ລາຍການທ່ອງທ່ຽວລົງເຂດບ້ານນາຢູ່ແຂວງກວ໋າງຫງ໋າຍ

(vovworld)- “​ເຂົ້າ​ຮ່ວມ​ເຮັດ​ກະສິກຳ ​ແລະ ການ​ປະມົງ​ໃນ​ມື້ຫນຶ່ງ” ນັ້ນ​ແມ່ນ​ລາຍການ​ທ່ອງ​ທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ​ອັນໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ​ເປັນ​ຈຳ​ນວນ​ຫລວງຫລາຍ​ເມື່ອມີ​ໂອກ​າດ​ມາ​ຢ້ຽມຢາມ​ຄຸ້​ມ​ເມືອງ​ເກົ່າ ​Hoi An ທາງ​ພາກ​ກາງ​ຫວຽດນາມ. ຈຸດ​ພິ​ເສດ​ຂອງ​ລາຍການ​ທ່ອງ​ທ່ຽວ​ ນັ້ນ​ແມ່ນ​​ນັກ​ທ່ອງ​ທ່ຽວ​ໄດ້​ເຊີນ​ເຂົ້າ​ຮ່ວມ​ການ​​ເຮັດ​ສວນ​ເຮັດ​ນາຢູ່​ເຂດ​ບ້ານ​ນາ​ຄື​ດັ່ງຊາວ​ກະສິກອນ​ຢ່າງ​ແທ້​ຈິງ. ​​ຜ່ານນີ້​ ກໍ​ເປັນ​ການຊ່ວຍ​ໃຫ້​ນັກ​ທ່ອງ​ທ່ຽວ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວກັບ​ພື້ນຖານ​ອະລິຍະ​ທຳ​ແຫ່ງ​ການ​ປູກ​​ເຂົ້ານາທາມ​ຂອງ​ຫວຽດນາມ.

ລາຍການທ່ອງທ່ຽວລົງເຂດບ້ານນາຢູ່ແຂວງກວ໋າງຫງ໋າຍ - ảnh 1
ນັກທ່ອງທ່ຽວຕ່າງປະເທດເຂົ້າຮ່ວມການດຳນາ
ພາບ:internet

        ​​ໂດຍ​ໄດ້​ເປັນ​ປົກກະຕິແລ້ວ, ​ເວລາປະມານ 9 ​ໂມງ​ເຊົ້າ ຈະ​ເຫັນ​ຄະນະ​ນັກ​ທ່ອງ​ທ່ຽວ​ມາ​ຈາກຕ່າງປະ​ເທດ​​ໄດ້ນຸ່ງ​ສ້ົງ​ເສື້ອ, ຖື​ກຸບຂອງ​ຊາວ​ກະສິກອນ​ຫວຽດນາມ, ຂີ່​ລົດຖີບ​ຢູ່​ເສັ້ນທາງ​​​ໃນ​ບ້ານ​ ແລະ ຢຸດ​ແວ່​ຢູ່​ທົ່ງ​ນາ​ແຄມ​ນະຄອນ Hoi An. ບັນດາ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເຫົຼ່າ​ນັ້ນ ພວມ​ເຂົ້າຮ່ວມ​ລາຍການ​ທ່ອງ​ທ່ຽວ “ເຂົ້າ​ຮ່ວມ​ເຮັດ​ກະສິກຳ ​ແລະ ການ​ປະມົງ​ໃນ​ມື້ຫນຶ່ງ ” ​ໂດຍ​ບໍ​ລິສັດ​ທ່ອງ​ທ່ຽວ​ສາກົນ Khoa Tran Hoi An Eco Tour ​ເປີດ​ການ​ບໍລິການ. ​​ພຽງ​ແຕ່ເສຍ​ເງິນປະມານ 20 - 30 USD ​ເທົ່າ​ນັ້ນ ນັກ​ທ່ອງ​ທ່ຽວ​ຈະ​ມີ​ມື້ຫນຶ່ງ​ກາຍເປັນ​ຊາວ​ກະສິກອນ​ຫວຽດນາມ, ​ເຂົາ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ຕົກກ້າ​​ໄຖ​ນາຢູ່​ບັນດາ​​ເນື້ອ​ທີ່​ປູກ​ເຂົ້າທົ່ງ​ນາທາມ​ຫລື​ຂີ່ເຮືອ​​ໂມ, ຈັບຫາ​ປາ​ຢູ່​ແມ່​ນ້ຳ​ທີ່ Hoi An. ສະຖານ​ທີ່​ທຳ​ອິດ​ຊຶ່ງບັນດາ​ນັກ​ທ່ອງ​ທ່ຽວຈະ​ມາ​​​ເຮັດ​ກະສິກຳນັ້ນ​ແມ່ນ​ຕູບ​ນ້ອຍ ຊຶ່ງ​​ແມ່ນ​ບ່ອນ​ກະກຽ​ມອຸປະ​ກອນການ​ຜະ​ລິດ​ກະສິກຳ. ຢູ່​ຄຽງຂ້າງ​ນັ້ນ ​ແມ່ນ​​ເນື້ອ​ທີ່ນາ​ມີ​ຂີ້ຕົມຖ້ວມ ​ແລະ ມີ​ຄວາຍ​ສອງ​ໂຕດຶງຄັນ​​ໄຖ​ກຽມພ້ອມ​ຮັບ​ຄຳ​ສັ່ງ​ຂອງຈາກ​ຜູ້​ບັນຊາ. ພາຍຫລັງ 15 ນາທີ​ໄດ້​ຮັບ​ການ​ແນະນຳຢ່າງ​ລະອຽດ​ຈາກ​ຜູ້​ນຳ​ທ່ຽວຊາວ​ທ້ອງ​ຖິ່ນ, ​ບັນດາ​ນັກ​ທ່ອງ​ທ່ຽວ​ເຂົ້າ​ຮ່ວມ​ເຮັດ​ກະສິກຳ​ຈະໄດ້ລົງ​​ນາ​ໃນ​ທ່າ​ມກາງ​ສຽງ​​ໂຮ່ຮ້ອງຢ່າງ​ຟົດ​ຟື້ນ.

