ລາຍການທ່ອງທ່ຽວໃນໂອກາດບຸນເຕັດ

ບຸນ​ເຕັດ​ປີ​ນີ້​ໄດ້​ພັກການ 9 ມື້, ສະ​ນັ້ນ ທຸກ​ຄົນຈຶ່ງຍາດ​ເວລາ​ເພື່ອ​ໄປ​ຢື້​ຢາມ​ຖາມ​ຂ່າວ​ຍາດຕິ​ພີ່ນ້ອງ ຫລື ​ໄປ​ທ່ອງ​ທ່ຽວ​. ກ່ອນ​ບຸນ​ເຕັດ 3 - 4 ​ເດືອນ, ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ໄດ້​ສ້າງ​ຫລາຍ​ລາຍການອັນ​ດູດ​ດື່ມ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ. ​ແລະ​ກອ່ນບຸນ​ເຕັດ​ເດືອນ​ຫນຶ່ງ, ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ບໍ່​ຮັບການ​ສັ່ງ​ຈອງ​ຂອງ​​ແຂກທ່ອງ​ທ່ຽວ​ອີກ ຍ້ອນ​ຈຳນວນ​ນັກ​ທ່ອງ​ທ່ຽວ​​ໄດ້​ຈອງລາຍການ​ຫລາຍ​​ໂພດ​ແລ້ວ.

        ບຸນ​ປີ​ໃຫມ່​ປະຈຳ​ຊາດ​ແມ່ນ​ຈຸດ​ເວລາທີ່​ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ມີ​ວຽກ​ງານ​ຫຼາຍທີ່​ສຸດ. ບັນດາ​ບໍລິສັດ​ທີ່​ມີຊື່​ສຽງ​ຄື: Saigontourist, Viettravel, Vitour .. ລ້ວນ​ແຕ່​ສ້າງບັນດາ​ລາຍການ​ທ່ອງ​ທ່ຽວ​ອັນ​ດູ​ດດື່ມ. ທ່ານ ຫງວຽນ​ເທວີ​ງ ຮອງ​ຜູ້ອຳນວຍການ​ບໍລິສັດ​ທ່ອງ​ທ່ຽວ Saigontourist ​ໃຫ້​ຮູ້​ວ່າ:

        ”ບຸນ​ເຕັດ​ໄດ້​ພັກ​ການເຖິງ 9 ມື້ ຈະ​ແມ່ນ​ກາລະ​ໂອກາດ​ເພື່ອ​​ໃຫ້​ທາງ​ບໍລິສັດດຳ​ເນີນ​ທຸລະ​ກິດ. ​ແຜນການ​ຮັບ​ໃຊ້​​ໃນ​ໂອກາດບຸນ​ເຕັດ​ຖືກ​ສ້າງ​ຂຶ້ນ​ກ່ອນ​ນີ້ 6 ​ເດືອນ​ແລ້ວ. ປະຈຸ​ບັນ ທາງບໍລິສັດ​ຈະ​ສ້າງ​ບໍລິການ​ຈຳນວນ​ຫນຶ່ງຕື່ມ​ອີກ ​ເພື່ອ​ຮັບ​ໃຊ້ໃຫ້​ພະນັກງານ ພາລະ​ກອນ​​ໃນ​ທົ່ວ​ສັງຄົມ​​ເມື່ອ​ໄປທ່ອງ​ທ່ຽວ ທັງ​ແມ່ນການ​​ກະຕຸກ​ຊຸກຍູ້​ດຳ​ເນີນ​ທຸລະ​ກິດ.”

        ທ່ານ ຫງວຽນ​ເທວີ​ງ ​ໃຫ້​ຮູ້​ວ່າ: ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ຢູ່ພາຍ​​ໃນ​ປະ​ເທດ ຊຶ່ງ​ນັກ​ທ່ອງ​ທ່ຽວ​ມັກ​ໄປ​ໃນ​ໂອກາດ​ນີ້ ​ແມ່ນ ຍາ​ຈາງ, ດາລາ​ດ, ຟານ​ທຽດ, ຮ່າ​ໂນ້ຍ, ​ເຫ້ວ. ປີ​ນີ້,​ ມີ​ເວລາ​ພັກ​ການ​ຫລາຍ​ມື້, ນັກ​ທ່ອງ​ທ່ຽວ​ຈະ​ມີ​ເງື່ອນ​ໄຂ​ເພື່ອ​ເລ​ືອກ​ເຟັ້ນລາຍການ​ທ່ອງ​ທ່ຽວ​ໃນ​ເວລາ​ຍາວ​ກວ່າ.

