ລາຍການທ່ອງທ່ຽວຢ້ຽມຊົມສິລະປະຕີມວຍພື້ນເມືອງຢູ່ ນະຄອນເຫ້ວ


ລາຍການທ່ອງທ່ຽວຢ້ຽມຊົມສິລະປະຕີມວຍພື້ນເມືອງຢູ່ ນະຄອນເຫ້ວ - ảnh 1
ສິລະປະຕີມວຍພື້ນເມືອງ - ພາບ:ລານແອນ

(vovworld) - ເທື່ອທຽນ​ເຫ້ວ ​ແມ່ນ​ເຂ​ດດິນ​ທີ່​ງາມ​ດັ່ງ​ໃນ​ຝັນຢູ່​ພາກ​ກາງ​ຫວຽດນາມ. ດ້ວຍ​ກຸບ​ບ່າຍ​ເທີ, ​ເສື້ອ​ຍາວ​ສີ​ອິດ​ທີ່​ອ່ອນ​ນວນ, ຫຼື​ທຳນອງ​ເພງ​ພື້ນ​ເມືອງ​ທີ່​ອ່ອນ​ຫວານ​ນິ້ມ​ນວນ, ຜູ້​ໃດ​ມີ​ໂອກາດ​ມາ​ຢ້ຽມຢາມ​ນະຄອນເຫ້ວ​ກໍ່ລ້ວນ​ແຕ່​ມີ​ຄວາມ​ຮູ້ສຶກ​ວ່າ ​ນີ້ແມ່ນ​ເຂດ​ດິນ​ແດນ​​ແຫ່ງ​ເມືອງ​ຫລວງເກົ່າ ດ້ວຍ​ປູ​ສະ​ນິຍະສະ​ຖານ​ປະຫວັດສາດ​ແລະ ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດງາມ, ​ແມ່ນ​ແຫ່ງກຳ​ເນີີດບັນດາ​ບົດ​ວັນນະ​ຄະດີ​​, ສິລະ​ປະ​ດົນຕີທີ່​ມ່ວນ​ອອນຊອນ​ແລະອຳ​ມະຕະ​​ເທົ່າ​ທຸກ​ວັນ​ນ້ີ​. ນອກ​ນັ້ນ ນະຄອນ ​ເຫ້ວຍັງ​​​ສ້າງ​ຄວາມ​ປະ​ທັບ​ໃຈ​ແກ່​ນັກ​ທ່ອງ​ທ່ຽວ ດ້ວຍ​ຄວາມ​ສະຫງ່າ​ອົງອາດ​ຂອງ​ສິລະ​ປະຕີມວຍ​ພື້ນ​ເມືອງ

ມາ​ຢ້ຽມຢາມ​ ເທື່ອທຽນ​ເຫ້ວ ນັກ​ທ່ອງ​ທ່ຽວ​ເຄີຍ​ໄດ້​ເຂົ້າ​ຮ່ວມ​ບັນດລາຍການ​ທ່ອງ​ທ່ຽວ​ຕ່າງໆ​ຄື: ​ໄປ​ຢ້ຽມ​ຢາມ​ພະລາຊະ​ວັງ​ເກົ່າ,​ ສຸສານ... , ລ່ອງ​ເຮືອ​ລຽບ​ຕາມ​ແມ່​ນ້ຳ​ເຮືອງ​ເພື່ອ​​ຟັງ​ສຽງ​ຂັບ​ລຳ​ພື້ນ​ເມືອງທີ່​ອ່ອນ​ຫວານ ​ແລະ​ສຳ​ພັດ​ກັບ​ຊີວິດ​ການ​ເປັນຢູ່ຂອງ​ປະຊາຊົນຢູ່ Dam pha Tam Giang  ​(ບື​ງ ​ຟາ​ຕາມ​ຢາງ) ຫລື​ໄປ​ອາບ​ນ້ຳ​ຢູ່​ຫາດ​ຊາຍ​ທະ​ເລ​ໃສ​ເຢັນ ທ້ວນອານ ​ແລະ ປະຈຸ​ບັນ ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ຮັບຊົມ​ລາຍການ​ສະ​ແດງ​ສິລະ​ປະຕີມວຍ​ພື້ນ​ເມືອງທີ່ຈັບ​ອົກ​ຈັບ​ໃຈ​ຂອງ​ບັນດາ​ນັກ​ມວຍ​ຫນຸ່ມ ຊຶ່ງ​ແມ່ນ​ລູກ​ຫລານ​ຂອງ​ເຂດ​ດິນ​ແດນ​ເທື່ອ​ທຽນ​ເຫ້ວ.

