ພົບກັນໃນວັນ“ຄະລຳລົມ“ຂອງຊາວເຜົ່າຢ້າວຢູ່ບິ່ງລຽວ

(vovworld) – “​ເຮີ​ຍບ່າວ​ໃນ​ບ້ານ, ຈື່​ບໍ​ຕະຫຼາດ​ແຫ່ງ​ຄວາມ​ຮັກ, ອ້າຍ​ຟ້ອນ​ແຄນ​ນ້ອງ​ຂັບ, ດື່ມ​ເຫຼົ້າ​ຫຼາຍ​ກໍ່​ບໍ່​ເມົາ“. ນັ້ນ​ແມ່ນ​​ເນື້ອ​ໃນ​ບົດ​ເພງ​ຂອງ​ຊາວ​ເຜົ່າ​ຢ້າວ ຢູ່​ເມືອງ​ ບິ່ງ​ລຽວ, ​ແຂວງ​ ກວາງ​ນິງ, ​ໃນ​ງານ​ບຸນ “ຄະລຳ​ລົມ“ ວັນ​ທີ 4/4 ​ໄລ່​ຕາມ​ຈັນທະ​ປະຕິທິນ​ຂອງ​ທຸກ​ປີ. ​ໃນ​ວັນ​ນີ້, ຊາວ​ເຜົ່າ​ຢ້າວ ​ຢູ່​ ບິ່ງ​ລຽວ ລະ​ຫຼິ້ນ, ນັກ​ພົບ​ກັນ, ພ້ອມ​ກັນ​ດື່ມ​ເຫຼົ້າ, ສະ​ແດງ​ຄວາມ​ຮັກ​ນຳ​ກັນ.
ພົບກັນໃນວັນ“ຄະລຳລົມ“ຂອງຊາວເຜົ່າຢ້າວຢູ່ບິ່ງລຽວ - ảnh 1

ຊາວເຜົ່າຢ້າວໄປຕະຫຼາດ

        ບິ່ງ​ລຽວ ມີຄວາມ​ງາມ​ແບບ​ທຳ​ມະ​ຊາດ, ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ​ຄື: ຊົນ​ເຜົ່າ​ຢ້າວ, ​ໄຕ, ນຸ່ງ, ຊ໋ານຈີ… ຈາກ​ເທດສະບານ​ຢູ່ໃຈກາງ​ບິ່ງ​ລຽວ, ​​ໄປລຽບ​ຕາມ​ເສັ້ນທາງ​ຄົດ​ລ້ຽວ ​ຜ່ານບັນດາທົ່ງນາ​ຂັ້ນ​ໄດ ປະມານ 10 ຫຼັກ ຈະ​ໄປ​ຮອດ​ຕາ​ແສງ​ຊາຍ​ແດນ​ດົ່ງ​ວັນ, ​ແຫ່ງ​ທີ່ມີ​ຊາວ​ເຜົ່າ​ກວມ​ເຖິງເຖິງ 90% ຈຳນວນ​ພົນລະ​ເມືອງ​​ໃນ​ຕາ​ແສງ.

        ບໍ່​ຮູ້ຈັກ​ວ່າ​ແຕ່​ເວລາ​ໃດ, ຊາວ​ເຜົ່າ​ຢ້າວ ຢູ່​ທີ່​ນີ້​ໄດ້​ເຊື່ອ​ຖື​ວ່າ, ​ໃນວັນ​ທີ 4/4 ​ໄລ່​ຕາມ​ຈັນທະ​ປະຕິທິນ, ຖ້າ​ເຮັດ​ສິ່ງ​ໃດ​ກໍ່​ບໍ່​ສະດວກ, ຖ້າ​ປຸກ​ສ້າງ​ເຮືອນ ​ເຮືອນ​ກໍ່​ຖືກ​ພັງ, ​ເຮັດ​ນາ​ກໍ່​ບໍ່​ໄດ້​ຮັບ​ຜົນ. ຍ້ອນ​ເຫດ​ນັ້ນຊາວ​ເຜົ່າ​ຢ້າວ​ທັງ​ໝູ່​ບ້ານ​ຈຶ່ງ​ພັກການບໍ່​ເຮັດ​ວຽກ​ຫຍັງອີກ ​ເພື່ອ​ເຂົ້າ​ຮ່ວມ​ງານ​ບຸນ. ​ເອື້ອຍ ຕັ່ງ​ຊ໋າມມູ໋ຍ, ບ້ານ​ ແຄ​ຕ່ຽນ, ຕາ​ແສງ ​ດົ່ງ​ວັນ, ​ແບ່ງປັນ​ວ່າ:

        “ມື້​ນີ້​ແມ່ນ​ວັນຄະລຳ​ລົມ​ທີ 4/4, ດັ່ງ​ນັ້ນ​ບໍ່​ເຮັດ​ຫຍັງ​ມີ​ແຕ່​ໄປ​ຫຼີ້ນ​ເທົ່າ​ນັ້ນ. ກ່ອນ​ນີ້​ໄດ້​ມີ​ວັນ​ຄະລຳ​ແລ້ວ, ພໍ່​ແມ່​ຄະລຳ, ຂ້າພະ​ເຈົ້າ​ກໍ່​ຄະລຳ. ​ໃນ​ມື້​ນີ້​ທຸກ​ຄົນ​ພາກັນ​ໄປ​ຫຼີ້ນ, ຜູ້​ໃດ​ມັກ​ໄປ​ກໍ່​ໄປ, ຜູ້​ໃດ​ບໍ່​ມັກ​ໄປ​​ແມ່ນ​ຢູ່​ເຮືອນ​ປັກ​ແສ່ວ”.

ພົບກັນໃນວັນ“ຄະລຳລົມ“ຂອງຊາວເຜົ່າຢ້າວຢູ່ບິ່ງລຽວ - ảnh 2

ຄວາມເບິກບານມ່ວນຊື່ນຂອງບັນດານາງສາວເຜົ່າຢ້າວໃນງານບຸນ

ເຂົາ​ເຈົ້າ​ຊວນ​ກັນ​ໄປ​ຕະຫຼາດ​ໃນ​ວັນ​ທີ 4/4. ນັບ​ແຕ່​ຮຸ່ງ​ເຊົ້າ, ບົນ​ເສັ້ນທາງ​ໄປ​ຍັງ​ຕະຫຼາດ​​ໄດ້​ມີ​ຜູ້​​ໄປມາເປັນ​ຈຳນວນ​ຫຼວງ​ຫຼາຍ. ​ໃນ​ວັນ​ບຸນ, ຕະຫຼາດ​ດົ່ງ​ວັນ ກໍ່​ຜິດ​ປົກກະຕິ. ​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ໄປ​ຕະຫຼາດ​ເພື່ອ​ຊື້​ເຄື່ອງ​ຂອງ​ເທົ່າ​ນັ້ນ, ຫາກ​ຍັງ​ໄປ​ເພື່ອ​ລະ​ຫຼິ້ນ, ​ໂອ້​ລົມ ​ແລະ ຂາຍ​ຜະລິດ​ຕະພັນ​ຂອງ​ທ້ອງ​ຖີ່​ນຕົນ​ອີກ​ດ້ວຍ. ຜູ້​ຊາຍ​ມັກ​ຫາ​ຮ້ານ​​ຂາຍ​ມີດ, ຂາຍ​ເກີບ, ສ່ວນ​ຜູ້ຍິງ​ມັກ​ຫາ​ຮ້ານ​ຂາຍ​ຜ້າ​ແພ, ​ເສັ້ນ​​ໄໝ​ປັກ​ແສ່ວ. ​ເຂົາ​ເຈົ້າ​ສະ​ແດງ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ຜະລິດ​ຕະພັນ​ປັກ​ແສ່ວ​ທີ່​ສວຍ​ງາມໂດຍ​ຕົນ​​ເຮັດ​ເອງ​ໃນ​ປີ. ສຽງ​ເວົ້າ, ສຽງ​ຫົວ​ມ່ວນ​ຊື່ນ​ເຮັດ​ໃຫ້​ຕະຫຼາດນັດ​ມີ​ຄວາມ​ຟົດ​ຟື້ນ​ຍິ່ງ​ຂຶ້ນ.

        ​ແຕ່​ສຳລັບ​ຊາວ​ເຜົ່າ​ຢ້າວ ​ແລ້ວ, ສິ່ງ​ດີ​ມ່ວນ​ທີ່​ສຸດ​ຂອງ​ວັນ​ບຸນ “ຄະລຳ​ລົມ“ ນັ້ນ​ແມ່ນ​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ໄດ້​ລະ​ຫຼິ້ນ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ພົບ​ປະ, ນັດ​ພົບ​ກັບ​ໝູ່​ເພື່ອນ​ຢ່າງ​ເສລີ​ອີກ​ດ້ວຍ. ທຸກ​ຄົນ​ທັງ​ເຖົ້າ​ແກ່, ບ່າວ​ສາວ​ລ້ວນ​ແຕ່​ຖື​ວັນນີ້​ແມ່ນ​​ໂອກາດ​ເພື່ອ​ຊອກ​ຫາ​ເພື່ອນ​ມິດ, ​​ຫວນ​ຄືນ​​ອະດີດຕະການ ​ແລະ ​ເວົ້າ​ເຖິງ​ຄວາມ​ໄຝ່ຝັນ​ໃນອະນາຄົດ. ຜູ້​ໃດ​ກໍ່​ໄດ້​ດື່ມ​ເຫຼົ້າ, ​ເບຍ. ​ເຂົາ​ເຈົ້າ​ທັງ​ດື່ມ​ເຫຼົ້າ ທັງ​ຂັບ​ຮ້ອງ​ນຳ​ກັນ. ນາງ​ສາວ ຈິ​ວທິ​ເມັ໋ນ, ບ້ານ ​ແຄມ​ອກ, ​ເລົ່າ​ສູ່​ຟັງ​ວ່າ:

