ລາຍການທ່ອງທ່ຽວງານບຸນຕົ້ນລະດູບານໃໝ່

ແຕ່​ລະ​ປີ, ພາຍ​ລັງ​ບຸນປີ​ໃໝ່​ປະຈຳ​ຊາດ, ຊາວ​ຫວຽດນາມ ມັກ​ສະຫງວນ​ເວລາ​ໄປ​ນະມັດສະການ​ເຂດ​ດິນ​ແດນ​ພະພຸດທະ​ເຈົ້າ, ​ເຂົ້າຮ່ວມງານ​ບຸນ​ຕ່າງໆ​ເພື່ອ​ພາວະນາ​ຂໍ​ໃຫ້​ປີ​ໃໝ່​ມີ​ຄວາມ​ໂຊກ​ດີ ​ແລະ ປະສົບ​ຜົນສຳ​ເລັດ. ​ເພື່ອຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ, ບໍລິສັດ​ຕ່າງໆໄດ້​ຈັດ​ບັນດາ​ລາຍການ​ທ່ອງ​ທ່ຽວ​​ໄປນະມັດສະການ, ງານ​ບຸນ​ທີ່​ດູດ​ດື່ມໃຈ. ​ໃນ​ລາຍການ​ທ່ອງ​ທ່ຽວ​ຫວຽດນາມ ພາກ​ນີ້, ​ເຊີນ​ທ່ານ​​ເຂົ້າຮ່ວມ​ບັນດາ​ງານ​ບຸນ​ໃຫ່ຍຂອງ​ຫວຽດນາມ ຜ່ານ​ບົດ​ຂຽນ​ຂອງ​ນັກ​ຂ່າວ​ລານ​ແອ​ງ.

ລາຍການທ່ອງທ່ຽວງານບຸນຕົ້ນລະດູບານໃໝ່ - ảnh 1

ງານ​ບຸນ​ວັດ​ເຮືອງ

(ພາບ:ອິນເຕີແນັດ)

  ຕາມ​ການ​ສະຖິຕິ​ຂອງ​ບັນດາ​ນັກຄົ້ນຄ້ວາ​ວັດທະນະທຳພື້ນ​ເ​ມື​ອງ​ແລ້ວ, ຫວຽດນາມ ມີ​ກ່ວາ 500 ງານ​ບຸນ​ພື້ນ​ເມືອງ​ໃຫ່ຍນ້ອຍ​ໃນ​ທົ່ວ​ປະ​ເທດ​​ເຊິ່ງຖືກ​ຈັດ​ຂຶ້ນ​ໃນຕະຫຼອດ 4 ລະດູ​ຄື: ລະດູບານ​ໃໝ່, ລະດູ​ແລ້ງ, ລະດູ​ໃບ​ໄມ້​ຫຼົ່ນ ​ແລະ ລະດູ​ໜາວ​, ແຕ່​ງານ​ບຸນສ່ວນ​ຫຼາຍ​​​ຖືກຈັດ​ຂຶ້ນ​ໃນລະດູບານ​ໃໝ່. ຄວາມ​ອຸ​ດົມ​ສົມບູນ​ຂອງ​ງານ​ບຸນ​ຢູ່​ຫວຽດນາມ ນັ້ນ​ແມ່ນ​ຄວາມ​ງາມ​ດ້ານ​ວັດທະນະທຳ​ຂອງ​ຊາດ, ​ແລະ​ຜະລິດ​ຕະພັນ​ທ່ອງ​ທ່ຽວທີ່​ດຶງ​ດູດ​​ແຂກ​ທ່ອງ​ທ່ຽວທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ​ເອື້ອຍ​ທູ​ເຮືອງ, ບໍລິສັດ​ທ່ອງ​ທ່ຽວ​ສາກົນ​ແຄງ​ຊິງ ​ໃຫ້​ຮູ້​ວ່າ:

