ລາຍການທ່ອງທ່ຽວແມ່ນ້ຳແດງໃນເວລາມື້ຫນຶ່ງ

(vovworld) - ປະຈຸ​ບັນ, ມີຫລາຍ​ຄົນ​ເລືອກ​ເຟັ້ນລາຍການ​ທ່ອງ​ທ່ຽວ​​ແມ່​ນ້ຳ​ແດງໃນ​ເວລາ​ມື້ຫນຶ່ງ.​ ເພາະວ່າ ລາຍການ​ນີ້​ບໍ່​ຕ້ອງ​ເສຍ​ເວລາ​ຫລາຍ​ແຕ່​ນັກ​ທ່ອງ​ທ່ຽວ​ໄດ້​ໄປຢ້ຽມ​ຢາມ​ໝູ່​ບ້ານ​ຢູ່ບໍລິ​ເວນ​​ແຄມ​ຝັ່ງ​ແມ່​ນ້ຳ​ແດງ​, ​ໄດ້​ເຫັນ​ປະຈັກ​ຕາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ດຳລົງ​ຊີວິດ​ລຽບ​ຕາມ​ສອງ​ຟາກ​ແມ່​ນ້ຳ, ພ້ອມ​ທັງ​ໄດ້​ຢ້ຽມ​ຢາມ​ບັນດາ​ວິຫານ​ທີ່​ເກົ່າ​ແກ່​ແຕ່​ສັກກະ​ລະບູຊາກໍ​ຄື​ໄດ້​ເຈືອ​ຈານ​​ເຂົ້າກັບ​ທຳ​ມະ​ຊາດ​ທີ່​ສວຍ​ງາມ ​ແລະ ສະຫງົບ​ງຽບ.


ລາຍການທ່ອງທ່ຽວແມ່ນ້ຳແດງໃນເວລາມື້ຫນຶ່ງ - ảnh 1
ໄປທ່ອງ​ທ່ຽວ​ບົນລຳແມ່ນ້ຳແດງດ້ວຍ​ກຳ​ປັ່ນ
ພາບ:internet

ລາຍການ​ທ່ອງ​ທ່ຽວ​ມື້ຫນຶ່ງ​ບົນ​ລຳ​ແມ່​ນ້ຳ​ແດງ ມີ​ຫລາຍ​ຮູ​ບການ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ເລືອກ​ເຟັ້ນຄື: ​ໄປທ່ອງ​ທ່ຽວ​ດ້ວຍ​ກຳ​ປັ່ນ, ດ້ວຍລົດ​ໂອ​ໂຕ, ລົດຈັກ​ຫລື ລົດ​ຖີບ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ລາຍການ​ທ່ອງ​ທ່ຽວ​ຄົ້ນ​ຫາ​ແມ່​ນ້ຳ​ແດງ​ໃນ​ເວລາ​ມື້ຫນຶ່ງ​ເລີ່​ມຕົ້ນ​ຈາກ​ນະ​ຄອນ​ຫລວງຮ່າ​ໂນ້ຍດ້ວຍ​ກຳ​ປັ່ນ​ແມ່ນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຫລາຍ​ກວ່າ​ໝູ່. ​ເພາະວ່າ ​ເມື່ອ​ເຂົ້າ​ຮ່ວມ​ລາຍການ​ນີ້ ນັກ​ທ່ອງ​ໄດ້​​​ໄປ​ຢ້ຽມຢາມ​ວິຫານ ​ເຢີ​ມ, ວິຫານ ດ້າຍ​​ໂລ້ຢູ່​ເມືອງ ​ເທືອງ​ຕີນ, ວິຫານ ຈືດົ່ງ​ຕື໋ ຢູ່​ເມືອງ ຄວາຍ​ເຈົາ ​ແຂວງ ຮື​ງອຽນ ​ແລະ ສຸດ​ທ້າຍ​ແມ່ນ​ແວ່​ຢາມ​ໝູ່​ບ້ານປັ້ນ​ດິນ​ເຜົາ ບາດ​ຈ່າງ ​ເພື່ອ​ເລືອກ​ຊື້​​ເຄື່ອງ​ປັ້ນດິນ​ເຜົາ​ທີ່​ເປັນ​ເອກ​ະລັກ. ທ່ານ ຫງວຽນ​ຈີ​ແທ່ນ, ຮອງ​ຜູ້ອຳນວຍການ​ບໍລິສັດ​ລົງທຶນ ​ແລະ ພັດທະນາ​ການ​ທ່ອງ​ທ່ຽວ​ແມ່​ນ້ຳ​ແດງ​ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ລາຍການ​ຊຶ່ງ​ນັກທ່ອງ​ທ່ຽວ​​​​ເລືອກ​ເຟັ້ນຫລາຍ​ກວ່າ​ໝູ່. ນັກ​ທ່ອງ​ທ່ຽວ​​ເຂົ້າ​ຮ່ວມ​ລາຍການ​ນີ້​ໄດ້​​ໄປ​ຢ້ຽມຢາມ​ວິຫານ​ຫລາຍ​ແຫ່ງ ຊຶ່ງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຈຸ​ດວັດທະນະທຳ​ຂອງ​ປະຊາຊົນ​ທີ່ດຳ​ລົງ​ຊີວິດ​ຢູ່​ລຽມຕາມ​ແມ່​ນ້ຳ​ແດງ. ນອກ​ນັ້ນ ໝູ່​ບ້ານ​ປັ້ນດິນ​ເຜົາ​ບາດ​ຈ່າງ​ກໍ​ແມ່ນ​ສະຖານ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ.”