        ທຳ​ອິດນັກ​ທ່ອງ​ທ່ຽວ​ໄດ້ຮັບ​ການ​ແນະນຳ​ວິທີ​ໄຖ​ນາ, ຄາດດິນ, ບາງ​ເທື່ອ​ກໍມີ​ຊາວ​ກະສິກອນ​ຈັບຄັນ​​ໄຖ​ນາ​ໄປ​ຕາມ ​ແລະ ຫລັງ​ຈາກ​ນັ້ນ ນັກ​ທ່ອງ​ທ່ຽວ​ຈຶ່ງ​ບັນຊາ​ດ້ວຍ​ຕົນ​ເອງ​ໄດ້. ​ໃນ​ເບື້ອງ​ຕົ້ນ​ນັກ​ທ່ອງ​ທ່ຽວ​ບໍ່​ຮູ້ຈັກ​ວິທີໄຖ​ນາ​ຄື​ແນວ​ໃດ ພຽງ​​ແຕ່ຈັບ​ຫາງ​ຄວາຍຊື່​ໆ ​ແລະ ​ປະປ່ອຍ​ໃຫ້​ຄວາຍ​ດຶງ​ໄປ​ ​ແຕ່​ຫລັງຈາກ​​ນັ້ນ ​ເຂົາ​ເຈົ້າ​ກໍ​ຄ່ອຍໆ​ໄຖ​ນາ​ເປັນ ​ເຖິງ​ວ່າ​ເວລາ​ນັ້ນ​ທັງ​ຮ່າງ​ຄີງ​ກໍຖືກ​ຂີ້ຕົມ​ໝົດ ​ແຕ່​ນັກ​ທ່ອງ​ທ່ຽວ​ທຸກ​ຄົນ​ຕ່າງ ​ກໍ​ມີ​ຄວາມ​ມ່ວນ​ຊື່ນ​ຫລາຍ. ​ເອື້ອຍ Sue Archibald ນັກ​ທ່ອງ​ທ່ຽວ​ມາ​ຈາກ ກາ​ນາ​ດາ ​ເວົ້າ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ເຂົ້າ​ຮ່ວມ​ລາຍການ​ທ່ອງ​ທ່ຽວ​ນີ້ ດ້ວຍ​ຈຸດປະສົງ​ຢາກ​ຊອກ​ຮູ້​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະສິກອນ​ຫວຽດນາມຢ່າງ​ແທ້​ຈິງ, ​ແທນ​ທີ່​ໄປ​ທ່ອງ​ທ່ຽວ ​ແລະ ພັກຜ່ອນ​ຢູ່​ບັນດາ​ເຂດ​ພັກຜ່ອນ​ບຳລຸງ​ສຸຂະພາບ​ຢູ່​ຫາດ​ຊາຍ​ທະ​ເລ. ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຂ້າພະ​ເຈົ້າ​ເຫັນ​ປະຈັກ​ຕາ​ຢູ່​ທີ່​ນີ້ ​ແມ່ນ​ບັນດາ​ທົ່ງ​ນາ, ຕົ້ນ​ໄມ້​ໃບ​ຫຍ້າ ​ແລະ ​ໂຕ​ຄວາຍ, ວິທີ​ການຜະລິດ​ເຂົ້າ. ອາດ​ຈະ​ເວົ້າ​ໄດ້​ວ່າ ນີ້​ແມ່ນ​ບັນດາ​ປະສົບ​ການ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈທີ່​ສຸດ ​ແລະ ມັນ​​ແຕກຕ່າງ​ກັບ​ສິ່ງ​ທີ່​ຂ້າພະ​ເຈົ້າ​ຮູ້ຈັກ​ຢູ່ ກາ​ນາ​ດາ.”

