ລາຍການທ່ອງທ່ຽວຢ້ຽມຢາມບ້ານນາຢູ່ ແຂວງເທື່ອທຽນເຫ້ວ

(vovworld) - ບ້ານ​ນາ ​ແທງ​ຖູ​ຍ ຢູ່ ​ເມືອງ​ເຮ​ືອງຖູ​ຍ ຫ່າງ​ຈາກ​ນະຄອນ ​ເຫ້ວທາງ​ທິດຕາ​ເວັນ​ອອກສຽງ​ໃຕ້​ປະມານ 8 ກິ​ໂລ​ແມັດ, ຊຶ່ງແມ່ນໝູ່ບ້ານ​ມີ​ຂົວມຸງ​ດິນ​ຂໍ​ແຫ່ງ​ຫນຶ່ງ​ທີ່ມີຊື່​ວ່າ​ຂົວ ​ແທນ​ຕວາ່ນ​ ແລະ ກໍແມ່ນ​ສິ່ງທີ່ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ແຂວງ ​ເທ່ືອ​ທຽນ​ເຫ້ວ ​ເປັນ​ຈຳນວນ​ຫລວງຫລາຍ. ຖ້າ​ ມີ​ໂອກາດ​ໄດ້​ມາ​ຢ້ຽມຢາມ​​ເຂດບ້ານ​ນາ​ແຫ່ງນີ້​ເທື່ອ​ຫນຶ່ງ​ອາດ​ຮູ້ສຶກ​ວ່າ​ພວມ​ມີ​ຊີວິດ​ໃນບັນຍາກາດ​ຢູ່​ໝູ່​ບ້ານ​ທີ່​ສະຫງົບ​ງຽບ​ກ່ອນ​ນີ້ຫລາຍ​ສີ​ບປີ.

        ​ເມື່ອ​ໄປ​ຢ້ຽມຢາມ​ບ້ານ​ນາ ​ແທນ​ຖູ​ຍ, ຮູບ​ພາບ​ທຳ​ອິດ​ນັກ​ທ່ອງ​ທ່ຽວ​ພົບ​ເຫັນ​ນັ້ນ​ແມ່ນ ຂົວ​ມຸງ​ດິນ​ຂໍ ​​ແທນ​ຕວ່າ​ນ ທີ່ພົ້ນ​ເດັ່ນ​ດ້ວຍ​ສະຖາປັດຕະຍະກຳ​ບູຮານ.

        “ນີ້​ແມ່ນ​ຂົວ​ບູຮານ​ແຫ່ງ​ຫນຶ່ງ​ມີ​ຄຸນ​ຄ່າ​ດ້ານ​ສະຖາປັດຕະຍະກຳ​ສູງ, ມີ​ລວງຍາວ​ 17 ​ແມັດ, ລວງກ້ວາງ 4 ​ແມັດ, ມີ 7 ຫ້ອງ, ​ໄລຍະ​ຫ່າງ​ລະຫວ່າງ​ແຕ່ລະ​ເສົາ​ແມ່ນ​ໄລ່​ເປັນ​ຫ້ອງ​ໜຶ່ງ, ຫນ້າ​ຂົວ​ຖືກ​ປູ​ດ້ວຍ​ໄມ້, ສອງຟາກ​ແມ່ນ​ລະບົບ​ລະບຽງ.

ລາຍການທ່ອງທ່ຽວຢ້ຽມຢາມບ້ານນາຢູ່ ແຂວງເທື່ອທຽນເຫ້ວ - ảnh 1
ຂົວ​ມຸງ​ດິນ​ຂໍ ​​ແທນ​ຕວ່າ​ນ​
ພາບ: internet