  ພາຍຫຼັງ​ບຸນ​ເຕັດ, ຊາວ​ຫວຽດນາມ ມີປະ​ເພນີ​ໄປ​ນະມັດສະການ​ວັດ​ວາ​ອາ​ຮາມເພື່ອ​ຂໍ​ໂຊກ​ຂໍ​ລາບ, ສະນັ້ນ, ພວກ​ຂ້າພະ​ເຈົ້າ​ໄດ້​ຈັດ​ບັນດາ​ລາຍການ​ທ່ອງ​ທ່ຽວ​ໄປ​ອຽນ​ຕື໋, ບາຍ​ດິງ, ຮວາ​ລື, ວິຫານ​ຮຸ່ງ, ວັດ​ເຮືອງ. ຂ້າພະ​ເຈົ້າ​ເຫັນ​ວ່າ​​ແຂກ​ທ່ອງ​ທ່ຽວ​ສາກົນ​ເຂົ້າ​ຮ່ວມລາຍການ​ທ່ອງ​ທ່ຽວ​ວັດ​​ເຮື​ອງ, ບາຍ​ດິງ, ອຽນຕື…​ເປັນ​ຈຳນວນ​ຫຼາຍ“

ລາຍການທ່ອງທ່ຽວງານບຸນຕົ້ນລະດູບານໃໝ່ - ảnh 2

​ແຂກທ່ອງທ່ຽວໄປງານ​ບຸນ​ອຽນ​ຕື໋

(ພາບ:ອິນ​ເຕີ​ແນັດ)

​    ໃນ​ມື້ທຳ​ອິດທີ່​ກັບ​ຄືນສູ່ການ​ເຮັດ​ວຽກພາຍຫລັງ​ຕ້ອນຮັບບຸນ​ເຕັດ, ບໍລິສັດ​ທ່ອງ​ທ່ຽວ​ສາກົນ​ແຄງ​ຊິງ ​ໄດ້​ຮັບ​​ໃບສັ່ງ​ຈອງ​ຫຼາຍ​ໃບຈາກ​ບັນດາ​ອົງການ, ຫົວໜ່ວຍ ​ເພື່ອ​ໃຫ້​ພະນັກງານ​ພາລະ​ກອນ​ໄປ​ທ່ອງ​ທຽວ​ບັນດາ​ສະຖານ​ທີ່​ຄື: ວັດ​ເຮືອງ, ອຽນ​ຕື໋, ວິຫານ​ເຈີ່ນ, ວັດ​ບາຍ​ດິງ, ວິຫານ​ຮຸ່ງ, ​ໂກນ​ເຊີນ​ກຽບບາກ…. ບັນດາ​ລາຍການ​ທ່ອງ​ທ່ຽວ​ລະດູບານ​ໃໝ່​ເຄີຍ​ຈັດ​ຂຶ້ນ​​ໃນ​ໄລຍະ​ສັ້ນ​ແຕ່ 1-2 ວັນ, ​ແຂກມັກ​ໄປທ່ອງ​ທ່ຽວ​​ຫຼາຍ​ໃນມື້​ທ້າຍ​ສັບປະດາ. ​ເອື້ອຍທູ​ເຮືອງ ​ເວົ້າວ່າ:

   “​​ໃນ​ລາຍການ​ທ່ອງ​ທ່ຽວ​ງານ​ບຸນ, ທຸກ​ຄົນ​ຢາກ​ໄປ​ຈູດ​ທູບ​ທຽນ​ຖະຫວາຍບູຊາ​ພະພຸດທະ​ເຈົ້າແລ້ວ​ກັບ​ຄື​ນ​ເມືອ, ດ້ວຍ​ໄລຍະ​ທາງ​ຫ່າງ​ຈາກ​ຮ່າ​ໂນ້ຍ ປະມານ 150 ກມ, ​ໄປ​ກັບ​ໃນມື້ໜຶ່ງ​ແມ່ນ​ພໍດີ. ​ດັ່ງ​ນັ້ນແຂກ​ຕ່າງປະ​ເທດ​ໄປ​ທ່ອງ​ທ່ຽວ​ງານ​ບຸນ​ຫຼາຍ​ທີ່​ສຸດ, ​ເຂົາ​ເຈົ້າຢາກ​ຊອກ​ຮູ້​ວັດທະນະທຳ, ຮິດຄອງ​ປະ​ເພນີຂອງ​ຊາວ​ຫວຽດນາມ​“

