ພິທີບູຊາຜີບ້ານຜີເມືອງ, ການເຊື່ອຖືທີ່ເປັນເອກະລັກສະເພາະຂອງຊົນເຜົ່າ ຮ່າຍີ່

(vovworld) - ​ໂດຍ​ອາ​ໄສ​ຕົ້ນຕໍ​ຢູ່​ເຂດ​ພູ​ສູງ, ການດຳລົງ​ຊີວິດສ່ວນ​ຫຼາຍ​ແມ່ນ​ອີງ​ໃສ່​ທຳ​ມະ​ຊາດ, ຊາວ ຮ່າ​ຍີ່​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ, ຊີວິດ​ຢູ່​ເຢັນ​ເປັນ​ສຸກ​ຂອງ​ເຂົາ​ເຈົ້າ​ນັບ​ແຕ່​ກີ້​ແຕ່​ກ່ອນມາ​ຮອດ​ປະຈຸ​ບັນ, ສ່ວນ​ໜຶ່ງ​ແມ່ນ​ໂດຍ​ບັນດາ​ເທວະ​ດາດົນບັນດານ​, ຊ່ວຍ​ເຫຼືອໃຫ້. ບັນດາ​ເທວະ​ດາ​ໃຫ້​ເຂົາ​ເຈົ້າ​ປ່າ, ນ້ຳ​ເພື່ອ​ປູກ​ເຂົ້າ, ​ໃຫ້​ອາຫານ​ປະຈຳ​ວັນ, ຍ້ອນ​ເຫດ​ນັ້ນ​ຊາວ ຮ່າ​ຍີ່​ຈຶ່ງ​ຖື​ເປັນ​ສຳຄັນ​ການ​ບູຊາ​ເພື່ອ​ຕອບ​ບຸນ​ແທນ​ຄຸນ​ບັນດາ​ເທວະ​ດາ. ​ໃນ​ປະຊາ​ຄົມ​ຊາວ ຮ່າ​ຍີ່, ພິທີ​ບູຊາ​ໄດ້​ຮັບ​ຖື​ວ່າ​ແມ່ນ​ການ​ເຊື່ອ​ຖື​ພິ​ເສດສະ​ເພາະ, ​ເປີດ​ສາກ​ໃຫ້​ບັນດາ​ພິທີ​ບູຊາ​ເທວະ​ດາ​ໃນ​ໜຶ່ງ​ປີ​ຂອງ​ຊາວ ຮ່າ​ຍີ່.

ພິທີບູຊາຜີບ້ານຜີເມືອງ, ການເຊື່ອຖືທີ່ເປັນເອກະລັກສະເພາະຂອງຊົນເຜົ່າ ຮ່າຍີ່ - ảnh 1

(ພາບປະກອບ)

