ວາດຟ້ອນແຊຢູ່ເມື່ອງຊໍ


(vovworld) - ບໍ່​ພຽງ​ແຕ່​​ໄດ້​ຮັບ​ການຮູ້​ຈັກ​ດ້ວຍ​ປ່າດອກສ້ຽວທີ່​ຂາວ​ກະ​ຈະ​ໃນ​ຍາມ​ແລງ, ຫຼື​ດອກ​ຄາຍສີບົວ​ທີ່ສົດ​ໃສ​​ໃນ​ຍາມ​ລະ​ດູ​ບານ​ໃໝ່​ເທົ່າ​ນັ້ນ, ຫາກ ໄຕ​ບັກ (ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ໜືອ) ຍັງ​ໄດ້​ຮັບ​ຄວາມຮູ້​ຈັກ​ກັນ​ດີ​ດ້ວຍ​ວາດ​ຟ້ອນ​ແຊ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ ພ້ອມ​ກັບເຫຼົ້າ​ໄຫອີກ​ດ້ວຍ. ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ຊາວ​ເຜົ່າ​ຜູ້​ໄທ​ຢູ່​ເມື່ອງ​ຊໍ, ຟອງ​ໂຖ, ແຂວງ​ລາຍ​ເຈົາ, ໄດ້​ສ້າງ​ຊີ​ວິດ​ທາງ​ດ້ານ​ຈິດ​ໃຈ​ໃຫ້​ແກ່​ຕົນ ດ້ວຍ​ວາດ​ຟ້ອນ​ແຊ. ບໍ່​ພຽງ​ແຕ່​ແມ່ນ​ບົດ​ເພງ, ວາດ​ຟ້ອນ​ເທົ່າ​ນັ້ນ, ແຊ ຍັງ​ເປັນ​ພາ​ສາ​ພິ​ເສດ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ແນວ​ຄິດ​ຈິດ​ໃຈ, ອາລົມ​ຈິດ​ລະ​ຫວ່າງ​ຄົນ​ກັບ​ຄົນ​ອີກ​ດ້ວຍ.

ວາດຟ້ອນແຊຢູ່ເມື່ອງຊໍ - ảnh 1

ຟ້ອນແຊຂອງຊົນເຜົ່າຜູ້ໄທ

(ພາບ: ອິນເຕີແນດ)

        ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ແຕ່​ລະ​ເທື່ອ​ເມື່ອ​ມີ​ງານ​ບຸນ, ມີ​ແຂກມາ​ທ່ຽວ, ຢູ່​ຕີນ​ພູ ຫ​ຍໍ້​ຄໍ້, ບ່ອນ​ທີ່​ມີ​ແມ່ນ້ຳ​ຊໍ ແລະ ສຽງ​ພິນ​ຕິ໋ນ (ພິນ​ພື້ນ​ເມືອງຂອງ​ເຜົ່າ​ຜູ້​ໄທ) ດັງ​ກ້ອງ​ກັງ​ວານ​ໄປ​ທົ່ວນັ້ນ, ບັນ​ດາ​ນາງ​ສາວ​ຊົນ​ເຜົ່າ​ຜູ້​ໄທ​ເຂດ​ເມື່ອງ​ຊໍ, ຟອງ​ໂຖ, ແຂວງ​ລາຍ​ເຈົາ ກໍ່​ນຸ່ງ​ຊຸດ​ເສື້ອ​ກ໋ອມ (ຊຸດ​ເຊື້ອ​ປະ​ຈຳ​ເຜົ່າ)ທີ່​ມີ​ສີຫຼາກຫຼາຍ, ພ້ອມ​ກັນ​ຟ້ອນ​ແຊ: “ອິງຫຼາ​ເອີຍ, ສາວ​ນ້ອງ​ເອີ່ຍ…”

