ເຄື່ອງດົນຕີດ້ວຍຫີນ, ເຄື່ອງດົນຕີບູຮານຂອງຊາວເຜົ່າ K’ho

ເຄື່ອງດົນຕີດ້ວຍຫີນ, ເຄື່ອງດົນຕີບູຮານຂອງຊາວເຜົ່າ K’ho - ảnh 1
(ພາບປະກອບ)

(vovworld) - ຊາວ​ເຜົ່າ K’ho ດຳລົງ​ຊີວິດ​ຢູ່​ທາງ​ທິດ​ໃຕ້​ເຂດ ​ໄຕ​ງວຽນ ​ຮູ້​ປະ​ດິດ ​ແລະ ນຳ​ໃຊ້​ເຄື່ອງ​ດົນຕີ​ດ້ວຍ​ຫີນມາ​ແຕ່ດົນ​ນານ​ແລ້ວ. ​ໃນ​ຊີວິດ​ການ​ເປັນ​ຢູ່, ​ເຄື່ອງ​ດົນຕີ​ດ້ວຍ​ຫີນ​ຂອງ​ຊົນ​ເຜົ່າ K’ho ຖືກນຳ​ໃຊ້​​ເຂົ້າ​ໃນການ​​ເຄື່ອນ​ໄຫວ​ດ້ານ​ຈິດ​ວິນຍານກໍ່​ຄື​ໃນງານ​ບຸນ​ຕ່າງໆເກືອບ​ທັງ​ໝົດຂອງ​ປະຊາ​ຄົມ. ​ໃນ​ລາຍການ​ສີສັນ 54 ຊົນ​ເຜົ່າ​ມື້​ນີ້​ພວກ​ເຮົາ​ຂໍ​ແນະນຳ​ບົດ​ຂຽນ​ຂອງ ​ໂຕ​ຕ໋ວນ, ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ ທີ່​ມີ​ຫົວ​ຂໍ້​ວ່າ: “​ເຄື່ອງ​ດົນຕີ​ດ້ວຍ​ຫີນ, ​ເຄື່ອງ​ດົນຕີ​ບູຮານ​ຂອງ​ຊາວ​ເຜົ່າ K’ho“.

    ​ໃນ​ຊຸມ​ປີ 30 ຂອງ​ສະຕະວັດ​ກ່ອນ, ບັນດາ​ນັກ​ຄົ້ນ​ຄ້ວາ​ໄດ້​ພົບ​ເຫັນ​ເຄື່ອງ​ດົນຕີ​ດ້ວຍ​ຫີນ​ຫຼາຍ​ຊຸດ​ຢູ່​ບັນດາ​ແຂວງ​ທາງ​ທິດ​ໃຕ້​ເຂດ ​ໄຕ​ງວຽນ​ເຊັ່ນ: ​ເລິ​ມດົ່ງ, ບິ່ງ​ທ້ວນ, ​ແຄ໋ງຮ່ວາ, ດັກ​ລັກ…, ​ແຕ່​ທ້ອງ​ຖີ່​ນທີ່​ພົບ​ເຫັນ​ເຄື່ອງ​ດົນຕີ​ດ້ວຍ​ຫີນ​ຫຼາຍ​ທີ່​ສຸດ​ນັ້ນ​ແມ່ນ​ເຂດ​ ​ເລິ​ມດົ່ງ, ​ແຫ່ງ​ທີ່​ມີ​ຊາວ​ເຜົ່າ​ K’ho ອາ​ໄສ​ຢູ່ເປັນ​ຈຳ​ນວນ​ຫຼວງ​ຫຼາຍ. ຕາມ​ບັນດາ​ນັກ​ຄົ້ນ​ຄ້ວາ​ແລ້ວ, ຄົນ​ບູຮານ​ໄດ້​ໃຊ້​ຫີນ​ທີ່​ມີ​ຢູ່​ແລ້ວ​ໃນ​ເຂດ​ດິນ​ທີ່​ຕົນ​ດຳລົງ​ຊີວິດ​ເພື່​ອປະດິດ​ເປັນ​ເຄື່ອງ​ດົນຕີ, ສ້າງ​ເປັນ​ສຽງ​ສູງ​ສຽງຕ່ຳ.