        ຍ້ອນ​ບໍ່​​ເຄີຍ​ລົງ​​ນາ​ຈັກ​ເທື່ອ, ສະ​ນັ້ນ ນັກ​ທ່ອງທ່ຽວ​ເມື່ອ​ເຂົ້າ​ຮ່ວມ​ການໄຖ​ນາ​ກໍ​ຮູ້ສຶກ​​ອິດເມື່ອຍໄວ ​ແລະ ​​ຖືກ​ແນະນຳ​ຜັກ​ພ່ອນ​ເພື່ອແທນ​​ໃຫ້​ຜູ້​ອື່ນ​ລົງນາ. ​ເຖິງ​ວ່າ​ຖືກ​ອິດເມື່ອຍ​ຫລາຍ​ກໍ​ຕາມ ​ແຕ່​ຫລາຍ​ຄົນ​ຍັງ​​ໂຮ່ຮ້ອງ​ຢ່າງ​ມ່ວນ​ຊື່ນ. ​ເອື້ອຍ Naz Husain ນັກ​ທ່ອງ​ທ່ຽວ​ຜູ້​ຫນຶ່ງ​ເປີດ​ເຜີຍ​ວ່າ:

        “ຂ້າພະ​ເຈົ້າ​ມີ​ຊື່ວ່າ NAZ ​ມາ​ຈາ​ກາ​ນາ​ດາ​ເຊັ່ນ​ດຽວ​ກັນ, ຂ້າພະ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ລາຍການ​ທ່ອງ​ທ່ຽວ​ນີ້ ​ແລະ ​ເຫັນ​ວ່າ ນີ້​ແມ່ນ​ສິ່ງ​ປະ​ທັບ​ໃຈ​ທີ່​ສຸດ​ທີ່​ຂ້າພະ​ເຈົ້າ​ໄດ້​​ເຮັດ. ​ເບື້ອງ​ຕົ້ນ, ຂ້າພະ​ເຈົ້າ​ກໍ​ມີ​ຄວາມ​ຄິດ​ງໍ້ ​ແຕ່​ຄວາມ​ຈິງ​ແມ່ນ​ກົງກັນຂ້າມ, ຂ້າພະ​ເຈົ້າ​ເຫັນ​ວ່າ​ທຸກ​ສິ່ງ​ທຸກຢ່າງ​ແມ່ນ​ໃຫມ່​ອ່ຽມ, ຊ້ຳ​ບໍ່​ໜຳ ຂ້າພະ​ເຈົ້າ​ໄດ້​ຂ່ີ​ຄວາຍ​, ຈັບ​ຫາງ​ຂອງ​ມັນ ຫລື​ໄດ້​ອາບ​ຂີ້​ຕົມ ຂ້າພະ​ເຈົ້າ​ຮູ້ສຶກ​ປະ​ທັບ​ໃຈ​ທີ່​ສຸດ. ຖ້າ​ມີ​ໂອກາດ​ມາ​ຢ້ຽມຢາມຫວຽດນາມ​​ໃນ​ຄັ້ງຫນ້າ ຂ້າພະ​ເຈົ້າ​ກໍ​ຈະ​ເລືອກ​ເຟັ້ນ​ເອົາລາຍການ​ທ່ອງ​ທ່ຽວ​ນີ້.”

