ສີສັນວັດທະນະທຳຂອງຊົນເຜົ່າ ມນົງ


(vovworld) - ຊາວ​ເຜົ່າ​ ມນົງ​ ແມ່ນ​ໜຶ່ງ​ໃນ​ບັນດາ​ຊົນ​ເຜົ່າທີ່​ມີ​ມາກ່ອນໝູ່​ຢູ່​ເຂດ​ໄຕ​ງວຽນ ​ແລະ ຮັກສາ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອຫຼາຍ​ຢ່າງ​ຂອງ​ຊົນ​ເຜົ່າ​ຕົນໄວ້​ໄດ້. ນັ້ນ​ແມ່ນ​ບັນດາ​ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ ​ແລະ ສາງ​ວັດທະນະທຳ​ພື້ນ​ເມືອງ​ທີ່​ເປັນ​ເອກະລັກ​ສະ​ເພາະຄື: ​ກອນເລື່ອງ​ປະຫວັດສາດ, ຕີ​ຄ້ອງ, ​ເພງ​ພື້ນ​ເມືອງ.

ສີສັນວັດທະນະທຳຂອງຊົນເຜົ່າ ມນົງ - ảnh 1

ງານບຸນຕີຄ້ອງຂອງຊາວເຜົ່າ ມນົງ
(ພາບອິນເຕີແນດ)

    ​ໂດຍ​ແມ່ນ​ຊາວ​ຊົນ​ເຜົ່າ​ທີ່​ດຳລົງ​ຊີວິດ​ຕິດພັນ​ກັບ​ທຳ​ມະ​ຊາດ, ​ມາ​ຮອດ​ປະຈຸ​ບັນ, ຊາວ​ເຜົ່າ ມນົງ ຍັງ​ຄົງ​ມີ​ຄວາມເຊື່ອ​ໝັ້ນຕໍ່​ເທວະ​ດາ​ຟ້າ​ແຖນ. ​ເຂົາ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ​ເທວະ​ດາ​ຟ້າ​ແຖນ​ມີ​ຢູ່​ທຸກ​ແຫ່ງ. ​ເທວະ​ດາ​ທີ່​ດິນ​​ແມ່ນບັນດານ​ໃຫ້​ຄອບຄົວ; ​ເທວະ​ດາ​ເຕົາ​ໄຟ​ຮັກສາ​ໄຟ​ເພື່ອ​ແຕ່ງກິນ; ​ເທວະ​ດາ​ປ່າຊ່ວຍລ້ຽງສັດ ສະໜອງ​ທັນ​ຍາ​ຫານ​ໃຫ້​ມະນຸດ, ​ເທວະ​ດາ​ພູ, ​ເທວະ​ດາ​ຫ້ວຍ, ຕາດ​ນຳ້​ຊ່ວຍ​ຮັກສາ​ແຫ່ງ​ນຳ້​ໃຫ້​ໝູ່​ບ້ານ; ​ເທວະ​ດາ​ເຂົ້າ ​ແລະ ​ເທວະ​ດາ​ພືດ​ບັນດານ​ໃຫ້ການ​ປູກຝັງ​ໄດ້​ຮັບ​ຜົນ​ດີ ​ແລະ ຕົ້ນ​ໄມ້​ໃບ​ຫຍ້າ​ຂຽວ​ສົດ​ງົດ​ງາມ, ​ຟ້າຜ່າ​ເທິງ​ຟ້າລົງ​ໂທດ​ຜູ້​ກະທຳ​ຜິດ. ຕາມ​ຮີດຄອງ​ແລ້ວ, ພາຍຫຼັງ​ລະດູ​ການ​ເກັບ​ກຽວ, ບັນດາ​ໝູ່​ບ້ານ​ຂອງ​ຊາວ​ເຜົ່າ ມນົງ ​ກໍ່​ຈັດ​ຕັ້ງ​​ງານ​ບຸນ​ຕ່າງໆ, ​ເພື່ອ​ແນ​ໃສ່​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນຕໍ່​ເທວະ​ດາ​ຟ້າ​ແຖນ, ບັນພະບຸລຸດ, ພໍ່​​ເຖົ້າ​ແມ່​ເຖົ້າ​ທີ່​ໄດ້​ບັນດານ​ໃຫ້​ທຸກ​ຄົນ​ມີ​ເຂົ້າ​ເຕັມ​ກະຖາງ, ງົວ​ຄວາຍ​​ເຕັມ​ເດີນ​ບ້ານ. ບັນດາ​ງານ​ບຸນ​ຄື: ງານ​ບຸນ​ເຫຼົ້າ​ໄຫ, ງານ​ບຸນ​ເຂົ້າ​ຈີ່, ງານ​ແຕ່ງດອງ, ພິທີ​ຢັ້ງຢືນ​ເປັນ​ຄົນ​ເຕີບ​ໃຫຍ່, ພິທີ​ບູຊາ​ຊ້າງ... ​ເຕັມ​ໄປ​ດ້ວຍ​ສີສັນຂອງ​ວົງ​ຄະນາ​ຍາດ​ຊາວ​ເຜົ່າທີ່​ດຳລົງ​ຊີວິດ​ດ້ວຍການ​ປູກ​ເຂົ້ານາ​ທາມ, ລ່າ​ເນື້ອ... ປ້າ ​ເລືອ​ງທິ​ເຊີນ, ຜູ້ອຳນວຍການ​ຫໍພິພິດທະພັນ​ຊົນ​ເຜົ່າ​ແຂວງ​ດັກ​ລັກ, ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ​ຍັງ​ມີ​ຫຼາຍ​ງານ​ບຸນ​ຄື: ງານ​ບຸນ​ເຂົ້າ​ຈີ່, ງານບຸນ​ພາວະນາ​ຂໍ​ໃຫ້​ຝົນຕົກ ​ແລະ ລະ​ດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ. ​ໃນ​ນັ້ນງານບຸນ​ອຳ​ລາ​ຜູ້​ຕາຍ​​ແມ່ນ​ງານ​ບຸນທີ່​ຊາວ ມນົງ​ ຢູ່​​ເຂດ ​ແອ​ອາ​ສຸບ, ບ້ານ​ດົນ, ​ແຂງ​ດັກ​ລັກຖື​ເປັນ​ສຳຄັນທີ່​ສຸດ​. ສ່ວນ​ງານ​ບຸນ​ແຂ່ງ​ຊ້າງ​ຂອງ​ຊາວ​ເຜົ່າ ມນົງ​ ໄດ້​ກາຍ​ເປັນ​ງານ​ບຸນ​ຂອງ​​ແຂວງ. ນອກ​ນັ້ນ​ຍັງ​ມີ​ງານ​ບຸນ​ຫົດ​ນຳ້​ໃຫ້​ຊ້າງ, ງານ​ບຸນ​ບູຊາ​ພາວະນາ​ຂໍ​ໃຫ້​ຊ້າງ​ມີ​ສຸຂະ ພາບ​ເຂັ້ມ​ແຂງ​ອີກ​ດ້ວຍ “.

