ພິທີທຳອິດໃນຮອບວຽນຊີວິດຂອງຊາວເຜົ່າໄຕຢູ່ບັກກ້ານ

(vovworld) - ຕາມ​ທັດສະນະ​ຂອງ​ຊາວ​ເຜົ່າ​ໄຕ, ຜູ້​ຄົນ​ທັງຫຼາຍ​ນັບ​ແຕ່​ກຳ​ເນີ​ດ​ເຖິງ​ເມື່ອ​ຕາຍ​ໄປ, ຕ້ອງຜ່ານພິທີ​ງານ​ບຸນສຳຄັນຕ່າງໆ​​ເຖິງ 4 ​ເທື່ອ. ນັ້ນ​ແມ່ນ​ພິທີ​ມາ​ແຍ​ດ (​ເຕັມ​ເດືອນ), ງານ​ແຕ່ງດອງ, ບຸນ​ເຂົ້າ​ເຮືອນ​ໃໝ່ ​ແລະ ພິທີງານ​ສົບ. ​ໃນ​ນັ້ນ, ພິທີເຕັມ​ເດືອນ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ. ນີ້​ແມ່ນ​ພິທີ​ທຳ​ອິດ​ໃນຮອບ​ວຽນ​ຊີວິດ​ຂອງ​ມະນຸດ, ດັ່ງ​ນັ້ນ​ຈຶ່ງ​ໄດ້​ຮັບ​ການ​ກະກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ.

ພິທີທຳອິດໃນຮອບວຽນຊີວິດຂອງຊາວເຜົ່າໄຕຢູ່ບັກກ້ານ - ảnh 1

ເດັກນ້ອຍຊົນເຜົ່າໄຕ

(ພາບ: KT)

   ພິທີ​ເຕັມ​ເດືອນ, ຍັງ​ມີ​ຄວາມ​ໝາຍວ່າ​ຂີ້ຮ້າຍ. ​ເພາະວ່າ​ໃນ​ພິທີ​ສຳຄັນ​ນີ້, ໝໍ​ຜີ, ​ຫຼື​ຜູ້ທີ່​ມີ​ອິດ​ທິພົນ​ໃນ​ຄອບຄົວຈະ​ຕັ້ງ​ຊື່​ໃຫ້​ເດັກ​​ເຕັມ​ເດືອນ. ຕາມ​ທຳ​ມະ​ດາ, ​ເຂົາ​ເຈົ້າ​ເຄີຍ​ເລືອກ​ເອົາ​ຊື່​ຂີ້ຮ້າຍ​ເພື່ອ​ຕັ້ງ​ຊື່ໃຫ້​ເດັກ, ດ້ວຍ​ທັດສະນະ​ວ່າ, ຊື່​ຂີ້ຮ້າຍ​ຈະ​ລ້ຽງ​ງ່າຍ, ບໍ່​ຖືກ​ເທວະ​ກາ​ຜີ​ສາງ​ຫຶງສາ, ຮ້າຍ​ດ່າ. ພິທີ​ເຕັມ​ເດືອນ​ຂອງ​ຊາວ​ເຜົ່າ​ໄຕ ​ເພື່ອ​​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ໝໍ​ຕຳແຍ, ບັນພະບຸລຸດ​ ຜູ້​ທີ່​ໄດ້​ອູ້ມຊູ​ຊ່ວຍ​ເຫຼືອ​ໃຫ້​ແມ່ລູກ​ເດັກນ້ອຍ​ມີ​ສຸຂະພາບ​ເຂັ້ມ​ແຂງ. ການຈັດ​ຕັ້ງ​ພິທີ​ເຕັມ​ເດືອນ, ພິ​ເສດ​ແມ່ນ​ໃຫ້​ລູກກົກ, ຫຼານ​ກົກ​ຕ້ອງ​ຈັກຢ່າງ​ລະອຽດ​ເຖິງ​ຖອງ​ທີ່​ສຸດ. ດັ່ງ​ນັ້ນ​ຄອບຄົວ​ຕ້ອງ​ມີ​ການກະກຽມ​ນັບ​ແຕ່​​ເວລາ​​ໃນ​ຄອບຄົວ​ມີ​ຜູ້​ເກີດ​ລູກ. ນັບ​ແຕ່​ເລື່ອງ​ກະກຽມ​ທັນ​ຍາ​ຫານ, ສະບຽງ​ອາຫານ, ການ​ເລືອກ​ເຊີນ​ໝໍ​ຜີ​ມາ​ຈັດທຳ​ພິທີ​ໃຫ້​ຄອບຄົວ, ການ​ອາ​ໄສ​ອ້າຍ​ນ້ອງ, ໝູ່​ບ້ານ​ມາ​ຊ່ວຍຈັດ​ງານ​ລ້ຽງ… ພິ​ເສດ, ​ໃນ​ພິທີ​ເຕັມ​ເດືອນຂອງ​ຊາວ​ເຜົ່າ​ໄຕ​ແມ່ນ​ຕ້ອງ​ມີ​ເຂົ້າໜົມກອກ​ໝໍ່ (​ເຂົ້າໜົມ​ເຂົາ​ງົວ) ຢ່າງ​ເດັດຂາດ. ສຳລັບ​ຄອບຄົວ​ຮັ່ງມີ​ສາມາດ​ຈັດພາ​ເຂົ້າ​ເຖິງ 15-20 ພາ​. ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ພື້ນ​ເມືອງ ຮ່າ​ວັນ​ວຽນ, ຢູ່​ບ້ານ​ນາຣີ່, ຕາ​ແສງ​ເຢືອງກວາງ, ​ເທດສະບານ​ບັກ​ກ້ານ, ​ແຂວງ​ບັກ​ກ້ານ, ​ໃຫ້​ຮູ້​ວ່າ:

        “​ໂດຍ​ອີງ​ໃສ່​ແຕ່​ລະ​ຄອບຄົວ, ຖ້າ​ຫາກ​ຄອບຄົວ​ໃດ​ຮັ່ງມີ, ​ເຂົາ​ເຈົ້າ​ຈະ​ຂ້າ​ໝູ, ຂ້າ​ໄກ່, ກະກຽມ​ເຂົ້າໜົມ​ຢ່າງ​ລອບ​ຄອບ, ສ່ວນ​ຄອບຄົວ​ໃດ​ບໍ່​ມີ​ເງື່ອນ​ໄຂ​ພຽງ​ແຕ່​ຂ້າ​ໄກ່ 1, 2 ​ໂຕ​ເທົ່າ​ນັ້ນ ​ແລະ​ ບໍ່​ເຊີນ​ພີ່ນ້ອງມາ​ຫຼາຍ“ .

        ພິທີ​ເຕັມ​ເດືອນ​ຂອງ​ຊາວ​ເຜົ່າ​ໄຕ, ​ໂດຍ​ອີງ​ໃສ່​ແຕ່ລະ​ທ້ອງ​ຖີ່​ນ, ​ໝໍ​ຜີ​ແຕ່ລະຄົນ, ພິທີ​ກໍ່​ຄື​ເວລາ​ດຳ​ເນີນ​ກໍ່​ຕ່າງ​ກັນ, ​ແຕ່​ຕາມທຳ​ມະ​ດາ, ​ ພິທີ​​ນີ້​ມີ​ສອງ​ພາກສ່ວນ​ນັ້ນ​ແມ່ນ​: ຈັດ​ພິທີ​ບູຊາ​ແມ່​ຕຳ​ແຍ ​ແລະ ພິທີການ​ຕ່າງໆ​ເພື່ອ​ຮັບຮອງ​ເດັກນ້ອຍ​ເປັນ​ສະມາຊິກ​ໃໝ່. ພາຍຫຼັງ​ຄອບຄົວ​ກະກຽມ​ຈັດພິທີ​ບູຊາ​ຢ່າງ​ຮຽບຮ້ອຍ​ແລ້ວ, ໝໍ​ຜີ​ຈະ​ທຳ​ພິທີ. ປ້າ ຮ່ວາງ​ທິຫ່ຽນ, ຫົວໜ້າ​ໜ່ວຍ​ງານ​ມໍລະດົກ, ພະ​ແນ​ກວັດທະນະທຳ, ກິລາ ​ແລະ​ທ່ອງ​ທ່ຽວ​ແຂວງ​ບັກ​ກ້ານ, ​ໃຫ້​ຮູ້​ວ່າ:

        “ພິທີ​ບູຊາ​ແມ່​ຕຳ​ແຍ​ຂອງ​ໝໍ​ຜີ​ມີ​ຫຼາຍ​ຂັ້ນ​ຕອນ, ​ເວລາ​ທຳ​ພິທີ​ແມ່ນ​ກວ່າ 5 ຊົ່ວ​ໂມງ ​ແລະ ຖືກ​ຈັດ​ໃນ​ເຮືອນ​, ​ໃຕ້​ແທ່ນ​ບູຊາ​ບັນພະບຸລຸດ. ​ໃນ​ບັນດາ​ຂັ້ນ​ຕອນ​ນັ້ນ, ຂັ້ນ​ຕອນ​ສຳຄັນ​ກວ່າ​ໝູ່​ແມ່ນ​ເຂົ້າ​ປະຕູ​ແມ່​ຕຳ​​ແຍ, ຄູນ​ຕົ້ນ​ດອກ​ໄມ້ ​ແລະ ມອບ​ເຄື່ອງ​ຂອງ​ບູຊາ​ໃຫ້​ແມ່​ຕຳ​ແຍ.


