ຢ້ຽມຢາມໝູ່ບ້ານບູຮານ ເດື່ອງເລີມ

(vovworld) - ໝູ່​ບ້ານ​ບູຮານ​ເດື່ອງ​ເລີມ ຂຶ້ນ​ກັບ​ເທດສະບານ ​ເຊີນ​​ໄຕ ຮ່າງ​ຈາກ​​ໃຈກາງນະຄອນ ຮ່າ​ໂນ້ຍ ກວ່າ 40 ກິ​ໂລ​ແມດ, ​ແມ່ນ​ຫນຶ່ງ​ໃນ​ບັນດາ​ສະຖານ​ທີ່​ດຶງດູດ​ນັກ​ທ່ອງ​ທ່ຽວ​ມາຢ້ຽມຢາມ​ໃນ​ຊຸມ​ມື້​ທ້າຍ​ອາທິດ​ເປັນ​ຈຳນວນ​ຫລວງຫລາຍ. ໝູ່​ບ້ານ​ບູຮານ​​ແຫ່ງ​ນີ້​ດູດ​ດື່ມ​ນັກ​ທ່ອງ​ທ່ຽວ​ດ້ວຍ​ບັນດາ​ຫລັງຄາ​ເຮືອນ​ບູຮານ​ ​ແລະ ​ຈຸດວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະຂອງ​ໝູ່​ບ້ານຫວຽດນາມ.

 

ຢ້ຽມຢາມໝູ່ບ້ານບູຮານ ເດື່ອງເລີມ - ảnh 1
ນັກທ່ອງທ່ຽວຢ້ຽມຊົມໝູ່ບ້ານບູຮານເດື່ອງເລີມ
ພາບ:internet

        ຈາກ​ໃຈກາງ​ນະຄອນຫລວງຮ່າ​ໂນ້ຍ, ​ຂີ່​ລົດ​​ໄປປະມານ​ຫນຶ່ງ​ຊົ່ວ​ໂມງ​ ນັກ​ທ່ອງ​ທ່ຽວຈະ​ໄປ​ຮອດ​ໝູ່​ບ້ານ​ບູຮານ ​ເດື່ອງ​ເລີມ. ​​ບົນ​ເສັ້ນທາງ​ເຂົ້າ​ໝູ່​ບ້ານ, ຮູບ​ພາບ​ບ້ານ​ນາດ້ວຍບັນດາ​ທົ່ງ​ນາ, ຫນອງ​ບົວ​ພວມ​ຈໍ່​ດອກບານ​ໄດ້​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຮູ້ສຶກ​​ວ່າສະພາບການຢູ່ທີ່ນີ້ມີ ຄວາມສະຫງົບ​ງຽບ. ​​ເມື່ອໄປ​ຮອດປະຕູ​ໂຂງ​ເຂົ້າ​ບ້ານ ມົງຟູ້, ນັກ​ທ່ອງ​ທ່ຽວ​ຜູ້​ໃດ​ກໍມັກ​ຖ່າຍຮູບ​ເພື່ອ​ເປັນ​ທີ່​ລະນຶກ. ປະຕູ​ໂຂງແຫ່ງ​ນີ້​ບໍ່​ພຽງ​ແຕ່​​ ມີຄວາມງາມ​ແບບ​ທຳ​ມະ​ຊາດ​ເທ່ົາ​ນັ້ນ ຫາກ​ຍັງມີຄວາມງາມທາງດ້ານ​ສະຖາປັດ​ຕະຍະ​ກຳ​ອີກ​ດ້ວຍ. ​ໃນໝູ່ບ້ານ​ບູຮານ ​ເດື່ອງ​ເລີມ, ​ເຮືອນ​ແຕ່​ລະ​ຫລັງ, ​ເສັ້ນທາງ​ແຕ່​ລະສາຍ​ລ້ວນ​ແຕ່​ມີ​ລັກສະນະ​ພິເສດສະ​ເພາະ. ອັນໄດ້​​ເຮັດ​​ໃຫ​້ນັກ​ທ່ອງ​ທ່ຽວ​ມີຄວາມ​ຮູ້ສຶກ​​ແຕກ​ຕ່າງ​ກັນ. ທ່ານ Nguyen Trong An, ຮອງ​ຫົວຫນ້າ​ຄະນະ​ຄຸ້ມ​ຄອງ ໝູ່ບ້ານ​ບູຮານ ​ເດື່ອງ​ເລີມ ​ໃຫ້​ຮູ້​ວ່າ:

