ຫາຍຟ່ອງ ສ້າງຜະລິດຕະພັນທ່ອງທ່ຽວໃຫມ່ຫລາຍຢ່າງ

(vovworld)- ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ​ປີ 2013 ພາຍ​ໃຕ້​ຫົວ​ຂໍ້​ວ່າ:“ອະລິຍະ​ທຳ​​ແມ່​ນ້ຳ​ແດງ” ​ເພື່ອ​ໂຄສະນາ, ​ເຊື່ອມ​ຕໍ່, ຂຸດ​ຄົ້ນ​ບັນດາ​ຜະລິດ​ຕະພັນ​ທ່ອງທ່ຽວ​​ໃນເຂດ ​ແລະ ທົ່ວ​ປະ​ເທດຢ່າງມີປະສິດທິ​ຜົນ​. ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ແຕ່ລະ​ທ້ອງ​ຖິ່ນ​ໃນ​​ເຂດ​ກຳນົດ​ທິດ​ພັດທະນາ​ການທ່ອງທ່ຽວ, ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ​ລະຫວ່າງ​ເຂດ, ສ້າງ​ຄວາມ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ​ແລະ ຄວາມ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ການທ່ອງທ່ຽວ​ລະຫວ່າງ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ ກັບ​ບັນດາ​ເຂດ​ອື່ນ​ໃນ​ທົ່ວ​ປະ​ເທດ ​ແລະ ກໍ​ແມ່ນ​ການ​ສ້າງຄວາ​ມ​ແຕກ​ຕ່າງ​ກັນລະ​ຫວ່າງ​​ຜະລິດ​ຕະພັນ​ທ່ອງ​ທ່ຽວ ຫວຽດນາມ ກັບ​ບັນດາ​ປະ​ເທດ​ໃນ​​ພາກ​ພື້ນ.

ຫາຍຟ່ອງ ສ້າງຜະລິດຕະພັນທ່ອງທ່ຽວໃຫມ່ຫລາຍຢ່າງ - ảnh 1
ກາດບ່າສະຖານທີ່ທ່ອງທ່ຽວດູດດື່ມ
ພາບ: internet

        ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ​ 2013 ຊຶ່ງ​ນະຄອນ​ຫາຍ​ຟ່ອງຈັດ​ຕັ້ງ​ຂຶ້ນ, ​ແມ່ນ​ເງື່ອນ​ໄຂ​ເພື່ອ​ໃຫ້​ນະຄອນ ຫາຍ​ຟ່ອງ ​ແນະນຳ​ບັນດາ​ຜະລິດ​ຕະພັນ​ທ່ອງທ່ຽວ​ໃຫມ່, ຮັບ​ກາລະ​ໂອກາດ​ພັດທະນາ ​ແລະ ສ້າງ​ບາດກ້າວ​ບຸກທະລຸ​​ໃນ​ການຍົກ​ສູງ​ຄຸນ​ນະພາ​ບການ​ບໍລິການ. ຢູ່ ນະຄອນ ຫາຍ​ຟ່ອງ, ບັນດາ​ການ​ເຄື່ອນ​ໄຫວ​ພົ້ນ​ເດັ່ນ​ໃນ​ປີ​ທ່ອງ​ທ່ຽ​ວ​ແຫ່ງ​ຊາດ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ 2013 ​​ແມ່ນສຸມ​ໃສ່ຢູ່ເຂດ​ໃຈກາງ​​ນະຄອນຫາຍ​ຟ່ອງ ​ແລະ ໂດ່​ເຊີນ, ກາດ​ບ່າ ຊື່​ງ​ແມ່ນ​ສະຖາ​ນທີ່​ທ່ອງ​ທ່ຽວ​ຈຸດ​ສຸມ​ສອງ​ແຫ່ງ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້ຫາ​ຍຟ່ອງ ​ແນະນຳ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ ​ເວົ້າ​ລວມ ​ແລະ ນະຄອນ ຫາຍ​ຟ່ອງ ​ເວົ້າ​ສະ​ເພາະ. ທ່ານ ​ດວານຢີລີງ, ຫົວຫນ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ຫາຍ​ຟ່ອງ ​ໃຫ້​ຮູ້​ວ່າ:

        “ຫາຍ​ຟ່ອງ ທັງມີ​ລັກສະນະ​ລວມຂອງ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ, ທັງ​ມີ​ລັກສະນະ​ພິ​ເສດສະ​ເພາະ​ຂອງ​ເຂດ​ທະ​ເລ, ດ້ວຍ​ບັນດາ​ປູຊະນີຍະສະຖານ​ວັດທະນະທຳ ປະຫວັດສາດ, ງານ​ບຸນ, ທັດສະ​ນິຍະ​ພາບ, ທຳ​ມະ​ຊາດ​ທີ່​ສວຍ​ງາມ, ວັດທະນະທຳ​ອາຫານ​ການ​ກິນ, ໝູ່​ບ້ານ​ຫັດຖະກຳ, ການ​ລະ​ຫລິ້ນ​ພື້ນ​ເມືອງ​ທີ່​ດູດ​ດື່ມ. ນີ້​ເປັນ​ພື້ນຖານ​ເບື້ອງ​ຕົ້ນ​ເພື່ອ​ພັດທະນາ​ການທ່ອງທ່ຽວ, ຫາຍ​ຟ່ອງ ບໍ່​ພຽງ​ແຕ່​ມີ​ລະບົບ​ຄົມມະນາຄົມ​ທີ່ສະດວກ​ສະບາຍເທົ່າ​ນັ້ນ ຫາກ​ຍັງ​ນອນ​ໃນ​ສະຖານ​ທີ່ທ່ອງ​ທ່ຽວ​ແຫ່ງ​ຊາດ​ ແລະ ສວມ​ບົດບາດ​ສຳຄັນ ​ໃນ​ຍຸດ​ທະ​ສາດ​ພັດທະນາ​ການທ່ອງທ່ຽວ​ຂອງ​ເຂດອີກ​ດ້ວຍ.”

        ​ໂດຍ​ກຳ​ໄດ້​ກາລະ​ໂອກາດ​ດັ່ງກ່າວ, ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ຢູ່​ໃນ​ບໍລິ​ເວນ​ນະຄອນ ​ໄດ້​ເປັນ​ເຈົ້າ​ການ​​ໃນ​ການສ້າງ, ປ່ຽນ​ໃຫມ່, ຍົກ​ລະດັບ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວເດີມ​ຂອງ​ນະຄອນຫາຍ​ຟ່ອງ. ​ໃນ​ນັ້ນ ບໍລິສັດ Viettravel  ສາຂາ ຫາຍ​ຟ່ອງ ​ໄດ້​ວາງ​ອອກ​ບັນດາ​ຜະລິດ​ຕະພັນ​ໃຫມ່ ດ້ວຍ​ສານ​ທີ່​ວ່າ: “ທ່ອງທ່ຽວ​ທີ່ມີ​ຄວາມ​ຮັບຜິດຊອບ​ຕໍ່​ວົງ​ຄະນາ​ຍາດ ​ແລະ ສິ່ງ​​ແວດ​ລ້ອມ”. ​ເພື່ອ​ເພີ່ມ​ທະວີ​ການ​ຂຸດ​ຄົ້ນ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່ດູດ​ດື່ມ ​ແລະ ​ເປັນ​ເອກະລັກ​ສະ​ເພາະ​ຂອງ ຫາຍ​ຟ່ອງ​ຢ່າງ​ມີ​ປະສິດທິ​ຜົນ, ດຶງ​ດູດ​ຈຳນວນນັກ​ທ່ອງ​ທ່ຽວ​ສາກົນ​ຢູ່​ບັນດາ​ຕະຫລາ​ດຈຸດ​ສຸມ​​ໃນ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ ກໍ​ຄື​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດມາ​ຢ້ຽມຢາມ ຫາຍ​ຟ່ອງ, ບໍລິສັດ Saigontourist ສາຂາ​ ຫາຍ​ຟ່ອງ ຍູ້​ແຮງ​ການ​ເຄື່ອນ​​ໄຫວ​ສົ່ງ​ເສີມ, ​ໂຄສະ​ນາ​ພາບ​ພົດ, ​ເຄື່ອງໝາຍການ​ຄ້າ, ວາງ​ອອກ 8 ຜະລິດ​ຕະພັນ​ທ່ອງ​ທ່ຽວ​ໃຫມ່ ​ເພື່ອ​ໂຄສະນາ​​ເຖິງ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ຂອງ ຫາຍ​ຟ່ອງ ​ທີ່ໄດ້​ຮັບ​ການ​ຂຸດ​ຄົ້ນ​ຈາກ​ບໍລິສັດ​ທ່ອງ​ທ່ຽວ​ຕ່າງໆນັ້ນ​ແມ່ນ ທ່ອງ​ທ່ຽວ​ຊີວະ​ພາບ, ທ່ອງ​ທ່ຽວ​ວົງ​ຄະນາ​ຍາດ, ທ່ອງ​ທ່ຽວ​ມີ​ຄວາມ​ຮັບຜິດຊອບ ຫລື ທ່ອງ​ທ່ຽວ​ພະ​ຈົນ​ໄພ. ລາຍການ​ທ່ອງ​ທ່ຽວ ຫາຍ​ຟ່ອງ - ກາດ​ບ່າ ​ແມ່ນ​ລາຍການ​ທ່ອງ​ທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ​ ​​ເຊິ່ງ​ໄດ້ສ້າງ​ຄວາມດູດດື່ມ​​ໃຫ້​ແກ່ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມຢາມ ຫາຍ​ຟ່ອງ. ທ່ານ   ບູ່​ຍຈູງ​ເຫ​ງ໋ຍ, ປະທານ​ຄະນະ​ກຳມະການ​ປະຊາຊົນ ເມືອງ ກາດບ່າ, ນະຄອນ ຫາຍ​ຟ່ອງ​ໃຫ້​ຮູ້​ວ່າ:

        “​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ກໍ​ມີ​ບາງ​ຮູບ​ການທ່ອງທ່ຽວ​ພະ​ຈົນ​ໄພ​ໄດ້​ຮັບ​ການ​ພັດທະນາ​ຢູ່ ກາດ​ບ່າຄື ປີນ​ພູ ​ແລະ ດຳ​ນ້ຳ. ປະຈຸ​ບັນ ລາຍການທ່ອງ​ທ່ຽວດຳ​ນ້ຳພຽງ​​ດຳ​ເນີນ​ດ້ວຍ​ຂະໜາດ​ນ້ອຍ​ເທົ່າ​ນັ້ນ. ນະຄອນ ຫາຍ​ຟ່ອງ ພວມ​ຜັນ​ຂະຫຍາຍ​ໂຄງການ​ປີນ​ພູ​ຢູ່​ຕາ​ແສງ ອຽນມີ​ງ ດ້ວຍ​ຂອບ​ຂະຫນາດ​ໃຫຍ່. ຢູ່​ບໍລິ​ເວນ ອ່າວ​ ລານ​ຫ້າ ທັງ​ມີ​ສິ່ງ​ແວດ​ລ້ອມ, ທັດສະນີ​ຍະ​ພາບ​ສວຍ​ງາມ ​ແລະ ​ເໝາະ​ສົມ​​ກັບການ​ພາຍ​ເຮືອ​ເພື່ອ​ຄົ້ນ​ຫາ. ”

ຫາຍຟ່ອງ ສ້າງຜະລິດຕະພັນທ່ອງທ່ຽວໃຫມ່ຫລາຍຢ່າງ - ảnh 2
ອ່າວ​ ລານ​ຫ້າ
ພາບ:internet

        ​​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ໄປມາ​ຢ່າງ​ສະດ​ວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມຢາມ ກາດ​ບ່າ, ຫາຍ​ຟ່ອງ, ທາງນະຄອນພວມ​ຮີບ​ເຮັ່ງ​ປັບປຸງພາຫະນະຂົນ​ສົ່ງ. ທ່ານ ​ດວານຢີລີງ, ຫົວຫນ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ນະຄອນ​ຫາຍ​ຟ່ອງ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “ຫນຶ່ງ​ໃນ​ບັນດາ​ປັດ​ໄຈ​ສຳຄັນນັ້ນ​ແມ່ນ, ບັນດາ​ບໍລິການ​ຫນູນ​ຊ່ວຍ​ຄື: ຂົນ​ສົ່ງ​ຕ້ອງ​ຖື​ເປັນ​ສຳຄັນ. ພິ​ເສດ ​ເມື່ອ​ນັກ​ທ່ອງ​ທ່ຽວ​ຢ້ຽມຢາມ​ນະຄອນ ຫາຍ​ຟ່ອງ ຈະມີ​ລາຍການທ່ອງ​ທ່ຽວ​ອັນ​ດູດ​ດື່ມ ນັ້ນ​​ແມ່ນ​ຈາກ​ນະຄອນ ຫາຍ​ຟ່ອງ ​ໄປ​ກາດ​ບ່າ. ປະຈຸ​ບັນ, ​​ການ​ເດີນທາງ​​ໃນ​ເມືອງ​ກາດ​ບ່າ ຍັງ​ເສຍ​ເວລາ​ຫລາຍ​ຢູ່, ​ແຕ່​ໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອ​ແກ້​ໄຂ​ຈຸ​ດອ່ອນ​ນີ້, ບັນດາ​ຫົວຫນ່ວຍ​ຂົນ​ສົ່ງ​ ​​ໄດ້ປະກອບ​ກຳ​ປັ່ນ​ດ່ວນ ​ເພື່ອ​ຫລຸດຜ່ອນ​​ເວລາ​​ໄປມາຈາກ 2 ຊົ່ວ​ໂມງ ລົງ​ເຫລືອ​ພຽງ 30 ນາທີ​. ”