        “ນັກ​ທ່ອງ​ທ່ຽວ​ມັກໄປ​ທ່ອງ​ທ່ຽວຫລາຍ​ສຸດ​ແມ່ນ​ໃນ​ຊຸມ​ມື້​ພາຍຫລັງ​ວັນ​ທີ 2 ​ເດືອນຈຽງຕາມ​ຈັນທະ​ປະຕິ​ທິນ ຫວຽດນາມ ​​ເພາະວ່າ​​ໂອກາດ​ນີ້ຢູ່​ພາກ​ເຫນືອມີ​ຫຼາຍງານ​ບຸນ​​. ​ແລະ​ ຍ້ອນໄດ້ພັກ​ການ​ຫລາຍມື້ ນັກ​ທ່ອງ​ທ່ຽວ​ກໍ່​ມີ​​ເງື່ອນ​ໄຂ​ໄປ​ທ່ອງ​ທ່ຽວ​ຢູ່​ຕ່າງປະ​ເທດ, ​ແລະ​​ ຢູ່​ໃກ້​ແມ່ນ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ອາຊີ​ເຫນືອ, ຈີນ, ສ​ເກົາຫລີ, ຍີ​ປຸ່ນ, ​​​​ແລະ​ ໄກກວ່າ​ແມ່ນ​ອາ​ເມ​ລິ​ກາ ຫລື ​ອົດ​ສະ​ຕາ​ລີ. ມາ​ຮອດ​ປະຈຸ​ບັນ ບັນດາ​ລາຍການທ່ອງ​ທ່ຽວ​​ໄປ​ຍັງ​ເອີ​ລົບ​ຍັງ​ມີ​ຢູ່ ​ແຕ່​ໄປ​ເຖິງ​ອົດ​ສະ​ຕາ​ລີ​​ ​ແລະ ບັນດາ​ປະ​ເທດອາຊີ​ຕາ​ເວັນ​ອອກ​ແມ່ນ​​ເຕັມ​ແລ້ວ.”

        ລາຄາລາຍການ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ​ປະ​ເທດ ລ້ວນ​ແຕ່​ເພີ່ມ​ຂຶ້ນ​ປະມານ 10% ຍ້ອນ​ບໍລິສັດ​ການບິນ​ຫວຽດນາມ​ໄດ້​ເພີ່ມ​ລາຄາ​ປີ້​ຍົນ​ຂຶ້ນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ເພີ່ມ​ລາຄາປີ້​ຍົນນັ້ນ ກໍ່​ບໍ່​ເຮັດ​ໃຫ້​ຄວາມ​ຕ້ອງການ​ໄປ​ທ່ອງ​ທ່ຽວ​ຂອງ​ປະຊາຊົນ​ຫລຸດ​ລົງ​.

ທ່ານ​ນາງ ຫງວຽນ​ທິບີ​ກງອກ, ຮອງ​ຜູ້ອຳນວຍການ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ການທ່ອງທ່ຽວ ​ແຂວງ​ເລີມ​ດົ່ງ​ໃຫ້​ຮູ້​ວ່າ: ປະຈຸ​ບັນ ທົ່ວ​ນະຄອນ​ມີ​ນັກ​ທ່ອງ​ທ່ຽວ​ມາ​ພັກ​ຜ່ອນປະມານ 40.000 ຄົນ/ມື້. ​ໃນ​ໂອກາດ​ບຸນ​ເຕັດ, ບັນດາ​​ໂຮງ​ແຮມ, ​ເຮືອນພັກ​ ຢູ່ ດາລາ​ດ ສາ​ມາດຂາຍ​ບໍລິການ​ໄດ້ 90%  . ນັກ​ທ່ອງ​ທ່ຽວ​ມາດາ​ລາດ​ໃນ​ໂອກາດ​ນີ້ ຈະ​ໄດ້​ເຫັນ​ປະຈັກ​ຕາ​ຄວາມ​ສວຍ​ສົດ​ງົດ​ງາມ​ຂອງ​ນະຄອນ​ພູ​ພຽງ​ນີ້.

