ສັບປະດາທ່ອງທ່ຽວ Ha Long

ສັບປະດາທ່ອງທ່ຽວ Ha Long - ảnh 1
ງານ​ບຸນ​ຢູ່​ຕາມຖະໜົນຈັດຂຶ້ນຢູ່ແຂວງ Quang Ninh
ພາບ:dantri.com.vn

(vovworld) - ສັບປະດາທ່ອງ​ທ່ຽວ Ha Long - Quang Ninh 2012 ດ້ວຍ​ຂອບ​ຂະຫນາດ​ໃຫຍ່​ຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 24/4 - 2/5 ຢູ່​ແຄມຝັ່ງ​ທະ​ເລ​ເ​ຂດອ່າວ Ha Long ຊຶ່ງ​ແມ່ນ​ມໍລະດົກ​ທຳ​ມະ​ຊາດ​ຂອງ​ໂລກ ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ​ມາ​ຢ້ຽມ​ຊົມນັບ​ໝື່ນ​ຄົນ. ​ແຂວງ Quang Ninh ມີ​ອ່າວ Ha Long ທີ່​ສວຍ​ງາມ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫລວງຫລາຍ​ ​ແລະ ສັບປະດາ​ທ່ອງ​ທ່ຽວ Ha Long 2012 ນີ້ ຍິ່ງ​ສະ​ແດງ​ໃຫ້​ເຫັນ​ບັນດາ​ຄຸນຄ່າ​ດ້ານວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ທ້ອງ​ຖິ່ນ.

        ສັບປະດາທ່ອງ​ທ່ຽວ Ha Long - Quang Ninh ​ແມ່ນ​ເຫດການຖືກ​ຈັດ​ຂຶ້ນ    ​ປະຈ​ຳປີ ​ເປີດ​ສາກ​ໃຫ້​ແກ່​ການ​ເຄື່ອນ​ໄຫວທ່ອງ​ທ່ຽວ​ໃນລະດູ​ຮ້ອນ 2012. ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ​ພາບ​ພົດ​ຂອງ​ຂະ​ແຫນງທ່ອງທ່ຽວ Quang Ninh, ​ເຊີດ​ຊູ​ຄຸນຄ່າ​ອ່າວ Ha Long ຊຶ່ງ​ແມ່ນ​ມໍລະດົກ, ສິ່ງ​ມະຫັດສະຈັນ​ທຳ​ມະ​ຊາດ​ຂອງ​ໂລກ ​ແລະ ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ແຂວງ Quang Ninh. ສະຖານ​ທີ່​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕົ້ນຕໍ​ໃນ​ສັບປະດາ​ທ່ອງ​ທ່ຽວ​ຖືກ​ດຳ​ເນີນ​ຢູ່​ເຂດ​ໃຈກາງ​ນະຄອນ Ha Long, ​ເຂດ​ທ່ອງ​ທ່ຽວຫາດ​ຊາຍ​ທະ​ເລ Bai Chay, ​ ​ເຂດ​ທ່ອງ​ທ່ຽວ ​ເກາະTuan Chau. ​ລາຍການ​ຕົ້ນຕໍ​ຂອງ​ສັບປະດາ​ທ່ອງ​ທ່ຽວ ​ແມ່ນ​ງານ​ບຸນ Carnaval Ha Long ຊຶ່ງ​ແມ່ນ​ເຄື່ອງໝາຍການ​ທ່ອງ​ທ່ຽວ Quang Ninh ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ໃນ​ຫລາຍ​ປີຜ່ານມາ. ທ່ານ Hoang Quoc Thai ຮອງ​ຫົວຫນ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ Quang Ninh ​ໃຫ້​ຮູ້​ວ່າ:

        “ງານ​ບຸນ Carnaval ​ແມ່ນ​ເພື່ອເຊີດ​ຊູ​ວັດທະນະທຳ​ຂອງ​ທ້ອງ​ຖິ່ນ, ຊຶ່ງ​ລວມມີ: ການ​ດຳ​ເນີນ​ຊີວິດ​ວັດທະນະທຳ​ພື້ນ​ເມືອງ ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຜົ່າ Dao, San Chi, Cao Lan, San Diu, Tay, Kinh. ​ເຂົ້າ​ຮ່ວມ​ງານ​ບຸນ​​ມີ​ນັກ​ສະ​ແດງ     ​ເກ​ືອບ 1000 ຄົນ​ຊຶ່ງ​ແມ່ນ​ຊາວ​ເຜົ່າ​ຕ່າງໆໃນ​ແຂວງ ​ແລະ ຈະ​ດຳ​ເນີນ​​ໃນ​ບໍລິ​ເວນ​ເສັ້ນທາງ​ມີ​ຄວາມ​ຍາວ​ຫຼາຍກິ​ໂລ​ແມດ.”

