ລາຍການທ່ອງທ່ຽວໃນໂອກາດບຸນປີໃຫມ່ສາກົນ


(vovworld) - ປີ​ໃຫມ່​ສາກົນ​ໃກ້​ຈະ​ມາ​ຮອດ​ແລ້ວ ​ແລະ ທຸກ​ຄົນ​ເຄີຍ​ຕັ້ງ​ຄຳ​ຖາມ​ໃຫ້​ແກ່​ຕົນ​​​​ວ່າ, ໃນຊຸມ​ມື້​ໄດ້​ພັກ​ການຈະ​ໄປ​ໃສ ​​ແລະ ເຮັດ​ຫຍັງ? ​ເພື່ອ​ພັກ​ຜ່ອນ​ຢ່ອນ​ອາລົມ​ພາຍຫລັງ​ຫນຶ່ງ​ປີທີ່ເຮັດ​ວຽກ​ຢ່າງ​ອິດ​ເມື່ອຍ​. ສະ​ນັ້ນ, ລາຍການ​ທ່ອງ​ທ່ຽວ​​ແມ່ນການ​ເລືອກ​ເຟັ້ນ​ຂອງ​ຊາວ​ຫວຽດ​ນາມຫລາຍ​ຄົນ​. ແລະ ​ໃນ​ໂອກາດ​ນີ້,  ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ໄດ້​ສ້າງ​ຫລາຍ​ລາຍການ​ທີ່​ດູດ​ດື່ມ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່ນັກ​ທ່ອງ​ທ່ຽວ.​ໃນ​ລາຍການ​ທ່ອງ​ທ່ຽວ​ພາກ​ນີ້ ​ເຊີນ​ທ່ານ​ຊອກ​ຮູ້​ບັນດາ​ລາຍການ​ທ່ອງ​ທ່ຽວ​ໃນ​ໂອກາດ​ບຸນປີ​ໃຫມ່​ສາກົນ​ຢູ່ ຫວຽດນາມ ຜ່ານ​ບົດ​ຂຽນ​ຂອງ​ນັກ​ຂ່າວ​ລານ​ແອ​ງ.

ລາຍການທ່ອງທ່ຽວໃນໂອກາດບຸນປີໃຫມ່ສາກົນ - ảnh 1
ຫາດຊາຍທະເລ ໝູຍແນ
ພາບ:internet

        ​ໃນ​ສອງ​ສາມ​ປີ​ມາ​ນີ້, ທ່າ​ອ່ຽງ​ໄປ​ທ່ອງ​ທ່ຽວ​ໃນ​ໂອກາດ​ບຸນປີ​ໃຫມ່ ຫລື​ວັນພັກ​ການ ​ໄດ້​ກາຍ​ເປັນຄວາມ​ຊີ​ນ​ເຄີຍ ​ແລະ ​ແມ່ນ​ການ​ເລ​ືອກ​ເຟັ້ນຂອງ​ປະຊາຊົນ ຫວຽດນາມ ຫລາຍ​ຄົນ. ປີ​ນີ້, ໃນໂອກາດບຸ​ນປີໃຫມ່ສາກົນ, ​ຊາວ​ຫວຽດ​ນາມຈະໄດ້ພັກການ 4 ມື້ . ນີ້ແມ່ນໄລຍະເວລາຢ່າງພຽງພໍ
ເພື່ອໄປທ່ອງທ່ຽວ ແລະ ພັກຜ່ອນບຳລຸງສຸຂະພາບຢູ່ແຫ່ງ ໃດ​ຫນຶ່ງ. ສະຖານ​ທີ່​ເຊິ່ງນັກ​ທ່ອງ​ທ່ຽວ​ເຄີຍ​ເລືອກ​ເຟັ້ນ​ໃນ​ໂອກາດ​ນີ້​ແມ່ນ ຊາ​ປາ, ພູ​ຫລວງ ​ແທນ​ຮວາ,​ ດາ​ຫນັງ, ກົນ​ດ໋າວ, ຟູກ​ວັກ... ​ທ່ານ​ນາງ ຫງວຽນ​ທິຕຽນ​ຫ່າວ, ຜູ້ອຳນວຍການ​ບໍລິສັດ​ເຟືອງ​ນາມ Sun Travel ​ໃຫ້​ຮູ້​ວ່າ: ປີ​ໃຫມ່​ສາກົນ 2013 ບໍລິສັດ​ຂ້າພະ​ເຈົ້າ​​ໄດ້ສ້າງ​ລາຍການ​ທ່ອງ​ທ່ຽວ​​ໄປ​ຢ້ຽມຢາມ ຊາ​ປາ, ດາ​ຫນັງ, ກົນ​ດ໋າວ ​ແລະ ດາ​ຫນັງ​ຍັງ​ຄົງ​ແມ່​ນການ​ເລືອກ​ເຟັ້ນຕົ້ນຕໍ​ຂອງ​ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​ໃນ​ໂອກາດ​ບຸນປີ​ໃຫມ່​ສາກົນ 2013.