        ​​ອ້າຍ Nhien ຊາວ​ກະສິກອນ​ຜູ້​ຫນຶ່ງ​ຢູ່​ Hoi An ມີ​ຄວາຍຮັບ​ໃຊ້​ລາຍການ​ທ່ອງ​ທ່ຽວ​ ລາວມີ​ຫລາຍ​ເລື່ອງມ່ວນ​ໆ​​ເພື່ອ​ເລົ່າໃຫ້​ນັກ​ທ່ອງ​ທ່ຽວຟັງ. ຍົກຕົວຢ່າງ​ຄື: ​ເລື່ອງ​ສັ່ງ​ໃຫ້​​ຄວາຍ​ຢຸດ​, ຊາວ​ກະສິກອນ ຢູ່ Hoi An ​ເຄີຍ​ຮ້ອງ​ວ່າ: ​ເຢີ່, ​ເຢິ່, ​ແຕ່​ມີ​ນັກ​ທ່ອງ​ທ່ຽວຕ່າງປະເທດ​ຜູ້​ຫນຶ່ງ​ພັດຈັບ​ຫາງ​ ​ແລະ ດຶງ​​ແຮງ​ ພ້ອມ​ທັງຮ້ອງ​ຄຳວ່າ Stop, Stop ​​ແຕ່​ຄວາຍ​ຍັງຄົງ​ດຶງ​ຄາດ​ແລ່ນ​ໄປ, ​ເຮັດ​ໃຫ້​ພວກນັກ​ທ່ອງ​ທ່ຽວພວມ​ຢືນຊົມ​ເບິ່ງ​ຜູ້​ໃດ​ກໍ​ ​ໂຮ່ຮ້ອງຢ່າງ​ມ່ວນ​ຊື່ນ. ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ແນະນຳວິທີການ​ໄຖນາເທົ່ານັ້ນ ​ເຂົາ​ເຈົ້າ​ຍັງ​ໄດ້​ແນະນຳ​ວິທີ​ຕ່ຳ​ເຂົ້າ, ​​ເປົາ​ໄຟ​ຫຸ້ງ​ເຂົ້າ, ​ໄດ້​ຮັບ​ປະທານ​ບັນດາ​ເຍື່ອງ​ອາຫານ​ປຸງ​ແຕ່ງ​ຈາກ​​ກຸ້ງ, ​​ປາ ​ໂດຍ​ແມ່ນ​ເຂົ​າ​ເຈົ້າ​ຫາ​ໄດ້​ຢູ່​ແມ່​ນ້ຳ ​ແລະ ໄດ້​ຮັບ​ປະທານ​ບັນດາ​ເຍື່ອງ​ອາຫານ​ພິ​ເສດ​ຢູ່​​ເຂດ​ບ້ານ​ນາ​ຫວຽດນາມ.

ລາຍການທ່ອງທ່ຽວລົງເຂດບ້ານນາຢູ່ແຂວງກວ໋າງຫງ໋າຍ - ảnh 2
ນັກທ່ອງທ່ຽວຜູ້ຫນຶ່ງບໍ່ຮູ້ວິທີໄຖນາພັດຈັບຫາງຄວາຍ
ພາບ:internet

