ລາຍການທ່ອງທ່ຽວຮັບຟັງຂັບລຳພື້ນເມືອງເຫ້ວ ລ່ອງເຮືອລຽບຕາມແມ່ນ້ຳເຮືອງ

(vovworld)- ​ເມື່ອ​ໄປຢ້ຽມຢາມ​ນະຄອນ ​ເຫ້ວ, ນອກຈາກ​​ໄດ້​ເຂົ້າ​ຢ້ຽມ​ຊົມ​ບັນດາ​ສຸສານ​​ໃນສະ​ໄຫມ​ລາຊະວົງ ຫງວຽນ​ແລ້ວ ​ຖ້າ​ຫາກ​ນັກ​ທ່ອງ​ທ່ຽວ​ຜູ້​ໃດບໍ່​ທັນ​ໄດ້​ຂີ່​ເຮືອ​ລ່ອງ​ລຽບຕາມແມ່​ນ້ຳ ​ເຮືອງ ​ແລະ ​ຮັບ​ຟັງ​ຂັບ​ລຳພື້ນ​ເມືອງ​ກ່ຽວ​ກັບ​ນະ​ຄອນ​ເຫ້ວ ກໍ່​ມີໝາຍຄວາມ​​ເຊັ່ນ​ດຽວ​ກັນວ່າ ນັກ​ທ່ອງ​ທ່ຽວ​ຜູ້​ນັ້ນຍັງບໍ່​ທັນ​ມາ​ຮອດ ​ເຫ້ວ​ເທື່ອ. ​ເພາະວ່າ ​ຂັບ​ລຳ​ພື້ນ​ເມືອງ​ເຫ້ວ​ແມ່ນ​ຮູບ​ການ​ສິລະ​ປະ​ທີ່​​ເປັນ​ເອກະລັກ​ສະ​ເພາະ​ໃນ​ໄລຍະ​ຫນຶ່ງ​ຂອງວົງ​ການ​ນັກ​ປະພັນ​ວັນນະຄະດີ ຫລື​ກາບກອນ​ຢູ່ກຸງ​ເກົ່າ​ເຫ້ວ. ນັບ​ແຕ່​ເມື່ອ​ການທ່ອງທ່ຽວ ​ເຫ້ວ ​ເລີ່ມພັດທະນາ, ​ຂັບ​ລຳພື້ນ​ເມືອງ​ເຫ້ວ​ໄດ້​ນຳມາ​​ສະ​ແດງ​ຢູ່​ເທິງ​ເຮືອ​ລ່ອງ​ລຽບຕາມແມ່​ນ້ຳ​ເຮືອງ​ເພື່ອ​ໃຫ້​ແຂກ​ທ່ອງ​ທ່ຽວ​ໄດ້​ຮັບ​ຟັງ​ສຽງຂັບ​ລຳ​ພື້ນ​ເມືອງ, ​ເຮັດ​ໃຫ້​ຮູບ​ການທ່ອງ​ທ່ຽວນີ້​ກາຍ​ເປັນ​ການບໍລິການ​ພິ​ເສດ​ຂອງ​ເຫ້ວ.

ລາຍການທ່ອງທ່ຽວຮັບຟັງຂັບລຳພື້ນເມືອງເຫ້ວ ລ່ອງເຮືອລຽບຕາມແມ່ນ້ຳເຮືອງ - ảnh 1

ກອງສິປະລະກອນຂັບເພງພື້ນເມືອງເຫ້ວ

ພາບ: nhanhac.com.vn

        ປະຈຸ​ບັນ, ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ໄດ້​ຈັດ​ຕັ້ງລາຍການ​ທ່ອງ​ທ່ຽວ​ຮັບ​ຟັງ​ຂັບ​ລຳ​ພື້ນ​ເມືອງ​ເຫ້ວຢູ່​ແມ່​ນ້ຳ​ເຮ​ືອງ​ ​ຢ່າງ​ຊຳນານ​ງານ ​ແລະ ມີ​ຄຸນ​ນະພາ​ບ​. ​ນັກ​ທ່ອງ​ທ່ຽວ​ແຕ່ລະຄົນ​ເມື່ອ​ເຂົ້າ​ຮ່ວມ​ລາຍການ​ນີ້ , ເສຍ​ເງິນປະມານ 150.000 ດົ່ງ/ຄືນ ​ ​ກໍ​ຈະໄດ້​ຢ້ຽມ​ຊົມ​ທິວ​ທັດ​ທຳ​ມະ​ຊາດແມ່​ນ້ຳ​ເຮືອງ ​ແລະໄດ້​ຮັບ​ຟັງ​​​ຂັບ​ລຳພື້ນ​ເມືອງ​ເຫ້ວທີ່​ດູດ​ດື່ມ​ໃຈ.

