ລາຍການທ່ອງທ່ຽວຢ້ຽມຢາມເຂດໄຕບັກໃນໂອກາດທ້າຍປີ

(vovworld)- ​ໃນ​ໂອກາດ​ທ້າຍ​ປີ, ລາຍການ​ທ່ອງ​ທ່ຽວ​ຢ້ຽມ​ຢາມ​ເຂດໄຕ​ບັກ​(ໝາຍ​ເຖິງ​ເຂດ​ຕະ​ເວັນ​ຕົກ​ສຽງ​ເຫນືອ ຫວຽດນາມ) ​ແມ່ນ​ການ​ເລືອກ​ເຟັ້ນຕົ້ນຕໍ​ຂອງ​ນັກທ່ອງທ່ຽວ. ມາ​ຢ້ຽມຢາມ​​ໄຕ​ບັກ​ໃນ​ໂອກາດ​ນີ້ ນັກ​ທ່ອງ​ທ່ຽວ​ສາມາດ​​ໄດ້​ເຫັນ​ປະ​ຈັກ​ຕາບັນດາ​ສວນດອກ​ໄມ້ນາ​ໆ​ຊະນິດ​ດ້ວຍສີສັນ​ຫລາກ​ຫລາຍທີ່​ສວຍ​ງາມ. ​ ​ໃນ​ລາຍການ​ທ່ອງ​ທ່ຽວ​ພາກ​ນີ້ ພວກ​ເຮົາ​ຂໍ​ແນະນຳ​ບົດ​ຂຽນ​ຂອງ​ນັກ​ຂ່າວ​ລານ​ແອ​ງ ທີ່​ພາດ​ຫົວ​ຂໍ້​ວ່າ: ລາຍການ​ທ່ອງ​ທ່ຽວ​ເຂດ​ໄຕ​ບັກ​ໃນ​ໂອກາດ​ທ້າຍ​ປີ. ​

ລາຍການທ່ອງທ່ຽວຢ້ຽມຢາມເຂດໄຕບັກໃນໂອກາດທ້າຍປີ - ảnh 1
ສວນ​ດອກ​ຜັກກາດ​ຂາວ
​ພາບ:internet

