ລາຍການທ່ອງທ່ຽວຮັບໃຊ້ຊາວຫວຽດນາມອາໄສຢູ່ຕ່າງປະເທດ

​ເມື່ອ​ໂອກາດ​ບູນ​ເຕັດ (ໝາຍ​ເຖິງ​ບຸນປີ​ໃໝ່​ປະຈຳ​ຊາດ), ລະ​ດູບານ​ໃຫມ່​ວຽນ​ມາ, ພໍ່​ແມ່​ພີ່ນ້ອງຊາວ​ຫວຽດນາມ ອາ​ໄສ ຢູ່ ຕ່າງປະ​ເທດກໍ່ພາກັນ​ກັບ​ຄືນ​ເມືອ​ປະ​ເທດ. ​​ເພື່ອເຂົ້າຮ່ວມ​ບັນຍາກາດ​​ຄຶກຄື້ນ​ມ່ວຍຊື່ນ​ຂອງບຸນ​ເຕັດ, ນັບ​ທັງ​ຖື​ເປັນ​​ໂອກາດ​ເພື່ອໄປ​ຢ້ຽມ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍສົດ​ງົດ​ງາມ​ຂອງ​ບ້ານ​ເກີດ​ເມືອງ​ນອນ. ​ໂດຍກຳ​​ແຫນ້ນ​ຄວາມ​ຕ້ອງການ​ນີ້,​ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ຫຼາຍລາຍການ​ທ່ອງ​ທ່ຽວ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ພໍ່​ແມ່ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ.

        ນະຄອນ​ໂຮ່ຈິ​ມີນ ​ແມ່ນ​ສະຖານ​ທີ່​ຕ້ອນຮັບ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າ​ງປະ​ເທດ​ກັບ​ເມືອ​ຕ້ອນຮັບ​ບຸນ​​ເຕັດຫລາຍທີ່​ສຸດ. ນອກຈາກ​ຄວາມ​ຕ້ອງການ​​​​ກັບເມືອຢື້​ຢາມຖາມ​ຂ່າວຍາດຕິ​ພີ່ນ້ອງ ​ພາ​ຍຫລັງ​ທີ່​ໄດ້ພັດ​ພາກ​ຈາກ​ກັນ​ມາ​ເປັນ​ເວລາ​ຫລາຍ​ປີແລ້ວ, ​ເຂົາ​​ເຈົ້າ​ຍັງ​ໄປ​ທ່ຽວຊົມ​ບັນດາ​ທັດສະນີ​ຍະ​ພາບທີ່​ສວບ​ງາມ​ອີກ​ດ້ວຍ. ລາຍການ​ທ່ອງ​ທ່ຽວ​ໄລຍະ​ສັ້ນ​ຄື: ນະຄອນ ​ໂຮ່ຈິ​ມີນ - ​ເຈົາດົກ - ອາ​ນຢາງ ຫລື ນະຄອນ ​ໂຮ່ຈິ​ມີນ - ຟູກ​ວັກ, ນະຄອນ ​ໂຮ່ຈິ​ມີນ - ກົນ​ດ໋າວ ແມ່ນ​ບັນດາ​ລາຍການ​ທ່ີ​ພໍ່​ແມ່​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ເລືອກ​ເຟັ້ນຫລາຍ​ກວ່າ​ໝູ່. ທ່ານ ຫງວຽນ​ເທ໋ວີ​ງ, ຮອງ​ຜູ້ອຳນວຍການ ບໍລິສັດ​ທ່ອງ​ທ່ຽວ Saigontourist ​ໃຫ້​ຮູ້​ວ່າ: ​​ໃນແຕ່ລະ​ປີ ຈຳນວນ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປ​ະ​ເທດກວມ​ປະມານ 20-30% ຈຳນວນ​ແຂກ​ທ່ອງ​ທ່ຽວ​ຂອງ​ບໍລິສັດ.