        “​ ໃນຈຳນວນ 5 ບ້ານ​ ​ຂອງໝູ່ບ້ານ​ບູຮານ ​ເດື່ອງ​ເລີມນັ້ນ, ບ້ານ ມົງຟູ້ ​ແມ່ນ​ບ່ອນ​ທີ່​ມີປູຊະນີຍະສະຖານ​ຫລາຍ​ແຫ່ງ​ກວ່າ​ໝູ່. ​ໃນ​ນັ້ນ ມີ​ບັນດາ​ປູຊະນີ​ຍະສະ​ຖານ​ສຳຄັນ​ຄື: ສາລາ, ​ຫລັງຄາເຮືອນ​ບູຮານ, ຫໍ​ບູຊາ​ຂອງ​ວົງ​ຕະກູນ,​ ສ່ວນ 4 ບ້ານ​ຍັງ​ເຫລືອ​ກໍ​ມີ​ປູຊະນີ​ຍະສະ​ຖານ​ສຳຄັນຫລາຍ​ແຫ່ງ ຊຶ່ງ​ແມ່ນ​ສະຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ເປັນ​ຈຳນວນ​ຫລວງຫລາຍ.”

        ປະຈຸ​ບັນ ໝູ່ບ້ານ​ບູຮານ ​ເດື່ອງ​ເລີມ ມີ​ ​ເຮືອນ​ບູຮານ​ເກືອບ 1000 ຫລັງ ​ໃນ​ນັ້ນມີ​​ເຮືອ​ນຫລາຍ​ຫລັງ​ໄດ້​ຮັບ​ການ​ກໍ່ສ້າງ​ແຕ່​ສັດຕະວັດ​ທີ 17  ເຊິ່ງ​ເຕົ້າ​ໂຮມ​ຢູ່​ບ້ານ​: ດົງ​ຊ່າງ, ມົງຟູ້ ​ແລະ ກາມ​ກໍ. ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມໝູ່ບ້ານ​ບູຮານ ​ເດື່ອງ​ເລີມ ​ເຄີຍ​ແວ່ຢາມ​​ເຮືອນ​ຂອງ​ລຸງ ຮ່ວຽນ, ລຸງ​ເລ ​ແລະ ລຸງ​ຮຸ່ງ. ນັ້ນ​ແມ່ນ​ບັນດາ​ເຈົ້າ​ຂອງ​ເຮືອນ​ບູຮານ​ກວ່າ​ໝູ່ ​ແລະ ສວຍ​ງາມ​ທີ່​ສຸດ​ໃນ​ບ້ານ ມົງຟູ້. ສິ່ງ​ທີ່​ສ້າງ​ຄວາມດູດ​ດື່ມ​ທີ່​ສຸດ​ນັ້ນ​ແມ່ນ ​ເມື່ອ​ມາ​ຢ້ຽມຢາມ​ ນັກ​ທ່ອງ​ທ່ຽວ​ລ້ວນ​ແຕ່​ໄດ້​ຮັບ​ຟັງ​ແນະນຳ​ຈາກ​ເຈົ້າ​ຂອງ​ເຮືອນ​ເອງ. ​​ໃກ້​ຄຽງ​ກັບ​ບ້ານ ມົງຟູ້ ​ແມ່ນ​ບ້ານ ດົງ​ຊ່າງ, ມີ​ເຮືອນ​ບູຮານ​ປະມານ 10 ຫລັງ​, ປະຈຸ​ບັນຍັງ​ຄົງ​ຮັກສາ​ຮູບເດີມ​ໄວ້​ໄດ້. ​ນາງ Nguyen Thi Thu Hoai ຜູ້ນຳ​ທ່ຽວ​ຂອງ​ຄະນະ​ຄຸ້ມ​ຄອງ ໝູ່ບ້ານ​ບູຮານ ​ເດື່ອງ​ເລີມ​ໃຫ້​ຮູ້​ວ່າ:

        “​ໂຄງ​ສ້າງ​ຂອງ ໝູ່ບ້ານ​ບູຮານ ​ເດື່ອງ​ເລີມ ລ້ວນ​ແຕ່​ຄ້າຍຄື​ກັນ. ​ເຮື​ອນຫລັງ​ໃຫຍ່​ແມ່ນ​ເຮືອນ​ຂອງ​ຜູ້​ຮັ່ງມີ ຫລືອາດຍາ​ເຈົ້າ​ນາຍ​, ສ່ວນ​ເຮືອນ​ຫລັງ​ນ້ອຍ​ແມ່ນ​ເຮືອ​ນມຸງ​ຫຍ້າ. ​ເຮືອນ​ຫລັງ​ໃຫຍ່ປະກອບ​ມີ 5 ຫ້ອງ, 2 ເທີບ. ​ເຮືອນ​ຂອງ​ອຳ​ໝາດ, ​ເສນາ ມີ​ຈຸດ​ທີ່​ແຕກ​ຕ່າງ​ກັນ, ​ເຮືອນ​ຂອງອຳ​ໝາດ, ​ເຈົ້າ​ນາຍມີ​ຄຳ​ຜະຫຍາ​​ແຂ້ວ​ນ​ໃນ​ເຮືອ​ນ ສ່ວນ​ເຮືອນ​ຂອງ​ ເສນາ, ​ອາດຍາເຈົ້າ​ນາຍ​ ສ່ວນ​ຫລາຍ​ແມ່ນປະດັບ​ປະດາ​ດ້ວຍ​ຮູບ​​ມັງກອນ ຫລື ຮູບ​ພາບ​ໃນ​ຍຸກ​ສະ​ໄຫມ.”

        ສິ່ງ​ທີ່​ແຕກ​ຕ່າງ​ກັນ​ໃນ​ຫລັງຄາ​ເຮືອນ​ຂອງ​ປ້າ Vu Thi Am ຊຶ່ງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຫລັງຄາ​ເຮືອນ​ເກົ່າ​ແກ່​ຂອງ​ບ້ານ ດົງ​ຊ່າງ ນັ້ນ​ແມ່ນ​ຫ້ອງ​ບູຊາ​ປູ​່ຍ່າຕາ​ຍາຍ. ຢູ່​ຫ້ອງ​ບູຊາ​​ໃຫຍ່​ແມ່ນ​​ໄດ້​ຮັບ​ການ​ແກະສະຫລັກ​ຮູບ​​ຫົວ​​ມັງກອນ. ຫລື ຫລັງຄາ​ເຮືອນ​ຂອງ​ລຸງ Kieu Anh Ban ​ໄດ້​ຮັບ​ການ​ກໍ່ສ້າງ​​ເມື່ອ​ປີ 750 ​ໃນ​ສະ​ໄຫມ​ເຈົ້າ​ຊີວິດ Le Hien Tong ມາ​ຮອດ​ປະຈຸ​ບັນ​ຍັງ​ຄົງ​ຮັກສາ​ຈຸດ​ດັ້ງ​ເດີມ​ໄວ້​ຢູ່. ລຸງ Ban ​ໃຫ້​ຮູ້​ວ່າ: ຫ້ອງ​ບູຊາ​ກໍ​ແມ່ນ​ຈຸດ​ພິ​ເສດ​ຂອງ​​ເຮືອນ​ຫລັງ​ນີ້.

        “ຫ້ອງ​ບູຊາຂອງຄອບຄົວ​ຂ້າພະ​ເຈົ້າ​ຍັງ​ຄົງຮັກສາ​ລັກສະນະ​ບູຮານ​ໄວ້​ໄດ້, ​ຄື​ໄດ້​ຮັບ​ການແບ່ງ​ອອກເປັນ 4 ຊັ້ນ. ​ຊັ້ນ​ໃນ​ແມ່ນ​ວາງ​ຮູບຜູ້​ລ່ວງ​ລັບ​ໄປ​ແລ້ວ, ​ຮ້ານບູຊາ, ຖັດມາ​ແມ່ນ​ແທ່ນບູຊາ​ເພື່ອ​ເປັນ​ບ່ອນ​ວາງ​ເຄື່ອງ​ຂອງ​ບູຊາ​ໃນ​ການຈັດ​ພິທີ​ໄຫ້​ວ​ແຕ່​ລະ​ຄັ້ງ. ຫຼັງ​ຈາກ​​ເສັດ​ພິທີ​ແລ້ວ​ຈຶ່ງ​ປົດ​ພາ​​ເຄື່ອງ​ບູຊາ​ລົງ​ໃຫ້​ລູກ​ຫຼານ​ໄດ້​ຮັບ​ປະທານ​ຂອງ​ເປັນ​ບຸນ​ກຸສົນ. ນັ້ນ​ແມ່ນ​ພິທີ​ບູຊາ​ປູ​ຍາ​ຕ່າ​ຍາຍ​ຊຶ່ງ​ຄອບຄົວ​ຍັງ​ຮັກສາ​ໄວ້ໄດ້.”

