ລະດັບປູກຝັງກະສິກຳຂອງຊາວເຜົ່າມົ້ງ

ລະດັບປູກຝັງກະສິກຳຂອງຊາວເຜົ່າມົ້ງ - ảnh 1
(ບັນ​ດາ​ທົ່ງ​ນາ​ຂັ້ນ​ໄດ​ຂອງ​ຊາວ​ເຜົ່າ​ມົ້ງ ໄດ້​ສະ​ແດງ​ໃຫ້​ເຫັນ​ລະ​ດັບ,
ຄວາມ​ຊຳ​ນານ ແລະ ຄວາມ​ເກັ່ງ​ກ້າ​ສາ​ມາດ)


(vovworld) - ຊາວ​ເຜົ່າ​ມົ້ງ ສ່ວນຫຼາຍ​ແມ່ນ​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ພູ​ດອຍທີ່ທຸ​ລະ​ກັນ​ດານ, ເງື່ອນ​ໄຂ​ທຳ​ມະ​ຊາດ​ຮ້າຍ​ແຮງ, ດັ່ງ​ນັ້ນ​ໃນ​ວິ​ວັດ​ແຫ່ງ​ການ​ປູກ​ຝັງເຂົາ​ເຈົ້າ​ຈຶ່ງປະ​ດິດ​​ສ້າງວິ​ທີ​ການ​ປູກ​ຝັງ​ໄດ້ຫຼາຍ. ບັນ​ດາ​ທົ່ງ​ນາ​ຂັ້ນ​ໄດ​ຂອງ​ຊາວ​ເຜົ່າ​ມົ້ງ ໄດ້​ສະ​ແດງ​ໃຫ້​ເຫັນ​ລະ​ດັບ, ຄວາມ​ຊຳ​ນານ ແລະ ຄວາມ​ເກັ່ງ​ກ້າ​ສາ​ມາດ​ຂອງ​ເຂົາ​ເຈົ້າ​ໃນ​ວຽກ​ງານ​ກະ​ສີ​ກຳ.

        ຊາວ​ເຜົ່າ​ມົ້ງ ​ມີ​ສອງ​ຮູບ​ການ​ປູກ​ຝັງ​ແມ່ນ​ເຮັດ​ໄຮ່ ແລະ ປູກ​ເຂົ້າ​ນາ​ທາມ. ເຂົາ​ເຈົ້າ​ໄດ້​ບຸກ​ເບີກພູ​ສ້າງ​ເປັນ​ທົ່ງ​ນາ​ຂັ້ນ​ໄດ​ເພື່ອ​ຮັກ​ສາ​ນ້ຳ​ຮັບ​ໃຊ້​ໃຫ້​ແກ່​ການ​ປູກ​ເຂົ້າ​ນາ​ທາມ. ບ່ອນທີ່​ເຂົາ​ເຈົ້າ​ເລືອກ​ເຟັ້ນ​ເພື່ອ​ບຸກ​ເບີກ​​ເປັນ​ທົ່ງ​ນາຂັ້ນ​ໄດນັ້ນ ແມ່ນ​ເຂດ​ຕີນ​ພູ ຫຼື​​ຢູ່​ຕາມເນີນ​ພູ, ແຕ່​ສິ່ງ​ສຳ​ຄັນ​ແມ່ນ​ຕ້ອງເລືອກ​ບ່ອນ​ທີ່​ມີ​ແຫຼ່ງ​ນ້ຳ​ທຳ​ມະ​ຊາດ ໂດຍ​ຫ້ວຍ ແລະ ນ້ຳ​ໃຕ້​ດິນ​ນຳ​ມາ​ໃຫ້. ທ່ານ ຢ່າງ​ມີ໋​ລີ໋, ຊາວ​ເຜົ່າ​ມົ້ງ​ ຢູ່​ລາວ​ກາຍ, ໃຫ້​ຮູ້​ວ່າ:

        “ຊາ​ວ​ເຜົ່າ​ມົ້ງ​ ມີ​ມູນ​ເຊື້ອ​ປູກ​ເຂົ້າ​ໃນ​ທົ່ງ​ນາ​ຂັ້ນ​ໄດ​ມາ​ແຕ່​ດົນ​ນານ​ແລ້ວ, ເຂົາ​ເຈົ້າ​ເຮັດ​ທົ່ງ​ນາ​ຂັ້ນ​ໄດ​ແຕ່​ຕີນ​ພູ​ຂຶ້ນ​ຈອມ​ພູ, ດ້ວຍບົດ​ຮຽນ​ທີ່​ມີ​ຢູ່​ແລ້ວ, ພ້ອມ​ກັບ​ມູນ​ເຊື້ອ​​ທີ່​ມີ​ມາ​ແຕ່​ດົນ​ນານຂອງ​ຊົນ​ເຜົ່າ​ຕົນ, ຊາວ​ເຜົ່າ​ມົ້ງ​ ໄດ້​ບຸກ​ເບີກ​ໜ້າ​ພຽງ​ສ້າງ​ເປັນ​ທົ່ງ​ນາ, ແຕ່​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຮັກ​ສາ​ນ້ຳໃຫ້ໄດ້”.

        ທ່ານ ຢ່າງ​ມີ໋​ລີ໋ ໃຫ້​ຮູ້​ວ່າ, ເພື່ອ​ສ້າງ​ເປັນ​ທົ່ງ​ນາ​ຂັ້ນ​ໄດ, ວຽກ​ງານ​ບຸກ​ເບີກ​ໜ້າ​ພຽງ​ແມ່ນ​ມີ​ຄວາມ​ສຳ​ຄັນ, ແລະ​ຮຽກ​ຮ້ອງ​ໃຫ້​ຜູ້​ເຮັດ​ຕ້ອງ​ມີ​ທັກ​ສະ, ມີ​ເຕັກ​ນິກສູງ, ເພາະ​ວ່າ​ທົ່ງ​ນາ​ຂັ້ນ​ໄດ​ຕ້ອງ​ຮັບ​ປະ​ກັນສອງ​ປັດ​ໃຈ​ແມ່ນຮາບພຽງ ແລະ ແຫຼ່ງ​ນ້ຳ. ຕາມ​ປົກ​ກະ​ຕິ​ແລ້ວ, ວິ​ວັດ​ການ​ບຸກ​ເບີກ ແລະ ສ້າງ​ໜ້າ​ພຽງ​ຖືກ​ເຮັດ​ດ້ວຍ 2 ວິ​ທີ ຈາກ​ເທິງ​ພູ​ລົງ​ມາ ຫຼື​ຈາກ​ຕີນ​ພູ​ຂຶ້ນໄປ. ພາຍຫຼັງ​ບຸກ​ເບີກ​ທີ່​ດິນ​ແລ້ວ, ເຂົາ​ເຈົ້າ​ຈະ​ຊອກ​ຫາ​ບ່ອນ​ໃດ​ຮາບ​ພຽງກວ່າ​ໝູ່​ເປັນ​ມາດ​ຖານ​ເພື່ອ​ດຳ​ເນີນ​ການ​ຂຸດ, ຖົມ​ໃຫ້​ເປັນ​ໜ້າ​ພຽງ. ເລື່ອງວັດ​ແທກ​ຄວາມ​ຮາບ​ພຽງ​ແມ່ນໃຊ້​ດ້ວຍ​ຕາ. ທ່ານ ຢ່າງ​ອາ​ປິ໋ງ, ຢູ່​ລາວ​ກາຍ, ໃຫ້​ຮູ້​ວ່າ:

        “ນັບ​ແຕ່​ໄດ້​ຮັບ​ການ​ຮ່ຳ​ຮຽນ, ວິ​ທີ​ບຸກ​ເບີກ​ທີ່​ດິນ​ຂອງ​ຊາວ​ເຜົ່າ​ມົ້ງ ກໍ່​ມີ​ຄວາມ​ແຕກ​ຕ່າງ​ກັນຫຼາຍ. ເພາະ​ເຂົາ​ເຈົ້າ​ກຳ​ນົດ​ໄດ້​ວ່າ, ເນີນ​ພູ​ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ທົ່ງນາ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ງາມ​ອີກ​ດ້ວຍ.