        ຖ້າ​ຫາກວ່າ​ເຂດ​ໄຕ​ບັກ ​ທີ່ກວ້າງ​ໃຫ​ຍ່ ໄດ້​ຮັບ​ການ​ຮູ້​ຈັກ​ກັນ​ດີ​ດ້ວຍ​ວາດ​ຟ້ອນ​ແຊ​ທີ່​ສ້າງ​ຄວາມ​ເມົາ​ມົວ​ໃຫ້​ແຂກ​ຄົນ​ມາ​ຢາມ​ນັ້ນ, ​ເມືອງ​ຊໍ ໄດ້​ຮັບ​ຖື​ວ່າ​ແມ່ນ​ແຫ່ງ​ກຳ​ເນີນ​​ຂອງວາດ​ຟ້ອນນີ້. ມາ​ຮອດ​ປະ​ຈຸ​ບັນ, ຊາວ​ບ້ານ​ຍັງເຫຼົ່າ​ສືບ​ທອດ​ກັນ​ມາ​ວ່າ. ກ່ອນນີ້​ເຈົ້າ​ດິນ​ ແດ່ວວັນ​ເອີນ ເມົາ​ມົວ​ກັບ​ວາດ​ຟ້ອນ​ທີ່​ອ່ອນ​ຊ້ອຍ​ໃນ​ຊຸດ​ເສື້ອ​ກ໋ອມ​ຮັດ​ແອວຂອງ​ບັນ​ດາ​ນາງ​ສາວ​ຜູ້​ໄທທີ່​ສຸດ. ດັ່ງ​ນັ້ນ​ໃນ​ວັງ​ຂອງ​​ເພິ່ນຍາມ​ໃດ​ກໍ່​ມີ​ກອງ​ຟ້ອນ​ແຊ 3 ກອງ, ບັນ​ດາ​ນາງ​ສາວ​ຟ້ອນ​ແຊ​ຖືກ​ຄັດ​ເລືອກ​ຈາກ​ບ້ານ​ຕ່າງ​ໆ ຄື​ດັ່ງ​ຖືກ​ຄັດ​ເລືອກທີ່ງານ​ປະ​ກວດ​ນາງ​ງາມ​ໃນ​ປະ​ຈຸ​ບັນ, ຕາມ​ມາດ​ຖານ​ແອວກິ່ວ, ຄໍ​ສູງ, ເອີກໃຫ​ຍ່… ນັບ​ແຕ່​ນັ້ນ​ສຽງ​ຂັບ​ແຊ ແລະ ພິນ​ຕິ໋ນ​ຂອງ​ເມືອງ​ຊໍ​ໄດ້​ດັງ​ກ້ອງ​ກັງ​ວານ​ໄປ​ທົ່ວ​ເຂດ​ໄຕ​ບັກ. ປ້າ ຫຼໍ່​ທິ​ໂດ໋ຍ, ຢູ່​ບ້ານ​ວ່າງ​ແຟວ, ເມື່ອງ​ຊໍ, ໃຫ້​ຮູ້​ວ່າ, ກອງ​ຟ້ອນ​ແຊ​ຢູ່​ທີ່ນີ້​ໄດ້​ມີມາ​ແຕ່​ດົນ​ນານ​ແລ້ວ. ປ້າ​ເຂົ້າ​ຮ່ວມກອງ​ຟ້ອນ​ແຊ​ນັບ​ແຕ່​ຄາວຍັງ​ນ້ອຍ. ສຳ​ລັບ​ແມ່​ຍິງ​ຊົນ​ເຜົ່າ​ຜູ້​ໄທ​ຢູ່​ເມື່ອງ​ຊໍ, ຟ້ອນ​ແຊ​ປຽບ​ເໝືອນ​ອາ​ຫານ​ດ້ານ​ຈິດ​ໃຈ​ທີ່​ຂາດ​ບໍ່​ໄດ້​ໃນ​ຊີ​ວິດ​ປະ​ຈຳ​ວັນ. ປ້າ ຫຼໍ່​ທິ​ໂດ໋ຍ, ໃຫ້​ຮູ້​ວ່າ:

        “ສະ​ເພາະ​ວາດ​ຟ້ອນ​ແຊ​ຂອງ​ເຜົ່າ​ໄທ​ຂາວນີ້​ ແມ່ນ​ມີ​ມາ​ແຕ່​ດົນ​ນານ​ແລ້ວ. ເມື່ອ​ຂ້າ​ພະ​ເຈົ້າ​ຍັງ​ນ້ອຍ​ໄດ້​ເຫັນ​ພໍ່​ຕູ້, ແມ່​ຕູ້​ຟ້ອນ​ແຊ​ແລ້ວ. ​ມາ​ຮອດ​ປະ​ຈຸ​ບັນ, ຟ້ອນ​ແຊ​ແມ່ນ​ຂາດ​ບໍ່​ໄດ້ໃນ​ໂອ​ກາດ​ວັນ​ບູນຕ່າງໆ​ຂອງ​ຊາວ​ເຜົ່າ​ຜູ້​ໄທ ”.

