ລະບົບໂຮງແຮມ ບັນລຸມາດຕະຖານສາກົນ ຢູ່ ຮ່າໂນ້ຍ

      (vovworld) - ຮ່າໂນ້ຍແມ່ນຫນຶ່ງໃນບັນດາຈຸດນັດພົບອັນດູດດື່ມຂອງແຂກທ່ອງທ່ຽວສາກົນ. ສຳລັບ​ເຂົາ​ເຈົ້າ​ແລ້ວ ​ໂຮງ​ແຮມ​ບໍ່​ພຽງ​ແຕ່​ແມ່ນ​ບ່ອນ​ພັກຜ່ອນ​ເທົ່າ​ນັ້ນ ຫາກຍັງແມ່ນ​ບ່ອນ​ສະ​ແດງ​ໃຫ້​ເຫັນ​ສີສັນ​ວັດທະນະທຳ​ຂອງ​ທ້ອງ​ຖິ່ນ​ອີກດ້ວຍ. ສະ​ນັ້ນ ບັນດາ​ບໍລິສັດ​ດຳ​ເນີນ​ທຸລະ​ກິດ​ໂຮງ​ແຮມ ຍາມ​ໃດ​ກໍ​ຢາກ​ຍົກ​ສູງ​ຄຸນ​ນະພາ​ບ​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການຂອງ​ແຂກ​ທ່ອງ​ທ່ຽວ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ມີ​ໄລຍະ​​ເວລາພັກຜ່ອນ​ຢ່ອນ​ອາລົມ​ຄື​ດັ່ງ​ຄວາມ​ຫວັງ ຢູ່ ນະຄອນຫລວງ​ນັບ​ພັນ​ປີ​ນີ້.   

ຮ່າ​ໂນ້ຍ ​ແມ່ນ​ຫນຶ່ງ​​ໃນ​ບັນດາ​ນະຄອນ​ໃຫຍ່ຂອງ​ຫວຽດນາມ ມີລະບົບ​ໂຮງ​ແຮມ​ຫລາຍ​ພໍ​ສົມຄວນ ​ແລະ ອັດຕາຈຳນວນຫ້ອງ​ພັກ​ເຊົາ ​ສາມາດ​ຕອບ​ສະຫນອງ​ໄດ້ຄວາມ​ຕ້ອງການ​ຂອງ​ນັກ​ທ່ອງ​ທ່ຽວ​ຢ່າງ​ພຽງພໍ. ປະຈຸ​ບັນ ນະຄອນຫລວງ ຮ່າ​ໂນ​້ຍມີ​ສະຖານ​ທີ່​ພັກ​ເຊົາ 1.750 ​ແຫ່ງ ດ້ວຍ​ຈຳນວນຫ້ອງ​ພັກ​ເກືອບ 55.500 ຫ້ອງ,​​ໃນ​ນັ້ນ ປະມານ 240 ​ໂຮງ​ແຮມ​ຖືກ​ຈັດ​ອັນ​ດັບແຕ່ 1 ດາວ​ເຖິງ 5 ດາວ. ທ່ານ​ນາງ ​ເລ​ມາຍ​ແຄງ, ຮອງ​ຫົວຫນ້າ​ກົມ​ໂຮງ​ແຮມ- ສັງກັດ​ກົມ​ໃຫຍ່​ການທ່ອງທ່ຽວ ຫວຽດນາມ ​ໃຫ້​ຮູ້​ວ່າ:

“ມາ​ຮອດ​ປະຈຸ​ບັນ, ຢູ່​ບໍລິ​ເວນ​ນະຄອນຫລວງ ຮ່າ​ໂນ​້ຍ ມີ​ສະຖານ​ທີ່​ພັກ​ເຊົາ 47 ​ແຫ່ງ​ຖືກ​ຈັດ​ອັນ​ດັບ​ແຕ່ 3 ດາວ​ຂຶ້ນ​ໄປ. ບັນດາ​ໂຮງ​ແຮມ​ນີ້​ ນັກ​ທ່ອງ​ທ່ຽວ​ສາກົນ​ກວມ​ສ່ວນ​ຫລາຍ ​ແລະ ຈຳນວນ​ໂຮງ​ແຮມ​ເຫລົ່າ​ນີ້​ສາມາດ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ເປັນ​ຢ່າງ​ດີ. ຄຽງ​ຄູ່​ກັບ​ການ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ແລ້ວ ​ບັນດາໂຮງ​ແຮມ​ດັ່ງກ່າວ​ຍັງ​ຮັບ​ໃຊ້​ກອງ​ປະຊຸມ​ໃຫຍ່​ພາຍ​ໃນ​ປະ​ເທດ ​ແລະ ສາກົນ​ອີກ​ດ້ວຍ. ​ນອກ​ນັ້ນ ໃນ​ໄລຍະ​ຜ່ານ​ມາ, ​ບັນດາໂຮງ​ແຮມ​ເຫລົ່າ​ນີ້ ຍັງ​ປະກອບສ່ວນ​​ເຂົ້າ​ໃນ​ການ​ຕ້ອນຮັບ​ຜູ້​ແທນ​ຂັ້ນ​ສູງ​ ຈາກ​ບັນດາ​ປະ​ເທດມາ ຫວຽດນາມ ​ເວົ້າ​ລວມ ​ແລະ ຮ່າ​ໂນ້ຍ ​ເວົ້າ​ສະ​ເພາະ.

ລະບົບໂຮງແຮມ ບັນລຸມາດຕະຖານສາກົນ ຢູ່ ຮ່າໂນ້ຍ - ảnh 1
ໂຮມ​ແຮມHilton Opera
ພາບ: internet

ບັນດາ​ໂຮງ​ແຮມ​ໃຫຍ່ລະດັບ 5 ດາວ ຫລື 4 ດາວ ​ຖືກ​ຕັ້ງ​ຢູ່​ໃນສະຖານ​ທີ​ສວຍ​ງາມ, ​​ຢູ່ໃຈກາງ​ນະຄອນຫລວງ ຄື ​ໂຮມ​ແຮມ Deawoo, Hilton Opera, Horison, Melia, Nikko, Sheraton, Metropole, ບ໋າ​ວ​ເຊີນ, ກົງ​ດວານ (ກຳມະບານ) ​ແລະ​ອື່ນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເພື່ອ​ຮັກສາ ​ແລະ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ມາ​ພັກ​, ບັນດາ​ໂຮງ​ແຮມ​ລ້ວນ​ແຕ່​ມີ​ຍຸດ​ທະ​ສາດ​ພັດທະນາ​ສະ​​ເພາະ. ຕົວຢ່າງ ຄື​ໂຮງ​ແຮມ 5 ດາວ​ສາກົນ Sofitel Plaza ດ້ວຍ​ພື້ນຖານ​ດ້ານ​ວັດຖຸ​ດີ, ຕັ້ງ​ຢູ່​ແຄມ​ຫນອງ ​     ໂຮ່​ໄຕ​ທີ່​ສວຍ​ງາມ​ໃນ​ໃຈກາງ​ນະຄອນຫລວງ​ຮ່າ​ໂນ້ຍ, Sofitel Plaza ດຶງ​ດູດ​​ແຂກ​ທ່ອງ​ທ່ຽວ​ ທີ່​ມາ​ຈາກ ​ເອີ​ລົບ ​ເປັນ​ຈຳນວນຫລາຍ​ພໍ​ສົມຄວນ​, ​ໃນ​ຂະນະ​ທີ່​ແຂກ​ທ່ອງ​ທ່ຽວ​ເອີ​ລົບ​ແມ່ນ​​ແຂກ​ທ່ອງ​ທ່ຽວ​ທີ່​ມີ​​ການເລືອກ​ເຟັ້ນ​ສະຖານ​ທີ່​ພັກ​ເຊົາ​ດ້ວຍ​ເງື່ອນ​ໄຂ​ຮຽກ​ຮ້ອງສູງ. ​​ເພື່ອ​ສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ຮັກສາ​ອິດ​ທິພົນ​ຊື່​ສຽງ, Sofitel Plaza ຍັງ​ສືບ​ຕໍ​​​ສ້ອມ​ແປງ,​ ຍົກ​ລະດັບ​ຫ້ອງພັກ, ຮ້ານ​ບັນ​ເທິງ ​ແລະ ອົມ​ຮົມ​ກິລິຍາ​ມາລະຍາດ​ໃນການບໍລິການຂອງ​ພາລະ​ກອນ. ທ່ານ Ove Sandstrom - general manager Sofitel Palaza ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:                  