        ພາຍຫລັງ​ຂີ່​ກຳ​ປັ່ນ​ເທິງ​ແມ່​ນ້ຳ​ແດງ​ໃນ​ເວລາ 2 ຊົ່ວ​ໂມງ, ຮອດ 9 ​ໂມງ​ເຊົ້າ, ສະ​ຖານ​ທີ່​ທຳ​ອິດ​ນັກ​ທ່ອງ​ທ່ຽວ​ໄດ້​ແວ່​ຢາມ​ແມ່ນ​ວິຫານ​ເຢີ​ມ, ວິຫານ ດ້າຍ​ໂລ້. ​ຫ່າງ​ຈາກ​ນະຄອນ​ບໍ່​ໄກ​ປານ​ໃດ, ບັນຍາກາດຢູ່​ທີ່​ນີ້​​ແມ່ນ​ສະຫງົບ​ງຽບ​ ​ແລະ ຍັງ​ຄົງ​ຮັກສາ​ຈຸດ​ດັ້ງ​ເດີ​ມ​​ໄດ​້ ຄື: ນ້ຳສ້າງ, ສາລາ​ບ້ານ, ຕົ້ນ​ໄຮ ວິຫານ​ເຢີ​ມກໍ​ແມ່ນ​ສະຖາ​ນທີ່​ທ່ອງ​ທ່ຽວ​ດ​້ານຈິດ​ວິນ​ຍານ​ອັນ​ດູດ​ດື່ມ. ນັກ​ທ່ອງ​ທ່ຽວ​​ສາມາດເລາະຫລິ້ນ​ໃນ​ບໍລິ​ເວນວິຫານ​ທີ່​ກວ້າງຂວາງ ​ແລະ ​ໄດ້​ດຶ່ມນ້ຳ​ຊາ, ກິນ​ເຂົ້າຫນົມ​ພິ​ເສດ​ຂອງ​ເຂດ​ນີ້. ທຸກ​ສິ່ງ​ທຸກ​ຢ່າງ​ໄດ້​​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ທຸກ​ຄົນ​ມີ​ຄວາມ​ຮູ້ສຶກ​ສະບາຍ ​ແລະ ສະຫງົບ​ງຽບ. ​ອ້າຍ ຮ່າ​ອານ ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