        “ມື້​ນີ້​ໄປ​ຕະຫຼາດ, ​ໄດ້​ພົບ​ປະ​​ແລະ ດື່ມ​ເຫຼົ້າ​ກັບເພື່ອນ​ມິດມ່ວນ​ຫຼາຍ, ບາງ​ຄົນ​ດື່ມ​ຫຼາຍ​​ໂພດ​ຈົນ​ລືມ​ບໍ່​ນຳ​ເອົາ​ເຄື່ອງ​ຂອງ​ທີ່​ຊື້​ແລ້ວ​ກັບ​ບ້ານ“.

ພົບກັນໃນວັນ“ຄະລຳລົມ“ຂອງຊາວເຜົ່າຢ້າວຢູ່ບິ່ງລຽວ - ảnh 3

ເຖົ້າແກ່, ບ່າວສາວກໍ່ດື່ມເຫຼົ້າໝົດ

        ບັນດາ​ບ່າວ​ສາວ​ພົບ​ກັນ​ໃນ​ງານ​ບຸນ, ​​ເຄີຍ​ຂັບ​ຮ້ອງບັນດາ​ບົ​ດ​ເພງ​ແຫ່ງ​ຄວາມ​ຮັກ​ນຳ​ກັນ: “​ເຫັນ​ດອກ​ໄມ້​ບານຢູ່​ພາກ​ພຸ້ນ​​ຫ້ວຍ​ນ້ຳ/ຢາກ​ເດັດ​ເອົາແຕ່​ບໍ່​ມີ​ເຮືອຂ້າມ”, “ອ້າຍ​ຢາກ​ເດັດ​​ເອົາດອກ​ໄມ້, ຢ່າ​ເປັນ​ຫ່ວງ​ອ້າຍ​ເດີ/ອ້າຍ​ຈົ່ງ​ເດັດ​​​ເອົາໃບ, ​​ແລ້ວເຮັດ​​ເຮືອ​ກາຍ​ຂ້າມ“.

        ມີ​ບາງ​ຄົນ​ປຽບທຽບ​ບຸນ ​ຄະລຳ​ລົມ​ ກັບ​ຕະຫຼາດ​ແຫ່ງ​ຄວາມ​ຮັກຂອງ ຊາ​ປາ, ຂອງ​ເຄົາ​ວາຍ, ​ແຕ່​ຊາວ​ເຜົ່າ​ຢ້າວ​ພັດ​ຖື​ງານ​ບຸນ​ດົ່ງ​ວັນ ແມ່ນ​ໂອກາດ​ເພື່ອ​ພົບ​ປະ​ກັບ​ອ້າຍ​ນ້ອງ, ​ເພື່ອນ​ມິດ. ຄົນ​ໜຸ່ມ​ຫາ​ແຟນ​ໄດ້​ແມ່ນ​ສ້າງ​ເປັນ​ຄອບຄົວ, ຜູ້​ເຖົ້າ​ພົບ​ກັນ​ເພື່ອ​​ໂອ້​ລົມ ​ແລະ ເຂົ້າ​ໃຈ​ກັນ​ກວ່າ. ອ້າຍ​ຈ້າງ​ຢີ່ສິງ, ຢູ່​ເມືອງ​ຕຽນ​ອຽນ, ຫ່າງ​ຈາກ​ບິ່ງ​ລຽວ 30 ກມ, ​ໄປ​ດົ່ງ​ວັນ ​ພ້ອມ​ກັບ​ພໍ່​ແມ່​ແຕ່​ເວລາ 5 ​ໂມງ​ເຊົ້າ, ​ແລະ ​ໄດ້​ພົບ​ກັບ​ນ້ອງ​ສາວ​ ຜູ້ເອົາ​ຜົວ​ຢູ່​ທີ່​ນີ້. ອ້າຍ​​ເວົ້າ​ວ່າ:

        “​ໄປ​ເພື່ອ​ໄດ້​ພົບ​ປະ​ກັບ​ອ້າຍ​ນ້ອງ ​ແລະ ລະ​ຫຼິ້ນ​ນຳ​ກັນ, ບາງ​ເທື່ອ​ມ່ວຍຫຼາຍ​ຈົນ​ລືມ​ກັບ​ບ້ານ“.