        ​ໄປ​ຢ້ຽມຢາມ​​​ເຂດໄຕ​ບັກ​ ພວມ​ແມ່ນ​ທ່າ​ອ່ຽງຂອງ​ບັນດາເພື່ອນ​ຫນຸ່ມ. ມາ​ແຫ່ງ​ນີ້ ນັກ​ທ່ອງ​ທ່ຽວ​ຈະໄດ້​ສູບ​ອາກາດ​ປອດ​ໂປ່​ງ, ຊົມທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ ​ແລະ ​ໃຫຍ່​​ໂຕ​ມະ​ໂຫຖານ ພ້ອມ​ດ້ວຍ​ສີສັນ​ຫລາກ​ຫລາຍ​ຂອງ​ດອກ​ໄມ້​ນາໆ​ຊະນິດ. ​ນອກ​ນັ້ນ, ບັນດາ​ເສັ້ນທາງທີ່​ຄົດ​ລ້ຽວຢູ່​ທີ່​ນີ້​ກໍ່ແມ່ນໜຶ່ງ​​ໃນ​ບັນດາ​ສາຍ​ເຫດທີ່​ດຶງ​ດູດ​ພວກເພື່ອນ​ຫນຸ່ມ​ມາທ່ອງ​ທ່ຽວ​ພະ​ຈົນ​ໄພ. ​ສະ​ນັ້ນ, ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ຂອງ​ນັກ​ທ່ອງ​ທ່ຽວ, ​ບໍລິສັດ​ດວງ​ດາວ​ໃຫມ່ ​ໄດ້​ຈັດ​ລາຍການ​ທ່ອງ​ທ່ຽວຄົ້ນຫາໄຕ​ບັກ​​ໃນ​ວັນ​ອາທິດ. ທ່ານ​ນາງ ​ໂດ໋ທິ​ເຟືອງ​ຖາວ, ພະນັກງານ​​ໂຄສະນາ​ຂອງ​ບໍລິສັດ​ທ່ອງ​ທ່ຽວ​ດວງ​ດາວ​ໃຫມ່​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ ບໍລິສັດ​ພວກ​ຂ້າພະ​ເຈົ້າ​ພວມ​ຍູ້​ແຮງ​ລາຍການ​ທ່ອງ​ທ່ຽວ​ຢ້ຽມຢາມ ໄຕ​ບັກ​ ​​ໃນ​ໂອກ​າດທ້າຍ​ປີ. ​ເພາະວ່າ ທິວ​ທັດ​ທຳ​ມະ​ຊາດ​ຢູ່ ໄຕ​ບັກ​ ​​​ໃນ​ຍາມ​ນີ້​​ສວຍ​ງາມ​ຫລາຍ. ລາຍການ​ທ່ອງ​ທ່ຽວ​​ເຖິງ ໄຕ​ບັກ​ ​​ແມ່ນ​ເລີ່​ມອອກ​ເດີນທາງ​​ໃນ​ວັນ​ທ້າຍ​ອາທິດ ​ແລະ ຍາມ​ໃດ​ນັກ​ທ່ອງ​ທ່ຽວ​ກໍ​ສັ່ງ​ຈອງ​ເຂົ້າຮ່ວມ​ເປັນ​ຈຳນວນ​ຫລວງຫລາຍ. ພິ​ເສດ​ໃນ​ໂອກາດ​ບຸນ​ປີ​ໃຫມ່​ສາກົນ ​ແລະ ວັນ​ບຸນ​ຄຼິດສະມາດ ຈຳນວນ​ນັກ​ທ່ອງ​ທ່ຽວ​ນິຍົມ​ລາຍການ​ນີ້​ເພີ່ມ​ຂຶ້ນ​ຫລາຍ. ລາຍການ​ທ່ອງ​ທ່ຽວ​ຢ້ຽມຢາມ ໄຕ​ບັກ​ ​​ໃນ​ເວລາ 5 ວັນ 4 ຄືນ ​ດ້ວຍ​ຄ່າບໍລິ​ການ​ພຽງ 4.500.000 ດົ່ງ/ຄົນ.”

ລາຍການທ່ອງທ່ຽວຢ້ຽມຢາມເຂດໄຕບັກໃນໂອກາດທ້າຍປີ - ảnh 2
ສວນ​ຊາ​ຢູ່ ມົກ​ເຈົາ
ພາບ:internet

​        ມົກ​ເຈົາ ​ແລະ ​ເຊີນ​ລາ ​ແມ່ນ​​ສອງ​ແຫ່ງ​ທຳ​ອິດ​ໃນ​ການ​ຄົ້ນ​ຫາ​​ເຂດໄຕ​ບັກ​ ​ຂອງ​ນັກ​ທ່ອງ​ທ່ຽວ​. ​ເດືອ​ນ 12 ​​ເມື່ອຍາມ​ດອກ ”ຕາມ​ຢາກ​ແມ​ກ” ຢູ່ ​ຮ່າ​ຢາງ ​​ຜ່ານ​ໄປ​ແລ້ວ, ນັກ​ທ່ອງ​ທ່ຽວ​ກໍ່​ມັກໄປ​ມົກ​ເຈົາ​ ເພື່ອ​ຢ້ຽມ​ຊົມ​ສວນດອກ​ໄມ້​ທີ່​ກ້ວາງ​ໃຫຍ່​ຢູ່​ແຫ່ງ​ນີ້. ບັນດາສວນ​ດອກ​ຜັກກາດ, ດອກ​ຊາ, ປ່າ​ໝາກ​ຝູງ ​ແລະ ອື່ນໆ​ທີ່​ມີສີ​ຫລາກ​ຫລາຍ​ແມ່ນ​ສະຖານ​​ໄດ້​ສ້າງ​ຄວາມດຶງ​ດູດ​​ໃຫ້​ແກ່ນັກ​ທ່ອງ​ທ່ຽວ. ທ່ານ​ນາງ​ໂດ໋ທິ​ເຟືອງ​ຖາວ ​ໃຫ້​ຮູ້​ວ່າ:

        “​ໃນ​ຈຸ​ດ​ເວລາ​ນັ້ນ, ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ຮັບ​ຊົມ​ຄວາມ​ງາມ​ຂອງ​ດອກ​ຜັກກາດ​ຢູ່​ລຽບ​ຕາມສອງ​​ຟາກ​ທາງ. ນັ້ນ​ແມ່ນ​ສະຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ, ພິ​ເສດ​​ແມ່ນໄວ​ຫນຸ່ມ, ​ພວກ​ເພື່ອນ​ຜູ້​ໃດ​ກໍ່ຢາກ​ມີ​ຮູບ​ຖ່າຍ​ທ່ີ​ສວຍ​ງາມ​ພາຍຫລັງ​ສິ້ນ​ສຸດ​ການ​ຄົ້ນ​ຫາ​ໄຕ​ບັກ. ຫລັງ​ຈາກ​ນັ້ນ ນັກ​ທ່ອງ​ທ່ຽວ​ຈະ​ໄດ້ໄປ​ຢ້ຽມ​ຊົມ​ໂນນ​​ເຂົາ​ປູກຊາ, ​ເພື່ອຊອກ​ຮູ້​ກ່ຽວກັບ​ຂັ້ນ​ຕອນ​ຂອງ​ການຜະລິດ​ຊາ. ນອກ​ນັ້ນ ​ແມ່ນໄປ​ຢ້ຽມຢາມ​ບັນດາ​ຟາ​ມລ້ຽງ​ງົວ​ພັນນົມ ກໍ​ຄື​ຂັ້ນ​ຕອນ​ຜະລິດ​ນ້ຳນົມ.”

ສະຖານ​ທີ່​ຢ້ຽມຢາມ​ຕໍ່​ໄປ​ຂອງ​ນັກ​ທ່ອງ​ທ່ຽວ​ນັ້ນ​ແມ່ນ ດ້ຽນບຽນ. ມາ​ແຫ່ງ​ນີ້ ນັກ​ທ່ອງ​ທ່ຽວ​ຈະໄດ້​ຮັບ​ຟັງ ​ແລະ ​ເຫັນ​ປະຈັກ​ຕາ​ຮ່ອງຮອຍ​ປະຫວັດສາດ​ຄື: ​ໂດນ A1, ຂຸມ​ເດີ​ກາດ, ສຳນັກບັນຊາ​ບັ້ນ​ຮົບ​ດ້ຽນບຽບຝູ, ຂຸມ​ພົນ​ເອກ​ ຫວໍ​ງວຽນ​ຢາ​ບ. ດ້ຽນບຽນ​, ກໍ​ແມ່ນ​​ແຫ່ງ​ທີ່ຊ່ວຍ​ໃຫ້​ນັກ​ທ່ອງ​ທ່ຽວ​ຄົ້ນ​ຫາ​ກ່ຽວ​ກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ເຜົ່າ​ຜູ້​ໄທ.  

        ປະຈຸ​ບັນ ​ບັນດາ​ເພື່ອນ​ຫນຸ່ມ​ເຄີຍ​ເລືອກ​ເຟັ້ນລາຍການ​ທ່ອງ​ທ່ຽວ​ຄົ້ນ​ຫາ​ເສັ້ນທາງຄົດ​ລ້ຽວ​​ແລະ​ທຸລະກັນດານ ເຂດ​ໄຕ​ບັກ. ພາຫະນະ​ທີ່​ເຂົາ​ເຈົ້າ​ເຄີຍ​​ໃຊ້​ແມ່ນ​ລົດຈັກ. ຮ່ວາງ​ລີງ, ຊື່​ງ​ແມ່ນ​ຜູ້​ຫນຶ່ງ​ທີ່​ນິຍົມ​ຄົ້ນ​ຫາ​ເຂດ​ໄຕ​ບັກ​​ໃຫ້​ຮູ້​ວ່າ: ສິ່ງ​ທີ່​ລີງ​ ມັກ​ທີ່​ສຸດ​ແມ່ນ​ໄປ​ລຽບ​ຕາມ​ກີ່ວ ​ໂອ​ກີ​ໂຮ່, ກີ່ວ​ເຊື່ອມ​ຕໍ່​ແຂວງ ລາຍ​ເຈົາ ​ແລະ ລ່າວ​ກາຍ.

