ລັກສະນະວົງຄະນາຍາດຂອງຊາວເຜົ່າມົ້ງ


(vovworld) - ຊາວ​ເຜົ່າ​ມົ້ງ ດຳລົງ​ຊີວິດ​ຮ່ວມ​ກັນ​ຢູ່​​ເຂດ​ພູ​ສູງ, ​ແຕ່​ລະ​ບ້ານ​ມີ​ເຮືອນ​ປະມານ​ສິບ​ຫຼັງ. ຊາວ​ເຜົ່າ​ມົ້ງ ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ວຽກ​ງານ​ຮັກສາ​ສີສັນ​ຊົນ​ເຜົ່າ, ຄວາມ​ສາມັກຄີ​ໃນ​ວົງ​ຄະນາ​ຍາດ ​ແລະ ວົງ​ຕະກູນ. ຍ້ອນ​ເຫດ​ນັ້ນ, ​ ຊາວ​ເຜົ່າ​ມົ້ງ​ເຄີຍ​ດຳລົງ​ຊີວິດ​ຮ່ວມ​ກັນ​ຕາມ​ວົງ​ຕະກຸນ, ​ເຊື້ອສາຍ ​ເພື່ອ​ອາ​ໄສ​ກັນ​​ໃນ​ຊີວິດ ​ແລະ ອອກ​ແຮງ​ງານ​ທຳ​ການ​ຜະລິດຮ່ວມ​ກັນ.

ລັກສະນະວົງຄະນາຍາດຂອງຊາວເຜົ່າມົ້ງ - ảnh 1

ຊາວເຜົ່າມົ້ງຊ່ວຍເຫຼືອກັນເຮັດງານບຸນ

(ພາບ: ອິນເຕີແນດ)

        ຊາວ​ເຜົ່າ​ມົ້ງຖື​ວົງ​ຕະກຸນ​ເປັນ​ສຳຄັນ​ທີ່​ສຸດ, ​ເຂົາ​ເຈົ້າ​ຖື​ວ່າ​ຜູ້​ມີ​ວົງ​ຕະກຸນ​ດຽວ​ກັນ ​ແມ່ນ​ບັນດາ​ອ້າຍ​ນ້ອງ​ທີ່​ມີ​ບັນພະບຸລຸດ​ດຽວ​ກັນ, ດັ່ງ​ນັ້ນ​ຈຶ່ງສາມາດ​ເກີດ​ລູກ ຫຼື​ຕາຍ​ໃນ​ຄອບຄົວ​ຂອງ​ກັນ​ໄດ້, ຍາມ​ໃດ​ກໍ່​ຕ້ອງ​ອຸ້ມ​ຊູ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ​ແຕ່​ລະ​ວົງ​ຕະກຸນ​ມີ​ເຈົ້າ​ວົງ​ຕະກຸນ​ຜູ້​ໜຶ່ງ​ຮັບຜິດຊອບ​ວຽກ​ງານ​ລວມ. ຕາມ​ຮີດຄອງ​ປະ​ເພນີ​ແລ້ວ, ຜູ້​ໃນ​ວົງ​ຕະກຸນ​ດຽວ​ແມ່ນ​ບໍ່​ໄດ້​ເອົາກັນ​ເປັນ​ຜົວ​ເມຍ. ບັນດາ​ຜູ້​ໃນ​ວົງ​ຕະກຸນ​ດຽວມີອາລົມ​ຈິດ​ສະໜິດສະໜົມ​ນຳ​ກັນ. ​ເຈົ້າ​ວົງ​ຕະກຸນ​ແມ່ນ​ຜູ້​ທີ່​ມີ​ອິດ​ທິພົນ​ຊື່​ສຽງ, ​ໄດ້​ຮັບ​ຄວາມ​​ເຄົາລົບນັບຖື​​ໃນ​ວົງ​ຕະກຸນ. ​ເມື່ອ​ຄອບຄົວ​ໃດ​ໜຶ່ງ​ໃນ​ບ້ານ​ມີ​ວຽກ, ນັບ​ທັງ​ມີ​ບຸນ ຫຼື ມີ​ບັນຫາ​ທີ່​ໂສກ​ເສົ້າ, ທຸກ​ຄົນ​ໃນ​ບ້ານຕ່າງ​ກໍ່​ມາ​ຊ່ວຍ. ຜູ້​ລະ​ວຽກ, ​ເດັກນ້ອຍ​ປັດກວາດ​ເຮືອນ​ຊານ, ສ່ວນ​ຜູ້​ໃຫຍ່​ຄົວກິນ, ຜູ້​ໃດ​ກໍ່​ຖື​ນີ້​ແມ່ນ​ວຽກ​ບ້ານ​ຂອງ​ຕົນ.

