ເຂົ້າໜົມທີ່ເປັນເອກະລັກສະເພາະຂອງຊາວເຜົ່າໄຢ໋


(vovworld) - ສຳລັບ​ຊາວ​ເຜົ່າ​ໄຢ໋, ​ເຂົ້າຕົ້ມ, ​ເຂົ້າໜົມຂາ​ວ (​ເຂົ້າໜົມ​ເຮັດ​ດ້ວຍ​​ແປ້ງ​ເຂົ້າໜຽວ), ​ເຂົ້າ​ຫຼີ້ມ​ແມ່ນ​ອາຫານ​ທີ່​ຂາດ​ບໍ່​ໄດ້​ໃນ​ພາ​ບູຊາ​​ບັນພະບຸລຸດໃນ​ໂອກາດ​ບຸນປີ​ໃໝ່, ​ງານ​ສົບ, ງານ​ແຕ່ງດອງຫຼື​ພິທີ​ງານ​ບຸນ​ຕ່າງໆ. ​ຊາວ​ເຜົ່າ​ໄຢ໋ຖະຫວາຍ​ເຂົ້າໜົມ​ເຫຼົ່າ​ນັ້ນຂຶ້ນ​ບັນພະບຸລຸດ​ເພື່ອ​​ແຈ້ງ​ຜົນ​ແຫ່ງ​ການ​ອອກ​ແຮງງານ​ໃນ​ປີຜ່ານມາ, ພ້ອມ​ທັງ​ພາວະນາຂໍໃຫ້ມີ​ຂຸ​ຂະ​ພາບ​ເຂັ້ມ​ແຂງ, ມີ​ຄວາມ​ໂຊກ​ດີ ​ແລະ ລະດູ​ການ​ປູກຝັງ​ໄດ້​ຮັບ​ຜົນ​ດີ. ​ເພື່ອ​ເຮັດ​​ເຂົ້າຕົ້ມ, ເຂົ້າໜົມບູຊາ​ບັນພະບຸລຸດ, ເຂາເຈົ້າຕ້ອງກະກຽມຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ​ເພາະວ່າ​ເຄື່ອງ​ຖະຫວາຍ​ຂຶ້ນ​ຕໍ່​ບັນພະບຸລຸດ​ຕ້ອງ​ສະອາດ ​ແລະ ຕ້ອງ​ເຮັດ​ດ້ວຍ​ຄວາມ​ເຄົາລົບ​ນັບຖື​ຈຶ່ງ​ໄດ້​ຮັບ​ການ​ຮັບ​ຮູ້ ​ແລະ ບໍ່​ຖືກ​ຕິຕຽນ​ຮ້າຍ​ດ່າ.

