ຮູບແກະສະຫຼັກຕັ້ງຢູ່ຫໍຜີຂອງຊາວເຜົ່າບານາ


(vovworld) - ​ໃນ​ສາງ​ວັດທະນະທຳ​ຂອງ​ບັນດາ​ເຜົ່າ​ໄຕ​ງວຽນ, ຮູບ​ແກະສະຫຼັກຕັ້ງ​ຢູ່ຫໍ​ຜີ​​ໄດ້​ຮັບ​ຖື​ວ່າ​ແມ່ນ​ວັດທະນະທຳ​ທີ່​ມີ​ສີສັນ​ພິ​ເສດສະ​ເພາະ. ບັນດາ​ຮູບ​ແກະສະຫຼັກ​ຕັ້ງ​ຢູ່​ຫໍ​ຜີຂອງ​ຊາວ​ເຜົ່າ​ບາ​ນາບໍ່​ພຽງ​ແຕ່​ແມ່ນ​ຜະລິດ​ຕະພັນ​ປະຕິມາ​ກຳ​ພື້ນ​ເມືອງ​ເທົ່າ​ນັ້ນ, ຫາກ​ຜ່ານ​ນັ້ນ​ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳນຶກ, ປັດ​ສະ​ຍາ​ກ່ຽວ​ກັບ​ຊີວິດ​ອີກ​ດ້ວຍ. .

ຮູບແກະສະຫຼັກຕັ້ງຢູ່ຫໍຜີຂອງຊາວເຜົ່າບານາ - ảnh 1

ຮູບແກະສະຫຼັກຕັ້ງຢູ່ຫໍຜີຂອງຊາວເຜົ່າບານາ

​ໂດຍ​ແມ່ນ​ຊົນ​ເຜົ່າທີ່​ດຳລົງ​ຊີວິດ​ໃນ​ເຂດ​ພູດ​ອຍ ​ແລະ ໃກ້ຊິດຕິດ​ແທດ​ກັບ​ທຳ​ມະ​ຊາດ, ຊາວ​ເຜົ່າ​ບາ​ນາ ​ຍາມ​ໃດ​ກໍ່​ມີ​ທັດສະນະ​ວ່າ, ມະນຸດ​ແມ່ນ​ໄດ້​ຮັບ​ການ​ກຳ​ເນີ​ດຈາກ​ປ່າ, ດັ່ງ​ນັ້ນ​ເມື່ອ​ຕາຍ​ໄປ​ກໍ່​ຕ້ອງ​ກັບ​ຄືນ​ສູ່​ປ່າ​, ​ເຂົາ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ຕາຍ​ບໍ່​ໝາຍ​ຄວາມ​ວ່າ​ໄດ້​ສິ້ນ​ສຸດ​ເທື່ອ. ຄຽງ​ຂ້າງ​​ໂລກ​ມະນຸດ​ແລ້ວ, ຍັງ​ມີ​ນາລົກ (​ເຊິ່ງ​ແມ່ນ​ໂລກ​ຂອງ​ຄົນ​ຕາຍ ​ແລະ ​ເທວະ​ດາ​ຟ້າ​ແຖນ)​ ອີກ. ຈາກ​ທັດສະນະ​ຄື​ດັ່ງກ່າວ, ຊາວ​ເຜົ່າ​ບາ​ນາ​ຈຶ່ງ​ມີ​ງານ​ບຸນ​ທີ່​ເປັນ​ເອກະລັກ​ສະ​ເພາະ, ນັ້ນ​ແມ່ນ​ພິທີ​ອຳ​ລາ​ຄົນ​ຕາຍ​ໄປ​ສູ່​ນາ​ໂລກ. ດ້ວຍ​ຄວາມ​ໝາຍ​ນີ້, ພິທີ​ດັ່ງກ່າວບໍ່​ແມ່ນ​ເພື່ອ​ຮ້ອງ​ໄຫ້, ຫາກ​ຊາວບ້ານ​ຍັງ​ຕີ​ຄ້ອງ, ດື່ມ​ເຫຼົ້າ​ໄຫ, ຟ້ອນ​ລຳ​ທຳ​ເພງ​ຢ່າງ​ເບີກບານ​ມ່ວນ​ຊື່ນ ​ແລະ ໜຶ່ງ​ໃນ​ບັນດາ​ສິ່ງ​ທີ່​ຂາດ​ບໍ່​ໄດ້​ໃນ​ພິທີ​ອຳ​ລາ​ຄົນ​ຕາຍ​ນັ້ນ: ​ແມ່ນ​ຕັ້ງ​ຮູບ​ແກະສະຫຼັກຢູ່​ຫໍຜີ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ວິທີ​ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ​ຂອງ​ຜູ້​ຍັງ​ມີ​ຊີວິດ​ທີ່​ມີ​ຕໍ່​ຜູ້​ທີ່​ໄດ້​ລ່ວງ​ລັບ​ໄປ. ຈິດຕະກອນ ດິງຕ໋ຽນຫາຍ, ຜູ້​ທີ່​ຄົ້ນ​ຄ້ວາ​ກ່ຽວ​ກັບ​ວັດທະນະທຳ, ສິລະ​ປະ​ໄຕ​ງວຽນ ມາ​ຫຼາຍ​ປີ, ​ໃຫ້​ຮູ້​ວ່າ:

