ສະຖາປັດຕະຍະກຳເຮືອນຢູ່ຂອງຊາວເຜົ່າເບີ່ເຣົາ

(vovworld)- ກໍ​ເຊັນ​ດຽວ​ກັນ​ກັບ​ຫລາຍ​ຊົນ​ເຜົ່າ​ທີ່​ດຳ​ລົງຊີ​ວິດ​ຢູ່​ເຂດ​ດິນ​ແດນ​ໄຕ​ງວຽນ, ຊາວ​ເຜົ່າ​ເບີ່​ເຣົາ​ ຖື​ການ​ເລືອກ​ເຟັ້ນ​ທີ່​ດິນ​ເພື່ອ​ປຸກ​ສ້າງ​ບ້ານ ແລະ ເຮືອນຢູ່​ເປັນ​ສຳ​ຄັນ. ຮູບພາບ​ເຮືອນ​ຊານ​ບ້ານ​ຊ່ອງ​​ຂອງ​ຊາວ​ເຜົ່າ​ເບີ່​ເຣົາ ດ້ວຍ​ບັນ​ດາ​ເຮືອນ​ຮ້ານ​ຢູ່​ອ້ອມ​ຮອບ​ເຮືອນ​ຣົງ (ເຊິ່ງ​ແມ່ນເຮືອນ​ຮ້ານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​, ແມ່ນ​ແຫ່ງ​ເຕົ້າ​ໂຮມຂອງ​​ຊາວເຜົ່າ​​ໃນ​ໝູ່​ບ້ານ​ຕ່າງໆຢູ່​ເຂດ​ໄຕ​ງວຽນ) ທີ່ຕັ້ງ​ຢູ່​ໃຈ​ກາງ​ໝູ່​ບ້ານ ຄື​ດັ່ງ​ສັນ​ຍາ​ລັກ​​ແຫ່ງ​ການເຕົ້າ​ໂຮມ​ກຳ​ລັງ​ແຮງ​ຂອງວົງ​ຄະ​ນາ​ຍາດ, ແມ່ນ​ສະ​ຖານ​ທີ່​ສະ​ແດງ​ໃຫ້​ເຫັ​ນ​ບັນ​ດາ​ຮີດ​ຄອງ​ປະ​ເພ​ນີ​ ການ​ເຫລື້ອມ​ໃສ ແລະ​ ສິ​ລະ​ປະ​ ສະ​ຖາ​ປັດ​ຕະ​ຍະ​ກຳ​ພື້ນ​ເມືອງ​ຂອງ​ຊົນ​ເຜົ່າ​ເບີ່​ເຣົາ. ບົດ​ຂຽນ​ຂອງ​ນັກ​ຂ່າວ​ໂຕ​ຕວນ​ທີ່​ພາດ​ຫົວ​ເລື່ອງວ່າ: ະ​ຖາ​ປັດ​ຕະ​ຍະ​ກຳ​ເຮືອນ​ຢູ່​ຂອງ​ຊາວ​ເຜົ່າ​ເບີ່​ເຣົາ ຈະ​ແນະ​ນຳ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ຊາວ​ເຜົ່າ​ເບີ່​ເຣົາ.

 ສະຖາປັດຕະຍະກຳເຮືອນຢູ່ຂອງຊາວເຜົ່າເບີ່ເຣົາ - ảnh 1
ຊາວ​ເຜົ່າ​ເບີ່​ເຣົາ​ຈັດ​ບຸ​ນ​ຂຶ້ນ​ເຮືອນ​ໃຫມ່
ພາບ:internet


