ລາຍການທ່ອງທ່ຽວວົງຄະນາຍາດ ຢູ່ ກາດບ່າ

(vovworld) - ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ບັນດາ​ລາຍການ​ທ່ອງ​ທ່ຽວ​ວົງ​ຄະນາ​ຍາດ​ຢູ່ ກາດ​ບ່າ ​ເມືອງ​ກາດ​ຫາຍ ນະຄອນ ຫາຍ​ຟ່ອງ ນັບ​ມື້​ນັບ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງພາຍ​ໃນ ​ແລະ ຕ່າງປະ​ເທດ ​ເປັນ​ຈຳນວນ​ຫລວງຫລາຍ. ມາ​ທ່ອງ​ທ່ຽວ​ຢູ່​ແຫ່ງ​ນີ້, ນັກ​ທ່ອງ​ທ່ຽວ​ສາມາດເຂົ້າ​ຮ່ວມ​ການ​ປູກ​ປ່າ, ​ເກັບ​ໝາກ​ໄມ້. ນອນນັ້ນ, ນັກ​ທ່ອງ​ທ່ຽວ​ຍັງ​​ໄດ້​​ໄປຄົ້ນ​ຫາໝູ່​ບ້ານ, ​​ເຫັນ​ປະຈັກ​ຕາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ໝູ່​ເກາະ​ຫລື​​ຢ້ຽມ​ຊົມ​ທິວ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ໃນ​ປ່າ​ສະຫງວນ​ແຫ່ງ​ຊາດ ກາດ​ບ່າ.

ລາຍການທ່ອງທ່ຽວວົງຄະນາຍາດ ຢູ່ ກາດບ່າ - ảnh 1
ຫາດຊາຍທະເລ ຢູ່ ກາດບ່າ
ພາບ: internet

        ລະບົບ​ຄົມມະນາຄົມ​ຮັບ​ໃຊ້​ການທ່ອງທ່ຽວ​ແມ່ນ​ພັດທະນາ​ດີພໍ​ສົມຄວນ, ປະຈຸ​ບັນ ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມຢາມ ​ເກາະ ກາດ​ບ່າ​ ແມ່ນ​ສະດວກ​ຫລາຍ ດ້ວຍ​ຍານພາຫະນະ​ໄປມາ​ຫລາຍ​ປະ​ເພດ ​ແຕ່​ກຳ​ປັ່ນ​ແມ່ນ​ພາຫະນະ​ເຄີ​ຍ​ໄດ້​ນຳ​ໃຊ້​ຫລາຍ​ສຸດ. ຈາກ​ນະຄອນ ຫາຍ​ຟ່ອງ, ນັກ​ທ່ອງ​ທ່ຽວ​ຂີ່​ເຮືອ​ດ່ວນ​ປະມານ 1 ຊົ່ວ​ໂມງ​ຈະ​ໄປ​ຮອດ​ເກາະງອກ - ກາດ​ບ່າ. ທ່າ​ແຮງ​ຂອງ​ການທ່ອງທ່ຽວ​ກາດ​ບ່າ ​ແມ່ນ​ບັນ​ດາ​ເກາະ​ນ້ອຍ​ດ້ວຍ​ຫາດ​ຊາຍ​ຂາວ​ສະອາດ ​ແລະ ຍາວ​ຢຽດ ສະ​ນັ້ນການ​ທ່ອງ​ທ່ຽວ​ທະ​ເລ​ຍັງ​ຄົງ​ແມ່ນ​ການ​ເລືອກ​ເຟັ້ນຕົ້ນຕໍ​ຂອງ​ນັກ​ທ່ອງ​ທ່ຽວ. ປະ​ຈຸ​ບັນ ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ກາດ​ບ່າ​ ຍັງ​ໄດ້​ຄົ້ນ​ຫາ​ທິວ​ທັດ​ທຳ​ມະ​ຊາດ, ​ໄດ້​ສູບ​ອາກາດປອດ​​ໂປ່​ງ ກໍ​ຄື​​​​ຊອກ​ຮູ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ບັນດາ​ຕາ​ແສງ​​ໃນ​ເຂດໝູ່​ເກາະ​ແຫ່ງນີ້ ​ຄື: ຫວຽດຫາຍ, ຊວນ​ດາມ, ຮຽນ​ຫ່າວ, ຢາ​ລ້ວນ.. ທ່ານ ບູ່​ຍຈຸ​ງ​ເຫງ໋ຍ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ​​ເກາະ ກາດ​ຫາຍ ​ໃຫ້​ຮູ້​ວ່າ: ​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ຂອງ​ນັກ​ທ່ອງ​ທ່ຽວ, ບັນດາ​ນັກ​ລົງທຶນ ​ແລະ ປະຊາຊົນ​ເມືອງ​ເກາະ ກາດ​ບ່າ​ເອງ ​ໄດ້​ຮ່ວມ​ແຮງ​ຮ່ວມ​​ໃຈ​​ເຮັດບໍລິການ​ທ່ອງ​ທ່ຽວ.

