(vovworld) - ໃນການເຄື່ອນໄຫວວັດທະນະທຳຂອງປະຊາຄົມບັນດາເຜົ່າຫວຽດນາມ, ພິທີເກິບສັກ (ຮັບຮອງຜູ້ຊາຍໄດ້ເຕີບໃຫຍ່) ຖືກຖືວ່າແມ່ນວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າຢ້າວ. ພິເສດ, ສຳລັບຊາວເຜົ່າຢ້າວເຄົາ (ທີ່ຂຶ້ນກັບຊົນເຜົ່າຢ້າວ) ແລ້ວຜູ້ໃດບໍ່ທັນໄດ້ເກິບສັກ, ເມື່ອຕາຍໄປແລ້ວ, ວີນຍານຈະບໍ່ໄດ້ເຕົ້າໂຮມກັບບັນພະບຸລຸດ, ບໍ່ໄດ້ຮັບຮອງວ່າແມ່ນລູກຫຼານຂອງປະຊາຄົມ. ຖ້າຫາກຜູ້ຊາຍມີອາຍຸສູງແລ້ວ, ແຕ່ບໍ່ທັນໄດ້ເກິບສັກກໍ່ຖືກຖືວ່າບໍ່ທັນເຕີບໃຫຍ່, ບໍ່ທັນມີຖານະບຸກຄົນຢ່າງພຽງພໍເພື່ອທຳພິທີບູຊາ ແລະ ເຂົ້າຮ່ວມວຽກງານຕ່າງໆໃນໝູ່ບ້ານ.
)
ພິທີເກິບສັກຂອງຊາວເຜົ່າຢ້າວ
(ພາບ: ອິນເຕີແນດ)
ຜູ້ຊາຍຊາວເຜົ່າຢ້າວ, ເມື່ອກຳເນີດ, ເຕີບໃຫຍ່ ແລະ ເສຍຊີວິດລ້ວນແຕ່ຕ້ອງຜ່ານພິທີເກິບສັກ. ພິເສດ, ສຳລັບຊົນເຜົ່າຢ້າວເຄົາ, ຖ້າບໍ່ຜ່ານພິທີນີ້, ຜູ້ຊາຍຍາກທີ່ຈະເອົາເມຍໄດ້. ເກິບສັກແມ່ນພິທີສຳຄັນກວ່າໝູ່ໃນຊີວິດຂອງຜູ້ຊາຍຊົນເຜົ່າຢ້າວເຄົາແຕ່ລະຄົນ. ເກິບສັກເປັນການຢັ້ງຢືນການເຕີບໃຫຍ່ຂອງຜູ້ໜຶ່ງ ກໍ່ຄືຢັ້ງຢືນບົດບາດຂອງຜູ້ນັ້ນໃນປະຊາຄົມ ແລະ ສັງຄົມ. ມີບາງຊົນເຜົ່າຄືເຜົ່າເມື່ອງ, ໄຕ, ຊ໋ານໄຈ ກໍ່ມີພິທີເກິມສັກ, ແຕ່ເຂົາເຈົ້າພຽງແຕ່ເກິບສັກໃຫ້ຜູ້ທີ່ຢາກເປັນໝໍຜີເທົ່ານັ້ນ, ສ່ວນສຳລັບຊາວເຜົ່າຢ້າວມັນແມ່ນການເຄື່ອນໄຫວພິເສດເຊິ່ງຜູ້ຊາຍຄົນໃດກໍ່ຕ້ອງປະຕິບັດ. ຖ້າຫາກຊາວເຜົ່າຢ້າວແດງ, ຈັດພິທີເກິບສັກໃຫ້ຜູ້ຊາຍທີ່ມີອາຍຸ 12 – 30 ປີ; ຊາວເຜົ່າຢ້າວເສື້ອຍາວເກິບສັກໃຫ້ຜູ້ຊາຍທີ່ອາຍຸແຕ່ 11 – 19 ປີນັ້ນ, ຜູ້ຊາຍຊາວເຜົ່າຢ້າວເຄົາພັດຈັດພິທີເກິບສັກໃຫ້ຜູ້ຊາຍທີ່ມີອາຍຸແຕ່ 11 – 12 ປີ. ອ້າຍ ເຕິ໋ນລາອູ, ພະນັກງານຫໍພິພິດທະພັນຊົນເຜົ່າແຂວງລາຍເຈົາ, ໃຫ້ຮູ້ວ່າ:
“ຄອບຄົວໃດມີລູກຊາຍອາຍຸແຕ່ 11 – 12 ປີ, ຖ້າມີເງື່ອນໄຂຈະຈັດພິທີເກິບສັກເພື່ອໃຫ້ຜູ້ຊາຍຄົນນັ້ນສາມາດເຂົ້າຮ່ວມການເຄື່ອນໄຫວທຸກດ້ານໃນສັງຄົມກໍ່ຄືໃນປະຊາຄົມຊາວເຜົ່າຢ້າວໄດ້. ຖ້າບໍ່ຈັດຕັ້ງ, ເມື່ອເສຍຊີວິດຈະບໍ່ໄດ້ເຕົ້າໂຮມກັບບັນພະບຸລຸດ. ເຖິງຢ່າງໃດກໍ່ຕາມ, ໃນພິທີງານສົບຊາວບ້ານກໍ່ຈັດພິທີເກິບສັກແບບງ່າຍດາຍໃຫ້ແກ່ຜູ້ນັ້ນ“.
