ອາຫານການກິນ-ຈຸດວັດທະນະທຳທີ່ເປັນເອກະລັກສະເພາະພິເສດຂອງຊົນເຜົ່າກິງ

ຫວຽດນາມມີ 54 ຊົນ​ເຜົ່າ​ອ້າຍ​ນ້ອງ ​ແລະ ອາຫານ​ການ​ກິນ​ຂອງ​ແຕ່​ລະ​ຊົນ​ເຜົ່າ​ລ້ວນ​ແຕ່​ມີ​ສີສັນ​ສະ​ເພາະ. ​ໃນ​ນັ້ນ, ວັດທະນະທຳ​ອາຫານ​ການ​ກິນ​ຂອງ​ຊາວ​ເຜົ່າກິ​ງ ມີ​ຄວາມ​ອຸດົມ​ສົມ​ບູນ ​ແລະ ຫຼາຍ​ຮູບ​ຫຼາຍ​ສີ​ກ່ວາ​ໝູ່​ດ້ວຍ​ວິທີ​ປຸງ​ແຕ່ງ, ຮັບ​ປະທານ​ອາຫານ​ເຍື່ອງ​ຕ່າງໆ​ຕາມ​ຈຸດ​ພິ​ເສດສະ​ເພາະ​ດ້ານ​ທຳ​ມະ​ຊາດ, ການ​ດຳ​ເນີນ​ຊີວິດ ​ແລະ ຮີດຄອງ​ປະ​ເພນີ​ຢູ່​ແຕ່ລະ​ເຂດ​ພາກ​ທີ່ແຕກ​ຕ່າງ​ກັນ.

ອາຫານການກິນ-ຈຸດວັດທະນະທຳທີ່ເປັນເອກະລັກສະເພາະພິເສດຂອງຊົນເຜົ່າກິງ  - ảnh 1

​ແບ​ງກວນ​ແທງ​ຈີ່-​ຮ່າ​​​ໂນ້ຍ

(ພາບ: chudu24.com)

  ອາຫານ​ກາ​ນກິນຂອງ​ຊາວ​ຫວຽດ ຢູ່​​ແຕ່ລະ​ເຂດ​ພາກທີ່​ແຕກ​ຕ່າງ​ກັນ, ກໍ່ມີ​ຈຸດ​ພິ​ເສດສະ​ເພາະ​ແຕ່​ຍັງ​ມີ 2 ປັດ​ໄຈ​ລວມ​ຄື: ​ເຂົ້າມີ​ບົດບາດ​ສຳຄັນ ​ແລະ ​ໃນ​​ຄາບ​ເຂົ້າຕ້ອງ​ມີນ້ຳ​ແຈ່ວ, ນ້ຳປາ, ​ເຄື່ອງ​ເທດ. ​ໃນ​ຄາບ​ເຂົ້າຂອງ​ຊາວ​ຫວຽດ​ເຄີຍ​ມີ​ອາຫານຫຼາຍເຍື່ອງ​. ສິ່ງ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​​ເຍື່ອງ​ອາຫານ​ຂອງ 3 ພາກ​ເໜືອ, ກາງ​​ແລະໃຕ້ ທັງ​ມີ​ຈຸດ​ພິ​ເສດສະ​ເພາະ ​ທັງ​ມີ​ຈຸດ​ລວມໃນ​ພາ​ເຂົ້າ​ດຽວ​ກັນ​. ທ່ານ​ດ່າວ​ຮຸ່ງ ນັກຄົ້ນຄ້ວາ​ປະຫວັດສາດ​ວັດທະນະທຳ, ວາລະສານ​ເມື່ອ​ກ່ອນ ​ແລະ ປະຈຸ​ບັນ ​ໃຫ້​ຮູ້​ວ່າ:

   “​​ເມື່ອ​ເວົ້າ​ເຖິງ​ດ້ານ​ອາຫານ​ການ​ກິນ, ​ແຕ່​ລະ​ພາກ​ມີຈຸດ​ພິ​ເສດສະ​ເພາະ​, ມີ​ສີສັນ​ແຕກ​ຕ່າງ​ກັນ ​ແຕ່​ຍັງ​ມີ​ຈຸດ​ລວມ​ເພື່ອ​ສ້າງ​ເປັນ​ສີສັນ​ອາຫານ​ການ​ກິນ​ຂອງ​ຊາວ​ຫວຽດ. ວັດທະນະທຳ​ອາຫານ​ການ​ກິນ​ຂອງ​ຊາວ​ຫວຽດ ມີ​ສີສັນ​ສະ​ເພາະ​ຕ່າງ​ກັບປະ​ເທດ​ອື່ນໆ​ໃນ​ໂລກ ​ແລະ ມາ​ຮອດ​ປະຈຸ​ບັນ​ມັນ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ຫຼາຍ​ປະ​ເທດ​ໃນ​ໂລກ“