         

ດ້ວຍ​ຫົວ​ເລື່ອງ​ວ່າ: “Quang Ninh ສະຖານ​ທີ່​ເຕົ້າ​ໂຮມ ​ແລະ ​ແຜ່​ຂະຫຍາຍ” ງານ​ບຸນ Carnaval Ha Long 2012 ​ແມ່ນ​ສະຖານ​ທີ່​ສະ​ແດງ​ໃຫ້​ເຫັນ​ສີສັນ​ວັດທະນະທຳ, ຄວາມ​ສາມາດ​ບົ່ມ​ຊ້ອນດ້ານ​ທ່ອງ​ທ່ຽວ ​ແລະ ​ເຊີດ​ຊູ​ຄຸນຄ່າ​ມໍລະດົກຂອງ​ທ້ອງ​ຖິ່ນ​. ຈຸດ​ທີ່​​ແຕກຕ່າງ​ກັບງານ​ບຸນ Carnaval 5 ຄັ້ງ​ກ່ອນ, ງານ​ບຸນ​ຢູ່​ຕາມຖະໜົນ​ປີ​ນີ້​ໄດ້​ຮັບ​ການ​ກະກຽມ​ຈາກ​ອຳນາດ​ການ​ປົກຄອງ​ແຂວງ Quang Ninh ດ້ວຍຂອບ​ຂະຫນາດ​ໃຫຍ່​ສຸດ ​ແລະ ສ້າງ​ຄວາມ​ແຕກ​ຕ່າງ​ກັນ​ຢ່າງ​ເຫັນ​ໄດ້​ຊັດ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 3.800 ຄົນ, ​ໃນ​ນັ້ນ​ນັກ​ສິລະປິນສະໝັກ​ຫຼິ້ນ 3.200 ຄົນ ​ແລະ ປະຊາຊົນ​ບັນດາ​ເຜົ່າ​​​ ແລະ ​ຕົວ​ແທນ​​ບັນດາ​ເຂດ​ໃນ​ແຂວງ. ​ໃນ​ໂອກາດ​ນີ້ ນັກ​ທ່ອງ​ທ່ຽວ​ຈະ​​ໄດ້​ເຫັນ​ປະຈັກ​ຕາ​ບັນດາ​ກາ​ນລະ​ຫລິ້ນ​ໃນ​ງານ​ບຸນ​ລະດູບານ​ໃຫມ່, ງານ​ດອງ, ຮີດ​ຄອງ​ປະ​ເພນີ​ຂອງ​ຊາວ​ປະມົງ Ha Long. ​ໂດຍ​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ, ​ນາງ Thanh Lan ນັກ​ທ່ອງ​ທ່ຽວ​ມາ​ຈາກ ນະຄອນຫລວງ Ha Noi ​ໄດ​້​ແບ່ງປັນ​ວ່າ:

        Ha Long ດຶງ​ດູດ​ພວກ​ຂ້າພະ​ເຈົ້າ​ດ້ວຍ​ຄວາມ​ງາມ​ແບບ​ທຳ​ມະ​ຊາດ ​ແລະ ​ເປັນ​ຄັ້ງ​ທຳ​ອິດ​ທີ່ໄດ້​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ. ຂ້າພະ​ເຈົ້າ​ຮູ້ສຶກ​ປະທັບ​ໃຈ​ເມື່ອ​ໄດ້​ເຫັນ​ວ່າ ຖະໜົນ​ຫົນທາງໄດ້​ຮັບ​ການ​ປະ​ດັບ​ປະດາຢ່າງສວຍງາມ, ຊາວ​ທ້ອງ​ຖິ່ນຕ້ອນຮັບ​ແຂກ​ດ້ວຍ​ຄວາມ​ຈິງ​​ໃຈຮັກ​ແພງ​. ການ​ເຄື່ອ​ນ​ໄຫວ​ເຕັມ​ໄປ​ດ້ວຍ​ລັກສະນະ​ຊົນ​​ເຜົ່າ ​ແລະ ບັນດາ​ຄຸນຄ່າ​ທີ່​ເປັນ​ມູນ​ເຊື້ອ ດ້ວຍ​ຮູບ​ການ​ທັນ​ສະ​ໄໝ ​ແລະ ສະທ້ອນ​ໃຫ້​ເຫັນສີສັນ​ຂອງ​ທ່ອງ​ທ່ຽວຫວຽດນາມ.”

