ລາຍການທ່ອງທ່ຽວໝູ່ບ້ານບູຮານ ເຟືອກຕິກ


ລາຍການທ່ອງທ່ຽວໝູ່ບ້ານບູຮານ ເຟືອກຕິກ - ảnh 1
ເຮືອນບູຮານຫລັງຫນຶ່ງ
ພາບ:internet

(vovworld)- ​ ​ໂດຍ​ຫ່າງ​ຈາກ​ນະຄອນ​ເຫ້ວໄປ​ທາງ​ທິດ​ເໜືອປະມານ 40 ກິ​ໂລດ​​ແມດ, ໝູ່​ບ້ານ​ບູຮານ ​ເຟືອ​ກຕິກ ​ຕັ້ງ​ຢູ່​ລະຫວ່າງ​ກາງ​ສອງ​ແຂ​ວງ ​ເທ່ືອ​ທຽນ​ເຫ້ວ ​ແລະ ກວ໋າງຈີ້. ໝູ່​ບ້ານ​ແຫ່ງ​ນີ້​​ ​ປຽບ​ເໝືອນ​ຫໍພິພິດທະພັນ​ວັດທະນະທຳ​ບ້ານ​ນາ​ຫວຽດນາມ​ທີ່​ມີ​ຊີວິດ​ຊີວາ​, ຊຶ່ງ​ໄດ້​ຮັບ​ການຮັກສາ​ໄວ້​ມາ​ເປັນ​ເວລານັບ​ຮ້ອຍໆ​ປີ. ດ້ວຍຄວາມ​ງາມ​ແບບປະຖົມ​ປະ​ຖານ ​ແລະ ສະຫງົບ​ງຽບ, ​ເຟືອ​ກຕິກ ​ແມ່ນໝູ່​ບ້ານ​ບູຮານ​ແຫ່ງ​ຫນຶ່ງ​ ທີ່​​ເຄີຍຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ເປັນ​ຈຳນວນ​ຫລວງຫລາຍ ​ແລະ ກາຍ​ເປັນ​ຈຸດ​ນັດ​ພົບ​ທີ່ຂາດ​ບໍ່​ໄດ້​ສຳລັບ​ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມຢາມ​ແຂວງ​ເທື່ອ​ທຽນ​ເຫ້ວ. ​ໃນ​ລາຍການ​ທ່ອງ​ທ່ຽວ​ພາກ​ນີ້ ​ພວກ​ເຮົາ​ຂໍ​ແນະນຳ ໝູ່​ບ້ານ​ບູຮານ ​ເຟືອ​ກຕິກ ຕັ້ງ​ຢູ່​ແຄມ​ແມ່​ນ້ຳ ​ໂອ​ເລົາ.

        ​ສິ່ງ​ທີ່​ສ້າງຄວາມ​ປະທັບ​ໃຈ​ທຳ​ອິດໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ນັ້ນ​ແມ່ນ ທິວ​ທັດທຳ​ມະ​ຊາດທີ່​ຂຽວ​ສົດ​ງົດ​ງາມຂອງ​ບັນດາ​​ເຂດສວນ ດ້ວຍບັນດາຕົ້ນ​ໄມ້​​ໃຫຍ່ທີ່​ມີ​ອາຍຸກວ່າ 100 ປີຄືຕົ້ນ​ດອກ​ເໝີຍ, ຕົ້ນ​ໝາກ​ມີ້, ຕົ້ນ​ຫູກວາງ… ​ເຊິ່ງຊາ​ວບ້ານ​ເຟືອ​ກຕິກ ຍັງ​ຄົງ​ຮັກສາ​ໄວ້ຄື​ດັ່ງຊັບ​ສົມບັດ​ອັນ​ລຳ້​ຄ່າຂອງ​ຕົນ​ຈົນ​ຮອດ​ປະຈຸ​ບັນ, ຫລື​ຕົ້ນ​ໝາກຈັນ​ໃຫຍ່​ຢູ່​ປະຕູ​ໂຂງ​ຂອງ​ໝູ່​ບ້ານຊຶ່ງ​ສອງ​ຄົນ​ອຸ້ມ​ກໍ່​ບໍ່​ຈອດ.