ວາດຟ້ອນແຊຢູ່ເມື່ອງຊໍ - ảnh 2

ຟ້ອນແຊຂອງຊົນເຜົ່າຜູ້ໄທ

(ພາບ: ອິນເຕີແນດ)

        ໂດຍ​ໄດ້ຫຼິ້ນ​ພິນ​ຕິ໋ນ​ ຮັບ​ໃຊ້​ກອງ​ຟ້ອນ​ແຊ​ຢູ່​ເມື່ອງ​ຊໍ ມາ​ເປັນ​ເວ​ລາກວ່າ 30 ປີ​ແລ້ວ, ທ່ານ ຫາດ ແມ່ນ​ຜູ້​ທີ່​ມີ​ຄວາມ​ເຂົ້າ​ໃຈ​ກວ່າ​ໝູ່​ກ່ຽວ​ກັບ​ທຳ​ນອງ​ດົນ​ຕີ ແລະ ວາດ​ຟ້ອນ​ແຊ. ຢູ່​ແຄມ​ຫ້ວຍ​ເມື່ອງ​ຊໍ, ທ່ານ​ຫາດ​ທັງຫຼິ້ນ​ພິນ​ຕິ໋ນ​ທັງ​ໃຫ້​ຮູ້​ວ່າ: ໃນ​ເບື້ອງ​ຕົ້ນ, ດົນ​ຕີ​ທຳ​ນອງ​ແຊ​ແມ່ນ​ເພື່ອ​ຮັບ​ໃຊ້​ໃຫ້​ອາດ​ຍາ​ເຈົ້ານາຍ, ດັ່ງ​ນັ້ນ​ອາດ​ຖື​ວ່ານີ້​ກໍ່​ແມ່ນ​ດົນ​ຕີ​ລາດ​ຊະ​ວັງ. ທຳ​ນອງ​ດົນ​ຕີ​ໃນ​ງານ​ບຸນ​ຕ່າງໆ​ແມ່ນ​ຟົດ​ຟື້ນ​ມ່ວນ​ຊື່ນ, ແຕ່​ໃນ​ຍາມ​ຄ່ຳ​ຄືນ​ວັນ​ພະ​ຈັນ, ທຳ​ນອງ​ຄື​ດັ່ງ​ມີ​ຄວາມ​ອອນ​ຊອນກວ່າ. ​ໃນ​ຍາມ​ບຸນ​ຊາວ​ເຜົ່າ​ຜູ້​ໄທ​ມັກດື່ມ​ເຫຼົ້າ​ໄຫ ແລະ ​ຊົມຟ້ອນ​ແຊ. ຍິ່ງ​ເດິກ​ເທົ່າ​ໃດ, ວາດ​ຟ້ອນ​ແຊ​ຂອງ​ບັນ​ດາ​ນາງ​ສາວ​ຊົນ​ເຜົ່າ​ຜູ້​ໄທ​ຍິ່ງ​ອ່ອນ​ຊ້ອຍເທົ່າ​ນັ້ນ, ອັນ​ໄດ້​ສ້າງ​ຄວາມ​ດຶງ​ດູດ​ໃຫ້​ແກ່​ຜູ້​ຊົມ​ກວ່າ​ອີກ.