​ກ່ອນນີ້ ຊາວ​ເຜົ່າ​ເບີ່​ເຣົາ​ເຄີຍ​ຕັ້ງ​ເຮືອນ​ຊານບ້ານ​ຊ່ອງ​ຢູ່​ເນີນ​ພູ ແລະ ​ປຸກ​ສ້າງຕາມ​ສະ​ຖາ​ປັດ​ຕະ​ຍະ​ກຳ​ພິ​ເສດ​ສະ​ເພາະ. ເມື່ອ​ເຂົ້າ​ບ້ານ, ເຫັນ​ວ່າປະ​ຕູ​​ເຮືອນ​ທັງ​ໝົດລ້ວນ​ແຕ່​ອ່​ວາຍ​ຫ​ນ້າ​ສູ່​ເຮືອ​ນ​ຣົງ ຊື່ງ​ແມ່ນ​ຊາຍ​ຄາ​ລວມ ດ້ວຍສະ​ຖາ​ປັດ​ຕະ​ຍະ​ກຳ​ພົ້ນ​ເດັ່ນ​ຢູ່​ໃຈ​ກາງ​ບ້ານ. ເຮືອນ​ບູ​ຮານ​ຂອງຊາວ​ເຜົ່າ​ເບີ່​ເຣົາ​ແມ່ນ​ເຮືອ​ນ​ຮ້ານ​ຍາວ, ແມ່ນ​ບ່ອນ​ດຳ​ລົງ​ຊີ​ວິດ​ຂອງ​ມະ​ຫາ​ຄອບ​ຄົວ. ເຮືອນ​ຮ້ານ​ຈະ​ຖືກ​​​ແກ່​ຍາວເມື່ອ​ໃນ​ຄອບ​ຄົວ​ມີ​ລູກ​​ເຕົ້າເອົາ​ຜົວ​ເອົາ​ເມຍ ແລະ ຟືນ​ໄຟ​ກໍ​ຖືກ​ແບ່ງ​ອອກ​ເພື່ອ​ໃຫ້​ຄອບ​ຄົວ​ນ້ອຍ​ຂອງ​ລູກ​ເຕົ້ານຳ​ໃຊ້. ທ່ານ ຫງວຽນ​ວັນ​ນາມ, ຜູ້​ນຳ​ທ່ຽວ​​ໃນລາຍ​ກາ​ນ​ທ່ອງ​ທ່ຽວ​ແຂວງກອນ​ຕູມ, ໃຫ້​ຮູ້​ວ່າ:

          “ຊາວ​ເຜົ່າ​ເບີ່​ເຣົາ​​ປຸກ​ສ້າງ​ເຮືອນ​ຮ້ານ ເພາະ​ວ່າ​ກ່ອນນີ້ ປະ​ຊາ​ຊົນ​ເຄີຍ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ປ່າ. ຖ້າ​ປຸກ​ສ້າງ​ເຮືອນ​ດ້ວຍ​ພື້ນ​ທີ່​ຕ່ຳ ເຂົາ​ເຈົ້າຢ້ານ​ສັດ​ປ່າ, ງູ,… ສະ​ນັ້ນຈຶ່ງປຸກ​ສ້າງ​ເຮືອນ​ຮ້ານເພຶ້​ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ກວ່າ. ດ້ານ​ອື່ນ, ຢູ່​ກ້ອງ​ລ່າງເຮືອ​ນ​ຮ້ານ​ເຂົາ​ເຈົ້າ​ໃຊ້ເປັນ​ບ່ອນ​ຂັງ​ຄອກງົວ​ຄວາຍ, ສັດ​ລ້ຽງ. ຢູ່​ໃຈ​ກາງ​ເຮືອນ​ຕັ້ງຟືນ​ໄຟເພື່ອ​ແຕ່ງ​ກິນ ແລະ ສ້າງ​ຄວາມອຸ່ນອີກ​.”