ລັກສະນະວົງຄະນາຍາດຂອງຊາວເຜົ່າມົ້ງ - ảnh 2

ຊາວເຜົ່າມົ້ງຊ່ວຍເຫຼືອກັນເຮັດງານບຸນ

(ພາບ: ອິນເຕີແນດ)

        ມື້​ນີ້​ຄອບຄົວ​ເອື້ອຍ ສຸ່ງ​ທິລີ ມີ​ບຸນ, ດັ່ງ​ນັ້ນ​ປະຊາຊົນ​ໃນ​ບ້ານ​ໄດ້​​ມາຮ່ວມ​, ທັງ​ຊ່ວຍ​ເຫຼືອ​ເຈົ້າ​ຂອງ​ຄົວກິນ, ທັງ​ເຂົ້າ​ຮ່ວມ​ງານ​ບຸນ. ທຸກ​ຄົນ​​ພົບ​ປະກັນ, ຢຶ້ຢາມຖາມ​ຂ່າວກ່ຽວ​ກັບ​ສຸຂະພາບ, ລູກ​ຫຼານ, ວຽກ​ງານ​ກະ​ສີ​ກຳ, ການ​ຕະຫຼາດ… ​ເອື້ອຍ ລີ ​ໃຫ້​ຮູ້​ວ່າ, ພໍ່​​ແມ່​ປະຊາຊົນ​ຢູ່​ທີ່​ນີ້​ລ້ວນ​ແຕ່​ແມ່ນ​ອ້າຍ​ນ້ອງ​ດຽວກັນ, ດັ່ງ​ນັ້ນ​​ເມື່ອ​ມີ​ວຽກ, ຖ້າ​ຄອບຄົວ​​ໃດມີ​ຄົນ​ໜ້ອຍ​ກໍ່​ບໍ່​ເປັນ​ຫ່ວງ. ​ເພາະວຽກ​ງານ​ທັງ​ໝົດ​ໃນ​ຄອບຄົວ​ລ້ວນ​ແຕ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ຍາດຕິ​ພີ່ນ້ອງ.

        “ຊາວ​ເຜົ່າ​ມົ້ງ​ເຄີຍ​ດຳລົງ​ຊີວິດ​ຮ່ວມ​ກັນ ​ແລະ ພວກ​ເຮົາ​ໄດ້​ຮັກ​ແພງ​ກັນ​ຄື​ອ້າຍ​ນ້ອງ​ໃນ​ຄອບຄົວ​ດຽວ. ທັງ​ບ້ານ​ມີ​ເຮືອນ​ພຽງສອງ​ສາມ​ສິບ​ຫຼັງ​, ດັ່ງ​ນັ້ນ​ຈຶ່ງ​ເຂົ້າ​ໃຈ​ແຕ່​ລະ​ຄອບຄົວ​ຢ່າງ​ລະອຽດ. ລູກ​ຫຼານ​ເປັນ​ເຈັບ, ຫຼື ​ເລື່ອງ​ມ່ວນ, ​ເລື່ອງ​ເສົ້າ​ລ້ວນ​ແຕ່​ຮູ້​ໝົດ. ​ເມື່ອ​ມີ​ວຽກ​ທັງ​ບ້ານ​ກໍ່​ມາ​ຊ່ວຍ.