        ​ເລື່ອງຮັບ​ຟັງ​ຂັບ​ລຳ​ພື້ນ​ເມືອງ​​ເຫ້ວ ​ແຕ່​ດົນ​ນານ​ມາ​ແລ້ວ​ໄດ້​ກາຍ​ເປັນ​ອາຫານ​ທາງ​ດ້ານ​ຈິດ​ໃຈຂອງ​ບໍ່​ວ່ານັກ​ທ່ອງ​ທ່ຽວຜູ້​ໃດ​ເມື່ອ​ມາ​ຢ້ຽມ​ຢາມ​ນະຄອນ​ເຫ້ວ. ຮອດຍາມ​ກາງ​ຄືນ​ຢູ່​ນະຄອນ​ເຫ້ວ​​ ກໍ​ແມ່ນ​​ຈຸ​ດ​ເວລາ​​ເຮືອ​ລຳ​ຕ່າງໆ​ອອກ​ຈາກ​ທ່າ​​​ເຮືອ ​ລ່ອງຕາມ​ແມ່​ນ້ຳ​ເຮືອງ. ​ເມື່ອ​​ໄປ​ຮອດ​ກາງ​ລຳ​ແມ່​ນ້ຳ, ນາຍເຮືອຈະ​ມອດ​ຈັກ​ເພື່ອປ່ອຍ​ໃຫ້​ເຮ​ືອລອຍ​ຕາມ​ກະ​ແສ​ນ້ຳ​ໃນ​ທ່າມກາງ​ບັນຍາກາດ​ຄຳ່​ຄືນ​ທີ່​ເພີ່ນ​ຈິດ.

ນັກ​ຮ້ອງ 5 ຄົນ ​ພ້ອມ​ກັບ​ນັກ​ເສບ​ດົນຕີ 3 ຄົນ ນຸ່ງ​ຊຸດ​ອາພອນ​ພື້ນ​ເມືອງອອກ​ມາຂ່ຳ​ນັບ ​ແລະ ທັກ​ທາຍ​ສະບາຍດີ​​ແຂກທ່ອງ​ທ່ຽວ ​ແລ້ວ, ລາຍການ​ຂັບ​ລຳເພງ​ພື້ນ​ເມືອງ​ເຫ້ວ​ເລີ່​ມຕົ້ນ.

ລະຫວ່າງ​ບັນຍາກາດ​ສະຫງົບ​ງຽບ​ຂອງ​ຄຳ່​ຄືນ, ສຽງພິນຊະນິດ​ຕ່າງໆໄດ້ປະສານ​ກັນ​ສ້າງ​​ເປັນ​ບັນດາ​ບົດ​ດົນຕີມ່ວນ​ທີ່​ສຸດ. ດົນຕີ​​ໃນລາຊະ​ວັງ​ເຫ້ວ 4 ບົດ ​ນຳ​ສະ​ແດງນັ້ນ​ໄດ້​​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວຮູ້ສຶກ​ວ່າ​ຕົນ​ເອງ​ໄດ້​ຫວນ​ຄືນ​ໄລຍະ​ກ່ອນນີ້. ​ຂັບ​ລຳ​ພື້ນ​ເມືອງ​ເຫ້ວ​ເຕັມ​ໄປ​ດ້ວຍ​ສີສັນຂອງ​ນະຄອນ​ເຫ້ວ, ບໍ່​ພຽງ​ແຕ່​ດູດ​ດື່ມ​​ໃຈ​ນັກ​ທ່ອງ​ທ່ຽວຍ້ອນ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ມັນ, ຮ​ູບ​ພາບ​ ແມ່​ນ້ຳ​ເຮືອງ​ຢາງ​ ທີ່​ສວຍ​ງາມ​ເທົ່າ​ນັ້ນ ຫາກ​ບັນດາ​ນາງ​ສາວ​ເຫ້ວ ດ້ວຍ​ຄຳ​ເວົ້າ​ທີ່​ອ່ອນ​ຊອນ, ນຸ່ງຊຸດ​ອາພອນ​ພື້ນ​ເມືອງ​ທີ່​ສວຍ​ງາມ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວອີກ​ດ້ວຍ.

