ລະບອບມານດາສິດທິລາດຂອງຊົນເຜົ່າເອເດ


(vovworld) - ຈຸດ​ພິ​ເສດສະ​ເພາະ​ຂອງລະບອບ​ມານ​ດາ​ສິດ​ທິລາດ​ໃນ​ສັງຄົມ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ​ເອ​ເດ ສະ​ແດງ​ອອກຢ່າງ​ຈະ​ແຈ້ງ​ຜ່ານ​ຫຼາຍ​ແງ່​ມູມ​ໃນ​ຊີວິດ​ການ​ເປັນ​ຢູ່ຂອງ​ເຂົາ​ເຈົ້າ, ນັບ​ແຕ່​ການ​ພົວພັນ​ໃນ​ຄອບຄົວ, ສັງຄົມ ຕະຫຼອດ​ຮອດ​ສະຖາປັດຕະຍະກຳ​ເຮືອນ​ຢູ່, ​ເຄື່ອງ​ດົນຕີ​, ຄ້ອງ... ​ໃນ​ນັ້ນ​, ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ທີ່​ສຸດ​ ແມ່ນ​ລະບອບ​ມານ​ດາ​ສິດທິ​ລາດ, ​ເຊິ່ງສະ​ແດງ​ອອກ​ໃນ​ການ​ສົມລົດ​ຂອງ​ຄອບຄົວ​ຊາວ​ເຜົ່າ​ເອ​ເດ.

ລະບອບມານດາສິດທິລາດຂອງຊົນເຜົ່າເອເດ - ảnh 1

ງານດອງຂອງຊົນເຜົ່າເອເດ

(ພາບ: ອິນເຕີແນດ)

        ຕາມ​ມູນ​ເຊື້ອ​ມາ​​ແຕ່​ດົນ​ນານ​ແລ້ວ, ຜູ້​ມີ​ສິດ​ອຳນາດ​ສູງ​ສຸດ​ໃນ​ຄອບຄົວ​ຊາວ​ຊົນ​ເຜົ່າ​ເອ​ເດ ​ແມ່ນ​ຜູ້ຍິງ. ຕາມ​ປະລິຍາ​ເອກ ຫງວຽນ​ຢູຍທ້ຽວ, ຮອງ​ຜູ້ອຳນວຍການ​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ​ແລ້ວ, ສັງຄົມ​ມານ​ດາ​ສິດທິ​ລາດ​ຂອງ​ຊາວ​ເຜົ່າ​ເອ​ເດ ​ແມ່ນ​ສັງຄົມ​ໂດຍ​ແມ່ຍິງ​ເປັນ​ເຈົ້າ. ລູກ​ຫຼານ​ເມື່ອ​ໄດ້​ຮັບ​ການ​ກຳ​ເນີ​ດ​​ໃຊ້ສະກຸນ​ແມ່, ຫາກ​ບໍ່​ໃຊ້​ສະກຸນ​ພໍ່

        “ຜູ້​ຍິງເປັນ​ເຈົ້າ​ການໃນ​ການ​ສົມລົດ. ​ເຂົາ​ເຈົ້າ​ມັກ​ຜູ້​ໃດ, ຮັກ​ຜູ້​ໃດ ກໍ່​​ບອກກັບ​ແມ່ ​ແລະ ຄອບຄົວ​ເພື່ອ​ຈັດ​ງານດອງ​ກັບ​ຜູ້​ທີ່​ເຂົາ​ເຈົ້າ​ຮັກ. ​ພາຍຫຼັງ​ແຕ່ງດອງເຈົ້າ​ບ່າວຈະ​ຢູ່​ ​ໃນ​ຄອບຄົວ​ຂອງ​ເຈົ້າຍິງ. ລູກ​ຂອງ​ເຂົ້າ​ເຈົ້າ​ຈະ​ໃຊ້​ສະກຸນ​​ແມ່. ຖ້າ​ຫາກ, ຜູ້​ເປັນ​ເມຍ​ເສຍ​ຊີວິດ, ຄອບຄົວ​ຝ່າຍ​ເມຍຈະ​ຊອກ​ຫາ​ສາວຜູ້​ອື່ນ​ມາ​ແຕ່ງດອງ​ໃຫ້​ຜູ້​ເປັນ​ຜົວ ​ແລະ ຊາວ​ເອ​ເດ ​ເອີ້ນ​ວ່າ​ນີ້​ແມ່ນປະ​ເພນີ​​ເຈ​ເນ“.

