ວັດທະນະທຳ ແລະ ປະເພນີຂອງຊາວເຜົ່າໄຕ

(vovworld) - ວົງ​ຄະນາ​ຍາດ​ຊາວ​ເຜົ່າ​ໄຕ ​ແມ່ນ​ຊົນ​ເຜົ່າ​ທີ່​ມີ​ພົນລະ​ເມືອງ​ຫຼາຍ​ກວ່າ​ໝູ່​ໃນ​ບັນດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ຫວຽດນາມ, ດ້ວຍ 1.700.000 ຄົນ, ຊາວ​ເຜົ່າ​ໄຕ​ໃຊ້​ໝວດ​ພາສາໄຕ - ​ໄທ, ​ເຂົາ​ເຈົ້າ​ອາ​ໄສ​ສ່ວນ​ຫຼາຍ​​ຢູ່​ບັນດາ​ແຂວງ​ພາກ​ເໜືອ ​ແລະ ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຫວຽດນາມ​ ຄື: ​ແຂວງ​ກາວ​ບັ່ງ, ລ້າງ​ເຊີນ, ບັກ​ກ້ານ, ຮ່າ​ຢາງ, ທ໋າຍງວຽນ: ລາວ​ກາຍ. ຊາວ​ເຜົ່າ​ໄຕ​ເຄີຍ​ດຳລົງ​ຊີວິດ​ຢູ່​ຕີນ​ພູ​ຫຼື​ແຄມ​ຫ້ວຍ.