ບັນດາ​ນັກ​ມວຍ​ທີ່​ເຂົ້າ​ຮ່ວມ​ລາຍການ​ສະ​ແດງ​ສິລະ​ປະຕີ​ມວຍພື້ນ​ເມືອງ​ເພື່ອຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ລ້ວນ​ແຕ່​ຢູ່​ໃນ​ເກນ​ອາຍຸ​ ​ແຕ່ 18 - 28 ປີ. ພວກ​ນ້ອງ​​ເຂົ້າ​ຮ່ວມ​ສິລະ​ປະ​ປະ​ເພດ​ນີ້ ​ແລະ ໄດ້​​ຮັບການເຕີບ​​ໃຫຍ່ ​ຄື​ທຸກ​ວັນນີ້ ​ແມ່ນຍ້ອນ​ມີ​ຄວາມ​ນິຍົມ ​ແລະ ​ໄດ້​ຮັບ​ການ​ສິດສອນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຈາກ​ ອາຈານ ມວຍ ​ເຈືອງ​ກວາງ​ກີ​ມ, ຫົວຫນ້າ​ປະ​ເພດ ມວຍຫວ້ານ​ອານ ຂອງ​ເຫ້ວ​. ​​ໃນເບື້ອງ​ຕົ້ນ ບັນດາ​​ເພື່ອນ​ຫນຸ່ມ​ນີ້ ​​ໄດ້​ຮຽນ​ນຳ​ອາຈານ​ມວຍ ກີ​ມ​ ເພື່ອ​​ເປັນ​ການ​ເຝິກແອບ​ຮ່າງກາຍ​ ​ແຕ່ຍ້ອນ​​ເມົາ​ມົວ​ກັບ​ມວຍ​ປະ​ເພດ​ນີ້ ສະ​ນັ້ນ ພວກ​ນ້ອງ​ໄດ້​ເລືອກ​ເຟັ້ນ ​ແລະ ຖື​ມວຍ​ປະ​ເພດ​ນີ້​ແມ່ນວຽກ​ງານ​​ໃນ​ໄລຍະ​ຍາວ​ຂອງ​ຕົນ​. ​ແລະ​ກໍ​ເລີ່​ມມາ​ຈາກ​ຄວາມ​ຕ້ອງການຂອງ​ການທ່ອງທ່ຽວ​, ທ່ານ​ ກີ​ມ ກໍ​ຢາກ​ແນະນຳກ່ຽວ​ກັບ​ຈຸດ​ວັດທະນະທຳ​ຂອງ​ ນະຄອນ​ເຫ້ວ ​ເຖິງ​ນັກ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ສິລະ​ປະ​ຕີ​ມວຍພື້ນ​​ເມືອງ.

​“ໃນ​ໄລຍະ 12 ປີ, ​ທີ່ສະ​ແດງ​ມວຍ​ພື້ນ​ເມືອງ ຂ້າພະ​ເຈົ້າ​ເຫັນ​ວ່າ ທຸກ​ຄົນ​ລ້ວນ​​ແຕ່​ມີ​ຄວາມ​ນິຍົມ​ ​ມວຍ​​ພື້ນ​ເມືອງປະ​ເພດນີ້ ສະ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ມາ​ເຫ້ວ ​ເພື່ອ​ຊອກ​ຫາ​ພວກ​​​ເດັກ​ນ້ອຍກຳພ້າ ​ເພື່ອອົບຮົມສັ່ງສອນ​​ໃຫ້​ພວກ​ນ້ອງ​ກາຍ​ເປັນ​ສະມາຊິກ​ໃນ​ກອງ​ສະ​ແດງ​ສິລະ​ປະ​ຕີມວຍ​ພື້ນ​ເມືອງ. ​ແລະ ​ເຫັນ​ວ່າ ນັບ​ມື້​ນັບ​ມີ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຫລາຍ​ຄົນ ຢາກ​ຊົມ​ມວຍ​ປະ​ເພດ​ນີ້. ບາງ​ເທື່ອ​ຮັບ​ຊົມ​ແລ້ວ ເມື່ອກັບ​​ເມືອ​ປະ​ເທດ​ເຂົາ​ເຈົ້າ​​ໄດ້ຕັ້ງ​ກອງຕີມວຍ​ປະ​ເພດ​ນີ້​ຂຶ້ນອີກ. ສະ​ນັ້ນ ຂ້າພະ​ເຈົ້າ​​ເຫັນ​ວ່າ ນີ້​ຄວນ​ນຳມວຍ​ພື້ນ​ເມືອງ​ປະ​ເພດ​ນີ້​ເຂົ້າ​ໃນ​ລາຍ​ການທ່ອງ​ທ່ຽວ​ເພື່ອ​ໂຄສະນາ​ຜະລິດ​ຕະພັນ​ການ​ທ່ອງ​ທ່ຽວ​ຂອງ​ນະຄອນ​ເຫ້ວ​ ແລະ​ຂອງ ຫວຽດນາມຕື່ມ​ອີກ.”