        “ດາ​ຫນັງ​ໄດ້​ຮັບ​ຖື​ວ່າ ​ແມ່ນ​​ສະຖາ​ນທີ່​ທ່ອງ​ທ່ຽວ​ທີ່​ເໝາະ​ສົມ​ໃນ​ໂອ​ກາດນີ້. ດາ​ຫນັງ​ມີ​ຫລາຍ​ຮູບ​ການ​ບໍລິການ​ຄື: ມີ​ພູ, ມີທະ​ເລ, ​​ມີປູຊະນີຍະສະຖານ​ປະຫວັດສາດ. ຄ່າ​ບໍລິການ​ກິນ​ດື່ມ​ກໍ​ບໍ່​ຄ່ອຍ​ແພງ. ຊາວ ດາ​ຫນັງ ​ແມ່​ນຜູ້​ໃກ້​ຊິດ​ສະຫນິດສະຫນົມ ​ແລະ ຮັກ​ແພງ​ແຂກ​ຄົນ. ຍ້ອນ​ເຫດ​ນັ້ນ ນັກ​ທ່ອງ​ທ່ຽວ​ມັກ​ໄປຢ້ຽມຢາມ ດາ​ຫນັງ​ຫລາຍ​ກວ່າ​ໝູ່.”

        ​ໄປ​ດາ​ຫນັງ, ນັກ​ທ່ອງ​ທ່ຽວ​ສາມາ​ດ​ໄປ​ຢ້ຽມຢາມ​ຄຸ້ມ​ເມືອງ​ເກົ່າ ​ໂຮ້ຍອານ, ຢ້ຽມຢາມ​ເທວະສະຖານ ໝີ້​ເຊີນ, ບ່າ​ນ່າ, ທະ​ເລ ໝີ້​ເຄ. ຍານພາຫະນະ​ໄປ​ມາ​ກໍ​ສະດວກ, ຄ່າ​ຂົນ​ສົ່ງ​ກໍ​ຖືກ. ຜູ້​ໃດ​ຢາກ​ຫລີກລ້ຽງ​ອາກາດ​ຫນາວ​ຢູ່​ພາກ​ເຫນືອ ຄວນ​ໄປ​ຢ້ຽມຢາມ ດາ​ຫນັງ, ສ່ວນ​ຜູ້​​ໃດ​ຢາກ​ສູບ​ອາກາດ​ຫນາວ​ຈັດ​ຄວນ​ເລືອກ​ເຟັ້ນ ຊາ​ປາ.      ທ່າ​ນນາງ ຫງວຽນ​ທິຕຽນ​ຫ່າວ ​ໃຫ້​ຮູ້​ວ່າ:

   “ຊາ​ປາ ​ໄດ້​ຮັບ​ການ​ຂະຫນານ​ນາມ​ປຽບທຽບ​ປາຣີ ຢູ່ ພາກ​ເຫນືອ ຫວຽດນາມ. ນອກນັ້ນ,ຊາປາຍັງຄົງຮັກສາຄວາມງາມແບບທຳມະຊາດຂອງຊາວຊົນເຜົ່າຢູ່ທີ່ນີ້ໄວ້. ດັ່ງນັ້ນ, ນັກທ່ອງທ່ຽວມາຢ້ຽມຢາມຫວຽດນາມມັກໄປທ່ຽວ ຊາປາທີ່ສຸດ. ສຳ​ລັບ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ,  ຊາ​ປາ​ ແມ່ນ​ສະຖານ​ທີ່​ ທີ່ມີ​ອາກາດ​ປອດ​ໂປ່​ງ, ​ເຢັນ​ສະບາຍ ​ແລະ ​ເມື່ອ​ໄປ​ຢ້ຽມຢາມ ຊາ​ປາ ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ຮັບປະທານອາຫານພື້ນເມືອງຂອງ​ຊາວ​ເຜົ່າ​ຫຼາຍ​ເຍື່ອງ, ​ກໍ​ຄື​​ຊອກ​ຮູ້​ຮີດຄອງ​ປ​ະ​ເພນີຂອງ​ປະຊາຊົນ​ຢູ່​ເຂດ​ພູ​ສູງ​ນີ້ອີກ​ດ້ວຍ.”

