ພິນຈາປີ, ວີນຍານຂອງຊາວເຜົ່າຣາລາຍ

(vovworld) - ສຳລັບຊາວ​ເຜົ່າ ຣາລາຍ, ຖ້າ​ຫາກ​ຜູ້​ຮັ່ງມີ​, ​ມີ​ຄ້ອງ​ມ້າ​ລາ ​ເພື່ອຕີໃນ​ງານ​ບຸນ​ຕ່າງໆ, ຜູ້​ທຸກ​ຍາກກໍ່​ມີ​ພິນ​ຈາ​ປີ, ​ເຊິ່ງ​ແມ່ນ​ເຄື່ອງ​ດົນຕີ​ແບບ​ທຳ​ມະ​ດາ​ສາມັນ ​ທີ່ມີ​ນຳ້ສຽງ​ຄ້າຍຄື​ກັນ​ກັບ​ຄ້ອງ​ມ້າ​ລາ. ກ່ອນ​ນີ້ 20 ປີ, ບົດ​ເພງ ”ຄວາມ​ໄຝ່ຝັນ​ຈາ​ປີ” ຂອງ​ນັກ​ດົນຕີ ​ເຈິ່ນຕ໋ຽນ ​ໄດ້​ເຮັດ​ໃຫ້​ຜູ້​ຟັງ​ຮູ້ຈັກ​ເຖິງພິນ​ຈາ​ປີ. ​ແລະ ບົດ​ເພງ​ນີ້​ເອງກໍ່​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຫຼາຍ​ຄົນ​ມາ​ຢ້ຽມຢາມໝູ່​ບ້ານ​ຕ່າງໆ​ຂອງ​ຊາວ​ເຜົ່າ ຣາລາຍ ​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ພິນ​ຈາ​ປີ ​ແລະ ຄວາມ​ໄຝ່ຝັນ​ຈາ​ປີ.

ພິນຈາປີ, ວີນຍານຂອງຊາວເຜົ່າຣາລາຍ - ảnh 1

ພິນຈາປີ


        “ຢູ່​ບ່ອນ​ນັ້ນ​ເທິງ​ຈອມ​ພູ​ສູງ​/ມີ​ສອງ​ຄົນ​ຮັກ​ກັນ/​ຢູ່​ບ່ອນ​ນັ້ນ​ບໍ່​ມີ​ລະດູ​ໜາວ, ບໍ່​ມີ​ແດດ​ຝົນ/ມີ​ແຕ່​ລະດູ​ແຫ່ງ​ຄວາມ​ຮັກ/ ຢູ່​ທີ່​ນັ້ນ​ມີ​ຝູງ​ແບ້​ອ້ອມ​ໂນນ​ພູ/ມີ​ແຕ່​ເຮືອນ​ມຸງຫຍ້າ, ​ເຮືອນຮ້ານ​ທີ່​ເບີກບານ​ມ່ວນ​ຊື່ນ/ຢູ່​ທີ​ນັ້ນ​ເຂົາ​ເຈົ້າ​ດຳລົງ​ຊີວິດ​ໃນ​ຄວາມ​ສັນຕິ​ສຸກ/ຜູ້​ທຸກ​ຍາກ​ກໍ່​ມີ​ພິນ​ຈາ​ປີ/... ຜູ້​ໃດ​ນິຍົມ​ຄວາມ​ເສລີ​ຈົ່ງ​ຂຶ້ນ​ພູ​ຟັງສຽງ​ຈາ​ປີ”.

        ​ເນື້ອ​ໃນ​ບົດ​ເພງ​ໄດ້​ພັນ​ລະ​ນາ​ຮູ​ບພາບ​ເຂດ​ບ້ານ​ນາ. ​ເມື່ອ​ສຽງ​ເພງ​ດັງ​ຂຶ້ນ​ທຸກ​ຄົນ​ຮູ້ສຶກ​ເບີກບານ​ມ່ວນ​ຊື່ນ​ແລະ​ເຈືອ​ຈານ​ໃນ​ຄວາມ​ໄຝ່ຝັນ​ຈາ​ປີ, ດ້ວຍ​ເຂດ​ພູ​ພຽງ​ທີ່​ກວ້າງ​ໃຫຍ່, ພ້ອມ​ກັບ​ທຳ​ມະ​ຊາດ​ອຸດົມສົມ​ບຸນ ​ແລະ ບັນຍາກາດ​ເສລີ, ​ເພິດ​ເພິນ​ຂອງ​ເຂດ​ພູຜາ​ປ່າ​ໄມ້. ​ໃນ​ຄວາມ​ໄຝ່ຝັນ​ຈາ​ປີ, ທຸກ​ຄົນ​ມີ​ແຕ່​ຮູ້​ຮັກ​ກັນ​ເທົ່າ​ນັ້ນ... ຍ້ອນ​ເຫດ​ນັ້ນ, ​ເມື່ອ​ຄິດ​ເຖິງ​ພິນ​ຈາ​ປີ, ຫຼາຍ​ຄົນ​ມັກ​ຖາມ​ຕົວ​ເອງ​ວ່າ, ຄວາມ​ໄຝ່ຝັນ​ຈາ​ປີ​ມີ​ແທ້​ຫຼື​ບໍ່? ​ແລະ ພິນ​ຈາ​ປີ​ແມ່ນ​ຄື​ແນວ​ໃດ? ສິ່ງ​ດັ່ງກ່າວ​ໄດ້​ພາ​ພວກ​ຂ້າພະ​ເຈົ້າ​ໄປ​ຍັງ​ບ່ອນ​ກຳ​ເນີ​ດພິນ​ຈາ​ປີ ຢູ່​ເຂດ​ພູ​ແຄ໋ງ​ເຊີນ, ​ແຂວງ​ແຄ໋ງຮ່ວາ. ຕາມ​ການ​ແນະນຳ​ຂອງ​ທ່ານ ​ເມົ໋າກວົກຕ໋ຽນ, ພວກ​ຂ້າພະ​ເຈົ້າ​ມາ​ຢ້ຽມຢາມ​ເຮືອນ​ຂອງ​ທ່ານ ປີ​ນັງທ້ວນ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ຜູ້​ທີ່​ສາມາດ​​ປະດິດພິນ​ຈາ​ປີ​ໄດ້...

