(vovworld)- ຊາວເຜົ່າເກີຕູ ເຄີຍເອີ້ນຫນ້າໄມ້ແມ່ນຫນ້າສັກສິດ, ຕາມພາສາເວົ້າຂອງເຜົ່າເກີຕູແມ່ນ ປາແນງ. ຜ່ານການຜັນແປຫລາຍຢ່າງ, ຊາວເຜົ່າເກີຕູ ຍັງຄົງຮັກສາເຄັດລັບກ່ຽວກັບເຕັກນິກຜະລິດຫນ້າໄມ້ ແລະ ແຕ່ລະມື້ຍັງຄົງຝືກແອບຍິງຫນ້າຢູ່. ປະຈຸບັນ ບ້ານເບີຮົ່ງ 1 ຕາແສງ ຊົງກົນ ເມືອງດົງຢາງ ແມ່ນແຫ່ງທີ່ມີນັກກິລາຍິງຫນ້າໄມ້ຫລາຍຄົນ ແລະ ກໍແມ່ນບ່ອນທີ່ຍັງຮັກສາ ແລະ ສືບທອດສິລະປະຜະລິດຫນ້າໄມ້ຂອງແຂວງ ກ໋ວາງນາມ. ໃນລາຍການສີສັນ 54 ຊົນເຜົ່າພາກນີ້ ເຊີນທ່ານຢ້ຽມຢາມ ບ້ານເບີ່ຮົ່ງ 1 ເພື່ອຊອກຮູ້ກ່ຽວກັບສິລະປະຜະລິດຫນ້າໄມ້ ແລະ ຍິງຫນ້າໄມ້ ຂອງຊາວເຜົ່າເກີຕູ ຜ່ານບົດຂຽນຂອງນັກຂ່າວ ລານແອງ.
ແຕ່ດົນນານມາແລ້ວ, ຫນ້າໄມ້ຍາມໃດກໍ່ຕິດພັນກັບຊາວເຜົ່າເກີຕູໃນເວລາຂຶ້ນພູຜ່າດົ່ງເພື່ອລ່າເນື້ອສັດຮ້າຍຫລືຍິງນົກເພື່ອລ້ຽງຊີວິດ. ໃນໄລຍະສົງຄາມຕ້ານພວກລ່າເມືອງຂຶ້ນຝລັ່ງ ແລະ ຈັກກະພັດອາເມລິກາ, ຫນ້າໄມ້ຍັງແມ່ນອາວຸດເພື່ອຕໍ່ສູ້ປົກປັກຮັກສາບ້ານເມືອງ. ຜູ້ເຖົ້າຜູ້ແກ່ໃນບ້ານ ເບີຮົ່ງ 1 ໄດ້ເລົ່າສູ່ຟັງວ່າ: ສຳລັບຊາວເຜົ່າເກີຕູ ຫນ້າໄມ້ມີຄວາມໝາຍສຳຄັນພິເສດ ສະນັ້ນ ເມື່ອອອກຈາກບ້ານ ຍາມໃດຊາວເຜົ່າເກີຕູ ກໍພາຍຫນ້າໄມ້ໄປນຳ. ອ້າຍ ເບີຮີວ ບຸດ ເລົ່າສູ່ຟັງວ່າ:
“ກ່ອນນີ້ ລຸ້ນພໍ່ລຸ້ນອ້າຍ ນຳໃຊ້ຫນ້າໄມ້ເພື່ອຍິງສັດຮ້າຍ. ໃນການຕໍ່ສູ້ ຕ້ານສັດຕູ, ຫນ້າໄມ້ສາມາດຍິງໄກປະມານ 20- 25 ແມັດ, ແລະ ບໍ່ອອກສຽງ ສະນັ້ນ ສັດຕູບໍ່ເຫັນໄດ້ຜູ້ຍິງຫນ້າຢືນຢູ່ບ່ອນໃດ. ແລະ ເມື່ອເອົາຢາເບື່ອທາໃສ່ລູກຫນ້າໄມ້ ຜູ້ຖືກຍິງຈະບໍ່ສາມາດປິ່ນປົວໄດ້. ນັ້ນແມ່ນຄວາມເປັນເອກະລັກພິເສດຂອງຫນ້າໄມ້. ປະຈຸບັນ ລັດຫ້າມບໍ່ໃຫ້ລ່າເນື້ອອີກ. ສະນັ້ນ ພຽງແຕ່ໃຊ້ໜ້າໄມ້ໃນການແຂ່ງຂັນເທົ່ານັ້ນ.”
