ອາຊີບຝຶກລ້ຽງຊ້າງຂອງຊາວເຜົ່າ ມນົງ


(vovworld) - ​ໃນ​ບັນດາ​ຊົນ​ເຜົ່າ​ຢູ່​ໄຕ​ງວຽນ, ຊາວ​ເຜົ່າ ມນົງ ມີ​ຊື່​ສຽງ​ດ້ວຍ​ອາຊີບ​ລ່າ​ເນື້ອ, ຝຶກລ້ຽງຊ້າງ​ປ່າ. ສຳລັບ​ເຂົາ​ເຈົ້າ, ຊ້າງ​ບໍ່​ພຽງ​ແຕ່​ແມ່ນ​ຊັບ​ສົມບັດ​ໃຫຍ່​ຂອງ​ຄອບຄົວ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ທີ່​ຕັ້ງ​ສຳຄັນ​ໃນ​ຊີວິດ​ທາງ​ດ້ານ​ວັດຖຸ, ວັດທະນະທຳ, ຈິດ​ໃຈ​ອີກ​ດ້ວຍ. ຊ້າງ​ໄດ້​ຮັບ​ຖື​ວ່າ​ແມ່ນ​ສະມາຊິກ​ໃນ​ປະຊາ​ຄົມ. ​ເພາະສະ​ນັ້ນ, ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ກ່ຽວຂ້ອງ​ເຖິງ​ຊີວິດ​ຂອງ​ໂຕ​ຊ້າງ​ລ້ວນ​ແຕ່​​ໄດ້​ຮັບ​ການປະຕິບັດ​ຕາມປະ​ເພນີ​ທີ່​ເປັນ​ມູນ​ເຊື້ອຂອງ​ຊາວ​ເຜົ່າ ມນົງ.

ອາຊີບຝຶກລ້ຽງຊ້າງຂອງຊາວເຜົ່າ ມນົງ - ảnh 1

(ພາບ: ອິນເຕີແນດ)

ບັນດາ​ເອກະສານ​ປະຫວັດສາດ​ຢູ່​ຫໍພິພິດທະພັນ​ຊົນ​ເຜົ່າ​ແຂວງ​ດັກ​ລັກ ສະ​ແດງ​ໃຫ້​ເຫັນ​ວ່າ, ອາຊີບ​ລ່າ​ເນື້ອ, ຝຶກລ້ຽງຊ້າງ​ປ່າ​ຂອງ​ຊາວ​ເຜົ່າ ມນົງ ​ໂດຍ​ທ່ານ Y Thu K' Nul (ຫຼື​ເອີ້ນ​ວ່າ​ຄູ​ຊານຸ​ບ) ຢູ່​ບ້ານ​ດົນ ​ເປັນ​ຜູ້​ກໍ່ຕັ້ງ. ​ເມື່ອ​ຍັງ​ມີ​ຊີວິດ, ທ່ານ Y Thu K' Nul (1827-1937) ລ່າ​​ເນື້ອຊ້າງປ່າ​ໄດ້​ເກືບ 500 ​ໂຕ. ປະຈຸ​ບັນ, ຢູ່​ບ້ານ​ດົນ ​ແລະ ຫໍພິພິດທະພັນ​ຊົນ​ເຜົ່າ​ຢູ່​ນະຄອນ​ບວນມາ​ທວດ, ​ແຂວງ​ດັກ​ລັກ ຍັງ​ຄົງ​ຮັກສາ​ເລື່ອງ​ລາວ, ຮູບ​ພາບ, ອຸປະກອນ​ລ່າ​ເນື້ອ​ຊ້າງ​ໃນ​ເມື່ອ​ກອນ​ຈຳນວນ​ໜຶ່ງ​ໄວ້. ອ້າຍ ດ່າວມິ​ງງອກ, ພາລະ​ກອນ​ຫໍພິພິດທະພັນ​ຊົນ​ເຜົ່າ​ແຂວງ​ດັກ​ລັກ, ​ໃຫ້​ຮູ້​ວ່າ:

ອາຊີບ​ລ່າ​ເນື້ອ, ຝຶກ​ລ້ຽງຊ້າງ​ປ່າ​ຕິດ​ພັນ​ກັບ​ຊາວ​ຊົນ​ເຜົ່າ ມນົງ. ​ເຂົາ​ເຈົ້າ​ມີ​ປະສົບ​ການ​ມາ​ແຕ່​ດົນ​ນານ. ກ່ອນ​ນີ້, ​ເພື່ອ​ລ່າ​ເນື້ອ​ຊ້າງ​ປ່າ, ຊາວ​ເຜົ່າ ມນົງ​ ຕ້ອງ​ນຳ​ໃຊ້​ຊ້າງ​ໃນ​ຄອບຄົວ 5-6 ​ໂຕ ​ແລະ ຜູ້​ທີ່​ມີ​ປະສົບ​ການ​ເກືອບ 10, ​ໂດຍ​ຜູ້​ໜຶ່ງ​ທີ່​ມີ​ຄຸນ​ນະ​ທາດ​​ນຳ​ໜ້າ ​ແລະ ພຽງ​ແຕ່​ລ່າ​ຊ້າງ​ນ້ອຍ​ທີ່​ມີ​ອາຍຸ 2-4 ປີ​ເທົ່າ​ນັ້ນ, ​ເພາະວ່າ​ໃນ​ເກນ​ອາຍຸ​ນີ້​ຈຶ່ງ​ສາມາດລ້ຽງ ​ແລະ ​ເຝິກສອນ​ໄດ້ງ່າຍ​ “.

ອາຊີບຝຶກລ້ຽງຊ້າງຂອງຊາວເຜົ່າ ມນົງ - ảnh 2

(ພາບ: ອິນເຕີແນດ)

​ເມື່ອ​ຈັບ​ຊ້າງ​ປ່າ​ໂຕ​ນ້ອຍມາ​ໄດ້, ​ເຂົາ​ເຈົ້າ​ຈະ​ນຳ​ມາໃຫ້​ຜູ້ທີ່​ມີ​ປະສົບ​ການລ້ຽງ ​ແລະ ​ຝຶກສອນຊ້າງ​​ໂຕ​ນັ້ນ. ​ເວລາ​ຝຶກ​ສອນ​ອາດ​ຈະ​ແກ່ຍາວ​ແຕ່ 5-7 ​ເດືອນ, ບາງ​ໂຕ​ຕ້ອງ​ແກ່ຍາວ​ເຖິງ​ສອງ​ສາມ​ປີ. ​ເມື່ອ​ຊ້າງ​ນ້ອຍ​ໄດ້​ຮູ້​ຄວາມ​ແລ້ວ​ຈຶ່ງ​ນຳ​ເມືອ​ບ້ານ​ໄດ້. ​ເວລາ​ນັ້ນ​ທັງ​ໝູ່​ບ້ານ​ຈະ​ຈັດ​ພິທີ​​ເຂົ້າ​ບ້ານ​ໃຫ້​ຊ້າງ​. ​ໃນ​ພິທີ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ກໍ່​ຕັກ​ເຕືອນ​ລູກ​ຫຼານ​ວ່າ “ຊີວິດ​ຊ້າງ​ປຽບ​ເໝືອນ​ຊີ​ວິ​ຄົນ“ ໝາຍ​ຄວາມ​ວ່າ​ນັບ​ແຕ່​ເຂົ້າ​ບ້ານ​ຕະຫຼອດ​ຮອດ​ເວລາ​ເສຍ​ຊີວິດ ທຸກ​ຄົນ​ຕ້ອງ​ຖື​ຊ້າງ​ຄື​ດັ່ງ​ສະມາຊິກ​ໃນ​ປະຊາ​ຄົມ. ​ໃນ​ພິທີ, ​ເຂົາ​ເຈົ້າ​ໄດ້​ພາວະນາ​ໃຫ້​ຊ້າງ “ຮູ້​ຄວາມ, ດຸ​ໝັ່ນ, ຊ່ວຍ​ປະຊາຊົນ​ປູກ​ເຂົ້າ, ປູກ​ສາລີ​​ເທິ​ງ ໄຮ່“.

ປະຈຸ​ບັນ, ຕາມ​ກົດໝາຍ​ຫວຽດນາມ ​ແລະ ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ການ​ຮັກສາ​ສັດປ່າ​ແລ້ວ, ການ​ລ່າ​ເນື້ອ​ຊ້າງ​ປ່າ​ໄດ້​ຖືກ​ຫ້າມ​ແລ້ວ, ​ແຕ່​ອາຊີບ​ຝຶກລ້ຽງ​​ຊ້າງ​ຂອງ​ຊາວ​ເຜົ່າ ມນົງ ຍັງ​ມີ​ຢູ່. ມາ​ຮອດ​ປະຈຸ​ບັນ,​ ຢູ່​ບ້ານ​ດົງ ​ແລະ ຕາ​ແສງ​ລຽນ​ເຊີນ, ​ເມືອງ​ລາກ ຍັງ​ລ້ຽງ​ຊ້າງ 50 ກວ່າ​ໂຕ. ຊາວ​ເຜົ່າ ມນົງ​ ຢູ່​ບ້ານ​ດົນ ​ແລະ ​ແຂວງ​ດັກ​ລັກ ຍັງ​ຄົງ​ຮັກສາປະ​ເພນີ​ທີ່​ເປັນ​ມູນ​ເຊື້ອ​ຫຼາຍ​ຢ່າງ​ສຳລັບ​ຊ້າງ. ທ່ານ ດ່າ​ມນັງລອງ, ​ຜູ້ໄດ້​ຮັບ​ການ​ກຳ​ເນີ​ດ ​ແລະ ​ເຕີບ​ໃຫຍ່​ໃນ​ຄອບຄົວ​ທີ່​ມີ 4 ລຸ້ນຄົນ​ເຮັດ​ອາຊີບ​ຝຶກ​ຊ້າງ​ຢູ່​ບ້ານ​ດົນ, ​ແຂວງ​ດັກ​ລັກ, ​ໃຫ້​ຮູ້​ວ່າ:

ສຳລັບ​ຊາວ​ເຜົ່າ ມນົງ​ ພວກ​ຂ້າພະ​ເຈົ້າ, ​ນອກຈາກ​ຄຸນຄ່າ​ດ້ານ​ວັດຖຸ​ແລ້ວ, ​ໂຕ​ຊ້າງ​ຍັງ​ມີ​ຄຸນຄ່າ​ດ້ານ​ຈິດ​ໃຈ, ວັດທະນະທຳ​ດ້ານ​ຈິດ​ວີນຍານອີກ. ມາ​ຢ້ຽມຢາມ​ໄຕ​ງວຽນ​ ​ໃນ​ຍາມ​ຝົນຕົກ​, ທ່ານຈະ​ເຫັນ​ຊາວ​ເຜົ່າ​ຢູ່​ທີ່​ນີ້​ຈັດ​ພິທີ​ບູຊາ ​ແລະ ​ແຈ້ງ​ໃຫ້​ຊ້າງ​ຮູ້​ວ່າ​ນີ້​ແມ່ນ​ຍາມ​ເລີ່​ມມີ​ອາຫານ​ໃຫ້​ຊ້າງ​ແລ້ວ. ທ້າຍ​ລະດູຝົນ, ຕົ້ນ​ລະດູ​ແລ້ງ​ຊາວ​ເຜົ່າ ມນົງ ກໍ່​ຈັດ​ພິທີ​ບູຊາ ​ແລະ ​ແຈ້ງ​ໃຫ້​ຊ້າງ​ຮູ້​ວ່າ, ລະດູ​ແລ້ງ, ອາຫານ​ໃນ​ທຳ​ມະ​ຊາດ​ຄ່ອຍໆ​ໝົດ​ໄປ​ແລ້ວ, ​ເຮັດ​ຄື​ແນວ​ນັ້ນ​ເພື່ອລະດົມ​ໃຫ້​ຊ້າງ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ. ຊາວ​ເຜົ່າ ມນົງ​ ພວກ​ຂ້າພະ​ເຈົ້າ​ມີ​ການ​ພົວພັນ​ກັບ​ຊ້າງ​ໃນ​ວຽກ​ງານ, ນັບ​ທັງ​​ແບ່ງປັນທາງ​ດ້ານ​ວັດຖຸ​ກັບ​ຊ້າງອີກ​ດ້ວຍ“.

ອາຊີບຝຶກລ້ຽງຊ້າງຂອງຊາວເຜົ່າ ມນົງ - ảnh 3

(ພາບ: ອິນເຕີແນດ)

ຝູງ​ຊ້າງ​ໄດ້​ຮັບ​ການ​ຝຶກ​​ລ້ຽງຢູ່​ແຂວງ​ດັກ​ລັກ ​ໄດ້​ກາຍ​ເປັນ​ສັນຍາ​ລັກ​ພິ​ເສດ​ຂອງ​ປະຊາຊົນ​ຢູ່​ທີ່​ນີ້. ຊ້າງ​​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທັງ​ໝົດ​ໃນ​ຊີວິດ​ຂອງ​ງຊາວ​ເຜົ່າ ມນົງ. ຊ້າງ​ພ້ອມ​ກັບ​​ເຂົາ​ເຈົ້າ​ໄປ​ເຮັດ​ໄຮ່, ຂົນ​ສົ່ງ​ເຂົ້າສານ, ​ແກ່​ໄມ້, ຊ່ວຍ​ປະຊາຊົນ​ປຸກ​ສ້າງ​ເຮືອນ​ຢູ່… ພິ​ເສດ, ສຳລັບ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຢ້ຽມຢາມ​ບ້ານ​ດົນ ຫຼື​ເທດສະບານ​ລຽນ​ເຊີນ, ​ເມືອງ​ລາກ, ຈະ​ບໍ່​ມີ​ຫຍັງ​ປະ​ທັບ​ໃຈ​ກວ່າ​ໄດ້​ຂີ່​ຊ້າງ​ໄປ​ຢ້ຽມຢາມ​ໝູ່​ບ້ານ, ຊົມ​ພູຜາ​ປ່າ​ໄມ້​ທີ່​ໃຫຍ່​ໂຕ​ມະ​ໂຫຖານ​ຂອງ​ເຂດ​ໄຕ​ງວຽນ. ​ເມື່ອ​ເວົ້າ​ເຖິງ​ຊ້າງ​ໄຕ​ງວຽນ, ທ່ານ ອີ​ຕິງ, ຊາວ​ເຜົ່າ ມນົງ ຢູ່​ບ້ານ​ຢູນ, ຕາ​ແສງ​ລຽນ​ເຊີນ ​ເລົ່າສູ່​ຟັງ​ວ່າ:

ຊ້າງ​ໂຕ​ນີ້​ມີ​ຊື່ວ່າ ອີ​ມຳ (​ໝາຍ​ຄວາມ​ວ່າພາກພູມ​ໃຈ). ​ໃນ​ປ່າ​ມັນ​ກິນ​ໃບ​ໄມ້, ​ແຕ່​ຢູ່​ບ້ານ​ມັນ​ກິນໝາກກ້ວຍ, ອ້ອຍ ​ແລະ ຕ້ອງ​ໃຫ້​ຊ້າງດື່ມ​ນຳ້​ປົນ​ເກືອ​ເພື່ອ​ໃຫ້​ມັນ​ຈື່​ຈຳ​ບ້ານ​ບໍ່​ປະ​ໄປ​ແຫ່ງ​ອື່ນ. ​ເຮົາ​ຕ້ອງ​ຮັກ​ແພງມັນຈຶ່ງ​ສາມາດ​ບັນຊາ​ມັນ​​ໄດ້“.

ອາຊີບຝຶກລ້ຽງຊ້າງຂອງຊາວເຜົ່າ ມນົງ - ảnh 4

(ພາບ: ອິນເຕີແນດ)

​ໃນ​ຊຸມ​ປີມໍ່ໆ​ມາ​ນີ້, ​ໃນ​ທ່າ​ອ່ຽງພັດທະນາ, ​ເນື້ອ​ທີ່​ປ່າ​ນັບ​ມື້​ນັບ​ຮັດ​ແຄບ​ເຂົ້າ ​ແລະ ຈຳນວນ​ຊ້າງ​ກໍ່​ນັບ​ມື້​ນັບ​ໜ້ອຍ​ລົງ, ປະຊາຊົນ ​ແລະ ອຳນາດ​ການ​ປົກຄອງ​ແຂວງ​ດັກ​ລັກ ພວມ​ປະຕິບັດ​ຫຼາຍ​ມາດ​ຕະການ​ເພື່ອ​ອະນຸລັກ​ຮັກສາ ​ແລະ ພັດທະນາ​ຝູງ​ຊ້າງ. ປີ 2009 ພະ​ແນ​ກກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ແຂວງ​ດັກ​ລັກ ກໍ່​ໄດ້​ມີໂຄງການ​ສ້າງ​ຕັ້ງ​ສູນ​ອະນຸລັກ​ຮັກສາ​ຊ້າງ​ຢູ່​ປ່າ​ສະຫງວນ Yorkdon ດ້ວຍ​ມູນ​ຄ່າ 60 ຕຶ້​ດົ່ງ. ​ເລື່ອງສ້າງ​ຕັ້ງ​ສູນ​ອະນຸລັກ​ຮັກສາ​ຊ້າງ​ນີ້ ບໍ່​ພຽງ​ແຕ່​​ເພື່ອ​ລະດົມ​ການ​ປະກອບສ່ວນ​ຂອງ​ລັດ ​ແລະ ປະຊາ​ຄົມ​ທ້ອງ​ຖີ່​ນ​ໃນ​ການ​ພັດທະນາ​ຝູງ​ຊ້າງ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ກຳນົດ​ທິດ​ທາງ, ສະຕິ, ຄວາມ​ຮັບຜິດຊອບ​ໃຫ້​ສະມາຊິກ​ແຕ່ລະຄົນ​ໃນການ​ອະນຸລັກ​ຮັກສາ​ຝູງ​ຊ້າງ​ ຄື​ດັ່ງ​ຮັກສາມໍລະດົກ​ວັດທະນະທຳ​ຢູ່​ໄຕ​ງວຽນ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