ໃນ​ການ​ເຊື່ອ​ຖື, ຊາວ ຮ່າ​ຍີ່ຖື​ວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​ມີ​ວິນຍານ, ຍ້ອນ​ເຫດ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ຈັດ​ຕັ້ງ​ພິທີ​ບູຊາ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ບັນດາ​ເທວະ​ດາ. ຕາມ​ປະ​ເພນີ​ແລ້ວ, ກ່ອນ​ທີ່ລົງ​ທົ່ງ​ຕົກກ້າ, ຂຶ້ນ​ໄຮ່​ປູກ​ສາລີ, ຊາວ ຮ່າ​ຍີ່​ເຄີຍ​ຈັດຕັ້ງ​ພິທີ​ບູຊາຜີບ້າ​ນຜີ​ເມືອງ. ຍ້ອນ​ເຫດ​ນັ້ນ​ໃນເດືອນ 3 (​ໄລ່​ຕາມ​ຈັນທະ​ປະຕິທິນ), ຊາວ ຮ່າ​ຍີ່​ເຄີຍ​ຈັດ​ຕັ້ງ​ພິທີ​ບູຊາ​ຜີບ້າ​ນຜີ​ເມືອງ. ພິທີ​ນີ້​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ມຸ່ງ​ມາດ​ປາຖະໜາ​ຂອງ​ປະຊາຊົນ​ທີ່ຢາກ​ໃຫ້​ດິນ​ຟ້າອາກາດ​ອຳນວຍ​ຄວາມ​ສະດວກ, ຂັບ​ໄລ່​ຜີ​ສາງ​ນາງ​ໄມ້, ເພື່ອ​ໃຫ້​ປະຊາຊົນ​ອຸ່ນ​ອ່ຽນ​ໃຈ​ທຳ​ມາ​ຫາ​ກິນ, ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ. ພິທີ​ບູຊາ​ຜີບ້າ​ນຜີ​ເມືອງ​ແມ່ນ​ພິທີ​ສຳຄັນ, ດັ່ງ​ນັ້ນ​ທັງ​ປະຊາ​ຄົມ​ລ້ວນ​ແຕ່​ເຂົ້າ​ຮ່ວມ, ​ໃນ 3 ວັນ​ດຳ​ເນີນ​ພິທີ​ບູຊາ, ຊາວບ້ານ​ບໍ່​ໄດ້​ອອກ​ນອກ, ສ່ວນ​ຜູ້​ຢູ່​ນອກ​ກໍ່ບໍ່​ໄດ້​ເຂົ້າ​ບ້ານ, ດັ່ງ​ນັ້ນ​ພິທີ​ນີ້​ຍັງ​ເອີ້ນ​ວ່າ​ພິທີ​ຫ້າມ​ເຂົ້າ​ບ້ານ. ພິທີ​ບູຊາ​ຜີບ້າ​ນຜີ​ເມືອງ ຖືກ​ຈັດ​ຕັ້ງ​ຢູ່​ເຂດ​ດິນ​ທີ່​ຢູ່​ຫົວ​ບ້ານ. ​ເຄື່ອງ​ຂອງ​ບູຊາ​ໃນ​ພິທີ​​ແມ່ນ​ຕ້ອງ​ມີ​ໝູ 1 ​ໂຕ, ​ໄກ່ 1 ​ໂຕ, ​ເຂົ້າໜຽວ​ສີ​ເຫຼືອງ. ທ່ານ ຫງວຽນ​ຮຸ່ງ​ວີ, ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ພື້ນ​ເມືອງ, ​ໃຫ້​ຮູ້​ວ່າ:

“​ເຂົາ​ເຈົ້າ​ຖື​ວ່າ, ສີ​ເຫຼືອງ​ແມ່ນ​ສີ​ຂອງ​ລະດູ​ການ​ປູກຝັງ, ​ແມ່ນ​ສີຂອງ​ນາ​ຂັ້ນ​ໄດ, ​ແລະ ​ແມ່ນສີ​ຂອງ​ລະດູ​ເຂົ້າ​ສຸກ​ເຫຼືອງ. ຍ້ອນ​ເຫດ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​​ໜື້ງເຂົ້າໜຽວ​ສີ​ເຫຼືອງ​ເພື່ອ​ຖະຫວາຍ​ບູຊາ​ເທວະ​ດາ ​ແລະ ບັນພະບຸລຸດ“.

