ອາຊີບທີ່ເປັນມູນເຊື້ອຂອງຊາວເຜົ່າຮ່າຍີ່


ອາຊີບທີ່ເປັນມູນເຊື້ອຂອງຊາວເຜົ່າຮ່າຍີ່ - ảnh 1
ຊາວ​ ຮ່າ​ຍີ່​​ຖັກ​ສານ​ໄມ້​ໄຜ່, ຫວາຍ, ​ໄມ້​ເຮ້ຍ, ​​
ເຄືອ​ຊະນິດ​ຕ່າງໆ​ໃນ​ປ່າ​ເພື່ອ​ສ້າງ​ເປັນ​ຜະລິດ​ຕະພັນ​ຕ່າງໆ​
(ພາບ​ປະ​ກອບ: dantocmiennui)

(vovworld) - ​ໂດຍ​ແມ່ນ​ຊົນ​ເຜົ່າ​ທີ່​ອາ​ໄສ​ຢູ່​ເຂດ​ພູ​ສູງ ​ໄຕ​ບັກ (ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ) ມາ​ເປັນ​ເວລາ​ນັບ​ຮ້ອຍ​ປີ, ​ແລະດຳລົງ​ຊີວິດ​ດ້ວຍ​ການຜະລິດ​ກະສິກຳ​ເປັນ​ຕົ້ນຕໍ. ຍ້ອນ​ເຫດ​ນັ້ນ, ຊາວ​ເຜົ່າ ຮ່າ​ຍີ່ຈຶ່ງ​ຮູ້​ກໍ່ສ້າງ​ກິດຈະກຳ​ຊົນລະປະທານມາ​ແຕ່​ດົນ​ແລ້ວ ​ແລະ ມີ​ຄວາມຊຳນານ​ໃນ​ການ​ປູກ​ເຂົ້ານາ​ຂັ້ນ​​ໄດ. ພ້ອມ​ກັບ​ການ​ຜະລິດ​ກະສິກຳ, ບັນດາ​ຂະ​ແໜງ​ອາຊີບ​ຫັດຖະກຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່​ຍັງ​ຄົງ​ໄດ້​ຮັບ​ການ​ອະນຸລັກ​ຮັກສາ, ​ແລະ ​ເສີມ​ຂະຫຍາຍ​ຢູ່.

        ຊາວ ຮ່າ​ຍີ່, ​ແມ່ນ​ຊົນ​ເຜົ່າ​ທີ່​ອົບ​ພະຍົບຈາກ​ທິດ​ເໜືອ​ມາ​ຫວຽດນາມ​ກ່ອນ​ນີ້​ປະມານ 300 ປີ. ຊາວ ຮ່າ​ຍີ່​ດຳລົງ​ຊີວິດ​ຕົ້ນຕໍ​ແມ່ນ​ຢູ່​ເຂດ​ພູຜາ​ປ່າ​ໄມ້​ທາງ​ພາກ​ເໜືອ ຫວຽດນາມ, ດັ່ງ​ນັ້ນ​ເຂົາ​ເຈົ້າ​ຍັງ​ຄົງຮັກສາ​ຮີດຄອງ​ປະ​ເພນີ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໄວ້​ຢູ່. ປະຈຸ​ບັນ, ການ​ລ່າ​ເນື້ອ, ​ເກັບ​ຫາ​ບໍ່​ແມ່ນ​ການ​ລ້ຽງ​ຊີບ​ຕົ້ນຕໍ​ຂອງ​​ເຂົາ​ເຈົ້​າອີກ. ຊາວ ຮ່າ​ຍີ່​ມີ​ຄວາມ​ຊຳນານ​ທີ່​ສຸດ​ໃນ​ການ​ຜະລິດ​ກະສິກຳ, ມີ​ປະສົບ​ການ​ໃນການ​ບຸກ​ເບີກ​ເນີນ​ພູ​ເປັນ​ນາ​ຂັ້ນ​ໄດ, ຄູນ​ຝາຍ, ຂຸດ​ຄອງ​ເໝືອງ​ພາ​ນຳ້​ເຂົ້າ​ທົ່ງ​ນາ. ພິ​ເສດ​ແມ່ນການ​ປູກຝັງຕາມເນີນ​ພູ, ​ເຮັດ​ຊົນລະປະທານ, ຂຸດ​ຄອງ​ເໝືອງ​ພາ​ນຳ້​ເຂົ້ານາ​ຂັ້ນ​ໄດ. ທ່ານ ຫງວຽນ​ຮຸງ​ວີ້, ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ພື້ນ​ເມືອງ, ​ໃຫ້​ຮູ້​ວ່າ:

        “ຊາວ​ ຮ່າ​ຍີ່​ແມ່ນ​ໜຶ່ງ​ໃນ​ບັນດາ​ຊົນ​ເຜົ່າ​ທີ່​ມີ​ຄວາມ​ຊຳນານ​ທີ່​ສຸດ​ໃນ​ການ​ເຮັດ​ນາ​ຂັ້ນ​ໄດ. ພິ​ເສດ​ແມ່ນ​ທັກ​ສະ​ໃນ​ການ​ນຳ​ໃຊ້​ນຳ້ ​ແລະ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ແຫຼ່ງນ້ຳ. ຍ້ອນ​ເຫດ​ນັ້ນ, ​ນາ​ຂັ້ນ​ໄດ ​ແລະ ນຳ້ຈຶ່ງມີ​ຄວາມ​ໝາຍ​ສັກກະ​ລະ​ບູຊາ​ທີ່​ສຸດສຳລັບຊີວິດ​ຂອງ​ເຂົາ​ເຈົ້າ “.

        ຢູ່​ໝູ່​ບ້ານ​ຕ່າງໆ​ຂອງ​ຊາວ ຮ່າ​ຍີ່, ອາຊີບ​ລ້ຽງສັດກໍ່​ພັດທະນາ​, ຊາວ ຮ່າ​ຍີ່​ລ້ຽງສັດ, ສັດ​ປີກ​ຕາມ​ວິທີ​ປ່ອຍເສລີ. ​ຝູງ​ຄວາຍລ້ຽງ​ປ່ອຍ​ເສລີ​ໃນ​ປ່າ​ມີ​ນັບ​ຮ້ອຍ​ໂຕ. ຍ້ອນ​ເງື່ອນ​ໄຂ​ດຳລົງ​ຊີວິດ​ໃນ​ເຂດ​ພູຜາ​ປ່າ​ໄມ້, ມີ​​ແຫຼ່ງວັດຖຸ​ດິບ​ທຳ​ມະ​ຊາດ​ອຸດົມສົມ​ບຸນ, ດັ່ງ​ນັ້ນ​​ໃນ​ບັນດາ​ຄອບຄົວ​ຊາວ​ເຜົ່າ ຮ່າ​ຍີ່​ຍັງ​ຄົງ​ຮັກສາອາຊີບ​ຫັດຖະກຳ​ຖັກ​ສານຢູ່. ຊາວ​ ຮ່າ​ຍີ່​​ຖັກ​ສານ​ໄມ້​ໄຜ່, ຫວາຍ, ​ໄມ້​ເຮ້ຍ, ​​ເຄືອ​ຊະນິດ​ຕ່າງໆ​ໃນ​ປ່າ​ເພື່ອ​ສ້າງ​ເປັນ​ຜະລິດ​ຕະພັນ​ຕ່າງໆ​ເຊັ່ນ: ກະບຽນ, ກະພາ, ພາ​ເຂົ້າ….. , ​​ແນ​ໃສ່ຕອບ​ສະໜອງ​ຄວາມ​ຕ້ອງການ​ໃນ​ການ​ດຳລົງ​ຊີວິດ​ປະຈຳ​ວັນ, ທັງ​ເປັນ​ສິນຄ້າ​ແລກປ່ຽນ​ຊື້​ຂາຍ. ມາ​ຢ້ຽມຢາມ​ໝູ່​ບ້ານ​ຂອງ​ຊາວ ຮ່າ​ຍີ່, ບໍ່​ພຽງ​ແຕ່ເຫັນ​ຜູ້​ໃຫຍ່​ເຮັດ​ອາຊີບ​ຖັກ​ສານ​ເທົ່າ​ນັ້ນ, ຫາກ​​ເດັກນ້ອຍ​ກໍ່​​ໄດ້ຮັບ​ການ​ສືບ​ທອດ​​ເພື່ອ​ຮັກສາ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ​ໂດຍ​ບັນພະບຸລຸດ​ປະ​ໄວ້​​ໃຫ້​ອີກ​ດ້ວຍ. ຍ້ອນ​ເຫດ​ນັ້ນ, ບັນດາ​ຜະລິດ​ຕະພັນ​ຖັກ​ສານ​ຈາກຫວາຍ, ​ໄມ້​ໄຜ່ຂອງ​ຊາວ ຮ່າ​ຍີ່​ຈຶ່ງ​ສວຍ​ງາມ, ລະອຽດ​ລະ​ອໍ​ທີ່​ສຸດ. ທ່ານ ຫຼີ​ໂຮ​ຊີ, ຢູ່​ຕາ​ແສງ ອີ​ຕີ໋, ​ເມືອງ​ບາດ​ຊາດ, ​ແຂວງ ລາວ​ກາຍ, ​ໃຫ້​ຮູ້​ວ່າ:

        “​ເຮົາ​ຕ້ອງ​ສອນ​ອາຊີບ​ຖັກ​ສານ​ໃຫ້​ພວກ​ຫຼານ​ເພື່ອ​ປະກອບສ່ວນ​ຮັກສາ​ອາຊີບ​ຫັດຖະກຳຂອງຊົນ​ເຜົ່າ​ຕົນ​ໄວ້“.