ເຮືອນ​ຮ້ານ​​ຂອງຊາວ​ເຜົ່າ​ເບີ່​ເຣົາ​ ມີ​ຫລັງ​ຄາ​​ຊັນ ມຸງ​ດ້ວຍຫ​ຍ້າ​ຫລື​ໃບ​ໄມ້​ປ່າ. ພື້ນ​ເຮືອນ​ເຮັດດ້ວຍ​ໄມ້​ໄຜ່ຫລື​ໄມ້ເຮ້ຍ, ຝາ​ເຮືອນເຮັດດ້ວຍ​ແຕະ​ໄມ້​ເຮັ້ຍ.  ຊາວ​ເຜົ່າ​ເບີ່​ເຣົາ​ ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ການ​ປະ​ດັບ​ປະ​ດາ​ເຮືອນ​ຮ້ານໃຫ້​ງາມ​ຕາ. ພື້ນ​ເຮືອນ​ຖືກ​ແບ່ງ​ເປັນ​ຫລາຍ​ຂັ້ນ​ຕ່າງ​ກັນ ເພື່ອ​​ສ້າງ​ຄວາມ​ສະ​ດວກ​​ໃຫ້​ການ​ດຳ​ລົງ​ຊີ​ວິດປະ​ຈຳ​ວັນ, ​ພື້ນຕ່ຳ​ແມ່ນ​ບ່ອນຕັ້ງ​ຄົກ​ຕ່ຳ​ເຂົ້າ, ​ສ່ວນ​ພື້ນສູງ​​ແມ່ນບ່ອນ​ ​ຫ​ຍິບ​ເຄື່ອງ, ພັກ​ຜ່ອນຢ່ອນ​ອາ​ລົມ. ໃນ​ຫ້ອງ​​ໃນ ກໍ​ຖືກ​ແບ່ງ​ເປັນພື້ນເຮືອນ​ສອງ​ຂັ້ນ, ພື້ນ​ຕ່ຳ​ແມ່ນ​ບ່ອນ​ຕັ້ງ​ຟ​ືນ​ໄຟ ແລະທໍ່ນຳ້, ພື້ນ​ສູງ​ແມ່ນບ່ອນນອນ. ຄຽງ​ຂ້າງ​ນັ້​ນ​ແມ່ນ​ຫ້ອງ​ນ້ອຍກວ່າ​ເປັນບ່ອນ​ເກັບ​ມ້ຽນ​ອຸ​ປະ​ກອນ​ການ​ຜະ​ລິດ​ກະ​ສິ​ກຳ, ເຄື່ອງ​ໃຊ້​ໃນ​ຄອບ​ຄົວ​ແລະ ​​ສະ​ບຽງ​ອາ​ຫານ.

ໃນ​ບ້ານ​ບູ​ຮານ​ຂອງຊາວ​ເຜົ່າ​ເບີ່​ເຣົາ​, ເຮືອນ​ຣົງ ຍາມ​ໃດ​ກໍ​ເປັນສູນ​ດຳ​ເນີ​ນ​ຊີ​ວິດ​ວົງ​ຄະ​ນາ​ຍາດຂອ​ງ​ທັງ​ບ້ານ. ເຮືອນ​ຣົງ​ໄດ້​ຮັບ​ການ​ປຸກ​ສ້າງ ແລະ ປະ​ດັບ​ປະ​ດາ​ດ້ວຍ​ກຳ​ລັງ​ເຫື່ອ​ແຮງ, ສ​ີ​ໄມ້​ລາຍ​ມືຂອງ​​ທຸກ​ຄົນໃນ​ບ້ານ. ດ້ວຍ​ໄມ້, ໄມ້​ໄຜ່, ໄມ້​ເຮ້ຍ, ….​ຊາວ​ເຜົ່າ​ເບີ່​ເຣົາໄດ້ປຸກ​ສ້າງ​ເຮືອ​ນ​ຣົງ​ຄື​ກັນ​ກັບ​ການ​ປຸກ​ສ້າງ​ເຮືອນຮ້ານ, ແຕ່​ເຮືອນ​ຣົງ​ແຫ​ນ້ນ​ຫ​ນາ ແລະ ລະ​ອຽດ​ລະ​ອໍ​ກວ່າ. ເສົາ​ເຮືອນ​ໃຫ​ຍ່ ແລະ ເຮັດ​ດ້ວຍ​ໄມ້​ຫາ​ຍາກ, ຫລັງ​ຄາ​ຊັນ​ ແລະ ສູງ. ເຮືອນ​ຣົງ​ແມ່ນ​ກິດ​ຕະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ສິ​ລະ​ປະ, ແມ່ນ​ໂສມ​ຫ​ນ້າ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ທັງ​ບ້ານ​. ເຮືອນ​ຣົງ​ຍັງ​ແມ່ນ​ແຫ່ງທີ່​ສັກ​ກະ​ລະ​ບູ​ຊາ, ແມ່ນ​ບ່ອນ​ເຕົ້າ​ໂຮມ​ກຳ​ລັງ​ແຮງ​ດ້ານ​ຈິດ​ວິນ​ຍານ, ເພາະ​ສະ​ນັ້ນ ຢູ່​ທີ່ນີ້ ເຄີຍ​ດຳ​ເນີນ​ພິ​ທີ​ການ​ສຳ​ຄັນ​ຂອງ​ໝູ່​ບ້ານ​ຄື: ​ບຸນ​ລັ່ນຄ້ອງໃນ​ໂອ​ກາດ​ຂຶ້ນບ້ານ​ໃຫມ່, ​ບຸນຂຶ້ນ​ເຮືອນ​ໃຫມ່, ບຸນ​ຕົກ​ກ້າ, ບຸ​ນ​ເຂົ້າ​ໃໝ່, ບຸ​ນ​ເກັບ​ມ້ຽນ​ເຂົ້າ​…. ເຈົ້າ​ກົກ​ເຈົ້າ​ເຫລົ່າ ທາວ​ລາ ຢູ່ ບ້ານ​ດັກ​ເມ ຕາ​ແສງ​ເບີ່​ອີ ເມືອງງອກ​ໂຮ່ຍ ແຂວງ ກອນ​ຕູມ ໃຫ້​ຮູ້​ວ່າ:

          “ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊາວ​ເຜົ່າ​ເບີ່​ເຣົາ ນັ້ນ​ແມ່ນ​ເມື່ອ​ເຂົ້າບ້ານ​ໃຫມ່ ແລະ ຂຶ້ນເຮືອນ​ໃຫມ່​ຫລືປຸກ​ສ້າງເຮືອນ​ຣົງ ລ້ວນ​ແຕ່​ບູ​ຊາ​ເທວະ​ດາ​ຟ້າ​ແຖນ​ຄື: ເທວະ​ດາ​ທີ່​ດິນ, ເທວະ​ດາ​ພູຜາ, ເທວະ​ດາ​ນຳ​້ ຂໍໃຫ້ມີບ່ອນຢູ່ເຢັນເປັນສຸກ ແລະ ປະ​ຊາ​ຊົນ​ມີ​ຊີ​ວິດ​ອີ່ມ​ໜ​ຳ​ສຳ​ລານ​ສົມ​ບູນ​ພູ​ນ​ສຸກທັງປີ​”

 ສະຖາປັດຕະຍະກຳເຮືອນຢູ່ຂອງຊາວເຜົ່າເບີ່ເຣົາ - ảnh 2
ເຮືອນ​ຢູ່​ຂອງ​ຊາວ​ເຜົ່າ​ເບີ່​ເຣົາ
ພາບ:internet