   ຢູ່​ພາກ​ເໜືອ, ຊາວ​ຫວຽດ ດຳລົງ​ຊີວິດ​ຢູ່​ເຂດ​ທົ່ງ​ພຽງ​ແມ່ນ້ຳ​ແດງ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ຮ່າ​ໂນ້ຍ ​ແລະ ​ເຂດ​ອ້ອມ​ຂ້າງ. ອາຫານ​​ເຂດ​ພາກ​ເໜືອ​ບໍ່​ມີ​ລົດ​ຊາດເຜັດ, ມັນ, ຫຼືຫວານ​ເກີນ​ໄປ​ທໍ່​ກັບ​ເຂດ​ອື່ນໆ, ສ່ວນ​ຫຼາຍ​ແມ່ນ​ນຳ​ໃຊ້ນ້ຳ​ປາຈາງ, ກະປິ​ກໍ່​ຄື​ຜັກ​ຫຼາຍ​ຊະນິດ ​ແລະ ສິນ​ໃນ​ນ້ຳປະ​ເພດ​ຕ່າງໆ​ຄື: ກຸ້ງ, ປູ, ປາ, ຫອຍ, ຫອຍ​ແຄງ, ຫອຍ​ແມງ​ພູ່​… ນັກຄົ້ນຄ້ວາ​ປະຫວັດສາດ​ວັດທະນະທຳ ດ່າວ​ຮຸ່ງ ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

   “​​​​ຊາວ​ຮ່າ​ໂນ້ຍ ກິນ​ເຂົ້າ​ກັບ​ຊີ້ນ​ໝູ, ກິນ​ປານ້ຳຈືດ, ບໍ່​ຄ່ອຍກິນ​ປາທະ​ເລ​. ຊາວ​ຫວຽດ ຢູ່ຮ່າ​ໂນ້ຍ ມັກ​ກິນ​ຊີ້ນ​ເປັນ​ສ່ວນ​ຫຼາຍ“

ອາຫານການກິນ-ຈຸດວັດທະນະທຳທີ່ເປັນເອກະລັກສະເພາະພິເສດຂອງຊົນເຜົ່າກິງ  - ảnh 2

ອາຫານ​ພາກ​ກາງ

(ພາບ:diadiemanuong.com)

   ອາຫານ​​ທາງພາກ​ກາງ​ມີ​ລົດ​ຊາດ​ພິ​ເສດສະ​ເພາະ, ມີ​ບັນດາ​ເຍື່ອງ​ອາຫານ​ເຜັດ ​ແລະ ​ເຄັມ​ກ່ວາ​ເມື່ອ​ທຽບ​ກັບ​ອາຫານ​ພາກ​ເໜືອ ​ແລະ ພາ​ກໃຕ້ ​ແລະ ປະສົມ​ສີສັນ​ອຸດົມສົມບູນ, ສ່ວນ​ຫຼາຍ​ແມ່ນ​ສີ​ແດງ ​ແລະ ສີກະ​ເບົ​າ​ເຂັ້ມ. ຍ້ອນ​ວ່າ, ບັນດາ​ແຂວງ​ນະຄອນ​ທາງ​ພາກ​ກາງ​ຫວຽດນາມ ຢູ່​ມໍ່​ກັບ​ທະ​ເລ ​ແລະ ມີ​ຊື່​ສຽງ​ດ້ວຍ​ນ້ຳ​ແຈ່ວ​ປະ​ເພດ​ຕ່າງໆ​ໄດ້​ຮັບ​ການປຸງ​ແຕ່ງ​ຈາກ​ສິນ​ທະ​ເລ. ​ເອື້ອຍ​ເຈິ່ນທິງາ, ​ເຈົ້າຂອງ​ຮ້ານ​ອາຫານ​ເຫ້ວ- ​ເຮືອນ​ເລກທີ 36 ຖະໜົນ​ມາຍ​ຮັກ​ເດ-​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