  ດ້ວຍ​ຫົວ​ຂໍ້ “ຄວາມ​ງາມ​ດ້ານ​ວັດທະນະທຳ​ພື້ນ​ເມືອງ​ຫວຽດນາມ“. ງານ​ບຸນ​ທ່ອງ​ທ່ຽວ​ວັດ​ເຮືອງ​ປີ 2013 ​ແມ່ນ​ໜຶ່ງ​ໃນ​ບັນດາ​ເຫດການ​ວັດທະນະທຳ​ເປີດ​ສາກ​ໃຫ້​ແກ່​ປີ​ທ່ອງ​ທ່ຽວແຫ່ງຊາດ​ເຂດ​ທົ່ງພຽງ​ແມ່ນ້ຳ​ແດງ-​ຫາຍ​ຟອງ. ​ເມື່​ອ​ໄປ​ນະມັດສະການ​ວັດ​ເຮືອງ, ​ແຂກ​ທ່ອງ​ທ່ຽວ​ສາມາດ​ເຈືອ​ຈານ​ເຂົ້າກັບທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຂອງ​ພູຜາ​ປ່າ​ໄມ້, ຫ້ວຍ​ນ້ຳລຳ​ເຊ​ທີ່​ກ້ວາງ​ໃຫຍ່​ ແລະ ​ສວຍ​ງາມ ພ້ອມກັບ​ເຂດ​ທົ່ງ​ນາ​ທີ່​ຂຽວ​ສົດ​ງົດ​ງາມ. ພະ​ອາຈານ​ໃຫ່ຍ ທິກ​ມິ​ງຮ່ຽນ ​ເຈົ້າອະທິການ​ວັດ​ເຮືອງ ​ໃຫ້​ຮູ້​ວ່າ:

  “​ວັນ​ທີ 6 ​ເດືອນ​ຈຽງ​ແມ່ນ​ວັນ​ເລີ່​ມຕົ້ນງານ​ບຸນ​ວັດ​ເຮືອງ ​ແລະ​ ງານ​ບຸນ​ຈະ​ແກ່ຍາວ​ໃນ​ໄລຍະ​ເວລາ 3 ​ເດືອນ. ​ໃນ​ປີຜ່ານມາ, ​ຈຳນວນແຂກ​​ໄປທ່ອງ​ທ່ຽວ, ນະມັດສະການວັດ​ໄດ້​ຂື້ນ​ເຖິງ 1,5 ລ້ານ​ຄົນ. ຖ້າ​ທຸກ​ຄົນ​ມີ​ເງື່ອ​ນໄຂຄວນໄປ​ວັດ​ຫຼາຍ​ເທື່ອ​ເພື່ອ​ມີ​ຄວາມ​ຮູ້ກ່ຽວ​ກັບ​ຄວາມ​ງາມ​ຂອງ​ບ້ານ​ເກີ​ດ​ເມືອງ​ນອນ ​ແລະ ອ່ວາຍ​ເມືອ​ຫາເຂດ​ດິນ​ແດນ​ແຫ່ງ​ພະ​ພຸດທະ​ເຈົ້າ.

​   ໃນ​ເວລາ 20 ​ໂມງ​ຂອງ​ວັນ​ທີ 9​ ເດືອນ​ຈຽງ, ​​ສຽງ​ກອງ​ໄຂ​ງານ​ບຸນ​ອຽນ​ຕື໋​ ໄດ້​ດັງ​ກອ້ງກັງວານ. ນອກຈາກ​ບັນດາ​ພິທີ​​ຖືກ​ດຳ​ເນີນ​ໄປ​ໃນ​ງານ​ບຸນຢ່າງສົມກຽດ, ຍັງ​ມີ​ບັນດາ​ການ​ເຄື່​ອນ​ໄຫວ​ສິລະ​ປະວັດ​ທະນະ​ທຳ, ການ​ຟ້ອນ​ສິງ​ໂຕ, ສະ​ແດງ​ມວຍ​ພື້ນ​ເມືອງ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ລະ​ຫຼິ້ນ​ອື່ນໆ​ອີກ​ດ້ວຍ. ພະ​ອາຈານ​ໃຫ່ຍ ທິກ​ແທງ​ກວຽດ ​ໃຫ້​ຮູ້​ວ່າ: ປີ​ນີ້, ງານ​ບຸນ​ອຽນ​ຕື໋ ມີ​ຈຸດ​ໃໝ່​ອຽມ​ຫຼາຍ​ຢ່າງ:

   “ຈຸດ​ໃໝ່​ອ່ຽມທີໜຶ່ງນັ້ນ​ແມ່ນ​ອຽນ​ຕື໋​ ໄດ້​ຮັບ​ໃບຢັ້ງຢືນ​​ແມ່ນເຂດ​ປູ​ສະ​ນີຍະສະ​ຖານ​​ພິ​ເສດລະດັບຊາດ. ທີ​ສອງ​ແມ່​ນອຽນຕື໋ ຫາ​ກໍ່​ຫຼໍ່​ຮູບ​ປັ້ນພະພຸດທະ​ເຈົ້າ​ ເຈີ​ນ​ເຍີນຕົງ ດ້ວຍທອງທີ່ມີນ້ຳໜັກ 140 ​ໂຕ​ນສຳ​ເລັດ​ແລ້ວ ​ແລະ ຕັ້ງ​ໃນ​ລະດັບສູງ 1000 ມ ​ເມື່ອ​ທຽບ​ກັບ​ໜ້ານ້ຳທະ​ເລ. ພາຍ​ຫລັງ​ຫຼໍ່​ຮູບ​ປັ້ນສຳ​ເລັດ​ໄດ້​ພຽງ 2 ວັນ, ​ເຖິງ​ວ່າບໍ່​ທັນ​ຮອດ​ງານ​ບຸນ, ​ແຕ່​ຈຳນວນປະຊາຊົນ​ມາ​ຢ້ຽມ​ຊົມ​ກໍ່​ຫຼາຍ​ກວ່າທົບ 15 ​​ເທົ່າເມື່ອ​ເມື່ອ​ທຽບ​ກັບ​ປີ​ກ່ອນ

   ​​ໂດຍຜ່ານການ​ເວລາ​ກ່ວາ 700 ປີ, ຜ່ານ​ການ​ຜັນ​ແປຂອງ​ປະຫວັດສາດ, ການ​ກະທົບ​ຈາກ​ທຳ​ມະ​ຊາດ, ວັດວາອາ​ຮາມ​ຢູ່​ອຽນ​ຕື໋ ມີ​ບາງແຫ່ງ​ໄດ້ຖືກ​ທຳລາຍ, ມີ​ບາງ​ແຫ່ງ​ໄດ້​ຮັບ​ການ​ບູລະນະ​ປະຕິສັງຂອນ ​ແຕ່​ຄຸນ​ຄ່າ​ດ້ານ​ວັດທະນະທຳ​ປະຫວັດສາດ, ​ແນວ​ຄິດ​ຂອງນິກາຍຈຸກ​ເລີມ ຍັງຄົງ​ຍືນ​ຍົງ​ຄົງ​ຕົວ​ຕະຫຼອດ​ໄປ. ​ໃນ​ງານ​ບຸນ​ລະດູບານ​ໃໝ່​ອຽນ​ຕື໋, ​ແຂກ​ທ່ອງ​ທ່ຽວ​ນັບ​ໝື່ນໆ​ຄົນ​ທີ່​ມາ​ຈາກ​ທຸກ​ສາລະທິດ​ໃນ​ທົ່ວ​ປະ​ເທດ ​ໄດ້​ພາກັນ​ໄປເຂດ​ພູຜາທີ່ສັກສິດແຫ່ງ​ນີ້ ​ເໝືອນ​ດັ່ງ​ໄດ້​ກັບ​ຄືນ​ສູ່​ກົກ​ເຄົ້າ​ເຫງົ້າກໍ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