ວາດຟ້ອນແຊຢູ່ເມື່ອງຊໍ - ảnh 3

ຟ້ອນແຊຂອງຊົນເຜົ່າຜູ້ໄທ

(ພາບ: ອິນເຕີແນດ)

        ປະ​ຈຸບັນ, ຟ້ອນ​ແຊ ບໍ່​ພຽງ​ແຕ່​ແມ່ນ​ວາດ​ຟ້ອນ​ພື້ນ​ເມືອງ​ທຳ​ມະ​ດາ​ເທົ່າ​ນັ້ນ, ຫາກ​ມັນ​ຍັງ​ສະ​ແດງ​ໃຫ້​ເຫັນ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ເມື່ອງ​ຊໍ ​ອີກ​ດ້ວຍ. ບັນ​ດາ​ວາດ​ຟ້ອນ​ແມ່ນ​ພາ​ສາ​ພິ​ເສດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ແພງ​ແຂກ​ຄົນ, ຢາກ​ທຳ​ຄວາມ​ຊິນ​ເຄີຍ, ຈັບ​ມື​ຟ້ອນ​ລຳ​ທຳ​ເພງ​ແຄມກອງ​ໄຟແດງ. ງານ​ບຸນ​ຟ້ອນ​ແຊ ກໍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບ່າວ, ສາວ​ໃນ​ເຂດ​ພົບ​ປະ​ແລກ​ປ່ຽນ, ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ເປັນ​ຜົວ​ເປັນ​ເມຍ​ກັນ. ເມື່ອ​ບຸນ​ປີ​ໃໝ່​ວຽນ​ມາ ຫຼື​ໃນ​ຍາມ​ເຂົ້າ​ໃໝ່, ຊາວ​ເຜົ່າ​ຜູ້​ໄທ​ ຢູ່​ເມື່ອງ​ຊໍ ເຄີຍ​ຈັດ​ງານ​ບຸນ​ຟ້ອນແ​ຊຕະຫຼອດ​ເດືອນຈຽງ. ອ້າຍ ຫຼໍ່​ວັນ​ເດົ່າ, ຢູ່​ຕາ​ແສງ​ເມືອງ​ຊໍ​ໃຫ້​ຮູ້​ວ່າ. ເມື່ອງ​ຊໍ​ມີ​ບັນ​ດາ​ກອງ​ຟ້ອນ​ແຊ​ເພື່ອ​ຮັບ​ໃຊ້​ງານ​ບຸນ​ຕ່າງໆ ​ແລະ ​ສ້າງ​ເງື່ອນ​ໄຂພົບ​ປະແລກ​ປ່ຽນກັບ​ປະ​ຊາ​ຊົນ​ຕາ​ແສງ​ໃກ້​ຄຽງ ແລະ ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ທົ່ວ​ປະ​ເທດ. ອ້າຍຫຼໍ່​ວັນ​ເດົ່າ​ໃຫ້​ຮູ້​ຕື່ມ​ອີກ​ວ່າ, ກ່ອນນີ້​ຊົນ​ເຜົ່າ​ຜູ້​ໄທມີ​​ກອງ​ຟ້ອນ​ແຊພຽງ​ໜຶ່ງເຖິງສອງກອງ​ເທົ່າ​ນັ້ນ. ແຕ່​ປະ​ຈຸ​ບັນ​ສະ​ເພາະ​ເມື່ອ​ງ​ຊໍ​ກໍ່​ມີ​ 16 ກອງ, ຍ້ອນ​ການ​ພັດ​ທະ​ນາ​ຂອງ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ ແລະ ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ ແລະ ລັດ, ພິ​ເສດ​ແມ່ນ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ, ກອງ​ສິ​ລະ​ປະ​ຈຶ່ງ​ໄດ້ຮັບ​ການ​ພັດ​ທະ​ນາ​ຄື​ໃນ​ປະ​ຈຸ​ບັນ.

        ປະ​ຈຸ​ບັນ, ຢູ່​ເຂດ​ໄຕ​ບັກ, ແຕ່​ລະ​ບ້ານ​ຕາ​ແສງ ລ້ວນ​ແຕ່​ມີ​ກອງ​ສິ​ລະ​ປະ ເພື່ອ​ຮັບ​ໃຊ້​ຊີ​ວິດ​ປະ​ຊາ​ຄົມ, ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ. ໃນ​ວາດ​ຟ້ອນ​ແຊ, ເບິ່ງ​ຄື​ວ່າບັນ​ດາ​ເອື້ອຍ​ນ້ອງ​ແມ່​ຍິງຊົນ​ເຜົ່າ​ຜູ້​ໄທ​​ຕ່າງ​ກໍ່ໜຸ່ມ​ແໜ້ນ ແລະ ສວຍ​ງາມກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