ວາງແຜນຟື້ນຟູຄວາມງາມຄືນໃໝ່ໃຫ້ແກ່ຫາດຊາຍທະເລ ຍາຈາງ

ວາງແຜນຟື້ນຟູຄວາມງາມຄືນໃໝ່ໃຫ້ແກ່ຫາດຊາຍທະເລ ຍາຈາງ - ảnh 1
ແຄມທະເລຍາຈາງ
ພາບ:vov


(vovworld) - ທຳ​ມະ​ຊາດ​ໄດ້​ດົນ​ບັນດານ​ໃຫ້​ນະຄອນ ຍາ​ຈາງ ແຂວງ ​ແຄງ​ຮ່ວາ ຢູ່​ພາກ​ກາງ​ຫວຽດນາມ ຫາດ​ຊາຍ​ທະ​ເລ​​​ແຫ່ງ​ຫນຶ່ງ, ຊື່​ງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຫາດ​ຊາຍທີ່​ສວຍ​ງາມ​ທີ​່ສຸດ​ຢູ່ ຫວຽດນາມ. ​ແຕ່​ວ່າ ​ໃນ​ທ່າ​ອ່ຽງພັດທະນາ, ຍາ​ຈາງ ພວມ​ຖື​ກຜົນ​ກະທົບຢ່າງ​ແຮງ​ຈາ​ກການ​ພັດທະນາ​ດ້ານການ​ຄ້າ. ​ເພື່ອ​ແກ້​ໄຂ​ສະພາບ​ການ​ນີ້, ​ແຂ​ວງ ​ແຄງ​ຮ່ວາ ​ກໍ່​ຄືນະຄອນ ຍາ​ຈາງ ພວມ​ຍື່ນ​ສະ​ເໜີຮ່າງ​ແຜນ​ກຳນົດ​​                  ຕໍ່​ລັດຖະ​ບານເພື່ອ​ແກ້​ໄຂ​ສະພາບການຄ້າຂາຍ​ຢູ່​ແຄມ​ທະ​ເລ. ດ້ວຍ​ແຜນ​ນະ​ໂຍບາຍ​ນີ້, ​ແຂວງ ​ແຄງ​ຮ່ວາ ຫວັງ​ວ່າ​ຈະຟື້ນຟູຄວາມ​ງາມດັ້ງ​ເດີມຂອງ​ຫາດ​ຊາຍ​ແຫ່ນີ້ຄືນ​ໃໝ່ ​ໃຫ້​ແກ່​ອ່າວ​ຍາ​ຈາງ.

        ມາ​ຢ້ຽມຢາມ​ນະຄອນ ຍາ​ຈາງ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ບໍ່​ພຽງ​ແຕ່ນັກ​ທ່ອງ​ທ່ຽວພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​​ນັກ​ທ່ອງ​ທ່ຽວທີ່​ມາ​ຈາກ​ຕ່າງປະ​ເທດ ກໍ່ລ້ວນ​ແຕ່​ມີ​ຄວາມ​ແປກ​ປະຫລາດ​​ໃຈຕໍ່​ການ​ພັດທະນາ​ຢ່າງ​ກະ​ໂດດ​ຂັ້ນຂອງ​ພື້ນຖານ​ໂຄງ​ລ່າງ​ ​ແລະ ການ​ບໍລິການ​ທ່ອງ​ທ່ຽວ, ​ເປັນ​ຕົ້ນ​ແມ່ນລະບົບ​ຄົມມະນາຄົມ​ທີ່ສະ​ດວກສະບາຍ ແລະ ທັນ​ສະ​ໄຫມ, ​ໃນ​ນັ້ນ ​ເສັ້ນທາງ​ເຈີ​ນຟູ ລຽບ​ຕາມ​ແຄມ​ທະ​ເລ ຍາ​ຈາງ ​ໄດ້​ຮັບ​​ຕີ​ລາຄາ​ວ່າ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ເສັ້ນທາງ​ສວຍ​ງາມກວ່າ​ໝູ່​ຢູ່ ຫວຽດນາມ. ພ້ອມ​ກັບ​ລະບົບ​ຄົມມະນາຄົມ, ຍັງມີ​ກິດຈະກຳ​ບໍລິການ​ທ່ອງ​ທ່ຽວ​ຫລາຍ​ແຫ່ງ, ບັນດາ​ໂຮງ​ແຮມ​ທັນ​ສະ​ໄຫມ​ໄດ້​ຮັບ​ການ​ກໍ່ສ້າງ​ຂຶ້ນ ​ເຮັດ​ໃຫ້​ໂສມ​ຫນ້າ​ຂອງ​ນະຄອນ​ມີ​ການ​ປ່ຽ​ນ​ແປງ​ຢ່າງເຫັນໄດ້ຊັດ.