        “ຮູບ​ແບບ​ພັດທະນາ​ວົງ​ຄະນາ​ຍາດ​ກໍ​ໄດ້​ຮັບ​ການ​ພັດທະນາ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ​ແລະ ບັນລຸ​ປະສິດທິ​ຜົນ​ດິພໍ​ສົມຄວນ. ຢູ່ສະຫະພັນ​ເຄື່ອນໄຫວ​ທ່ອງທ່ຽວແບບ​ວົງ​ຄະນາ​ຍາດ ພຽງ​ຕອບ​ສະຫນອງ​ການທ່ອງທ່ຽວ​ພະ​ຈົນ​ໄພ, ປີນ​ພູ, ​ ຢ້ຽມ​ຊົມ​ຫ້ວຍ​ໂກຍ ​ແລະ ຊົມ​ໃຊ້​ບໍລິການ​ທ່ອງ​ທ່ຽວ​ຕ່າງໆ​ຢູ່​​ແຫ່ງ​ນີ້. ​ໃນ​ອະນາຄົດ ສະຖານ​ທີ່​ທ່ອງ​ທ່ຽວ ຫ້ວຍ​ໂກຍ, ຊວນ​ດາມ ​ແມ່ນ​ເຂດ​​ໃຈກາງ​ພັດທະນາ​ການທ່ອງທ່ຽວ​ຊີວະ​ພາບ.”

        ​ໂດຍ​ມີ​ພູມ​ສັນຖານ​ພິ​ເສດສະ​ເພາະ ດ້ວຍ​ໂນນ​ພູ​ສະຫຼັບ​ກັບ​ບັນດາ​ເຂດ​ຊຸ​ມຊົນ ນັ້ນ ​ແມ່ນ​ເງ່ືອນ​ໄຂ​ສະດວກ​ເພື່ອ​ໃຫ້​ປະຊາຊົນ​ບັນດາ​ຕາ​ແສງຢູ່​ເມືອງ​ກາດ​ບ່າ​ຄື ​ເຈີ​ນ​ເຈົາ, ຢາ​ລ້ວນ, ຊວນ​ດາມ ຜັນ​ຂະຫຍາຍ​ຮູບ​ແບບ​ທ່ອງທ່ຽວ​ວົງ​ຄະນາ​ຍາດ, ທ່ອງ​ທ່ຽວ​ຊີວະ​ພາບ. ກາດ​ບ່າ ບໍ່​ພຽງ​ແຕ່​​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູ​ດດື່ມ ດ້ວຍການທ່ອງທ່ຽວທະ​ເລ​ເທົ່າ​ນັ້ນ, ຫາ​ກການທ່ອງທ່ຽວ​ເຂົ້າ​ປ່າ, ຂຶ້ນ​ພູ ຢູ່ຫ້ວຍ​ໂກຍ ກໍ​ແມ່ນ​ບໍລິການ​ທ່ອງ​ທ່ຽວ​ໃຫມ່​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫລວງຫລາຍ​ອີກ​ດ້ວຍ. ​ເມື່ອ​ເວົ້າ​ເຖິງ​ບັນດາ​ບໍລິການ​ຢູ່​ຫ້ວຍ​ໂກຍ, ທ່ານ ຟ້າ​ມ​ແມ້ງ​ຫາຍ ຢູ່ ຕາ​ແສງ ຊວນ​ດາມ ​ໃຫ້​ຮູ້​ວ່າ: ຢູ່ ຫ້ວຍ​ໂກຍ ມີ​ເຂດ resort ​ແຫ່ງ​ຫນຶ່ງ​ດ້ວຍ​ເນື້ອ​ທີ່​ກວ່າ 7 ​ເຮັກຕາ, ມີ​ເຮືອນ​ຮ້ານກວ່າ 10 ຫລັງ​​ໄດ້​ຮັບ​ການ​ກໍ່ສ້າງ​​ຕາມ​​ແບບ​ເຮືອນ​ບູຮານຂອງ​ຫວຽດນາມ.