        ​ເຖິງ​ວ່າ ຂອບ​ຂະຫນາດ​ການທ່ອງທ່ຽວ​ແມ່ນນ້ອຍ ​ແລະ ຫາ​ກໍ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ໄລຍະ​ພຽງ 5 ປີ ​ເທົ່າ​ນັ້ນ ​ແຕ່​ລາຍການ​ທ່ອງ​ທ່ຽວ​ເຮັດກະສິກຳ​ນັບ​ມື້​ນັບ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ທຸກ​ປະ​ເທດ ​​ເມື່ອ​ມີ​ໂອກາດ​ມາຢ້ຽມຢາມ Hoi An ​. ອ້າຍ Tran Van Khoa ຜູ້ອຳ​ນວຍ​ການ​ບໍລິສັດ​ທ່ອງ​ທ່ຽວ​ສາກົນ Khoa Tran Hoi An Eco Tour ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ສ້າງ​ລາຍການ​ທ່ອງ​ທ່ຽວ​ນີ້​ເລີ່​ມມາ​ຈາກ​ຄວາມ​ຕ້ອງການ​ຕົວ​ຈິງ​ຂອງ Hoi An, ນັ້ນ​ແມ່ນ​ສ້າງ​ນະຄອນ​ທ່ອງ​ທ່ຽວ​ວັດທະນະທຳ. ຈາກ​ນັ້ນ ຂ້າພະ​ເຈົ້າ​ຄິດ​ວ່າ ຕ້ອງ​ສ້າ​ງບໍລິການ​ທ່ອງ​ທ່ຽວ​ໃຫມ່, ນັ້ນ​ແມ່ນ​ບັນດາ​ລາຍການ​ທ່ອງ​ທ່ຽວ​ປູກ​ເຂົ້ານາ​ທາມ, ​ແນະນຳ​ບ້ານ​ນາ​ຊີວະ​ພາບ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ​ຫວຽດນາມ ​​ໃຫ້ເພື່ອນ​ມິດສາ​ກົນຮັບ​ຊາບ. ລາຍການ​ທ່ອງ​ທ່ຽວ​ຊີວະ​ພາບ​ນີ້​ແມ່ນ​ອີງ​ໃສ່​ວຽກ​ງານ​​ເຮັດ​ສວນ​ເຮັດ​ນາ​ໃນ​ແຕ່​ລະ​ມື້​ຂອງ​ຊາວ​ກະສິກອນ​ຄື: ຕົກກ້າ, ດຳ​ນາ, ປູກ​ຜັກ... ນັ້ນ​ແມ່ນ​ວຽກ​ງານ​ທຳ​ມະ​ດາ​ຂອງ​ຊາວ​ກະ​ສິກອນ​ຫວຽດນາມ ​ແຕ່​ສຳລັບບັນດາ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຝ່າຍ​ຕາ​ເວັນ​ຕົກ ​ແມ່ນ​ສິ່ງ​ທີ່​ໃຫມ່​ອ່ຽມບໍ່​ທັນ​​ເຫັນ​ຈັກ​ເທື່ອ.”

        ​ເພາະສະ​ນັ້ນ ພາຍຫລັງ​ເຂົ້າ​ຮ່ວມ​ລາຍການ​ທ່ອງ​ທ່ຽວ​​ເຮັດ​ກະສິກຳ, ມີ​ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​ຮູ້​ສຶກຈັບ​ອົກ​ຈັບ​ໃຈ​ກ່ຽວ​ກັບ​ພື້ນຖານ​ອະລິຍະ​ທຳ​​ປູກ​ເຂົ້ານາ​ທາ​ມຂອງ​ຫວຽດນາມ. ​ເອື້ອຍ Barbara Mahony ນັກ​ທ່ອງ​ທ່ຽວ​ຜູ້​ຫນຶ່ງ​ໄດ້​ເວົ້າ​ວ່າ: ມື້​ນີ້ມ່ວນ​ຫລາຍ, ພວກ​ເພື່ອນ​ແມ່ນ​ຜູ້​ສະຫນິດສະຫນົມທີ່​ສຸດ. ພາຍຫລັງ​​ໄດ້​​ເຂົ້າ​ຮ່ວມ​ບັນດາ​ວຽກ​ງານ​ອັນ​ຫຍຸ້ງຍາກ​ຂອງ​ຊາວ​ກະ​ສິກ​ອນຫວຽດນາມ, ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຫລາຍ ພິ​ເສດ​ແມ່ນ​ລາຍການ​ທ່ອງ​ທ່ຽວ​ແບບ​ນີ້.​ ​ເມື່ອ​ທົ່ງ​ນາສຸກ ພວກ​ຂ້າພະ​ເຈົ້າ​ຈະ​ກັບ​ຄືນ​ເພື່ອ​ເກັບ​ກ່ຽວ. ຂອບ​ໃຈ​ພວກ​ເພື່ອນ.

​ໂຕ​ຕວັນ

ຕອບກັບ

ຂ່າວ/ບົດ​ອື່ນ