ລູກຫນ້າໄມ້ແມ່ນຊາວບ້ານເກີຕູເຮັດດ້ວຍຕົ້ນໄມ້ເຮ້ຍ. ຊາວເຜົ່າເກີຕູ ເອົາຢາເບື່ອທີ່ເຮັດດ້ວຍຢາງໄມ້ປ່າຊະນິດຫນື່ງມີພຽງຢູ່ເຂດພູສູງທາງທິດຕາເວັນຕົກແຂວງ ກວ໋າງນາມເທົ່ານັ້ນເພື່ອທາໃສ່ລູກຫນ້າ. ສ່ວນຂັ້ນຕອນການຜະລິດລູກຫນ້າຕ້ອງມີສິລະປະ, ແລະ ມີສີມືດີຈຶ່ງສາມາດເຮັດໄດ້. ອ້າຍ ເບີຣີວ ເບ ໃຫ້ຮູ້ວ່າ:
“ລູກຫນ້າຂອງຊາວເຜົ່າເບີເຣົາ ແມ່ນມີມາແຕ່ບູຮານແລ້ວ. ວິທີເຮັດລູກຫນ້າແມ່ນສືບທອດຈາກຄົນຮຸ່ນກ່ອນມາຮອດປະຈຸບັນ. ເພື່ອເຮັດລູກຫນ້າໃຫ້ໄດ້ແມ່ນຍາກຫລາຍ. ທຳອິດຕ້ອງຊອກໄດ້ຕົ້ນໄມ້ເໝາະສົມເພື່ອເຮັດ. ຕ້ອງເຂົ້າປ່າເພື່ອຊອກຫາຕົ້ນໄມ້. ຕົ້ນໄມ້ຜະລິດຫນ້າບໍ່ມີຫລາຍຄືດັ່ງຕົ້ນໄມ້ປະເພດອື່ນ. ບາງເທື່ອຕ້ອງໄປເຖິງ 2 - 3 ມື້ຈຶ່ງຊອກໄດ້. ຜູ້ສາມາດຜະລິດລູກຫນ້າໄດ້ແມ່ນມີຫນ້ອຍ, ສ່ວນຜູ້ຍິງຫນ້າໄມ້ໄດ້ນັ້ນແມ່ນມີຫລາຍ ”
ອ້າຍ ເບີຣີວ ແລະ ຫນ້າໄມ້ເຮັດເອງ
|
ເຖິງວ່າບໍ່ຍິງຕາຍສັດຮ້າຍໄດ້ຫລາຍໂຕ ແລະ ກໍບໍ່ຍິງຕາຍສັດຕູໄດ້ຫລາຍຄົນຄືຮຸ່ນພໍ່ຮຸ່ນອ້າຍກໍຕາມ, ແຕ່ບັນດານັກກິລາຍິງຫນ້າໄມ້ຢູ່ບ້ານ ເບີຮົ່ງ 1 ວັນນີ້ສະແດງໃຫ້ເຫັນຄວາມເກັ່ງກ້າສາມາດຂອງຕົນຜ່ານເລື່ອງຍາດໄດ້ລາງວັນຈາກງານມະຫາກຳແຂ່ງຂັນຍິງຫນ້າລະດັບແຂວງ, ລະດັບຊາດ. ຜູ້ດີເດັ່ນຄື ເບີຣີວທ້ຽນ ມີ ຖືກຈັດອັນດັບຫນຶ່ງໃນງານມະຫາກຳແຂ່ງຂັນຍິງຫນ້າລະດັບແຂວງ ເຖິງ 10 ຄັ້ງ. ສ່ວນ ເບີຣິວ ເບ, ເບີຣິວ ບຸດ ກໍແມ່ນນັກກິລາຍິງຫນ້າທີ່ມີຊື່ສຽງຢູ່ແຂວງ ກວ໋າງນາມ. ເບີຣິວ ບຸດໃຫ້ຮູ້ວ່າ: ຍິງຫນ້າ ຕ້ອງມີເຕັກນິກ ແລະ ຕ້ອງຝຶກແອບເປັນປະຈຳ. ອ້າຍ ເບີຣິວ ບຸດ ແນະນຳວ່າ:
“ທຳອິດເຫັນພໍ່ແອບຍິງຫນ້າ ຂ້າພະເຈົ້າກໍ່ຂໍໄປນຳ, ເມື່ອເຫັນຂ້າພະເຈົ້ານິຍົມ, ພໍ່ກໍ່ແນະນຳວິທີຍິງຫນ້າໃຫ້. ຍິງຫນ້າຍາກຫລາຍເພາະມັນບໍ່ມີເສັ້ນເລັງຄືຍິງປືນ. ກອ່ນນີ້ເກືອບ 10 ປີ ຂ້າພະເຈົ້າເລີ່ມເຂົ້າຮ່ວມງານແຂ່ງຂັນກິລາຄັ້ງຕ່າງໆແລ້ວ.”
ບັນດານັກກິລາຍິງຫນ້າຄື ເບີຣິວ ບຸດ, ເບີຣິວ ເບ ຕ້ອງຝຶກແອບທຸກມື້, ເຂົາເຈົ້າເຄີຍຝືກແອບຢູ່ເຂດດິນເປົ່າຫວ່າງຫ່າງຈາກບ້ານ, ບໍ່ມີຄົນໄປມາເພື່ອຮັບປະກັນຄວາມປອດໄພ. ອ້າຍ ເບີຣິວ ເບ ໃຫ້ຮູ້ວ່າ:
“ຝຶກແອບຍິງຫນ້າເຄີຍດຳເນີນໃນຕອນບ່າຍ ເວລາປະມານ 16 -17 ໂມງ. ເມື່ອອາກາດແດດຮ້ອນ ຍິງຫນ້າບໍ່ໄດ້ ເພາະ ອາກາດຮ້ອນລູກຫນ້າຈະຖືກຫັກ.”
ເດັກນ້ອຍຊາວເຜົ່າເບີເຣົາແອບຍິງຫນ້າໄມ້
ພາບ:internet
|
ເບີຣິວ ບຸດ, ເບີຣິວ ເບ ທັງສອງຄົນໃຫ້ຮູ້ວ່າ: ໄລຍະນີ້ ເຂົາເຈົ້າພວມສຸມໃສ່ຝຶກແອບເພື່ອກະກຽມເຂົ້າຮ່ວມການແຂ່ງຂັນກິລາໃນແຂວງ. ກ່ອນນີ້ ຫນ້າໄມ້ຖືກນຳໃຊ້ເພື່ອຍິງສັດຕູປົກປັກຮັກສາບ້ານເມືອງ ສ່ວນປະຈຸບັນ ຊາວເຜົ່າເກີຕູ ຖືການຍິງຫນ້າໄມ້ເປັນກິລາປະເພດຫນື່ງທີ່ເປັນມູນເຊື້ອ ທັງຮັກສາຈຸດວັດທະນະທຳອັນດີງາມຂອງຊົນເຜົ່າໄວ້ເພື່ອໃຫ້ລູກຫລານ ມີຄວາມເອກອ້າງທະນົງໃຈຕໍ່ກົກເຄົ້າເຫງົ້າກໍຂອງເຜົ່າຕົນ.