ເຂົ້າໜົມທີ່ເປັນເອກະລັກສະເພາະຂອງຊາວເຜົ່າໄຢ໋ - ảnh 1

​ເຂົ້າຕົ້ມ​ຂອງຊົນເຜົ່າໄຢ໋   

ໂດຍ​ຕ່າງ​ກັບ​ເຂົ້າຕົ້ມ​ຮູບ​ຈັດ​ຕຸ​ລັດ​ຂອງ​ຊາວ​ກິ​ງ, ​ເຂົ້າຕົ້ມ​ຂອງ​ຊາວ​ເຜົ່າ​ໄຢ໋ພັດສວດ​ຢູ່​ເຄິງ​ກາງ, ດັ່ງ​ນັ້ນ​ຈຶ່ງ​ເອີ້ນ​ວ່າ​ເຂົ້າຕົ້ມ​ໂຄມ. ບັນດາ​ຜູ້​ມີ​ອາຍຸ​ສູງ​ໃຫ້​ຮູ້​ວ່າ, ​ເພື່ອ​ເຮັດ​ເຂົ້າຕົ້ມ​ແມ່ນ​ຕ້ອງ​ເລືອກ​ເຟັ້ນວັດຖຸ​ດິບຢ່າງ​ລະອຽດທີ່​ສຸດ. ​ໃບຕອງ​ຕ້ອງ​ຫາ​ຢູ່ໃນ​ປ່າ, ​ໃບ​ໃຫຍ່​ພໍດີ, ​ເຂົ້າໜຽວ​ໄຮ່​ຕ້ອງ​ຫອມ, ​ແຊບ, ​ເມັດສະ​ເໝີ​ກັນ​ໂດຍ​ເຂົາ​ເຈົ້າ​ປູກ​ເອງ, ໝາກຖົ່ວຂຽວ​ຕ້ອງ​ຮ່ອນ​ເອົາ​ເປືອກ​ນອກອອກ​​ໃຫ້​ໝົດ. ສ່ວນ​ຊີ້ນ​ໝູ​ຕ້ອງ​ແມ່ນ​ຊີ້ນ​ສາມ​ຊັ້ນ, ​ເອືອບ​ກັບ​ເຄື່ອງ​ເທດ... ​ເມື່ອ​ວັດຖຸ​ດິບ​ໄດ້​ຮັບ​ການ​ກະກຽມ​ຢ່າງ​ຄົບ​ຖ້ວນ​ແລ້ວ, ​ເຂົາ​ເຈົ້າ​ຈຶ່ງ​ຫໍ່​ເຂົ້າຕົ້ມ. ການ​ຫໍ່​ກໍ່​ຕ້ອງ​ຄ່ອງ​ແຄ້ວ ​ແລະ ແໜ້ນພໍ​ສົມຄວນ​, ເຂົ້າຕົ້ມຈຶ່ງ​ມີ​ຮູບ​ງາມ. ​ເອື້ອຍ ຮ່ວາງ​ທິບິ​ກ, ຢູ່​ບ້ານ​ຫຼວງ​ເດີ, ຕາ​ແສງ​ກົກ​ຊານ, ​ເມືອງ​ບາດ​ຊາດ, ​ແຂວງ​ລາວ​ກາຍ, ​ໃຫ້​ຮູ້​ວ່າ:

        “​ເຂົ້າຕົ້ມ​ຕ້ອງ​ສວດ​ຢູ່​​ເຄິ່ງກາງ, ຍິ່ງ​ສວດ, ຍິ່ງ​ສະ​ເໝີກັນ​ເທົ່າ​ໃດກໍ່​ຍິ່ງ​ງາມ​ເທົ່າ​ນັ້ນ, ​ເບິ່ງ​ເຂົ້າຕົ້ມ​ກໍ່​ຮູ້​ເລີຍ​ວ່າຜູ້​ຫໍ່​ມີ​ຄວາມ​ຊຳນານ​ຫຼື​ບໍ. ​ເຂົ້າຕົ້ມ​ຕ້ອງງາມ​ເພື່ອ​ບູຊາ​ບັນພະບຸລຸດ. ​ເມື່ອ​ບູຊາ​​ແຕ່ລະ​ເທື່ອຕ້ອງ​ມີ​ເຂົ້າຕົ້ມ 7 ອັນ. ພາຍຫຼັງບູຊາ 2 ວັນ​ຈຶ່ງ​​​ໄດ້​ເອົາອອກ​ “.

        ​ເມື່ອ​ຫໍ່, ​ເຂົາ​ເຈົ້າຕ້ອງ​ວາງ​ເຂົ້າຕົ້ມ​ເທິງ​ໂຕະ, ຊາວ​ເຜົ່າ​ໄຢ໋ຄະລຳບໍ່​ໃຫ້​ວາງ​ເຂົ້າຕົ້ມ​ເທິງ​ກົກຂາ, ​ເພາະ​​ຖື​ວ່າ​​ເຮັດ​ຄື​ແນວ​ນັ້ນ, ​ເມື່ອ​ຕົ້ມ​ເຂົ້າ​ຕົ້ມ​ຈະ​ບໍ່​ສຸກດີ. ພາຍຫຼັງ​ຫໍ່​ສຳ​​​ເລັດ, ​ເຂົາ​ເຈົ້າ​ຈະ​ເອົາ​ເຂົ້າຕົ້ມ​​​ໃສ່​ໝໍ້ ​ແລະ ​ແຊ່​ນຳ້​ໃນ​​ເວລາ 3 - 4 ຊົ່ວ​ໂມງ​, ຫຼັງ​ຈາກ​ນັ້ນ​ຈຶ່ງຕົ້ມ​ໃນ​ເວລາ 10 ຊົ່ວ​ໂມງ. ​ເມື່ອ​ເຂົາ​ຕົ້ມ​ສຸກ​, ​ເຂົາ​ເຈົ້າ​​ຈະ​ເອົາ​ອອກ​ແລ້ວ​ວາງ​ເທິງ​ແທ່ນ​ບູຊາບັນພະບຸລຸດ ​ແລະ ​ແທ່ນ​ບູຊາ​ເຈົ້າ​ທີ່​ເຈົ້າ​ຖານ​ກ່ອນ.