        “​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປ​ະ​ເທດ ນັກທ່ອງທ່ຽວຈຸດ​ສຸມ​ຂອງ Saigontourist.​ ​ເຄື່ອງໝາຍ​ການ​ຄ້າ​ ​ຂອງ Saigontourist​​ ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປ​ະ​ເທດແລ້ວ.​ ສະ​ນັ້ນ, ບັນດາ​ລາຍການ​ທ່ອງ​ທ່ຽວ​​ທາງໄກ​ຄື ລົງ​​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ​ເຈົາດົກ, ຟູກ​ວັດ, ອານ​ຢາງ ຫລື ​ໄປ​ດາລາ​ດ,​ ດາ​ຫນັງ, ​ເຫ້ວ, ຮ່າ​ໂນ້ຍນັ້ນ ​​ມີ​ນັກ​ທ່ອງ​ທ່ຽວ​​ເຊິ່ງ​ແມ່ນຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປ​ະ​ເທດ​ເຂົ້າ​ຮ່ວມ​ຫຼາຍ​ພໍ​ສົມຄວນ. ​ແລະ ​ເມື່ອ​​ໄປ​ທ່ອງ​ທ່ຽວເຂົາ​ເຈົ້າມັກ​ເຊີນຍາດຕິພີ່ນ້ອງ​ໄປນຳ, ສະ​ນັ້ນ ບາງ​ເທື່ອ​ໃນ​ຖ້ຽວ​ຫນຶ່ງ ​ໄດ້ມີ​ແຂກ​ທ່ອງ​ທ່ຽວມາ​ຈາກ 5 ທະວີບ ຄື: ອົດ​ສະ​ຕາ​ລີ, ອາ​ເມ​ລິ​ກາ,​ກາ​ນາ​ດາ, ​ເຢຍລະ​ມັນ.. “

        ຕາມ​ທ່ານ ວີ​ງ​ແລ້ວ, ຈຳນວນ​ ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປ​ະ​ເທດ ​ເຄີຍ​ເຂົ້າ​ຮ່ວມ​ບັນດາ​ລາຍການ​ທ່ອງ​ທ່ຽວທົ່ວ​ໄປ​ທີ່ຮັບ​ໃຊ້ໃຫ​້​ແກ່ໝົດ​ທຸກ​ຄົນ. ​​ເພາະວ່າເຂົາ​ເຈົ້າ​ຢາກ​ເຈືອ​ຈານ​​ເຂົ້າ​ກັບເຂົ້າ​ກັບ​ທຸກ​ຄົນ. ​ເພື່ອ​ເຂົ້າ​​ໃຈກ່ຽວ​ກັບ​ຊີວິດ​ການ​ເປັນ​ຢູ່, ​ແລະ​ການ​ພັດທະນາ​ຂອງ​ຫວຽດນາມ​ໄດ້ຢ່າງ​ເລິກ​ເຊິ່ງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເພື່ອ​ຮັບປະກັນ​ໃຫ້​​ການ​​ໄປທ່ຽວຊົມ​ທັດສະນີ​ຍະ​ພາບ​ສຳ​ເລັດ​ຜົນ ທາງ​ບໍລິສັດ​ພວກ​ຂ້າພະ​ເຈົ້າ​​ໄດ້ເອົາ​ໃຈ​ໃສ່​ເຖິງ​ຄຸນ​ນະພາ​ບຂອງ​ຜູ້ນຳ​ທ່ຽວ.

        “​ເຂົາ​ເຈົ້າ​ໄປ​ທ່ຽວ​ເພື່ອ​ຢາກ​ເຈືອ​ຈານ​​ເຂົ້າກັບ​ທຸກ​ຄົນ ສະ​ນັ້ນ ການ​ເບິ່ງ​ແຍງ​ດູ​ແລ​ນັກ​ທ່ອງ​ທ່ຽວ​ກໍ່​ຄື​ກັນ. ​ສະ​ນັ້ນ, ຜູ້ນຳ​ທ່ຽວ​ຕ້ອງໄດ້​ຮັບ​ການ​ບຳລຸງ​ສ້າງ​ຢ່າງ​ລະອຽດ​ ເພື່ອ​ເຂົ້າ​ໃຈ​ໄດ້​ຄວາມ​ນິຍົມ​, ຄວາມ​ຊິນ​ເຄີຍຂອງ​ນັກ​ທ່ອງ​ທ່ຽ​ວ, ​ໃນ​ການກິນ​, ດື່ມ ຫລື ຊອກ​ຮູ້​ວັດທະນະທຳ, ງານ​ບຸນ​ຕ່າງໆ, ​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ຂອງ​​ເຂົາ​ເຈົ້າ“