ລາຍການທ່ອງທ່ຽວໃນໂອກາດບຸນປີໃຫມ່ສາກົນ - ảnh 2
ຊາປາ ໃນຍາມອາກາດຫນາວ
ພາບ:dulichsapa.vn


        ຍາມ​ໃດ​ບໍລິສັດວິ​​ໄສ​ທັດ ຫວຽດນາມ ກໍ່​ສ້າງ​ບັນດາ​ລາຍການ​ທ່ອງ​ທ່ຽວ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ ຫວຽດນາມ, ​ເພາະສະ​ນັ້ນ​ໃນ​ໂອກາດ​ບຸນປີ​ໃຫມ່​ສາກົນ​ປີ​ນີ້ ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ໄປ​ຢ້ຽມ​ຊົມ ​ແລະ ຄົ້ນ​ຫາ​ບັນດາ​ສະຖານ​ທີ່​ໃຫມ່​ຄື: ພູ​ຫລວງ - ​ແທນ​ຮວາ. ກ່ອນ​ທີ່ນຳ​ບໍລິການ​ທ່ອງ​ທ່ຽວ​ນີ້​ມາ​ໃຫ້ນັກ​ທ່ອງ​ທ່ຽວ, ນາງ ຈີ້​ງທິຮ່າ, ພະນັກງານ maketing ​ໄດ້​ໄປ​ສຳ​ຫລວດ​ຢູ່​ສະຖານ​ທີ່​ທ່ອງ​ທ່ຽວ​ດັ່ງກ່າວ​​ເສຍ​ກ່ອນ​ ເພື່ອ​ສ້າງ​​ຜະລິດ​ຕະພັນທ່ອງ​ທ່ຽວ​ດີ​ສຸດ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ.

        “​ຢາກຄົ້ນ​ຫາ​ພູ​ຫລວງ ນັກ​ທ່ອງ​ທ່ຽວ​ຄວນ​ຍ່າງ​ໄປ, ​ເພາະວ່າ ຢູ່​ທີ່​ນີ້​ມີ​ບ້ານ​ຊາວ​​ເຜົ່າ​​ໄທດຳລົງ​ຊີວິດຫລາຍ​​ແຫ່ງ. ທິວ​ທັດ​ທຳ​ມະ​ຊາດ​ຢູ່​ພູ​ຫລວງ​ກໍ່​ສວຍ​ງາມ​ດັ່ງ​ໃນ​ຝັນ. ນັກ​ທ່ອງ​ທ່ຽວ​ເອີ​ລົບ​ເຄີຍ​ໄປ​ຢ້ຽມຢາມ​​ພູ​ຫລວງ . ​​ເພາະວ່າເມື່ອ​ທຽບ​ໃສ່​ບັນດາ​ລາຍການ​ທ່ອງ​ທ່ຽວອື່ນໆ, ພູ​ຫລວງ ມີ​ຄວາມດູດ​ດື່ມ​ສະ​ເພາະ, ມີນາ​ຂັ້ນ​ໄດ, ຮູບ​ພາບບ້ານ​ຊາວ​ເຜົ່າ​ໄທ​ຕັ້ງ​ຕິດກັນ​​ໄດ້ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ຢູ່ ພູ​ຫລວງ ມີ​ເຂດ​ອະນຸລັກ​ຮັກສາ​ສັດສາ​ວາ​ສິ່ງ. ສະ​ນັ້ນ ນັກ​ທ່ອງ​ທ່ຽວ​ຜູ້​ໃດ​ມັກ​ທ່ອງ​ທ່ຽວ​ພະ​ຈົນ​ໄພ​ຄວນ​​​ໄປ​ໃນ​ເວລາ 5 ວັນ, ຖ້າ​ໄປ​ທ່ອງ​ທ່ຽວ​ທຳ​ມະ​ດາ​​ແມ່ນ​​ໄປ​ໃນ​ເວລາ 3 ວັນ”