        “ຕົ້ນ​ໝາກຈັນ​ນີ້​ມີ​ອາຍຸ​ກວ່າ 600 ປີແລ້ວ ​ແລະ ຢູ່​ທ່າ​ແມ່​ນ້ຳຍັງ​ມີ​ຕົ້ນ​ຫູກວາງ​ທີ່ມີ​ອາຍຸ​ກວ່າ 2 ສັດຕະ​ວັດ. ໝູ່​ບ້ານ​ແຫ່ງ​ນີ້​ຢູ່​ອ້ອມຮອບ​ແມ່​ນ້ຳ​ໂອ​ເລົາ, ​ມີເນື້ອ​ທີ​່ດິນ​ປະມານ 1 ຕາລາງ​ກິ​ໂລ​ແມດ. ບັນດາ​ປູຊະນີຍະສະຖານ​ລ້ວນ​ແຕ່​ອ່ວາຍຫນ້າ​ອອກ​ສູ່ແມ່​ນ້ຳ​ເພື່ອ​ສະ​ແຫວ​ງຫາ​ໂຊກ​ໄຊ.”

        ຢູ່​ໃຕ້​ຮົ່ມ​ໄມ້​ໃຫຍ່​ທີ່​ເກົ່າ​ຫລາຍ​ຮ້ອຍ​ປີ​ນັ້ນ​ແມ່ນ​ເຂດ​ເຮືອນ​ເຣື່ອງບູຮານ​ທີ່​ຄັບຄາ​ຫນາ​ແຫນ້ນ​ກວ່າ​ຢູ່​​​ເມືອງ​​ຫລວງ​ເກົ່າ​​ເຫ້ວ. ທັງ​ໝູ່​ບ້ານ​ມີ​ເຮືອນ 117 ຫລັງ,​​ ໃນ​ນັ້ນ​​ເຮືອນ​ເຣື່ອງມີ​ເຖິງ 37 ຫລັງ​​ແມ່ນທີ່​ມີ​ອາຍຸ​ກວ່າ 100 ປີ, ພ້ອມ​ກັບ​ຫໍ​ບູຊາ​ຂອງ​ວົງ​ຕະກູນ, ​ແລະວິຫານ 12 ​ແຫ່ງ ທີ່​ຍັງ​ຄົງໄດ້​ຮັບ​ການ​ຮັກສາ​ໄວ້​ຢູ່. ມີ​ເຮືອນ​ເຣື່ອງ 12 ຫລັງ​ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ ມີ​ມາ​ກ່ອນ​ນີ້​ແຕ່ 150 - 200 ປີ, ​ທຸກ​ສິ່ງ​ທຸກ​ຢ່າງ​ໃນ​ເຮືອນລ້ວນ​ແຕ່​​​ແກະສະຫລັກ​ຢ່າງ​ຄ່ອງ​ແຄ້ວ​, ລະອຽດ​ລະ​ອໍ​ຄື​ບັນດາ​ກິດຈະກຳ​ສະຖາປັດຕະຍາ​ກຳ​ທີ່ເຮັດ​ດ້ວຍ​ໄມ້​ໃນ​ພະ​ລາຊະ​ວົງ​ຫງວຽນ. ດ້ວຍ​ບັນດາ​ຄຸນຄ່າ​ພິ​ເສດ​ນັ້ນ ຈຶ່ງ​ເຮັດ​ໃຫ້​ເຟືອ​ກຕິກ ກາຍ​ເປັນ​ຈຸດ​ນັດ​ພົບ​ອັນ​ດູດ​ດື່ມ​ສຳລັບ​ນັກ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​. ​ນາງ ບູ່​ຍທິຫາຍ​ກວຽນ ພະນັງານຢູ່​ບໍລິສັດ​ທ່ອງ​ທ່ຽວ Quehuong ຈຳກັດ ​ໃຫ້​ຮູ້​ວ່າ: ທາງ​ບໍລິສັດ​​ໄດ້​ນຳໝູ່​ບ້ານ​ບູຮານ ​ເຟືອ​ກຕິກ ​ເຂົ້າ​ໃນ​ລາຍການ​ທ່ອງ​ທ່ຽວ​ຂອງ​ບໍລິສັດ ນັບ​ແຕ່​ປີ 2009​ແລ້ວ.