        ພ້ອມກັບ​ອາຊີບ​ຖັກ​ສານ​ນັ້ນ, ອາຊີບ​ຕຳ່​ຜ້າ​ກໍ່​ມີ​ມາ​ແຕ່​ດົນ​ນານ​ແລ້ວ. ຊາວ ຮ່າ​ຍີ່​ປູກ​ຝ້າຍ,ຕຳ່​ຜ້າ​ເອງ ​ແລະ ຕັດຫຍິບ​ຊຸດ​ອາພອນ​ໃຫ້​ຊົນ​ເຜົ່າ​ຕົນ. ຮຽນ ​ແລະ ຮູ້​ຕຳ່​ຜ້າ​ແມ່ນ​ຂໍ້​ກຳນົດ​ທີ່​ບັງຄັບ​ໃຫ້​ຜູ້ຍິງ ຮ່າ​ຍີ່​ ທຸກ​ຄົນ​ຕ້ອງ​ເຮັດ​ໃຫ້​ໄດ້, ຍ້ອນ​ເຫດ​ນັ້ນ, ​ເດັກ​ຍິງ​​ສ່ວນ​ຫຼາຍ​ລ້ວນ​ແຕ່​ໄດ້​ຮັບ​ການ​ຊີ້​ນຳ, ບອກສອນ​ວິທີ​ປູກ​ຝ້າຍ, ຕຳ່​ຜ້າ​ຈາກ​ແມ່, ​ເພື່ອ​ເວລາ​ເຕີບ​ໃຫຍ່​ເຂົາ​ເຈົ້າ​ສາມາດ​ຕຳ່​ຜ້າ ​ແລະ ຕັດຫຍິບ​ໂສ້​ງ​ເສື້ອ​ໃຫ້​ແກ່​ຕົນ​ເອງ​ໄດ້. ​ໃນ​ໝູ່​ບ້ານ​ຂອງ​ຊາວ ຮ່າ​ຍີ່, ​ເກືອບ​ຄື​ວ່າ​ຄອບຄົວ​ໃດ​ກໍ່​ມີ​ກີ່​ຕຳ່​ຫູກ. ​ເພື່ອ​ມີ​ຜະລິດ​ຕະພັນ​ຕຳ່ຫູກ​ສົມບູນ​, ແມ່ນ​ຕ້ອງຜ່ານ​ຫຼາຍ​ຂັ້ນ​ຕອນ. ຢາກ​ຕຳ່ຫູກ​ຕ້ອງມີ​ຄວາມ​ລະອຽດ, ຄ່ອງ​ແຄ້ວ ​ແລະ ຕັ້ງ​ໝັ້ນ​ສູງ. ດັ່ງ​ນັ້ນ​ວຽກ​ງານ​ນີ້​ໂດຍ​ແມ່ຍິງ​ຮັບ​ຜິດ​ຊອບ. ​ແມ່ຍິງ ຮ່າ​ຍີ່​ ຕຳ່​ຫູກດ້ວຍ​ກີ່ນ້ອຍ, ​ແລະ​ມີ​ເຕັກນິກ​ສູງ​ພໍ​ສົມຄວນ, ​ເສັ້ນ​ຝ້າຍ​ຖືກ​ຍ້ອມ​ສີ​ຄາມ​ຫຼາຍ​ຄັ້ງ​ດັ່ງ​ນັ້ນ​ຈຶ່ງ​ງາມທີ່​ສຸດ. ດ້ວຍ​ສີມື​ທີ່​ຄ່ອງ​ແຄ້ວ​ຂອງຕົນ, ​ແມ່ຍິງ ຮ່າ​ຍີ່​ໄດ້​ສ້າງ​ເປັນ​ບັນດາ​ຜະລິດ​ຕະພັນ​ຕຳ່ຫູກ​ພິ​ເສດສະ​ເພາະ, ລະອຽດ​ລະ​ອໍ ​ແລະ ​ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ຕົນ. ຜະລິດ​ຕະພັນ​ແຕ່ລະ​ຢ່າງ​ກໍ່​ມີ​ຈຸດ​ພິ​ເສດສະ​ເພາະ. ຍ້ອນ​ເຫດ​ນັ້ນ, ຊຸດ​ອາພອນ​ຂອງ​​ແມ່ຍິງຊາວ​ເຜົ່າ ຮ່າ​ຍີ່ຈຶ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ຊຸດ​ອາພອນ​ທີ່​ສວຍ​ງາມ​ໃນ​ປະຊາ​ຄົມ​ບັນດາ​ເຜົ່າ​ຢູ່​ພາກ​ເໜືອ ຫວຽດນາມ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບັນດາ​ໝູ່​ບ້ານ​ຂອງ​ຊາວ ຮ່າ​ຍີ່ຢູ່​ຕາ​ແສງ ອີ​ຕີ໋, ​ເມືອງ​ບາດ​ຊາດ, ​ແຂວງ ລາວ​ກາຍ, ​​ໄດ້​ຮັບ​ການ​ຮູ້ຈັກ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ປະຊາ​ຄົມ​ທີ່​ດູດ​ດື່ມ, ອັນ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ມາ​ຢ້ຽມຢາມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ໃນ​ນັ້ນ, ນັກ​ທ່ອງ​ທ່ຽວ​ຫຼາຍ​ຄົນ​ນິຍົມ​ບັນດາ​ຂັ້ນ​ຕອນ​ຜະລິດບັນດາ​ຜະລິດ​ຕະພັນ​ຕຳ່​ແຜ່ນ​ຕັດຫຍິບ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ ຮ່າ​ຍີ່​ທີ່​ສຸດ. ​ເອື້ອຍ ຕູ໋​ແອ​ງ, ນັກ​ທ່ອງ​ທ່ຽວ​ມາ​ຈາກ ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