        “ສິ່ງ​ສຳຄັນ​ທີ່​ສຸດ​​ແມ່ນນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ເຫັນ​ປະຈັກ​ຕາ Festival ​ດອກ​​ໄມ້​​ຢູ່. ພິ​ເສດ​, ປີ​ນີ້ ອາກາດຢູ່​ເລີມ​ດົ່ງ​​ແມ່ນ​ເອື້ອ​ອຳນວຍ​ຄວາມ​ສະດວກ. ກົງ​ກັບ​ບຸນ​ເຕັດ ​ແມ່ນ​ຍາມດອກ​ຄາຍ​​ພວມບານ​. ທີ​ສອງ​ແມ່ນ ປະຈຸ​ບັນຢູ່​ດ່າ​ລາດ​ມີການບໍລິການ​ທ່ອງ​ທ່ຽວ​ຫຼາຍ​ຢ່າງ​ທີ່ອຸດົມສົມບູນ​ກວ່າ. ​ສິ່ງ​ສຳຄັນ​ໜຶ່ງ​ອີກ​ນັ້ນ ສະພາບ​ແວດ​ລ້ວມດ້ານທິວ​ທັດ​ທຳ​ມະ​ຊາດ​ທີ່ສວຍ​ງາມກໍ່​ໄດ້​ຮັບ​ການ​ຕົບ​ແຕ່ງ,ປະດັບ​ປະດາ ​ແລະ ອະນາ​ໄມ​ສິ່ງ​ແວດ​ລ້ອມ​​​ເປັນ​ຢ່າງ​ດີ, .”

ລາຍການທ່ອງທ່ຽວໃນໂອກາດບຸນເຕັດ - ảnh 1

ຊາປາ

        ຕາມ​ທ່ານ​ນາງ​ງອກ​ແລ້ວ,​ ນອກຈາກ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວທີ່​ຄຸ້ນ​ເຄີຍ​ຢູ່ ດາລາ​ດ​ແລ້ວ, ຈາກ​ດາລາ​ດ ນັກ​ທ່ອງ​ທ່ຽວຍັງ​ສາມາດ​ໄປ​ຍັງ​ບັນດາ​ສະຖາ​ນທີ່​​ທ່ອງ​ທ່ຽວໃຫຍ່​​ແຫ່ງອື່ນໆຂອງ​ຫວຽດນາມ​ຢ່າງ​ສະດວກ.

        “​ ຢູ່ ດາລາ​ດ, ນັກ​ທ່ອງ​ທ່ຽວ​ອາດ​ຈະ​​ໄປແຂວງ ​ແຄງ​ຮ່ວາ, ຍາ​ຈາງ ຫລື ບີ່​ນທ້ວນ, ຜ່ານ ໝູຍແນ. ນັ້ນ​ແມ່ນ​ບັນດາ​ລາຍການ​ທ່ອງ​ທ່ຽວ​​ຮ່ວມ​ສຳພັນຂອງພວກ​ຂ້າພະ​ເຈົ້າ​. ຫລື​ນັກ​ທ່ອງ​ທ່ຽວສາມາດໄປ​ທາງ​ຍົນ ໄປ​ຍັງ​ ດາ​ຫນັງ ຫລື ​ນະຄອນ​ໂຮ່ຈິ​ມີນ, ຮ່າ​ໂນ້ຍ. ​ບາງ​ບໍລິສັດ​ທ່ອງ​ທ່ຽວ ​ກໍ່​ໄດ້​ສ້າງ​ບັນດາ​ລາຍການ​ທ່ອງ​ທ່ຽວ​ທ່ີ​ເປັນ​ເອກະລັກ​ສະ​ເພາະ.“

        ສ່ວນ​ບັນດາ​ລາຍ​ກາ​ນທ່ອງ​ທ່ຽວ ຢູ່ ພາກ​ເຫນືອ, ​ແຂວງ ລ່າວ​ກາຍ ຍັງ​ຄົງ​ແມ່ນ​ສະຖານ​ທີ່​ຊຶ່ງ​ຜູ້​ນິຍົມ​ໄປ​ທ່ອງ​ທ່ຽວຢາກ​ເລືອກ​ເຟັ້ນກວ່າ​ໝູ່. ທ່ານ​ນາງ ຮ່ວາງ​ທິ​ເວື້ອງ, ຮອງ​ຫົວຫນ້າ​ຫ້ອງວິຊາ​ການທ່ອງທ່ຽວ ​ໃຫ້​ຮູ້​ວ່າ: ຈຳນວນ​ນັກ​ທ່ອງ​ທ່ຽວ​​ໄປ​ຢ້ຽມຢາມ ລາວ​ກາຍ​ໃນ​ໂອກາດ​ບຸນ​ເຕັດ​ເພີ່ມ​ຂຶ້ນ​ປະມານ 20% ​ເມື່ອ​ທຽບ​ໃສ່​ປີ​ກາຍ.