        “​ໃນເບື້ອງ​ຕົ້ນ, ນັກ​ທ່ອງ​ທ່ຽວ​ຈຳນວນ​ຫນຶ່ງ​ຢາກໄປ​ຢ້ຽມ​ຢາມເຮືອນ​ບູຮານ, ເພື່ອ​ສັງ​ເກດ​​​ແບບ​ແຜນ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ຢູ່​ເຂດ​ນີ້​​ເປັນຄື​ແນວ​ໃດ. ສະ​ນັ້ນ ພວກ​ຂ້າພະ​ເຈົ້າ​ຈຶ່ງ​ຈັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ມາ​ພັກຜອນຢູ່​ຮ່ວມກັບ​ປະຊາຊົນ​ໃນເຮືອນ​ບູຮານ​ ​ໂດຍ​ອີງ​ໃສ່​ພື້ນຖານ​ດ້ານ​ວັດ​ຖຸທີ່​ມີ​ຢູ່​ແລ້ວ​, ພວກ​ຂ້າພະ​ເຈົ້າໄດ້ລົງທຶນຕື່ມ​ອີກ​ເພື່ອກໍ່ສ້າງ​ກິດ​ຈະ​ກຳ​ຍ່ອຍ ກໍ່​ຄື​ພື້ນຖານ​ດ້ານວັດຖຸ​ຈຳນວນ​ໜຶ່ງເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ນັກ​ທ່ອງ​ທ່ຽວ. ​ສ່ວນ​ຫລາຍ​ນັກ​ທ່ອງ​ທ່ຽວ​ມີ​ຄວາມ​ພິ່ງພໍ​ໃຈ​ຕໍ່​ຮູບ​ແບບ​ການທ່ອງ​ທ່ຽວ​ນີ້.”

        ​ເຮືອນ​ເຣື່ອງຢູ່ ໝູ່​ບ້ານ​ບູຮານ ​ເຟືອ​ກຕິກ ​ສ່ວນ​ຫລາຍ​ຖືກ​ກໍ່ສ້າງ​ໃນບັນດາ​ເຂດ​ສວນທີ​່ມີ​ເນື້ອ​ທີ່​​ກວ້າງ​ປະມານ 1.000 - 1.500 ຕາລາງ​ແມດ, ມີ​ຕົ້ນ​ໄມ້​​ໃຫຍ່​ທີ່​ຂຽວ​ອຸມທຸ່ມ. ນາງ ກວຽນ ​ໃຫ້​ຮູ້​ວ່າ:

        “​ແຂກ​ທ່ອງ​ທ່ຽວ​ມາ​ແຫ່ງນີ້, ກ່ອນ​ອື່ນ​ໝົດ​ເຂົາ​ເຈົ້າຍ່າງ​ເລາະ​ຫລິ້ນ​ອ້ອມ​ໝູ່​ບ້ານເພື່ອ​ສັງ​ເກດ, ຮັບ​ຟັງສຽງ​ໄກ່​ຂັນ. ນັກ​ທ່ອງ​ທ່ຽວສ່ວນ​ຫຼາຍຂອງ​ບໍລິສັດຂ້າພະ​ເຈົ້າ​ແມ່ນ​ມາ​ຈາກ​ເອີ​ລົບ. ​ເຂົາ​ເຈົ້າ​​ເຄີຍດຳ​ລົງ​ຊີວິດ​ຢູ່​ບັນດາ​ເຂດ​ຕົວ​ເມືອງ​ທີ່​ມີ​ບັນຍາກາດ​ອຶກ​ກະ​ທຶກ​ຄຶກ​ໂຄມ​,  ​ສະ​ນັ້ນ, ​ເມື່ອ​ມາ​ຢາມໝູ່​ບ້ານ​ບູຮານ​ເຟືອ​ກຕິກ ​ເຂົາ​ເຈົ້າ​ຈຶ່ງຮູ້ສຶກ​​ໄດ້​ຄວາມ​ສະຫງົບ​ງຽບ​, ຄວາມ​ໃກ້ຊິດ​ສະຫນິດ​ສະໜົມ​ຂອງ​ຊາວບ້ານ ພ້ອມ​ດ້ວຍ​ທິວ​ທັດ​ທີ່​ສວຍ​ງາມ​ຂອງ​ໝູ່​ບ້ານ​ ອັນໄດ້​ສ້າງ​ຄວາມ​ປະທັບ​ໃຈ​​ໃຫ້​ແກ່​​​ເຂົາ​ເຈົ້າ.”

