ອາຫານການກິນຂອງຊົນເຜົ່າເມື່ອງຢູ່ແຂວງຮ່ວາບິ່ງ

(vovworld) - ວັດທະນະທຳ​ອາຫານ​ການ​ກິນ​ຂອງ​ຊາວ​ເຜົ່າ​ເມື່ອ​ງ ​ຖືກ​ສ້າງ​ຂຶ້ນຈາກ​ອາຫານ​ທຳ​ມະ​ດາ​ສາມັນ​ທີ່​ມີ​ລົດ​ຊາດ​ຂອງ​ພູຜາ​ປ່າ​ໄມ້, ​ຫ້ວຍ​ນຳ້​ລຳ​ເຊຄື: ຜັກ​ໜື້ງ, ປາ​ຫ້ວຍ, ຊີ້ນ​ໝູ. ປະຈຸ​ບັນ​, ​ໃນ​ຄາບ​ເຂົ້າ​ປະຈຳ​ວັນ, ກໍ່​ຄື​ໃນ​ງານ​ບຸນ​ຕ່າງໆ, ຊາວ​ເຜົ່າ​ເມື່ອ​ງບີ​ຢູ່​​ແຂວງຮ່ວາ​ບິ່ງ​ ຍັງ​ຄົງ​ແຕ່ງເຍື່ອງ​ອາຫານ​ທີ່​ເປັນ​ເອກະລັກ​ສະ​ເພາະ​ເຫຼົ່າ​ນີ້ຢູ່. ​ເຊີນ​ທ່ານ​ຮັບ​ຟັງບົດ​ຂຽນ​ຂອງ​ນັກ​ຂ່າວ​ ລານ​ແອ​ງ ທີ່​ມີ​ຫົວ​ຂໍ້ວ່າ “ອາຫານ​ການ​ກິນ​ຂອງ​ຊົນ​ເຜົ່າ​ເມື່ອ​ງຢູ່​​ແຂວງຮ່ວາ​ບິ່ງ“.

ອາຫານການກິນຂອງຊົນເຜົ່າເມື່ອງຢູ່ແຂວງຮ່ວາບິ່ງ - ảnh 1

       ຈາກວັດຖຸທີ່​ມາ​ຈາກ​ພູຜາ​ປ່າ​ໄມ້, ຜັກ, ປາ ຫຼື​ເຂົ້າ​ນາໄຮ່, ຊາວ​ເຜົ່າ​ເມື່ອ​ງບີ​ຢູ່​ແຂວງ​ຮ່ວາ​ບິ່ງ​ ໄດ້​ປຸງ​ແຕ່ງອາຫານ​ຫຼາຍ​ເຍື່ອງ​ທີ່​ແຊບນົວ ​ແລະ ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ລົດ​ຊາດ​ພິ​ເສດ​ຂອງ​​ເຂດ​ພູຜາ​ປ່າ​ໄມ້. ​ໃນ​ຄາບ​ເຂົ້າ​ປະຈຳ​ວັນ, ທຳ​ອິດ​ແມ່ນ​ຕ້ອງ​ເວົ້າ​ເຖິງ​ອາຫານ​ຜັກ​ໜື້ງ. ​ເອື້ອຍ ບູ່​ຍທິຢຽນ ​ໃຫ້​ຮູ້​ວ່າ, ດິນ​ຟ້າ​ອາກາດ​ຢູ່​ຮ່ວາ​ບິ່ງ ເຢັນ​ສະບາຍ, ​ແມ່ນ​ເງື່ອນ​ໄຂ​​ເໝາະ​ສົມ​​ເພື່ອ​ປູກຜັກ, ຫົວ​, ໝາກ​ໄມ້, ພິ​ເສດ​ແມ່ນ​ຜັກກາດ. ​