ຢ້ຽມຢາມໝູ່ບ້ານບູຮານ ເດື່ອງເລີມ - ảnh 2
ປະຕູເຂົ້າເຮືອນບູຮານຫລັງຫນຶ່ງຢູ່ໝູ່ບ້ານເດື່ອງເລີມ
ພາບ:internet

        ນ​​ອກຈາ​ກ​​​ໄປ​ຢ້ຽມຢາມ​ເຮືອນ​ບູຮານຢູ່ໝູ່​ບ້ານ​ເດື່ອງ​ເລີມ ​ແລ້ວ,​ ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​​ໄປຢ້ຽມ​ຢາມ ວັດ Mia, ສາລາ​ ມົງຟູ້. ຢ້ຽມ​ຊົມ​ອາຊີບ​ຫັດຖະກຳ​ທີ່​ເປັນ​ມູນ​ເຊື້ອ​ຢູ່​ທີ່​ນີ້ອີກ. ປ້າ Le Thi Kim Nhung ຊາວ​ໝູ່​ບ້ານ​ບູຮານ​ເດື່ອງ​ເລີມ​ໃຫ້​ຮູ້​ວ່າ:

        “​ໝູ່​ບ້ານ​ຫັດຖະກຳ​ມີ​ຜະລິດ​ຕະພັນ​ຫລາຍ​ຢ່າງ​ທີ່​ລື​ຊື່. ​ເມື່ອ​ມາ​ຢ້ຽມຢາມ​​ເດື່ອງ​ເລີມ ທຸກ​ຄົນ​ລ້ວນ​ແຕ່​ຮູ້ຈັກ​ເຖິງ​ອາຊີບ​ຜະລິດ​ເຂົ້າໜົມ​ປະ​ເພດ​ຕ່າງໆ, ນອກ​ນັ້ນ​ແມ່ນ​ອາຊີບ​ທີ່​​ເປັນ​ມູນ​ເຊື້ອ​ຄື: ອາຊີບ​ຜະລິດ​ເຄື່ອງ​ເຟີ​ນີ​ເຈີ, ຫລອມເຫລັກ. ພວກ​ຂ້າພະ​ເຈົ້າ​ກໍ​ປາດ​ຖະຫນາ​ວ່າ ບັນດາ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ​ນີ້​ ຈະ​ໄດ້​ຮັບ​ການພັດທະນາເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາຢ້ຽມຢາມ​ໝູ່​ບ້ານ​ເດື່ອງ​ເລີມ​ນັບ​ມື້​ນັບ​ຫລາຍ​ຂຶ້ນ.”

        ​ເຍື່ອງ​ອາຫານ​ພິ​ເສດ​ຂອງ​ເດື່ອງ​ເລີມ​ແມ່ນ ນ້ຳ​ເຕົ້າຈ້ຽວ  ຫລື ບັນດາ​ເຍື່ອງ​ອາຫານ​ໂດຍ​ແມ່ນ​ຊາວບ້ານປຸງ​ແຕ່ງ​ເອງ ກໍ​ໄດ້​ສ້າງ​ຄວາມດູດດື່ມ​​ໃຫ້ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫລວງຫລາຍ. ນາງ Aiko ຜູ້ນຳ​ທ່ຽວ​ອາສາ​ສະໝັກ​ທີ່​ມາ​ຈາກ ຍີ່​ປຸ່ນ ​ເປັນ​ຜູ້​ນິຍົມ​ບັນດາ​ເຍື່ອງ​ອາຫານ​ຢູ່​ທີ່​ນີ້.

