ລາຍການທ່ອງທ່ຽວຄົ້ນຫາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

(vovworld) - ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​​ໃຕ້ ຫວຽດນາມ ​ແມ່ນ​ເຂ​ດດິນສັນ​ດອນ​ຢູ່​ປາກ​ແມ່ນ້ຳ​ຂອງທີ່​ກວ້າງ​ໃຫຍ່ ​ແລະ ອຸດົມສົມບູນ ລວມມີ 13 ​ແຂວງ, ​ນະຄອນ ດ້ວຍ​ເນື້ອ​ທີ່​ປະມານ 40.000 ຕາລາງ​ກິ​ໂລ​ແມດ. ​ ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ອູ​່ເຂົ້າ​ໃຫຍ່​ສຸດ​ຢູ່ ຫວຽດນາມ ດ້ວຍ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ຫລາຍ​ແຫ່ງ. ມາ​ຢ້ຽມຢາມ ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ ນັກ​ທ່ອງ​ທ່ຽວ​​ໄດ້​​ເຫັນ​ປະຈັກ​ຕາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່ສວນ​ໝາກ​ໄມ້, ບັນຍາກາດ​ອັນ​ຟົດ​ຟື້ນ​ຢູ່​ຕະຫລາດ​ນ້ຳ, ພ້ອມ​ກັບສວນ​ໝາກ​ໄມ້​ທີ່​ກວ້າງ​​ໃຫຍ່ຢູ່ ນະຄອນ ​ເກີນ​ເທີ, ​ແຫລມ​ກາ​ເມົາ ​ແລະ ບັນດາ​ວັດວາອາ​ຮາມ​ຂອງ​ຊາວ​​ເຜົ່າຂະ​ແມ​ຢູ່ ຊອກ​ຈັງ.

ລາຍການທ່ອງທ່ຽວຄົ້ນຫາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ - ảnh 1
ຕະຫລາດນ້ຳຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ
ພາບ:dulich.com

        ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ມີ​ທິວ​ທັດ​ທຳ​ມະ​ຊາດ​ເປັນ​ເອກະລັກ​ສະ​ເພາະ ທັງມີເຂດ​ທົ່ງພຽງ ​ແລະ ໝູ່​ເກາະ, ຊຶ່ງ​ແມ່ນ​ເຂດ​​ແມ່​ນ້ຳ​ລຳ​ເຊ​ມີ​ສິ່ງ​ແວດ​ລ​້ອມປອດ​​ໂປ່​ງ, ຊັບພະຍາກອນ​ທຳ​ມະ​ຊາດ​ອຸດົມສົມບູນ, ​ສວນ​ຕົ້ນ​ໄມ້​ກິນ​ໝາກທີ່​ກວ້າງ​ໃຫຍ່. ສະ​ນັ້ນ ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ລ້ວນ​ແຕ່​ສ້າງ​​ລາຍການ​ທ່ອງ​ທ່ຽວ​ຢ້ຽມຢາມ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ມີ​ຈຸດ​ພິ​ເສດສະ​ເພາະ. ທ່ານ ຫງວຽນຕວນ​ແອງ ຜູ້ອຳນວຍການ​ບໍລິສັດທ່ອງ​ທ່ຽວ Anh Duong ​ໃຫ້​ຮູ້​ວ່າ: ປີ 2012, ທາງບໍລິສັດ​ໄດ້​ສ້າງລາຍການ​ທ່ອງ​ທ່ຽວ​​ເຖິງ​ສະຖານ​ທີ່​ໃຫມ່​ຫລາຍ​ແຫ່ງ, ​ໃນ​ນັ້ນ ມີ​ລາຍການ​ທ່ອງ​ທ່ຽວ​ຄົ້ນ​ຫາ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ.