        ​ໃນ​ໂອກາດ​ບຸນປີ​ໃຫ​ມ່ສາກົນ 2013, ບໍລິສັດ​ວິ​ໄສ​ທັດ​ຫວຽດນາມ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ມາ​ຈາກ ລັດ​ເຊຍ ຫລາ​ຍພໍ​ສົມຄວນ. ນັກ​ທ່ອງ​ທ່ຽວ​ລັດ​ເຊຍ ​ເຄີຍ​ເລ​ືອກ​ເຟັ້ນບັນດາ​ແຂວງ​ທີ່ມີ​ທະ​ເລ ຈາກ​ພາກ​ກາງ​ຕະຫລອດ​ຮອດ​ພາກ​ໃຕ້​ເພື່ອ​ພັກຜ່ອນ​ບຳລຸງ​ສຸຂະພາບ​ໃນ​ໄລຍະ​ຍາວ. ນອກຈາກ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ລື​ຊື່​ຄື: ຍາ​ຈາງ ​ແຂ​ວງ ​ແຄງ​ຮ່ວາ, ໝູຍແນ ຟານ​ທຽດ, ກົນ​ດ໋າວ ບ່າ​ເຣ້ຍຫວູງ​ເຕົາ​ແລ້ວ​, ກູ​ຍ​ເຍີນ ກໍ​ແມ່ນ​ສະຖານ​ທີ່​​ຊຶ່ງ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ລັດ​ເຊຍມີ​ຄວາມນິຍົມຫຼາຍ. ທ່ານ ​ເລກ​ວາງ​ດ໋າວ, ຜູ້ອຳນວຍການ​ບໍລິສັດ​ທ່ອງ​ທ່ຽວ​ວິ​ໄສ​ທັດ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ກູ​ເຍີນ​ມີ​ຫາດ​ຊາຍ​ທະ​ເລ​ທີ່ສວຍ​ງາມ, ອາກາດ​ເຢັນ​ສະບາຍ​ຄ້າຍຄື​ຢູ່ ຍາ​ຈາງ. ນັກ​ທ່ອງ​ທ່ຽວ​ລັດ​ເຊຍ ​ມາ​​ຫວຽດນາມ ​ມັກ​ໄປ​ຢ້ຽມຢາມໝູ​ຍ​ແນ, ຍາ​ຈາງ, ຟູກ​ວກ, ກົນ​ດ໋າວ, ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ກູ​ຍ​ເຍີນກໍ​ແມ່ນ​ສະຖານ​ທີ່​ ທີ່​ສ້າງ​ຄວາມອັນ​ດູດ​ດື່ມ ດ້ວຍໂຮງ​ແຮມ 5 ດາວ​ຫລາຍ​ແຫ່ງ​ ເພື່ອ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຈາກ​ລັດ​ເຊຍ​ມາ​ພັກຜ່ອນ​ບຳລຸງ​ສຸຂະພາບ​ໃນ​​ເວລາ​ຫລາຍ​ມື້. ”

        ​ໃນ​ໂອກາດ​ບຸນປີ​ໃຫມ່​ສາກົນ 2013 ມີ​ສະຖານ​ທີ່​ທ່ອງ​ທ່ຽວ​ຫລາຍ​ແຫ່ງ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ເລືອກ​ເຟັ້ນ. ​ບັນດາ​ຫາດ​ຊາຍ​ທະ​ເລ​ທີ່​ຂຽວ​ສະອາດ, ​ເຂດ​ດິນ​ສວຍ​ງາມ​ແບບ​ທຳ​ມະ​ຊາດແລ​ະອື່ນໆ ​ແມ່ນ​ຈຸດ​ນັດ​ພົບ​ຂອງ​ນັກ​ທ່ອງ​ທ່ຽວ​ໃນ​ໂອກາດ​ບຸນປີ​ໃຫ​ມ່ສາກົນ. ຫວັງ​ວ່າ​ທຸ​ກຄົນ​ຈະ​ເລືອກ​ເຟັ້ນສະຖານທີ່ທ່ອງທ່ຽວທີ່ເໝາະສົມ​ໃຫ້​ແກ່​ຕົ​ນ ​ແລະ ຄອບຄົວ​ ​ເພື່ອ​ໃຫ້​ຊຸມ​ມື້​ໃນໂອກາດ​ບຸນປີ​ໃຫມ່​ສາກົນມີ​ຄວາມ​ໝາຍ​ຢ່າງ​ແທ້​ຈິງ.



ຕອບກັບ

ຂ່າວ/ບົດ​ອື່ນ