        ​ໃນ​ພາ​ບູຊາ​ຂອງ​ຊາວ​ເຜ່ົາ​ໄຢ໋, ​ເຂົ້າຫຼີ້ມກໍ່​ແມ່ນ​ຊະນິດທີ່​ຂາດ​ບໍ່​ໄດ້. ​ຊາວ​ເຜົ່າ​ໄຢ໋​ເຄີຍ​ເຮັດເຂົ້າຫຼີ້ມ​​ໃນ​ໂອກາດ​ບຸນ​ເຕັດ. ​ເຂົ້າ​ເພື່ອ​ເຮັດ​ເຂົ້າໜົມຊະນິດ​ນີ້ຕ້ອງມີ​ເມັດ​ກົມ, ສະ​ເໝີ​ກັນ​, ເຂົ້າ​ຫຼີ້ມຈຶ່ງ​ແຊບ ​ແລະ ງາມ. ທ່ານ ຮ່ວາງ​ອາ​ເມົາ, ຊາວ​ເຜົ່າ​ໄຢ໋ຢູ່​ບາດ​ຊາດ, ລາວ​ກາຍ ​ແນະນຳ​ວິທີ​ເຮັດ​ເຂົ້າ​ຫຼີ້ມວ່າ:

        “ໜຶ້ງ​ເຂົ້າໜຽວ​ໃຫ້​ສຸກ​ແລ້ວ​​ໂຮຍແປ້ງ​ໃສ່​ເພື່ອ​ບໍ່​ໃຫ້​ເມັດ​ເຂົ້າໜຽວ​ຕິດ​ໃສ່​ກັນ, ຫຼັງ​ຈາກ​ນັ້ນ​ເຂົ້າ​ເຈົ້າ​ຈະ​ໜີບໃຫ້​ເມັດ​ເຂົ້າ​​ແວບ​ລົງ, ​ແລ້ວ​ຕາກ​ແຫ້ງ. ​ເມື່ອ​ໃກ້​ຈະ​ຮອດ​ວັນ​ບຸນ​ຈຶ່ງນຳ​ໄປ​ຂົ້ວ ​ແລະ ​ເຊື່ອມ​ກັບ​ນຳ້ຕາ​ນກ້ອນ “.

ເຂົ້າໜົມທີ່ເປັນເອກະລັກສະເພາະຂອງຊາວເຜົ່າໄຢ໋ - ảnh 2


​ເຂົ້າຫຼີ້ມຂອງຊົນເຜົ່າໄຢ໋

​ພາຍຫຼັງ​​ເຊື່ອມນຳ້ຕານກ້ອນກັບ​ເຂົ້າ​ທີ່​ໄດ້​ຂົ້ວ​ແລ້ວຈະ​ຕັກ​ໃສ່​ຖ້ວຍ​ໃຫຍ່​ໃຫ້​ເປັນ​ຮູບຈວຍ​​ແລ້ວວາງເທິງ​ແທ່ນ​ບູຊາ​ບັນພະບຸລຸດ. ​ເຂົ້າຫຼີ້ມ​ມີ​ກິ່ນ​ຫອມ​ຂອງ​ເຂົ້າໜຽວ ​ແລະ ນຳ້​ຂີງ, ມີ​ລົດ​ຫວານ​ຂອງ​ນຳ້ຕານ​ກ້ອນ. ນີ້​ແມ່ນ​ອາຫານ​ພິ​ເສດ​ຂອງ​ຊາວ​ເຜົ່າ​ໄຢ໋ທີ່​ບໍ່​ເຄີຍ​ມີ​ຢູ່​ທ້ອງ​ຖີ່​ນອື່ນໆ.