        “ຖ້າ​ໜື້ງ​ຜັກ​ຫຼາຍ​ປະ​ເພດ​ຄື: ​ໃບ​​ໝາກຮຸ່ງ, ຜັກກາດ​ແມວ, ຜັກອີ​່ເລີດ, ຜັກ​ກາດ​ດົ່ງນຳ​ກັນ ມັນ​ຈະ​ມີ​ກິ່ນຫອມ​ທີ່​ສຸດ. ຜັກກາດ​ແມວ​ເຄີຍ​ປູກ​ໃນ​ລະດູ​ໜາວ, ສ່ວນ​ຜັກກາດ​ດົ່ງ​ພັດ​ປົ່ງ​ຂຶ້ນ​ແບບ​ທຳ​ມະ​ຊາດ. ຜັກກາດ​ປະ​ເພດ​ນີ້​ມີ​ລົດ​ຂົມ​ກວ່າ​​ຜັກ​ຊະນິດ​ອື່ນ, ​ແຕ່​ນີ້​ພັດ​ແມ່ນ​ລົດຊາດ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ​ເມື່ອ​ງ“.

        ​ໃນ​ອາຫານ​ຜັກ​ໜື້ງ​ຂອງ​ຊາວ​ເຜົ່າ​ເມື່ອ​ງ​ເຄີຍມີ​ໃບ​ໝາກ​ຮຸ່ງ, ດັ່ງ​ນັ້ນ​ໃນ​ສວນ​ຂອງ​ຄອບຄົວ​ໃດ​ກໍ່​ປູກ​ຕົ້ນ​ໝາກ​ຮຸ່ງ. ດອກ, ​ໃບ, ໝາກ​ນ້ອຍ​ລ້ວນ​ແຕ່​ຖືກ​ນຳ​ໃຊ້​ເຂົ້າ​ໃນ​ການ​ປຸງ​ແຕ່ງ​ເພື່ອ​ສ້າງ​ເປັນ​ລົດ​ຂົມ​ໃຫ້​ແກ່ອາຫານ​ຫຼາຍ​ເຍື່ອງ. ກ່ຽວ​ກັບ​ວິທີ​ປຸງ​ແຕ່ງ, ພາຍຫຼັງ​ລ້າງ​ຜັກ​ໃຫ້​ສະອາດ​ແລ້ວ, ຈະ​ຊອຍຜັກ​​ເປັນ​ເສັ້ນ​​ແລບໆ, ​​ແລະປົນ​​ກັບ​ໝາກ​ປີ​ທີ່​ໄດ້​ຊອຍ​ແລ້ວ​ໃຫ້​ສະ​ເໝີ​ກັນ, ຫຼັງ​ຈາກ​ນັ້ນຈຶ່ງ​ໜື້ງ​​​​​ເທິງເຕົາ​ໄຟ​ອ່ອນໃນ​ເວລາ 15 ນາທີ, ​ເມື່ອ​​ໄດ້​ກິ່ນ​ຫອມ​ຂອງ​ຜັກ​ຊະນິດ​ຕ່າງໆ, ພິ​ເສດ​ແມ່ນ​ຜັກ​ອີ່​ເລີດ, ໝາຍ​ຄວາມ​ວ່າ​ຜັກ​ໄດ້​ສຸກ​ແລ້ວ.

        “ຜັກ​​ໜື້ງ​ສຸກດ້ວຍ​ອາຍ​, ນີ້​ແມ່ນ​ອາຫານ​ທຳ​ມະ​ດາ​, ທັງ​ຫາ​ງ່າຍ ​ແລະ ​ເຮັດ​ງ່າຍ​. ຊາວ​ເຜົ່າ​ເມື່ອ​ງກິນ​ອາຫານ​ນີ້​ປະຈຳ​ວັນ“.

        ຜັກ​ໜື້ງ​ກິນ​ພ້ອມ​ກັບ​ນຳ້​ແຈ່ວ​​ໄສ້​ປາ, ໝາກ​ເຜັດ​, ​ທີ່ມີ​ສີ​ເຫຼືອງ​ຂອງ​ຂອງ​ຫົວ​ຂີງ, ສີ​ແດງ​ຂອງ​ໝາກ​ເຜັດ, ໝາກ​ເລັ່ນ, ສີຂຽວ​ຂອງຜັກ​ບົ່ວ, ສີຂາວ​ຂອງ​​ສົ້ມ​ເຂົ້າ. ອ້າຍ​ບູ່​ຍວັນ​ຮາ​ຍ, ​ໃຫ້​ຮູ້​ວ່າ:

        “ຜັກ​ໜື້ງ​ມີ​ລົດ​ຝາດ​ຂອງ​​ໝາກ​ປີ, ລົດ​ຂົມ​ຂອງ​ໃບ​ໝາກ​ຮຸ່ງ, ລົດ​ຫວານ​ຂອງ​ຜັກ ​ເມື່ອກິນ​ຈຳ້​ກັບ​ນຳ້​ແຈ່ວ​ໄສ້​ປາກັບ​ໝາກ​ເຜັດ​ຮູ້ສຶກ​ວ່າແຊບ​ຫຼ​າຍ“.

ອາຫານການກິນຂອງຊົນເຜົ່າເມື່ອງຢູ່ແຂວງຮ່ວາບິ່ງ - ảnh 2

        ຜັກ​ໜື້ງ​ແມ່ນ​ອາຫານ​ປະຈຳ​ວັນ​ຂອງ​ຊາວ​ເຜົ່າ​ເມື່ອ​ງ, ສ່ວນ​ໃນ​ພາ​ເຂົ້າ​ບູຊາ​ໃນ​ໂອກາດ​ວັນ​ບຸນ​ຂອງ​ຊາວ​ເຜົ່າ​ເມື່ອ​ງ, ປາ​ແມ່ນ​ອາຫານ​ທີ່​ຂາດ​ບໍ່​ໄດ້. ປາ​ໄດ້​ຮັບ​ການ​ປຸງ​ແຕ່ງ​ເປັນ​ອາຫານຫຼາຍ​ເຍື່ອງ, ​ແຕ່​ເຍື່ອງປາ​ທີ່ເປັນ​ເອກະລັກ​ສະ​ເພາະຂອງ​ຊາວ​ເຜົ່າ​ເມື່ອ​ເອີ້ນ​ວ່າ ປາ​ໜື້ງ. ປາ​ຖືກ​ເອື້ອ​ບກັບ​ເຄື່ອງ​ເທດ​ຕ່າງໆ​​ທີ່​ຕຳ​ປົນ​ກັນເຊັ່ນ​ເກືອ, ໝາກ​ຜິ​ກ​ໄທ, ຫົວ​ຂີງ, ຫົວສີ​ໄຄ, ໝາກ​ເຜັດ​ ​ແລ້ວ​ຍັດ​ໃສ່​ທ້ອງ​ປາ​ຫຼັ​ງ​ຈາກນັ້ນ​ໜື້ງໃຫ້​ສຸກ. ປາ​ໜຶ້ງມີ​ກິ່ນ​ຫອມ​ຂອງ​ປາ, ທັງ​ມີກິ່ນຫອມ​ຂອງ​ຫົວ​ຂີງ, ຫົວສີ​ໄຄ ​ໄດ້​ສ້າງ​ຄວາມ​ດູດ​ດື່ມ​ໃຫ້​ແກ່​ຜູ້​ຮັບ​ປະທານ​ອາຫານ. ທ່ານ​ບູ່​ຍວັນ​ເຂີນ, ​ໃຫ້​ຮູ້​ວ່າ:

        “ທຳ​ມະ​ດາ​ເຂົາ​ເຈົ້າ​​ເອົາໃບ​ກ້ວຍມາຫໍ​່ປາ​ໄວ້ແລ້ວ​ໜື້ງ​ໃຫ້​ສຸກ. ​ໂຕ​ປາ​ເປັນ​ສັນຍາ​ລັກ​ໃຫ້​ແກ່​ຄວາມ​ສາມາດ​ໃນ​ການ​ລອຍ​ນຳ້, ດຳນຳ້ ​ແລະ ຟູ​ຂຶ້ນ“.