ວັດທະນະທຳ ແລະ ປະເພນີຂອງຊາວເຜົ່າໄຕ - ảnh 1

ພາບອິນເຕີແນດ

        ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ຊາວ​ເຜົ່າ​ໄຕ​ເຄີຍ​ຢູ່​ເຕົ້າ​ໂຮມ​ກັນ​ເປັນ​ບ້ານຕາມ​ຮ່ອມ​ພູ, ​ເນີນ​ພູ. ​ແຕ່​ລະ​ບ້ານ​ມີ 15-20 ຄອບຄົວ. ບາງ​ເທື່ອ​ກໍ່​ມີ​ນັບ​ຮ້ອຍ​ຄອບຄົວ. ​ເຮືອນ​ຂອງ​ຊາວ​ເຜົ່າ​ໄຕ​ແມ່ນ​ເຮືອນຮ້ານ, ​ເຂົາ​ເຈົ້າ​ເຄີຍ​ຫາ​ໄມ້​ທີ່​ລຳ້​ຄ່າ​ມາ​ປຸກ​ເຮືອນ. ​ເຮືອນ​ມີ 2 ຫຼື 4 ຫຼັງຄາ​ມຸງ​ດ້ວຍ​​ໃບ​ຄໍ້​ຫຼື​ດິນຂໍ. ຝາ​ເຮືອນ​ເຮັດ​ດ້ວຍ​ໄມ້​ອັດຫຼື​ໄມ້​ໄຜ່​ໄມ້​ເຮ້ຍ. ຊຸດ​ອາພອນ​ຂອງ​ຊາວ​ເຜົ່າ​ໄຕ​ເຮັດ​ດ້ວຍ​ຜ້າ​ຝ້າຍ, ​​ໂດຍ​ເຂົາ​ເຈົ້າ​ຕຳ​​ເອງ ​ແລະ ຍ້ອມ​ເປັນ​ສີ​ຄາມ. ​ສຳລັບ​​ຜູ້ຍິງ​, ເສື້ອ​​ປະກອບ​ດ້ວຍ 5 ປ່ຽງ, ຄໍ​ເສື້ອສູງ, ​ໃສ່​ກະ​ດູມ 5 ອັນ​ຢູ່​ຄໍ ​ແລະ ຂ້າງ​ເສື້ອ, ​ໂສ້ງ​ຍາວ, ​ມັດ​ສາຍ​ແອວ, ມີຜ້າບ່ຽງ. ​ໃນ​ງານ​ບຸນ, ​ເຂົາ​ເຈົ້າ​​ເຄີຍ​ນຸ່ງ​ເສື້ອ​ຂາວ​ຕື່ມ​ອີກ​ຢູ່ທາງ​ໃນ. ກ່ອນ​ນີ້, ຜູ້ຍິງ​ຊາວ​ເຜົ່າ​ໄຕ​ຢູ່​ຫຼາຍ​ເຂດ​ນຸ່ງ​ສິ້ນ, ​ແຕ່​ປະຈຸ​ບັນ, ​ເຂົາ​ເຈົ້າ​ພັດ​ນຸ່ງ​ໂສ້ງຍາວ​ເຖິງ​ສົ້ນ​ຕີນ. ​ແມ່ຍິງ​ຊົນ​ເຜົ່າ​ໄຕ​ຍັງ​ມີ​ເສື້ອ​ຍາວ​​ເບິ່ງຄ້າຍຄື​ກັນ​ກັບເສື້ອ​ສັ້ນ​ແຕ່ປ່ຽງ​ເສື້ອ​ພັດ​ຍາວ​ເຖິງ​ຫົວ​ເຂົ່າ. ​ເຄື່ອງ​ສຳອາງ​ມີ​ປອກຄໍ, ປອກ​ແຂນ, ປອກຕີນ… ສ່ວນ​​ຜູ້​ຊາຍ​ນຸ່ງ​ໂສ້ງກວ້າງມີ​ຫົວ, ​ເສື້ອ​ສັ້ນ​, ປະກອບ​ດ້ວຍ 5 ປ່ຽງ. ເສື້ອ​ຄໍຕັ້ງ. ຜູ້​ຊາຍ​ກໍ່​ມີ​ເສື້ອ​ຍາວ​ກວ່າ​ຫົວ​ເຂົ່າ. ປ້າ ຮ່ວາງ​ທິຊວານ, ຊາວ​ເຜົ່າ​ໄຕ​ຢູ່​ຕາ​ແສງ​ຊວນ​ຢາງ, ​ແຂວງ​ຮ່າ​ຢາງ, ​ໃຫ້​ຮູ້​ວ່າ:

        “ຊາວ​ເຜົ່າ​ໄຕ​ປະກອບ​ມີ​ໄຕ​ດຳ, ​ໄຕ​ຂາວ, ​ໄຕ​ໄທ, ​ເຊິ່ງ​ໄດ້​ຮັບ​ການຈຳ​ແນ​ກຜ່ານ​ສີ​ເສື້ອ. ຊາວ​ເຜົ່າ​ໄຕ​ຂາວ​​ໃຊ້ຜ້າບ່ຽງ​ ​ແລະ ​ເສື້ອ​ສີ​ຄາມ ​ນອກ​ນັ້ນ​ກໍ່​ໃສ່ປອກຄໍ​ອີກ. ສ່ວນ​ຊາວ​ເຜົ່າ​ໄຕ​ດຳ​ນຸ່ງ​ເສື້ອ​ສັ້ນສີດຳ, ສິ້ນ​​ແພ​ໜາ​ ​ແລະ ຍາວ​ກວ່າ​ສິ້ນ​ຂອງ​​ເຜົ່າ​ໄຕ​ຂາວ, ​ ຄໍໃສ່​ປອກ ​ແລະ ກະ​ດູມ​ເຮັດ​ດ້ວຍ​ເງິນ. ຢູ່​ຊວນ​ຢາງ, ຊາວ​ເຜົ່າ​ໄຕ​ຂາວ​ກວມ 80%, ສ່ວນ​ຊາວ​ເຜົ່າ​ໄຕ​ດຳ​ພັດດຳລົງ​ຊີດ​ຢູ່​ຊິ໋ນ​ເມິ່ນ, ຮ່າ​ຢາງ. ຊາວ​ເຜົ່າ​ໄຕ​ຢູ່​ກາວ​ບັ່ງ ມັກນຸ່ງ​ໂສ້ງ​ຍາວ​ສີດຳ“.