​ເທບ​ສຽງ​ພິນ​ຈາ​ປີ


​        ເມື່ອ​ຕ້ອນຮັບ​ພວກ​ຂ້າພະ​ເຈົ້າ, ທ່ານ ປີ​ນັງທ້ວນ​ ​ໃຫ້​ຮູ້​ວ່າ: ຊາວ​ເຜົ່າ ຣາລາຍ ​ໃນ​ປະຈຸ​ບັນ​ຍັງ​ຄົງ​ຫຼິ້ນ​ພິນ​ຈາ​ປີ​ໃນ​ງານ​ບຸນ​ຕ່າງໆ, ​ແຕ່​ຜູ້​ທີ່​ຮູ້​​ປະດິດ​ພິນ ​ແລະ ຫຼິ້ນ​ພິນ​ປະ​ເພດນີ້​ແມ່ນ​ບໍ່​ຫຼາຍ. ຕາມ​ທ່ານ ປີ​ນັງທ້ວນ ​ແລ້ວ, ພິນ​ຈາ​ປີ​ເຮັດ​ດ້ວຍ​ລຳໄມ້​ໄຜ່, ​ແຕ່​ຕ້ອງ​ເລືອກ​ເອົາ​ລຳ​ໃຫຍ່​ທີ່​ມີຕາທັງ​ສອງ​ຫົວ ​ແລະ ​ເປືອກ​ຕ້ອງ​ບາງ. ລຳ​ໄມ້​ໄຜ່​ເຮັດພິນ​ຈາ​ປີ ທຳ​ມະ​ດາ​ແມ່ນຍາວ​ປະມານ 30 cm, ​ເສັ້ນ​ຜ່າ​ກາງ​​​ປະມານ 10 cm. ພາຍຫຼັງ​ເລືອກ​ລຳ​ໄມ້​ໄຜ່​ໄດ້​ແລ້ວ, ຈະ​ໃຊ້​ເຫຼັກ​ເຈາະ​ເຜົາ​ໄຟ​​​ແລ້ວເຈາະ​​ໃສ່ລຳ​ໄມ້​ໄຜ່​ເປັນ​ຮູ​ເພື່ອ​ອອກ​​ເປັນ​ສຽງ​. ທ່ານ ປີ​ນັງທ້ວນ, ​ແນະນຳ​ວ່າ:

        “ນີ້​ແມ່ນ​ພິນ​ທີ່​ຂ້າພະ​ເຈົ້າ​ພວມ​​ປະດິດ, ມັນ​ລວມມີ 6 ຮູ, 2 ຮູ​ຢູ່​ສອງ​ຫົວ​ເພື່ອ​ອອກ​ເປັນສຽງ​​ດັງ​. ບັນດາ​ຮູ​ໃນ​ພິນ​ນີ້​ຖືກ​ເຈາະ​ເປັນ​ແຖວ​ໃຫ້ອອກ​ສຽງ​ເປັນ​ຈັ່ງ​ຫວະ“.

