ລາຍການທ່ອງທ່ຽວສົມທົບກັບການກຸສົນ

(vovworld)- ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ລາຍການ​ໄປ​ທ່ອງ​ທ່ຽວ​ສົມທົບ​ກັບ​ການ​ກຸສົນ​ໄດ້​ເປີດ​ທິດ​​ເດີນ​ໃຫມ່​ໃຫ້​ແກ່​ການ​ພັດທະນາ​ຂອງ​ຂະ​ແຫນງ “ອຸດສາຫະກຳ​ປອດຄວັນ”. ບໍ່​ພຽງ​ແຕ່​ຜ່ານ​​ໄລຍະທາງ​​ທີ່​ຍາວໄກ​ເພື່ອ​ປ່ຽນ​ບັນຍາກາດ​ເທົ່າ​ນັ້ນ ຫາກ​ພາຍຫລັງ​ແຕ່​ລະລາຍ​ການທ່ອງທ່ຽວ ນັກ​ທ່ອງ​ທ່ຽວ​ຍັງ​​ເຫັນ​ໄດ້​ຄວາມ​ໝາຍ ​ແລະ ຈຸດປະສົງ​ຢ່າງ​ແທ້​ຈິງ​ຂອງ​ຊີວິດ​ອີກ​ດ້ວຍ. ຕ່າງ​ກັບ​ບັນດາ​ລາຍການ​ທ່ອງ​ທ່ຽວ​ທຳ​ມະ​ດາ, ລາຍການ​ທ່ອງ​ທ່ຽວ​ສົມທົບ​ກັບ​ການ​ກຸສົນ​ແມ່ນ​ຂົວ​ເຊ່ືອ​ມຕໍ່​ລະຫວ່າງ​ຜູ້ ຄົນ​ຢູ່​ທຸກແຖບ​ຖິ່ນ​​ໃນປະ​ເທດ​ຫຍັບ​ມໍ່​​ເຂົ້າໃກ້​ກັນ​ກວ່າ.

ລາຍການທ່ອງທ່ຽວສົມທົບກັບການກຸສົນ - ảnh 1
ນັກທ່ອງທ່ຽວມອບຂອງຂວັນໃຫ້ແກ່ເດັກນ້ອຍຢູ່ເຂດພູດອຍ
ພາບ: internet

        ນັບ​ມື້​ນັບ​ມີ​ບໍລິສັດ​ທ່ອງ​ທ່ຽວ​ຫລາຍ​ແຫ່ງ​ຄື: Lua Viet, Saigontourist, Vietravel, Ha noi, Redtours…. ສ້າງ​ບັນດາ​ລາຍການ​ທ່ອງ​ທ່ຽວ​ສົມທົບ​ກັບ​ການ​ກຸສົນ ດ້ວຍ​ຫລາຍ​ຮູບ​ການ​ອຸດົມ​ສົມ​ບູນ. ນັບ​ແຕ່ການ​ລະ​ຫລິ້ນ​ກັບ​ເດັກນ້ອຍ​ຢູ່​ເຂດ​ຊົນນະບົດ, ​ເຂດ​ພູ​ດອຍ, ມອບ​ປື້​ມ, ​ໂສ້ງ​ເສື້ອ, ກໍ່ສ້າງ​ຫໍ​ສະມຸດ, ​ໂຮງຮຽນ​ຕະຫລອດ​ຮອດ​ການ​ບຳລຸງ​ຄວາມ​ຊຳນານ​ໃນ​ການ​ດຳລົງ​ຊີວິດ​ໃຫ້​ແກ່​ປະຊາຊົນ​ຢູ່​ເຂດ​ບ້ານ​ນາ. ອ້າຍ ​ເລ​ດຶກ​ຮົ່ງ, ຜູ້ອຳນວຍການ​ບໍລິສັດ​ທ່ອງ​ທ່ຽວ ​ເອີນ​ເຕື້ອງ ​ໃຫ້​ຮູ້​ວ່າ: ລາຍການ​ທ່ອງ​ທ່ຽວ​ສົມທົບ​ກັບ​ການ​ກຸສົມ​ແມ່ນ​ຫນຶ່ງ​ໃນ​ບັນດາ​ລາຍການ​ທ່ອງ​ທ່ຽວ​ໃຫມ່​ຂອງ​ບໍລິສັດ. ປີ 2012 ບໍລິສັດ​ທ່ອງ​ທ່ຽວ ​ເອີນ​ເຕື້ອງ ສົມທົບ​ກັບ​ບັນດານັກ​ທ່ອງ​ທ່ຽວທີ່​ມາ​ຈາກ​ຂະ​ແຫນງ​ການ​ສຶກສາ​ຈັດ​ຕັ້ງ​​ລາຍການ​ທ່ອງ​ທ່ຽວ​ສົມທົບ​ກັບ​ການ​ກຸສົນ​ທີ່​ມີ​ຄວາມ​ໝາຍ​ຢູ່​ບັນດາ​ແຂວງ​ພູດ​ອຍ​ໄດ້​ຫຼາຍ​ລາຍການ.