        ລັກສະນະວົງ​ຄະນາ​ຍາດຂອງ​ຊາວ​ເຜົ່າມົ້ງ ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ຜ່ານ​ງານ​ບຸນ, ຮີດຄອງ​ປະ​ເພນີ, ວິທີ​ບູຊາ ​ແລະ ການ​ສົມລົດ. ​ເຖິງ​ວ່າ​ຫາ​ກໍ່​ພົບ​ປະກັນ​ຄັ້ງ​ແລກ, ຢູ່​ບໍ່​ວ່າ​ແຫ່ງ​ໃດ, ມີ​ສະກຸນ​ສຸ່ງ ຫຼື​ຢ່າງ​ກໍ່ຕາມ, ​ແຕ່​ເມື່ອ​ຮູ້ຈັກ​ວ່າ​ແມ່ນ​ຊາວ​ເຜົ່າ​ມົ້ງ ​ເຂົາ​ເຈົ້າ​ກໍ່​ຖື​ກັນ​ເປັນ​ອ້າຍ​ນ້ອງ​ຄີງຂອງ​ກັນ. ນັ້ນ​ກໍ່​ແມ່ນ​ສີສັນ​ຂອງ​ຊາວ​ເຜົ່າ​ມົ້ງ. ການ​ພົວພັນ​ໃນ​ວົງ​ຕະກູນ, ໝູ່​ບ້ານ, ຄອບຄົວ​ຂອງ​ຊາວ​ເຜົ່າ​ມົ້ງ​ ແມ່ນ​ແໜ້ນ​ແຟ້ນທີ່​ສຸດ. ​ເຂົາ​ເຈົ້າ​ເຄົາລົບ ​ແລະ ປະ​ຕະບັດ​ຕາມ​ການ​ຊີ້​ນຳ, ບອກສອນ​ຂອງ​ຂັ້ນ​ເທິງ, ລູກ​ຫຼານ​ເຄົາລົບ​ພໍ່​ແມ່, ທຸກ​ຄົນ​ໃນຄອບຄົວ​ດຳລົງ​ຊີວິດຢ່າງ​ຖືກຕ້ອງ​ປອງ​ດອງ​ກັນ.

ລັກສະນະວົງຄະນາຍາດຂອງຊາວເຜົ່າມົ້ງ - ảnh 3

ຊາວເຜົ່າມົ້ງຮ່ວມກັນຈັດງານບຸນ

(ພາບ: ອິນເຕີແນດ)

        ຊາວ​ເຜົ່າ​ມົ້ງ​ ແມ່ນ​ຄົນ​ສັດ​ຊື່, ມີ​ຄວາມ​ໃກ້ຊິດ​ສະໜິດສະໜົມ​ກັບ​ພູຜາ​ປ່າ​ໄມ້. ​ໃນ​ຊີວິດ​ປະຈຳ​ວັນ, ​ເຂົາ​ເຈົ້າ​ບໍ່​ມັກ​ຮ້າຍ​ດ່າ​ກັນ, ຍາມ​ໃດ​ກໍ່​ຈົ່ງ​ຈຽມກັນ. ​ແຕ່​ເມື່ອ​ສັດຕູ​ຕ່າງ​ດ້າວ​ເຂົ້າ​ມາ​ຮຸກ​ຮານ, ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ຊີວິດ​ສັນຕິ​ສຸກ​ຂອງ​ເຂົາ​ເຈົ້າ, ທັງ​ວົງ​ຄະນາ​ຍາດ​ກໍ່​ຮ່ວມ​ແຮງ​ຮ່ວມ​ໃຈ, ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວລຸກ​ຂຶ້ນ​ຕໍ່ສູ້​ເພື່ອ​ປົກ​ປັກ​ຮັກສາ​ໝູ່​ບ້ານ.