ພົບກັນໃນວັນ“ຄະລຳລົມ“ຂອງຊາວເຜົ່າຢ້າວຢູ່ບິ່ງລຽວ - ảnh 4

ວັນບຸນວັດທະນະທຳບັນດາເຜົ່ຢູ່ເມືອງບິ່ງລຽວ

        ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ງານ​ບຸນ ​ຄະລຳ​ລົມ​ ໄດ້​ຮັບ​ການ​ເປີດ​ກວ້າງ ​ແລະ ຟົດ​ຟື້ນ​ກວ່າ​​ເກົ່າ. ບໍ່​ພຽງ​ແຕ່​ມີ​ຊາວ​ເຜົ່າ​ຢ້າວ​ຢູ່​ດົ່ງ​ວັນ​ ເທົ່າ​ນັ້ນ, ຫາກ​ຊາວ​ເຜົ່າ​ຢ້າວ​ ຢູ່​ບັນດາ​ເມືອງ​​ອ້ອມ​ຂ້າງ​ຄື ບາ​ແຈ້, ​ເດິ່ມຮ່າ, ຫາຍ​ຮ່າ. ຊຳ້​ບໍ່​ໜຳ​ຊາວ​ເຜົ່າ​ກິ​ງ ​ແລະ ຊາວ​ຊ໋າຈີ, ຊາວ​ເຜົ່າ​ໄຕ​ ກໍ່​ມາ​ແຫ່ງ​ນີ້. ປ້າ ຈິ້ງ​ທິງິ້, ຫົວໜ້າ​ຫ້ອງ​ວັດທະນະທຳ​ຖະ​ແຫຼ​ງຂ່າວ​ເມືອງ​ບິ່ງ​ລຽວ, ​ໃຫ້​ຮູ້​ວ່າ:

        “ດ້ວຍ​ແຜນ​ນະ​ໂຍບາຍ​ຟື້ນ​ຟູ​ບັນດາ​ງານ​ບຸນ​ວັດທະນະທຳ​ໃນ​ບໍລິ​ເວນ​ເມືອງ, ງານ​ບຸນ​ ຄະລຳ​ລົມ​ ຂອງ​ຊາວ​ເຜົ່າ​ຢ້າວ ​ໄດ້​ຮັບ​ການ​ຟື້ນ​ຟູ​ນັບ​ແຕ່​ປີ 2007, ພ້ອມ​ກັບ​ງານ​ບຸນ​ສາລາ​ ລຸກ​ນ່າ ຕິດ​ພັນ​ກັບ​ຂັບ​ແທນ​ພິນ​ຕິ໋ງ ຂອງ​ຊາວ​ເຜົ່າ​ໄຕ, ຂັບ​ສອງ​ເກາະ​ຂອງ​ຊາວ​ເຜົ່າ​ຊ໋າຈີ. ສະ​ເພາະ​ຊົນ​ເຜົ່າ​ຢ້າວ, ນອກຈາກ​ຂັບ​ປາ​ຢຸງ​ ແລ້ວ, ຮູບ​ການ​ຂັບ​ຊ໋ານ​ໂກ໋ ກໍ່​ໄດ້​ຮັບ​ການ​ຮັກສາ​ໄວ້. ​ໃນ​ອະນາຄົດ, ພ້ອມ​ກັບ​ການ​ພັດທນາ​ການທ່ອງທ່ຽວ, ປີ 2015 ຈະ​ສ້າງ​ແຜນ​ງານ​ອະນຸລັກ​ຮັກສາ, ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ​ໃນ​ທ້ອງ​ຖີ່​ນ, ​ໃນ​ນັ້ນ​ມີ​ທັງ​ງານ​ບຸນ​ຂອງ​ຊາວ​ເຜົ່າ​ຢ້າວ​“.

        ​ໃນ​ງານ​ບຸນ “ຄະລຳ​ລົມ“, ຢູ່​ບ່ອນ​ໃດ​ກໍ່​ຍິນ​ສຽງ​ຂັບ, ພ້ອມ​ເສື້ອ​ສີ​ແດງ​ຂອງ​ບັນດາ​ນາງ​ສາວ​ເຜົ່າ​ຢ້າວ ​ທ່າມກາງ​ສີຟ້າ ​ແລະ ສີຂຽວ​ທີ່​ອຸ່ມ​ທູ່​ມຂອງ​ພູຜາ​ປ່າ​ໄມ້. ສິ່ງ​ດັ່ງກ່າວ​ເຮັດ​ໃຫ້​ງານ​ບຸນ​ຍິ່ງ​ຟົດ​ຟື້ນ​ມ່ວນ​ຊື່​ກວ່າ​ອີກ.

 

ຕອບກັບ

ຂ່າວ/ບົດ​ອື່ນ