ລາຍການທ່ອງທ່ຽວກັບຄືນສະຫນາມຮົບເກົ່າ

(vovworld) - ​ໄປ​ຄຽງ​ຄູ່​ກັບ​ລາຍການ​ທ່ອງ​ທ່ຽວ​ຊີວະ​ພາບ, ທ່ອງ​ທ່ຽວ​ວັດທະນະທຳ, ລາຍການ​ທ່ອງ​ທ່ອງ​ກັບ​ຄືນສະຫນາມຮົບ​ເກົ່າ​ພວມ​ແມ່ນ​ຮູບ​ການທ່ອງທ່ຽວ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫລວງຫລາຍ. ສິ່ງ​ທີ່ມີ​ຄວາມ​ໝາຍ​ສຳລັບ​ນັກ​ທ່ອງ​ທ່ຽວ​ແຕ່ລະຄົນ ນັ້ນ​ແມ່ນ​ບໍ່​ພຽງ​ແຕ່​​ໄດ້ໄປ​ຢ້ຽມຢາມ, ຄົ້ນ​ຫາ​ເທົ່າ​ນັ້ນ ຫາກ​ນີ້ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ເຂົາ​ເຈົ້າສະ​ແດງ​ຄວາມ​ຮູ້​ບຸນຄຸ​ນ ຕໍ່ບັນດາ​​ເພ່ືອນ​ຮ່ວມ​ກົມ​ກອງ, ນັກຮົບ​ທີ່​​ໄດ້ເສ​ຍສະຫລະ​ຊີວິດ​ເພື່ອ​ຊາດອີກ​ດ້ວຍ.

        ນັບ​ແຕ່​ປີ 2005 ​ເປັນ​ຕົ້ນ​ມາ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວ໋າງຈີ້ ​ໄດ້​ສົມທົບ​ກັບ​ກອງ​ທຶນ​ພັດທະນາ​ການທ່ອງທ່ຽວ​ກັບ​ຄືນ​ສະຫນາມຮົບ​ເກົ່າ ​ແລະ ​ເພື່ອນຮ່ວມ​ກົມ​ກອງ, ຂຶ້ນ​ກັບ​ບໍລິສັດ MTV ທ່ອງ​ທ່ຽວ ​ແລະ ສົ່ງ​ເສີມ​ການ​ລົງທຶນຈຳກັດ ຈັດ​ຕັ້ງ​ລາຍການ​ທ່ອງ​ທ່ຽວ​ກັບ​ຄືນ​ສະຫນາມຮົບ​ເກົ່າ ​ແລະ ບັນລຸ​ໄດ້​ໝາກຜົນອັນ​ດີງາມ. ທ່ານ ຟານ​ຄັກ​ຫາຍ, ຮອງ​ປະທານ​ກອງ​ທືນດັ່ງກ່າວ​ໃຫ້​ຮູ້​ວ່າ: ບັນດາ​ສະຖານ​ທີ່ມາ​ຢາມ​ໃນລາຍການທ່ອງທ່ຽວ​ຢ້ຽມຢາມ​ສະຫນາມຮົບ​ເກົ່າ​ແມ່ນ​ອຸດົມສົມບູນ ​ແລະ ຕັ້ງ​ຢູ່​ທັງສາມ​ພາກ​ຂອງ​ປະ​ເທດ​. ນັບ​ແຕ່ດ້ຽນບຽນ​ຝູ, ຕວຽນ​ກວາງ, ນະຄອນຫລວງ ຮ່າ​ໂນ້ຍ ຕະຫລອດ​ຮອດ ຮ່າ​ມຣົ່ງ ​ແຂວງ​ແທນ​ຮ່ວາ, ທາງສາມ​ແຍກ​ດົ່ງ​ໂລກ ​ແຂວງ​ຮ່າ​ຕິ້ງ, ​ແຄ​ແຊນ ​ແຂວງ​ກວ໋າງຈີ້ ​ແລະ ກູ​ຈີ (ນະຄອນ​ໂຮ່ຈິ​ມິນ).  ທ່ານ ຟານ​ຄັກ​ຫາຍ​ໃຫ້​ຮູ້​ວ່າ: ນອກຈາກ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງ​ປະ​ເທດ​ແລ້ວ, ກອງ​ທຶນ​ດັ່ງກ່າວ​ຍັງ​​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ນັກຮົບ​ເກົ່າ, ຄອບຄົວ​ຍາດຕິ​ພິ່ນ້ອງ​ຂອງ​ທະຫານ​ເສຍ​ອົງຄະ, ນັກຮົບ​​ເສຍສະຫລະ​ຊີວິດ​ເພື່ອ​ຊາດ​ໄປ​ຢ້ຽມຢາມ​ສະຫນາມຮົບ​ເກົ່າ.