   “​​ຊາວ​ພາກ​ກາງ​ມັກ​ກິນ​ແຈ່ວປະ​ເພດ​ຕ່າງໆ. ພິ​ເສດ, ມີ​ແຈ່ວປະ​ເພດ​ໜຶ່ງ​ມີ​ລັກສະນະ​ພິ​ເສດສະ​ເພາະ, ຊື່​ງຊາວ​ພາກ​ກາງ​ເຄີຍ​ກິນ​​ກັບ​ເຂົ້າປຸ້ນ​ງົວ, ຊີ້ນ​ຕົ້ມ​ເຄັມ ຫຼື​ປາຕົ້ມ​ເຄັມ, ​ໃນ​ຄາບ​ອາຫານ​ປະຈຳ​ວັນ, ຊາວ​ເຫ້ວມັກ​ໃສ່​ແຈວເປັນ​ເຄື່ອງ​ເທດ​ເພື່ອ​ໃຫ້​ອາຫານ​ແຊບນົວ​, ​​ແລະ​ ມີ​ລົດ​ຊາດກ່ວາ​ອີກ

ອາຫານການກິນ-ຈຸດວັດທະນະທຳທີ່ເປັນເອກະລັກສະເພາະພິເສດຂອງຊົນເຜົ່າກິງ  - ảnh 3

ອາຫານ​​ເຫ້ວ

(ພາບ: yume.vn)

    ອາຫານ​​ເຫ້ວ​​ ໄດ້​ຮັບ​ການ​ປຸງ​ແຕ່ງ ​ແລະ ຈັດ​ຢ່າງ​ລະອຽດ​ລະ​ອໍ ຕາມ​ວິທີ​ປຸມ​ແຕ່ງໃນ​ວັງ. ປະຈຸ​ບັນ, ​ເຍື່ອງອາຫານ​ຂອງເຫ້ວ​ໄດ້​ຮັບຄວາມ​ນິຍົມ​ຈາກ​ຜູ້​ຄົນ​ທັງຫຼາຍ​ທັງ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ. ບັນດາ​ເຍື່ອງ​ອາຫານ​ພິ​ເສດສະ​ເພາະ​ຂອງ​ເຫ້ວຄື: ​ເຂົ້າຫອຍແມງ​ພູ່, ​ເຂົ້າໜົມປະ​ເພດ​ຕ່າງໆ, ​ແນມ…​ ກໍ່​ມີ​ຢູ່​ຮ້ານອາຫານ​ຫວຽດ. ​ເອື້ອຍ​ເຈິ່ນທິງາ ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

   “​​​ອາຫານ​ຂອງ​ເຫ້ວ ມີ​ການ​ປະສົມ​ລະຫວ່າງ​ອາຫານ​ພາກ​ເໜືອ ​ແລະ ພາກ​ກາງ. ຊາວ​ເຫ້ວມັກ​ກິນ​ເຜັດ ​ແລະ ມັກລົດ​ຊາດ​ເຄັມ​ຄື​ກັບ​ຊາວ​ພາກ​ເໜືອ. ​ໄປຄຽງ​ຄູ່​ກັນນັ້ນ, ຊາວ​ເຫ້ວມັກ​ກິນ​ອາຫານ​ມີ​ລົດ​ຊາດ​ຫວານ​ໜ້ອຍ​ໜຶ່ງ​ຄື​ຊາວ​ພາກ​ໃຕ້. ອາຫານ​ຕົ້ນຕໍ​ຂອງຊາວ​ເຫ້ວກໍ່​ຄື​ກັນ​ກັບ​ອາຫານ​ຢູ່​ເຂດ​ອື່ນໆ ນັ້ນ​ແມ່ນ​ເຂົ້າປຸ້ນ, ​ເຝີ, ​ເຂົ້າ….ຊາວ​ເຫ້ວ ກໍ່​ມັກ​ກິນ​ເຂົ້າໜົມປະ​ເພດ​ຕ່າງໆ ​ແລະ ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ເຍື່ອງ​ອາຫານບໍ່ຮ້ອນ​ໃນແລະ ມັກກິນ​ຜັກ, ໝາກ​ໄມ້​ຫຼາຍ“

ອາຫານການກິນ-ຈຸດວັດທະນະທຳທີ່ເປັນເອກະລັກສະເພາະພິເສດຂອງຊົນເຜົ່າກິງ  - ảnh 4

ອາຫານ​​ທາງ​ທິດຕາ​ເວັນ​ຕົກ​ພາ​ກໃຕ້

(ພາບ: amthuc365.vn)