ສີສັນວັດທະນະທຳຂອງຊົນເຜົ່າ ມນົງ - ảnh 2

ງານເຂົ້າຈີ່ຂອງຊາວເຜົ່າ ມນົງ
(ພາບອິນເຕີແນດ)

        ຊົວ​ເຜົ່າ ມນົງ ​ຖື​ເປັນ​ສຳຄັນ​ງານ​ບຸນ​ອຳ​ລາ​ຄົນຕາຍ​ທີ່​ສຸດ, ​ເພາະວ່າ​ຕາມ​ແນວ​ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ​ແລ້ວ, ຜູ້​ທີ່​ຫາ​ກໍ່​ຕາຍ​ໄປວີນຍານ​ຂອງ​ເຂົາ​ເຈົ້າ​ຍັງ​​ພົວພັນ​ກັບ​ຜູ້​ມີ​ຊີວິດ​ຢູ່. ສະ​ນັ້ນ​ພາຍຫຼັງ​ຈັດ​ພິທີ​ງານ​ສົບ​​ໃຫ້​ຄົນ​ຕາຍ​ແລ້ວ, ຄອບຄົວ​ຍັງຈັດ​ພາ​ເຂົ້າບູຊາ​​ໃຫ້​ເຂົາ​ເຈົ້າ​ຢູ່. ພາຍຫຼັງ 3 – 5 ປີ, ປະຊາຊົນ​ໃນ​ບ້ານ​ຈິ່ງ​ຈັດ​ພິທີ​ອຳ​ລາ​ຄົນ​ຕາຍ. ຕາມ​ຮີດຄອງ​ປະ​ເພນີ​ແລ້ວ, ພາຍຫຼັງ​ພິທີ​ອຳ​ລາ​ຄົນ​ຕາຍ, ຊາວ​ເຜົ່າ ມນົງ ​ບໍ່​ເຕື້ອງ​ເຖິງ​ຄົນ​ຕາຍ​ນັ້ນ​ອີກ ​ແລະ ຖື​ວ່າ​ຄົນຕາຍ​ໄດ້​ໄປ​ສູ່​ຊາດ​ອື່ນ​ແລ້ວ. ​ໃນພິທີ​ອຳ​ລາ​ຄົນ​ຕາຍ, ​ເຂົ້າ​ເຈົ້າ​ໄດ້​ຕີ​ຄ້ອງ, ຟ້ອນ​ລຳທຳ​ເພງ, ຟ້ອນ​ຕຸກກະຕາ ​ແລະ ລະ​ຫຼິ້ນ​ພື້ນ​ເມືອງ... ປ້າ ຫງວຽນ​ທິງ​ອກ, ນັກ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ຊົນ​ເຜົ່າ​ຢູ່​ແຂວງ​ດັກ​ລັກ, ​ໃຫ້​ຮູ້​ວ່າ:

        “​ອີງ​ໃສ່​ເງື່ອນ​ໄຂ​ເສດຖະກິດ​ຂອງ​ແຕ່​ລະ​ຄອບຄົວ​ເພື່ອ​ຈັດພິທີອຳ​ລາ​ຄົນ​ຕາຍ. ຄອບຄົວ​ຄົນ​ຕາຍ​ຕ້ອງ​ຂ້າ​ໝູ, ​ໄກ່​​ເພື່ອ​ເຊີນຊາວບ້ານ​ມາ​ກິນ ​ແລ້ວ​​ໃຫ້​ຄົນເຂົ້າ​ປ່າ​ເອົາ​ໄມ້​ມາ​ຄວັດ​ຮູບ​ເພື່ອ​ຕັ້ງ​ຢູ່​ສຸສານ. ບັນດາ​ຮູບ​ຄວັດ​ເຫຼົ່ານັ້ນ​ຍາມ​ໃດ​ກໍ່​ຕິດ​ພັນ​ກັບ​ຊີວິດ​ຂອງຄົນຕາຍ​ຄື: ຮູບ​ຊ້າງ, ຮູບ​ນົກ, ຮູບ​ຄົນ​ຕຳ່​ເຂົ້າ, ​ໃຫ້​ລູກ​ດູດ​ນຳ້ນົມ, ຮູບ​ຄົນຕີ​ຄ້ອງ... ​ເພື່ອ​ສະ​ແດງ​ອາລົມ​ຈິດ​ຕໍ່​ຄົນ​ຕາຍ.

ສີສັນວັດທະນະທຳຂອງຊົນເຜົ່າ ມນົງ - ảnh 3

ຊາວເຜົ່າ ມນົງຄວັດຮູບເພື່ອຕັ້ງຢູ່ສຸສານຂອງຄົນຕາຍ
(ພາບອິນເຕີແນດ)