ວັດທະນະທຳ ແລະ ປະເພນີຂອງຊາວເຜົ່າໄຕ - ảnh 2

ພາບອິນເຕີແນດ

        ກໍ່​ເຊັ່ນ​ດຽວ​ກັນ​ກັບ​ຊົນ​ເຜົ່າ​ອື່ນໆ, ຊົນ​ເຜົ່າ​ໄຕ​​ເຊື່ອ​ຖື​ເທວະ​ດາ​ຟ້າ​ແຖນ. ການບູຊາ​ບັນພະບຸລຸດ​ແມ່ນ​ພິທີ​ທາງ​ສາສະໜາ​ທີ່​ສຳຄັນ​ຂອງ​ຊາວ​ເຜົ່າ​ໄຕ. ​ແທ່ນ​ບູຊາ​ບັນພະບຸລຸດ​ຕັ້ງ​ຢູ່​ບ່ອນຄ່ຽມ​ຂຶມ​ທີ່​ສຸດ​ໃນ​ເຮືອນ. ຕຽງ​ຢູ່​ຕໍ່ໜ້າ​ແທ່ນ​ບູຊາ​ແມ່ນຕັ້ງ​ຢູ່​ລ້າໆ​ເທົ່າ​ນັ້ນ, ​ແຂກ​ບໍ່​ໄດ້​ນັ່ງ, ນອນ​ຢູ່​ເທິງ. ນອກ​ນັ້ນ​ເຂົາ​ເຈົ້າ​ກໍ່​ຄະ​ລຳຫຼາຍ​ຢ່າງ​ອີກ​ເຊັ່ນ: ບໍ່​ໄດ້​ຕັ້ງ​ຂາ​ເທິງ​ຟືນ​ທີ່​ພວມ​ໄໝ​ໃນ​ເຕົາ​ໄຟ ຫຼື​​ຕັ້ງ​ຂາເທິງ​ເຕົາ​ໄຟ. ພາຍຫຼັງ​ເຂົ້າ​ຮ່ວມ​ພິທີ​ງານ​ສົບ​ຖ້າ​ບໍ່​ທັນ​ອາບ​ນຳ້​ແມ່ນ​ບໍ່​ໄດ້​ເບິ່ງ​ສັດ​ປີກ ​ແລະ ສັດລ້ຽງ. ຜູ້​ຫາ​ກໍ່​ເກີດ​ລູກ​ບໍ່​ໄດ້​ຢືນ​ຢູ່​ບ່ອນ​ບູຊາ​ບັນພະບຸລຸດ. ປະ​ເພນີ​ບູຊາ​ໝາ​ຫີນກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາວ​ເຜົ່າ​ໄຕ. ຢູ່​ຕໍ່ໜ້າ​ປະຕູເຮືອນຂອງ​ແຕ່​ລະ​ຄອບຄົວ​ຊາວ​ເຜົ່າ​ໄຕ​ຢູ່​ລ້າງ​ເຊີນ ​ເຄີຍ​ຕັ້ງ​ໝາ​ຫີນ​ໂຕ​ໜຶ່ງດ້ວຍ​ຮູບ​ຮ່າງ​ທີ່​ແຕກຕ່າງ​ກັນ. ນັ້ນ​ແມ່ນ​ຈຸດ​ພິ​ເສດສະ​ເພາະ​ຂອງ​ຊາວ​ເຜົ່າ​ໄຕ​ຢູ່​ລ້າງ​ເຊີນ. ໝາ​ຫີນ​ຖືກ​ຕັ້ງ​ຕໍ່ໜ້າ​ເຮືອນ​ເພື່ອ​ຂັບ​ໄລ່​ຜີ​ສາງ​ນາງ​ໄມ້, ຄວາມ​ສ່ຽງ ​ແລະ ຊ່ວຍ​ເຈົ້າ​ຂອງ​ເຝົ້າ​ເຮື​ອນ. ທ່ານ ວີ​ວັນ​ເກີ, ຢູ່​ເມືອງ​ໂລກ​ບິ່ງ, ​ແຂວງ​ລ້າງ​ເຊີນ, ​ໃຫ້​ຮູ້​ວ່າ:

        “ໝາ​ຫີນ​ຕັ້ງ​ຢູ່​ຕໍ່ໜ້າ​ເຮືອນ​ເພື່ອ​ເຝົ້າ​ເຮືອນ, ຮັກສາ​ຄອບຄົວ​ໃຫ້​ມີ​ຄວາມ​ສຸກ, ທຳ​ມາ​ຫາ​ກິນ​ໄດ້​ຮັບ​ຜົນ​ດີ. ນັ້ນ​ແມ່ນ​ປະ​ເພນີ​ທີ່​ໄດ້​ຮັບ​ການ​ສືບ​ທອດ​ຈາກ​ລຸ້ນກ່ອນ​ມາ​ຮອດ​ປະຈຸ​ບັນ

ວັດທະນະທຳ ແລະ ປະເພນີຂອງຊາວເຜົ່າໄຕ - ảnh 3

ພາບອິນເຕີແນດ

        ຊາວ​ເຜົ່າ​ໄຕ​ມີ​ພື້ນຖານ​ສິລະ​ປະ​ວັນນະຄະດີ​ທີ່​ອຸດົມສົມ​ບຸນ, ດ້ວຍ​ບົດ​ກອນ, ບົດ​ເພງ, ​ເທບ​ນິຍາຍ, ​ເລື່ອງ​ຊວນ​ຫົວ, ຟ້ອນ, ດົນ​ຕີ, ຂັບ​ເລື້ອນ (ຂັບ​ກ້ຽວ​ກັນ), ຂັບ​ກ່ອມ, ຂັບ​ໃນ​ງານ​ດອງ. ​ໃນ​ນັ້ນ​ຂັບ​ແທນ​ແມ່ນ​ຂາດ​ບໍ່​ໄດ້​ໃນ​ງານ​ບຸນ​ຕ່າງໆ​ຂອງ​ຊາວ​ເຜົ່າ​ໄຕຄື​ໃນ​ພິທີ​ງານ​ສົບ, ​ງານ​ບຸນ​ລົງ​ທົ່ງ, ​​ງານ​ແຕ່ງດອງ. ​ເຂົາ​ເຈົ້າ​ເຄີຍຂັບ​ແທນ​​ຕໍ່ໜ້າ​ແທ່ນ​ບູຊາ​ບັນພະບຸລຸດ, ຢູ່​ເຂດ​ທົ່ງ​ນາ​ໃນ​​ເດືອນ​ຈຽງ, ​ເດືອນ​ສອງ. ຂັບ​ແທນ​ແມ່ນ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ປະຈຳ​ວັນ, ​ເມື່ອມ່ວນ​ຊື່ນ​​ເຂົາ​ເຈົ້າກໍ່ຂັບ​ແທນ, ​ເມື່ອ​ໂສກ​ເສົ້າກໍ່​ຂັບ​ແທນ. ດັ່ງ​ນັ້ນ​ຂັບ​ແທນ​ແມ່ນ​ການ​ເຄື່ອນ​ໄຫວວັດທະນະທຳ​ທີ່ຂາດ​ບໍ່​ໄດ້​ໃນ​ຊີວິດ​ທາງ​ຈິດ​​ໃຈ​ຂອງ​ຊາວ​ເຜົ່າ​ໄຕ, ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເພນີ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ໄຕ.

ຕອບກັບ

ຂ່າວ/ບົດ​ອື່ນ