ລະບອບມານດາສິດທິລາດຂອງຊົນເຜົ່າເອເດ - ảnh 2

ງານດອງຂອງຊົນເຜົ່າເອເດ

(ພາບ: ອິນເຕີແນດ)

        ປະ​ເພນີ​ເຈ​ເນ​ ຂອງ​ຊາວ​​ເຜົ່າ​​ເອ​ເດ, ດ້ານ​ໜຶ່ງ​ແມ່ນ​ມີ​ລັກສະນະວັດທະນະ ທຳ​ມະນຸດ, ​ແຕ່ມັນ​ພັດມີຜົນສະທ້ອນບໍ່ດີຄື: ບໍ່ຮັບປະກັນສິດເສລີໃນການຮັກ​​ໄຄ່ລະຫວ່າງ​ຍິງ​ຊາຍ ​ແລະ ສິດ​​​ເລືອກ​ເຟັ້ນ​ຄວາມສຸກ​ຂອງ​ມະນຸດ, ພິ​ເສດ​ແມ່ນ​ສຳລັບ​ຜູ້​ຊາຍ. ​ໃນ​ຄອບຄົວ, ​ເຖິງ​ວ່າ​ແມ່ຍິງ​ແມ່ນ​ເຈົ້າ​ຂອງ​ຄອບຄົວ, ​ແຕ່​ຜູ້​ຊາຍ​ກໍ່​ມີ​ບົດ​ບາດ​ແນ່ນອນ​ໃນ​ຄອບ​ຄົວ​ຢູ່. ທ່ານ ທ້ຽວ​ ໃຫ້​ຮູ້​ວ່າ:

        “​ເຖິງ​ວ່າ​ແມ່ຍິງ​ເປັນ​ຜູ້​ຕັດສິນ, ​ແຕ່​ພັດ​​ຜ່ານ​ທີ່​​ຕັ້ງ​ຂອງ​ຜູ້​ຊາຍ. ຕົວຢ່າງ​ຄື, ​ໃນ​ບົດປະພັນ ປະຫວັດສາດດາມຊານ, ເມື່ອ ດາມຊານ ​ເປັນ​ເຈົ້າ​ບ້ານ, ​ເມຍ​ກໍ່​ມີສິດ​ອຳນາດ. ​ເລື່ອງ​ບັນຊາ​ການ​ການ​ຮົບ ​ແລະ ​ຊີ້​ນຳ​ປະຊາ​ຄົມ​​ໂດຍຜູ້​ຊາຍ​ຮັບຜິດຊອບ, ສ່ວນ​ຜູ້ຍິງ​ມີ​ແຕ່ບັນຊາ​ຢູ່​ເບື້ອງ​ຫຼັງ​ເທົ່າ​ນັ້ນ.“

        ຖ້າ​ມາ​ຢ້ຽມຢາມ​ຄອບຄົວ​ຊາວ​ເຜົ່າ​ເອ​ເດ, ຜູ້ຕາງໜ້າ​ຄອບຄົວ​ຕ້ອນຮັບ​ແຂກ​ຍາມ​ໃດ​ກໍ່​ແມ່ນ​ຜູ້​ຊາຍ, ບາງ​ເທື່ອ​ແມ່ນ​ຜົວ​ຫຼື​ລູກ​ຊາຍ​ຂອງ​ເຈົ້າ​ເຮື​ອນ. ຜູ້​ຊາຍຊົນ​ເຜົ່າ​ເອ​ເດ​ ເປັນ​ຜູ້ຕາງໜ້າ​ໃຫ້​ຄອບຄົວ​ໃນ​ການ​ພົວພັນ​ກັບ​ພາຍ​ນອກ ​ແລະ ​ແກ້​ໄຂ​ວຽກ​ງານ​ຕ່າງໆ​ໃນ​ຄອບຄົວ​ຝ່າຍ​​ເມຍ​ຄື: ​ງານ​ສົບ, ງານ​ດອງ...