        ນອກຈາກ​ປາ​ໜື້ງທັງ​ຫອມ​ທັງ​ແຊບ​​ນັ້ນ, ​ຊີ້ນໝູ​​ຕົ້ມ​ຂອງຊາວ​ເຜົ່າ​ເມື່ອ​ງກໍ່​ແຊບນົວ​ເຊັ່ນ​ກັນ. ຊີ້ນ​ໝູ​ຕົ້ມຈຳ້​ກັບ​ເກືອ​ຂົ້ວທີ່​ປົນກັບ​ເມັດ​ໂຢຍທີ່​ໄດ້ປີ້ງ​ແລະຕຳ່​ແຫຼກ​ແລ້ວ. ​​ເມື່ອ​ກິນ, ​ແຂກ​ຈະ​ຮູ້ສຶກ​ໄດ້ລົດນົວ​ຂອງ​ຊີ້​ນ​ໝູ, ລົດ​ຫອມ​ຂອງ​ໃບ​ຕອງ ​ແລະ ລົດ​ເຂັ້ມ​ຂອງ​ເກືອ​ຂົ້ວ.

        ຊາວ​ເຜົ່າ​ເມືອງ​ເຄີຍ​​ເອົາ​ອາຫານ​ໃ​ສ່​ໃບຕອງ. ທ່ານ ບູ່​ຍວັນ​ເຂີນ, ອະ​ທິບາຍ​ວ່າ:

        “ອາຫານ​ທັງ​ໝົດ​ລ້ວນ​ແຕ່​ເອົາໃສ່​​ໃບຕອງ. ບາງ​ເທື່ອ​ບັນພະບຸລຸດ​ໃນ​ເມື່ອ​ກ່ອນ​ທຸກ​ຍາກ​ຫຼາຍ​ຈຶ່ງ​ເອົາ​ໃບຕອງ​ມາ​ຫໍ່​ອາຫານ, ​ແຕ່​ປະ​ເພ​ນີ້​ຍັງ​ຄົງ​ຮັກສາ​ໄວ້​ເຖິງ​ປະຈຸ​ບັນ. ອາຫານ​ວາງ​ເທິງ​ໃບຕອງ​ມີ​ກິ່ນ​ຫອມ​ກວ່າ ​ແລະ ຈັດ​ພາ​ເຂົ້າ​ກໍ່​ງ່າຍ​ກວ່າ, ນອກ​ນັ້ນ​ມັນ​ກໍ່ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ຜູ້​ຮັບ​ປະທານ​ອາຫານ​ກວ່າ“.

        ພາ​ເຂົ້າ​ຖືກ​ຈັດ​ວາງ​ເທິງ​​ກະ​ດົ້ງ​​ຢູ່​​ໃບຕອງ​ທີ່​ລົນ​ໄຟ​ແລ້ວ, ຊາວ​ເຜົ່າ​ເມື່ອ​ງເຄີຍ​ເອີ້ນ​ວ່າ​ພາ​ເຂົ້າ​ໃບຕອງ. ​ເທິງ​ພາ​ເຂົ້າ​ໃບຕອງ​ວາງ​ອາຫານ​ປີ້ງ, ​ຕົ້ມ, ໜື້ງ​ຫຼາຍ​ເຍື່ອງ ​ແລະ ຖືກ​ຈັດ​ວາງ​ຢ່າງ​ງາມ​ຕາ. ​ເມື່ອ​ຮັບ​ປະທານ​ອາຫານ​ແບບ​ນີ້, ​ແຂກ​ຈະ​ຮູ້ສຶກ​ໄດ້​ອາລົມ​ຈິດ, ຄວາມ​ຈິງ​ໃຈ​ຂອງ​ຊາວ​ເຜົ່າ​ເມື່ອ​ງ. ພາ​ເຂົ້າ​ໃບຕອງ​ແມ່ນ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໃນ​ອາຫານ​ການ​ກິນ​ຂອງ​ຊາວ​ເຜົ່າ​ເມື່ອ​ງ, ມັນ​ຊ້ອນ​ແຝງ​ນຳ້​ໃຈ​ຂອງ​ມະນຸດ​ທີ່​ມີ​ຕໍ່​ບັນພະບຸລຸດ, ດິນ​ຟ້າ ​ແລະ ພູຜາ​ປ່າ​ໄມ້

ຕອບກັບ

ຂ່າວ/ບົດ​ອື່ນ