ພິທີເກິບສັກຂອງຊາວເຜົ່າຢ້າວເຄົາ
(ພາບ: ອິນເຕີແນດ)
ໂດຍຕ່າງກັບຊາວເຜົ່າຢ້າວຕ່ຽນຢູ່ກາວບັ່ງ, ພຽງແຕ່ເກິບສັກໃຫ້ຜູ້ຊາຍທີ່ມີເມຍແລ້ວນັ້ນ, ຊາວເຜົ່າຢ້າວເຄົາພັດເກິບສັກໃຫ້ແກ່ຜູ້ບໍ່ທັນມີເມຍເທົ່ານັ້ນ, ຖ້າບໍ່ໄດ້ເກິບສັກ, ຜູ້ຍິງບໍ່ເອົາເປັນຜົວ. ທ່ານ ເຕິນກິມຟູ, ຢູ່ຄຸ້ມຖະໜົນ 6, ເທດສະບານສິ່ນໂຮ່, ເມືອງສິ່ນໂຮ່, ແຂວງລາຍເຈົາ, ໃຫ້ຮູ້ວ່າ:
“ນັ້ນແມ່ນສາຍເຫດທີ່ບັງຄັບໃຫ້ຜູ້ຊາຍຕ້ອງໄດ້ເກິບສັກ. ໃນພິທີເກິບສັກ, ຖ້າຜູ້ໃດເກັ່ງກ້າສາມາດ, ແລະ ຢາກເປັນໝໍຜີຈະໄດ້ເກິບສັກໝໍຜີເລີຍ. ເຖິງວ່າຈະເປັນຄົນເກັ່ງກ້າ, ມີລະດັບຄວາມຮູ້ແຕ່ບໍ່ທັນໄດ້ເກິບສັກ, ຊາຍຄົນນັ້ນຈະບໍ່ໄດ້ທຳພິທີບູຊາ, ບໍ່ໄດ້ເອົາເມຍ ແລະ ຖືກຖືວ່າແມ່ນເດັກນ້ອຍຍັງບໍ່ທັນເຕີບໃຫຍ່“.
ມື້ຈັດພິທີເກິບສັກກໍ່ແມ່ນວັນບຸນຂອງປະຊາຄົມຊາວເຜົ່າຢ້າວ. ມື້ນັ້ນທັງໝູ່ບ້ານພ້ອມກັບຄອບຄົວເປັນສັກຂີພິຍານ ແລະ ອວຍພອນຄອບຄົວທີ່ມີລູກຊາຍໄດ້ເກິບສັກ. ຍ້ອນເຫດນັ້ນພິທີເກິບສັກຕ້ອງເສຍເງິນຫຼາຍ. ຄອບຄົວຈັດພິທີຕ້ອງກະກຽມເຄື່ອງຂອງບູຊາກ່ອນນັ້ນແຕ່ 2 ເຖິງ 3 ປີ. ທ່ານ ເຈິ່ນກິມຟູ, ໃຫ້ຮູ້ວ່າ:
“ຄອບຄົວຕ້ອງກະກຽມທັນຍາຫານ, ສະບຽງອາຫານຫຼາຍ, ວັນບຸນເກິບສັກປຽບເໝືອນວັນບຸນຂອງໝູ່ບ້ານ, ໃນວັນບຸນຈະດຳເນີນຫຼາຍພິທີພ້ອມກັນ. ເຂົາເຈົ້າຕ້ອງຄັດເລືອກມື້ສັນວັນດີ, ຕ້ອງມີໝູນັບສິບໂຕເພື່ອເຊີນໝໍຜີມາສວດ. ຍ້ອນນີ້ແມ່ນພິທີງານບຸນຂອງປະຊາຄົມໃນໝູ່ບ້ານ, ເຂົາເຈົ້າຈຶ່ງກິນດື່ມໃນຕະຫຼອດ 2, 3 ວັນ“.