​        ໃນ​ເບື້ອງ​ຕົ້ນ ລາຍການ​ສະ​ແດງ​ສິລະ​ປະ​ຕີມວຍ​ພື້ນ​ເມືອງ ຫວ້ານ​ອານ ພຽງ​ແຕ່​ສະ​ແດງ​ຮັບ​​ໃຊ້​ບັນດາ​ຄະນະ​ນັກ​ທ່ອງ​ທ່ຽວສາກົນ​ທີ່ມາ​ຈາກ ​ແດນ​ມາກ, ຝລັ່ງ ຂອງ​ບໍລິສັດ​ທ່ອງ​ທ່ຽວ ຫວຽດນາມ ຮ່າ​ໂນ້ຍ ສາຂາ​ນະຄອນ​ ເຫ້ວ​ເທົ່າ​ນັ້ນ. ທ່ານ​ນາງ ​ເຢືອງທິກົງ​ລີ້ ພະນັກງານ ບໍລິສັດ​ທ່ອງ​ທ່ຽວ ຫວຽດນາມ ຮ່າ​ໂນ້ຍ ສາຂາ​ນະຄອນ​ເຫ້ວ ​ໃຫ້​ຮູ້​ວ່າ: ເມື່​ອ​​ຢ້ຽມ​ຊົມ​ລາຍການຕີມວຍ​ແລ້ວ ບັນດາ​ຄະນະ​ນັກ​ທ່ອງ​ທ່ຽວ​ ລ້ວນ​ແຕ່​ໃຫ້​ຂໍ້​ສັງ​ເກດ​ ​ແລະ​ຕີ​ລາຄາ​ວ່າ​ມວຍປະ​ເພດ​ນີ້​ແມ່ນ ຈັບ​ອົກ​ຈັບ​​ໃຈ​ຫລາຍ. ​ເພາະວ່າ ມວຍ ຫວ້ານ​ອານ​ ກ່ອນ​ນີ້ ສ່ວນ​ຫລາຍ​ແມ່ນ​ເພື່ອ​ຮັບ​​ໃຊ້​ໃຫ້​ແກ່​ລາຊະ​ວັງ, ລາຊະວົງ ຫງວຽນ, ປົກ​ປັກ​ຮັກສາລາຊະ​ວັງ ​ດັ່ງ​ນັ້ນ​ຈຶ່ງບໍ່​ໄດ້​ຮັບ​ການເຜີຍ​ແຜ່​ອອກ​ສູ່​ວົງ​ກວ້າງ​. ທ່າ​ນກີ​ມຊອກ​ຫາ​​ມວຍປະ​ເພດ​ນີ້, ອະນຸລັກ​ຮັກສາໄວ້​ ​ແລະ ​ນຳ​ສະ​ເໜີ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ​ດ້ວຍ​ສິ່ງ​ພິ​ເສດ​ນັ້ນ ຈຶ່ງ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວທຸກ​ຄະນະ​ເມື່ອມາ​ຢ້ຽມຢາມ ​ເຫ້ວ ລ້ວນ​ແຕ່​ຢາກ​ເລືອກ​ເຟັ້ນລາຍການ​ທ່ອງ​ທ່ຽວ​ທີ່​ມີການສະ​ແດງສິລະ​ປະ​ຕີມວຍ​ພື້ນ​ເມືອງ​.  ​ເອື້ອ​ຍ ລີ້ ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ໃນ​ແຂວງ ​ແລະ ທົ່ວ​ປະ​ເທດ ລ້ວນ​ແຕ່​ພາ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຢ້ຽມຢາມ​ເຫ້ວ. ມາ​​ແຫ່ງນີ້ ​ເຂົາ​ເຈົ້າ​ໄດ້​ຮັບຊົມ​ບັນດາ​ລາຍການ ສະ​ແດງຕີມວຍພື້ນ​ເມືອງ​ພິ​ເສດຂອງນະຄອນ​ເຫ້ວ. ນອກຈາກ​ໄດ້ຢ້ຽມ​ຊົມບັນດາ​ຫໍ​ໂຮງ​, ສວນ​ອຸດທະຍານຂອງຂຸນນາງ​​​ການ​ເມືອງ​ແລ້ວ. ປະຈຸ​ບັນ ນັກ​ທ່ອງ​ທ່ຽວ​ທີ່ມາ​ແຫ່ງນີ້ ຍັງ​ສາມາດ​ເຂົ້າ​ຢ້ຽມ​ຊົມ​ເຂດຫໍ​ໂຮງ​ຂອງຂຸນ​ນາງ​ຝ່າຍ​ທະ​ຫານ ​ເພື່ອ​ມີ​ຄວາມເຂົ້າ​ໃຈ​ຕື່ມກ່ຽວ​ກັບ​ຂຸນ​ນາງ​ສະ​ໄໝ​ບູຮານ ​ຮັບ​ໃຊ້​ລາຊະວົງ​ຫງວຽນຄື​ແນວ​ໃດ​ ​ແລະ ​ເຂົາ​ເຈົ້າ​ກໍ​ຈະໄດ້​ຮັບ​ຊົມ​ລາຍການ​ສະ​ແດງ​ມວຍ​ພື້ນ​ເມືອງ ຊຶ່ງ​ ບ​ໍ່​ເຄີຍ​ໄດ້​ຊົມ​ຈັກ​ເທື່ອ.”