ພິນຈາປີ, ວີນຍານຂອງຊາວເຜົ່າຣາລາຍ - ảnh 2

ຊາວຣາລາຍປະດິດພິນຈາປີ

        ​ພິນ​ຈາ​ປີ​ຖືກ​ເຮັດຕາມ​ແບບ​ຫັດຖະກຳ​. ທ່ານ ປີ​ນັງທ້ວນ ມີ​ຄວາມ​ຊຳນານ​ທີ່​ສຸດ​ໃນ​ການ​ປະດິດ​ພິນ​ປະ​ເພດ​ນີ້. ພິ​ເສດ​ແມ່ນ​ເມື່ອ​ທ່ານ​ແຍກ​ເປືອກ​ລຳ​ໄມ້​ໄຜ່​​ໃຫ້ເປັນ​ສາຍພິນ. ພາຍຫຼັງເຮັດສຳເລັດ ແລະ ປະດັບປະດາໃຫ້ພິນຈາປີແລ້ວ, ທ່ານ​ກໍ່​ຍົກ​​ຂຶ້ນ​ແຍງ​ດູ​ ແລ້ວ​ຫຼິ້ນ​ໃຫ້​ພວກ​ຂ້າພະ​ເຈົ້າ​ຟັງ. ມັນ​ຖືກ​ກັນ​ເນື້ອ​ໃນ​ບົດ​ເພງ​ຂອງ​ນັກ​ດົນຕີ ​ເຈິ່ນຕ໋ຽນ ​ແທ້ໆ, ພິນ​ຈາ​ປີ​ແມ່ນ​ຂາດ​ບໍ່​ໄດ້​ໃນ​ຈິດ​ວີນຍານ​ຂອງ​ຊາວ​ເຜົ່າ ຣາລາຍ. ທ່ານ ​ເມົ໋າກວົກຕ໋ຽນ ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “ສຳລັບ​ຊາວ​ເຜົ່າ ຣາລາຍ, ພິນ​ຈາ​ປີ​ຍັງ​ຖື​ວ່າ​​ແມ່ນຄ້ອງຫຍໍ້​ເຂົ້າ. ຍ້ອນຄ້ອງ​ມ້າ​ລາ​ແມ່ນ​ຂາດ​ບໍ່​ໄດ້​ໃນ​ທຳນອງ​ເພງ​ພື້ນ​ເມືອງ. ດັ່ງ​ນັ້ນ​ຊາວ​ເຜົ່າ ຣາລາຍ ​ເຄີຍນຳ​ເອົາ​ພິນ​ຈາ​ປີ​ໄປ​ຕາມ​ໃນ​ຍາມ​ເຮັດ​ໄຮ່​​, ກໍ່​ຄື​ສອນ​ໃຫ້​ລູກ​ຫຼານວິທີ​ຫຼິ້ນ. ສ່ວນ​ແມ່​ຍິງ​ທັງ​ເຈ່ຍ​ລູກ​ທັງ​ຫຼີ້ນພິນ​ຈາ​ປີ​ໄດ້“.

ພິນຈາປີ, ວີນຍານຂອງຊາວເຜົ່າຣາລາຍ - ảnh 3

ທ່ານ ​ເມົ໋າກວົກຕ໋ຽນ ​ມອບພິນຈາປີໃຫ້ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ

        ​ແຕ່ລະ​ເທື່ອ, ​ເມື່ອ​ຊາວບ້ານ​ນັ່ງ​ອ້ອມ​ເຕົາ​ໄຟ, ຜູ້​ເຖົ້າ​ຜູ້​ແກ່​ກໍ່​ເລົ່າ​ໃຫ້​ຟັງ​ເລື່ອງ​ລາວ​ກ່ຽວ​ກັບ​ພີນຈາ​ປີ. ​ໃນ​ຄຳ່​ຄືນ​ຝົນຕົກ​ຕົ້ນ​ລະດູ, ຊາວ​ເຜົ່າ ຣາລາຍ ກໍ່​ຫຼີ້ນພິນ​ຈາ​ປີ​​ບົດ ”​ໂຕ​ກົບ” ດ້ວຍ​ທຳນອງ​ທີ່​ອ່ອນ​ຊ້ອນ. ​ຫຼື​ເມື່ອ​ໄປ​ເຮັດ​ໄຮ່​ເຮັດ​ນາ, ສຽງ​ພິນ​ຈາ​ປີ​ດັງ​ຂຶ້ນ​ເພື່ອ​​ເຕືອນໃຫ້​ທຸກ​ຄົນຢ່າ​ລືມນຳ​ເອົາ​ເຄື່ອງມືກັບ​ບ້ານ... ພິນ​ຈາ​ປີ​ຍາມ​ໃດ​ກໍ່​ມີໜ້າ​ໃນ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ຂອງ​ຊາວ​ເຜົ່າ ຣາລາຍ. ​ຈາ​ປີ ​ແມ່ນ​ຄວາມ​ໄຝ່ຝັນ​ຂອງບັນດາ​ຜູ້​ທຸກ​ຍາກ, ​ແຕ່​ມີ​ນ້ຳ​ໃຈກວ້າງ​ຂວາງ, ດ້ວຍ​ຄວາມ​ໄຝ່ຝັນ​ທີ່​ວ່າຜູ້​ໃດ​ກໍ່​ໄດ້​ຮັບ​ຟັງສຽງ​​ຈາ​ປີ, ທຳນອງຂອງ​ພູຜາ​ປ່າ​ໄມ້.

  

ຕອບກັບ

ຂ່າວ/ບົດ​ອື່ນ