        “ນີ້​ແມ່ນ​ຜະລິດ​ຕະພັນ​ການທ່ອງທ່ຽວ​ທຳ​ອິດ​ຂອງ​ຕາ​ແສງ ຊວນ​ດາມ ​ທີ່​ຂຶ້ນ​ກັບເຂດ​ທ່ອງ​ທ່ຽວ​ຂອງ​ໝູ່​ເກາະ​ກາດ​ບ່າ. ສະ​ນັ້ນ ບັນດາ​ບໍລິການ​ດັ່ງກ່າວ​ໄດ້​ນຳ​ມາ​ຊຶ່ງ​ປະສິດທິ​ຜົນ​ດີ​ພໍ​ສົມຄວນ​. ​ເຖິງ​ວ່າ​ປະຊາຊົນ​ຢູ່​ທີ່​ນີ້​ບໍ່​​ເຄີຍ​ເຮັດ​ບໍລິການ​ທ່ອງ​ທ່ຽວ​ກໍ່ຕາມ ​ແຕ່​ຜ່ານ​ຮູບ​ແບບ​ນີ້​ທຸກ​ຄົນ​ກໍ​ມີ​ຄວາມ​ຮັບ​ຮູ້​ບັນດາ​ຜະລິດ​ຕະພັນ​ການທ່ອງ ທ່ຽວ ​ແລະ ​ໄດ້​ນຳ​ມາ​ຊື່​ງປະສິດທິ​ຜົນ​ທາງ​ດ້ານ​ເສດຖະກິດ​ສູງ. ຄວາມ​ຈິງ​ແລ້ວ, ​ເຂດທ່ອງທ່ຽວນີ້​​ນຳ​ເຂົ້າ​ເຄື່ອນ​ໄຫວ​ໄດ້​ແກ້​ໄຂ​ວຽກ​​ເຮັດ​ງານ​ທຳ​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ​ທ້ອງ​ຖິ່ນ​ເປັນ​ຈຳນວນ​ຫລາຍ.”

ລາຍການທ່ອງທ່ຽວວົງຄະນາຍາດ ຢູ່ ກາດບ່າ - ảnh 2
ເຂດພັກຜ່ອນບຳລຸງສຸຂະພາບຢູ່ ກາດບ່າ
ພາບ: innernet

        ຢາກ​​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ມີ​ຄວາມຮູ້ສຶກ​ກ່ຽວ​ກັບຄວາມ​​ຈິງຢູ່​ທີ່​ນີ້, ສະ​ນັ້ນ ​ເມື່ອ​ກໍ່ສ້າງ​ເຂດ​ພັກຜ່ອນ​ບຳລຸງ​ສຸຂະພາບ​ຫ້ວຍ​ໂກຍ, ນັກ​ລົງທຶນ​​ເກືອບ​ຄື​ວ່າ​ຮັກສາ​ລະບົບ​ຊີວະ​ພາບ​ທັງ​ໝົດ​ໄດ້ ນອກ​ນັ້ນ ກໍປູກ​ຫຍ້າ, ​ເຮັດ​ສວນດອກ​ໄມ້​, ຕົ້ນ​ໄມ້​ປະດັບ​ເອ້​ໃນ​ບໍລິ​ເວນ​ເຮືອນ​ພື້ນ​ສູງ​ອີກ. ທ່ານ ຫງວຽນ​ແມ້ນ​ຮື​ງ, ​ເຈົ້າ​ຂອງ​ການ​ລົງທຶນ​ເຂດ​ທ່ອງ​ທ່ຽວ​ຫ້ວຍ​ໂກຍ​ໃຫ້​ຮູ້​ວ່າ: ພວກ​ຂ້າພະ​ເຈົ້າ​ຢາກ​ກໍ່ສ້າງ​ທິວ​ທັດ​ທຳ​ມະ​ຊາດ​ຢູ່​ທີ່​ນີ້​ໃຫ້​ສວຍ​ງາມ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວມາ​ຢ້ຽມຢາມແຫ່ງ​ນີ້.

        “ປະຈຸ​ບັນ, ບັນດາ​ເຂດ​ທ່ອງ​ທ່ຽວ​ຢູ່ ກາດ​ບ່າ ​ເຄີຍ​ສຸມ​ໃສ່​ຂຸດ​ຄົ້ນ​ທ່າ​ແຮງ​ຂອງ​ທະ​ເລ, ສ່ວນ​ພວກ​ຂ້າພະ​ເຈົ້າ​ແມ່ນ​ບັນດາ​ຫົວຫນ່ວຍ​ຂຸດ​ຄົ້ນ​ທ່າ​ແຮງ​ຂອງ​ປ່າ, ​ເຂດ​ຊີວະ​ພາບ ​ແລະ ທ່ອງ​ທ່ຽວ​ວົງ​ຄະນາ​ຍາດ. ຈາກ​ນັ້ນ ພວກ​ຂ້າພະ​ເຈົ້າ​ຂຸດ​ຄົ້ນ​ບັນດາ​ຜະລິດ​ຕະພັນ​ຕິດ​ພັນ​ກັບ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ນອກນັ້ນ ​ຖື​ມາດຕະຖານ​ອະນຸລັກ​ຮັກສາ​ເພື່ອ​ພັດທະນາ.”

