ຫາຍຟ່ອງ ຈຸດນັດພົບທີ່ດູດດື່ມ

(vovworld)- ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດທົ່ງ​ພຽງ​ແມ່​ນ້ຳ​ແດງ 2013 ​​ໂດຍ​ນະຄອນ​ຫາຍ​ຟ່ອງ​ ເປັນ​ເຈົ້າພາບ​ຈັດ​ຕັ້ງ​ຂຶ້ນ. ນີ້​ແມ່ນ​ເງື່ອນ​ໄຂ​ເພື່ອ​​ໃຫ້ ຫາຍ​ຟ່ອງ ສ້າງ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ໃຫມ່​ຫລາຍ​ຢ່າງ, ​ທັງແມ່ນໂອກາດ​​ເພື່ອພັດທະນາ ​ແລະ ສ້າງ​ບາດກ້າວ​ບຸກທະລຸ​ ຍົກ​ສູງ​ຄຸນ​ນະພາ​ບການບໍລິການ. ຢູ່ ຫາຍ​ຟ່ອງ, ບັນດາ​ການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນ​ໃນ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ 2013 ​ແມ່ນ​ສຸມ​ໃສ່​ຢູ່ເຂດ​ໃຈກາງ​ນະຄອນ ​ແລະ ​ເທດສະບານ ​ໂດ​ເຊີນ ​ແລະ ກາດ​ບ່າ ຊື່​ງ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ຈຸດ​ສຸມ​ສອງ​ແຫ່ງ. ​ໃນ​ລາຍການ​ທ່ອງ​ທ່ຽວ​ພາກ​ນີ້ ​ພວກ​ເຮົາ​ຂໍ​ແນະນຳ​ສະຖານ​ທີ່ທ່ອງ​ທ່ຽວ​​ສອງ​ແຫ່ງ​ຢູ່ນະຄອນ ຫາຍ​ຟ່ອງ ຜ່ານ​ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອ​ງ.

ຫາຍຟ່ອງ ຈຸດນັດພົບທີ່ດູດດື່ມ - ảnh 1
ເກາະ ກາດບ່າ
ພາບ:internet

        ​ໂດຍ​ຫ່າງ​ຈາກ​ນະຄອນຫລວງ ຮ່າ​ໂນ້ຍ ປະມານ 100 ກິ​ໂລ​ແມັດ, ຫາຍ​ຟ່ອງ ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ດູດ​ດື່ມ​ສຳລັບ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ມາ​ຢ້ຽມຢາມ ຫາຍ​ຟ່ອງ​ໃນ​ລະດູບານ​ໃຫມ່​, ນັກ​ທ່ອງ​ທ່ຽວ​ສາມາດ​ເຂົ້າ​ຮ່ວມ​ງານ​ບຸນ​ຕ່າງໆ​ຢູ່​ທ້ອງ​ຖິ່ນ, ຢ້ຽມຢາມວັດວາອາ​ຮາມ, ​ບັນດາ​ປູຊະນີ​ຍະສະ​ຖານ​ປະຫວັດສາດ. ​ໃນ​ລະດູ​ຮ້ອນ, ນັກ​ທ່ອງ​ທ່ຽວ​ສາມາດ​ເຂົ້າ​ຮ່ວມ​ລາຍການທ່ອງທ່ຽວ​ຕ່າງໆ ​ແລະ ການ​ລະ​ຫລິ້ນ​ຢູ່​ແຄມ​ທະ​ເລ ​​ໂດ​ເຊີນ, ​ເກາະ ກາດ​ບ່າ, ອ່າວ​ບາຍ​ຕືລອງ ​ແລະ ອ່າວ​ຮ້າ​ລອງ. ສ່ວນ​​ໃນ​ລະດູ​​ໃບ​ໄມ້​ຫລົ່ນ,​ ນັກ​ທ່ອງ​ທ່ຽວ​ສາມາດ​ເຂົ້າ​ຮ່ວມ​ງານ​ບຸນ​ແທງ​ຄວາຍ ​ແລະ ກາ​ນ​ເຄື່ອນ​ໄຫວ​ວັດທະນະທຳ​ພື້ນ​ເມືອງ​ຕ່າງໆ. ​ໃນ​ລະດູ​ຫນາວ, ນັກ​ທ່ອງ​ທ່ຽວ​ສາມາດ​​ເຂົ້າຮ່ວມ​ລາຍການ​ທ່ອງ​ທ່ຽວ​ປີນ​ພູ, ຢ້ຽມຊົມ​ຖ້ຳ​ຢູ່ ກາດ​ບ່າ, ພູ​ວອຍ(ຊ້າງ). ​ເສັ້ນທາງ​​ໄປ​ຍັງ​ກາດ​ບ່າ​ແມ່ນ​ສະດວກ​ສະບາຍ ນັ້ນ​ກໍ​ແມ່ນ​ສະຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ. ທ່ານ ດວານ​ຢີລີງ, ຫົວຫນ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ຫາຍ​ຟ່ອງ ​ໃຫ້​ຮູ້​ວ່າ:

        “ນະຄອນ ຫາຍ​ຟ່ອງ ​ແມ່ນ​ປະຕູ​ອອກ​ສູ່​ທະ​ເລ​ຂອງ​ບັນດາ​ແຂວງ​ພາກ​ເຫນືອ ຫວຽດນາມ. ມີ​ທາງ​​ນ້ຳ, ທາງທະ​ເລ, ລົດ​ໄຟ, ທາງ​ອາກາດ​ ​ເປັນຄວາມສະດວກ​ໃຫ​້​ແກ່​ການ​ພັດທະນາ​ການທ່ອງທ່ຽວ. ຫາຍ​ຟ່ອງ ມີ​ສະຫນາມ​ບິນ ກາດ​ບີ ​ນັບ​ແຕ່​ປີ 2007 ​ດ້ວຍ​ບົດ​ບາດແມ່ນ​ສະຫນາມ​ບິນ​ສາກົນ​ສຳຮອງ​ໃຫ້​ແກ່​ສະຫນາມ​ບິນ ​ໂນ້ຍບາຍ. ​ເດືອນ 11/2012, ນາຍົກລັດຖະມົນຕີໄດ້ອະນຸຍາດ​​ໃຫ້​ຍົກ​ລະ​ດັບ​ສະຫນາມ​ບິນ ກາດ​ບີ ​ເພື່ອສາມາດ​ຕ້ອນຮັບ​ບັນດາ​ເຮືອບິນ​ຂະ​ຫນາດ​ໃຫຍ່ ທັນ​ສະ​ໄຫມ​ໄດ້ ​ແລະ ​ເປີດ​ບັນດາ​ສາຍ​ການບິນ​ເຖິງປະ​ເທດ​ຕ່າງໆ​ໃນ​ໂລກ.”

        ​ໂດ​ເຊີນ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ສະຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ຫາຍ​ຟ່ອງ  ພິ​ເສດ​ໃນ​ໂອກາດ​ທ້າຍ​ປີ. ​ໂດຍ​ຫ່າງ​ຈາກ​ໃຈກາງ​ນະຄອນ ຫາຍ​ຟ່ອງ ໄປທາງ​ທິດຕາ​ເວັນ​ອອກສຽງ​ໃຕ້ປະມານ 22 ກິ​ໂລ​ແມັດ, ​​ແຫລມ ​ໂດ​ເຊີນ​ …ທະ​ເລ​ປະມານ 5 ກິ​​ໂລ​​ແມັດ. ​ນີ້​ແມ່ນ​ແຫ່ງ​ດູດ​ດື່ມ​ນັກ​ທ່ອງ​ທ່ຽວ ບໍ່​ພຽງ​ແຕ່​ຍ້ອນ​ອາກາດ​ປອດ​ໂປ່​ງ​ເທົ່າ​ນັ້ນ ຫາກ​ຍັງ​ຍ້ອນທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ງາມອີກ​ດ້ວຍ. ຫາດ​ຊາຍ​ທະ​ເລ ​ໂດ​ເຊີນ​ໄດ້​ແບ່ງ​​ອອກເປັນ 3 ​ເຂດ, ​​ຢູ່ເຂດ​ໃດ​ກໍ່​ມີພູ​ຜາ​ປ່າ​ໄມ້​​ທີ່​ຂຽວ​ອຸ່ມ​ທູ່ມ ແລະ ສະຫງົບ​ງຽບ.

ຫາຍຟ່ອງ ຈຸດນັດພົບທີ່ດູດດື່ມ - ảnh 2
ສະຫນາມບິນ ກາດບີ
ພາບ: internet

        ​ເກາະ​ງອກ​ກາດ​ບ່າ ​ແມ່ນ​ຫນຶ່ງ​ໃນ​ບັນ​ດາສະຖານ​ທີ່​ທ່ອງ​ທ່ຽວ​ສວຍ​ງາມ​ສອງ​ແຫ່ງ​ຂອງ ຫາຍ​ຟ່ອງ. ທ່ານ​ເລກ​ວາງ​ດ້າວ, ຜູ້ອຳນວຍການ​ບໍລິສັດ​ທ່ອງ​ທ່ຽວ Vietvision Travel ​ໃຫ້​ຮູ້​ວ່າ:

        “ ນັກ​ທ່ອງ​ທ່ຽວ​ຢາກ​ພັກ​ຜ່ອນຢູ່​ທີ່​ນີ້ ຍ້ອນ​ຄວາມ​ສະຫງົບ​ງຽບ, ນັ້ນ​ກໍ​​ແມ່ນ​ສິ່ງ​ທີ່​ນັກ​ທ່ອງ​ທ່ຽວ​ສາກົນນິຍົມ​ທີ່​ສຸດ. ສຳລັບ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ແລ້ວ, ບັນດາ​ຫາດ​ຊາຍ​ທະ​ເລ, ປ່າ​ສະຫງວນ​ແຫ່ງ​ຊາດ​ແມ່ນ​ສິ່ງ​ທ່ີ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ພິ​ເສດ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ພາກ​ໃຕ້ຫວຽດນາມ. ການ​ໄປ​ມາ​ລະຫວ່າງ​ໃຈກາ​ງນະຄອນຫາຍ​ຝ່ອງ​ເຖິງ​ເກາະ​ກາດ​ບ່າ​ແມ່ນ​ສະດວກ​ສະບາຍ. ນັກ​ທ່ອງ​ທ່ຽວ​ສາມາດ​ໄປ​ດ້ວຍ​ທາງບົກ ຫຼື ທາງ​ທະ​ເລ ກໍ່​ໄດ້.”

        ກາດ​ບ່າ ​ແມ່ນ​ສະຖານ​ທີ່​ທັງ​ມີ​ປ່າ ​ແລະ ທະ​ເລ. ທະ​ເລ ​ແລະ ປ່າ​ປະສົມ​ປະສານ​ກັນ​ສ້າງ​ເປັນ​ທິວ​ທັດ​ທຳ​ມະ​ຊາດ​​ທີ່ສວຍ​ງາມ​ດັ່ງ​ໃນ​ຝັນ. ປ່າໄມ້ຢູ່ກາດບ່າ ຍາມລະດູບານໃຫມ່ແມ່ນງາມຫລາຍ, ​ດ້ວຍຕົ້ນໄມ້​ທີ່​ຂຽວ​​ອຸ່ມ​ທູ່ມ, ດອກໄມ້ບານ​ພັ່ງ​ດ້ວຍສີສັນ​ຫລາກ​ຫລາຍ. ນອກ​ນັ້ນ ຍັງ​ມີ​ເກາະ​ນ້ອຍ​ໃຫຍ່​ຫລາຍ​ແຫ່ງ, ຫາດ​ຊາຍທະ​ເລ​ຂຽວ​ສະອາດພ້ອມ​ດ້ວຍລະບົບ​ຄົມມະນາຄົມ​ສະດວກສະບາຍ. ສະ​ນັ້ນ ນັບ​ມື້​ນັບມີ ​ນັກ​ທ່ອງ​ທ່ຽວຫຼາຍ​ຄົນ​ມາ​ຢ້ຽມຢາມ ກາດ​ບາ. ອ້າຍ ຫງວຽນ​ຢາ​ແຄງ, ສູນ​ຖະ​ແຫລ​ງຂ່າວ​ສົ່ງ​ເສີມ​ການທ່ອງທ່ຽວ ຫາຍ​ຟ່ອງ ​ໃຫ້​ຮູ້​ວ່າ:

        “ຈາກ​ເທດສະບານ​ກາດ​ບ່າ ໄປ​ເຖິງ​ຫາດ​ຊາຍ​ທະ​ເລ​ແມ່ນ​ໃກ້​ທີ່​ສຸດ, ນັກ​ທ່ອງ​ທ່ຽວ​ສາມາດ​ຍ່າງ​ໄປ​ ຫລື​ຂ່ີ​ລົດ​ໄຟຟ້າກໍ່​ໄດ້. ກາດບ່າມີຫາດ​ຊາຍ​ທະ​ເລ​ນ້ອຍໆ​ຫລາຍ​ແຫ່ງ​ແຕ່ສວຍ​ງາມ​ ​ແລະ ນ້ຳ​ທະ​ເລຂຽວສະອາດ”

        ​ໃນ​ຍາມ​ນີ້ ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ກາດ​ບ່າ, ຫາຍ​ຟ່ອງ ສ່ວນ​ຫລາຍ​ແມ່ນ​ນັກ​ທ່ອງ​ທ່ຽວ​ສາກົນ. ສຳລັບ​ຜູ້​ນິຍົມ​ທະ​ເລ, ປ່າ​ໄມ້, ກາດ​ບ່າ ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ຊີວະ​ພາບ​ທີ່​ສ້າງ​ຄວາມ​ດູດ​ດື່ມ. ມາ​ຢ້ຽມຢາມ​ກາດ​ບ່າ ນັກ​ທ່ອງ​ທ່ຽວ​ຈະ​ຮູ້ສຶກ​ວ່າ​ຕົນ​ເອງ​ພວມເຈືອ​ຈານ​ກັບ​ທຳ​ມະ​ຊາດ ​ແລະ ຈິດ​ໃຈ​ສະ​ຫວາດ​ສະ​ເຫວີຍກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