        “ບໍລິສັດ​ພວກ​ຂ້າພະ​ເຈົ້າ​ພວມ​ຜັນ​ຂະຫຍາຍ​ລາຍການ​ທ່ອງ​ທ່ຽວ​ໃຫມ່​ ນັ້ນ​ແມ່ນສົມທົບ​ກັບ​ຂະ​ແໜງ​ສຶກສາ​ເຮັດການ​ກຸສົນ​ໃຫ້​ແກ່​ເດັກນ້ອຍ​ທຸກ​ຍາກ​ຢູ່​ເຂດ​ພູດ​ອຍ ​ແລະ ພວມ​ປະຕິບັດລາຍການ​ທ່ອງ​ທ່ຽວ​ນີ້ຢູ່​ເຂດຕາ​ເວັນ​ອອກ​ສ່ຽງ​ເໜືອ ​ແລະ ຕາ​ເວັນ​ຕົກ​ສ່ຽງ​ເໜືອ, ຜ່ານນັ້ນ​ນັກ​ທ່ອງ​ທ່ຽວ​ທັງໄດ້ຢ້ຽມຢາມ​ ​ທັງ​ໄດ້ຄົ້ນ​ຫາ​ສີສັນ​ວັດທະນະທຳ​ຂອງ​ຊາວ​ເຜົ່າ​ມົ້ງ, ​ໄຕ່, ຜູ້​ໄທ​, ຢາ​ວ, ຢູ່​ແຂວງ ບັກ​ກ້ານ, ຮ່າ​ຢາງ... ນັ້ນ​ແມ່ນ​ບັນດາ​ລາຍການ​ທ່ອງ​ທ່ຽວ​ທີ່​ພວກ​ຂ້າພະ​ເຈົ້າ​ພວມ​ຜັນ​ຂະຫຍາຍ.”

        ຈາກ​ຄວາມ​ມຸ່ງ​ຫວັງ​ຢາກ​ມີ​ຫລາຍ​ຄົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫລືອ​ຜູ້​ທຸກ​ຍາກ, ດັ່ງ​ນັ້ນ ບັນດາ​ລາຍການ​ທ່ອງ​ທ່ຽວ​ສົມທົບ​ກັບ​ການ​ກຸສົນ​ຂອງບໍລິສັດ​ທ່ອງ​ທ່ຽວ​ເອີນ​ເຕື້ອງ ລ້ວນ​ແຕ່​ບໍ່​ສ້າງ​​ກຳ​ໄລ​. ​ເພາະສະ​ນັ້ນ, ນັກ​ທ່ອງ​ທ່ຽວ​ເຂົ້າ​ຮ່ວມ​​ລາຍການ​ທ່ອງ​ທ່ຽວ​ນີ້​ບໍ່​ຕ້ອງ​ຈ່າຍ​ເງິນ​ຫຼາຍເມື່ອ​ທຽບ​ໃສ່​ລາຍການ​ທ່ອງ​ທ່ຽວ​ທຳ​ມະ​ດາ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນດາ​ຜູ້​ເຂົ້າ​ຮ່ວມ​ລາຍການ​ທ່ອງ​ທ່ຽວ​ສົມທົບ​ກັບ​ການ​ກຸສົນ ນອກ​ຈາກ​​ໄດ້ໄປ​ມອບ​ຂອງຂວັນ​, ຢື້​ຢາມ​ຖາມ​ຂ່າວ​​ປະຊາຊົນ​ບັນດາ​ເຜົ່າ​ຢູ່​ເຂດ​ພູດ​ອຍ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ແລ້ວ ​ເຂົາ​ເຈົ້າ​ຍັງ​ຄົງ​ໄດ້​ພັກຜ່ອນຢ່ອນ​ອາລົມ ​ແລະ ຢ້ຽມ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຢູ່​ເຂດ​ພູດ​ອຍອີກ​ດ້ວຍ. ອ້າຍ​ຮ່ົງ​ໃຫ້​ຮູ້​ວ່າ:

        “ສຳລັບລາຍການທ່ອງ​ທ່ຽວ​ຄື​ແນວນີ້ ທາງ​ບໍລິສັດ​ບໍ່​ຄິດ​ໄລ່​​ເຖິງ​​ເລື່ອງ​ສ້າງກຳ​ໄລ. ກຳ​ໄລ​ທີ່​ຫາ​ໄດ້ແມ່ນ​​​ເພື່ອຫນູນ​ຊ່ວຍ​ຄ່າ​ລົດ, ຄ່າ​ຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ​ເຮ​ັດວຽກ​ງານ​ກຸສົນ. ຈຸ​ດປະສົງ​ຂອງ​ລາຍການ​ແມ່ນ​ເພື່ອ​​ເຮັດໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ໃຈ​ໄດ້​ສີສັນ​ວັດທະນະທຳ​ຂອງ​ບັນດາ​ເຜົ່າ​ຢູ່​ເຂດ​ພູດ​ອຍ. ທີ​ສອງ​ແມ່ນ​ເຮັດ​ວຽກ​ງານການ​ກຸສົນ.”

ລາຍການທ່ອງທ່ຽວສົມທົບກັບການກຸສົນ - ảnh 2
ການທ່ອງທ່ຽວສົມທົບກັບວຽກງານກຸສົນແມ່ນທ່າອ່ຽງຂອງນັກທ່ອງທ່ຽວ
ພາບ:baocongthuong.vn

        ​ເມື່ອ​ສ້າງ​ລາຍການ​ທ່ອງ​ທ່ຽວ​ສົມທົບ​ກັບ​ການ​ກຸສົນ, ບັນດາ​ບໍລິສັດ​ທ່ອງ​ທ່ຽວລ້ວນ​ແຕ່​ປາດ​ຖະຫນາ​ຢາກ​ເປັນ​ຂົວ​ເຊື່ອມ​ຕໍ່​​ເພື່ອ​ສົ່ງນັກ​ທ່ອງ​ທ່ຽວ​ຜູ້​ໃຈ​ບຸນ​ໃຈ​ກຸສົນ​​ໄປ​ຍັງ​ເຂດ​ຫ່າງ​ໄກ​ສອກຫລີກ ​​ແນ​ໃສ່​ສ້າງຄວາມ​ເບິ​ກບານ​ມ່ວນ​ຊື່ນ​ໃຫ້​ແກ່​ປະຊາຊົນ​ຜູ້​ທຸກ​ຍາກ. ດ້ານ​ອື່ນ, ​ເຂົາ​ເຈົ້າ​ກໍ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ບັນດາ​ລາຍການ​ທ່ອງ​ທ່ຽວຄື​ແນວ​ນີ້​ຈະ​ສ້າງຄວາມ​ປະ​ທັບ​ໃຈ​ທີ່​ດີ​ໃນ​ປະຊາ​ຄົມ.  ອ້າຍ ຟ້າ​ມຕຽນ​ຢູ໋ງ ຜູ້ອຳ​ນວຍ​ການ​ບໍລິສັດ Golden Tour ​ໃຫ້​ຮູ້​ວ່າ:

        “ຜ່ານ​ບັນດາ​ລາຍການ​ທ່ອງ​ທ່ຽວ ພວກ​ຂ້າພະ​ເຈົ້າ​ຢາກ​ຮຽກຮ້ອງ​ນັກ​ທ່ອງ​ທ່ຽວ​ ​ກໍ່​ຄື​ໝູ່​ເພື່ອນ​ຂອງ​ເຂົາ​ເຈົ້າປະກອບສ່ວນ​​​ເຂົ້າ​ໃນ​ລາຍການ​ ດ້ວຍການ​ມອບ​ປື້​ມ, ອຸປະກອນ​ຮັບ​ໃຊ້​ການ​ຮຽນ​, ມອບ​ໂສ້ງ​ເສື້ອ​ໃຫ້​ແກ່​ນັກຮຽນ​ທີ່​ທຸກ​ຍາກ​ເຂດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ​ແລະ ຕາ​ເວັນ​ຕົກ​ສ່ຽງ​ເໜືອ.”