ສັບປະດາທ່ອງທ່ຽວ Ha Long - ảnh 2
ການເຄື່ອນໄຫວໃນສັບປະດາທ່ອງທ່ຽວ Ha Long
ພາບ: internet

        ​ໃນສັບປະດາ​ທ່ອງ​ທ່ຽວ Ha Long 2012, ຂະ​ແຫນງທ່ອງ​ທ່ຽວ​ແຂວງ Quang Ninh ຄາດ​ວ່າ ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ນັບ​ໝື່ນໆ​ຄົນ. ​ສັບປະດາ​ທ່ອງ​ທ່ຽວ Ha Long, ພິ​ເສດ ​ແມ່ນ​ງານ​ບຸນ Carnaval ​ໄດ້​ກາຍ​ເປັນ​ເຄື່ອງ​ໝາຍ, ​ແມ່ນ​ຜະລິດ​ຕະພັນ​ການທ່ອງທ່ຽວ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ Ha Long ນັບ​ມື້​ນັບ​ຫລາຍຂຶ້ນ. ທ່ານ Nguyen The Hue ຜູ້ອຳນວຍການ​ບໍລິສັດ​ທ່ອງ​ທ່ຽວ​ບໍລິການ Huu Nghi ​ໃຫ້​ຮູ້​ວ່າ:

        “​ໃນ​ຫລາຍ​ປີ​ມາ​ນີ້ ງານ​ບຸນ Carnaval ​ແມ່ນ​ຈຸດ​ສຳຄັນ​ສຳລັບ​ຂະ​ແຫນງ​ທ່ອງ​ທ່ຽວ ​ເປັນ​ຕົ້ນ​ແມ່ນ​ບັນດາ​ບໍລິສັດ​ທ່ອງ​ທ່ຽວ ນີ້​ແມ່ນ​ກາລະ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ບໍລິສັດ​ໂຄສະນາ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ. ​ແລະ​ ທາງບໍລິສັດຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຈີນ​ເປັນ​ຈຳນວນ​ຫລວງຫລາຍ. ປະ​ຈຸ​ບັນທ່າ​ອ່ຽງນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ມາ​ຫວຽດນາມ​​ສ່ວນ​ຫລາຍແມ່ນ​ຢ້ຽມຢາມ Ha Long.

        ​ໃນ​ໂອກາດ​ສັບປະດາ​ທ່ອງ​ທ່ຽວ Ha Long, ຄະນະ​ກຳມະການ​ປະ​ຊາ​ຊົນ​ແຂວງ Quang Ninh ​ໄດ້​ຈັດ​ຕັ້ງ​ພິທີ​ຮັບ​ນາ​ມະ​ຍົດ​ອ່າວ Ha Long ກາຍ​ເປັນ​ສິ່ງ​ມະຫັດສະຈັນ​ທຳ​ມະ​ຊາດ​​ແຫ່ງ​ໃຫມ່​ຂອງ​ໂລກ​ ຊຶ່ງ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 1/5 ຢູ່ ​ເຂດ​ທ່ອງ​ທ່ຽວ Bai Chay ​ໂດຍ​ອົງການ New7 Wonders ມອບ​ໃຫ້. ​ໃນ​ໄລຍະ​ດຳ​ເນີນ​ສັບປະດາ​ທ່ອງ​ທ່ຽວ, ນັກ​ທ່ອງ​ທ່ຽວ​ຈະ​ໄດ້ເຂົ້າ​ຢ້ຽມ​ຊົມ​ແລະ​ທ່ອງ​ທ່ຽວ ອ່າວ Ha Long ​ໂດຍ​ບໍ່​ເສຍ​ຄ່າຜ່ານ​ປະຕູ.

ລານ​ແອ​ງ

ຕອບກັບ

ຂ່າວ/ບົດ​ອື່ນ