ພາບແຕ້ມບູຊາ, ວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າຢ້າວໂລກາງ


(vovworld) - ​ເຜົ່າ​ຢ້າ​ວ​ໂລກາ​ງ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ໝວດ​ເຜົ່າຢ້າ​ວທີ່​ເຫຼື້ອມ​ໄສ​ສາສະໜາ​ຄຼິດ, ສິ່ງ​ດ່ັງກ່າວ​ໄດ້​ສົ່ງ​ຜົນ​ສະທ້ອນ​ຫຼາຍ​ຢ່າງ​ເຖິງ​ຊີວິດ​ຂອງ​​ເຂົາ​ເຈົ້າ, ນັບ​ແຕ່​ການຈັດ​ຕັ້ງ​ພິທີ​ງານ​ສົບ, ງານ​ດອງ ຕະຫຼອດ​ຮອດ​ພິທີຕ່າງໆ​ໃນ​ຄອບຄົວ ​ແລະ ​ໃນ​ວົງ​ຕະກຸນ. ​ພິ​ເສດ, ໃນ​ພິທີ​ເຫຼົ່າ​ນັ້ນ​ພາບ​ແຕ້ມ​ບູຊາແມ່ນ​ຂາດ​ບໍ່​ໄດ້. ສຳລັບ​ຊາວ​ເຜົ່າ​ຢາ​ວ​ໂລກາ​ງ​ແລ້ວ, ພາບ​ແຕ້ມ​ບູຊາ​ຄື​ດັ່ງ​ການ​ປະກົດ​ຕົວ​ຂອງ​ເທວະ​ດາ​ຟ້າ​ແຖນ​ໃນ​ບັນດາງານ​ບຸນ​ທີ່​ສຳຄັນ ​ແລະ ມີ​ລັກສະນະສຶກສາ​ສູງ. ​

ພາບແຕ້ມບູຊາ, ວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າຢ້າວໂລກາງ - ảnh 1

ຮູບເທວະດາໃນພາບແຕ້ມບູຊາຂອງຊາວເຜົ່າຢ້າວໂລກາງ

(ພາບ: ອິນເຕີແນດ)

 ລະບົບ​ພາບ​ແຕ້ມ​ບູຊາ​ຂອງ​ຊາວ​ເຜົ່າ​ຢ້າ​ວ​​ແມ່ນ​ອຸດົມສົມບູນ​ທີ່​ສຸດ, ຮູບ​ແຕ້ມ​ສະ​ແດງ​ໃຫ້​ເຫັນ​ທັດສະນະຂອງ​ຊາວ​ເຜົ່າ​ຢ້າ​ວກ່ຽວ​ກັບ​ກົກ​ເຄົ້າ​ຂອງ​ໂລກ​ຈັກກກະ​ວານ, ສາຍ​ພົວພັນ​ລະຫວ່າງ​ສັດສາ​ວາ​ສິງ, ​ໃນ​ນັ້ນ​ມີ​ມະນຸດ. ​ໃນ​ທັດສະນະ​ນັ້ນ, ບັນດາ​ເທວະ​ດາ​ຟ້າ​ແຖນ​ຍັງ​ມີ​ກຳລັງ​ແຮງ ​ແລະ ສິດ​ອຳນາດ​ອະພິນິຫານ​ທີ່​ກະທົບ​ເຖິງ​ທຸກ​ດ້ານ​ຂອງ​ຊີວິດ. ທ່ານ ​ຈ້ຽວຍືຮົ່ງ, ຊາວ​ເຜົ່າ​ຢາ​ວ​ໂລກາ​ງຢູ່​ບ້ານ​ແດ່ວບູດ, ຕາ​ແສງ​ເຫີບ​ຕ໋ຽນ, ​ເມືອງ​ດົງ​ຫີ, ​ແຂວງ​ທ໋າຍງວຽນ, ​ໃຫ້​ຮູ້​ວ່າ:

        “ພາບ​ແຕ້ມ​ບູຊາ​ແມ່ນ​ບັນດາຮູບ​ເທວະ​ດາ​ຟ້າ​ແຖນ​​ເທິງ​ສະຫວັນ​ຊັ້ນ​ຟ້າ. ​ເທິງ​ຟ້າ​ມີ​ແດນ​ສະຫວັນ, ​ໃຕ້​ດິນ​ມີ​ນາລົກ. ​ໃນຮູບ​ແຕ້ມ​ຂອງ​ຊາວ​ເຜົ່າ​ຢ້າ​ວ ມີຮູບເທວະ​ດາ​ຟ້າ​ແຖນ​ທຸກ​ອົງ. ​ເພາະ​ເຂົາ​ເຈົ້າ​ຄິດ​ວ່າ​ເທິງ​ຟ້າ​ມີ​ເທວະ​ດາ​ຟ້າ​ແຖນ​ອົງ​ໃດ ​ແລະ ​ເຮັດ​ວຽກ​​ໃດ, ​ໃຕ້​ດິນ​ກໍ່​ມີເທວະ​ດາ​ຟ້າ​ແຖນ​ອົງ​ນັ້ນ ​ແລະ ​ເຮັດ​ວຽກ​ນັ້ນ​ເຊັ່ນ​ກັນ“.

ພາບແຕ້ມບູຊາ, ວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າຢ້າວໂລກາງ - ảnh 2

ເທວະດາຟ້າແຖນທັງໝົດໃນພາບແຕ້ມບູຊາຂອງຊາວເຜົ່າຢ້າວໂລກາງ

(ພາບ: ອິນເຕີແນດ)

ພາບ​ແຕ້ມ​ບາງ​ແຜ່ນ​ຂອງ​ຊາວ​ເຜົ່າ​ຢ້າ​ວກໍ່​ມີ​ຫົວ​ເລື່ອງ​ຄື​ກັນ​ກັບ​ພາບ​ແຕ້ມ​ບູຊາ​ຂອງ​ຊົນ​ເຜົ່າ​ອື່ນ​ຈຳນວນ​ໜຶ່ງ​ເຊັ່ນ: ຊົນ​ເຜົ່າ​ໄຕ, ນຸ່ງ, ຊ໋ານຢີ່ວ, ​ໃນ​ນັ້ນ​ຕ້ອງ​ເວົ້າ​ເຖິງ​ພາບ​ແຕ້ມ​ຂອງ​ເທວະ​ດາ 4 ອົງ​ຄື: ​ເທວະ​ດາຟ້າຮ້ອງ, ເທວະ​ດາຝົນ, ເທວະ​ດາລົມ, ເທວະ​ດາ​ເມກ. ທ່ານ ດັ້ງຮົ່ງ, ໝໍ​ຜີ​ຊາວ​ເຜົ່າ​ຢ້າ​ວ​ໂລກາ​ງ, ຢູ່ຕາ​ແສງ​ເຫີບ​ຕ໋ຽນ, ​ເມືອງ​ດົງ​ຫີ, ​ແຂວງ​ທ໋າຍງວຽນ, ​ໃຫ້​ຮູ້​ວ່າ, ​ແຕ່​ລະ​ງານ​ບຸນ​ຂອງ​ຊາວ​ເຜົ່າ​ຢ້າ​ວກໍ່​ມີ​ຮູບ​ແຕ້ມ​ທີ່​ແຕກ​ຕ່າງ​ກັນ.

​ເທິງ​ແທ່ນ​ບູຊາ​ຂອງ​ແຕ່​ລະ​ຄອບຄົວ​ລ້ວນ​ແຕ່​ມີ​ຊຸດ​ພາບ​ແຕ້ມ​​ບູຊາ. ໃນ​ປີ​ໜຶ່ງ​ມີ 4 ງານ​ບຸນ​ໃຫຍ່. ​ໃນ​ພິທີ​ງານ​ບຸນ​ເຫຼົ່າ​ນັ້ນ, ອ້າຍ​ນ້ອງ​ໃນ​​ແຕ່​ລະ​ຄອບຄົວ​ຕ້ອງ​ຜັດປ່ຽນ​ກັນນຳ​ເອົາ​ເຫຼົ້າ​ແກ້ວ​ໜຶ່ງ ​ແລະ ​ໄກ່​ມາ​ເພື່ອ​ທຳ​ພິທີບູຊາພາວະນາ​ຂໍ​ໃຫ້​ດິນ​ຟ້າ​ອາກາດ​ເອື້ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ “.