        “​ໃນ​ລາຍການ​ທ່ອງ​ທ່ຽວ​ຄັ້ງ​ນີ້ ນ້ອງ​ມັກ​ຂີ່​ລົດ​ຈັກລຽບ​ຕາມ​ກີ່ວ ​ໂອ​ກີ​ໂຮ່ ​ເພາະວ່າ ກີ່ວ​ນີ້​ຍາວ, ທຸລະກັນດານ ​ແຕ່​ກໍ​ສວຍ​ງາມ. ​ໃນ​ລະດູ​ຫນາວ, ຢູ່​ແຫ່ງ​ນີ້​ທິວ​ທັດ​ທຳ​ມະ​ຊາດ​ແມ່ນ​ສວຍ​ງາມ​ຫລາຍ, ​ເມກ​ປົກ​ຄຸມ​ໄປ​ທົ່ວ​ຮ່ອມ​ພູ.”

        ສ່ວນ ຢູຍຫວຽດ, ລາຍການທ່ອງທ່ຽວ​ເຖິງ​ໄຕ​ບັກ​​ເຄີຍ​ສົມທົບ​ກັບ​ວຽກ​ງານ​ກຸສົນ​ອີກ​. ຢູຍຫວຽດ ​ໃຫ້​ຮູ້​ວ່າ: ນ້ອງ​ພ້ອມ​ກັບ​ໝູ່​ເພື່ອນ​ພວມຈັດ​ຕັ້ງ​ລາຍການ​ທ່ອງ​ທ່ຽວ​ຢ້ຽມຢາມ​ເຂດ​ຊົນ​​ເຜົ່າ ຮ່າ​ຍີ່ ​ແລະ ​ເຂດ​ຊາຍ​ແດນ ​ເພື່ອ​ຊອກ​ຮູ້​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ຢູ່​ທີ່​ນີ້.

        ​ໄປ​ທ່ອງ​ທ່ຽວ​ໄຕ​ບັກ, ນັກ​ທ່ອງ​ທ່ຽວ​ຈະມີ​ໂອກາດ​ໄດ້​ຮັບຊົມ​ບັນດາ​ ນາ​ຂັ້ນ​ໄດ​ຂອງ​ຊາວ​​ເຜົ່າ​ມົ້ງ ​ແລະ ​ໄປ​ຢ້ຽມຢາມ​ຕະຫລາດ​ຢູ່​ເຂດ​ພູ​ສູງ​​ໃນບັນຍາກາດທີ່​ຟົດຟຶ້ນ.

        ​ເມື່ອ​ໄດ້​ໄປ​ຢ້ຽມຢາມ​ໄຕ​ບັກ​ນັກ​ທ່ອງ​ທ່ຽວ​ບໍ່​ສາມາດ​ຫລົງລືມ​ທິວ​ທັດ​ທຳ​ມະ​ຊາດທີ່​ສວຍ​ງາມ ​ກໍ​ຄື​ອາລົມ​ຈິດອັນ​ສະໜິດສະໜົທຂອງ​ຊາວ​ເຜົ່າ​ຢູ່​ທີ່​ນີ້​ໄດ້. ມົກ​ເຈົາ ​ເຊີນ​ລາ, ​ເມືອງ​ພັງ ດ້ຽນບຽນ, ບັກ​ຮ່າ ລ່າວ​ກາຍ .... ແມ່ນ​ບັນດາ​ສະຖາ​ນທີ່​ດູດ​ດື່ມ​ນັກ​ທ່ອງ​ທ່ຽວ​​ເປັນ​ຈຳນວນ​ຫຼວງ​ຫຼາຍ, ດ້ວຍ​ສວນດອ​ກ​ໄມ້​ສວຍ​ງາມນາໆ​ຊະນິດທີ່ມີ​ສີສັນ​ຫລາກ​ຫລາຍ. ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ​ຂອງ ​ໄຕ​ບັກ ​ໃນ​ໂອກາດ​ທ້າຍ​ປີ​ ພວມ​ລໍຖ້າ​ນັກ​ທ່ອງ​ທ່ຽວ​ມາ​ຢາມ.     

ຕອບກັບ

ຂ່າວ/ບົດ​ອື່ນ