ລາຍການທ່ອງທ່ຽວຮັບຟັງຂັບລຳພື້ນເມືອງເຫ້ວ ລ່ອງເຮືອລຽບຕາມແມ່ນ້ຳເຮືອງ - ảnh 2
ແມ່ນ້ຳເຮືອງ ຢູ່ ນະຄອນ ເຫ້ວ
ພາບ:internet

        ປະຈຸ​ບັນ, ​ແຕ່ລະ​ຄຳ່​ຄືນມີ​ວິ​ສາ​ຫະກິດ 13 ​ແຫ່ງ ດ້ວຍ ​ເຮືອ​ທ່ອງ​ທ່ຽວ​ກວ່າ 100 ລຳ ພ້ອມ​ກັບນັກ​ສິລະ​ປິນ 400 ຄົນທີ່​ເຂົ້າ​ຮ່ວມ​ລາຍການ​ສະ​ແດງ​ຂັບ​ລຳພື້ນ​ເມືອງ​ເຫ້ວ ​ບົນ​ແມ່​ນ້ຳ​ເຮືອງ. ​ໃນຈຳນວນສິລະ​ປິ​ນດັ່ງກ່າວ ​ເຂົາ​ເຈົ້າ​ສ່ວນ​ຫລາຍ​ແມ່ນ​ເຮັດ​ວຽກ​ຢູ່​ໂຮງ​ລະຄອນ​ໃດ​ຫນຶ່ງ ຫລື​ກອງ​ສິລະ​ປະກອນ​ຂອງ​ແຂວງ​ເທື່ອ​ທຽນ​ເຫ້ວ,​ ​ໃນ​ນັ້ນ​ ບາງ​ຄົນ ມີ​ນ້ຳສຽງ​ດີ, ຮອ້ງ​ເພງ​ມ່ວນ​ກໍ​ໄດ້​ຮັບ​ເຂົ້າ​ກອງ​ສິລະ​ປະ​ດັ່ງກ່າວ. ນາງ ​ໂຕນ​ຫນືທິຮວາ, ຫົວຫນ້າ​ຫນ່ວຍ​ຂັບ​ລຳພື້ນ​ເມືອງ​ເຫ້ວ ​ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ສະ​ໂມ​ສອນຊຶ່ງບັນດາ​ຜູ້​ນິຍົມ​ເພງ​ພື້ນ​ເມືອງ​ເຫ້ວຈັດ​ຕັ້ງ​ເອງ ​ແລະ     ​​ໄປເຮັດ​ວຽກ​ເພີ່ມ, ນອກຈາກ​ວຽກ​ງານ​ປະຈຳ​ວັນ. ​ໄປ​ຮ້ອງ​ເພງ​ຄື​ແນວ​ນີ້​ກໍ​ບໍ່​ຫຍຸ້ງຍາກ​ລຳບາກ ມີ​ແຕ່​ຮູ້ສຶກ​ວ່າ ​ເມົາ​ມົວ​ກັບອາຊີບ, ຮັກ​ຊີ​ວິດກວ່າ.”

        ບັນດາ​ບົດ​​ຂັບ​ລຳພື້ນ​ເມືອງ​ເຫ້ວ​ແມ່ນ​ເຕັມ​ໄປ​ດ້ວຍ​ສີສັນ​ຂອງ​ທ້ອງ​ຖິ່ນ ຂອງ​ກຸງ​​ເກົ່າ​​ເຫ້ວ ​ແມ່ນ​ມີ​ຄວາມ​ໃກ້ຊິດ​ສະຫນິດສະຫນົມ. ນັກ​ຮ້ອງ​ແທນ​ເວີນ ​ຜູ້​ທີ່​ເຂົ້າ​ຮ່ວມ​ການ​​ຂັບ​ລຳ​ພື້ນ​ເມືອງ​ເຫ້ວ​ຢູ່​ແມ່ນ້ຳ​ເຮືອງ ມາ​ເປັນ​ເວລາ​ກວ່າ 10 ປີ ​ແລ້ວ ​ໃຫ້​ຮູ້​ວ່າ: ​ເຖິງ​ວ່າ​ລາຍ​ຮັບ​ຈາ​ກການ​ຂັບ​ຮ້ອງໃນ​ແຕ່​ລະ​ຄຳ່​ຄືນກໍ່​ບໍ່​ຫລາຍ ​ແຕ່​ຍ້ອນ​​ເມົາ​ມົວ​ກັບ​ອາຊີບ ສະ​ນັ້ນ ນາງ​ເອງ ​ແລະ ​ເພື່ອນ​ຮ່ວມ​ງານ​ຍາມ​ໃດ​ກໍ​ພະຍາຍາມ​.