        “ລາຍການ​ທ່ອງ​ທ່ຽວ​ກັບ​ຄືນ​ສະຫນາມຮົບ​ເກົ່າ​ແມ່ນ​ມີ​ຄວາມ​ໝາຍ​ ດ​້ານຈິດ​ວິນ​ຍານ​. ນັ້ນ​ແມ່ນ​ຄວາມ​ຕ້ອງການ​ໃນ​ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ຈິດ​ໃຈ​ຂອງ​ປະຊາຊົນ. ກອງ​ທຶນ​ພັດທະນາ​ການທ່ອງທ່ຽວ​ກັບ​ສະຫນາມຮົບ​ເກົ່າ ທັງ​ເຊື່ອມ​ຕໍ່ ທັງ​ຊອກ​ຫາ​ໄດ້​ຈຸດ​ທີ່​ແຕກຕ່າງ​ກັນ​ຂອງ​ແຕ່ລະ​ພາກ​, ເຂດ.”

ລາຍການທ່ອງທ່ຽວກັບຄືນສະຫນາມຮົບເກົ່າ - ảnh 1
ທາງສາມແຍກດົ່ງໂລກ
ພາບ: internet

        ປະຈຸ​ບັນ, ​ກວ໋າງຈີ້ ​ແມ່ນ​ທ້ອງ​ຖິ່ນ​ທີ່ມີ​ສະຖານ​ທີ່​ທ່ອງ​ທ່ຽວ​ຫລາຍ​ກວ່າ​ໝູ່​ໃນ​ລາຍການ​ທ່ອງ​ທ່ຽວ​ກັບ​ຄືນ​ສະຫນົບ​ຮົບ​ເກົ່າ ​ເພາະ​ວ່າ ​ເມື່ອສົງ​ຄາມ​​ຜ່ານ​ພົ້ນໄປ​, ສະຫນາ​ມຮົບ​ອັນ​ດຸ​ເດືອດ​​ໃນ​ເມື່ອ​ກ່ອນ​​ໄດ້​ສ້າງ​ເປັນ​ເຂດ​ປູຊະນີ ຍະສະຖານ, ຮ່ອງຮອຍ​ແຫ່ງສົງຄາມ​ປະຕິວັດກວ່າ 430 ​ແຫ່ງ. ​ເຂົ້າ​ຮ່ວມ​ລາຍການ​ທ່ອງ​ທ່ຽວ​ນີ້, ນັກ​ທ່ອງ​ທ່ຽວ​ໄດ້​ໄປ​ຢ້ຽມຢາມ​ກຸ່ມ​ປູ​ຊະນີ​ຍະສະ​ຖານ 2 ຟາກ​ຝັ່ງ​ແມ່​ນ້ຳ ຮຽ່ນ​ເລືອ​ງ - ​ເບ​ນຫ໋າຍ, ກຳ​ແພງ​ເກົ່າ ກວ໋າງຈີ້, ອູ​ມົງ ຫວີງ​ມົກ.​ ນອກ​ນັ້ນ ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ເຂົ້າ​ຮ່ວມ​ບັນດາງານ​ບຸນ​ວັດທະນະທຳ, ລາຍການ​ສິລະ​ປະ​ກ່ຽວ​ກັບ​ສະຫນາມຮົບ​ເກົ່າ, ງານ​ບຸນ​ປ່ອຍ​ດອກ​ໄມ້​ລົງແມ່​ນ້ຳ​ແທກ​ຫານ..​​ພ້ອມ​ກັບ​ລະບົບ​ປູຊະນີ​ຍະສະ​ຖານ​ປະຫວັດສາດ​ສົງຄາມ, ບັນດາ​ງານ​ບຸນ​ປະຕິວັດ​ນີ້​ໄດ້​​ເຮັດ​ໃຫ້​ຄຸນ​ຄ່າດ້ານຈິດ​ວິ​ຍານ​ມີ​ຊີວິດ​ຊີວາ​ກວ່າ ​ແລະ ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ມີ​ຄວາມ​ຕື້ນ​ຕັນ​ໃຈ​ຢ່າງ​ເລິກ​ເຊິ່ງກວ່າ. ທ່ານ ​ເຈີ​ນຫື​ວ​ເຟືອງ, ຜູ້ອຳນວຍການ​ບໍລິສັດ​ຫຸ້ນ​ສ່ວນ​ທ່ອງ​ທ່ຽວ​ເຊ​ປົນ​ໃຫ້​ຮູ້​ວ່າ: ລາຍການ​ທ່ອງ​ທ່ຽວ​ກັບ​ຄື​ນສະຫນາມຮົບ​ເກົ່າ ນອກຈາກ​ຕິດ​ພັນ​ກັບ​ການທ່ອງທ່ຽວ​ວັດທະນະທຳ, ຊີວະ​ພາບ​ແລ້ວ, ຍັງ​ຄົງມີ​ລັກສະນະ​ດ້ານ​ຈິດ​ວິນ​ຍານອີກ​ດ້ວຍ, ອັນ​ໄດ້​ສ້າງ ​​ສ້າງ ວຍ, ອັນ​ໄດ້ສີມ​ການ​ລົງທຶນ ​ຄວາມ​ສົນ​ໃຈ​ຈາກ​ບັນດາ​ປະ​ເທດ ອາຊີ.  ສະ​ນັ້ນ ລາຍການ​ທ່ອງ​ທ່ຽວ​ກັບ​ຄືນ​ສະຫນາມຮົບ​ເກົ່າ, ທ່ອງ​ທ່ຽວ​ຈິດ​ວິນ​ຍານ​ພວມ​ກາຍ​ເປັນ​ທ່າ​ອ່ຽງ.​ໃນປະຈຸ​ບັນ.