        ຮອດ​ວັນ​ກະກຽມ​ເຄື່ອງ​ຂອງ​ບູຊາ, ​ເມື່ອ​ບັນດາ​ຜູ້ຍິງ​ເດັດ​ໃບ​ໄມ້​ຍ້ອມ​ເຂົ້າ​ເພື່ອ​ໜື້ງເປັນ​ເຂົ້າໜຽວ​ສີ​ເຫຼືອງ​ນັ້ນ, ບັນດາ​ຜູ້​ຊາຍ​ໃນ​ບ້ານ​ກໍ່​ພາກັນ​ປັກ​ໄມ້​ສ້າວ​ລຳ​ໜຶ່ງ, ​ເທິງ​ປາຍ​ໄມ້​ສ້າວ​ແຂວນ​ໄກ່ 1 ​ໂຕ, ພ້ອມ​ກັບ​ທະນູ​ທີ່​ປິ່ນ​ໜ້າ​ອອກສູ່ນອກບ້ານ. ເທິງໄມ້ສ້າວຍັງມັດເຊື້ອກເສັ້ນໜຶ່ງກາຍຂ້າມທາງ, ຕາມເຊືອກນັ້ນ​ໄດ້ຕິດຮູບ​ອາວຸດຊະນິດ​ຕ່າງໆ​​ໃສ່ເຊັ່ນ: ​ມີດ, ງ້າວ,  ​ເພື່ອ​ສະກັດ​ກັ້ນ​ບໍ່​ໃຫ້​ຜີສາງ​ເຂົ້າບ້ານ. ​ໃນ​ບັນດາ​ເຄື່ອງ​ຂອງ​ຖະຫວາຍ​ບູຊາ​ນັ້ນ, ​ໂຕ​ໄກ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ສັດ​ມົງຄຸນ, ​ເພື່ອ​ຊ່ວຍ​​ໃຫ້ປະຊາຊົນ​ຕິດ​ຕໍ່​ພົວພັນ​ກັບ​ເທວະ​ດາ. ທ່ານ ຫງວຽນ​ຮຸ່ງ​ລີ, ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “​ເຂົາ​ເຈົ້າ​ຖື​ວ່າ, ​ເມື່ອ​ໄກ່ຂັນ​ແມ່ນ​ຕະ​ເວັນ​ອອກ, ດັ່ງ​ນັ້ນ​ໂຕ​ໄກ່​ຈຶ່ງ​ກາຍ​ເປັນ​ສັນຍາ​ລັກ​​ແຫ່ງ​ຄວາມ​ສັກສິດ, ຕິດ​ພັນ​ກັບ​ການ​ກຳ​ເນີ​ດ​ເວລາ, ​ເດືອນ​ປີ ​ແລະ ຕິດ​ພັນ​ກັບປະ​ເພນີ​ຮຽກ​ດວງ​ຕາ​ເວັນ​ອອກຂອງ​ເຂົາ​ເຈົ້າ. ​ໄກ່​ຍັງ​ມີ​ຄວາມ​ສາມາດ​ປັດໄລ່​​ເງົາ​ມືດ ​ແລະ ​ຜີ​ສາງ​ນາງ​ໄມ້​ອອກອີກ“.

ພິທີບູຊາຜີບ້ານຜີເມືອງ, ການເຊື່ອຖືທີ່ເປັນເອກະລັກສະເພາະຂອງຊົນເຜົ່າ ຮ່າຍີ່ - ảnh 2

(ພາບປະກອບ)