        ສັງຄົມ​ມານ​ດາ​ສິດທິ​ລາດ​ຂອງ​ຊົນ​ເຜົ່າ​ເອ​ເດ, ຍັງ​ສະ​ແດງ​ອອກ​ໃນ​ສະຖາປັດຕະຍາ​ກຳ​ເຮືອນ​ຍາວ​ຂອງ​ຊົນ​ເຜົ່າ​ເອ​ເດ​ອີກ. ນັ້ນ​ແມ່ນ​ເຮືອນຮ້ານ​ທີ່​ເຮັດ​ດ້ວຍ​ໄມ້ ຫຼື​ໄມ້​​​ໄຜ່, ​ໄມ້​ເຮ້ຍ ຂອງ​ມະຫາ​ຄອບຄົວຊົນ​ເຜົ່າ​ເອ​ເດນັບ​ສິບ​ຄົນ​. ປ້າ ​ເຮີ​ໂຣຍ, ຢູ່​ບ້ານ​ກິ, ຕາ​ແສງ​ແທ່ງ​ເດ, ນະຄອນ​ບວນມາ​ທວດ, ​ແຂວງ​ດັກ​ລັກ, ​ໄດ້​ເວົ້າ​ກ່ຽວ​ກັບ​ການຈັດ​ວາງ​ໃນ​ເຮືອນ​ຍາວ​ຂອງ​ຊົນ​ເຜົ່າ​ເອ​ເດ​ວ່າ:

        “​ເຮືອນ​ຍາວ​ຖືກ​ແບ່ງ​ອອກ​ເປັນ​ສອງສ່ວນແມ່ນ ​Gah ແລະ Ok, ສ່ວນ Gah, ​​ແມ່ນຫ້ອງ​ຮັບ​ແຂກ. ​ໃນ​ນັ້ນ​ມີ​ສ່ວນ​ໜຶ່ງ​ເອີ້ນ​ວ່າ Tul Gah, ​ເປັນ​ຫ້ອງສະຫງວນ​ໃຫ້ຜູ້​ຊາຍ​ບໍ່​ທັນ​ສ້າງ​ຄອບຄົວ, ສ່ວນ Ok ​ແມ່ນ​ສະຫງວນ​ໃຫ້​ຄູ່​ຜົວ​ເມຍ, Tul Ok ​ແມ່ນ​ສະຫງວນ​ໃຫ້​ຜູ້​ສາວ​ບໍ່​ທັນ​ເອົາ​ຜົວ, ຫຼືໃຫ້​ແຂກຍິງ. ສ່ວນ Gah ​ແມ່ນ​ໃກ້​ກັບ​ຂັ້ນ​​ໄດ​ເຂົ້າ​ເຮືອນ“.

ລະບອບມານດາສິດທິລາດຂອງຊົນເຜົ່າເອເດ - ảnh 3

ເຮືອນຍາວຂອງຊົນເຜົ່າເອເດ

(ພາບ: ອິນເຕີແນດ)

        ລະບອບ​ມານ​ດາ​ສິດທິ​ລາດ​ຂອງ​ຊາວ​ເຜົ່າ​ເອ​ເດ ​ແມ່ນ​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ໃນ​ສະຖາປັດຕະຍະກຳ ​ແລະ ການ​ປະດັບ​ປະດາ​ສິລະ​ປະ​ໃນ​ເຮືອນ​ຍາວ. ​ເມື່ອ​ຂຶ້ນ​ຂັ້ນ​ໄດ​ເຂົ້າ​ເຮືອນ, ​ເຮົາ​ຈະ​ເຫັນ​ຮູບ​ນົມ​ແມ່ ​ແລະ ຮູບ​ເດືອນ​ແຮມ, ​ເຊິ່ງ​ແມ່ນ​ສັນຍາ​ລັກ​ທີ່​ມີ​ຊີວິດ​ຊີ​ວາ​ຂອງ​ເພດ​ຍິງ. ​ເຮື​ອນຍາວ​ຂອງ​ຊົນ​ເຜົ່າ​ເອ​ເດ​ມີ 2 ຂັ້ນ​ໄດ, ນັ້ນ​ແມ່ນ​ຂັ້ນ​ໄດ​ແມ່ ​ແລະ ຂັ້ນ​ໄດ​ຜູ້. ຂັ້ນ​ໄດ​ແມ່​ຕັ້ງ​ຢູ່​ໜ້າ​ເຮືອນ, ​ແມ່​ນສະຫງວນ​ໃຫ້​ແຂກ ​ແລະ ຜູ້​ຊາຍ. ສ່ວນ​ຂັ້ນ​ໄດ​ຜູ້​​ຕັ້ງ​ຢູ່​ຫຼັງ​ເຮືອນ ​ແມ່ນ​ສະຫງວນ​ໃຫ້​ແກ່​ຜູ້ຍິງ​ໃນ​ເຮືອນ.

