​ນັ້ນ, ພໍ່​ແມ່​ພ້ອມ​ກັບ​ລູກ​ຈະ​ພາວະນາຂໍ​ໃຫ້ເທວະ​ດາ​ຟ້າ​ແຖນ, ບັນພະບຸລຸດ​ເປັນ​ສັກຂີ​ພິຍານ​ຄວາມ​ກະຕັນຍູ​ຂອງ​ລູກ​ຫຼານ ​ແລະ ຂອບ​ອົກ​ຂອບ​ໃຈ​ເທວະ​ດາ​ທີ່ໄດ້​​ນຳ​ເອົາ​ຄວາມ​ອິ່ມໜຳສຳລານ, ຄວາມ​ຜາ​ສຸກ​ມາ​ໃຫ້​ຄອບຄົວ. ພາຍຫຼັງ​ບູຊາ​ເທວະ​ດາ, ຜູ້​ເປັນ​ລູກຈະ​​ແຕ່ງອາຫານທີ່​ແຊບນົວຫຼາຍ​ເຍື່ອງ​​​​​​ເພື່ອ​ເຊີນພໍ່​ແມ່ຮັບ​ປະທານ. ຕາມ​ປະ​ເພນີ​ແລ້ວ, ​ແມ່​ຈະ​ດື່ມ​ເຫຼົ້າ​ກ່ອນ. ​ໃນ​ຂະນະ​ທີ່​ເຊີນ​ພໍ່​ແມ່​ກິນ​ດື່ມ, ຜູ້ເປັນລູກກໍ່ຫວນຄືນບຸນຄຸນຂອງພໍ່ແມ່ທີ່ໄດ້ກຳເນີດ, ລ້ຽງດູ ແລະ ສິດສອນຕົນເອງ. ເມື່ອຜູ້ເປັນແມ່ດື່ມເຫຼົ້າໝາຍຄວາມວ່າ ໄດ້ເຫັນດີກັບລູກ. ຈາກນັ້ນພໍ່ ແລະ ລູກຈະດື່ມເຫຼົ້າຕາມລຳດັບ. ຕາມທຳມະດາ, ລູກຄີງຈະກິນກ່ອນ, ຈາກ​ນັ້ນ​ແມ່ນລູກ​ໃພ້ຫຼືລູກເຂີຍ, ຖັດມາແມ່ນພໍ່​ແມ່​ປະຊາຊົນ​ໃນ​ບ້ານ.

        ຕາມ​ປະ​ເພນີ​ທີ່​ເປັນ​ມູນ​ເຊື້ອ​ແລ້ວ, ບັນດາ​ຜູ້​ເຂົ້າ​ຮ່ວມ​ພິທີ​ຕອບ​ບຸນ​ແທນ​ຄຸນ​ເຄີຍ​ເອົາ​ເຂົ້າສານ, ​ໄຂ່​ໄກ່​ລວກ ​ແລະ ​ເງິນ​ໄປ​ນຳ​ເພື່ອ​ມອບ​ໃຫ້​ເຈົ້າ​ຂອງ, ຂໍ​ໃຫ້​ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​ຈົບງາມ ​ແລະ ອວຍພອນ​ໃຫ້​ເຈົ້າ​ຂອງ​ມີ​ຊີວິດ​ອິ່ມໜຳສຳລານ ​ແລະ ມີ​ຄວາມ​ຜາ​ສຸກ. ຜູ້​ຊາຍ​ເຄີຍ​ເອົາ​ເຫຼົ້າ, ນຳ​ຫວານ, ​ເຄື່ອງກິນ​ໃນ​ຄອບຄົວ​ຂອງ​ຕົນ​ໄປ​ນຳ​ເພື່ອ​ມ່ວນ​ຊື່ນພ້ອມ​ກັບ​ເຈົ້າ​ຂອງ. ສ່ວນ​ເຈົ້າ​ຂອງ​ກໍ່​ຈັດອາຫານ, ​ເຄື່ອງ​ດື່ມ​​ເພື່ອ​ເຊີນ​ແຂກ. ທ່ານ ຫງວຽນ​ງອກ​ລິງ, ພະນັກງານ​ໂຄງການ​ປູກ​ກາ​ເຟຢູ່​ແຂວງ​ກອນ​ຕຸ​ມ, ຜູ້​ທີ່​ເຄີຍ​ເຂົ້າ​ຮ່ວມ​ຫຼາຍ​ງານ​ບຸນ​ຂອງ​ຊາວ​ເຜົ່າ​ບາ​ນາ, ​ແບ່ງປັນ​ວ່າ:

        “ຄວາມ​ປະ​ທັບ​ໃຈ​ສຳລັບ​ຂ້າພະ​ເຈົ້າ ກໍ່​ຄື​ຫຼາຍ​ຄົນ​ທີ່​​ໄດ້ເຂົ້າ​​ຮ່ວມພິທີ​ຕອບ​ບຸນ​ແທນ​ຄຸນຂອງ​ຊາວ​ເຜົ່າ​ບາ​ນາ, ນັ້ນ​ແມ່ນ​ບັນຍາກາດ​ສຸກ​ສຳລານ, ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ລະຫວ່າງ​ລຸ້ນຕ່າງໆ​ໃນ​ຄອບຄົວ. ​ເ​ຂົ້າຮ່ວມ​ພິທີ​ດັ່ງກ່າວ, ​ແຂກ​ຈະ​ມີ​ໂອກາດ​ໄດ້​ຮັບ​ປະທານ​ອາຫານ​ແຊບນົວ​ຫຼາຍ​ເຍື່ອງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ບາ​ນາ​ອີກ“.

        ​ປະຈຸ​ບັນ, ຊາວ​ເຜົ່າ​ບາ​ນາ​ຍັງ​ຄົງ​ຮັກສາພິທີ​ຕອບ​ບຸນ​ແທນ​ຄຸນ​ຢູ່, ​ເຖິງ​ວ່າ​ພິທີ​ນີ້​ໄດ້​ມີ​ການ​ປ່ຽນ​ແປງ​ສ່ວນ​ໃດ​ສ່ວນ​ໜຶ່ງ, ຄື​ມີ​ດົນຕີ​ຂອງ​ຊາວ​ໜຸ່ມ​ໃນ​ໝູ່​ບ້ານ​ຕື່ມ​ອີກກໍ່ຕາມ, ​ແຕ່ພິທີ​​ຍັງ​ສະ​ແດງ​ໃຫ້​ເຫັນ​ມູນ​ເຊື້ອ​ອັນ​ດີງາມຂອງ​ຊາວ​ເຜົ່າ​ບາ​ນາ, ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງໃຫ້​ແກ່​ຜູ້​ເຂົ້າ​ຮ່ວມກໍ່​ຄື​ທັງ​ວົງ​ຄະນາ​ຍາດ.


ຕອບກັບ

ຂ່າວ/ບົດ​ອື່ນ