        ຂົວ​ມຸງ​ດິນ​ຂໍ ​​ແທນ​ຕວ່າ​ນ​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ໄມ້​ເມື່ອ​ປີ 1776 ຕາມ​ຮູບ​ແບບ​ຢູ່​ເທິງ​ແມ່ນ​ເຮືອນ ຢູ່​ລຸ່ມ​ແມ່ນ​ຂົວ ​ຈຸດປະສົງກໍແມ່ນເພື່ອ​ໃຫ້​ປະຊາຊົນ​​ໃນ​ໝູ່​ບ້ານ​ໄປມາ​ຢ່າງ​ສະດວກ ​ແລະ ສາມາດ​ນັ່ງພັກຜ່ອນບັງ​ແສງ​ແດດ​ຮ້ອນ. ​ຢູ່​ໃກ້​ກັບ​ຂົວ​ແຫ່ງ​ນີ້ ມີ​ ເຮືອນຫລັງ​ຫນຶ່ງ​ແມ່ນ​ບ່ອນ​ວາງສະ​ແດງ​ອຸປະກອນ​ການ​ຜະລິດ​ກະສິກຳ​ປະ​ເພດ​ຕ່າງ​ໆ​ຄື: ໄຖ​, ຄາດ, ​ກ່ຽວ... ນອກ​ນັ້ນ ຍັງ​ວາດ​ພາບ​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ຜ່ານ​ການ​ສີ​ເຂົ້າ, ຕຳ​ເຂົ້າ....ຂອງ​ປະຊາຊົນ​ຢູ່​ເຂດ​ບ້ານ​ນາ ​ແທນ​ຖູ​ຍ. ບໍ່​ພຽງ​ແຕ່​ໄດ້​ເຫັນ​ປະຈັກ​ຕາ​ອຸປະກອນ​ການ​ຜະລິດ​ກະສິກຳ​ເທົ່າ​ນັ້ນ ຫາກ​ນັກ​ທ່ອງ​ທ່ຽວ​ຍັງ​ໄດ້ບົດ​​ແປ້ງເຮັດ​ເຂົ້າຫນົມ ຫລື​ພາ​ຍເຮືອລ່ອງລຽບ​ຕາມ​ແມ່​ນ້ຳ.  ​ເອື້ອຍ ​ເຢືອງທີ​ກຸງ​ລີ ຮອງ​ຜູ້ອຳນວຍການ​ບໍລິສັດ​ຫຸ້ນ​ສ່ວນ​ທ່ອງ​ທ່ຽວ ຫວຽດນາມ ສາຂາ​ ນະຄອນ ​ເຫ້ວ ​ໃຫ້​ຮູ້​ວ່າ:

        “ຢູ່​ທີ່​ນີ້ ມີຫລາຍ​ຄົນ​ສາມາດ​ວາດ​ພາບ​ໄດ້​ບັນຍາ​ການ​ອອກ​ແຮງ​ງານ​ໃນ​​ເມື່ອ​ກ່ອນ. ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຢ້ຽມຢາມ​ແຫ່ງ​ນີ້ ​ເຂົາ​ເຈົ້າ​ມັກ​ຫລາຍ ​ເພາະ​ເຂດ​ບ້ານ​ນາ​ແຫ່ງ​ນີ້​ຍັງ​ຄົງ​ຮັກສາ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຂດ​ບ້ານ​ນາ​ພາກ​ກາງ ຫວຽດນາມ. ບໍ​ລິ​ສັດ​ຫຸ້ນ​ສ່ວນ​ທ່ອງ​ທ່ຽວ ຫວຽດນາມ ສາຂາ​​ນະຄອນ​ເຫ້ວ ໄດ້ສ້າງ​ລາຍການ​ທ່ອງ​ທ່ຽວ​​ໃນ​ເວ​ລາ​ມື້ຫນຶ່ງ ຫລື ​ເຄິ່ງມື້. ນັກ​ທ່ອງ​ທ່ຽວ​ສາມາດ​ຂີ່​ລົດຈັກ​ຈາກ​​ໃຈກາງ​ນະຄອນ​. ລາຍການ​ທ່ອງ​ທ່ຽວ​ເຄິ່ງມື້ ດ້ວຍ​ຄ່າ​ບໍລິການແມ່ນ 15 ​USD/ຄົນ, ສ່ວນ​ 1 - 2 ມື້​ແມ່ນ 35 - 40 USD /ຄົນ ລວມທັງຄ່າ​ກິນ​ຢູ່.”