        “​​ເມື່ອມາ​ຢ້ຽມຢາມ ​ເດື່ອງ​ເລີມ​ໃນຄັ້ງທຳ​ອິດ ຂ້າພະ​ເຈົ້າ​ເຫັນ​ວ່າ ທິວ​ທັດ​ທຳ​ມະ​ຊາດ​ຢູ່​ທີ່​ນີ້​ສວຍ​ງາມ​ຫລາຍ ​ແຕ່ຊາວບ້ານ​ບໍ່​ທັນ​ຮູ້ຈັກ​ເຖິງ​ວິ​ທີ​ນຳ​ທ່ຽວ, ​ແຕ່​ປະຈຸ​ບັນ​ ພາລະ​ກອນ​ຂອງ​ຄະນະ​ຄຸ້ມ​ຄອງ ​ແລະ ປະຊາຊົນ​ຢູ່​ໝູ່​ບ້ານ​ເດື່ອງ​ເລີມ​​ໄດ້​ຮູ້ຈັກ​ເຖິງ​ການ​ນຳ​ທ່ຽວ​ແລ້ວ. ​ເດື່ອງ​ເລີມ​ມີ​ເຮື​ອນບູຮານ​ຫລາຍ​ຫຼັງ ​ໂດຍ​ສະ​ເພາະ​ປະຊາຊົນ​ຢູ່​ທີ່​ນີ້​​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ວັດທະນະທຳ, ຮີດຄອງ​ປະ​ເພນີ​ຂອງ​ໝູ່​ບ້ານ ສະ​ນັ້ນ ​ເຂົາ​ເຈົ້າ​ສາມາດ​ແນະນຳ​ຢ່າງ​ລະອຽດໃຫ້​ນັກ​ທ່ອງ​ທ່ຽວ​ໄດ້​ຮັບ​ຊາບ. ຂ້າພະ​ເຈົ້າ​ຮູ້ສຶກ​ປະ​ທັບ​ໃຈ​ທີ່​ສຸດ​ແມ່ນ​ບັນດາ​ເຍື່ອງ​ອາຫານ​ຢູ່​ເດື່ອງ​ເລີມ, ຊາວ​ບ້ານ​ເດື່ອງ​ເລີມ​ແຕ່ງກິນ​ແຊບ​ຫລາຍ ​ແລະ​ ​ເຂົ້າຫນົມ​ປະ​ເພດ​ຕ່າງໆ​ໂດ​ຍຊາວບ້ານ​ເດື່ອງ​ເລີມ​ຜະລິດ​ກໍ​ແຊບ​ເຊັ່ນ​ກັນ.”​

        ​ເສັ້ນທາງ​ໄປ​ມາ​ກໍ​ສະດວກ ​ແລະ ​ໃກ້​ກັບ​ນະຄອນຫລວງ ຮ່າ​ໂນ້ຍ, ສະ​ນັ້ນ ນັກ​ທ່ອງ​ທ່ຽວ​ລ້ວນ​ແຕ່​ໄປ​ກັບ​ໃນ​ມື້​ດຽວ​ໄດ້. ມາ​ແຫ່ງ​ນີ້ ນັກ​ທ່ອງ​ທ່ຽວ ສາມາດ​ຍ່າງ​ໄປ ຫລື​ຈ້າງ​ລົດຖີບໄປຊອກ​ຮູ້ບັນດາ​ເສັ້ນທາງທີ່ປູ​ດ້ວຍ​ດິນ​ຈີ ຫລື ​ເຂົ້າ​ຢ້ຽມ​ຊົມ​ເຮື​ອນບູຮາ​ນກໍ່​ໄດ້. ​ມາ​ຢ້ຽມຢາມໝູ່​ບ້ານ​ເດຶອ​ງ​ເລີມ​ໃນ​ເວລາ​ພຽງມື້ຫນຶ່ງ, ​ແຕ່ຈະ​ຊ່ວຍ​ໃຫ້ນັກ​ທ່ອງ​ທ່ຽວ​ມີ​ຄວາມ​ຮູ້ສຶກຫຼາຍ​ຢ່າງ​ກ່ຽວ​ກັບໝູ່​ບ້ານ​ບູຮານ​ຂອງ​ຫວຽດນາມ​.

ລານ​ແອງ

 

ຕອບກັບ

ຂ່າວ/ບົດ​ອື່ນ