        “ຈຳນວນ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ມາ​ຢ້ຽມຢາມ ​ກວ໋າງຈີ້ ນັບ​ມື້​ນັບ​ຫລາຍ, ​ໃນ​ນັ້ນ ມີ​ນັບ​ຮົບ​ເກົ່າ ຫວຽດນາມ ​ແລະ ລຸ້ນຫນ່ມ. ​ເຂົາ​ເຈົ້າ​ລ້ວນ​ແຕ່​​ແບ່ງປັນ​​ວ່າ ມາ​ຢ້ຽມຢາມ​ສະຫນາມຮົບ​ເກົ່າ ບໍ່​ພຽງ​ແຕ່​​ໄດ້ໄປ​ທ່ອງ​ທ່ຽວ​ເທົ່າ​ນັ້ນ ຫາກ​ຍັງແມ່ນ​ໂອກາດ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ຜູ້​ທີ່​ໄດ້ເສຍສະ ຫລະ​ຊີວິດ​ເພື່ອ​ຊາດ. ອາດ​ເວົ້າ​ໄດ້​ວ່າ ​ແຂວງ ກວ໋າງຈີ້ ພວມ​ແມ່ນ​ຈຸດ​ນັດ​ພົບ​ຂອງ​ນັກ​ທ່ອງ​ທ່ຽວ​, ນັກຮົບ​ເກົ່າພາຍ​ໃນ​ແລະ ຕ່າງປະ​ເທດຫລາຍ​ຄົນ.”

ລາຍການທ່ອງທ່ຽວກັບຄືນສະຫນາມຮົບເກົ່າ - ảnh 2
ກຳແພງເກົ່າ ກວ໋າງຈີ້
ພາບ: internet

        ກອງ​ທຶນ​ພັດທະນາ​ການທ່ອງທ່ຽວ​ກັບ​ຄືນ​ສະຫນາມຮົບ​ເກົ່າ ​ແລະ ​ເພື່ອນ​ຮ່ວມ​ກົມ​ກອງ​ໃຫ້​ຮູ້​ວ່າ:​​​ໄລຍະ​ຈະມາ​ເຖິງ ​ເພື່ອ​​ເຮັດ​ໃຫ້​ຮູບ​ແບບ​ທ່ອງ​ທ່ຽວ​ນີ້​ພັດທະນາ​ກວ່າ​ອີກ, ກອງ​ທຶນ​ຈະ​ຂະຫຍາຍ​ອອກ​ສູ່​ບັນດາ​ແຂວງ​ຢູ່​​ໄຕ​ບັກ, ພາກ​ກາງ, ​ໄຕ​ງວຽນ, ນະຄອນ​ໂຮ່ຈິ​ມິນ ​ແລະ ບັນດາ​ແຂວງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ.  ທ່ານ ຟານ​ຄັກ​ຫາຍ ຮອງ​ປະທານ​ກອງ​ທຶນ​ດັ່ງກ່າວ​ໃຫ້​ຮູ້​ວ່າ:

        “ພວກຂ້າພະ​ເຈົ້າ​ເຊື່ອມ​ຕໍ່​ບັນດາ​ທ້ອງ​ຖິ່ນ​​ນຳ​ກັນເພື່ອ​ຈັດລາຍການ​ທ່ອງ​ທ່ຽວກັບ​ຄືນ​ສະຫນາມຮົບ​ເກົ່າ, ​ແລະ ຈະ​ສົມທົບ​ກັບ​ທ້ອງ​ຖິ່ນ​​ເຫຼົ່າ​ນັ້ນເພື່ອ​​ເລື່ອເຟັ້ນບັນດາ​ສະຖານ​ທີ່, ລາຍການ​ທີ່ມີ​ຄວາມ​ໝາຍ​ຢ່າງແທ້​ຈິງ. ນອກ​ນັ້ນ ພວກ​ຂ້າພະ​ເຈົ້າ​ຍັງສົມທົບ​ກັບການ​ໂຄສະນາ​ພາຍ​ໃນ​ປະ​ເທດ, ພິ​ເສດ​ແມ່ນ​ຢູ່ບໍລິສັດ​ທ່ອງ​ທ່ຽວ​ອື່ນໆ​ເພື່ອ​ໃຫ້​ເຂົາ​ເຈົ້າ​ຮັບ​ຊາບ. ຕົວຢ່າງຄື: ​ເມື່ອ​ເວົ້າ​ເຖິງ ກວ໋າງຈີ້ ​ແມ່ນ​ເວົ້າ​ເຖິງ​ກຳ​ແພງ​ເກົ່າ ກວ໋າງຈີ້, ​ແມ່​ນ້ຳ​ແທກ​ຫານ, ​ແຄ​ແຊນ, ​ເສັ້ນທາງ​ເລກ 9 ພາກ​ໃຕ້​ຂອງ​ລາວ..... ​ເມື່ອ​ເວົ້າ​ເຖິງ​ພາກ​ກາງ ​ແມ່ນ​ເວົ້າ​ເຖິງ ຂົວ​ຮ່າ​ມຣົ່ງ, ຈວງ​ບົ່ນ, ດົ່ງ​​ໂລກ. ​ເຊື່ອມ​ຕໍ່​ຄື​ແນວ​ນັ້ນ ​ເພື່ອ​ໃຫ້​ບັນດາ​ບໍລິສັດ​ທ່ອງ​ທ່ຽວ, ນັກຮົບ​ໃນ​ທົ່ວ​ປະ​ເທດ​​ລ້ວນ​ແຕ່​ຮູ້ຈັກ​ເຖິງ​ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ເລືອກ​ເຟັ້ນລາຍການ​ທ່ອງ​ທ່ຽວ​ທີ່ເໝາະ​ສົມ.”

        ກັບ​ຄືນ​ສະຫນາມຮົບ​ເກົ່າ ບໍ່​ພຽງ​ແຕ່ຊ່ວຍ​ໃຫ້​ນັກ​ທ່ອງ​ທ່ຽວ, ນັກຮົບ​ເກົ່າ​ຫວນ​ຄືນ​ໄລຍະ​ອັນສະຫງ່າ​ອົງອາດ​ຂອງ​ຊາດ​ເທົ່າ​ນັ້ນ ຫາກ​ຍັງ​​ແມ່ນ​ໂອກາດ​ເພື່ອສະ​ແດງ​ຄວາມ​ຮູ້​ບຸ​ນຄຸນ​ຕໍ່​ຜູ້​ໄດ້​​ເສຍສະຫຼະ​ຊີວິດ​ເພື່ອຍາດ​​ເອົາໄຊ​ຊະນະໃຫ້​ປະ​ເທດ​ຊາດ. ພິ​ເສດ ​ແມ່ນ​ສຶກສາ​ມູນ​ເຊື້ອ​ໃຫ້​ຄົນ​ລຸ້ນຫນຸ່ມ ​ແລະ ຊ່ວຍ​​ໃຫ້​ເພື່ອນ​ມິດສາ​ກົນ​ເຂົ້າ​ໃຈ​ຕື່ມ​ອີກກ່ຽວ​ກັບ​ປະຫວັດສາດ​ຂອງ​ຊາດ​ຫວຽດນາມ ກໍ​ຄື​ບັນດາແບບຢ່າງ​ນັກຮົບທີ່​ໄດ້​ເສຍສະຫລະ​ຊີວິດ​ເພື່ອ​ເອກະລາດ, ​ເສລີພາບ​ຂອງ​ປະ​ເທດ​ຊາດ.

       

 

ຕອບກັບ

ຂ່າວ/ບົດ​ອື່ນ