        ​ເຂົ້າໜົມ​ຂາວ​ກໍ່​ເຄີຍ​ເຮັດ​ໃນ​ໂອກາດ​ບຸນ​ເຕັດ, ​ແຕ່​ວັນ​ທີ 26, 27​ເດືອນ​ສິບ​ສອງ, ​ໄລ່​ຕາມ​ຈັນທະ​ປະຕິທິນ​ເພື່ອ​ເຊີນ​ໝູ່​ເພື່ອນ​ກິນ, ຫຼື​ເປັນ​ຂອງຕ້ອນ​ໃຫ້​ກັນ​ໃນ​ຊຸມ​ວັນ​ບຸນ​ເຕັດ. ກ່ຽວ​ກັບ​ວິ​ທີ​ເຮັດ​ເຂົ້າໜົມ​ຂາວ, ຂັ້ນ​ຕອນ​ທຳ​ອິດ​ກໍ່​ຄ້າຍຄື​ກັນ​ກັບ​ເຮັດເຂົ້າຫຼີ້ມ​, ​ແຕ່​ມັນ​ຕ່າງ​ກັນ​ຢູ່​ບ່ອນ​ວ່າ, ພາຍຫຼັງ​ເຂົ້າໜຽວຖືກ​ຂົ້ວ​ໃຫ້​ສຸກ​ ​ຈະ​ບົດ​ໃຫ້​ແຫຼກ​ມຸ່ນ ​ແລ້ວ​ຝັງ​ລົງ​ດິນ​ໃນ​ເວລາ 2, 3 ວັນ ​ເພື່ອ​ໃຫ້​ແປ້ງ​ເຂົ້າໜຽວ​ບານອອກ. ​ເອື້ອຍ ວີ​ທິ​ແທງ, ຢູ່​ຫຼວງ​ລ໋າວ, ກົກ​ຊານ, ​ໃຫ້​ຮູ້​ວ່າ:

        “​ເອົາແປ້ງ​ມາ​ຄົນກັບ​ນຳ້ຕານ​ກ້ອນໃຫ້​ແປ້ງ​ຕິດ​​ໃສ່ກັນ​ຈຶ່ງ​ໄດ້, ​ແລ້ວ​ເອົາ​ກວດ​ແກ້ວ, ຫຼື​ໄມ້​ກົມ​ມາ​ລິ້ງໄປລິ້ງມາ​ໃຫ້​ນຳ້ຕານ​ຊຶມ​ເຂົ້າແປ້ງ, ຈາກ​ນັ້ນ​ເອົາ​​ແປ້ງ​ນີ້​ມາຍັດ​ໃສ່ເບົ້າ​ຫຼື​ຈອກ​​​ໃຫ້​ເປັນ​ຮູບ“.

ເຂົ້າໜົມທີ່ເປັນເອກະລັກສະເພາະຂອງຊາວເຜົ່າໄຢ໋ - ảnh 3

​ເຂົ້າໜົມ​ຂາວ​ຂອງຊົນເຜົ່າໄຢ໋

ເຂົ້າໜົມ​ປະ​ເພດ​ຕ່າງໆ​ຂອງ​ຊາວ​ເຜົ່າ​​ໄຢ໋ ລ້ວນ​ແຕ່​ເຮັດ​ດ້ວຍ​ວັດຖຸ​ດິບ​ໂດຍ​ເຂົາ​ເຈົ້າ​ຜະລິດ​ເອງ, ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາລົບ​ນັບຖື​ຕໍ່​ບັນພະບຸລຸດ. ວິທີ​ເຮັດ​ເຂົ້າໜົມ​ກໍ່​ຖືກ​ຊາວ​ເຜົ່າ​ໄຢ໋ຮັກສາ​ໄວ້​​ແຕ່​ຮຸ່ນ​ກ່ອນ​ມາ​ຮອດ​ປະຈຸ​ບັນ, ຄື​ດັ່ງ​ຮັກສາ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ຕົນ​ໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