ວັດທະນະທຳທີ່ເປັນເອກະລັກສະເພາະໃນພິທີແຕ່ງງານ ຂອງຊາວເຜົ່າເມື່ອງ

(vovworld) - ວັດທະນະທຳ​ຂອງ​ຊົນ​ເຜົ່າ​ເມື່ອ​ງມີ​ສີສັນ​ສະ​ເພາະ, ​ເຊິ່ງສະ​ແດງ​ອອກ​ຜ່ານ​ແບບ​ແຜນ​ດຳລົງ​ຊີວິດ, ວິຖີ​ຊີວິດ, ຮີດຄອງ​ປະ​ເພນີ, ການ​ເຫຼື້ອ​ມໃສ… ​ໃນ​ນັ້ນ​ມີ​ປະ​ເພນີ​ແຕ່ງງານ​ຂອງ​ຊົນ​ເຜົ່າ​ເມື່ອ​ງຢູ່​ແຂວງ​ຮ່ວາ​ບິ່ງ. ນີ້​ແມ່ນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ, ມີ​ຜົນ​ສະທ້ອນ​ອັນ​ໃຫຍ່​ຫຼວງ​ເຖິງ​ການ​ສ້າງ ​ແລະ ພັດທະນາ​ຄອບຄົວ, ວົງ​ຕະກູນຊົນ​ເຜົ່າ​ເມື່ອ​ງຜ່ານ​ປະຫວັດສາດ​ນັບ​ພັນ​ປີ.

ວັດທະນະທຳທີ່ເປັນເອກະລັກສະເພາະໃນພິທີແຕ່ງງານ ຂອງຊາວເຜົ່າເມື່ອງ - ảnh 1

ພິທີແຕ່ງດອງຂອງຊົນເຜົ່າເມືອງ

        ປະຈຸ​ບັນ​ພິທີ​ແຕ່ງ​ງານຂອງ​ຊົນ​ເຜົ່າ​ເມື່ອ​ງ​ແມ່ນ​ທຳ​ມະ​ດາ​ງ່າຍດາຍ​ກວ່າ​ແຕ່​ກ່ອນ​ຫຼາຍ​ແລ້ວ, ​ແຕ່​ຍັງ​ຄົງ​ຮັກສາ​ມູນ​ເຊື້ອ​ທີ່​ເປັນ​ພື້ນຖານ​ໄວ້​ຢູ່. ກ່ອນ​ນີ້​ການ​​ສ້າງ​ຄອບຄົວ​ໂດຍ​ພໍ່​ແມ່​​ເປັນ​ຜູ້​ຊັບຊ້ອນ, ສ່ວນ​ລູກ​ບໍ່​ມີ​ສິດ​ເລືອກ​ເຟັ້ນ, ພິ​ເສດ​ແມ່ນ​ລູກ​ສາວ. ​ແຕ່ປະຈຸ​ບັນ, ຜູ້​ຊາຍ, ຜູ້ຍິງ​ມີ​ສິດ​ເສລີ​ໃນ​ການ​ເລືອກ​ເຟັ້ນຄົນ​ຮັກ ​ແລະ ການ​ສົມລົດ​ກໍ່​ອີງ​ບົນ​ພື້ນຖານຄວາມ​ສະໝັກ​ໃຈ. ຍ້ອນ​ເຫດ​ນັ້ນ, ພິທີ​ແຕ່ງງານ​ຂອງ​ຊົນ​ເຜົ່າ​ເມື່ອ​ງຈຶ່ງ​ໄດ້​ຮັບ​ການ​ກະກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ​ກ່ອນ​ທີ່​ຈັດ​ງານ​ດອງນັບ​ເປັນ​ເດືອນ, ​ເປັນ​ປີ, ຊຳ້​ບໍ​ໜຳ​ແມ່ນ​ສອງ​ສາມ​ປີ. ​ເມື່ອ​ການ​ກະກຽມ​ສຳ​ເລັດ​ບໍລິບູນ​ແລ້ວ, ​ເຂົາ​ເຈົ້າ​ຈຶ່ງ​ຈັດ​ພິທີ​ແຕ່ງງານ. ທຳ​ອິດ​ແມ່ນ​ຕ້ອງ​ເລືອກ​ມື້​ສັນ​ວັນ​ດີ​ເພີ່ມ​ຈັດ​ພິທີ, ຫຼັງ​ຈາກ​ນັ້ນ​ຈຶ່ງຈັດການ​ປະຊຸມ​ໃນ​ຄອບຄົວ​ເພື່ອ​ລາຍ​ງານ ​ແລະ ​ແບ່ງວຽກ​ງານ​ຢ່າງ​ລະອຽດ​. ທ່ານ ບູ່​ຍວັນ​ເບິ​ນ, ຕາ​ແສງ​ດິກ​ຢ໋າວ, ​ເມືອງ​ເຕິ​ນຫຼາກ, ​ແຂວງ​ຮ່ວາ​ບິ່ງ, ​ໃຫ້​ຮູ້​ວ່າ:

        “​ສຳລັບ​ຊາວ​ເຜົ່າ​ເມື່ອ​ງພວກ​ຂ້າພະ​ເຈົ້າ, ເພື່ອ​ຈັດ​ພິທີ​​ແຕ່ງງານ, ທຳ​ອິດຄອບຄົວ​ຝ່າຍ​ຊາຍຕ້ອງ​ປະຊຸມ​ອ້າຍ​ນ້ອງ​ໃນ​ຄອບຄົວ​ນຳ​ກັນ ​ເພື່ອ​ເບິ່ງດູ​ວ່າ​ບັນດາ​ສະມາຊິກ​ໃນ​ຄອບຄົວ​ຈະເຫັນ​ດີ​ຫຼື​ບໍ. ​ເມື່ອ​ບັນດາ​ສະມາຊິກ​ໃນ​ຄອບຄົວ​ຝ່າຍ​ຊາຍ​ເຫັນ​ດີ​ແລ້ວ, ຈະ​ຄັດເລືອກຜູ້​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ຄອບ​ຄົວ​ເພື່ອ​ເປັນ​​ເຈົ້າ​​ໂຄດ​ລຸງ​ຕາ​​ໃຫ້​ງານ​ດອງ. ​ເມື່ອ​ເຊີນ​ເຈົ້າ​ໂຄດ​ລຸງ​ຕາ​ມາ​ຕ້ອງ​ຈັດ​ພາ​ເຂົ້າ​ໃຫ້​ທ່ານ​ຜູ້​ນັ້ນ​ກິນ, ພາຍຫຼັງ​ກິນ​ເຂົ້າ​ແລ້ວ​ຈະ​ມອບ​​ເຫຼົ້າ 2 ​ແກ້ວ, ຊາ​ຫໍ່​ໜຶ່ງ​ໃຫ້​ເຈົ້າ​ໂຄດ​ລຸງ​ຕາ​ເພື່ອ​ນຳ​ໄປ​ຍັງ​ຄອບຄົວ​ຝ່າຍ​ຍິງ. ພາຍຫຼັງ​ຕ້ອນຮັບເຈົ້າ​ໂຄດ​ລຸງ​ຕາ​ແລ້ວ. ຄອບຄົວ​ຝ່າຍ​ຍິງ​ຈະ​ປະຊຸມ​ນຳ​ກັນ​ເພື່ອ​ຮູ້​ວ່າ​ຈະ​ເຫັນ​ດີ​ສ້າງ​ການ​ພົວພັນ​ກັບ​ຄອບຄົວ​ຝ່າຍ​ຊາຍ​ຫຼື​ບໍ“.