        “ສະຖານ​ທີ່​ທຳ​ອິດ​ທີ່​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ນັ້ນ​ແມ່ນ​ນະຄອນ​ເກີນ​ເທີ.  ຢ້ຽມຢາມ​ ສາລາ​ບ້ານ​ບູຮານ ບີ່​ງທູ​ຍ , ​ຊຶ່ງແມ່ນ​ຫນຶ່ງ​ໃນ​ບັນດາສາລາ​ບ້ານ​ບູຮານຂອງ​ປະຊາຊົນ​ດຳລົງ​ຊີວິດຢູ່ທາງ​ທິດຕາ​ເວັນ​ຕົກ​ພາກ​ໃຕ້ ຫວຽດນາມ. ຫລັງ​ຈາກ​ນັ້ນ ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມຢາມ ​ເຈົາດົກ, ຢ້ຽມຢາມ​ວັດ​ພະ​ແມ່ ຊື ຄ້າຍຄື​ວັດ​ພະ​ແມ່ ​ຄໍ ຢູ່ ພາກ​ເຫນືອ. ນອກ​ນັ້ນ ​ໄປ​ຢ້ຽມຢາມ​ປ່າຄາມຈ່າ​ຊື, ຊຶ່ງ​ແມ່ນຫນຶ່ງ​​ໃນ​ບັນດາ​ປ່າຄາມ​ທີ່​ມີ​ມາ​ແຕ່​ດົນ​ນານ ​ແລະ ​ມີ​ຄວາມ​ງາມ​ແບບ​ທຳ​ມະ​ຊາດ​ທີ່​ເປົ່າ​ຫວ່າງ ຊຶ່ງ​ປະຊາຊົນ​ທາງ​ທິດຕາ​ເວັນ​ຕົກ​ພາກ​ໃຕ້​ຍັງ​ຄົງ​ຮັກສາ​ໄດ້.”

        ນະຄອນ ​ເກີນ​ເທີ ຕັ້ງ​ຢູ່​ໃຈກາງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ມີ​ແມ່​ນ້ຳ​ລຳ​ເຊ​ຫລາຍ​ສາຍ. ຕະຫລາດ​ນ້ຳ ກາຍຣັງ ​ກໍແມ່ນ​ຫນຶ່ງ​ໃນ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ຊຶ່ງ​ນັກ​ທ່ອງ​ທ່ຽວ​ນິຍົມ​ຄົ້ນ​ຫາ. ​ໂດຍ​ຫ່າງ​ຈາກ​ນະຄອນ ​ເກີນ​ເທີ ປະມານ 5 ​ກິ​ໂລ​ແມດ, ນັກ​ທ່ອງ​ທ່ຽວ​ສາມາດ​ໄປ​ມາ​ດ້ວຍ​ທາງບົກ​ຫລື​ທາງ​ນ້ຳຢ່າງ​ສະດວກ​. ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ຢູ່ 2 ຟາກ​ຝັ່ງ​ແມ່ນ​ອຸດົມ​ສົມບູນ ​ແຕ່​ສະຫງົບ​ງຽບ. ຈາກ​ນະຄອນ ​ເກີນ​ເທີ ມີ​ສະຖານ​ທີ່​ທ່ອງ​ທ່ຽວ​ຫລາຍ​ແຫ່ງນັກ​ທ່ອງ​ທ່ຽວ​​ເລືອກ​ເຟັ້ນ.

ລາຍການທ່ອງທ່ຽວຄົ້ນຫາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ - ảnh 2
ນັກທ່ອງທ່ຽວຢ່ຽມຢາມເຂດທົ່ງພຽງແມ່ນ້ຳຂອງ
ພາບ: internet

        ​ເມື່ອ​ໄປ​ຢ້ຽມຢາມ​ແຫລມ​ກາ​ເມົາ, ​ແມ່ນ​ຕອນ​ໃຕ້​ຂອງ​ປະ​ເທດ​ຊາດ, ມາ​ຮອດ​ແຫ່ງ​ນີ້ ນັກ​ທ່ອງ​ທ່ຽວສາມາດ​ເຫັນ​ປະຈັກ​ຕາ​ຫລັກ​ໝາຍ​ອະທິ​ປະ​ໄຕ​ຂອງ​ ຫວຽດນາມ ​ແລະ ປ່າ​ສະຫງວນ​ແຫ່ງ​ຊາດ​ແຫລມ​ກາ​ເມົາ​ກໍ​ແມ່ນ​ສະຖານ​ທີ່ທ່ອງທ່ຽວ​ສ້າງ​ຄວາມ​ດູດ​ດື່ມ​ນັກ​ທ່ອງ​ທ່ຽວດ້ວຍ​ລະບົບ​ສັດສາ​ວາ​ສິ່ງ​ທີ່​ອຸດົມສົມບູນ ມີ​ຫລາຍ​ປະ​ເພດ​ຖື​ກຈັດ​ເຂົ້າ​ປື້​ມປົກ​ແດງ.  ອ້າຍ ​ເຢືອງວັນ​ທັງ, ຜູ້ນຳ​ທ່ຽວ​ຂອງ​ສູນ​ທ່ອງ​ທ່ຽວ ​ກາ​ເມົາ ​ໃຫ້​ຮູ້​ວ່າ: ມາ​ຢ້ຽມຢາມ​ປ່າ​ສະຫງວນ​ແຫ່ງ​ຊາດ, ນັກ​ທ່ອງ​ທ່ຽວ​ລ້ວນ​​ແຕ່ຮູ້ສຶກ​ແປກ​ປະຫລາດ​ໃຈ​ຕໍ່​ຄວາມ​ງາມ​ກໍ​ຄື​ສັດສາ​ວາ​ສິ່ງ​ທີ່​ອຸດົມ​ສົມບູນ​ຢູ່​ທີ່​ນີ້.