ພິທີທຳອິດໃນຮອບວຽນຊີວິດຂອງຊາວເຜົ່າໄຕຢູ່ບັກກ້ານ - ảnh 2

ເຂົ້າໜົມກອກໝໍ່
(ພາບ: KT)

        ຕາມ​ທັດສະນະ​ຂອງ​ຊາວ​ເຜົ່າ​ໄຕ, “ປະຕູ​​ແມ່ຕຳ​ແຍ“ ​ແມ່ນ​ບ່ອນຢູ່​ອາ​ໄສ​ຂອງບັນດາ​ແມ່​ຕຳ​ແຍ, ​ເຊິ່ງ​ແມ່ນ​ຜູ້​ທີ່​​ໄດ້ບັນດານ​ລູກ​ເຕົ້າ​ໃຫ້​ຄູ່​ຜົວ​ເມຍ​ຢູ່​ໂລກ​ມະນຸດ. ​ເມື່ອ​ເຂົ້າ​ປະຕູ​ແມ່​ຕຳ​ແຍ, ໝໍ​ຜີ​ຕ້ອງ​ຖະຫວາຍ​ເຄື່ອງ​ຂອງ​ບູຊາ​ຂອງ​ຄອບຄົວ​ຕໍ່​ບັນດາ​ແມ່​ຕຳ​ແຍ ​ເພື່ອ​ຕອບ​ບຸນ​ແທນ​ຄຸນ​ບັນດາ​ແມ່​ຕຳ​ແຍ​ທີ່​ໄດ້​ບັນດານ​ລູກ​ເຕົ້າ​ໃຫ້​ຄອບຄົວ ​ແລະ ຂໍ​ໃຫ້​ແມ່​ຕຳ​ແຍ​ຕັ້ງ​ຊື່​ໃຫ້​ເດັກ​ຜູ້​ນັ້ນ. ພາຍຫຼັງ​ທຳ​ພິທີ​ຕັ້ງ​ຊື່​ໃຫ້​ເດັກນ້ອຍ​ແລ້ວ, ໝໍ​ຜີ​ຈຳ​ທຳ​ພິທີ​ຮັບຮອງ​ເດັກ​ນ້ອຍ​ເປັນ​ສະມາຊິກ​ຄົນໃໝ່. ປ້າ ຮ່ວາງ​ທິຫ່ຽນ, ​ແນະນຳ​ວ່າ:

        “ພິທີ​ຮັບຮອງ​ເດັກນ້ອຍ​ເປັນ​ສະມາຊິກ​ໃໝ່​ໃນ​ຄອບຄົວ, ນັ້ນ​ແມ່ນ​ເຈ່ຍ​​ເດັກ​ໄປ​ຂາຍ​ຄວາມ​ໂງ່​ເພື່ອ​ຊື້​ຄວາມ​ໂຊກ. ​ໃນ​ພິທີ​ນີ້​​ເຂົາ​ເຈົ້າ​ຍັງແຂວນອູ່​​ຕັ້ງ​ເດັກ​ຢູ່​ໃນເພື່ອ​ໃຫ້​ຍາດຕິ​ພີ່ນ້ອງ​ຝ່າຍ​ຜົວ ​ແລະ ຝ່າຍ​ເມຍ​ຂັບ​ກ່ອນ​​ເດັກ​ອີກ“.

        ​ໃນ​ພິທີ​ພີ່​ນ້ອງ​ທັງ​ຝ່າຍ​ຜົວ ​ແລະ ​ເມຍ​ກໍ່​ກະກຽມ​ຂອງຕ້ອນ​​ໃຫ້​ເດັກນ້ອຍອີກ. ທ່ານ ຮ່າ​ວັນວ້ຽນ, ​ໃຫ້​ຮູ້​ວ່າ:

        “​ແມ່​ຍາ, ​ແມ່​ເຖົ້າ,​ແລະ  ຍາດຕິ​ພີ່ນ້ອງ​ເຄີຍ​ນຳ​ເອົາ​ເຂົ້າໜຽວ 1 ຫຼື 2 ກະປ໋ອງ, ​ໄກ່​ແມ່ 1 ​ໂຕມາ​ໃຫ້. ​ໃນ​ມື້​ຈັດ​ພິທີ​ເຕັມ​ເດືອນ, ​ແມ່​ເຖົ້າ​ມອບ​ຜ້າ​ເຈ່ຍ​ລູກ​ໃຫ້​ຫຼານ ​ແລະ ມີ​ຜູ້​ໜຶ່ງ​ເຈ່ຍ​ຫຼານ​ອອກ​ນອກປະຕູ, ​ເຫັນ​ແສງຕາ​ເວັນ​ເພື່ອ​ໃຫ້​ເດັກ​ມີ​ສຸຂະພາບແຂງ​ແຮງ “.