        ​​ໄປ​ຢ້ຽມຢາມ ໝູ່​ບ້ານ​ບູຮານ ​ເຟືອ​ກຕິກ ຕ້ອງ​ເສຍ​ເວລາ​ມື້ຫນຶ່ງ ​ແລະ ​ເພື່ອ​ຮູ້ລະອຽດ​ກວ່າ​ກ່ຽວກັບ​ຊີວິດການ​ເປັນ​ຢູ່​ຂອງ​ປະຊາຊົນ​ແຫ່ງ​ນີ້, ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​​ໄດ້ນອນຄ້າງ​ຄືນ​ຢູ່​ເຮືອນ​ເຣື່ອງນີ້​ຄືນຫນຶ່ງ. ທ່ານ​ນາງ ກວຽນ ​ໃຫ້​ຮູ້​ວ່າ:​ ລາຍ​ຈ່າຍ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຄະນະ​ໜຶ່ງມາ​ຢ້ຽມ​ຊົມ ​ແລະ​ ກິ​ນ, ຢູ່ ພັກ​ເຊົາ​ໃນໝູ່​ບ້ານ​ບູຮານ ​ເຟືອ​ກ ຕິກ​ ​ແມ່ນບໍ່​ຫລາຍ​ປານ​​ໃດ.

ລາຍການທ່ອງທ່ຽວໝູ່ບ້ານບູຮານ ເຟືອກຕິກ - ảnh 2
                                    ຫໍບູຮານ ແລະ ຕົ້ນໝາກຈັນມີອາຍຸ 500  ປີ
ພາບ:internet

        “ຄະນະ​ນັກ​ທ່ອງ​ທ່ຽວມີ​ປະມານ 20 ຄົນ​ຂຶ້ນ​ໄປ, ລາຍ​ຈ່າຍ​ໃຫ້​ແກ່​ການບໍລິການ​ຢູ່​ກັບ​ທີ່​ແມ່ນ​ປະມານ 300.000 ດົ່ງ/ຄົນ ​ໂດຍ​ບໍ່​ລວມຄ່າ​ເດີນທາງ. ຊາວບ້ານ​ບູຮານ​ຈະ​ແຕ່ງກິນ​​ເອງໃຫ້​ນັກ​ທ່ອງ​ທ່ຽວ. ໝູ່​ບ້ານ​ບູຮາ​ນນີ້ ຍັງ​ຄົງ​ຮັກສາ​ຈຸດ​​ທີ່ເກົ່າ​ແກ່​ດັ້ງ​ເດີມໄວ້​ໄດ້ ​ແລະ ​​ແມ່ນ​ຫນຶ່ງ​ໃນໝູ່​ບ້ານບູຮາ​ນ 3 ​ແຫ່ງ​ຂອງ​ຫວຽດນາມ.”