        ​ເມື່ອ​ເວົ້າ​ເຖິງສິ່ງ​ທີ່​ແຕກ​ຕ່າງ​ກັນ​ກັບ​ມວຍ​ພື້ນ​ເມືອງ ​ກີ​ງຫວ້ານ​ອານ​. ທ່ານ ກິມ​ໃຫ້​ຮູ້​ວ່າ

        “ ​ມວຍ​ປະ​ເພດ​ນີ້​ແມ່ນ​ອີງ​ຕາມ​ລີລາ​ທ່າ​ທາງຂອງ​ສັດຊະນິດ​ຕ່າງໆ, ຄົນ​ລຸ້ນກ່ອນ ນຳ​ໃຊ້​ມວຍ​ປະ​ເພດ​ນີ້ເພື່ອ​ປ້ອງ​ກັນ​ຕົວ ​ແລະ ຕ້ານ​ສັດຕູ​ຜູ້​ຮຸກ​ຮານ. ມວຍ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ແຕກ​ຕ່າງ​ກັບມວຍປະ​ເພດ​ອື່ນ​ຫລາຍ​ຢ່າງ. ​ໂດຍ​ໄດ້​ຮັບ​ການ​ສະຫນັບສະຫນູນຈາກ​​ແຂກ​ເຂົ້າ​ຊົມ, ສະ​ນັ້ນພວກ​ເຮົາ​ຍິ່ງ​ຮັບ​ໃຊ້​​ແຂກ​ເຂົ້າ​ຊົມ​ຢ່າງ​ສຸດ​ຈິດ​ສຸດ​ໃຈ. ”

        ຮຽນ​ມວຍ​ພື້ນ​ເມືອງ​​ເພື່ອ​​​ເປັນ​ການເຝິກ​ແອບ​ຮ່າງ​ກ່າຍ, ​ເຝິກ​ໃຫ້​ຈິດ​ໃຈ​ກ້າ​ແກ່ນ​ແລະ​ມີ​ຄວາມ​ເຊື່ອໝັ້ນ​ຕົນ​ເອງ ນັ້ນ​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ປາດ​ຖະຫນາ​ຂອງ ຫງວຽນ​ຫງອກ​ຕີ ​ເທົ່າ​ນັ້ນ ຫາກ​​ນັກ​ມວຍທຸກ​ຄົນ​ກໍ່​ເຊັ່ນ​ດຽວ​ກັນ. ​ເມື່ອ​ ມວຍ​ພື້ນ​ເມືອງ​ປະ​ເພດ​ນີ້ ກາຍ​ເປັນ​ລາຍການ​ສະ​ແດງ​ທີ່ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ແລ້ວ, ນັກ​ມວຍ​ແຕ່ລະຄົນ​ກໍຕ້ອງ​ພະຍາຍາມ​ຍິ່ງກວ່າ​ນີ້ອີກ.