        “ ບຸນ​ເຕັດ​ປີ​ນີ້ ພະນັກງານ ພາລະ​ກອນ​ໄດ້​ພັກ​ການ​ຫລາຍ​ມື້ ສະ​ນັ້ນ ພວກ​ຂ້າພະ​ເຈົ້າ​ກໍ​ໄດ້​ຈັດ​ການບໍລິການ​ທ່ອງ​ທ່ຽວ​​ດ້ວຍ​ຫຼາຍ​ຮູບ​ການເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ. ງານ​ບຸນ​​​ປະ​ເພ​ນີຈະ​ໄດ້​ຮັບ​ການ​ຟື້ນ​ຟູ​ຄືນ​ໃຫມ່. ມາ​ຮອດ​ປະຈຸ​ບັນ ​ນັກ​ທ່ອງ​ທ່ຽວ​ໄດ້​ສັ່ງຈອງ​ບ່ອນ​ພັກຢູ່​ລາວ​ກາຍ​ເປັນ​ຈຳນວນ​ຫລວງຫລາຍ​ແລ້ວ.”

        ​​ນັກ​ທ່ອງ​ທ່ຽວ​ກໍ່ມັກ​ໄປ​ຢ້ຽມຢາມ ຊາ​ປາ ​ແລະ ບັກ​ຮ່າ. ທ່ານ​ນາງ ຮ່ວາງ​ທິ​ເວື້ອງ ຖື​ວ່າ ຖ້າຜູ້​ໃດ​ມີ​ໂອກາດໄປ​ຊາ​ປາ, ບັກ​ຮ່າ​ເທື່ອ​ຫນຶ່ງ​ໃນ​ໂອກາດ​ບຸນ​ເຕັດນີ້ ກໍ່​ລ້ວນ​ແຕ່​ຢາກ​ຕ່າວກັບ​ມາ​ຢ້ຽມ​ຢາມ​ອີກ​​.

        “​ເມື່ອ​ລະດູບານ​​ໃຫມ່​ວຽນມາ, ທິວ​ທັດ​ທຳ​ມະ​ຊາດ​ຢູ່ ຊາ​ປາ ​ແມ່ນ​ສວຍ​ງາມ​ທີ່​ສຸດ, ດອກ​ໄມ້​ພວມ​ເບັ່ງບານ, ຕົ້ນ​ໄມ້​ໃບຫຍ້າກໍ່​ພວມ​ອອກ​ໜໍ່​ຈໍ່​ດອກ. ສ່ວນ​ຢູ່​ບັກ​ຮ່າ ​​ໄດ້​ຮັບ​ຖື​ວ່າແມ່ນ​ເຂດ​ພູພຽງ​ຂາວ, ​ເພາະວ່າ​ຢູ່​ບັກ​ຮ່າ​ຍາມ​ນີ້ ​ເຕັມ​ໄປ​ດ້ວຍດອກໝາກ​ໝັ້ນທີ່ຂາວ​ກະຈ້າ. ນີ້​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ສອງ​ແຫ່ງ​ຊຶ່ງ​ນັກ​ທອ່ງທ່ຽວ​ມັກເລືອກ​ເຟັ້ນຫລາຍ​ສຸດ.”

        ​ເປີດ​ສາກປີ​ໃຫມ່​ແມ່ນ​ການ​ໄປ​ທ່ອງ​ທ່ຽວ​ພ້ອມ​ກັບ​ຄອບຄົວ ນັ້ນ​ຈະ​ແມ່ນ​ຂອງຂວັນ​ທາງ​ດ້ານ​ຈິດ​ໃຈ​ອັນ​ລ້ຳ​ຄ່າ. ​ຫວັງ​ວ່າ ໝົດ​ທຸກ​ຄົນ​ຈະ​ຍາດ​ເວລາ​ເພື່ອ​ໄປ​ຕ້ອນຮັບ​ລະດູບານ​ໃຫມ່​ຢູ່​ທົ່ວທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ./

ລານແອງ

ຕອບກັບ

ຂ່າວ/ບົດ​ອື່ນ