        ​ໃນ​ໄລຍະ​ຜ່ານ​ມາ, ບໍລິສັດ​ຫຸ້ນ​ສ່ວນ​ທ່ອງທ່ຽວ Thanh Nien (ຊາວ​ຫນຸ່ມ) ນະຄອນ ​ໂຮ່ຈິ​ມີນ ກໍ​ ​ໄດ້ຮັບ​ສ​ັ່ງຈ່ອງ​ລາຍການ​ທ່ອງ​ທ່ຽວຫຼາຍ​ລາຍການ​ຈາກຊາວ​ຫວຽດນາມ​ອາ​ໄສ​ຢູ່​ປ​ະ​ເທດ ຕ່າງໆ ​ໃນ​ໂອກາດ​ບັນ​ປີ​ໃຫມ່​ປະຈຳ​ຊາດ.​ ທ່ານ ​ເລ​ວັນ​ຮຸ່ງ ຜູ້ອຳນວຍການ​ບໍລິສັດ​ຫຸ້ນສ່ວນ​ທ່ອງ​ທ່ຽວ ຊາວ​ຫນຸ່ມ ​ໃຫ້​ຮູ້​ວ່າ:

        “ບາງ​ເທື່ອມີ​ ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປ​ະ​ເທດຫລາຍ​ຄອບຄົວ ກັບ​ເມືອ​ປະ​​ເທດ​ນັບ​ເປັນ​ເດືອນ, ​ເຂົາ​ເຈົ້າ​ໄປ​ຢ້ຽມຢາມ ຍາ​ຈາງ, ​ເຫວ້ ​ແລະ ຮ່າ​ໂນ້ຍ.​​ ໃນ​ປີ​ນີ້ ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປ​ະ​ເທດເຂົ້າ​ຮ່ວມ​ລາຍການ​ທ່ອງ​ທ່ຽວ​ຂອງ​ພວກ​ເຮົາ ກວມປະມານ 20 - 25%​ . ​ລາຍການ​ທ່ອງ​ທ່ຽວ ຟານ​ທຽດ ​ໃນ​ເວລາ2 ວັນ, ພັກຜ່ອນ​ຢູ່​ໂຮງ​ແຮມ 3 ດາວ ​ແມ່ນມີ​ລາ​ຄາ 1.4 ລ້ານ/ ຄົນ.​​ ໄປ​ນີງຈື້ 3 ວັນ ມີ​ລາ​ຄາ​​ເກືອບ 2 ລ້ານ/ຄົນ,​ ຍາ​ຈາງ ​ແມ່ນ 2.6 ລ້ານ/ຄົນ, ສ່ວນ​ໄປ​ຢ້ຽມຢາມ ດາລາ​ດ​ແມ່ນ 1.8 ລ້ານ/ຄົນ.“

ລາຍການທ່ອງທ່ຽວຮັບໃຊ້ຊາວຫວຽດນາມອາໄສຢູ່ຕ່າງປະເທດ - ảnh 1

ພໍ່ແມ່ຊາວຫວຽດນາມອາໄສຢູ່ຕ່າງປະເທດເຂົ້າຮ່ວມ“ລາຍການບຸນປີໃໝ່ຢູ່ບ້ານເກີດເມືອງນອນ


        ປີ​ນີ້ ລາຄາ​ກ​ໍ່​ເພ​ີ່ມຂຶ້ນ ສະ​ນັ້ນ ລາຍການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ກໍ​ເພີ່ມ​ຂຶ້ນ​ແຕ່ 15 -20%. ​ເຖິງ​ວ່າ ລາຄາ​ເພີ່ມ​ຂຶ້ນ ​ແຕ່​ຈຳນວນ​ນັກ​ທ່ອງ​ທ່ຽວຈົດ​ທະບຽນ​ເຂົ້າ​ຮ່ວມ​ລາຍການ​ກໍ່​ບໍ່​ຫລຸດ​ລົງ​ເມື່ອ​ທຽບ​ໃສ່​ປີ​ກ່ອນ​ເທື່ອ. ຕາມ​ທ່ານ ຮຸ່ງ​ແລ້ວ, ຄວາມ​ຕ້ອງການ​​ໄປທ່ຽວຊົມ​ທັດສະນີ​ຍະ​ພາບ, ພິ​ເສດ ​ແມ່ນ​ບັນດາ​ລາຍການ​ທ່ອງ​ທ່ຽວ​ດ້ານຈິດ​ວີນຍານ ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປ​ະ​ເທດ​ທີ່​ສຸດ.