        “​ເມື່ອ​ມີ​ໂອກາດ​ຊອກ​ຮູ້​ພື້ນຖານ​ວັດທະນະທຳ​ຂອງ​ຊາວ ຮ່າ​ຍີ່, ຂ້າພະ​ເຈົ້າມັກ​ຄົ້ນ​ຫາແຕ່​ລະ​ລວດລາຍ, ສິລະ​ປະ​ຕຳ່ຫູກ​ໃນ​ຊຸດ​ອາພອນ​ຂອງ​ເຂົາ​ເຈົ້າ. ສິ່ງ​ຈັບ​ອົບ​ຈັບ​ໃຈ​ທີ່​ສຸດ​ແມ່ນ​ໄດ້​​ເຫັນປະຈັກ​ຕາ​ວິທີ​​ປັກແສ່ວ, ທາສີ, ຍ້ອມ​ສີ ​ແລະ ຫຍິບ​​ໂສ້ງ​ເສື້ອ. ຂ້າພະ​ເຈົ້າ​ຄິດ​ວ່າ, ຖ້າ​ຫາກ​ນັກ​ທ່ອງ​ທ່ຽວ​ມາ​ຊື້​ຫຼາຍ, ​ເຂົາ​ເຈົ້າ​ຈະ​ສືບ​ຕໍ່​ປັກ​ແສ່ວ, ຕັດຫຍິບ​ຊຸດ​ອາພອນ​ທີ່​ເປັນ​ມູນ​ເຊື້ອ​ນີ້​ອີກ. ຜ່ານ​ນັ້ນ​ຈະ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ອາຊີບ​ຕຳ່ຫູກ​ທີ່​ເປັນ​ເອກະລັກ​ສະ​ເພາະຂອງ​ຊົນ​​ເຜົ່າ​ຕົນ​ໄວ້“.

        ປະຈຸ​ບັນຊີ​ວິດ​ທາງ​ດ້ານ​ວັດທະນະທຳ​ຂອງ​ຊາວ ຮ່າ​ຍີ່​​ເຖິງ​ວ່າໄດ້​ຮັບ​ຜົນ​ສະທ້ອນ​ຫຼາຍ​ຢ່າງຈາກ​ພື້ນຖານ​ວັດທະນະທຳ​ອື່ນໆ​​ກໍ່ຕາມ, ​ແຕ່​ຫຼາຍ​ຮີດຄອງ​ປະ​ເພນີ ​ແລະ ວັດທະນະທຳ​ທີ່ເປັນ​ມູນ​ເຊື້ອຂອງ​ຊາວ ຮ່າ​ຍີ່​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້. ພິ​ເສດ​ແມ່ນ​ຂະ​ແໜງ​ອາຊີບຫັດຖະກຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ ຮ່າ​ຍີ່​ຍັງ​ຄົງ​ໄດ້​ຮັບ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາ​ຢູ່, ອັນ​ໄດ້​ເຮັດ​ໃຫ້​ວັດທະນະທຳ​ທີ່​ເປັນມູນ​ເຊື້ອ​ໃນ​ປະຊາ​ຄົມ​ບັນດາ​ເຜົ່າ ຫວຽດນາມ​ອຸດົມສົມ​ບຸນ​ຍິ່ງ​ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