        ​ເຖິງ​ວ່າ ບັນດາ​ນັກ​ຮ້ອງ​ລ້ວນ​ແຕ່​ປະກອບອາຊີບ​ນີ້​​ໃນ​ເວລາ​ຫນ້ອຍ​ສຸດ​​ແຕ່ 3 - 5 ປີ​ກໍ​ຕາມ, ​ແຕ່​ສຳລັບ​ເຂົາ​ເຈົ້າ​ແລ້ວ ຮຽນ​ເອົາ​ບົດ​ເພງ​ໃຫມ່ ​ແລະ ຝຶກ​ແອບ ​ແມ່ນ​ວຽກ​ງານ​ປະຈຳ​ວັນ​ບໍ່​ອາດ​ຂາດ​ໄດ້. ​ແທນ​ຕູ໋ ນັກ​ຮ້ອງ​ຜູ້​ຫນຶ່ງ​​ໃຫ້​ຮູ້​ວ່າ: ຖ້າ​ເປັນ​ນັກ​ຮ້ອງຄົນ​ຫນື່ງ​ຕ້ອງ​ຂັບ​ລຳ​ທຳ​ເພງ​ຂອງ​ເຫ້ວໄດ້ຫລາຍຫລາຍ​ທຳນອງ​ ​ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ. ນາງ ຕູ໋ ​ເວົ້າ​ວ່າ:

        “​​ໄປ​ຂັບ​ຮ້ອງ​ຄື​ແນວ​ນີ້ ສິ່ງ​ສຳຄັນ​ທີ່​ສຸດ​ຕ້ອງ​ເມົາ​ມົວ​ກັບ​ວຽກ​ງານ, ຮູ້ສຶກ​ປະ​ທັບ​ໃຈ​ເມື່ອ​ຂັບຮ້ອງ​ບົດ​ເພງ​ນັ້ນ ​ແລະ ຖື​ວ່າ ນີ້​ແມ່ນ​ຊີວິດ​ຂອງ​ຕົນ ນອກ​ຈາກ​ເປັນ​ການສ້າງ​ລາຍ​ຮັບ. ກ່ອນ​ທີ່​ຈະໄປ​ຂັບ​ຮ້ອງ ພວກ​ຂ້າພະ​ເຈົ້າ​ຕ້ອງ​​ເຂົ້າຮຽນ​ຢູ່​ບັນດາ​ໂຮງຮຽນ, ຊຸດ​ຮຽນ. ”

        ປະຈຸ​ບັນ ຍ້ອນ​ຄວາມ​ຕ້ອງການ​ຮັບ​ຟັງ​ຂອງ​ຜູ້​ຟັງ, ບັນດາ​ນັກ​ຮ້ອງ​​ເຄີຍນຳ​ເອົາ​ບົດ​ເພງ​ກ່ຽວ​ກັບ​ເຫ້ວ​ຄື: ຝົນຕົກ​ຢູ່​ນະຄອນ​ເຫ້ວ, ​ເຫ້ວທີ່​ຮັກ​ແພງ, ມາ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ. ສະ​ນັ້ນ ລາຍການ​ທ່ອງ​ທ່ຽວ​ຮັບ​ຟັງ​ເພງ​ພື້ນ​ເມືອ​ເຫ້ວ ​ຍິ່ງ​ສ້າງ​ຄວາມ​ປະ​ທັບ​ໃຈ​ຫລາຍ​ຢ່າງ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ ​ແລະ ທຸກ​ຄົນ​ກໍ​ຫວັງ​ວ່າ ຈະ​ມີ​ໂອກາດ​ກັບ​ຄືນ​ເຂດ​ດິນ​ແດນ​ທີ່​ສວຍ​ງາມ​ນີ້​ອີກ​ຄັ້ງ​ຫນຶ່ງ​ເພື່ອ​ໄດ້​ຮັບ​ຟັງ​ຂັບ​ລຳ​ພື້ນ​​ເມືອງ​ທີ່​ອ່ອນ​ຊອນ​ຂອງ​ກຸງ​ເກົ່າ​ເຫ້ວ.

       



ຕອບກັບ

ຂ່າວ/ບົດ​ອື່ນ