      “ປະຈຸ​ບັນ ຢູ່​ເອີ​ລົບ​ ຫລາຍ​ຄົນ​ກໍ​ຮູ້ຈັກ​ເຖິງ​ Sofitel ຮ່າ​ໂນ້ຍ. ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ຮັບ​ໃຊ້, ພວກ​ຂ້າພະ​ເຈົ້າ​ພະຍາຍາມ​ກ້າວ​ເດີນ​ໃຫ້ທັນ​ກັບ​ທ່າ​ອ່ຽງທັນ​ສະ​ໄຫມ, ​ພົ້ນ​ເດັ່ນ​ຄື​ຮ້ານ​ບັນ​ເທິງ​ນີ້. ສະ​ນັ້ນ ພວກ​ຂ້າພະ​ເຈົ້າ​ຍົກ​ຄຸນ​ນະພາ​ບຜະລິດ​ຕະພັນ​ຂອງ​​ໂຮມ​ແຮມ​ເປັນ​ປະຈຳ. ພວກ​ຂ້າພະ​ເຈົ້າ​ກໍ​ວາງ​ອອກ​ມາດຖານ​​ໃຫມ່ ​ເພື່ອ​ຮັບປະກັນ​ຄຸນ​ນະພາ​ບການບໍລິການ ພ້ອມ​ທັງ​ດຳ​ເນີນ​ບັນດາ​ໂຄງການ​ບຳລຸງ​ສ້າງ​ພາລະ​ກອນ​ໃຫມ່.

      ຄຽງ​ຂ້າງ​ບັນດາ​ໂຮ​ງ​ແຮມ​ຕັ້ງຢູ່​ໃຈກາງ​ນະຄອນຫລວງ ຮ່າ​ໂນ້ຍ, ບັນດາ​ໂຮງ​ແຮມ​ຕັ້ງ​ຢູ່​ຄຸ້ມ​ເມືອງ​ເກົ່າ​ກໍ​ມີ​ທ່າ​ໄດ້​ປຽບ​ສະ​ເພາະ. ​​ໂດຍ​ຕັ້ງ​ຢູ່ໃກ້​ກັບ​ບັນດາ​ສະຖານ​ທີ​ທ່ອງ​ທ່ຽວ ​ແລະ ສາມາດ​ຍາງ​​ເຂົ້າ​ເຂດ​ໃຈກາງ​ນະຄອນຫລວງ ຮ່າ​ໂນ້ຍ​ໄດ້, ບັນດາ​ໂຮງ​ແຮມ​ນີ້​ພວມ​ກາຍ​ເປັນ​ຈຸດ​ນັດ​ພົບ​ອັນ​ດູດ​ດື່ມ​ສຳລ​ັບ​ແຂກ​ທ່ອງ​ທ່ຽວ​ຕ່າງປະ​ເທດ. ນອກ​ນັ້ນ ບັນດາ​ໂຮງ​ແຮມ​ໃນ​ຄຸ້ມ​ເມືອງ​ເກົ່າ ພວມ​ຊອກ​ຫາ​ຫລາຍ​ຮູບ​ການ​ເພື່ອ​ຢັ້ງຢືນ​ຄຸນ​ນະພາ​ບ ​ແລະ ​ເຄື່ອງໝາຍ​ການ​ຄ້າ​ຂອງ​ຕົນ. ໂຮງ​ແຮມ Silk Path ຕັ້ງ​ຢູ່ ສະຖານ​ທີ່​ສວຍ​ງາມ, ສະດວກ​ໃນ​ຄຸ້ມ​ເມືອງ​ເກົ່າ​ຮ່າ​ໂນ້ຍ ​ແລະ ​ໄດ້​ຮັບ​ການ​ອອກ​ແບບ​ທັນ​ສະ​ໄຫມ ​ແຕ່​ຍັງ​ຄົງ​ຮັກສາ​ສີສັນ​ວັດທະນະທຳ​ຂອງ​ຝ່າຍ ອາຊີ​ຕາ​ເວັນ​ອອກ. ທ່ານ​ນາງ  ຫງວຽນ​ແທງ​ທູ​໋ຍ ຫົວຫນ້າ​ຫ້ອງການ​ດ​ຳ​ເນີນ​ທຸລະ​ກິດ ​ໂຮງ​ແຮມ Silk Path ​ໃຫ້​ຮູ້​ວ່າ:

      “ພວກ​ຂ້າພະ​ເຈົ້າ​ມີ​ບັນດາ​ໂຄງການ​ບຳລຸງ​ສ້າງ​ພາລະ​ກອນ​ເປັນ​ປະຈຳ  ​ເພື່ອ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ດ້ານ​ວັດທະນະທຳ​ກວ່າ, ຍົກ​ສູງ​ລະດັບ​ວິຊາ​ການ​ກໍ່​ຄື​ຄວາມ​ສາມາດ​ເວົ້າ​ພາສາ​ອັງກິດ​ກັບ​ແຂກ​ທ່ອງ​ທ່ຽວ​ໄດ້ ​ເພື່ອ​ຮັບ​ໃຊ້​ບໍລິການ​​ໃຫ້ດີກ​ວ່າ ​ໂດຍ​ອີງ​ໃສ່​ພື້ນຖານ​ວັດທະນະທຳ​ຂອງ​ເຂົາ​ເຈົ້າ. ພວກ​ຂ້າພະ​ເຈົ້າ​ກໍ​ຢາກ​ນຳ​ມາ​ຊຶ່ງ​ຄວາມ​ຮູ້ສຶກ​ຄື​ດັ່ງ​ຢູ່​ບ້ານ​ຂອງ​ຕົນ​ໃຫ້​ແກ່ແຂກ​ທ່ອງ​ທ່ຽວ​, ຄື​ກຳລັງໂອ້​ລົມ​ກັບ​ຍາດ​ຕິ​ພີ່ນ້ອງ, ກັບ​ເພື່ອນ​ມິດ​​ແທ້ ຫາກ​ບໍ່​ແມ່ນ​​ເຂົາ​ເຈົ້າພວມໄປ​ປະຕິ​ບັດ​ງານ, ນັ້ນ​ແມ່ນ​ສິ່ງ​ທີ່​ພວກ​ຂ້າພະ​ເຈົ້າ​ຢາກ​ນຳ​ມາ​ໃຫ້​ແຂກ​ທ່ອງ​ທ່ຽວ.