 ​ເທບ​ສຽງ​ປະກອບ

    ຊາວ​ເຜົ່າ​ K’ho ແມ່ນ​ໜຶ່ງ​ໃນ​ຈຳນວນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຂດ​ ໄຕ​ງວຽນ​ ທີ່​ຮູ້​ນຳ​ໃຊ້​ເຄື່ອງ​ດົນຕີ​ດ້ວຍ​ຫີນ​ກ່ອນໝູ່. ​ໃນ​ເບື້ອງ​ຕົ້ນ​, ​​ເມື່ອ​​ພົບ​ເຫັນ​ບັນດາ​ແຜ່ນ​ຫີນ​ຢູ່​ແຄມ​ຫ້ວຍ​ນ້ຳ​ສາມາດ​ອອກ​ເປັນ​ສຽງ​ໄດ້, ​ເຂົາ​ເຈົ້າ​ໄດ້​ເອົາ​​ເຄືອ​ເຂົາ​ມັດ​ບັນດາ​ແຜ່ນ​ຫີນ​ນັ້ນໃສ່​ກັນ​, ​ແລ້ວ​ອີງ​ໃສ່​ແຮງ​ນ້ຳ​ໄຫຼ​ຂອງ​ນໍ້າ​ຫ້ວຍເຮັດ​ໃຫ້ບັນດາ​ແຜ່ນ​ຫີນ​ກະທົບ​ໃສ່​ກັນ​ແລ້ວ​ອອກ​ເປັນ​ສຽງ​ດັງ​ກ້ອງ​ກັງວານ​ໄປ​ທົ່ວ​ພູຜາ​ປ່າ​ໄມ້, ​ເພື່​ອ​ແນ​ໃສ່​ປັດ​ໄລ່​ສັດ​ຮ້າຍ, ປົກ​ປັກ​ຮັກສາ​ໄຮ່ນາ ​ແລະ ຜົນລະປູກ.

    ຕໍ່​ມາ​ເຂົາ​ເຈົ້າ​ໄດ້​ນຳ​ເອົາ​ແຜ່ນ​ຫີນ​ທີ່​ສາມາດ​ອອກ​ເປັນ​ສຽງ​​ໄດ້​​ເຂົ້າບ້ານ​ເພື່ອ​ເຄາະ​ຕາມ​ຈັ່ງ​ຫວະ​ໃນວາດ​ຟ້ອນຕ່າງໆ ກໍ່​ຄື​ໃນ​ງານ​ບຸນ​ປະ​ເພນີ​ຂອງ​ຊາວ​ເຜົ່າ K’ho. ຍ້ອນ​ມີ​ຄວາມ​ສະດຸ້​ງ​ໄວ ​ແລະ ມີຫົວຄິດ​ປະດິດ​ສ້າງ, ​ເຂົາ​ເຈົ້າ​ໄດ້​ສ້າງ​ເປັນ​ເຄື່ອງ​ດົນ​ຕີ​ດ້ວຍ​ຫີນ, ສິ່ງ​ດັ່ງກ່າວ​​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​ພິຊິດ​ທຳ​ມະ​ຊາດ​ຂອງ​ມະນຸດ. ​ເຄື່ອງ​ດົນຕີ​ດ້ວຍ​ຫີນ​ຂອງ​ຊາວ​ເຜົ່າ ​ K’ho ເຄີຍປະກອບ​ດ້ວຍ​ຫີນ​ທຳ​ມະ​ຊາດ 3 ​ແຜ່ນ, 6 ​ແຜ່ນ ຫຼື 9 ​ແຜ່ນ, ​ເຊິ່ງຖືກ​ຄວັດ​ຂູດໃຫ້​ມີ​ຄວາມ​ຍາວ, ສັ້ນ, ໜາ, ບາງ​ທີ່​ແຕກ​ຕ່າງ​ກັນ, ແລ້ວ​ຈັດ​ວາງ​ບັນດາ​ແຜ່ນ​ຫີນແຕ່​ໃຫຍ່​ຫາ​ນ້ອຍ, ​ເມື່ອ​ເຄາະ​ຈະ​ອອກ​ເປັນ​ສຽງ​ແຕ່​ຕ່ຳຫາ​ສູງ​ໄດ້. ທ່ານ K’Dan, ຊາວ​ເຜົ່າ K’ho, ຜູ້​ທີ່​ເຄີຍ​ສະ​ແດງ​ເຄື່ອງ​ດົນຕີ​ດ້ວຍ​ຫີນ​ໄດ້​ແນະນຳ​ກ່ຽວ​ກັບ​ເຄື່ອງ​ດົນຕີ​ດ້ວຍ​ຫີນ​ຂອງ​ຕົນ​ວ່າ:

    “​ເຄື່ອງ​ດົນຕີ​ນີ້​ປະກອບ​ດ້ວຍ​ຫີນທຳ​ມະ​ຊາດ 6 ​ແຜ່ນ, ຖືກ​ຈັດ​ແຕ່​ໃຫຍ່​ຫາ​ນ້ອຍ, ​ແຕ່ລະ​ແຜ່ນ​ອອກສຽງ​ແຕກ​ຕ່າງ​ກັນ, ບາງ​ເທື່ອ​ຈະ​ອອກ​ສຽງ​ຟົດ​ຟື້ນມ່ວນ​ຊື່ນ​ຄື​ດັ່ງສຽງ​ພູ​ຜາ​ປ່າ​ໄມ້, ບາງ​ເທື່ອ​ອອກສຽງ​ແຈ່ມ​ໃສ​ຄື​ສຽງ​ນ້ຳ​ຫ້ວຍ​ໄຫຼ​ຜ່ານ​ຫຼືບ​ຫີນ“.

ເຄື່ອງດົນຕີດ້ວຍຫີນ, ເຄື່ອງດົນຕີບູຮານຂອງຊາວເຜົ່າ K’ho - ảnh 2
(ພາບປະກອບ)

      ປະຈຸ​ບັນ, ​ເຄື່ອງ​ດົນ​ຕີ​ດ້ວຍ​ຫີນ​ຍັງ​ຖືກ​ນຳ​ໃຊ້​ຢ່າງ​ກວ້າງຂວາງ​ໃນ​ການ​ເຄື່ອນ​ໄຫວ​ງານ​ບຸນ​ຕ່າງໆ​ຂອງ​ຊາວ​ເຜົ່າ K’ho. ສຽງ​ດົນຕີ​ດ້ວຍ​ຫີນ​ເຮັດ​ໃຫ້​ພິທີ​ບູຊາ​ມີ​ຄວາມ​ສັກສິດ​ຕື່ມ​ອີກ. ​ເຄື່ອງ​ດົນຕີ​ດ້ວຍ​ຫີນ​ປະສານ​ສຽງ​ກັບ​ເຄື່ອງ​ດົນຕີ​ປະ​ເພດ​ອື່ນໆ ຈະ​ສ້າງ​ເປັນ​ທຳນອງ​ດົນຕີ​ອັນ​ຟົດ​ຟື້ນ​​ໃຫ້ບັນດາວາດ​ຟ້ອນ​ໃນ​ງານ​ບຸນ​ຕ່າງໆ. ​ໃນ​ສຽງ​ດົນຕີ​ຟົດ​ຟື້ນ​ທີ່​ດັງ​ກ້ອງ​ກັງ​ວານ​ຈາກ​ເຄື່ອງ​ດົນຕີ​ດ້ວຍ​ຫີນ​ນັ້ນ, ຊາວ K’ho ທັງ​ໝູ່​ບ້ານພ້ອມ​ກັນ​ເຂົ້າ​ຮ່ວມ​ວາດ​ຟ້ອນລວມໝູ່… ສຳລັບ​ຊາວ​ເຜົ່າ​ K’ho ແລ້ວ, ນ້ຳສຽງ​ຂອງ​ເຄື່ອງ​ດົນຕີ​ດ້ວຍ​ຫີນ​ຄື​ດັ່ງນ້ຳໃຈ​ຂອງ​ມະນຸດ, ສຽງ​ຊຸບ​ຊິ​ບຂອງ​ບັນພະບຸລຸດ​ອອກ​ມາ. ​ສຽງ​​ດົນຕີປະ​ເພດ​ນີ້ຍັງ​ແທນ​ໃຫ້ຄຳ​ເວົ້າ, ​ແບ່ງ​ທຸກ, ​ແບ່ງ​ສຸກ​ກັບປະຊາຊົນ​ຊາວ​ເຜົ່າ K’ho. ທ່ານ  ຫງວຽນ​ເຕິ​ມ, ນັກ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ເຄື່ອງ​ດົນຕີ​ດ້ວຍ​ຫີນ​ຢູ່ ​ໄຕ​ງວຽນ, ​ໃຫ້​ຮູ້​ວ່າ:

    “​ເຄື່ອງ​ດົນຕີ​ດ້ວຍ​ຫີນ​ມີ​ນ້ຳ​ສຽງ​ແປກ​ປະຫຼາດ​ທີ່​ສຸດ. ມີ​ສຽງຄື​ດັ່ງ​ທຳນອງ​ຂອງ​ພູຜາ​ປ່າ​ໄມ້, ​ເຮັດ​ໃຫ້​ຜູ້​ຟັງ​ຮູ້ສຶກ​ວ່າ​ຕົນ​ເອງ​ພວມ​ດຳລົງ​ຊີວິດ​ໃນ​ສະ​ໄໝ​ດຶກ​ດຳ​ບັນ, ກັບ​ຄືນ​ສູ່​ທຳ​ມະ​ຊາດ ​ແລະ ພູຜາ​ປ່າດົງ“.

    ຜ່ານ​ການ​ເວລາ, ​ເຄື່ອງ​ດົນຕີ​ດ້ວຍ​ຫີນ​ໄດ້​ກາຍ​ເປັນ​ເຄື່ອງ​ດົນຕີ​ພື້ນ​ເມືອງ​ທີ່​ຂາດ​ບໍ່​ໄດ້​ໃນ​ການ​ດຳ​ເນີນ​ຊີວິດ​ດ້ານ​ວັດທະນະທຳ​ແຫ່ງ​ຈິດ​ວິນຍານ​ຂອງ​ຊາວ​ເຜົ່າ K’ho. ​ເຄື່ອງ​ດົນຕີ​ດ້ວຍ​ຫີນ​ແມ່ນ​ຜະລິດ​ຕະພັນ​ຂອງ​ພື້ນຖານ​ກະສິກຳ​ເຂົ້າ​ໄຮ່. ດ້ວຍ​ນ້ຳ​ສຽງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໄດ້​ຊ່ວຍ​ໃຫ້​ນັກ​ທ່ອງ​ທ່ຽວ​ສາກົນ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບປະ​ເທດ​ຊາດ, ວັດທະນະທຳ ຫວຽດນາມ ​ເວົ້າ​ລວມ ​ແລະ ສີສັນ​ຂອງ​ຊົນ​ເຜົ່າ K’ho ເວົ້າສະ​ເພາະ.


ຕອບກັບ

ຂ່າວ/ບົດ​ອື່ນ