        “​​ເມື່ອ​ມາ​ຢ້ຽມຢາມ​ປ່າ​ກົງກາງແຫ່ງ​ນີ້, ນັກ​ທ່ອງ​ທ່ຽວ​​ອາດ​ຈະ​ວາດ​ພາບໄດ້​ສ່ວນ​ໃດ​ສ່ວນ​ຫນຶ່ງກ່ຽວ​ກັບ​ໄລຍະຕໍ່ຕ້ານ. ປ່າກົງ​ກາງບໍ່​ພຽງ​ແຕ່​ແມ່ນແຫ່ງ​ທີ່​ກ່ອນ​ນີ້​ໄດ້​ຊ່ວຍ​ ທະຫານ ຫວຽດນາມ​ໃນ​ໄລຍະ​ຕໍ່​ຕ້ານ​ ​ ຫາກ​ຍັງ​ແມ່ນ​ແຫ່ງ​ມີ​ອາຫານ​ພິ​ເສດ​ຫລາຍ​ຢ່າງ​ອີກ​ດ້ວຍ.”

        ​ເມື່ອ​ໄປ​ຢ້ຽມຢາມ ຊອກ​ຈັງ, ນັກ​ທ່ອງ​ທ່ຽວ​ຄື​​ໄດ້​ເຈືອ​ຈານ​ເຂົ້າ​ກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ເຜົ່າ​ຂະ​ແມ. ຊອກ​ຈັງ ​ແມ່ນ​ເຂດ​ດິນ​ແດນ​ທີ່​ລື​ຊື່​ດ້ວຍ​ບຸນຊ່ວງ​ເຮືອ ​ແລະ ພິ​ເສດ ວັດວາອາ​ຮາມ​ຢູ່ ຊອກ​ຈັງ ​ແມ່ນ​ຈຸດ​ນັດ​ພົບ​ທີ່​ຂາດ​ບໍ່​ໄດ້​​ໃນ​ລາຍການ​ຄົ້າຫາ​ຂອງນັກ​ທ່ອງ​ທ່ຽວ​ຜູ້​ທີ່​ມາ​ຈາກໄກ​ກໍ​ຄື​ຢູ່​ໃກ້​ຄື: ວັດ​ເຢີ​ຍ(​ເຈຍ), ວັດ​ເດີ​ດ​ແຊດ, ວັດ KhLeng, ວັດ​ແຈນ. ວັດ​ແຕ່ລະ​ແຫ່ງ​ມີ​ຄວາມ​ງາມ​ສະ​ເພາະ, ​ແຕ່​ວັດ​ທີ່​ສ້າງ​ຄວາມ​ດູດ​ດື່ມ​ນັກ​ທ່ອງ​ທ່ຽວ​ກວ່າ​ໝູ່​​ແມ່ນ​ວັດ​ເຢີ​ຍ. ວັດ​ແຫ່ງ​ນີ້​ແມ່ນ​ຫ່າງ​ຈາກ​ໃຈກາງ​ນະຄອນ ຊອກ​ຈັງ​ໄປທາງ​ທິດຕາ​ເວັນ​ອອກສຽງ​ໃຕ້​ປະມານ 3 ກິ​​ໂລ​ແມດ. ວັດ​ເຢີ​ຍ ​ແມ່ນ​ວັດ​ແຫ່ງ​ຫນຶ່ງ​ຂອງ​ຊາວ​ເຜົ່າ​ຂະ​ແມ ດ້ວຍ​ສະຖາປັດຕະຍະກຳ​ທີ່​ເປັນ​ເອກະລັກ​ສະ​ເພາະ. ວັດ​ແຫ່ງ​ນີ້​ແມ່ນ​ສວຍ​ງາມ​ກວ່າ​ໝູ່​ໃນ​ວັດວາອາຮາມ 92 ແຫ່ງຂອງຊາວເຜົ່າຂະແມ ຢູ່ ແຂວງ ຊອກຈັງ. ພິເສດ ນັບແຕ່ຮ້ອຍປີມານີ້, ໃນເນື້ອທີ່ 3 ເຮັກຕາ ດ້ວຍຕົ້ນໄມ້ໃຫຍ່ຫລາຍຕົ້ນແມ່ນບ່ອນອາ​ໄສ​ຂອງ​​ໂຕ​ເຈຍ ຊຶ່ງມີ​ນ້ຳຫນັກ​ກວ່າ 1 ກິ​ໂລກາມ, ປິກ​ຍາວ​ກວ່າ 1,5 ​ແມດ, ສະ​ນັ້ນຊາວ ທ້ອງ​ຖິ່ນ​ເຄີຍ​ເອີ້ນ​ວ່າ ວັດ​ເຢີ​ຍ. ​ເມື່ອ​ຍາມ​ສາຍັນ​ ​ແມ່ນ​ຈຸດ​ເວລາ​ທີ່​ຝູງ​ເຈຍໄປ​ຊອກ​ຫາ​ກິນ​ຈົນ​ຮອດ​ຕອນ​ເຊົ້າ​ມື້​ຕໍ່​ມາ​ຈຶ່ງ​ກັບ​ຄືນ​ວັດ. ມາ​ຢ້ຽມຢາມ​ວັດ​​ແຫ່ງນີ້, ນັກ​ທ່ອງ​ທ່ຽວ​ມີ​ຄວາມ​​ແປກ​ປະຫລາດ​​ໃຈຕໍ່​ຄວາມ​ງາມ​ແບບ​ທຳ​ມະ​ຊາດ. ທ່ານ​ນາງ ຫງວຽນ​ທິ​ເວີນ​ແອ​ງ ມາຈາກ​ແຂວງ ບີ່​ງທ້ວນ ​ໃຫ້​ຮູ້​ວ່າ:

        “ຢູ່​ວັດ​ມີ​ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ​ຫລາຍ​ຢ່າງ, ສະຖາປັດຕະຍະກຳ​​ໃນ​ວັດວາອາ​ຮາມຂອງ​ຊາວ​ເຜົ່າຂະ​ແມ ​ແລະ ມີ​ເຈຍ​ຫຼາຍ. ມາ​ແຫ່ງ​ນີ້​ເຫັນ​ວ່າ​ມີ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ, ມີ​ນົກ,​ເຈຍ …ຂ້າພະ​ເຈົ້າ​ຢາກ​ມາຢ້ຽມຢາມ​ແຫ່ງ​ນີ້​​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ສະຖາປັດຕະຍະກຳ.”

        ບໍ່​ມີ​ສິ່ງ​ໃດ​ທີ່​ປະ​ເສີດ​ກວ່າ​ເມື່ອ​ໄດ້​ເຈືອ​ຈານ​ເຂົ້າ​ກັບ​ທຳ​ມະ​ຊາດ, ​ໄດ້​ສູບ​ອາກາດ​ປອດ​ໂປ່​ງ, ສະຫງົບ​ງຽບ ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຮູ້ສຶກ​ສະບາຍ​ໃຈ. ​ໃນ​ລາຍການ​ຄົ້ນ​ຫາ 3 ​ແຂວງ ​ເກີນ​ເທີ, ກາ​ເມົາ, ຊອກ​ຈັງ, ປະຊາຊົນ​ ​ແລະ ທິວ​ທັດ​ທຳ​ມະ​ຊາດ​ຢູ່​ທີ່​ນີ້​ຍາມ​ໃດ​ກໍສ້າງ​ຄວາມ​ປະ​ທັບ​ໃຈ​ຊຶ່ງ​ເຮັດ​ໃຫ້ນັກ​ທ່ອງ​ທ່ຽວບໍ່​ອາດ​ຫລົງ​ລືມ​ໄດ້.

Lan Anh

ຕອບກັບ

ຂ່າວ/ບົດ​ອື່ນ