ວັດໃນຊີວິດທາງຈິດໃຈຂອງຊາວຂະແມ

ວັດໃນຊີວິດທາງຈິດໃຈຂອງຊາວຂະແມ - ảnh 1
(ພາບປະກອບ)

(vovworld) - ຊາວ​ເຜົ່າຂະ​ແມ​ເຊື່ອ​ຖື​ພຸດທະ​ສາສະໜາ, ດັ່ງ​ນັ້ນ​ຢູ່​ບ່ອນ​ໃດ​ທີ່​ເຂົາ​ເຈົ້າ​ດຳລົງ​ຊີວິດ​ກໍ່​ລ້ວນ​ແຕ່​ມີ​ວັດວາອາ​ຮາມ. ວັດ​ບໍ່​ພຽງ​ແຕ່​ແມ່ນ​ບ່ອນ​ທຳ​ພິທີ​ດ້ານ​ຈິດ​ວິນຍານ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂຮງຮຽນ​ໂຄສະນາ​ບົດຮຽນ​ໃນ​ການ​ຜະລິດ, ​ແມ່ນ​ສູນ​ແຫ່ງ​ຈິດ​ວິນຍານ, ວັດທະນະທຳ, ການ​ສຶກສາ​ຂອງ​ວົງ​ຄະນາ​ຍາດ. ວັດ​ໄດ້​ປະກອບສ່ວນ​ສຳຄັນ​ໃນ​ການ​ສ້າງ​ບຸກຄະ​ລິກະພາບ ​ແລະ​ ຮັກສາ​ສີສັນ​ວັດທະນະທຳ​ຂອງ​ຊາວ​ເຜົ່າ ຂະ​ແມ.

    ວັດ​ຂອງ​ຊາວ​ເຜົ່າຂະ​ແມ​ ແມ່ນ​​ແຫ່ງ​ເຄື່ອນ​ໄຫວ​ຂອງ​ວົງ​ຄະນາ​ຍາດ, ຄື​ກັນ​ກັບ​ສາລາ​ບ້ານຂອງ​ຊາວ​ຫວຽດ. ​​ແມ່ນ​ເຮືອນ​ລວມຂອງ​ຊາວ​ເຜົ່າ​ຢູ່​ເຂດ ​ໄຕ​ງວຽນ ​ແລະ ​ເຂດ​ແຄມ​ແມ່​ນ້ຳ​ພາກ​ກາງ​ຫວຽດນາມ ​ແຕ່​ວັດ​ຂອງ​ຊາວ​ເຜົ່າຂະ​ແມ ​ພັດ​ສະໜິດ​ຕິດ​ແທດ​ກັບ​ປະຊາຊົນ​ຫຼາຍ​ກວ່າ. ສຳລັບ​ຜູ້​ຊາຍ​ແຕ່ລະຄົນ, ​ເມື່ອ​ຮອດ​ອາຍຸ​ໄປ​​ຮຽນ, ​ໂຮງຮຽນຫຼັງ​ທຳ​ອິດ​ນັ້ນ​ແມ່ນ​ວັດ. ​ເມື່ອ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ປະຊາ​ຄົມວ່າ​ເປັນ​ຊາວ​ໜຸ່ມນັ້ນ​, ​ເຂົາ​ເຈົ້າ​ຕ້ອງ​ເຂົ້າ​ບວດ​ໃນ​ວັດ. ​ໃນ​ງານ​ດອງ, ງານ​ສົບ​ຂອງ​ຊາວ​ເຜົ່າ ຂະ​​ແມ ກໍ່​ລ້ວນ​ແຕ່​ມີ​ການ​ເຂົ້າ​ຮ່ວມ​ຂອງບັນດາ​ພະສົງ. ຊາວ​ເຜົ່າຂະ​ແມ​ ບູຊາ​ບັນພະບຸລຸດ​ຢູ່​ວັດວາອາ​ຮາມ​ຕ່າງໆ.