        ບໍ່​ພຽງ​ແຕ່​ສ້າງບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວໃຫມ່ ຢູ່ ຫາຍຟ່ອງ ເທົ່າ​ນັ້ນ, ບັນດາທ້ອງ ຖິ່ນ​ໃນ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງຄື: ຮ່າໂນ້ຍ, ຮືງອຽນ, ນາມດີ້ງ, ທາຍບີ່ງ, ຫວີງຟຸກ ຍັງສຸມໃສ່ສ້າງບັນດາຜະລິດຕະພັນທ່ອງທ່ຽວໃຫມ່ອີກດ້ວຍ. ປີທ່ອງ​ທ່ຽວ​ແຫ່ງ​ຊາດ 2013 ​ແມ່ນ​ໂອກາດ​ເພື່ອ​ໃຫ້​ແຕ່ລະ​ທ້ອງ​ຖິ່ນ​ໃນ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ ​ກຳນົດ​ທິດ​ພັດທະນາ​ການທ່ອງ​ທ່ຽວ, ສ້າງ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ແຕກ​ຕ່າງ​ກັນ. ສະ​ນັ້ນ ນີ້​ພວມ​ແມ່ນ​ຈຸດ​ເວລາ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຍາດ​ແຍ່ງ​ກາລະ​ໂອກາດ​ຂຸດ​ຄົ້ນ ​ແລະ ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ກ່ຽວ​ກັບ​ການທ່ອງທ່ຽວ, ຄຸນຄ່າ​ສະຖານທີ່​ທ່ອງ​ທ່ຽວ. ບໍລິສັດ​ Saigon Tourist ຍູ້​ແຮງ​ການ​ຂຸດ​ຄົ້ນ​ລາຍການ​ທ່ອງ​ທ່ຽວ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ລະຫວ່າງ​​ບັນດາ​ແຂວງ, ນະຄອນ ຮ່າ​ໂນ້ຍ, ຮ້າ​ລອງ, ນີງບີ່​ງ, ກາດ​ບ່າ, ຫາຍ​ຟ່ອງ ​ແລະ ຊາ​ປາ. ບໍລິສັດ Viettravel ມີ​ບັນດາ​ລາຍການ​ທ່ອງ​ທ່ຽວ​ພາຍ​ໃນ​ຕົວ​ເມືອງ, ທ່ອງ​ທ່ຽວ​ຢ້ຽມຢາມ​​ເຂດ​ບ້ານ​ນາ, ຄົ້ນ​ຫາ​ປ່າ​ດົ່ງ​ດີບ​ເກາະ ​ເຢົາ, ທ່ອງ​ທ່ຽວ​ເພື່ອ​ສີ​ຂຽວ​ເຂດ​ທະ​ເລ ​ແລະ ໝູ່​ເກາະ.

        ຫາຍຟ່ອງ ປາດ​ຖະຫນາ​ວ່າ ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຢ່າງ​ແຂງ​ແຮງ ກໍ​ຄື​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ນະຄອນ​ກຳ​ປັ່ນ ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຢ້ຽມຢາມ​ນະຄອນ​​ກວ່າ 10%. ປະຈຸ​ບັນ ນັກທ່ອງ​ທ່ຽວ​ສາກົນ ມາ​ຢ້ຽມຢາມ ຫາຍ​ຟ່ອງ ຍັງ​ຄົງ​ກວມ​ອັດຕາ​ສ່ວນ​ຈຳກັດ​ຢູ່, ສະ​ເລ່ຍ ​ບັນລຸພຽງ 400.000- 500.000 ​ເທື່ອ​ຄົນ​ໃນ​ຍອດ​ຈຳນວນ​ແຂກມາ​ຢ້ຽມຢາ​ມນະຄອນ ຫາຍ​ຟ່ອງ​ໃນ​ແຕ່ລະ​ປີ 3,6 ລ້ານ​ເທື່ອ​ຄົນ​.

ຕອບກັບ

ຂ່າວ/ບົດ​ອື່ນ