​ໃນ​ຊຸມ​ມື້​ດຳ​ເນີນ​ພິທີ​ບູຊາ​ຜີບ້າ​ນຜີ​ເມືອງ, ໝໍ​ຜີ​ຊາວ ຮ່າ​ຍີ່​ຍັງ​ຕ້ອງ​ເຮັດ​ປະ​ເພນີ​ຫຼາຍ​ຢ່າງ​ເພື່ອ​ຂໍ​ເທວະ​ດາດົນ​ບັນດານ​ໃຫ້​ຊາວບ້ານປະສົບ​ແຕ່​​ຄວາມ​ໂຊກ​ດີ. ​ໃນ​ໂອກາດ​ນີ້, ບັນດາ​ຄອບຄົວ​ທີ່​ມີລູກຍາກ​ ​ຈະ​ຂໍ​ເທວະ​ດາ​ດົນບັນດານ​ໃຫ້​ມີ​ລູກ​ເຕົ້າ. ບັນດາ​ພິທີ​ຖະຫວາຍ​ບູຊາ​ຖືກຈັດ​ຕັ້ງ​​ເຖິງ​ຕອນ​​ສວາຍກໍ່​ຢຸດ​ໄວ້​ເພື່ອ​ໃຫ້​ທຸກ​ຄົນ​ສືບ​ຕໍ່​​ເຮັດວຽກ​​ໄຮ່​ການ​ນາ ​ແລະ ພິທີ​ຈະ​ສິ້ນ​ສຸດ​ລົງ​ໃນ​ຕອນ​ຄຳ່. ນັບ​ແຕ່​​ໄດ້ດຳ​ເນີນ​ພິທີ​ບູຊາ​ຜີບ້າ​ນຜີ​ເມືອງ, ບັນດາ​ຄົນ​ແປກ​ຖືກ​ຫ້າມ​ບໍ່​ໄດ້​​ໃຫ້ເຂົ້າ​ບ້ານ. ສ່ວນ​ຊາວບ້ານ​ບໍ່​ໄດ້​ແບກຫາບ​ວັດຖຸ​ສິ່ງ​ຂອງ​ໃດ​ເທິງ​ບ່າ, ພຽງ​ແຕ່​ໄດ້​ໂອ້​ລົມ​ນຳ​ກັນ​ດ້ວຍ​ພາສາ​ຊົນ​ເຜົ່າ ຮ່າ​ຍີ່​ເທົ່າ​ນັ້ນ, ​ເພາະວ່າ​ຕາມ​ທັດສະນະ​ຂອງ​ເຂົາ​ເຈົ້າ​ແລ້ວ, ເທວະ​ດາ, ບັນພະບຸລຸດ​ຂອງ​ຊາວ ຮ່າ​ຍີ່​ ມີ​ແຕ່​ຟັງ​​​ໄດ້ພາສາຂອງ​ຊົນ​ເຜົ່າຕົນເທົ່າ​ນັ້ນ. ເມື່ອພິທີບູຊາສິ້ນສຸດລົງກໍ່ແມ່ນເວລາທີ່ຄວາມເປັນຫ່ວງດ້ານຈິດວີນຍານໃນບ້ານໄດ້ຮັບ​ການ​ແກ້​ໄຂ. ທຸກ​ຄົນ​ກໍ່​ພ້ອມ​ກັນ​ກິນ, ດື່ມ​ໃນ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ, ​ແລະ​ເຕັມ​ໄປ​ດ້ວຍ​ຄວາມ​​ຜາສຸກ, ຍ້ອນ​ເຂົາ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ​ເທວະ​ດາ​ໄດ້​ດົນບັນດານ, ​ຊ່ວຍ​ເຫຼືອ​ໃຫ້​ເຂົາ​ເຈົ້າ​ແລ້ວ. ຮອງ​ສາ​ສະ​ດາ​ຈານ, ດຣ. ຫງວຽນ​ວັນ​ຮູ​ຍ, ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ພື້ນ​ເມືອງ, ຖື​ວ່າ:

        “​ໃນ​ປະ​ເພນີ​ນີ້, ​ເຂົາ​ເຈົ້າ​ຫວັງ​ວ່າ, ບັນດາ​ເທວະ​ດາ​ຟ້າ​ແຖນ​ໃນ​ບໍລິ​ເວນ​ເຊິ່ງຊາວ​ເຜົ່າ ຮ່າ​ຍີ່​ອາ​ໄສ​ນັ້ນ​ຈະ​ດົນບັນດານ, ຊ່ວຍ​ເຫຼືອ​ໃຫ້​ແກ່​ເຂົາ​ເຈົ້າ. ໝູ່​ບ້ານ​ຂອງ​ຊາວ ຮ່າ​ຍີ່​ຈະ​ໄດ້​ຮັບ​ການ​ປ້ອງ​ກັນ, ດັ່ງ​ນັ້ນ​ພິທີ​ບູຊາ​ຜີບ້າ​ນຜີ​ເມືອງ​ຈຶ່ງມີ​ຄວາມ​ໝາຍ​ສັກສິດ​ທີ່​ສຸດ“.

        ​ໃນພິທີ​ບູຊາ​ຜີບ້າ​ນຜີ​ເມືອງ, ຊາວ ຮ່າ​ຍີ່​ຍັງ​ມີ​ປະ​ເພນີມອບ​ໄຂ່​​ສີທີ່ມ້ຽນ​ໄວ້​ໃນຫໍ່​ເຂົ້າໜຽວ​ໃຫ້​ກັນ. ສຳລັບ​ແຂກ​ທີ່​ມາ​ຈາກ​ທາງ​ໄກ, ຖ້າ​ຜູ້​ໃດ​ໄດ້​ກິນ​ອາຫານ​ນີ້, ​​ໄດ້​ຮັບ​ຖື​ວ່າຈະ​ມີ​ຄວາມ​ໂຊກ​ດີ​ໃນ​ປີໜ້າ.


ຂ່າວ/ບົດ​ອື່ນ