   ອາຫານ​ພາກ​ໃຕ້​ມີ​ສີສັນ​ສະ​ເພາະ, ມີ​ລົດ​ຊາດ​ຫວານ. ວິທີ​ຮັບ​ປະທານ​ອາຫານ​ຂອງ​ຊາວ​ພາກ​ໃຕ້​ບໍ່​ລະອຽດລະ​ອໍ​ປານ​ໃດ. ດ້ວຍ​ແຫຼ່ງສະບຽງ​ອາຫານ, ທັນ​ຍາ​ຫານ​ອຸດົມສົມ​ບູນ, ​​ເມື່ອ​ອາຫານເຍື່ອງຕ່າງໆ​ຈາກ​ບັນດາ​ເຂດ​ພາກ​ອື່ນ​ຖືກ​ນຳ​ມາພາກ​ໃຕ້ກໍ່​ໄດ້​ຮັບ​ການ​ປຸງ​ແຕ່ງ​ຕາມ​ວິທີ​ຕ່າງຫາກ. ຮ້ານ​ອາຫານ “ສວນ​ພາກ​ໃຕ້“ ຢູ່​ເຮືອນ​ທີ 42 ຖະຫນົນ​ຕັງ​ບາດໂຫ-ຮ່າ​ໂນ້ຍ ​ແມ່ນ​ໜຶ່ງ​ໃນ​ຈຳນວນຮ້ານ​ອາຫານ​ພາກ​ໃຕ້​ທີ່​ຜູ້​ນິຍົມ​ອາຫານ​ພາກ​ໃຕ້​ຫຼາຍ​ຄົນມັກ​ມາ​ຮັບ​ປະທານ. ອ້າຍ​ຟານ​ກາວ​ກວກ​ຢູຍ ຊາວ​ພາກ​ໃຕ້, ພໍ່ຄົວ​ຮ້ານ​ອາຫານ“ສວນ​ພາກ​ໃຕ້“ ​ໃຫ້​ຮູ້​ວ່າ:

   “​ເຍື່ອງ​ອາຫານ​ທີ່​ເປັນ​ເອກະລັກ​ຂອງ​ພາກ​ໃຕ້​ມີ​ຄວາມ​ອຸດົ​ມສົມບູນ​ທີ່​ສຸດ. ອາຫານ​ພາກ​ໃຕ້​ຕ່າງ​ກັບ​ອາຫານ​ພາກ​ເໜືອ ​ແລະ ພາກ​ກາງ ມີ​ລົດ​ຊາດ​ຫວານ​ ແລະ ​ເຜັດໜ້ອຍ​ໜຶ່ງ. ຊາວ​ພາກ​ໃຕ້​ມັກໃຊ້ເຄື່ອງ​ເທດ​ຕ່າງໆ​​​ເຂົ້າ​ໃນເຍື່ອງ​ອາຫານ​ຫຼາຍ​. ນອກຈາກ​ນັ້ນ, ຊາວ​ທິດຕາ​ເວັນ​ຕົກພາກ​ໃຕ້ມີ​ເຍື່ອງ​ອາຫານ​ພິ​ເສດສະ​ເພາະ, ນັ້ນ​ແມ່ນ​ແຈ່ວ​ຕົ້ມ ປະ​ເພດ​ໜຶ່ງລວມມີ: ນ້ຳປາ, ນ້ຳຕານ, ນ້ຳມັນ, ໝາກພິກ​ໄທ, ໝາກ​ເຜັດ ຕົ້ມໃຫ້​ເຂົ້າກັນ​ກິນ​​ເພື່ອກັບ​ເຂົ້າ​​ແຫັ້ມ…​

​   ເຖິງ​ວ່າ​ເຍື່ອງອາຫານ​​ຂອງ​ຊາວ​ກິ​​ງ ຢູ່ແຕ່ລະ​ເຂດ​ພາກມີ​ຄວາມ​ແຕກ​ຕ່າງ​ກັນ ກໍ່ຕາມ ​ແຕ່​ຍັງ​ມີ​ຈຸດ​ຄ້າຍຄື​ກັນ, ປະສົມ​ກົມ​ກຽວ ສ້າງ​ເປັນ​ອາຫານ​ທີ່ມີ​ລັກສະນະ​ພິ​ເສດສະ​ເພາະ. ບັນດາ​ຈຸດ​ດີງາມ​ໃນ​ວັດທະນະທຳ​ອາຫານ​ການ​ກິນນັ້ນ ຕ້ອງ​ໄດ້​ຮັບ​ການອະນຸ​ລັກ​ຮັກສາ​ໄວ້ ​ແລະ ​ເສີມ​ຂະຫຍາຍຕະຫຼອດ​ໄປ ​ເພື່ອປະກອບສ່ວນ​ເສີມ​ສ້າງ​ສີສັນ​ບັນດາ​ເຜົ່າ​ຫວຽດນາມ ​ໃຫ້ອຸ​ດົມ​ສົມບູນ​ຍິ່ງຂຶ້ນ​./.

ຕອບກັບ

ຂ່າວ/ບົດ​ອື່ນ