ວັດທະນະທຳທີ່ເປັນເອກະລັກສະເພາະໃນພິທີແຕ່ງງານ ຂອງຊາວເຜົ່າເມື່ອງ - ảnh 2

​ໃນ​ພິທີ​ແຕ່ງງານ​ຂອງ​ຊາວ​ເຜົ່າ​ເມື່ອ​ງ

        ​ໃນ​ພິທີ​ແຕ່ງງານ​ຂອງ​ຊາວ​ເຜົ່າ​ເມື່ອ​ງ, ບົດບາດ​ຂອງ​ເຈົ້າ​ໂຄດ​ລຸງ​ຕາ​ແມ່ນ​ຂາດ​ບໍ່​ໄດ້. ພິທີ​ຖືກ​ຈັດ​ຂຶ້ນ​ສຳ​ເລັດ​ຜົນ ​ແລະ ​ເຮັດ​ໃຫ້​ຄອບຄົວທັງ​ສອງ​ຝ່າຍ​ຍິງ, ​ຊາຍພໍ​ໃຈ. ​ແມ່ນ​ມີ​ການ​ປະກອບສ່ວນ​ສຳຄັນ​ທີ່​ສຸດ​ຂອງເຈົ້າ​ໂຄດ​ລຸງ​ຕາ. ຕາມ​ປະ​ເພນີ​ຂອງ​ຊາວ​ເຜົ່າ​ເມື່ອ​ງ​ແລ້ວ, ຄອບຄົວ​ຝ່າຍ​ຍິງ​​ເຄີຍແອ່ວ​ຄ່າ​ສິນ​ດອງ, ​ໃນ​ນັ້ນ​ລວມມີ: ​ໂຕ​ຄວາຍ​ນ້ອຍ​ “​ຫູ​ຍາວ​ເທົ່າ​ກັນ​ເຂົາ“. ​ເຂົ້າໜົມ​ໄຢ່ “ບໍ່​ມີ​ໃນ​“ ຫາບ​ໜຶ່ງ. ​ເງິນ​ຈຳນວນ​ໜຶ່ງ​ເພື່ອ​ເປັນຄ່າ​ສິນ​ສອດໃຫ້​ເຈົ້າ​ສາວ. ​ເຫຼົ້າ​ໄຫ​ໜຶ່ງ ຫຼື 60 ລິດ, ​ເຂົ້າຈ້າວ 60 ກິ​ໂລກຼາມ, ​ເຂົ້າໜຽວ 40 ກິ​ໂລກຼາມ ​ແລະ ​ໃບ​ພູ​ໝາກ​ຄ້ຽວ​ຫາບ​ໜຶ່ງ. ຖ້າ​ຫາກ​ຄອບຄົວ​ຝ່າຍ​ຊາຍ​ເຫັນ​ດີ​ຈະ​ກັບ​ເມືອ​ກະກຽມ, ຖ້າ​ບໍ່​ເຫັນ​ດີ​ສາມາດ​ຜ່ານເຈົ້າ​ໂຄດ​ລຸງ​ຕາ​ໄປ​ຍັງ​ຄອບຄົວ​ຝ່າຍ​ຍິງ​ເພື່ອ​ຕົກລົງ​ຄືນ​ໃໝ່. ພາຍຫຼັງ​​ໄດ້​ເຫັນ​ດີ​ກ່ຽວ​ກັບ​ຄ່າ​ສິນ​ດອງ​ນຳ​ກັນ​ແລ້ວ, ຄອບຄົວ​ຝ່າຍ​ຊາຍ​ຈະ​ຕ້ອງ​ນຳ​ເອົາ​ສິນ​ດອງຂອງ​ໝັ້ນ​ທີ່​ສອງ​ຝ່າຍ​ໄດ້​ເຫັນ​ດີ​ນຳ​ກັນເຖິງ​ຄອບຄົວ​ຝ່າຍ​ຍິງ; ຕາມ​ທຳ​ມະ​ດາ​ແມ່ນ​ຊີ້ນ​ໝູ, ​ເຂົ້າໜຽວ, ​ເຂົ້າຈ້າວ, ​ເຫຼົ້າ... ທ່ານ​ບູ່​ຍວັນວ້ຽນ, ຢູ່​ຕາ​ແສງ​ດິກ​ຢ໋າວ, ​ເມືອງ​ເຕິ​ນຫຼາກ, ​ແຂວງ​ຮ່ວາ​ບິ່ງ, ​ເຊິ່ງ​ແມ່ນ​ຜູ້​ທີ່​ເຄີຍ​ໄດ້​ຮັບ​ເລືອກ​ເຟັ້ນ​ເປັນເຈົ້າ​ໂຄດ​ລຸງ​ຕາ​ໃນ​ງານ​ດອງ​ຕ່າງໆ, ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ເຄີຍ​ເປັນ​ເຈົ້າ​ໂຄດ​ລຸງ​ຕາ​​ໃນ​ງານ​ດອງ​ຕ່າງໆມາ​ເປັນ​ເວລາ​ກວ່າ 20 ປີ ​ແລ້ວ. ​ເມື່ອ​ຮັບ​ຂອງ​ໝັ້ນ​ຈາກຄອບຄົວ​ຝ່າຍ​ຊາຍນຳ​ໄປ​ຍັງ​ຄອບຄົວ​ຝ່າຍ​ຍິງ ​ແລະ ລາຍ​ງານ​ເລື່ອງ​ແຕ່ງງານ​ຂອງ​ພວກ​ຫຼານ. ຄອບຄົວ​ຝ່າຍ​ຍິງ​ຈະ​ມີໜ້າ​ຢ່າງ​ພ້ອມພຽງ​ເພື່ອ​ຕ້ອນຮັບ. ພາຍຫຼັງ​ປຶກສາ, ​ແລກປ່ຽນກັບ​ຄອບຄົວ​ຝ່າຍ​ຍິງ​ກ່ຽວ​ກັບ​ວັນ, ​ເວລາ​ຈັດ​ພິທີ​ແຕ່ງດອງ​ແລ້ວ, ຂ້າພະ​ເຈົ້າ​ກໍ່​ກັບ​ເມືອ​ຄອບຄົວ​ຝ່າຍ​ຊາຍ​ເພື່ອ​ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ສິນ​ດອງ​ຂອງ​ໝັ້ນ​ໃຫ້​ງານ​ດອງ, ​ແລ້ວ​ສືບ​ຕໍ່​ໄປ​ຍັງ​ຄອບຄົວ​ຝ່າຍ​ຍິງ​ເພື່ອ​ເຫັນ​ດີ​ເປັນ​ເອກະ​ພາບ​ກັບ​ຄອບຄົວ​ຝ່າຍ​ຍິງ​ເທື່ອ​ສຸດ​ທ້າຍ. ບົດບາດ​ຂອງ​ເຈົ້າ​ໂຄດ​ລຸງ​ຕາ​ແມ່ນ​ສຳຄັນ​ທີ່​ສຸດ, ​ເພາະວ່າ​ວຽກ​ງານ​ທຸກ​ຢ່າງ​ທີ່​ກ່ຽວຂ້ອງ​ເຖິງ​ພິທີ​​ແຕ່ງງານ​ຂອງ​ສອງ​ຄອບຄົວ​ລ້ວນ​ແຕ່​ໂດຍ​ເຈົ້າ​ໂຄດ​ລຸງ​ຕາ​ເປັນ​ຜູ້​ຮັບຜິດຊອບ“.