​ເມື່ອ​ຜູ້​ໃດ​ຜູ້​ໜຶ່ງ​​ຕາຍ​ໄປ, ​ຊາວ​ເຜົ່າ​ບາ​ນາ​ຖື​ວ່າຊີວິດ​ຂອງຜູ້ນັ້ນ​ບໍ່ທັນສິ້ນ​ສຸດເທື່ອ. ຕາມ​ທັດສະນະ​ຂອງ​ເຂົາ​ເຈົ້າ​ໃນ​ເມື່ອ​ກ່ອນ​ແລ້ວ, ຊັບ​ສິນ​ທັງ​ໝົດ​ໃນ​ຄອບຄົວ​ຂອງ​ຊາວ​ເຜົ່າ​ບາ​ນາ, ລ້ວນ​ແຕ່ຖືກແບ່ງ​ໃຫ້​ຄົນ​ຕາຍສ່ວນ​ໜຶ່ງ. ຮອດ​ພິທີ​ອຳ​ລາ​ຄົນ​ຕາຍ, ​ເຂົາ​ເຈົ້າ​ຈຶ່ງ​ຖື​ວ່າ​ຄົນ​ຕາຍ​ຈະ​ອຳ​ລາ​ໂລກ​ມະນຸດ​ຕະຫຼອດ​ໄປ, ດັ່ງ​ນັ້ນ​ຜູ້​ຍັງ​ມີ​ຊີວິດ​ຈຶ່ງ​ສະຫງວນ​ອາລົມ​ຈິດ​ຂອງ​ຕົນ​ເພື່ອ​​ເຮັດ​ຮູບແກະສະຫຼັກ​ຕັ້ງ​ຢູ່ຫໍຜີ. ບັນດາ​ຮູບ​ແກະສະຫຼັກ​ນີ້​ຖືກ​ຕັ້ງ​ຢູ່​ເຂດ​ຫໍຜີ​​ເພື່ອ​ແທນ​ໃຫ້​ຜູ້​ຍັງ​ມີ​ຊີວິດ​ສົ່ງ​ຄົນ​ຕາຍ​ໄປ​ຍັງ​ນາລົກ .

ຮູບແກະສະຫຼັກຕັ້ງຢູ່ຫໍຜີຂອງຊາວເຜົ່າບານາ - ảnh 2
 
(ພາບອິນເຕີແນດ)

​ເພື່ອ​ເຮັດ​ຮູບ​ແກະສະຫຼັກ, ພີ່ນ້ອງ​ໃນ​ຄອບຄົວ ​ແລະ ວົງ​ຕະກຸນ​ຕ້ອງ​ເຂົ້າ​ປ່າ​ຫາ​ໄມ້​ເພື່ອ​ຄວັດ​ຮູບ. ​ເຂົາ​ເຈົ້າ​ເລືອກ​ເຟັ້ນຕົ້ນ​ໄມ້​ທີ່​ມີ​ເສັ້ນ​ຜ່າ​ກາງ​ປະມານ 30 cm ຂຶ້ນ​ໄປ, ​ເພື່ອ​ຄວັດ​ແກະສະຫຼັກ. ບັນດາ​ນັກ​ສິລະ​ປະການ​ໄດ້​ຄວັດ​ຮູບ​ດ້ວຍ​ອາລົມ​ຈິດ, ​ແນວ​ຄິດ​ປັດ​ສະ​ຍາ​ທັງ​ໝົດຂອງ​ຕົນກ່ຽວ​ກັບ​ຊີວິດ. ຍ້ອນ​ເຫດ​ນັ້ນ​ຮູບ​ແກະສະຫຼັກ​ຕັ້ງ​ຢູ່ຫໍຜີ​ຈຶ່ງ​ມີ​ຊີວິດ​ຊີວາ, ມີຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ມີ​ “ວີນຍານ“.

ບັນດາ​ຮູບ​ແກະສະຫຼັກ​ຕັ້ງ​ຢູ່ຫໍຜີ​ບາງ​ເທື່ອ​ແມ່ນ​ຮູບ​ນົກ, ຮູບ​ສັດ, ​ເຄື່ອງ​​ໃຊ້​ປະຈຳ​ວັນ, ບາງ​ເທື່ອ​ແມ່ນ​ຮູບ​ຄົນ​ຢືນ, ຄົນ​ນັ່ງ, ຄົນ​ພວມ​ກອດ​ກັນ. ​ແຕ່​ສ່ວນ​ຫຼາຍ​ແມ່ນ​ຮູບ​ຄົນ​ນັ່ງ​​ເອົາແຂນສອກ​ຄຳ້​​ຫົວ​ເຂົ່າ, ນັ່ງ​​ເອົາມື້​ສອງ​ເບື້ອງຄຳ້​ແກ້ມ, ສົ່ງສາຍຕາ​​ໂສກ​ເສົ້າ​ໄປ​ທາງ​ໄກ, ນອກ​ນັ້ນ​ຍັງ​ມີ​ຮູບ​ຄົນ​ຕີ​ກອງ, ລັ່ນຄ້ອງ, ຕຳ​ເຂົ້າ, ຮູບ​ແມ່ຍິງ​ຖືພາ, ຊຳ້​ບໍ່​ໜຳ​ຍັງ​ມີ​ຮູບ​ຄູ່​ຍິງ​-ຊາຍຮ່ວມ​​ເພດສຳພັນ​…​ເບິ່ງ​ຮູບ​ເຫຼົ່າ​ນັ້ນ, ຜູ້​ຊົມ​ບໍ່​ຮູ້ສຶກ​ຢ້ານ​ກົວ​ຍ້ອນການ​ຕາຍ​ບໍ່​ທັນ​ສິ້ນ​ສຸດ​ເທື່ອ, ຫາກ​ມັນເລີ່​ມຕົ້ນ​ໃຫ້​ແກ່​ພະລັງຊີວິດ​ໃໝ່. ຈິດຕະກອນ ດິງຕ໋ຽນຫາຍ, ​ໃຫ້​ຮູ້​ວ່າ:

ປະຈຸ​ບັນ, ບັນດາ​ນັກ​ສິລະ​ປະການ​ສາມາດ​ແກະ​​ສະຫຼັກໄດ້ບັນດາ​ຮູບ​ສວຍ​ງາມ​ທີ່​ສຸດ, ​ແຕ່​ເພື່ອ​ມີ​ບັນດາ​ຮູບ​ແກະ​ສະ​ຫລັກຕັ້ງ​ຢູ່​ຫໍຜີທີ່​ມີ​ຊີວິດ​ຊີວາ​ຄື​ແນວ​ນັ້ນ, ບໍ່​ແມ່ນ​ວ່າໃຜ​ກໍ່​ສາມາດ​ເຮັດ​ໄດ້. ​ເພາະວ່າ​ຮູບ​ແກະສະຫຼັກ​ຕັ້ງ​ຢູ່ຫໍຜີ​ບໍ່​ພຽງ​ແຕ່​ແມ່ນ​ປັດ​ໃຈ​ທາງ​ວັດຖຸ​ເທົ່າ​ນັ້ນ, ຫາກ​ຍັງ​​ແມ່ນປັດ​ໃຈ​ດ້ານຈິດ​ວີນຍານອີກ​ດ້ວຍ“.