        “ພາບ​ພົດ​ບ້ານ​ນາ​ຢູ່​ທ່ີ​ນີ້​​ໄດ້ເຮັດ​ໃຫ້​ຂ້າພະ​ເຈົ້າ​ມີ​ຄວາມ​ຮູ້ສຶກ​ສະບາຍ​ໃຈ ​ແລະ ສະຫງົບ​ງຽບ. ຮູບ​ພາບ​ຂອງນ້ຳ​ສ້າງ, ສາລາ​ບ້ານ​ຫລື​ເສັ້ນທາງ​ນ້ອຍ​​ໃນ​ບ້ານລ້ວນ​ແຕ່​​ສ້າງຄວາມ​ປະ​ທັບ​ໃຈ​​ໃຫ້​ນັກ​ທ່ອງ​ທ່ຽວ. ຂ້າພະ​ເຈົ້າ​ຖ່າຍ​ຮູບ​​ໄດ້ຫລາຍ​ແຜ່ນ​ທີ່​ງາມ​ຕາ.”

        ​ໃນ​ເວລາ​ກວ່າ​ເຄິ່ງ​ຊ່ົວ​ໂມງຍ່າງຫລິ້ນ​ທົ່ວ​ບ້ານ​ນາ, ສະຖານ​ທີ່​ທ່ອງ​ທ່ຽວແຫ່ງ​ທີ​ສອງຊຶ່ງ​ນັກ​ທ່ອງ​ທ່ຽວ​ໄດ້​ຢ້ຽມ​ຊົມ​ແມ່ນ​ເມືອງ ຄວາຍ​ເຈົາ ​ແຂວງ ຮື​ງ ອຽນ, ຊຶ່ງ​ແມ່ນ​ແຫ່ງ​ທີ່​ມີ​ວິຫານ ຕຽນ​ຮື​ງ ຈືດົ່ງ​ຕື໋. ວິຫານ​ແຫ່ງ​ນີ້​ຕັ້ງ​ຢູ່​ແຄມ​ແມ່​ນ້ຳ​ແດງ. ​ເລື່ອງ​ລາວ​ກ່ຽວ​ກັບ​ຄວາ​ມຮັກລະຫວ່າງ​ ນາງ​ຕຽນ​ຢູງ ​ແລະ ຈືດົ່ງ​ຕື໋ ກໍ​ແມ່ນ​ຈຸດ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ. ທ່ານ ຫງວຽນ​ຈີ​ແທ່ນ ​ໃຫ້​ຮູ້​ວ່າ:

        “ວິຫານ​ແຫ່ງ​ນີ້​ແມ່ນ​ຕິດ​ພັນ​ກັບ​ເລື່ອງ​ລາວ ຕຽນ​ຢູງ ຈືດົ່ງ​ຕື໋. ພວກ​ຂ້າພະ​ເຈົ້າ​ຕັ້ງ​ຊື່​ໃຫ້​ສະຖານ​ທີ່​ນີ້​ແມ່ນ​ວິຫານ​ບູຊາ​ຄວາມ​ຮັກ, ​ເພາະວ່າ ຄວາມ​ຮັກ​ລະຫວ່າງ​ຜູ້​ບ່າວຈືດົ່ງ​ຕື໋ຜູ້​ທຸກ​ຍາກ​ກັບ​ທິດາ​ຕຽນ​ຢູງ. ນີ້​ກໍ​ແມ່ນ​ຈຸດ​ວັດທະນະທຳ​ຂອງ​ຊາວ ຫວຽດນາມ. ສະຖານ​ທີ່​ນີ້​ມີ​ທິວ​ທັດ​ສວຍ​ງາມ, ບໍລິ​ເວນ​ໃນ​ວິຫານ​ກໍກວ້າງຂວາງ​ຊຶ່ງ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຮູ້​ສຶກສະບາຍ​ທີ່​ສຸດ.”