        ບັນດາ​ບໍລິການ​ທ່ອງ​ທ່ຽວ​ຄື: ຖີບ​ລົດຖີບ​ຂຶ້ນ​ພູ, ​ເຂົ້າ​ຮ່ວມ​ການ​ປູກ​ປ່າ, ​ເກັບ​ໝາກ​ໄມ້​ພ້ອມ​ກັບ​ຊາວ​ກະສິກອນ​​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫລວງຫລາຍ.  ທ່ານ​ນາງ Benedicte ນັກ​ທ່ອງ​ທ່ຽວ​ມາ​ຈາກ ຝລັ່ງ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ແມ່ນ​ເຊື້ອ​ຊາດ ຫວຽດນາມ ​ແຕ່​​ໄດ້ກຳ​ເນີ​ດ ​ແລະ ​ເຕີບ​ໃຫຍ່​ຢູ່​ຕ່າງປະ​ເທດ, ພາສາ ຫວຽດນາມ ​ເວົ້າ​ບໍ່​ເປັນ. ສະ​ນັ້ນ​ເມື່ອ​ກັບ​ຄືນ​ເມືອ ຫວຽດນາມ​ຄັ້ງ​ນີ້ ຂ້າພະ​ເຈົ້າ​​ໄດ້​ເລ​ືອກ​ເຟັ້ນ​ເຂດ​ທ່ອງ​ທ່ຽວ​ນີ້ ​ແລະ ​ເຫັນ​ວ່າ​ທິວ​ທັດ​ທະ​ມະ​ຊາດ​ຢູ່​ທີ່​ນີ້​ສວຍ​ງາມ​ແທ້​ຈິງ. ບັນດາ​ການ​ເຄື່ອນ​ໄຫວ​ຄື​ແນວ​ນີ້​ແມ່ນ​ມີ​ຄວາມ​ໝາຍ​ສຳລັບ​ຂ້າພະ​ເຈົ້າ ​ເພາະວ່າ ມື້​ນີ້ຂ້າພະ​ເຈົ້າ​ໄດ້​​ເຮັດ​ວຽກງານຂອງ​ຊາວ​ກະສິກອນຜູ້​ຫນຶ່ງ​, ​ແລະ​ຮູ້ສຶກ​ວ່າ​ວຽກ​ງານ​ນີ້ມີ​ປະ​ໂຫຍ​ດ​ເພື່ອ​ຮັກສາ​ສິ່ງ​ແວດ​ລ້ອມ​ຢູ່​ທີ່​ນີ້. ​”

        ຮອດຕອນ​ແລງ, ບັນດາ​ການ​ເຄື່ອນ​ໄຫວ​ຊຶ່ງນັກ​ທ່ອງ​ທ່ຽວ​ນິຍົມ​ແມ່ນ​ຖີບ​ລົດຖີບ​ຢູ່​ລຽບ​ຕາມ​ເສັ້ນທາງ​ແຄມ​ຫ້ວຍ​ໂກຍ​​ໃຕ້​ໂນ​ນພູ. ບໍ່​ມີ​ສຽງລົດຈັກ, ລົດ​ໂອ​ໂຕ, ມີ​ພຽງ​ແຕ່​ສຽງ​ນົກ​ຮອ້ງທີ່​​ເປັນ​ໜ້າ​ອອນຊອນ, ຢູ່​ສອງ​ຟາກ​ທາງ​ມີທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ດັ່ງ​ໃນ​ຝັນ. ນອກ​ນັ້ນ ນັກ​ທ່ອງ​ທ່ຽວ​ສາມາດ​ໄປ​ຄົ້ນ​ຫາ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ອື່ນ​ຂອງ​ປ່າ​ສະຫງວນ​ແຫ່ງ​ຊາດ ຫລື​ເຂົ້າ​ຢ້ຽມ​ຊົມ​ສວນສາທາລະນະ ກໍ​ຄື​ເຂົ້າ​​ເຮືອນ​ປະຊາຊົນ​ແຫ່ງ​ໃດ​ຫນຶ່ງ​ເພື່ອ​ຊອກ​ຮູ້​ຊີວິ​ດກາ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ.  ບັນດາ​ລາຍການ​ທ່ອງ​ທ່ຽວ​ ​ວົງ​ຄະນາ​ຍາດຢູ່​ບ້ານ​ນາ ​​ໃນເກາະ​ກາດ​ບ່າ ທີ່​ໃຫມ່​ອ່ຽມ ​​ໃນ​ເບື້ອງ​ຕົ້ນ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫລວງຫລາຍ ດ້ວຍ​ທິວ​ທັດ​ທຳ​ມະ​ຊາດ​ແບບ​ດັ້ງ​ເດ​ີ່ມ ກໍ​ຄື​ຄວາມ​ຮັກ​ແພງ​ແຂກ​ຄົນຂອງ​ປະຊາຊົນ​ຢູ່​ທີ່​ນີ້./.

 

ຕອບກັບ

ຂ່າວ/ບົດ​ອື່ນ