        ​ເຖິງ​ວ່າ​ບໍ່​ແມ່ນ​ຄອບຄົວ​ດຽວ​ກັນ, ​ແຕ່​ເມື່ອ​ຄອບຄົວ​ໃດໃນ​ບ້ານ​ມີ​ວຽກ​ຄື​ປຸກ​ສ້າງ​ເຮືອນ, ​​ເຮັດ​ນາ, ເກັບ​ກ່ຽວຜົນລະປູກ ​ເຂົາ​ເຈົ້າກໍ່​ມາ​ຊ່ວຍ. ​ໃນ​ຊຸມ​ມື້​ນີ້, ​ເອື້ອຍ​ນ້ອງ​ໃນ​ບ້ານ​ໄດ້​ມາ​ຊ່ວຍຄອບຄົວ​ເອື້ອຍ ຢ່າງ​ທິຊາ ຂຸດ​ດິນ​ເພື່ອ​ປູກ​ເຂົ້າ​ນາ​ໃໝ່. ​ເອື້ອຍ​ຊາ ທັງ​ຂຸດ​ດີ​ນ ​ທັງ​ໃຫ້​ຮູ້​ວ່າ:

        “ມື້​ນີ້, ​ເອື້ອຍ​ນ້ອງ​ພວກ​ເຮົາ​ຂຸດ​ດິນ, ຫຼົກ​ຫຍ້າ, ພະຍາຍາ​ເຮັດ​ໃຫ້​ສຳ​ເລັດ​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​​ຄາດນາ, ​ເພາະວ່າຄອບຄົວ​ຂ້າພະ​ເຈົ້າບໍ່​ມີ​ລົດ​ໄຖ​ເດ​ີນຕາມ. ຄອບຄົວ​ໃດ​ກໍ່​ຕ້ອງ​ເຮັດ​ວຽກ​ງານ​ນີ້, ດັ່ງ​ນັ້ນ​​ເອື້ອຍ​ນ້ອງ​ພວກ​ຂ້າພະ​ເຈົ້າ​ຈຶ່ງຊ່ວຍ​ກັນ​ເຮັດ​​ເພື່ອ​ບັນ​ເທົາ​ຄວາມ​ອິດ​ເມື່ອຍ ​ແລະ ສຳ​ເລັດວຽກ​ງານ​ໂດຍໄວ“.

        ​ເຖິງ​ວ່າ​ຈະ​ແມ່ນ​ວຽກ​ງານ​ໃຫຍ່​ຫຼື​ນ້ອຍ, ຊາວ​ເຜົ່າ​ມົ້ງ ກໍ່​ມີ​ຄວາມ​ສະໜິດ​ຕິດ​ພັນ​ນຳ​ກັນ. ​ປະຈຸ​ບັນ, ​​​ຊີວິດ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ແລ້ວ, ​ແຕ່​ຢູ່​ບ່ອນ​ໃດ​ຊາວ​ເຜົ່າ​ມົ້ງ ກໍ່ສາມັກຄີຮ່ວມ​ແຮງ​ຮ່ວມ​ໃຈ​​ປົກ​ປັກ​ຮັກສາປ່າ, ຮັກສາ​ແຫຼ່ງນຳ້, ສ້າງ​ຄວາມ​ຮັກ​ໃຄ່​ໃຝ່​ຫາ​ ໃນ​ໝູ່​ບ້ານ, ​ແລະ ​ເຂົາ​ເຈົ້າ​ໄດ້​ຮູ້ນຳ​ໃຊ້ບັນດາ​ຮູບ​ແບບ​ຄຸ້ມ​ຄອງ​ສັງຄົມ ຕາມ​ລະບຽບ​ຂໍ້​ກຳນົດ, ປະ​ເພນີ ​ທີ່ມີ​ມາ​ກ່ອນນີ້​ຫຼາຍ​ລຸ້ນຄົນ ຢ່າງ​ມີ​ປະສິດທິ​ຜົນ​ໃນ​ຍຸກ​ປະຈຸ​ບັນ.

ຕອບກັບ

ຂ່າວ/ບົດ​ອື່ນ