        ​ເລື່ອງ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ໝູ່​ບ້ານ​ຂອງຕົນ, ພັກຜ່ອນ​ໃນ​ເຮືອນ​ຂອງ​ຕົນ ​ແລະ ກາຍ​ເປັນ​ຜູ້ນຳທ່ຽວນັ້ນ ຍັງ​ຄົງ​ແມ່ນ​ວຽກ​ງານ ​​ທີ່​ໃຫມ່​ອ່ຽມສຳລັບ​ຊາວ​ ໝູ່​ບ້ານ​ບູຮານ ​ເຟືອ​ກຕິກ. ທ່ານ​ເລ​ຈ້ອງ​ຢ໋ຽນ ​ເຈົ້າ​ຂອງ​ເຮືອນ​ບູຮານ​ຫລັງ​ຫນຶ່ງ ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ເພື່ອ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​ມາ​ຢ້ຽມ​ຢາມ.

        “​ເຮືອນ​ຫລັງ​ນີ້​ແມ່ນ​ມໍລະດົກ​ທີ່​ພໍ່​​ເຖົ້າ​ປະ​ໄວ້​ໃຫ້​ໄດ້  78 ປີ​ແລ້ວ. ປີ 1980 ພວກ​ຂ້າພະ​ເຈົ້າ​ກໍ​ສ້ອ​ມ​ແປງ​ສ່ວນ​ຫນຶ່ງ. ຊາວບ້ານ​ເຟືອ​ກຕິກ ​ມີ​ຄວາມ​ຮັກ​ແພງ​​ແຂກ​ຄົນຫລາຍ ​ແລະ ​ຢາກ​ໂຄສະນາ​ໃຫ້​ທຸກ​ຄົນຮູ້​ຈັກ​ເຖິງ​ສິ່ງ​ຕ່າງ​ໆ​ຊຶ່ງ​ໝູ່​ບ້ານ​ອື່ນ​ບໍ່​ມີ. ບໍ່​  ສ​ະ​ເພາະ​ແຕ່ເຄື່ອງ​ປັ້ນດິນ​ເຜົາ​ເທົ່າ​ນັ້ນ ຫາກ​ສິ່ງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ ໝູ່​ບ້ານ​ບູຮານ ​ເຟືອ​ກຕິກ ຄື, ສວນ, ຕົ້ນ​ໄມ້​ໃຫຍ່, ​​ແບບ​​ແຜນ​ດຳລົງ​ຊີວິດ​ຂອງ​ຊາວບ້ານ​. ສິ່ງ​ດັ່ງກ່າວ​ໄດ້ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ.”

        ມາ​ຢ້ຽມ​ຢາມ ໝູ່​ບ້ານ​ບູຮານ ​ເຟືອ​ກຕິກ ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ຮັບ​ຊົມ​ວິທີ​ຜະລິດ​ເຄື່ອງປັ້ນ​ດິນ​ເຜົາ​​ແບບ​ຫັດຖະກຳຂອງ​ຊາວໝູ່ບ້ານນີ້​ອີກ​ດ້ວຍ. ​ແລະ ຖ້າ​ຫາກນັກ​ທ່ອງ​ທ່ຽວ​ຢາກ​​ເຮັດທົດ​ລອງ​​​ເຄື່ອງປັ້ນດິນ​ເຜົາ​​ກໍ​ຈະໄດ້​ຮັບ​ການ​ແນະນຳ​ຢ່າງ​ລະອຽດ​. ສະ​ນັ້ນ ອາດ​ເວົ້າ​ໄດ້​ວ່າ ລາຍການ​ທ່ອງ​ທ່ຽວ​ ໝູ່​ບ້ານ​ບູຮານ ​ເຟືອ​ກຕິກ ​ໃນ​ມື້​ຫນຶ່ງ​ຈະ​ແມ່ນ​ບັນດາ​ອະນຸສອນ​ທີ່​ບໍ່​ອາດ​ຫລົງ​ລືມ​ໄດ້ສຳລັບ​ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມຢາມ​​ກຸງເກົ່າ​ເຫ້ວ.

 

                                                                                                                ນັກ​ຂ່າວ: ລານ​ແອ​ງ

ຕອບກັບ

ຂ່າວ/ບົດ​ອື່ນ