    ​ເທບ

    ບໍ່​ພຽງ​ແຕ່​ແມ່ນ​ກິດຈະກຳ​ສາສະໜາ, ສະທ້ອນ​ໃຫ້​ເຫັນ​ຈີນ​ຕະນາ​ການ, ການ​ເຄື່ອນ​ໄຫວ​ຂອງ​ສາສະໜາ, ຂອງ​ຊາວ​ເຜົ່າ ຂະ​ແມ​ ເທົ່າ​ນັ້ນ,​ຫາກ​ວັດ​ຍັງ​ແມ່ນ​ສາງ​ເກັບຮັກສາ​ປື້​ມຄຳ​ພີຂອງ​ພຸດທະ​ສາສະໜາ​ອີກ​ດ້ວຍ, ​ແມ່ນ​ແຫ່ງ​ຕ້ອນຮັບ​ແຂກ​ທີ່​ມາ​ຈາກ​ທຸກ​ສາລະ​ທິດ. ຊາວ​ເຜົ່າ ຂະ​ແມ​ ນັບຖື​ວັດວາອາ​ຮາມ ​ແລະ ບັນດາ​ພະສົງ​ຄື​ດັ່ງ​ຄອບຄົວ​ຂອງ​ຕົນ. ທ່ານ ຫງວຽນ​ຮຸ່ງ​ວີ້, ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ພື້ນ​ເມືອງ, ຖື​ວ່າ:

    “ຊາວ​ເຜົ່າຂະ​ແມ​ ຖື​ວັດ​ແມ່ນ​ແຫ່ງ​ສັກສິດ, ທັງ​ມີ​ຄວາມ​ສະໜິດສະໜົມ, ທັງ​ມີ​ຄວາມ​ໝາຍ​ສາສະໜາ, ​ເປັນແຫ່ງ​ດຳ​ເນີນ​ຊີວິດ​, ​ແລະປຶກສາ​ທຸກ​ສິ່ງ​ທຸກ​ຢ່າງ​ໃນ​ຊີວິດ​ປະຈຳ​ວັນ. ​ເຂົາ​ເຈົ້າ​ຖື​ນັ້ນ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ. ພະລັງ ຊີວິດ​ທັງ​ໝົດ​ຂອງ​ປະຊາ​ຄົມ ​ລ້ວນ​ແຕ່​ປະກອບສ່ວນ​ໃຫ້​ວັດ, ຫາກ​ບໍ່​ແມ່ນ​ໃຫ້​ຄອບຄົວ​ຂອງ​ເຂົາ​ເຈົ້າ“.

ວັດໃນຊີວິດທາງຈິດໃຈຂອງຊາວຂະແມ - ảnh 2
(ພາບປະກອບ)

    ວັດ​ຂອງ​ຊາວ​​ເຜົ່າ ຂະ​ແມ​ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ກໍ່ສ້າງ​ຢ່າງ​ໃຫຍ່​ໂຕ, ​ເຄັ່ງຂຶມ, ດ້ວຍ​ທາດ​ສູງ ​ແລະ ປະດັບ​ປະດາ​ດ້ວຍ​ຮູບ​ຄວັດ​ສະຫຼັກ​ຢ່າງ​ລະອຽດ​ຮຽບຮ້ອຍ. ຮອງ​ສາ​ສະ​ດາ​ຈານ, ດຣ ​ເລິ​ມບ໋າ​ນາມ, ມະຫາວິທະຍາ​ໄລ ວິທະຍາສາດສັງ​ຄົມ ​ແລະ ວັດທະນະທຳ​ມະນຸດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

    “ວັດ​ຂອງ​ຊາວ​ເຜົ່າ ຂະ​ແມ​ ມີ​ສະຖາປັດຕະຍະກຳ​ທີ່​ເປັນ​ເອກະລັກ​ສະ​ເພາະ, ດ້ວຍ​ທາດ​ສູງ​ທຽມ​ຟ້າ, ຕ່າງ​ກັບ​ວັດ​ຢູ່​ເຂດ​ທົ່ງພຽງພາກ​ເໜືອ. ​ໃນ​ເຂດ​ພູມ, ສອກ​ຂອງ​ຊາວ​ເຜົ່າ ຂະ​ແມ, ວັດ​ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ກໍ່ສ້າງ​ຢ່າງ​ໃຫຍ່​ໂຕໃນ​ເຂດ​ພື້ນ​ທີ່​ສູງ, ສະທ້ອນ​ໃຫ້​ເຫັນ​ສີສັນ​ຂອງ​ສະ​ຖາ​ປັດຕະຍະ​ກຳ​ວັດ, ນິກາຍ ນາມ​ຕົງ“.