        ຊາວ​ເຜົ່າ​ມົ້​ງຄິດ​​ວ່າ, ລຸ້ນ​ກ່ອນ​ໄດ້​ອອກ​ເຫື່ອ​ເທ​ແຮງ, ດຸ​ໝັ່ນ​ຂະ​ຫ​ຍັນ​ພຽນ, ຜ່ານ​ຜ່າ​ຄວາມທຸກ​ຍາກ​ລຳ​ບາກ ເພື່ອ​ສ້າງ​ເປັນ​ບັນ​ດາ​ທົ່ງ​ນາ​ຂັ້ນ​ໄດ​ທີ່ກວ້າງ​ໃຫ​ຍ່, ​ສະຫຼັບ​ຊັບ​ຊ້ອນ​ກັນ. ເມື່ອ​ເຫັນ​ບັນ​ດາ​ທົ່ງ​ນາ​ຂັ້ນ​ໄດ​ທີ່​ສວຍ​ງາມ​ຢູ່​ແຂວງ​ອຽນ​ບ໋າຍ ແລະ ລາວ​ກາຍ, ບໍ່​ມີ​ໃຜ​ຈະ​ຄິດ​ໄດ້​ວ່າ, ດ້ວຍ​ຝາ​ມື ແລະ ອຸ​ປະ​ກອນປະ​ຖົມ​ປະ​ຖານ​ຂອງ​ຕົນ, ຊາວ​ເຜົ່າ​ມົ້ງ​ໄດ້​ສ້າງ​ເປັນ​ບັນ​ດາ​ກິດ​ຈະ​ກຳພິ​ລຶກ​ຄື​ແນວ​ນັ້ນ. ທ່ານ​ຢ່າງ​ອາ​ຈື, ຢູ່​ແຂວງ​ອຽນ​ບ໋າຍ, ໃຫ້​ຮູ້​ວ່າ:

ຊາວ​ເຜົ່າ​ມົ້ງ​ແມ່ນ​ຄົນ​ດຸ​ໝັ່ນ​ຂະ​ຫ​ຍັນ​ພຽນ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ການ​ປູກ​ຝັງ, ແຕ່​ຍ້ອນ​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ພູ​ດອຍທຸ​ລະ​ກັນ​ດານ, ບໍ່​ເອື້ອ​ອຳ​ນວຍ​ໃຫ້​ແກ່​ການ​ປູກ​ຝັງ, ດັ່ງ​ນັ້ນ​ຊີ​ວິດຂອງ​ເຂົາ​ເຈົ້າ​ຍັງ​​ປະ​ສົບ​ກັບ​ຄວາມຫ​ຍຸ້ງ​ຍາກຫຼາຍ.

ດ້ວຍ​ຊີ​ວິດແບບ​ທຳ​ມະ​ດາ​ຜ່າ​ເຜີຍ ແລະ ງ່າຍ​ດາຍ​ນັ້ນ, ຊາວ​ເຜົ່າ​ມົ້ງ​ບໍ່​ຄິດ​ໄດ້​ວ່າ ເຂົາ​ເຈົ້າ​ນັ້ນເອງ​ທັງແມ່ນ​ນັກ​ວິ​ສາ​ວະ​ກອນ​ທົ່ງ​ນາ​ຂັ້ນ​ໄດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ​ທັງ​ເປັນ​ຈິດ​ຕະ​ກອນຜູ້​ສ້າງ​ເປັນ​ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ງາມ. ເພື່ອ​ເປັນ​ເຈົ້າ​ຂອງ​ບັນ​ດາ​ທົ່ງ​ນາ​ຂັ້ນ​ໄດ​ທີ່ກວ້າງ​ໃຫ​ຍ່​ນັ້ນ​ ແມ່ນ​ວຽກ​ງານ​ທີ່​ຫ​ຍຸ້ງ​ຍາກແລ້ວ, ແຕ່​ຢາກ​ເຮັດ​ໃຫ້​ການ​ປູກ​ຝັງ​​​ໄດ້ຮັບປະ​ສິດ​ທິ​ຜົນນັ້ນ​ ພັດ​ແມ່ນ​ວຽກ​ງານ​ທີ່​ຫ​ຍຸ້ງ​ຍາກກວ່າ. ແຕ່ດ້ວຍ​ປະ​ສົບ​ການ​ທີ່​ມີມາ​​ແຕ່​ດົນ​ນານໃນ​ການ​ດຳ​ລົງ​ຊີ​ວິດຂອງ​ຕົນ, ຊາວ​ເຜົ່າ​ມົ້ງ​ ສາ​ມາດ​ນຳ​ໃຊ້​​ບົດ​ຮຽນ​ເຫຼົ່າ​ນັ້ນເຂົ້າ​ໃນ​ການ​ຜະ​ລິດກະ​ສີ​ກຳ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