ດ້ວຍ​ຮີດ​ຄອງ​ປະ​ເພ​ນີ​ດຳ​ລົງ​ຊີ​ວິດ​ແບບເຄື່ອນ​ທີ່, ໃນ​ໄລ​ຍະ​ສົງ​ຄາມ, ຊາວ​ເຜົ່າ​ເບີ່​ເຣົາ​ໄດ້​ຍ້າຍ​ໄປ​ອາ​ໄສ​ຢູ່​ໃນ​ປ່າ​ເລິກ. ປີ 1999, ກ່ອນ​ທີ່​ເກີດຄວາມ​ສ່ຽງ​ຖ​ືກ​ຊຸດ​ໂຊມ, ​ຈຳ​ນວນພົນ​ລະ​ເມືອງ​ຖືກ​ຫລຸດ​ຜ່ອນ, ແຕ່​ຍ້ອນ​ມີຄວາມ​ເອົາ​ໃຈ​ໃສ່​ຂອງ​ລັດ, ຊາວ​ເຜົ່າ​ເບີ່​ເຣົາ​ໄດ້​​ກັບ​ເມືອ​ຕັ້ງ​ຖິ່ນ​ຖານ​ໃຫມ່​ຢູ່​ບ້ານ ດັກ​ເມ, ຕາ​ແສງ ເບີ່​ອີ ແຄມ​ທາງ​ຫລວງ​ 40 ຂຶ້ນ​ກັບ​ເມືອງ ງອກ​ໂຮ່ຍ ແຂວງ ກອນ​ຕູມ. ລັດ​ໄດ້​ລົງ​ທຶນ​ເ​ພື່ອ​ໃຫ້​ຊົນ​ເຜົ່າ​ເບີ່​ເຣົາ​ມີ​ທີ່​ດິນ​ປຸກ​ສ້າງ​ເຮືອນຢູ່ ແລະ ​ປູກ​ຝັງ​ເພື່ອ​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ເປັນ​ປົກ​ກະ​ຕິ. ລັດ​ໄດ້​ລົງ​ທຶນ 34 ຕື້​ດົ່ງ ​ເພື່ອຫ​ນູນ​ຊ່ວຍ​ປຸກ​ສ້າງ​ເຮືອນ​ຮ້ານ​ດ້ວຍ​ເສົາ​ເບ​ຕົງ​ໃຫ້​ແຕ່​ລະ​ຄອບ​ຄົວ​ໃນ​ບ້ານ ແລະ ປຸກ​ສ້າງ​ເຮືອນ​ຣົງ​ຫລັງ​ໃຫມ່ ພ້ອມ​ກັບ ເຮ​ືອນ​ໃຫມ່​ສອງ​ຫລັງ​ທີ່ເຮັດ​ດ້ວຍ​ໄມ້​ຕາມ​ຮູບ​ແບບ​ເຮືອນ​ບູ​ຮານ​ຂອງ​ຊົນ​ເຜົ່າ​ເບີ່​ເຣົາ. ໝູ່​ບ້ານ​ດັກ​ເມ ​ໃນປະ​ຈຸ​ບັນ​ໃຫ​ຍ່​ໂຕ​ຄື​ດັ່ງ​​​ຕົວ​ເມືອງ​ນ້ອຍ​ຢູ່​ກາງປ່າ​​ໄມ້ທີ່​ຂຽວ​ອຸ່ມ​ທຸມ​ ແລະ ໃຫ​ຍ່​ໂຕ​ມະ​ໂຫ​ຖາ​ນ. ຄວາມທຸກ​ຍາກ​ອຶດ​ຫິວ ແລະ ຮີດ​ຄອງ​ປະ​ເພ​ນີ​ຫລ້າ​ຫລັງ​ຖືກ​ຍູ້​ໃຫ້​ຖອຍ​ໄປ. ໂດຍ​ໄດ້​ຮັບ​​ການ​ອຸມ​ຊູ​ຊ່ວຍ​ເຫລືອ​ຈາກວົງ​ຄະ​ນາ​ຍາດ ແລະ ຄວາມ​ເອົາ​ໃຈ​ໃສ່​ພິ​ເສດ​ຂອງ​ລັດ,   ​ຊາວ​ເຜົ່າ​ເບີ່​ເຣົາ​ເກືອບ 400 ​ຄົນໄດ້​ມີ​ບ່ອນ​ຢູ່​ອາ​ໄສ, ການ​ຜະ​ລິດ​ເປັນ​ປົກ​ກະ​ຕິ ແລະ ​ຮ່ວມດຳ​ລົງ​ຊີ​ວິດ​ພ້ອມກັບ​ບັນ​ດາ​ເຜົ່າ​ອ້າຍ​ນ້ອງ​ອື່ນ​ໆຢູ່​ເຂດ​ໄຕ​ງວຽນ.

 

 

 

 

 

 

 

 

 

 

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