    ​ໃນ​ສິລະ​ປະ​ຄວັດ​ສະຫຼັກ ​ແລະ ສະຖາປັດຕະຍາ​ກຳ​ຂອງ​ຊາວ​ເຜົ່າ ຂະ​ແມ, ນອກຈາກ​ຫຼັງຄາ​ວັດ​​ຖືກ​ກໍ່ສ້າງ​ເປັນທາດ​ທີ່ສູງທຽບ​ຟ້າ​ແລ້ວ, ສິ່ງ​ທີ່​ເຫັນ​ໄດ້​ງ່າຍ​ນັ້ນ​ແມ່ນ​ຫຼັງຄາ​ຍັງ​ໄດ້​ຮັບ​ການ​ຄວັດ​ສະຫຼັກ​ດ້ວຍ​ຮູບ ​ງູ​ນາກາ, ​ເຊິ່ງ​ແມ່ນສັດມົງຄຸນ ທີ່ມີ​ບຸນ​ຄຸ​ນຢ່າງ​ໃຫຍ່​ຫຼວງ​ໃນ​ພຸດທະ​ສາສະໜາ, ງູ​ນາ​ກາມີ​ຫຼາຍ​ຮູບ​ທີ່ເປັນ​ສັນຍາ​ລັກຕ່າງໆ​ເຊັ່ນ, 3 ຫົວ​​ເປັນ​ສັນຍາ​ລັກ​ໃຫ້​ ຟ້າ - ດິນ - ຄົນ, 5 ຫົວ​ທີ່​ເປັນ​ສັນຍາ​ລັກ​ໃຫ້ ​ໂລຫະ - ​ໄມ້ - ນ້ຳ - ​ໄຟ - ດິນ, 6 ຫົວ​ເປັນ​ສັນຍາ​ລັກ​ໃຫ້​ເພດ​ຍິງ, ໜ່ວຍ​ໂລກ, ຮ່າງກາຍ ​ແລະ ການ​ລົ້ມ​ຫາຍ​ຕາຍ​ຈາກ, 7 ຫົວ​ແມ່ນ​ສັນຍາ​ລັກ​ໃຫ້ການ​ຖື​ສິນ​ກິນ​ທໍາ ​ແລະ 9 ຫົວ ​ແມ່ນ​ເສັ້ນທາງ​ພາ​ໄປ​ສູ່​ແດນ​ສະຫວັນ. ພະ​ອາຈານ ​ເຢືອງກວນ, ວັດ​ຊຽມກ໋ານ, ​ແຂວງ ບາກ​ລຽວ ອະທິບາຍ​ກ່ຽວ​ກັບ​ສັນຍາ​ລັກ​ຂອງ​ງູ​ນາ​ກາ​ວ່າ:

    “ຕາມ​ເລື່ອງ​ລາວ​ທີ່​ສືບ​ມາ​ແຕ່​ບູຮານ​ນະ​ການ​ແລ້ວ, ຍາມ​ຝົນຕົກ​ລົມ​ແຮງ, ຖ້ຳ​ຖ້ວມ, ງູ​ນາ​ກາ​ໄດ້​ດັດ​ຕົວ​ເປັນ​ຖານ​ສູງ​ໃຫ້​ພະພຸດ​ນັ່ງ. ​ເມື່ອ​ພະພຸດ​ນັ່ງ​ຢູ່ແລ້ວ, ງູນາ​ກາ​ກໍ່​​ໄດ້​ໃຊ້​ຫົວ​ຂອງ​ຕົນ​ເພື່ອ​ກັນລົມ​ຝົນໃຫ້​ພະພຸດ​. ຍ້ອນ​ເຫດ​ນັ້ນ, ​ເຂົາ​ເຈົ້າ​ຈຶ່ງ​ຄວັດ​ສະຫຼັກ​ຫົວ​ງູ​ໃສ່​ຫຼັງຄາ​ວັດ, ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ງູ​ນາ​ກາ“.