        ​ໃນ​ຂະນະ​ທີ່​ເດັກ​ຖືກ​ເຈ່ຍ​ໄປ​ເຮັດ​ພິທີຮັບຮອງ​ເປັນ​ສະມາຊິກ​ໃໝ່​ໃນ​ຄອບຄົວ, ຢູ່​ໃນ​ເຮືອນ, ທຸກ​ຄົນ​ດຳ​ເນີນ​ພິທີ​ແຂວນ​ອູ່. ​ເມື່ອ​ໄດ້​ຮັບ​ການ​ຕັ້ງ​ຊື່ ​ແລະ ​ໄດ້​ນອນ​ໃນ​ອູ່​ແລ້ວ, ໝາຍ​ຄວາມ​ວ່າ​ເດັກນ້ອຍ​ໄດ້ຮັບ​ການຮັບຮອງ​ເປັນ​ສະມາຊິກ​ໃໝ່ຂອງຄອບຄົວ ​ແລະ ວົງ​ຕະກຸນ. ​​ໃນ​ພິທີແມ່​ເຖົ້າ​ເຈ່ຍ​ຫຼານ, ນຳ​ເອົາຫໍ່​ເຂົ້າໜົມ​ກອກ​ໝໍ່ອອກ​ນອກ​ເພື​່ອຂາຍ​ອັນ​ນ້ອຍ, ຊື້​ອັນ​ໃຫຍ່. ​ເມື່ອ​ພົບ​ຜູ້​ໃດ​ແມ່​ເຖົ້າ​ກໍ່​ຂາຍ​ເຂົ້າໜົມກອກ​ໝໍ່ 1 ຫຼື 2 ອັນ​ໃຫ້​ຜູ້​ນັ້ນ​ແລ້ວ​​ເກັບເອົາ​ເງິນ​ໄວ້. ​ເວລາ​ນີ້​ເດັກນ້ອຍ​ຈຶ່ງ​ໄດ້​ຮັບ​ການ​ຮັບຮອງ​ວ່າ​ແມ່ນ​ສະມາຊິກ​ຂອງ​ບ້ານ​ຢ່າງ​ເປັນ​ທາງ​ການ. ພາຍຫຼັງ​ປິດພິທີຮັບຮອງ​ເດັກນ້ອຍ​ເປັນ​ສະມາຊິກ​ໃໝ່​ໃນ​ຄອບຄົວ​ແລ້ວ, ຍາດຕິ​ພີ່ນ້ອງ​ທຸກ​ຄົນ​ຈະ​ນັ່ງ​ອ້ອມ​ພາ​ເຂົ້າ​ກິນ​ດື່ມ​ເພື່ອ​ອວຍພອນ​ໃຫ້​ທັງ​ຄອບຄົວ.

        ພິທີ​ເຕັມ​ເດືອນ​ແມ່ນ​ປະ​ເພນີ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ຊົນ​ເຜົ່າ​ໄຕ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ພິທີ​ເຕັມ​ເດືອນ, ຕັ້ງ​ຊື່​ໃຫ້​ເດັກ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄຸນຄ່າ​ວັດທະນະທຳ​ມະນຸດ​ທີ່​ສູງ​ສົ່ງ, ສະ​ແດງ​ໃຫ້​ເຫັນ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາວ​ຊົນ​ເຜົ່າ​ໄຕ​ກ່ຽວ​ກັບ​ການ​ອູ້ມ​ຊູຊ່ວຍ​ເຫຼືອ​ກໍ່​ຄື​ຄວາມ​ຮັບຜິດຊອບ​ຂອງ​ຍາດຕິ​ພີ່ນ້ອງ​ຝ່າຍ​ຜົວ ​ແລະ ​ເມຍ​ໃນ​ການ​ເບິ່ງ​ແຍງ​ດູ​ແລ​ແມ່ ​ແລະ ​ເດັກອີກ​ດ້ວຍ​. ພິທີ​ເຕັມ​ເດືອນ​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ຄອບຄົວ​ທັງ​ຝ່າຍ​ຜົວ ​ແລະ ​ເມຍ​ພົບ​ປະ, ຊ່ວຍ​ເຫຼືອ​ກັນ, ສ້າງ​ຄວາມ​ສະໜິດ​ຕິດ​ພັນ​ນຳ​ກັນ.

ຂ່າວ/ບົດ​ອື່ນ