        “​ລາຍການທ່ອງທ່ຽວຟານ​ທຽດ 2 ວັນ,​ ນີງຈື້ 3 ວັນ,​​ ​ເຈົາດົກ, ຮ່າ​ຕຽນ 3 ວັນ, ຟູກ​ວັກ 3 ວັນ, ດາລາດ - ​ເຫ້ວ- ຮ່າ​ໂນ້ຍ 4ວັນ ,​ ລາຍການ ທ່ອງ​ທ່ຽວ ຍາ​ຈາງ - ດາລາ​ດ, ​ເຫ້ວ 5ວັນ, ຮ່າ​ໂນ້ຍ ​6 ວັນ. ການ​ເດີນທາງ​ກໍ່​ຄ້າຍຄື​ຊຸມປີ​ກ່ອນ ​ແຕ່​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ພັດ​ປ່ຽນ​ແປງ ​ແລະ ​ເພີ່ມ​ເຕີມ. ​​ໂອກາດ​ນີ້ ພໍ່​ແມ່ນ​ປະຊາຊົນ​ມັກນຸ່ງ​ໂສ້ງ​ເສື້ອ​ງາມ​ເພື່ອ​ໄປ​ທ່ອງ​ທ່ຽວ, ສະ​ນັ້ນ ທາງ​ບໍລິສັດ​ບໍ່​ສາມາດ​ຈັດ​ຕັ້ງ​ລາຍການ​ທ່ອງ​ທ່ຽວ​ຄື​ໃນ​ລະດູ​ຮ້ອນ​ໄດ້.“

        ລາຍການ​ທີ່​ດືງດູດ​ນັກ​ທ່ອງ​ທ່ຽວ​ເຂົ້າຮ່ວມ​ຫລາຍ​ທີ່​ສຸດ​ໃນ​ລະດູ​ນີ້ ​ແມ່ນ​ລາຍການ​ທ່ອງ​ທ່ຽວ​ເຫນືອ ​​- ​ໃຕ້, ​ໄປ​ຄົ້ນ​ຫາ​ທຸກ​ແຫ່ງ​ຂອງ​ປະ​ເທດ​ຊາດ.​​ໂດຍ​ກຳ​​ໄດ້ຄວາມປະສົງ​ຂອງນັກ​ທ່ອງ​ທ່ຽວ​​ແມ່ນ​ຢາກ​ຊອກ​ຮູ້, ຄົ້ນ​ຫາ​ບ້ານ​ເກີດ​ເມືອງ​ນອນ.​ ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ຄື: Fiditiur, ​​​ເບ​ນ​ແທ່ນ tourist, Nimbus, Festival ລ້ວນ​​ແຕ່​ຈັດ​ລາຍການ​ທ່ອງ​ທ່ຽວ​ເຫນືອ - ໃຕ້ ຕ້ອນຮັບ​ລະດູບານ​ໃຫມ່​ ດ້ວຍ​ລາຍການ​ແກ່ຍາວ​​ແຕ່15 -18 ວັນ. ​​ເມື່ອ​ເຂົ້າ​ຮ່ວມ​ລາຍການ​ນີ້, ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ເຈືອ​ຈານ ​ແລະ ​​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ບັນຍາກາດ ​ແລະ ​ປະ​ເພນີ​ຕ້ອນຮັບ​ບຸນ​ປີ​ໃໝ່​ປະຈຳ​ຊາດ​ຂອງ​ປະຊາ​ຊົນ​ຢູ່​ທັງ 3 ພາກ​ຂອງ​ປະ​ເທດ​ຊາດ/.

 

ລານແອງ


ຕອບກັບ

ຂ່າວ/ບົດ​ອື່ນ