        ມາຮອດປະຈຸບັນ, ຊາວເຜົ່າ ມນົງ ຍັງຄົງຮັກສາສີສັນວັດທະນະທຳ ທີ່ເປັນ ເອກະລັກສະເພາະຂອງ​ຊົນ​ເຜົ່າ​ຕົນ​ໄວ້, ​ໃນ​ນັ້ນຊາວ​ເຜົ່າ ມນົງ​ ຢູ່​ບ້ານ​ດົນ ຍັງ​ຄົງ​ຮັກສາ​ອາຊີບ​ລ້ຽງ ​ແລະ ​ເຝິກ​ແອບ​ຊ້າງ. ພິ​ເສດ, ​ເຂົາ​ເຈົ້າ​ຍັງ​ອະນຸລັກ​ຮັກສາ​ທຳນອງ​ເພງ​ພື້ນ​ເມືອງ​ທີ່​ອ່ອນ​ຊ້ອນ​​ໄວ້, ​ໃນ​ນັ້ນ​ວັນນະກຳ “Ot Rong“ ຂອງ​ຊົນ​ເຜົ່າ ມນົງ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຊຸດ​ວັນນະກຳ​ທີ່​ມີມາ​ແຕ່​ດົນ​ນານ​​, ສ່ອງ​ແສງ​ໃຫ້​ເຫັນ​ວິວັດ​ແຫ່ງ​ການ​ພັດທະນາ​ຂອງ​ສັງຄົມ​ບັນດາ​​ເຜົ່າຢູ່​​ເຂດ​ໄຕ​ງວຽນ, ​ໃນ​ນັ້ນ​ມີ​ຊາວ ເຜົ່າ ມນົງ.

        ປະຈຸ​ບັນ, ວົງ​ຄະນາ​ຍາດ​ຊາວ​ເຜົ່າ ມນົງ ຢູ່​ຫຼາຍ​ແຫ່ງຍັງ​ຄົງ​ຮັກສາ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ຂອງ​ຊົນ​ເຜົ່າ​ຕົນ​ໄວ້​ ​ແລະ ອຳນາດ​ການ​ປົກຄອງ, ກໍ່​ຄື​ບັນດາ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຢູ່​ທ້ອງ​ຖີ່​ນຕ່າງໆ​ກໍ່​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ວຽກ​ງານ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ນີ້​ໄວ້. ປ້າ ​ເລືອ​ງທິ​ເຊີນ, ຜູ້ອຳນວຍການ​ຫໍພິພິດທະພັນ​ຊົນ​ເຜົ່າ​ແຂວງ ດັກ​ລັກ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “ລັດ​ໄດ້​ຜັນ​ຂະຫຍາຍ​ຫຼາຍ​ມາດ​ຕະການ, ຮູບ​ການ​ເພື່ອ​ອະນຸລັກ​ຮັກສາ, ຂະ​ແໜງ​ວັດທະນະທຳ​ກໍ່​ຟື້ນ​ຟູ​ບັນດາ​ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ, ຈັດ​ຕັ້ງການ​ສອນ​ວິຊາ​ຊີບ, ​ຟ້ອນ, ຕີ​ຄ້ອງ,.. ​ແຕ່​ສິ່ງ​ສຳຄັນ​ແມ່ນ​ຍູ້​ແຮງ​ວຽກ​ງານ​ໂຄສະນາ, ຂົນຂວາຍ​ປະຊາຊົນ​ເພື່ອ​ໃຫ້​ເຂົາ​ເຈົ້າ​ນິຍົມ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ​ຕົນ“.

ສີສັນວັດທະນະທຳຂອງຊົນເຜົ່າ ມນົງ - ảnh 4


ກ່ອນເລື່ອງປະຫວັດສາດຂອງຊາວເຜົ່າ ມນົງ
(ພາບອິນເຕີແນດ)

        ຢູ່​ທ້ອງ​ຖີ່​ນຕ່າງໆ​, ບັນດາ​ອົງການ​ກ່ຽວຂ້ອງ​ຍັງ​ເປີດ​ຄ້າຍ​ປະດິດ​ແຕ່ງ​ດົນຕີ, ວັນນະຄະດີ, ຈິດຕະກຳ, ຈັດງານ​ປະ​ກວດ​ຂັບ​ຮ້ອງ​ເພງ​ພື້ນ​ເມືອງ, ​ເຕັ້ນ​ລຳ ​ແລະ ​ເລົ່າ​ເລື່ອງ​ປະຫວັດສາດ... ການ​ເຄື່ອນ​ໄຫວ​ແທດ​ຈິງ​ເຫຼົ່າ​ນັ້ນ​ພວມ​ຊ່ວຍ​ປະຊາຊົນ​ຊາວ​ເຜົ່າ ມນົງ ຮັກສາ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ຕົນ​ໃນ​ທ່າ​ອ່ຽງ​ເຊື່ອມ​ໂຍງ ​ແລະ ພັດທະນາ​ໄວ້.

       

 

ຕອບກັບ

ຂ່າວ/ບົດ​ອື່ນ