ພາບແຕ້ມບູຊາ, ວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າຢ້າວໂລກາງ - ảnh 3

ເທວະດາອົງໜຶ່ງໃນໃນພາບແຕ້ມບູຊາຂອງຊາວເຜົ່າຢ້າວໂລກາງ

(ພາບ: ອິນເຕີແນດ)

ພາບ​ແຕ້ມ​ບູຊາ​ຂອງ​ຊາວ​ເຜົ່າ​ຢ້າ​ວສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອ​ໝັ້ນ​​ຂອງ​ເຂົາ​ເຈົ້າ​ຕໍ່​ໂລກ​ຈັກກະວານ ​ແລະ ບັນດາ​ປະກົດ​ການ​ໃນ​ຊີວິດ​ນັບ​ແຕ່​ກີ້​ແຕ່​ກ່ອນ. ປະຈຸ​ບັນ, ​ເຖິງ​ວ່າ​ວິທະຍາສາດ​ໄດ້ຮັບ​ການ​ພັດທະນາ ​ແລະ ​ໄດ້​ມີ​ການ​ອະທິບາຍກ່ຽວ​ກັບ​ປະກົດ​ການ​ນີ້​ຢ່າງ​ສົມ​ເຫດ​ສົມ​ຜົນ​ແລ້ວກໍ່ຕາມ, ​ແຕ່​ຊາວ​ເຜົ່າ​ຢ້າ​ວຍັງ​ຄົງ​ເຊື່ອ​ໝັ້ນ ​ແລະ ຮັກສາ​ບັນດາ​ພາບ​ແຕ້ມ​ບູຊາ​ມາ​ແຕ່​ບູຮານ​ນະ​ການ​ໄວ້​ຢູ່.

ອາທິ​ບາຍກ່ຽວ​ກັບ​ສາຍ​ເຫດ​ທີ່​ພາ​ໃຫ້​ບັນດາ​ພາບ​ແຕ້ມ​ນີ້ມີ​ກຳລັງ​ແຮງ​ຄື​ແນວ​ນັ້ນ, ​ທ່ານ ບ່ານ​ຟຸກ​ເຕ່, ຊາວ​ເຜົ່າ​ຢ້າ​ວ​ໂລກາ​ງ, ປະຈຸ​ບັນ​ແມ່ນ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ເຫີບ​ຕ໋ຽນ, ​ເມືອງ​ດົງ​ຫີ, ​ໃຫ້​ຮູ້​ວ່າສຳລັບ​ຊາວ​ເຜົ່າ​ທີ່​ຖື​ສິນ​ທຳ​ເປັນ​ສຳຄັນ​ຄື​ຊາວ​ເຜົ່າ​ຢ້າ​ວນັ້ນ, ບັນດາ​ພາບ​ແຕ້ມ​ດັ່ງກ່າວ​ບໍ່​ພຽງ​ແຕ່​​ແມ່ນ​ການ​ເຫຼື້ອມ​ໄສ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ອີກ​ດ້ວຍ. ​ເຖິງ​ວ່າ​ທັດສະນະ​ຂອງ​ຊາວ​ເຜົ່າ​ຢ້າ​ວກ່ຽວ​ກັບ​ໂລກ​ຈັກກະວານ​ຍັງ​ງ່າຍດາຍກໍ່ຕາມ ​ແຕ່​ບັນດາ​ຮູບ​ໃນ​ພາບ​ດັ່ງກ່າວ​ພັດສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ ​ແລະ ມີ​ລັກສະນະ​ສຶກສາ​ສູງ. ຊາວ​ເຜົ່າ​ຢ້າ​ວ​ໂລກາ​ງຖື​ວ່າ, ບັນດາ​ເທວະ​ດາ​ຟ້າ​ແຖນ​ຍາມ​ໃດ​ກໍ່​ເຂົ້າ​ໃຈ​ແຈ້ງ​ທຸກ​ສິ່ງ​ທຸກ​ຢ່າງ​ຂອງ​ມະນຸດ ​ແລະ ຈະລົງ​ໂທດ​ຜູ້​ໃດ​ທີ່​ມີ​ການ​ກະທຳ​ຜິດ. ພຽງ​ແຕ່​ເບິ່ງ​ຮູບ​​ແຕ້ມທີ່​ເຄັ່ງຂຶມຂອງບັນດາ​ເທວະ​ດາ​ເຫຼົ່າ​ນັ້ນ, ຜູ້​ໃດ​ທີ່​ມີ​ແນວ​ຄວາມ​ຄິດ​ຫຼື​ອຸບາຍບໍ່​ດີກໍ່​ບໍ່​ກ້າະຕິ​ບັດ​ອີກ.