    ຕາມ​ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ພື້ນ​ເມືອງ ຫງວຽນ​ຮຸງ​ວິ້ ​ແລ້ວ, ​ເມື່ອ​ປຽບທຽບ​ສະຖາປັດຕະຍະກຳ​ວັດ​ທຸກ​ແຫ່ງ​​ໃນ​ທົ່ວ​ປະ​ເທດ, ວັດ ຂະ​ແມ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​​ເປັນ​ເອກະລັກ​ສະ​ເພາະ​ທີ່​ສຸດ, ປຽບ​ເໝືອນ​ພາບ​ແສ່ວ​ທີ່​ປະກອບ​ດ້ວຍ​ຫຼາຍ​ສີ, ສະທ້ອນ​ໃຫ້​ເຫັນ​ການ​ເຊື່ອ​ຖື​ຂອງ​ຊົນ​ເຜົ່າ ຂະ​ແມ.

    “ວັດ​ຂອງ​ຊາວ​ເຜົ່າ ຂະ​ແມ​ ມີ​ຫຼາຍ​ຮູບ​ຫຼາຍ​ສີ, ຜ່ານ​ນັ້ນ​ສະທ້ອນ​ໃຫ້​ເຫັນ​ສິລະ​ປະ​ທີ່​ອຸດົມສົມບູນຂອງ​ຊາວ​ເຜົ່າ ຂະ​ແມ“.

    ວັດ​ຂອງ​ຊາວ​ເຜົ່າ ຂະ​ແມ​ປະກົດມີ​ຢູ່ບັນດາ​ແຂວງ​ໃນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ດ້ວຍວັດ​ໃຫຍ່, ນ້ອຍ 450 ​ແຫ່ງ. ​ເຖິງ​ວ່າ​ຈະ​ກໍ່ສ້າງ​ໃນ​ໄລຍະ​ປະຫວັດສາດ​ທີ່​ແຕກ​ຕ່າງ​ກັນ, ​ແຕ່​ວັດ​ແຕ່ລະ​ແຫ່ງ​ພັດ ​ແມ່ນ​ກິດຈະກຳ​ສິລະ​ປະ​ດ້ານ​ສະຖາປັດຕະຍະກຳ, ​ໃນ​ນັ້ນ​ມີ​ວັດ​ບູຮານຫຼາຍ​ແຫ່ງ​ໄດ້​ຮັບ​ການ​ຮັບຮອງ​ວ່າ​ແມ່ນ​ປູຊະນີຍະສະຖານປະຫວັດສາດ, ວັດທະນະທຳລະດັບຊາດ ແລະ ແມ່ນສະຖານທີ່ທ່ອງ​ທ່ຽວ​ຂອງ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ.

​ເທບ​ສຽງ​ປະກອບ

    ​ໃນ​ຕະຫຼອດ​ຊີວິດ, ຊາວ​ເຜົ່າຂະ​ແມ​ແຕ່ລະຄົນ​ ລ້ວນ​ແຕ່​ສະໜິດ​ຕິດ​ພັນ​ກັບ​ວັດວາອາ​ຮາມ. ນີ້​ທັງ​ແມ່ນ​ແຫ່ງ​ຮັກສາ​ວິນຍານ​ຂອງ​ບັນພະບຸລຸດ, ທັງ​ແມ່ນ​ແຫ່ງ​ສຶກສາ​ອົບຮົມປະຊາຊົນ​ກ່ຽວ​ກັບ​ດ້ານ​ຄວາມ​ຮູ້, ວັດທະນະທຳ​ປະພຶດ​ຕໍ່​ໃນ​ຊີວິດ​ປະຈຳ​ວັນ. ປະຈຸ​ບັນ​, ​ໃນ​ວິວັດ​ແຫ່ງ​ການ​ປ່ຽນ​ໃໝ່, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ​ແລະ ​ໂລກ​ນັ້ນ, ການ​ພົວພັນແລກປ່ຽນ​ວັດທະນະທຳກັບ​ພາຍ​ນອກ​ນັບ​ມື້​ນັບ​ກວ້າງຂວາງ, ​ແຕ່ວັດ ຂະ​ແມ ​ຍັງ​ຄົງສືບ​ຕໍ່​ມີ​ບົດບາດ​ສຳຄັນ, ປະກອບສ່ວນ​ສ້າງ​ເປັນ​ບຸກຄະ​ລິກ, ​ແນວ​ຄິດ​ຂອງ​ຊາວ​ຂະ​ແມ​​ແຕ່​ລະ​ຄົນ.

   

ຂ່າວ/ບົດ​ອື່ນ