ລາຍການທ່ອງທ່ຽວແມ່ນ້ຳແດງໃນເວລາມື້ຫນຶ່ງ - ảnh 2
ວິຫານ​ຈືດົ່ງ​ຕື໋ ຢູ່ ຮື​ງອຽນ
ພາບ: internet

        ຕາມ​ທ່ານ ຫງວຽນ​ຈີ​ແທ່ນ​ແລ້ວ,​ ບັນດາ​ລາຍກາ​ນທ່ອງ​ທ່ຽວ​​ເທິງ​ແມ່​ນ້ຳ​ແດງ​ຂອງ​ບໍລິສັດ​ໄດ້​ສ້າງ​ຂຶ້ນ​ມາ​ເປັນ​ເວລາ​ກວ່າ 10 ປີ​ແລ້ວ. ບັນດາ​ລາຍການ​ທ່ອງ​ທ່ຽວ​ເທິງ​ແມ່​ນ້ຳ​ແດງ​​ໄດ້​​ແນະນຳ​ບັນດາຈຸດ​ວັດທະນະທຳທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງປະຊາຊົນດຳລົງ​ຊີວິດຢູ່​ລຽບ​ຕາມ​ແມ່​ນ້ຳ​ແດງ. ປະຈຸ​ບັນ ບໍລິສັດ​ມີ 10 ລາຍການ​ທ່ອງ​ທ່ຽວ​ໄປ​ລຽບ​ຕາມ​ແມ່​ນ້ຳ​ແດງ ​ແລະ ​ແມ່​ນ້ຳ​ດວງ, ພາ​ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມຢາມ​ທັດສະນີ​ຍະ​ພາບບາງ​ແຫ່ງ​ຢູ່​ລຽບ​ຕາມ​ແມ່​ນ້ຳ​ແດງ ​ແລະ ​ແມ່​ນ້ຳ​ດວງ​ຄື: ຢ້ຽມຢາມ​ວິຫານ​ຈືດົ່ງ​ຕື໋ ຢູ່ ຮື​ງອຽນ, ຄຸ້ມ​ເມືອງ​ຮຽນ ຢູ່ ຮື​ງອຽນ, ວັດ​ເຝີ​ດຕີກ ​ແລະ ວິຫານ​ໂດ. ນອກ​ນັ້ນນັກ​ທ່ອງ​ທ່ຽວ​ຍັງ​ໄດ້​​ແວ່​ຢາມ​ທັດສະນີ​ຍະ​ພາບ​ບາງ​ແຫ່ງ​ຂອງ​ຮ່າ​ໂນ້ຍ, ຂອງ​ແຂວງ​ບັກ​ນີງ ​ແລະ ​ຮື​ງອຽນ​ອີກ​ດ້ວຍ. ສິ່ງ​ສຳຄັນ​ນັ້ນ​ແມ່ນ ລາຄາ​ບໍລິການ​ສຳລັບ​ລາຍການ​ທ່ອງ​ທ່ຽວ​ແບບ​ນີ້​ແມ່ນ​ເໝາະ​ສົມ​ທີ່​ສຸດ. ລາຄາ​ຕ່ຳ​ສຸດ​ສຳລັບ​ລາຍການ​ຢ້ຽມຢາມ​ແມ່​ນ້ຳ​ແດງ​ໃນ​ເວລາ​ມື້ຫນຶ່ງ​ແມ່ນ 350.000 ດົ່ງ, ສູງ​ສຸດ​ແມ່ນ 595.000 ດົ່ງສຳລັບ​ລາຍການ​ທ່ອງ​ທ່ຽວ​ໄປ​ໄກ​ກວ່າ. ສະ​ນັ້ນ​ ພວກ​ເຮົາ​ຄວນ​ຍາດ​ເວ​ລາ​ເພື່ອ​ເຂົ້າ​ຮ່ວມ​ລາຍການ​ທ່ອງ​ທ່ຽວ​ແບບ​ນີ້​ເພື່ອພັກຜ່ອນ​ຢ່ອນ​ອາລົມພາຍຫລັງ​ເຮັດ​ວຽກ​ຢ່າງ​ອິດ​ເມື່ອຍ​ໃນອາທິດຫນຶ່ງ.



ຕອບກັບ

ຂ່າວ/ບົດ​ອື່ນ