ວາງແຜນຟື້ນຟູຄວາມງາມຄືນໃໝ່ໃຫ້ແກ່ຫາດຊາຍທະເລ ຍາຈາງ - ảnh 2
ຫາດຊາຍທະເລຍາຈາງ
ພາບ:intetnet

        ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ຍາ​ຈາງ ລ້ວນ​ແຕ່​ມີ​ຄວາມເ​ພຶ່ງ​ພໍ​ໃຈ ຍ້ອນ​ໄດ້​ອາບ​ນ້ຳ​ທະ​ເລ, ຕາກ​ແດດ​ໂດຍ​ບໍ່​ເສຍ​ຄ່າ ​ແລະ ສິ່ງທີ່ດູດ​ດື່ມ​ກວ່າ​ໝູ່​ນັ້ນແມ່ນ​ຄວາມ​ໃກ້ຊິດ​ສະ​ຫນິດສະໜົມ​ຂອງ​ຊາວ​ທ້ອງ​ຖິ່ນ. ​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ຂອງ​ນັກ​ທ່ອງ​ທ່ຽວ ​ແລະ ຮັບ​ໃຊ້​ໃຫ້​ແກ່​ຂະ​ແຫນງ​ເສດຖະກິດ​ການທ່ອງທ່ຽວ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ແຄງ​ຮ່ວາ ​ໄດ້​ຍື່ນ​ສະ​ເຫ​ນີ​ຮ່າງ​ແຜນ​ສັງລວມກ່ຽວກັບ​ການດັດ​ປັບ​ນະຄອນ ຍາ​ຈາງ ຕໍ່​ລັດຖະບານ. ຕາ​ມ​ແຜນຜັງຮອດ​ປີ 2025, ​ແຄມ​ທະ​ເລ​ທາງ​ທິດຕາ​ເວັນ​ອອກຂອງ​ເສັ້ນທາງ ​ເຈ​ີນຟູ ຈະກໍ່ສ້າງ​​ສວນ​ສາທາລະນະ, ສະຫນາມ​ຫລວງ, ​ຫາດ​ຊາຍ​ທະ​ເລ ​ແລະ ​​​ແມ່ນ​ເສັ້ນທາງ​ຕົ້ນຕໍ​ຂອງ​ນະຄອນທີ່​ມີ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​. ​ແຂວງ ​ແຄງ​ຮວ່າ ກໍ​ພວມ​ຮຽກຮ້ອງ​ບັນດາ​ນັກ​ລົງທຶນ​ເຂົ້າ​ຮ່ວມ​ການກໍ່ສ້າງ​ສູນ​ປົກຄອງ​ໃຫມ່, ຕາມ​ຮູບ​ການ​ກໍ່ສ້າງ - ມອບ​ໂອນ (BT), ສ່ວນ​​ບັນດາ​ນັກ​ລົງທຶນຈະ​ໄດ້ນຳ​ໃຊ້​​ເນື້ອ​ທີ່​ດິນ​ຢູ່​​​​ສູນ​ປົກຄອງ​ເກົ່າ, ເພື່ອ​​ເຮັດການ​ບໍລິການ​​ທ່ອງ​ທ່ຽວໃຫ້​ຖືກຕ້ອງ​ຕາມແຜນ​ກຳນົດ, ພ້ອມ​ກັນ​ນັ້ນ​ກໍ່ອະນຸຍາດ​ໃຫ້​ນັກ​ລົງທຶນ​ຈຳນວນ​ຫນຶ່ງ​​ຄົ້ນ​ຄ້ວາ, ບູລະນະ​ບັນດາ​ກິດ​ຈະ​ກຳ​​ໃນປະຈຸ​ບັນຕາມ​ທິດ​: ສວນສາທາລະນະ ສົມທົບ​ກັບ​ບັນດາ​ກິດ​ຈະ​ກຳ​ບໍລິການ​ສາທາລະນະ ທີ່ຮັບ​ໃຊ້​ໃຫ້​ນັກ​ທ່ອງ​ທ່ຽວ ​ແລະ ວົງ​ຄະນາ​ຍາດ. ທ່ານ ບູ່​ຍຢູ໋ງ​​ໂຮ້ຍ, ​ສະຖາປະນິກ ​ແຂວງ ​ແຄງ​ຮ່ວາ​ຖື​ວ່າ:

        “​ປະຈຸ​ບັນ, ເລື່ອງ​ຫັນບາງ​ກິດຈະກຳ​ດຳ​ເນີນ​ທຸລະ​ກິດ​ທ່ອງ​ທ່ຽວ​ທະ​ເລ​​ໃນ​ໄລຍະກ່ອນ​ເປັນເຂດຕົວ​ເມືອງ​ແມ່ນ​ເໝາະສົມທີ່​ສຸດ. ຂ້າພະ​ເຈົ້າ​ຖື​ວ່າ: ​ສະພາບການກໍ່ສ້າງທີ່​ກະ​ແຈກ​​ກະ​ຈາຍ​ຈະ​ຖືກ​ຢຸດຕິ​ໄວ້ ​ເພື່ອ​ໃຫ້​ຊາວ​ນະຄອນ​ໄດ້ຊົມ​ໃຊ້​ສິດຜົນປະ​ໂຫຍ​ດຂອງ​ຕົນ.”

        ​ແຄ​ມທະ​ເລ ຍາ​ຈາງ ​ແມ່ນ​ໂສມ​ຫນ້າ​ຂອງ​ນະຄອນ, ສະ​ນັ້ນ ​ເລື່ອງ​ວາງ​ແຜນ​ກຳນົດ​ຟື້ນຟູ​ຄວາມ​ງາມ​ແບບ​ທຳ​ມະ​ຊາດຄືນ​ໃໝ່​ໃຫ້​ແກ່ບໍລິເວນແຄມທະ​ເລນັ້ນ​ແມ່ນ​ການ​ພັດທະນາ​ການທ່ອງທ່ຽວ​ແບບ​ຍືນ​ຍົງ. ນັກ​ກະ​ວີ ຢາງ​ນາມ, ອະດີດ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​​ແຂວງ ​ແຄງ​ຮ່ວາ ຖື​ວ່າ:

        “ສຳລັບ ຍາ​ຈາງ​ແລ້ວ, ສິ່ງ​ສຳຄັນ​ໃນ​ປະ​ຈຸ​ບັນ ນັ້ນ​ແມ່ນ​ບັນຫາ​ບຸກ​ເບີກ​ຫນ້າ​ພຽງ ສ້າງ​ເປັນບໍລິເວນທີ່ມີບັນຍາກາດປອດໂປ່ງແລະສະຫວາດສະເຫວີຍ, ຖ້າ​ບໍ່​ປະ​ຕິ​ບັດ​ໄດ້ ຄວາມ​ງາມຂອງນະຄອນ​ຈະ​ຄ່ອຍໆ​ຖືກສູນ​ເສຍ​​ໄປ,​ ຊ້ຳ​ບໍ່​ໜຳ ປະຊາຊົນ​ຈະບໍ່​ມີໂອກາດໄດ້​ມາ​ແຫ່ງ​ນີ້​ເພື່ອ​ລະ​ຫລິ້ນ, ອາບ​ນ້ຳ​ທະ​ເລອີກ.”

        ​ເລື່ອງ​ວາງ​ແຜນ​ກຳນົດ ​ແລະ ປະດັບ​ປະດາ​ນະຄອນ​ຕາມ​ທິດ​: ຂຽວ, ສະອາດ ​ແລະ ສວຍ​ງາມ ນັ້ນຈະ​ເປັນການຟື້ນຟູຄວາມ​ງາມ, ທິວທັດທຳມະຊາດທີ່ສວຍງາມ ຢູ່ ແຄມທະເລຄືນ​ໃໝ່ໃຫ້​ແກ່​ນະຄອນ​ທະ​ເລ​, ​ເພື່ອ​ຮັບ​ໃຊ້​ປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວ ​ກໍ່​ຄື​ເຮັດໃຫ້​ຫາດ​ຊາຍ​ທະ​ເລ ​ແລະ ອ່າວຍາ​ຈາງ ​ ​ສົມ​ເປັນໜຶ່ງໃນຈຳນວນອ່າວ 29 ແຫ່ງ​ທີ່​ສວຍ​ງາມ​ກວ່າ​ໝູ່​ຢູ່​ໃນ​ໂລກ.

​ໂຕ​ຕວັນ

ຕອບກັບ

ຂ່າວ/ບົດ​ອື່ນ