ພິທີເກິບສັກຂອງຊາວເຜົ່າຢ້າວເຄົາ
(ພາບ: ອິນເຕີແນດ)
ກ່ອນຈັດພິທີ, ຜູ້ຊາຍຊາວເຜົ່າຢ້າວເຄົາຕ້ອງອາບນຳ້ອາບໃນຢ່າງສະອາດ, ຕ້ອງເຮັດວຽກງານກຸສົນ, ບໍ່ໄດ້ກິນຊີ້ນໝາ, ບໍ່ໄດ້ຮ່ວມສຳພັນທາງເພດ, ບໍ່ໄດ້ຂ້າສັດ, ບໍ່ພຽງແຕ່ຜູ້ໄດ້ເກິບສັກເທົ່ານັ້ນ, ຫາກບັນດາຜູ້ເຂົ້າຮ່ວມງານບຸນກໍ່ບໍ່ໄດ້ລະເມີດຂໍ້ກຳນົດດັ່ງກ່າວ. ທ່ານເຕິນກິມຟູ, ໃຫ້ຮູ້ຕື່ມອີກວ່າ:
“ຜູ້ທີ່ເຂົ້າຮ່ວມພິທີທຸກຄົນ, ນັບທັງຜູ້ຍິງ ແລະ ຜູ້ຊາຍ, ກ່ອນຈະເຂົ້າຮ່ວມພິທີຕ້ອງປະຕິບັດຕາມຂໍ້ກຳນົດ. ຜູ້ໃດມີຜົວມີເມຍແລ້ວກໍ່ບໍ່ໄດ້ນອນນຳກັນ, ບໍ່ໄດ້ຮ້າຍດ່າກັນ, ຕ້ອງກິນຢູ່ຄືດັ່ງຜູ້ລຳບາກເພື່ອຜ່ານຄວາມຫຍຸ້ງຍາກ, ເຮັດໄດ້ຄືແນວນັ້ນຈຶ່ງກາຍເປັນພົນລະເມືອງຢ່າງເປັນທາງການ“.
ພິທີເກິບສັກຂອງຊາວເຜົ່າຢ້າວແດງ
(ພາບ: ອິນເຕີແນດ)
ພິທີເກິບສັກດຳເນີນໃນເວລາ 2, 3 ວັນ, ໝໍຜີຈະສ້າງເວທີບູຊາ. ພາຍຫຼັງໝໍຜີທຳພິທີແລ້ວ, ເຂົາເຈົ້າຈະອຸ້ມຜູ້ຊາຍຄົນນັ້ນຂຶ້ນເວທີແລ້ວປ່ອຍລົງແຫທີ່ໄດ້ກາງໄວ້ກ່ອນ. ສິ່ງດັ່ງກ່າວເປັນຂີດໝາຍການເຕີບໃຫຍ່, ກາຍເປັນພົນລະເມືອງຢ່າງເປັນທາງການຂອງຊົນເຜົ່າຢ້າວເຄົາ.
ພິທີເກິບສັກຖືກດຳເນີນດ້ວຍວາດຟ້ອນຕ່າງໆ, ສະແດງໃຫ້ເຫັນບັນດາຮູບການສິລະປະຄື: ດົນຕີ, ຟ້ອນໃນປະເພນີເຄື່ອນໄຫວສາສະໜາຂອງທ້ອງຖີ່ນ, ທັງສະແດງໃຫ້ເຫັນວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າຢ້າວ, ເຮັດໃຫ້ວັດທະນະທຳທີ່ເປັນມູນເຊື້ອຂອງປະຊາຄົມ 54 ຊົນເຜົ່າຫວຽດນາມອຸດົມສົມບຸນຍິ່ງຂຶ້ນ.