        ​ໃນ​ຫລັງຄາເຮືອນວາງສະ​ແດງ​ດັ່ງກ່າວ​ມີ​ລວງ​ກວ້າງ​ພຽງປະມານ 100 ຕາລາງ​​ແມັດ, ​ນັກ​ທ່ອງ​ທ່ຽວ​ໄດ້ເຫັນປະຈັກຕາແມ່ຕູ້ ​ເຫົາ ຊາວ​ກະສິກອນ​ຜູ້​ຫນຶ່ງ​ຢູ່​ເຂດ​ບ້ານ​ນາ​ພວມ​ນຳ​ໃຊ້​ອຸປະກອນ​ການ​ຜະລິດ​ກະສິກຳ​ທຸກ​ປະ​ເພດ​ຢ່າງ​ຊ​ຳນານ​ງານ ​ແລະ ສິ່ງ​ທີ່​ປະ​ທັບ​ໃຈ​ກວ່າ ນັ້ນແມ່ນໄດ້​ຟັງສຽງຂັບລຳຂອງແມ່ຕູ້​.

ລາຍການທ່ອງທ່ຽວຢ້ຽມຢາມບ້ານນາຢູ່ ແຂວງເທື່ອທຽນເຫ້ວ - ảnh 2
ນັກທ່ອງທ່ຽວນັ່ງພັກຜ່ອນຢູ່ຂົວດິນຂໍ ແທນຕວ່ານ
ພາບ: internet

        ອອກ​ຈາກ​​ເຮືອນ​ວາງສະ​ແດງ​ດັ່ງກ່າວ, ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຊົມ​ຕະຫລາດ​ບ້ານ​ນາ​ຂົວ​ດິນຂໍ​ທີ່​ເຕັມ​ໄປ​ດ້ວຍສີສັນ​ຂອງ​ເຂດ​ຊົນນະບົດ​ທີ່​ສະຫງົບ​ງຽບທີ່​​ແຕກ​ຕ່າງ​ກັນບັນຍາກາດ​ອັນຟົດ​ຟື້ນ, ຄັບຄາ​ຫນາ​ແຫນ້ນ​ຂອງ​ຕະຫລາດຕ່າງໆຢູ່​ເຂດ​ຕົວ​ເມືອງ.

        ຕະຫລາດ​ຂົວ​ດິນຂໍ ​ເຖິງ​ວ່າ​ມີ​ຂອບ​ຂະຫນາດ​ນ້ອຍ​ກໍ​ຕາມ ​ແຕ່​ສິນຄ້າ​ນຳ​ມາ​ຂາຍ​ຢູ່​ທີ່ນີ້​ອຸດົມ​ສົມບູນ. ນັກ​ທ່ອງ​ທ່ຽວສາມາດ​ເລືອກ​ເຟັ້ນບັນດາ​ຜະລິ​ດຕະພັນ​ພິ​ເສດ​ຂອງ​ເຂດ​ບ້ານ​ນາ ​ເຮືອງ​ຖູ​ຍຄື: ​ເຂົ້າສານ​ ຖູ​ຍ​ເຢືອງ, ຖູ​ຍຟູ່, ​ເຂົ້າໜຽວຖູ​ຍ​ເຕີນ….​ນອກ​ນັ້ນ​ຍັງ​ມີ​ເຄື່ອງ​ຈັກສານ, ​ເຄື່ອງ​ສິລະ​ປະ​ຫັດຖະກຳ​ທີ່​ລື​ຊື່​ຂອງ ຢ້າ​ເຄ, ບາວລາ. ນັກ​ທ່ອງ​ທ່ຽວ​ໄປ​ຕະຫລາດ​ຍັງ​ມີ​ໂອກາດ​ໄດ້​ຮັບ​ປະທານ​ເຂົ້າໜົມ​ປະ​ເພດ​ຕ່າງໆ ພ້ອມ​ກັບ​ເຍື່ອງ​ອາຫານ​ພິ​ເສດ​ຂອງ ນະຄ​ອນ​ເຫ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