ລະບົບໂຮງແຮມ ບັນລຸມາດຕະຖານສາກົນ ຢູ່ ຮ່າໂນ້ຍ - ảnh 2
ໂຮມ​ແຮມ  Metropole
ພາບ: internet

      ລາຄາ​ກໍ່​ແມ່ນ​ບັນຫາ​ຊຶ່ງ​ແຂກ​ທ່ອງ​ທ່ຽວ​ສົນ​ໃຈ ສະ​ນັ້ນ​ບັນດາ​​ໂຮງ​ແຮມ​ຢູ່ ຮ່າ​ໂນ້ຍ ລ້ວນ​ແຕ່​ມີ​ຮູບ​ການ​ຕ່າງໆ​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ. ​​ແຕ່ລະ​ປີໂຮງ​ແຮມ​ກຳມະ​ບານ ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ສາກົນ ປະມານ 45 % ຈຳນວນ​ແຂກ​ທ່ອງ​ທ່ຽວ​ທັງໝົດ. ທ່ານ​ນາງ ຫງວຽນ​ທິຫ໋າຍນິງ, ຮອງ​ຜູ້ອຳນວຍການ​ໃຫຍ່ ​ໂຮງ​ແຮມ​ກຳມະບານ​ໃຫ້​ຮູ້​ວ່າ:

      “ສຳລັບ​ຕະຫລາດ​ຂອງ​ໂຮງ​ແຮມ​ກຳມະບານ ຫວຽດນາມ, ຍາມ​ໃດ​ ພວກ​ຂ້າພະ​ເຈົ້າ​ ກໍ​ນຳ​ໃຊ້​ລະດັບ​ລາຄາ​ມີ​ລັກສະນະ​ໄຫວ​ພິບ ​ໃຫ້​ແກ່​ແຕ່ລະ​​​ເປົ້າ​ໝາຍ​ແຂກ​ທ່ອງ​ທ່ຽວ ​ແລະ​ແຕ່​ລະ​ຕະຫລາດ. ສຳລັບ​ແຂກ​ທ່ອງ​ທ່ຽວ​ສາກ​ົນ ລະດັບ​ລາຄາ​ກໍ​ມີ​ການ​ປັບ​ປ່ຽນ, ປະຈຸ​ບັນ ປະມານ 65 USD/ຄືນ ສ່ວນ​ສຳລັບ​ຄະນະ​ແຂກ​ທ່ອງ​ທ່ຽວ​ຫລາຍ​ຄົນ ​ແລ​ະ ​ໄລຍະ​ເວ​ລາ​ພັກ​ເຊົາ​ດົນ, ພວກ​ຂ້າພະ​ເຈົ້າຈະ​ມີ​ກົນ​ໄກທີ່​ພິເສດ..“

​ໃນ 6 ​ເດືອນ​ຕົ້ນ​ປີ 2012, ຮ່າ​ໂນ້ຍ ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ກວ່າ 8,3 ລ້າ​ນ​ເທື່ອ​ຄົນ, ​ໃນ​ນັ້ນ ນັກ​ທ່ອງ​ທ່ຽວ​ສາກົນ​ຄາດ​ວ່າ​ບັນລຸ 1,03 ລ້ານ​ເທື່ອ​ຄົນ, ​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ນັບ​ມື້​ນັບ​ສູງ​ຂອງ​ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມຢາມ​ນະຄອນຫລວງ ຮ່າ​ໂນ້ຍ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ການບໍລິການ​ບອ່ນພັກ​​ເຊົາ ​ໃນ​ນະຄອນຫລວງ ຮ່າ​ໂນ້ຍ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ຄຽງ​ຂ້າງ​ນັ້ນ ບັນຫາ​ຍົກ​ສູງ​ຄຸນ​ນະພາ​ບການບໍລິການ​ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ຫລາຍ​ໂຮງ​ແຮມ, ສິ່ງ​ດັ່ງກ່າວ​ໄດ້​ຊ່ວຍ​ໃຫ້ການ​ທ່ອງ​ທ່ຽວ ຮ່າ​ໂນ້ຍ ສ້າງ​ຄວາມ​ປະ​ທັບ​ໃຈ  ​ແລະ ​​ແມ່ນ​ຈຸດ​ນັດ​ພົບ​ອັນ​ດູດ​ດື່ມ​ສຳລັບ​ນັກ​ທ່ອງ​ທ່ຽວ​ສາກົນ./.

 

ຕອບກັບ

ຂ່າວ/ບົດ​ອື່ນ