ຕາມທຳ​ມະ​ດາ​ແລ້ວ, ຮູບ​ແຕ້ມ​ເຫຼົ່າ​ນັ້ນ​ເຄີຍ​ແຕ້ມ​ກ່ອນ​ບຸນປີ​ໃໝ່​ປະຈຳ​ຊາດ​ (ບຸນ​ເຕັດ) ສອງ​ສາມ​ເດືອນ​. ​ແລະ ຜູ້​ຢາກ​ແຕ້ມ​ພາບ​ຕ້ອງ​ອາ​ໄສ​ບັນດາ​ໝໍ​ຜີ​ໃນ​ປະຊາ​ຄົມ​ຊົນ​ເຜົ່າ​ຂອງ​ຕົນ​ແຕ້ມ. ຮອດ​ບຸນ​ເຕັດ​​ເຂົາ​ເຈົ້າ​ເຄີຍ​ນຳ​ເອົາ​ພາບ​ແຕ້ມບູຊາ​ນີ້​ອອກມາ​ເພື່ອ​ສິດສອນ​ກ່ຽວ​ກັບ​ຫຼັກ​ສິນ​ທຳ​ໃຫ້​ລູກ​ຫຼານ​ຂອງ​ຕົນ.

ຊຸດ​ພາບ​ແຕ້ມ​ຕ້ອງ​ຈ້າງ​ໝໍ​ຜີ​ແຕ້ມ​ໃຫ້, ​ເມື່ອ​ມີ​ຮູບ​ແຕ້ມ​ແລ້ວ​ຕ້ອງ​ມີ​ຊີ້​ໝູ, ຊີ້ນ​ໄກ່ ​ເພື່ອ​ບູຊາ​ໃນ​ເວລາ 1 ວັນ​ຈຶ່ງ​ສາມາດ​ນຳ​ໃຊ້​ໄດ້“.

ພາບແຕ້ມບູຊາ, ວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າຢ້າວໂລກາງ - ảnh 4

ໝໍຜີຊາວເຜົ່າຢ້າວໂລກາງແຕ້ມແຕ້ມພາບບູຊາ

(ພາບ: ອິນເຕີແນດ)

​ໃນ​ບັນດາ​ພິທີ​ບູຊາ​ຂອງ​ຊາວ​ເຜົ່າ​ຢ້າ​ວ, ​ເຖິງ​ວ່າ​ພິທີ​ບູຊາ​ຖືກ​ຈັດ​ໃນຂອບ​ເຂດ​ຄອບຄົວ​ກໍ່ຕາມ, ​ແຕ່​ຍາມ​ໃດ​ກໍ່ມີ​ຍາດຕິ​ພີ່ນ້ອງ, ​ແລະ ຊາວບ້ານ​ມາ​ຮ່ວມ​ຫຼາຍ​ຄົນ. ຍ້ອນ​​ເນື້ອ​ໃນພາບ​ແຕ້ມ​ຂອງ​ຊາວ​ເຜົ່າ​ຢ້າ​ວ​ໂລກາ​ງມີ​ຫຼາຍ​ຄຸນຄ່າ​ກ່ຽວ​ກັບ​ການ​ສຶກສາ, ວັດທະນະທຳ​ມະນຸດ. ດັ່ງ​ນັ້ນ​ປະ​ເພນີ​ບູຊາ​ພາບ​ແຕ້ມ​ພື້ນ​ເມືອງ​ຂອງ​ເຂົາ​ເຈົ້າ​ຈຶ່ງ​ໄດ້​ຮັບ​ການ​ອະນຸລັກ​ຮັກສາ​​ໄວ້​ແຕ່​ລຸ້ນກ່ອນ​ຈົນ​ຮອດ​ປະຈຸ​ບັນ.

ຕອບກັບ

ຂ່າວ/ບົດ​ອື່ນ