ລະບອບມານດາສິດທິລາດຂອງຊົນເຜົ່າເອເດ - ảnh 4

ເຮືອນຍາວຂອງຊົນເຜົ່າເອເດ

(ພາບ: ອິນເຕີແນດ)

        ​ແມ່ຍິງ​ເອ​ເດ​ ບໍ່​ພຽງ​ແຕ່​ແມ່ນ​ເຈົ້າ​ຂອງ​ເຮືອນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ເຈົ້າ​ບ້ານ​ອີກ​ດ້ວຍ. ​ເຊິ່ງຊາວ​ເຜົ່າ​ເອ​ເດ​ ເອີ້ນ​ວ່າ “​ໂປ​ລັນ“ ໝາຍ​ຄວາມ​ວ່າ​​ເປັນຜູ້ຕາງໜ້າຮັບຜິດຊອບ​​ວຽກ​ງານຄຸ້ມ​ຄອງ​ທີ່​ດິນ​ຂອງຕະກຸນ, ໝູ່​ບ້ານ, ທັງ​ແກ້​ໄຂ​ຄວາມ​ຂັດແຍ່ງ​ກັນພາຍ​ໃນ​ໝູ່​ບ້ານ ​ແລະ ກັບ​ບ້ານ​ອື່ນໆ. ປະລິຍາ​ເອກ ຫງວຽນ​ຢູຍທ້ຽວ, ​ໃຫ້​ຮູ້​ວ່າ​ ເຈົ້າ​ບ້ານ​ແມ່ນ​ຜູ້​ມີ​ຄວາມຊຳນານ​ໃນ​ວຽກ​ງານ​ບູຊາ​ຜີ​ສາງ​ນາງ​ໄມ້ ​ແລະ ວຽກບ້ານ ກໍ່​ຄື​ໄດ້​ຮັບ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ເຄົາລົບ​ນັບຖື​ຈາກ​ປະຊາຊົນ.

        “​ໃນ​ເມື່ອ​ກ່ອນ, ແມ່ຍິງ​ເປັນ​ເຈົ້າ​ບ້ານ, ທັງ​ເປັນ​ເຈົ້າທີ່ດິນ. ແຕ່ລະປີ, ເຂົາເຈົ້າພ້ອມ​ກັບ​ຄະນະ​ຜູ້​ຊ່ວຍ​ວຽກ​ໄດ້​ໄປເກັບອາກອນທີ່ດິນ ແລະ ກວດກາ ກ່ຽວກັບປະຕິກິລິຍາຂອງປະຊາຄົມທີ່ມີຕໍ່ທີ່ດິນເພື່ອຈັດ​ພິທີ​ບູຊາ. ​ແຕ່​ປະຈຸ​ບັນ, ຜູ້​ເປັນ​ເຈົ້າບ້ານ​ໂດຍ​ປະຊາຊົນ​ເລືອກ​ເຟັ້ນ, ບາງ​ເທື່ອ​ຈະ​ເປັນ​ຜູ້​ຊາຍ​ຫຼື​ຜູ້ຍິງ​ກໍ່​ໄດ້. ​ແຕ່​​ໃນ​ປະ​ເພນີ​ຂອງ​ວົງ​ຕະກຸນ, ຜູ້ຍິງ​ຍັງ​ເປັນ​ເຈົ້າ​ຂອງ​ຢູ່“.

        ສັງຄົມ​ມານ​ດາ​ສິດທິ​ລາດ​ຂອງ​ຊົນ​ເຜົ່າ​ເອ​ເດ, ​ເຖິງ​ວ່າ​ຍັງ​ຄົງ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ສັງຄົມ​ມານ​ດາ​ສິດ​ທິລາດ​ທີ່​ເປັນ​ແບບຢ່າງ​ຢູ່​ຫວຽດນາມ ​ກໍ່ຕາມ, ​ແຕ່​ຕາມ​ການ​ພັດທະທະນາ​ຂອງ​ຊີວິດ​ສັງຄົມ, ລະບອບ​ມານ​ດາ​ສິດທິ​ລາດ​ຂອງ​ຊາວ​ເຜົ່າ​ເອ​ເດ ​ພວມ​ມີ​ການ​ຫັນປ່ຽນ​ຢ່າງ​ເລິກ​ເຊິ່ງ ຍ້ອນ​ການ​ເຊື່ອມ​ໂຍງ​ທາງ​ດ້ານ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ຕ່າງໆ ​ແລະ ການ​ພົວພັນ​ຄ້າຂາຍລະຫວ່າງ​ເຂດ​ພາກພວມພັດທະນາຢ່າງ​ແຮງ.

 

ຕອບກັບ

ຂ່າວ/ບົດ​ອື່ນ