        “ນີ້​ແມ່ນ​ບາ​ດກາ້ວ​ບຸກທະລຸ. ມວຍ​ປະ​​ເພດ​ອື່ນ​ບໍ່​ສາມາດຈັດ​ຕັ້ງ​ແບບ​ນີ້​ໄດ້. ສະ​ເພາະ​ມວຍ​ກີ​ງຫວ້າ​ນອານ ​ແມ່ນ​ເລີ່​ມມີ​ມາ​ແຕ່​ສະ​ໄໝລາຊະວົງ ຫງວຽນ ສະ​ນັ້ນ ຈຶ່ງ​ນຳ​ເຂົ້າຮັບ​ໃຊ້​ໃນການທ່ອງທ່ຽວ​ຢ່າງ​ງ່າຍ​ດາຍ​ກວ່າ. ມວຍ​ປະ​ເພດ​ນີ້ ມີ​ສິ່ງ​ທີ່​​ແຕກ​ຕ່າງພິ​ເສດ ​ແລະ ​ເປັນ​ເອກະລັກ​ສະ​ເພາະ ບໍ່​ຄື​ກັນ​ກັບມວຍ​ປະ​ເພດອື່ນ.”

         ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​ມີ​ຄວາມຮູ້ສຶກ​ແປກ​ປະຫລາດ​ເມື່ອ​ໄດ້​ຮັບ​ຊົມ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ຕີມວຍ​ພື້ນ​ເມືອງ​ຂອງ​ນາງ​ສາວ​ຫນຸ່ມ. ​ເຂົາ​ເຈົ້າ​ນຳ​ໃຊ້​ອາວຸດ​ຢ່າງ​ຊຳນິຊຳນານ, ສະ​ແດງ​ຢ່າງ​ງາມ​ຕາ ບໍ່​ຕ່າງ​ຫຍັງ​ກັບ​ເພດ​ຊາຍ. ຍ້ອນ​ໄດ້​ຮັບ​ຊົມ​ລາຍການ​ຕີມວຍ​ພື້ນ​ເມືອງ​ນັ້ນ ນັກ​ທ່ອງ​ທ່ຽວ​ຕ່າງປ​ະ​ເທດ​ຫລາຍ​ຄົນ​ຈຶ່ງມີ​ຄວາມ​​ເຂົ້າ​ໃຈ​ກ່ຽວ​ກັບ​ພື້ນຖານສິລະ​ປະ​ຕີ​ມວຍ​ຂອງ​ຫວຽດນາມ​ກວ່າອີກ. ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຜູ້​ຫນຶ່ງ​ໃຫ້​ຮູ້​ວ່າ:

        ຍ້ອນພື້ນຖານ​ວັດທະນະທຳ​ທີ່​ແຕກ​ຕ່າງ​ກັນ ​ແລະ ສ້າງ​ຄວາມ​ປະ​ທັບ​ໃຈນັ້ນ​ຂ້າພະ​ເຈົ້າ​ຈຶ່ງມາ​ຢ້ຽມຢາມ​ແຫ່ງ​ນີ້. ກ່ອນ​ທີ່​ຈະຊົມ​ການສະ​ແດງສິລະ​ປະ​ຕີມວຍ​ພື້ນ​ເມືອງ​ນີ້ ຂ້າພະ​ເຈົ້າ ຄິດ​ວ່າ ມວຍ​ປະ​ເພດ​ຕ່າງ​ ລ້ວນ​ແຕ່ມີ​ແຫຼ່ງກຳ​ເນີ​ດຈາກຈີນ ​ແລະ ຍີ​ປຸ່ນ​ເທົ່າ​ນັ້ນ, ສ່ວນ​ຫວຽດນາມ ບໍ່​​ແມ່ນ​ແຫຼ່ງກຳ​ເນີ​ດສິລະ​ປະ​ຕີມວຍຄື​ແນວ​ນີ້.”

        ດ້ວຍ​ລາຄາ​ບໍ່ຮອດ 100 USD/ ຄະນະ​ຫນຶ່ງ, 2 USD/ຄົນ ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ຮັບ​ຊົມ​ລາຍການ​ສະ​ແດງ​ສິລະ​ປະ​ຕີມວຍ​ພື້ນ​ເມືອງ​ທີ່ແກ່ຍາວ​ແຕ່ 30 - 45 ນາ​ທີ່ ດ້ວຍ ສິບໆ​ລາຍການ. ​ແລະ​​​ເມື່ອສະ​ແດງ​ຕີມວຍ​​ແຕ່ລະ​ເທື່ອ, ນັກ​ມວຍກໍ່​ຕ້ອງ​ຄົ້ນ​ຄິດ, ຊອກ​ຫາ​, ​ເຝິກ​ແອບ ​ເພື່ອ​ເຮັດ​ໃຫ້​ລາຍການ​ສະ​ແດງອຸດົມສົມ​ບູນ ​ແລະ ​​ດຶງ​ດູດ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວກວ່າ​ອີກ./.

ລານ​ແອ​ງ


ຕອບກັບ

ຂ່າວ/ບົດ​ອື່ນ