        ປະຈຸ​ບັນ, ບັນດາ ລາຍການ​ທ່ອງ​ທ່ຽວ​ສົມທົບ​ກັບ​ການ​ກຸສົນ​ໄດ້ດຶງ​ດູດ​ນັກ​ທ່ອງ​ທ່ຽວ​​ເປັນ​ຈຳນວນ​ຫລວງຫລາຍ ຍ້ອນ​ລັກສະນະ​ວັດທະນະທຳ​ມະນຸດ. ​ເມື່ອ​ເຂົ້າຮ່ວມ​ລາຍການ, ​ນັກ​ທ່ອງ​ທ່ຽວ ກໍ່​ນຳ​ເອົາ​ໂສ້ງ​ເສື້ອ​, ປື້​ມ…​ໄປ​ນຳ ​​ເພື່ອ​ມອບ​ໃຫ້​ພວກ​ນ້ອງ​ນ້ອຍ ຫລື ຄອບຄົວ​ທຸກ​ຍາກ. ນອກ​ຈາກ​​ເວລາ​ເຮັດ​ວຽກ​ງານ​ກຸສົນ​ແລ້ວ, ນັກ​ທ່ອງ​ທ່ຽວ​ຍັງ​ມີ​​ໂອກາດ​ໄດ້ເພື່ອ​ຜັກ​ພ່ອນຢ່ອນ​ອາລົມ ​ແລະ ທ່ຽວຊົມ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມອີກ​ດ້ວຍ. ​ເອື້ອຍ ​ແທນ​ເຮືອງ ຜູ້​ທີ່ຫາ​ກໍໄປ​ທ່ອງ​ທ່ຽວ​ ຮ່າ​ຢາງ ​ແບ່ງປັນ​ວ່າ:

        “​ເປັນ​ຄັ້ງ​ທຳ​ອິດ​ທີ່​ໄດ້​ໄປ​ຢ້ຽມຢາມ ຮ່າ​ຢາງ, ຂ້າພະ​ເຈົ້າ​ເຫັນ​ວ່າ ທິວ​ທັດ​ທຳ​ມະ​ຊາດ​ຢູ່​ທີ່​ນີ້​ສວຍ​ງາມ​ຫລາຍ. ​ເມື່ອ​ເຂົ້າ​ບ້ານ​ຂອງ​ຊາວ​ມົ້ງຢູ່ ສູງ​ລ່າ ​ເມືອງ ອຽນ​ມີ​ງ ​ເພື່ອ​ມອບ​ຂອງ​ຂວັນ​ໃຫ້​ເດັກ​ທຸກ​ຍາກ​ຢູ່​ທ່ີ​ນີ້ ຂ້າພະ​ເຈົ້າ​ຮູ້ສຶກ​ຕື້ນ​ຕັນ​ໃຈ​ຫລາຍ. ພາຍຫລັງ​​ການໄປ​ທ່ອງ​ທ່ຽວ​ຄັ້ງນີ້ ຂ້າພະ​ເຈົ້າ​ໝັ້ນ​ໝາຍ​ກັບ​ຕົນ​ເອງ​ວ່າ ຖ້າ​ມີ​ເງື່ອນ​ໄຂ​ຈະ​ເຂົ້າຮ່ວມ​ລາຍການ​ທ່ອງ​ທ່ຽວ​ສົມທົບ​ກັບ​ການ​ກຸສົນຄື​ແນວ​ນີ້​ຫຼາຍກວ່າ.”

        ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ກໍ​ປາດ​ຖະຫນາວ່າ ດ້ວຍ​ຮູບ​ການທ່ອງທ່ຽວ​ໃຫມ່ນີ້ ຈະ​ນຳ​ມາ​ເຊິ່ງຄຸນ​ປະ​ໂຫຍ​ດ​ໃຫ້​ແກ່​ວົງ​ຄະນາ​ຍາດ ​ແລະ ນັບ​ມື້​ນັບ​ມີ​ຜູ້​ເຂົ້າ​ຮ່ວມ​ຫລາຍ​ກວ່າ. ດ້ວຍ​ຄວາມ​ໝາຍ​ວັດທະນະທຳ​ມະນຸດ​ທີ່​ດີງາມ​ນີ້, ຈະ​ມີບໍລິສັດ​ທ່ອງ​ທ່ຽວ​ຫລາຍ​ແຫ່ງ​​ສ້າງ​ລາຍກາ​ນ​ທ່ອງ​ທ່ຽວ​ສົມທົບ​ກັບ​ການ​ກຸສົນຄື​ແນວ​ນີ້, ​ເພາະວ່າ ມັນ​ບໍ່​ພຽງ​ແຕ່​ປະກອບສ່ວນ​ສ້າງ​ຄວາມ​ເລັກສະນະ​ຫລາຍ​ຮູບ​ຫລາຍ​ແບບ, ດູດ​ດື່ມ​​ໃຫ້​ແກ່​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ເທົ່າ​ນັ້ນ ຫາກ​ຍັງ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ແທດ​ຈິງ​ໃຫ້​ແກ່​ວົງ​ຄະນະ​ຍາດ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