ຮູບແກະສະຫຼັກຕັ້ງຢູ່ຫໍຜີຂອງຊາວເຜົ່າບານາ - ảnh 3

(ພາບອິນເຕີແນດ)

​ຜ່ານ​ຮູບ​ແກະສະຫຼັກ​ຕັ້ງ​ຢູ່ຫໍຜີ, ຜູ້​ຊົມສາມາດ​ເຂົ້າ​ໃຈ​ໄດ້​ສ່ວນ​ໃດ​ສ່ວນ​ໜຶ່ງກ່ຽວ​ກັບ​ວັດທະນະທຳທີ່​ເປັນ​ເອກະລັກ​ສະ​ເພາະ ກໍ່​ຄື​ຮີດຄອງ​ປະ​ເພນີ​ຂອງ​ຊາວ​ເຜົ່າ​ບາ​ນາ. ​ເມື່ອ​ຍັງ​ມີ​ຊີວິດ, ຄົນ​ຕາຍ​ມີ​ຮູບ​ຮ່າງ​ຄື​ແນວ​ໃດ, ​ເຮັດ​ອາຊີບ​​ໃດ, ນິດ​ໃສ​ໃຈຄໍ​ຄື​ແນວ​ໃດ… ອາລົມ​ຈິດ​ຂອງ​ຄອບຄົວ​ທີ່​ມີ​ຕໍ່​ຄົນ​ຕາຍ​ເປັນ​ແນວ​ໃດ… ລ້ວນ​ແຕ່​ໄດ້​ຮັບ​ການສະ​ແດງ​ສ່ວນ​ໃດ​ສ່ວນ​ໜຶ່ງ​ຜ່ານ​ຮູບ​ແກະສະຫຼັກຕັ້ງ​ຢູ່​ຫໍຜີ. ປ້າ ​ເລືອ​ງ​ແທງ​ເຊີນ, ຜູ້ອຳນວຍການ​ຫໍພິພິດທະພັນ​ຊົນ​ເຜົ່າ​ແຂວງ​ດັກ​ລັກ, ​ໃຫ້​ຮູ້​ວ່າ:

ທັງ​ທິດເໜືອ ​ແລະ ທິດໃຕ້​ເຂດ​ໄຕ​ຫງວຽນ, ​ເຂົາ​ເຈົ້າ​ຖື​ເປັນ​ສຳຄັນ​​ເລື່ອງ​​ແກະ​ສະຫຼັກຮູບ​ຕັ້ງ​ຢູ່​ຫໍຜີ, ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈຶ່ງເຮັດ​ຢ່າງ​ລະອຽດ,​ແນ​ບນຽນ ​ແລະ ສວຍ​ງາມ​ທີ່​ສຸດ​ໃຫ້​ແກ່​ຄົນ​ຕາຍ.​ແຕ່​ກໍ່​ມີ​ຈຸດ​ທີ່​ແຕກ​ຕ່າງ​ກັນ, ຢູ່​ທິດ​ເໜືອ​​ເຂດໄຕ​ງວຽນ, ​ເຂົາ​ເຈົ້າ​ແກະ​ສະຫຼັກ​ຮູບ​ຄົນ​ເປັນ​ຕົ້ນ, ສ່ວນ​ທິດ​ໃຕ້​​ເຂດໄຕ​ງວຽນ​ພັດ​ແກະສະຫຼັກ​ຮູບ​ສັດ​ທີ່​ຊິນ​ເຄີຍ ​ແລະ ຕິດ​ພັນ​ກັບ​ມະນຸດ​ເປັນ​ຕົ້ນ”.

ຮູບແກະສະຫຼັກຕັ້ງຢູ່ຫໍຜີຂອງຊາວເຜົ່າບານາ - ảnh 4


(ພາບອິນເຕີແນດ)

ບັນດາ​ຮູບ​ແກະສະຫຼັກ​ຕັ້ງ​ຢູ່ຫໍຜີຂອງ​ຊາວ​ເຜົ່າ​ບາ​ນາ ​ແມ່ນ​ຜະລິດ​ຕະພັນ​ປະຕິມາ​ກຳ​ທີ່​ມີ​ຊີວິດ​ຊີວາຢ່າງ​ແທ້​ຈິງ, ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ, ຫົວຄິດ​ປະດິດ​ສ້າງ ​ແລະ ທັດສະນະ​ຂອງ​ຊາວ​ເຜົ່າ​ບາ​ນາ. ອັນ​ໄດ້​ປະກອບສ່ວນ​ຮັກສາ​ວັດທະນະທຳ​ພື້ນ​ເມືອງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຫວຽດນາມ​ໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