ວັດທະນະທຳທີ່ເປັນເອກະລັກສະເພາະໃນພິທີແຕ່ງງານ ຂອງຊາວເຜົ່າເມື່ອງ - ảnh 3
ປະຊຸມບັນດາສະມາຊິກໃນຄອບຄົວກ່ຽວກັບວຽກງານກະກຽມງານດອງ

        ພາຍຫຼັງ​ເຫັນ​ດີ​ກ່ຽວ​ກັບ​ຄ່າ​ສິນ​ດອງ ​ແລະ ວັນ​ເວລາ​ຈັດ​ຕັ້ງ​ງານ​ດອງ, ຄອງ​ຄົວ​ທັງ​ຝ່າຍ​ຍິງ ​ແລະ ຝ່າຍ​ຊາຍ​ຈະ​ດຳ​ເນີນ​ວຽກ​ງານ​ກະກຽມ​ໃຫ້​ງານ​ດອງ. ຄອບຄົວ​ຝ່າຍ​ຊາຍ​ຈະ​ນຳ​ເອົາ​ສິນ​ດອງ​ເຖິງ​ຄອບຄົວ​ຝ່າຍ​ຍິງ​ກ່ອນ​​ເວລາ​ຈັດ​ງານ​ດອງ​ໜຶ່ງ​ວັນ. ​ແຕ່​ຢູ່​ບາງ​ທ້ອງ​ຖີ່​ນຄື, ຊາວ​ເຜົ່າ​ເມື່ອ​ງບີຢູ່​ເມືອງ​ເຕິ​ນຫຼາກ​ພັດ​ນຳ​ເອົາ​ສິນ​ດອງ​ມາ​ຄອບຄົວ​ຝ່າຍ​ຍິງ​ໃນ​ມື້​ຈັດ​ງານ​ດອງ. ປະ​ເພນີ​ໄປຮັບ​ຕ້ອນ​​ເຈົ້າ​ສາວ​ຂອງຊາວ​ເຜົ່າ​ເມືອງ​ກໍ່​ເປັນ​ເອກະລັກ​ສະ​ເພາະ. ດ້ວຍ​ການ​ກຳນົດ​ຈຳນວນ​ຜູ້​ໄປ​ຮັບ ​ແລະ ວຽກ​ງານ​ໃຫ້​ແຕ່ລະຄົນ​ຢ່າງ​ລະອຽດ. ຫົວໜ້າ​ຂະ​ບວນ​ແຫ່​ເຈົ້າ​ສາວ​​ແມ່ນ​ຜູ້​ມີ​ອາຍຸ​ສູງ​ໃນ​ວົງ​ຕະກຸນ. ​ ​ເຖິງ​ວ່າ​ຂະ​ບວນ​ແຫ່​ເຈົ້າ​ສາວ​ຂອງຄອບຄົວຝ່າຍ​​ຊາຍ​ຈະ​ຢູ່​ໃກ້​ຫຼື​ໄກ​ກໍ່​ໄດ້​ຮັບ​ປະທານ​ອາຫານ​ຢູ່ຄອບຄົວ​ຝ່າຍ​ຍິງ. ທ່ານ ບູ່​ຍວັນ​ເບິນ, ຕາ​ແສງ​ດິກ​ຢ໋າວ, ​ເມືອງ​ເຕິ​ນຫຼາກ, ​ແຂວງ​ຮ່ວາ​ບິງ, ​ໃຫ້​ຮູ້​ວ່າ:

        “ຕາມ​ປະ​ເພນີ​ຂອງ​ຊາວ​ເຜົ່າ​ເມືອງ, ພິທີ​ແຕ່ງງານ​ຕ້ອງ​ມີ​ໃບ​ພູ​ໝາກ​ຄ້ຽວ, ຕົ້ນ​ອ້ອຍ, ຊີ້ນໝູ, ​ໄກ່. ນອກ​ນັ້ນ​ຕ້ອງ​ມີ​ເງິນ​ຈຳນວນ​ໜຶ່ງທີ່​ເປັນ​ສັນຍາ​ລັກ​ໃຫ້​ຄອບຄົວ​ຝ່າຍ​ຍິງ​ອີກ“.

        ພາຍຫຼັງ​ພິທີ​ຕ້ອນຮັບ​ເຈົ້າ​ສາວ, ຄອບຄົວ​ຝ່າຍ​ຊາຍ​ຕ້ອງ​ມີ​ຂອງຕ້ອນ​ໃຫ້​ແກ່ເຈົ້າ​ໂຄດ​ລຸງ​ຕາ ​ແລະ ຜູ້​ທີ່​ເຂົ້າ​ຮ່ວມ​ຂະ​ບວນ​​ແຫ່​​ເຈົ້າ​ສາວ. ຕາມ​ປະ​ເພນີ, ພາຍຫຼັງ​ພິທີ​ຕ້ອນຮັບ​ເຈົ້າ​ສາວ. ​ເຈົ້າ​ສາວ​ຜູ້​ນັ້ນບໍ່​ທັນຢູ່​ເລີຍ​ໃນ​ຄອບຄົວ​ເຈົ້າ​ບ່າວ, ຫາກ​ກັບ​ເມືອ​ຄອບຄົວ​ຂອງ​ຕົນ, ​ແຕ່​ກາງ​ເວັນ​ຕ້ອງ​ໄປ​ເຮັດ​ວຽກ​ຢູ່​ໃນ​ຄອບຄົວ​ຜູ້​ບ່າວ. ພາຍຫຼັງ​ໄລຍະ​ໜຶ່ງ, ຕາມ​ທຳ​ມະ​ດາ​ແມ່ນ​ພາຍຫຼັງ​ເກີດ​ລູກ​​ກົກນາງ​ໃພ້​ຈຶ່ງ​ຢູ່​ເລີຍ​ໃນ​ຄອບຄົວ​ຂອງ​ຜົວ. ປະຈຸ​ບັນ, ຊາວ​ເຜົ່າ​ເມື່ອ​ງຢູ່​ເມື່ອ​ງວາງ, ​ເມືອງ​ຫຼາກ​ເຊີນ, ​ແຂວງ​ຮ່ວາ​ບິ່ງ​ຍັງຄົງ​ຮັກສາ​ປະ​ເພນີນີ້ຢູ່, ​ແຕ່​​ເວລາ​ຢູ່​ກັບ​ຄອບຄົວ​ຂອງ​ຕົນພາຍຫຼັງພິທີ​ແຕ່ງງານ​​ພຽງ​ສອງ​ສາມ​ວັນ​ເທົ່າ​ນັ້ນ​ແລ້ວ​ຈະມາ​ຢູ່​ເລີຍ​ໃນ​ຄອບຄົວ​ຂອງ​ຜົວ.

       

ຕອບກັບ

ຂ່າວ/ບົດ​ອື່ນ